ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 47


ພາກ​ທີ 47

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 8 ເດືອນ​ມີນາ, 1831. ຈອນ ວິດເມີ, ຜູ້​ໄດ້​ຮັບ​ໃຊ້​ມາ​ແລ້ວ ໃນ​ຖານະ​ເປັນ​ສະ​ໝຽນ​ໃຫ້​ສາດ​ສະ​ດາ, ຕອນ​ຕົ້ນ​ກໍ​ລັງ​ເລ ຕອນ​ລາວ​ໄດ້​ຖືກ​ຂໍ​ໃຫ້​ຮັບ​ໃຊ້ ເປັນ​ຜູ້​ບັນ​ທຶກ​ປະຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ, ແທນ​ອໍ​ລີ​ເວີ ຄາວ​ເດີຣີ. ລາວ​ໄດ້​ຂຽນ​ວ່າ, “ຂ້າ​ພະ​ເຈົ້າ​ກໍ​ບໍ່​ຢາກ​ເປັນ​ດອກ ພຽງ​ແຕ່​ຢາກ​ສັງ​ເກດ​ເບິ່ງ ພຣະ​ປະສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ສຳ​ເລັດ​ແນວ​ໃດ, ແລະ ຖ້າ​ຫາກ​ພຣະອົງ​ປະສົງ​ໃຫ້​ຂ້າພະ​ເຈົ້າ​ເປັນ, ຂ້າ​ພະ​ເຈົ້າ ກໍ​ຂໍ​ໃຫ້​ພຣະ​ອົງ​ສະແດງ​ໃຫ້​ປະຈັກ​ແກ່​ໂຈເຊັບ ຜູ້​ພະ​ຍາ​ກອນ.” ຫລັງ​ຈາກ​ໂຈເຊັບ ສະມິດ ໄດ້​ຮັບ​ການ​ເປີດ​ເຜີຍ​ນີ້, ຈອນ ວິດເມີ ກໍ​ໄດ້​ຍອມ​ຮັບ ແລະ ໄດ້​ຮັບ​ໃຊ້ ໃນ​ໜ້າ​ທີ່​ມອບ​ໝາຍ​ຂອງ​ລາວ.

1–4, ຈອນ ວິດເມີ ຖືກ​ກຳ​ນົດ​ໃຫ້​ຮັກ​ສາ​ປະຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ ແລະ ຂຽນ​ໃຫ້​ສາດ​ສະ​ດາ.

1 ຈົ່ງ​ເບິ່ງ, ເຮົາ​ເຫັນ​ສົມ​ຄວນ​ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຈອນ ຈະ​ຂຽນ ແລະ ບັນ​ທຶກ ປະຫວັດ​ສາດ​ເປັນ​ປະ​ຈຳ, ແລະ ຊ່ວຍ​ເຫລືອ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ, ໃນ​ການ​ຂຽນ​ທຸກ​ເລື່ອງ ຊຶ່ງ​ຈະ​ຖືກ​ມອບ​ໃຫ້​ແກ່​ເຈົ້າ, ຈົນ​ກວ່າ​ລາວ​ຖືກ​ເອີ້ນ​ໃຫ້​ເຮັດ​ໜ້າ​ທີ່​ອື່ນ​ຕໍ່​ໄປ.

2 ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ລາວ​ຍັງ​ສາ​ມາດ​ເປັ່ງ​ສຽງ​ຂອງ​ລາວ​ອີກ​ໃນ​ກອງ​ປະ​ຊຸມ​ນຳ​ອີກ, ເມື່ອ​ໃດ​ກໍ​ຕາມ​ທີ່​ຈະ​ເປັນ​ການ​ສົມ​ຄວນ.

3 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ຈະ​ກຳ​ນົດ​ລາວ​ໃຫ້​ຮັກ​ສາ​ບັນ​ທຶກ​ຂອງ​ສາດ​ສະ​ໜາ​ຈັກ ແລະ ປະຫວັດ​ສາດ​ຕໍ່ໆ​ໄປ; ເພາະ​ເຮົາ​ໄດ້​ກຳ​ນົດ​ອໍ​ລີ​ເວີ ຄາວ​ເດີຣີ ຕໍ່​ຕຳ​ແໜ່ງ​ອື່ນ.

4 ດັ່ງ​ນັ້ນ, ມັນ​ຈະ​ຖືກ​ມອບ​ໃຫ້​ລາວ, ຕາບໃດ​ທີ່​ລາວ​ຊື່​ສັດ, ໂດຍ ພຣະ​ຜູ້​ປອບ​ໂຍນ, ເພື່ອ​ຂຽນ​ເລື່ອງ​ເຫລົ່າ​ນີ້. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.