ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 45


ພາກ​ທີ 45

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ແກ່​ສາດ​ສະ​ໜາ​ຈັກ, ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 7 ເດືອນ​ມີນາ, 1831. ໃນ​ບົດ​ຄຳ​ນຳ​ຂອງ​ການ​ບັນ​ທຶກ​ຕໍ່​ການ​ເປີດ​ເຜີຍ​ນີ້, ປະຫວັດ​ຂອງ​ໂຈເຊັບ ສະມິດ​ກ່າວ​ວ່າ “ໃນ​ຍຸກ​ນີ້​ຂອງ​ສາດ​ສະ​ໜາ​ຈັກ … ມີ​ການ​ລາຍ​ງານ​ເທັດ … ແລະ ເລື່ອງ​ໂງ່​ຈ້າ​ຫລາຍ​ຢ່າງ​ຖືກ​ພິມ​ອອກ​ມາ … ແລະ ແຜ່​ຂ່າວ​ໄປ​ທົ່ວ, … ເພື່ອ​ກີດ​ກັນ​ຜູ້​ຄົນ​ບໍ່​ໃຫ້​ສົນ​ໃຈ​ວຽກ​ງານ, ຫລື ຮັບ​ເອົາ​ຄວາມ​ເຊື່ອ. … ແຕ່​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຊື່ນ​ຊົມ, … ເພາະ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ດັ່ງ​ຕໍ່​ໄປ​ນີ້.”

1–5, ພຣະ​ຄຣິດ​ເປັນ​ຜູ້​ວິງ​ວອນ​ແທນ​ພວກ​ເຮົາ​ນຳ​ພຣະ​ບິດາ; 6–10, ພຣະ​ກິດ​ຕິ​ຄຸນ​ເປັນ​ຜູ້​ສົ່ງ​ຂ່າວ​ທີ່​ຕຽມ​ທາງ​ໄວ້​ກ່ອນ​ພຣະ​ຜູ້​ເປັນ​ເຈົ້າ; 11–15, ເອນົກ ແລະ ພີ່​ນ້ອງ​ຂອງ​ເພິ່ນ​ຖືກ​ຮັບ​ໄປ​ຢູ່​ນຳ​ພຣະ​ຜູ້​ເປັນ​ເຈົ້າ; 16–23, ພຣະ​ຄຣິດ​ເປີດ​ເຜີຍ​ເຄື່ອງ​ໝາຍ​ແຫ່ງ​ການ​ມາ​ຂອງ​ພຣະ​ອົງ​ດັ່ງ​ທີ່​ໃຫ້​ໄວ້​ຢູ່​ພູ​ໝາກ​ກອກ​ເທດ; 24–38, ພຣະ​ກິດ​ຕິ​ຄຸນ​ຈະ​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່, ເວລາ​ຂອງ​ຄົນ​ຕ່າງ​ຊາດ​ຈະ​ສິ້ນ​ສຸດ, ແລະ ໂຣກ​ພະ​ຍາດ​ແຫ່ງ​ຄວາມ​ພິນາດ​ຈະ​ປົກ​ຄຸມ​ແຜ່ນ​ດິນ; 39–47, ເຄື່ອງ​ໝາຍ, ການ​ມະຫັດ​ສະຈັນ, ແລະ ການ​ຟື້ນ​ຄືນ​ຊີ​ວິດ​ຈະ​ເກີດ​ຂຶ້ນ​ພ້ອມ​ກັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ; 48–53, ພຣະ​ຄຣິດ​ຈະ​ຢືນ​ຢູ່​ເທິງ​ພູ​ໝາກ​ກອກ​ເທດ, ແລະ ຊາວ​ຢິວ​ຈະ​ເຫັນ​ຮອຍ​ແຜ​ໃນ​ພຣະ​ຫັດ ແລະ ພຣະ​ບາດ​ຂອງ​ພຣະ​ອົງ; 54–59, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປົກ​ຄອງ​ໃນ​ຊ່ວງ​ໄລ​ຍະ​ພັນ​ປີ; 60–62, ສາດ​ສະ​ດາ​ໄດ້​ຖືກ​ແນະນຳ​ໃຫ້​ເລີ່ມ​ຕົ້ນ​ການ​ແປ​ພຣະ​ຄຳ​ພີ​ໃໝ່, ຊຶ່ງ​ຜ່ານ​ວຽກ​ງານ​ນັ້ນ​ຂໍ້​ມູນ​ອັນ​ສຳ​ຄັນ​ຈະ​ຖືກ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ; 63–75, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຖືກ​ບັນ​ຊາ​ໃຫ້​ໄປ​ເຕົ້າ​ໂຮມ​ກັນ ແລະ ສ້າງ​ສາ​ເຢຣູ​ຊາເລັມ​ໃໝ່, ຊຶ່ງ​ຜູ້​ຄົນ​ຈາກ​ປະ​ຊາ​ຊາດ​ທັງ​ຫລາຍ​ຈະ​ມາ​ຫາ​ທີ່​ນັ້ນ.

