ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 86


ພາກທີ 86

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 6 ເດືອນ​ທັນວາ, 1832. ການ​ເປີດ​ເຜີຍ​ນີ້​ໄດ້​ຮັບ​ໃນ​ຂະນະ​ທີ່​ສາດ​ສະ​ດາ​ໄດ້​ທົບ​ທວນ ແລະ ຮຽບ​ຮຽງ​ການ​ແປ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ.

1–7, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ຄວາມ​ໝາຍ​ກ່ຽວ​ກັບ​ຄຳ​ອຸປະມາ​ເລື່ອງ​ເຂົ້າ​ເປືອກ ແລະ ເຂົ້າ​ນົກ; 8–11, ພຣະ​ອົງ​ອະ​ທິ​ບາຍ​ພຣະ​ພອນ​ຂອງ​ຖານະ​ປະ​ໂລ​ຫິດ​ສຳ​ລັບ​ຄົນ​ເຫລົ່າ​ນັ້ນ​ທີ່​ເປັນ​ທາ​ຍາດ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ໃນ​ທາງ​ເນື້ອ​ໜັງ.

1 ຕາມ​ຄວາມ​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ກັບ​ພວກ​ເຈົ້າ​ທັງ​ຫລາຍ​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ກ່ຽວ​ກັບ ຄຳ​ອຸປະມາ​ເລື່ອງ​ເຂົ້າ​ເປືອກ ແລະ ເຂົ້າ​ນົກ:

2 ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ວ່າ ທົ່ງ​ຄື​ໂລກ, ແລະ ອັກຄະ​ສາວົກ​ຄື​ຜູ້​ຫວ່ານ​ເມັດ​ພືດ;

3 ແລະ ຫລັງ​ຈາກ​ເຂົາ​ເຈົ້າ​ໄດ້​ຫລັບ​ໄປ ຜູ້​ຂົ່ມ​ເຫັງ​ທີ່​ຍິ່ງ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ, ຜູ້​ປະ​ຖິ້ມ​ຄວາມ​ເຊື່ອ, ໂສ​ເພ​ນີ, ແມ່ນ​ແຕ່ ບາ​ບີ​ໂລນ, ທີ່​ເຮັດ​ໃຫ້​ທຸກ​ປະ​ຊາ​ຊາດ​ດື່ມ​ຈາກ​ຖ້ວຍ​ຂອງ​ນາງ, ຊຶ່ງ​ໃນ​ໃຈ​ຂອງ​ພວກ​ເຂົາ, ສັດ​ຕູ, ແມ່ນ​ແຕ່​ຊາຕານ, ນັ່ງ​ຢູ່​ເທິງ​ບັນ​ລັງ—ຈົ່ງ​ເບິ່ງ ມັນ​ໄດ້​ຫວ່ານ​ເຂົ້າ​ນົກ; ດັ່ງ​ນັ້ນ, ເຂົ້າ​ນົກ​ຈຶ່ງ​ຫຸ້ມ​ຮັດ​ເຂົ້າ​ເປືອກ ແລະ ຂັບ​ໄລ່ ສາດ​ສະ​ໜາ​ຈັກ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

4 ແຕ່ ຈົ່ງ​ເບິ່ງ, ໃນ ຍຸກ​ສຸດ​ທ້າຍ, ແມ່ນ​ແຕ່​ບັດ​ນີ້ ໃນ​ຂະນະ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ພວມ​ເລີ່ມ​ນຳ​ພຣະ​ຄຳ​ອອກ​ມາ, ແລະ ຕົ້ນ​ເຂົ້າ​ພວມ​ປົ່ງ​ໃບ ແລະ ຍັງ​ອ່ອນ​ຢູ່—

5 ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ເຫລົ່າ​ທູດ​ໄດ້​ຮ້ອງ​ທູນ​ພຣະ​ຜູ້​ເປັນ​ເຈົ້າ​ທັງ​ວັນ ແລະ ຄືນ, ຜູ້​ພ້ອມ​ແລ້ວ ແລະ ຄອຍ​ຖ້າ​ທີ່​ຈະ​ຖືກ​ສົ່ງ​ອອກ​ໄປ ເກັບ​ກ່ຽວ​ຢູ່​ໃນ​ທົ່ງ;

6 ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ ບໍ່​ໃຫ້​ຫລົກ​ເຂົ້າ​ນົກ ໃນ​ຂະນະ​ໃບ​ເຂົ້າ​ຍັງ​ອ່ອນ​ຢູ່ (ເພາະ​ຕາມ​ຄວາມ​ຈິງ​ແລ້ວ ສັດທາ​ຂອງ​ພວກ​ເຈົ້າ​ຍັງ​ອ່ອນ​ແອ​ຢູ່), ຖ້າ​ບໍ່​ດັ່ງ​ນັ້ນ​ພວກ​ເຈົ້າ​ຈະ​ທຳ​ລາຍ​ເຂົ້າ​ເປືອກ​ຄື​ກັນ.

