ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 37


ພາກ​ທີ 37

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ແກ່​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ແລະ ຊິດນີ ຣິກດອນ, ໃກ້​ເມືອງ​ເຟແອດ, ລັດ​ນິວຢອກ, ເດືອນ​ທັນວາ 1830. ໃນ​ນີ້ ພຣະ​ບັນ​ຍັດ​ຂໍ້​ທຳ​ອິດ​ໄດ້​ຖືກ​ມອບ​ໃຫ້​ກ່ຽວ​ກັບ​ການ​ເຕົ້າ​ໂຮມ​ໃນ​ຍຸກ​ສະ​ໄໝ​ນີ້.

1–4, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຖືກ​ເອີ້ນ​ໃຫ້​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ລັດ​ໂອ​ໄຮ​ໂອ.

1 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເຮົາ​ເຫັນ​ວ່າ​ບໍ່​ເໝາະ​ສົມ​ທີ່​ພວກ​ເຈົ້າ​ຈະ ແປ​ຕື່ມ​ອີກ ຈົນ​ກວ່າ​ພວກ​ເຈົ້າ​ໄປ​ເຖິງ​ລັດ​ໂອ​ໄຮ​ໂອ, ແລະ ນີ້​ເປັນ​ເພາະ​ສັດ​ຕູ​ຂອງ​ພວກ​ເຈົ້າ ແລະ ເພື່ອ​ເຫັນ​ແກ່​ພວກ​ເຈົ້າ.

2 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ພວກ​ເຈົ້າ​ຈະ​ບໍ່​ໄປ ຈົນ​ກວ່າ​ພວກ​ເຈົ້າ​ໄດ້​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ໃນ​ຂົງ​ເຂດ​ນັ້ນ​ກ່ອນ, ແລະ ໄດ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ສາດ​ສະ​ໜາ​ຈັກ​ບໍ່​ວ່າ​ບ່ອນ​ໃດ​ກໍ​ຕາມ​ທີ່​ມີ​ຢູ່, ແລະ ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ໃນ​ເມືອງ ໂຄນສະວຽວ; ເພາະ, ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ອະ​ທິ​ຖານ​ຫາ​ເຮົາ​ດ້ວຍ​ສັດທາ​ຢ່າງ​ຫລວງ​ຫລາຍ.

3 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ, ວ່າ​ເຮົາ​ເຫັນ​ສົມ​ຄວນ​ທີ່​ພວກ​ເຂົາ​ຈະ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ລັດ ໂອ​ໄຮ​ໂອ, ເພື່ອ​ຕຽມ​ສຳ​ລັບ​ເວລາ​ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ອໍ​ລີ​ເວີ ຄາວ​ເດີຣີ ຈະ​ກັບ​ມາ​ຫາ​ພວກ​ເຂົາ.

4 ຈົ່ງ​ເບິ່ງ, ນີ້​ຄື​ປັນ​ຍາ, ແລະ ໃຫ້​ມະນຸດ​ທຸກ​ຄົນ ເລືອກ​ເພື່ອ​ຕົນ​ເອງ​ຈົນ​ກວ່າ​ເຮົາ​ຈະ​ມາ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.