ສິ່ງ​ຊ່ວຍ​ສຶກ​ສາ
ເນ​ບູ​ກາດ​ເນັດສາ


ເນ​ບູ​ກາດ​ເນັດສາ

ໃນ​ພຣະ​ຄຳ​ພີ​ເດີມ, ກະສັດ​ຂອງ​ບາ​ບີ​ໂລນ (604–561 ປີ ກ່ອນ ຄ.ສ.) ຜູ້​ໄດ້​ປາບ​ຢູດາ (2 ກສ 24:1–4) ແລະ ໄດ້​ປິດ​ລ້ອມ​ເມືອງ​ເຢຣູ​ຊາເລັມ (2 ກສ 24:10–11). ສາດ​ສະ​ດາ​ລີໄຮ​ໄດ້​ຖືກ​ສັ່ງ​ໃຫ້​ໜີ​ຈາກ​ເຢຣູ​ຊາເລັມ ປະ​ມານ 600 ປີ ກ່ອນ ຄ.ສ. ເພື່ອ​ຫລີກ​ເວັ້ນ​ຈາກ​ການ​ຖືກ​ຈັບ​ໄປ​ບາ​ບີ​ໂລນ (1 ນຟ 1:4–13) ຕອນ​ເນ​ບູ​ກາດ​ເນັດສາ​ພາ​ກະສັດ​ເຊເດ​ກີຢາ ແລະ ຜູ້​ຄົນ​ໄປ (2 ກສ 25:1, 8–16, 20–22). ດາ​ນີ​ເອນ​ໄດ້​ແປ​ຄວາມ​ຝັນ​ຂອງ​ເນບູ​ກາດ​ເນັດສາ (ດນອ 2; 4).