1 ຈົ່ງ​ເຊື່ອ​ຟັງ, ໂອ້ ພວກ​ເຈົ້າ​ຜູ້​ຄົນ​ແຫ່ງ ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ຜູ້​ຊຶ່ງ ອາ​ນາ​ຈັກ​ຖືກ​ມອບ​ໃຫ້; ຈົ່ງ​ເຊື່ອ​ຟັງ ແລະ ຈົ່ງ​ງ່ຽງ​ຫູ​ຟັງຜູ້​ໄດ້​ວາງ​ຮາກ​ຖານ​ຂອງ​ແຜ່ນ​ດິນ​ໂລກ, ຜູ້​ໄດ້ ສ້າງ​ຟ້າ​ສະຫວັນ ແລະ ໄພ່​ພົນ​ທັງ​ໝົດ​ໃນ​ນັ້ນ, ແລະ ໂດຍ​ພຣະ​ອົງ​ທຸກ​ສິ່ງ​ທັງ​ປວງ​ໄດ້​ຖືກ​ສ້າງ​ມາ​ຊຶ່ງ​ມີ​ຊີ​ວິດ, ແລະ ເຄື່ອນ​ໄຫວ, ແລະ ດຳ​ລົງ​ຢູ່.

2 ແລະ ອີກ​ເທື່ອ​ໜຶ່ງ ເຮົາ​ກ່າວ​ວ່າ ຈົ່ງ​ເຊື່ອ​ຟັງ​ສຽງ​ຂອງ​ເຮົາ, ຖ້າ​ບໍ່​ດັ່ງ​ນັ້ນ ຄວາມ​ຕາຍ​ຈະ​ນຳ​ມາ​ທັນ​ພວກ​ເຈົ້າ; ໃນ ຊົ່ວ​ໂມງ​ທີ່​ພວກ​ເຈົ້າ​ບໍ່​ຄິດ​ລະ​ດູ​ຮ້ອນ​ຈະ​ຜ່ານ​ໄປ, ແລະ ການ ເກັບ​ກ່ຽວ​ສິ້ນ​ສຸດ​ລົງ​ແລ້ວ, ແລະ ຈິດ​ວິນ​ຍານ​ຂອງ​ພວກ​ເຈົ້າ​ບໍ່​ລອດ.

3 ຈົ່ງ​ຟັງ​ພຣະ​ອົງ ຜູ້​ວິງ​ວອນ​ແທນ​ພວກ​ເຈົ້າ​ນຳ​ພຣະ​ບິດາ, ຜູ້​ອ້ອນ​ວອນ​ແກ້​ຕາງ​ພວກ​ເຈົ້າ​ນຳ​ພຣະ​ອົງ—

4 ມີ​ຄວາມ​ວ່າ: ພຣະ​ບິດາ​ເອີຍ, ຈົ່ງ​ເບິ່ງ ຄວາມ​ທຸກ​ທໍ​ລະ​ມານ ແລະ ຄວາມ​ຕາຍ​ຂອງ​ຄົນ​ທີ່​ບໍ່​ໄດ້​ເຮັດ ບາບ, ຜູ້​ຊຶ່ງ ພຣະ​ອົງ​ພໍ​ພຣະ​ໄທ​ຫລາຍ; ຂໍ​ພຣະ​ອົງ​ຈົ່ງ​ເບິ່ງ​ໂລ​ຫິດ​ຂອງ​ບຸດ​ຂອງ​ພຣະ​ອົງ​ທີ່​ໄດ້​ຫລັ່ງ​ໄຫລ, ໂລ​ຫິດ​ຂອງ​ຜູ້​ທີ່​ພຣະ​ອົງ​ໄດ້​ມອບ​ໃຫ້ ເພື່ອ​ພຣະ​ອົງ​ເອງ​ຈະ​ໄດ້​ຮັບ ສະ​ຫງ່າ​ລາ​ສີ;

5 ດັ່ງ​ນັ້ນ, ພຣະ​ບິດາ​ເອີຍ, ຈົ່ງ​ໂຜດ​ພີ່​ນ້ອງ​ເຫລົ່າ​ນີ້​ຂອງ​ລູກ​ທີ່ ເຊື່ອ​ໃນ​ນາມ​ຂອງ​ລູກ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ມາ​ຫາ​ລູກ ແລະ ມີ ຊີ​ວິດ​ອັນ​ເປັນ​ນິດ.

