ສິ່ງ​ຊ່ວຍ​ສຶກ​ສາ
ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢຊູ​ຄຣິດ


ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢຊູ​ຄຣິດ

ໃນ​ຕອນ​ຕົ້ນ​ຂອງ​ສະ​ໄໝ​ພັນ​ປີ, ພຣະ​ຄຣິດ​ຈະ​ສະ​ເດັດ​ກັບ​ຄືນ​ມາ​ສູ່​ແຜ່ນ​ດິນ​ໂລກ. ເຫດ​ການ​ນີ້ ຈະ​ເປັນ​ຈຸດ​ຈົບ​ຂອງ​ຄວາມ​ເປັນ​ມະຕະ​ແຫ່ງ​ການ​ທົດ​ລອງ​ຂອງ​ແຜ່ນ​ດິນ​ໂລກ​ນີ້. ຄົນ​ຊົ່ວ​ຈະ​ຖືກ​ເອົາ​ອອກ​ໄປ​ຈາກ​ແຜ່ນ​ດິນ​ໂລກ ແລະ ຄົນ​ຊອບ​ທຳ ຈະ​ຖືກ​ຍົກ​ຂຶ້ນ​ສູ່​ເມກ ໃນ​ຂະນະ​ທີ່​ແຜ່ນ​ດິນ​ໂລກ​ຖືກ​ຊຳລະ​ລ້າງ. ເຖິງ​ແມ່ນ​ວ່າ​ຜູ້​ຄົນ​ບໍ່​ຮູ້​ວ່າ​ພຣະ​ຄຣິດ​ຈະ​ສະ​ເດັດ​ມາ​ເມື່ອ​ໃດ ໃນ​ຄັ້ງ​ທີ​ສອງ, ແຕ່​ພຣະ​ອົງ​ໄດ້​ບອກ​ເຖິງ​ເຄື່ອງ​ໝາຍ​ທີ່​ຈະ​ເກີດ​ຂຶ້ນ​ກ່ອນ​ວັນ​ນັ້ນ​ໃກ້​ຈະ​ມາ​ເຖິງ (ມທ 24; ຈສ—ມ 1).