ສິ່ງ​ຊ່ວຍ​ສຶກ​ສາ
ທູດ, ເທວະດາ


ທູດ, ເທວະດາ

ມີ​ບຸກ​ຄົນ​ຢູ່​ສອງ​ແບບ​ໃນ​ສະຫວັນ​ທີ່​ເອີ້ນ​ວ່າ​ທູດ: ຜູ້​ທີ່​ເປັນ​ວິນ​ຍານ ແລະ ຜູ້​ທີ່​ມີ​ຮ່າງ​ກາຍ​ທີ່​ເປັນ​ເນື້ອ​ໜັງ ແລະ ກະ​ດູກ. ທູດ​ທີ່​ເປັນ​ວິນ​ຍານ​ຍັງ​ບໍ່​ໄດ້​ຮັບ​ຮ່າງ​ກາຍ​ທີ່​ເປັນ​ເນື້ອ​ໜັງ ແລະ ກະ​ດູກ, ຫລື ເຂົາ​ເຈົ້າ​ເປັນ​ວິນ​ຍານ ຜູ້​ເຄີຍ​ມີ​ຮ່າງ​ກາຍ​ມະຕະ ແລະ ຕອນ​ນີ້​ພວມ​ລໍ​ຖ້າ​ການ​ຟື້ນ​ຄືນ​ຊີ​ວິດ. ທູດ​ທີ່​ມີ​ຮ່າງ​ກາຍ​ທີ່​ເປັນ​ເນື້ອ​ໜັງ ແລະ ກະ​ດູກ ແມ່ນ​ຜູ້​ທີ່​ໄດ້​ເປັນ​ຄືນ​ມາ​ມີ​ຊີ​ວິດ ຫລື ໄດ້​ປ່ຽນ​ສະພາບ​ແລ້ວ.

ມີ​ແຫລ່ງ​ອ້າງ​ອີງ​ຫລາຍ​ບ່ອນ​ຢູ່​ໃນ​ພຣະ​ຄຳ​ພີ​ເຖິງ​ວຽກ​ງານ​ຂອງ​ເຫລົ່າ​ທູດ. ບາງ​ເທື່ອ​ທູດ​ກ່າວ​ດ້ວຍ​ສຽງ​ຟ້າ​ຮ້ອງ ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ກ່າວ​ຂ່າວ​ສານ​ຂອງ​ພຣະ​ເຈົ້າ (ມຊຢ 27:11–16). ຜູ້​ຊາຍ​ມະຕະ​ທີ່​ຊອບ​ທຳ​ກໍ​ຖືກ​ເອີ້ນ​ວ່າ​ທູດ​ຄື​ກັນ (ປຈສ, ປຖກ 19:15 [ພາກ​ຫ້ອຍ​ທ້າຍ]). ທູດ​ບາງ​ອົງ​ຮັບ​ໃຊ້​ຢູ່​ອ້ອມ​ຮອບ​ພຣະ​ທີ່​ນັ່ງ​ຂອງ​ພຣະ​ເຈົ້າ​ໃນ​ສະຫວັນ (ແອວ 36:22).

ຂໍ້​ພຣະ​ຄຳ​ພີ​ກໍ​ໄດ້​ກ່າວ​ເຖິງ​ບໍ​ລິ​ວານ​ຂອງ​ມານ​ຄື​ກັນ. ນີ້​ຄື​ວິນ​ຍານ​ທີ່​ຕິດ​ຕາມ​ລູ​ຊິ​ເຟີ ແລະ ຖືກ​ຂັບ​ໄລ່​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ​ໃນ​ຊີ​ວິດ​ກ່ອນ​ມະຕະ ແລະ ຖືກ​ໂຍນ​ລົງ​ສູ່​ໂລກ (ພນມ 12:1–9; 2 ນຟ 9:9, 16; ຄພ 29:36–37).