7 ສະນັ້ນ, ຈົ່ງ​ໃຫ້​ເຂົ້າ​ເປືອກ ແລະ ເຂົ້າ​ນົກ​ເຕີບ​ໂຕ​ຂຶ້ນ​ນຳ​ກັນ ຈົນ​ກວ່າ​ເຖິງ​ເວລາ​ທີ່​ມັນ​ສຸກ​ເຕັມ​ທີ່; ຈາກ​ນັ້ນ ກ່ອນ​ອື່ນ​ໝົດ ໃຫ້​ພວກ​ເຈົ້າ​ເຕົ້າ​ໂຮມ​ເອົາ​ເຂົ້າ​ເປືອກ​ຈາກ​ທ່າມ​ກາງ​ເຂົ້າ​ນົກ, ແລະ ຫລັງ​ຈາກ​ໄດ້​ເຕົ້າ​ໂຮມ​ເອົາ​ເຂົ້າ​ເປືອກ​ແລ້ວ, ຈົ່ງ​ເບິ່ງ ແລະ ເບິ່ງ​ແມ, ເຂົ້າ​ນົກ​ຈະ​ຖືກ​ເຕົ້າ​ໂຮມ​ໄວ້​ເປັນ​ມັດໆ, ແລະ ທົ່ງ​ເຫລືອ​ຢູ່​ເພື່ອ​ຈະ​ຖືກ​ເຜົາ.

8 ສະນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ກັບ​ພວກ​ເຈົ້າ, ກັບ​ຜູ້​ທີ່ ຖານະ​ປະ​ໂລ​ຫິດ​ໄດ້​ສືບ​ຕໍ່​ດຳ​ລົງ​ຢູ່​ຜ່ານ​ທາ​ຍາດ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຈົ້າ—

9 ເພາະ​ພວກ​ເຈົ້າ​ເປັນ ທາ​ຍາດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ, ຕາມ​ທາງ​ເນື້ອ​ໜັງ, ແລະ ໄດ້​ຖືກ ເຊື່ອງ​ໄວ້​ຈາກ​ໂລກ​ກັບ​ພຣະ​ຄຣິດ​ໃນ​ພຣະ​ເຈົ້າ—

10 ສະນັ້ນ ຊີ​ວິດ​ຂອງ​ພວກ​ເຈົ້າ ແລະ ຖານະ​ປະ​ໂລ​ຫິດ​ຍັງ​ສືບ​ຕໍ່​ດຳ​ລົງ​ຢູ່, ແລະ ຈຳ​ເປັນ​ຕ້ອງ​ສືບ​ຕໍ່​ດຳ​ລົງ​ຢູ່​ໂດຍ​ຜ່ານ​ພວກ​ເຈົ້າ ແລະ ທາ​ຍາດ​ຂອງ​ພວກ​ເຈົ້າ ຈົນ​ກວ່າ​ຈະ​ເຖິງ ການ​ຟື້ນ​ຟູ​ຂອງ​ທຸກ​ສິ່ງ​ທັງ​ປວງ ຊຶ່ງ​ເວົ້າ​ໄວ້​ໂດຍ​ປາກ​ຂອງ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ທຸກ​ຄົນ​ນັບ​ແຕ່​ການ​ເລີ່ມ​ຕົ້ນ​ຂອງ​ໂລກ.

11 ສະນັ້ນ, ພວກ​ເຈົ້າ​ເປັນ​ສຸກ​ແລ້ວ ຖ້າ​ຫາກ​ພວກ​ເຈົ້າ​ສືບ​ຕໍ່​ຢູ່​ໃນ​ຄຸນ​ຄວາມ​ດີ​ຂອງ​ເຮົາ, ທີ່​ເປັນ ຄວາມ​ສະ​ຫວ່າງ​ແກ່​ຄົນ​ຕ່າງ​ຊາດ, ແລະ ໂດຍ​ຜ່ານ​ຖານະ​ປະ​ໂລ​ຫິດ​ນີ້, ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແກ່​ຜູ້​ຄົນ​ຂອງ​ເຮົາ ອິດສະ​ຣາເອນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ເລື່ອງ​ນີ້. ອາແມນ.