ພຣະ​ຄຳ​ພີ
ໂມ​ໂຣ​ໄນ 6


ບົດ​ທີ 6

ຄົນ​ທີ່​ກັບ​ໃຈ​ໄດ້​ຮັບ​ບັບຕິ​ສະມາ ແລະ ໄດ້​ຮັບ​ການ​ຜູກ​ມິດ—ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຜູ້​ທີ່​ກັບ​ໃຈ​ໄດ້​ຮັບ​ການອະໄພ—ການ​ປະ​ຊຸມ​ຖືກ​ດຳ​ເນີນ​ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ປະ​ມານ ຄ.ສ. 401–421.

1 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ກ່ຽວ​ກັບ​ການ​ໃຫ້ ບັບຕິ​ສະມາ. ຈົ່ງ​ເບິ່ງ​ແອວເດີ, ປະ​ໂລ​ຫິດ, ແລະ ຄູ​ສອນ ໄດ້​ຮັບ​ບັບຕິ​ສະມາ; ແລະ ພວກ​ເພິ່ນ​ຈະ​ບໍ່​ໄດ້​ຮັບ​ບັບຕິ​ສະມາ​ນອກ​ຈາກ​ວ່າ​ພວກ​ເພິ່ນ​ຈະ​ນຳ​ຜົນ​ອອກ​ມາ​ວ່າ​ພວກ​ເພິ່ນ​ມີ ຄ່າ​ຄວນ.

2 ທັງ​ພວກ​ເພິ່ນ​ຈະ​ບໍ່​ຮັບ​ຜູ້​ໃດ​ມາ​ສູ່​ການ​ຮັບ​ບັບຕິ​ສະມາ​ນອກ​ຈາກ​ຄົນ​ເຫລົ່າ​ນັ້ນ​ຈະ​ອອກ​ມາ​ດ້ວຍ​ໃຈ​ທີ່ ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ, ແລະ ເປັນ​ພະຍານ​ຕໍ່​ສາດ​ສະ​ໜາ​ຈັກ​ວ່າ ພວກ​ເຂົາ​ໄດ້​ກັບ​ໃຈ​ແທ້ໆ​ຈາກ​ບາບ​ທັງ​ໝົດ​ຂອງ​ພວກ​ເຂົາ.

3 ແລະ ຈະ​ບໍ່​ຮັບ​ຜູ້​ໃດ​ມາ​ສູ່​ບັບຕິ​ສະມາ​ນອກ​ຈາກ​ເຂົາ​ຈະ ຮັບ​ພຣະ​ນາມ​ຂອງ​ພຣະ​ຄຣິດ​ເສຍ​ກ່ອນ, ໂດຍ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ຮັບ​ໃຊ້​ພຣະ​ອົງ​ຈົນ​ເຖິງ​ທີ່​ສຸດ.

4 ແລະ ຫລັງ​ຈາກ​ທີ່​ເຂົາ​ໄດ້​ຮັບ​ບັບຕິ​ສະມາ​ແລ້ວ, ແລະ ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ກະ​ທຳ ແລະ ຊຳລະ​ລ້າງ​ເຂົາ​ໃຫ້​ສະອາດ​ແລ້ວ, ເຂົາ​ຈຶ່ງ​ໄດ້​ຖືກ​ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ; ແລະ ຊື່​ຂອງ​ເຂົາ​ໄດ້​ຖືກ​ຮັບ​ໄວ້, ເພື່ອ​ເຂົາ​ຈະ​ໄດ້​ຖືກ​ຈົດ​ຈຳ ແລະ ບຳ​ລຸງ​ລ້ຽງ​ດ້ວຍ​ພຣະ​ຄຳ​ອັນ​ປະ​ເສີດ​ຂອງ​ພຣະ​ເຈົ້າ, ເພື່ອ​ຮັກ​ສາ​ເຂົາ​ຢູ່​ໃນ​ທາງ​ທີ່​ຖືກ​ຕ້ອງ, ເພື່ອ​ໃຫ້​ເຂົາ ເອົາ​ໃຈ​ໃສ່​ຕໍ່​ການ​ອະ​ທິ​ຖານ​ຕະຫລອດ​ເວລາ, ໂດຍ ເພິ່ງ​ອາ​ໄສ​ແຕ່​ໃນ​ພຣະ​ຄຸນ​ຄວາມ​ດີ​ຂອງ​ພຣະ​ຄຣິດ​ຢ່າງ​ດຽວ, ອົງ​ຜູ້​ເປັນ ຜູ້​ສ້າງ ແລະ ເປັນ​ຜູ້​ເຮັດ​ໃຫ້​ສັດທາ​ຂອງ​ເຂົາ​ສົມ​ບູນ.

