ສິ່ງ​ຊ່ວຍ​ສຶກ​ສາ
ໂກເນ​ລີໂອ


ໂກເນ​ລີໂອ

ນາຍ​ທະຫານ​ຄົນ​ໜຶ່ງ​ທີ່​ກາຍ​ຊາ​ເຣຍ, ໄດ້​ຮັບ​ບັບຕິ​ສະມາ​ຈາ​ກ​ເປໂຕ (ກຈກ 10). ລາວ​ອາດ​ເປັນ​ຄົນ​ຕ່າງ​ຊາດ​ຄົນ​ທຳ​ອິດ​ທີ່​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ ໂດຍ​ທີ່​ບໍ່​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ນັບ​ຖື​ສາດ​ສະ​ໜາ​ຢູດາ​ກ່ອນ. ການ​ບັບຕິ​ສະມາ​ຂອງ​ໂກເນ​ລີໂອ ແລະ ຄອບ​ຄົວ​ຂອງ​ລາວ​ໄດ້​ເປີດ​ທາງ​ໃຫ້​ແກ່​ພຣະ​ກິດ​ຕິ​ຄຸນ ເພື່ອ​ສັ່ງ​ສອນ​ຄົນ​ຕ່າງ​ຊາດ. ເປໂຕ, ອັກຄະ​ສາວົກ​ຊັ້ນ​ຜູ້​ໃຫຍ່, ຜູ້​ມີ​ຂໍ​ກະແຈ​ຂອງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ໃນ​ເວລາ​ນັ້ນ, ໄດ້​ນຳ​ພາ​ການ​ສັ່ງ​ສອນ​ນີ້.