6 ຈົ່ງ​ເຊື່ອ​ຟັງ, ໂອ້ ພວກ​ເຈົ້າ​ຜູ້​ຄົນ​ແຫ່ງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ແລະ ພວກ​ເຈົ້າ​ແອວເດີ​ຈົ່ງ​ຟັງ​ນຳ​ກັນ, ແລະ ໄດ້​ຍິນ​ສຽງ​ຂອງ​ເຮົາ​ໃນ​ເວລາ​ທີ່​ເອີ້ນ​ວ່າ ມື້​ນີ້, ແລະ ຢ່າ​ເຮັດ​ໃຈ​ແຂງ​ກະ​ດ້າງ;

7 ເພາະ​ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເຮົາ​ຄື ອາລະ​ຟາ ແລະ ໂອ​ເມຄາ, ເປັນ​ຕົ້ນ ແລະ ທີ່​ສຸດ, ເປັນ​ຄວາມ​ສະ​ຫວ່າງ ແລະ ຊີ​ວິດ​ຂອງ​ໂລກ—ຄວາມ​ສະ​ຫວ່າງ​ຊຶ່ງ​ສ່ອງ​ແສງ​ຢູ່​ໃນ​ຄວາມ​ມືດ ແລະ ຄວາມ​ມືດ​ບໍ່​ເຂົ້າ​ໃຈ​ມັນ​ເລີຍ;

8 ເຮົາ​ໄດ້​ມາ​ຫາ​ຜູ້​ຄົນ​ຂອງ​ເຮົາ, ແລະ ຜູ້​ຄົນ​ຂອງ​ເຮົາ​ບໍ່​ໄດ້​ຮັບ​ເອົາ​ເຮົາ; ແຕ່​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ຮັບ​ເຮົາ, ເຮົາ​ຈະ​ມອບ ອຳນາດ​ໃຫ້​ເຮັດ ສິ່ງ​ມະຫັດ​ສະຈັນ​ຫລາຍ​ຢ່າງ, ແລະ ເພື່ອ​ກາຍ​ເປັນ ບຸດ​ຂອງ​ພຣະ​ເຈົ້າ; ແລະ ແມ່ນ​ແຕ່​ຕໍ່​ຄົນ​ທີ່ ເຊື່ອ​ໃນ​ນາມ​ຂອງ​ເຮົາ, ເຮົາ​ກໍ​ຈະ​ມອບ​ອຳນາດ​ໃຫ້​ເພື່ອ​ຈະ​ໄດ້​ມີ ຊີ​ວິດ​ນິ​ລັນ​ດອນ.

9 ແລະ ແມ່ນ​ແຕ່​ດັ່ງ​ນັ້ນ ເຮົາ​ໄດ້​ສົ່ງ ພັນທະ​ສັນ​ຍາ ອັນ​ເປັນ​ນິດ​ຂອງ​ເຮົາ​ມາ​ໃນ​ໂລກ, ເພື່ອ​ເປັນ​ຄວາມ​ສະ​ຫວ່າງ​ແກ່​ໂລກ, ແລະ ເປັນ ທຸງ​ສັນ​ຍານ​ໃຫ້​ຜູ້​ຄົນ​ຂອງ​ເຮົາ, ແລະ ໃຫ້ ຄົນ​ຕ່າງ​ຊາດ​ສະແຫວງ​ຫາ​ມັນ, ແລະ ໃຫ້​ເປັນ ຜູ້​ສົ່ງ​ຂ່າວ​ກ່ອນ​ໜ້າ​ເຮົາ ເພື່ອ​ຕຽມ​ທາງ​ໄວ້​ກ່ອນ​ເຮົາ.

10 ດັ່ງ​ນັ້ນ, ຈົ່ງ​ມາ​ຫາ​ມັນ, ແລະ ກັບ​ຜູ້​ທີ່​ມາ ເຮົາ​ຈະ​ໃຫ້​ເຫດ​ຜົນ​ດັ່ງ​ທີ່​ໃຫ້​ກັບ​ຄົນ​ໃນ​ສະ​ໄໝ​ບູຮານ, ແລະ ເຮົາ ຈະ​ສະແດງ​ເຫດ​ຜົນ​ອັນ​ມີ ພະ​ລັງ​ແກ່​ພວກ​ເຈົ້າ.