5 ແລະ ຄົນ​ໃນ ສາດ​ສະ​ໜາ​ຈັກ​ໄດ້​ຊຸມ​ນຸມ​ກັນ​ຢູ່ ເລື້ອຍໆ, ເພື່ອ ຖື​ສິນ​ອົດ​ເຂົ້າ ແລະ ເພື່ອ​ອະ​ທິ​ຖານ ແລະ ເພື່ອ​ສົນ​ທະ​ນາ​ກັນ​ກ່ຽວ​ກັບ​ຄວາມ​ຜາ​ສຸກ​ຂອງ​ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ.

6 ແລະ ພວກ​ເຂົາ​ໄດ້​ມາ​ຊຸມ​ນຸມ​ກັນ​ຢູ່​ເລື້ອຍໆ​ເພື່ອ​ຮັບ​ສ່ວນ​ເຂົ້າ​ຈີ່ ແລະ ເຫລົ້າ​ອະງຸ່ນ, ດ້ວຍ​ຄວາມ​ລະ​ນຶກ​ເຖິງ​ອົງ​ພຣະ​ເຢຊູ​ເຈົ້າ.

7 ແລະ ພວກ​ເຂົາ​ເຄັ່ງ​ຄັດ​ທີ່​ຈະ​ເອົາ​ໃຈ​ໃສ່ ບໍ່​ໃຫ້​ມີ​ຄວາມ​ຊົ່ວ​ຮ້າຍ​ໃນ​ບັນ​ດາ​ພວກ​ເຂົາ; ແລະ ຜູ້​ໃດ​ຖືກ​ພົບ​ວ່າ​ໄດ້​ກະ​ທຳ​ຄວາມ​ຊົ່ວ​ຮ້າຍ, ແລະ ມີ​ພະຍານ​ຂອງ​ສາດ​ສະ​ໜາ​ຈັກ ສາມ​ຄົນ​ກ່າວ​ໂທດ​ຜູ້​ນັ້ນ​ຕໍ່​ໜ້າ ແອວເດີ, ແລະ ຖ້າ​ຫາກ​ເຂົາ​ບໍ່​ກັບ​ໃຈ, ແລະ ບໍ່ ສາ​ລະ​ພາບ​ຜິດ​ແລ້ວ, ຊື່​ຂອງ​ເຂົາ​ຍ່ອມ​ຖືກ ລຶບ​ອອກ, ແລະ ເຂົາ​ຈະ​ບໍ່​ຖືກ​ນັບ​ເຂົ້າ​ຢູ່​ກັບ​ບັນ​ດາ​ຜູ້​ຄົນ​ຂອງ​ພຣະ​ຄຣິດ.

8 ແຕ່ ວ່າ​ທຸກ​ເທື່ອ​ທີ່​ເຂົາ​ກັບ​ໃຈ ແລະ ສະແຫວງ​ຫາ​ການ​ໃຫ້​ອະໄພ​ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ, ເຂົາ​ກໍ​ຈະ​ໄດ້​ຮັບ ການ​ໃຫ້​ອະໄພ.

9 ແລະ ສາດ​ສະ​ໜາ​ຈັກ ດຳ​ເນີນ​ການ​ປະ​ຊຸມ​ຂອງ​ພວກ​ເຂົາ​ຕາມ​ວິ​ທີ​ການ​ທຳ​ງານ​ຂອງ​ພຣະ​ວິນ​ຍານ ແລະ ໂດຍ​ອຳນາດ​ຂອງ ພຣະ​ວິນ​ຍານ​ບໍ​ລິ​ສຸດ; ເພາະ​ດັ່ງ​ທີ່​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ນຳ​ພາ​ພວກ​ເຂົາ​ໃຫ້​ເຮັດ​ຢ່າງ​ໃດ ບໍ່​ວ່າ​ໃຫ້​ສັ່ງ​ສອນ, ຫລື ແນະນຳ, ຫລື ອະ​ທິ​ຖານ, ຫລື ໄຫວ້​ວອນ, ຫລື ຮ້ອງ​ເພງ, ມັນ​ກໍ​ເປັນ​ໄປ​ຢ່າງ​ນັ້ນ.