11 ດັ່ງ​ນັ້ນ, ຈົ່ງ​ເຊື່ອ​ຟັງ​ນຳ​ກັນ ແລະ ໃຫ້​ເຮົາ​ສະແດງ​ແມ່ນ​ແຕ່​ຄວາມ​ສະຫລຽວ​ສະຫລາດ​ຂອງ​ເຮົາ​ແກ່​ພວກ​ເຈົ້າ—ຄວາມ​ສະຫລຽວ​ສະຫລາດ​ຂອງ​ພຣະ​ອົງ ຜູ້​ຊຶ່ງ​ພວກ​ເຈົ້າ​ກ່າວ​ວ່າ​ເປັນ​ພຣະ​ເຈົ້າ​ຂອງ ເອນົກ, ແລະ ພີ່​ນ້ອງ​ຂອງ​ລາວ,

12 ຜູ້​ທີ່​ຖືກ ແຍກ​ໄປ​ຈາກ​ແຜ່ນ​ດິນ​ໂລກ, ແລະ ຖືກ​ຮັບ​ໄວ້​ກັບ​ຕົວ​ເຮົາ​ເອງ—ເມືອງ​ທີ່​ຖືກ​ຮັກ​ສາ​ໄວ້​ຈົນ​ກວ່າ ວັນ​ແຫ່ງ​ຄວາມ​ຊອບ​ທຳ​ຈະ​ມາ​ເຖິງ—ວັນ​ຊຶ່ງ​ຄົນ​ບໍ​ລິ​ສຸດ​ທັງ​ປວງ​ສະແຫວງ​ຫາ, ແລະ ເຂົາ​ບໍ່​ພົບ​ມັນ​ເລີຍ ເພາະ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ;

13 ແລະ ເຂົາ​ຍອມ​ຮັບ​ວ່າ​ເປັນ​ພຽງ​ແຕ່ ຄົນ​ຕ່າງ​ດ້າວ ແລະ ຊາວ​ອົບ​ພະ​ຍົບ​ເທິງ​ແຜ່ນ​ດິນ​ໂລກ;

14 ແຕ່​ໄດ້​ຮັບ ຄຳ​ສັນ​ຍາ​ວ່າ ເຂົາ​ຈະ​ພົບ​ມັນ ແລະ ເຫັນ​ມັນ​ໃນ​ເນື້ອ​ໜັງ​ຂອງ​ເຂົາ.

15 ດັ່ງ​ນັ້ນ, ຈົ່ງ​ເຊື່ອ​ຟັງ ແລະ ເຮົາ​ຈະ​ໃຫ້​ເຫດ​ຜົນ​ກັບ​ພວກ​ເຈົ້າ, ແລະ ເຮົາ​ຈະ​ກ່າວ​ກັບ​ພວກ​ເຈົ້າ ແລະ ທຳ​ນາຍ, ດັ່ງ​ທີ່​ເຮັດ​ກັບ​ຄົນ​ໃນ​ສະ​ໄໝ​ບູຮານ.

16 ແລະ ເຮົາ​ຈະ​ສະແດງ​ມັນ​ໃຫ້​ເຫັນ​ຢ່າງ​ແຈ່ມ​ແຈ້ງ​ດັ່ງ​ທີ່​ເຮົາ​ໄດ້ ສະແດງ​ມັນ​ແກ່​ສາ​ນຸ​ສິດ​ຂອງ​ເຮົາ​ຂະນະ​ທີ່​ເຮົາ​ໄດ້​ຢືນ​ຢູ່​ຕໍ່​ໜ້າ​ພວກ​ເຂົາ​ໃນ​ເນື້ອ​ໜັງ, ແລະ ໄດ້​ກ່າວ​ກັບ​ພວກ​ເຂົາ, ມີ​ຄວາມ​ວ່າ: ດັ່ງ​ທີ່​ພວກ​ເຈົ້າ​ໄດ້​ຖາມ​ເຮົາ​ກ່ຽວ​ກັບ ເຄື່ອງ​ໝາຍ​ຂອງ​ການ​ມາ​ຂອງ​ເຮົາ, ໃນ​ວັນ​ທີ່​ເຮົາ​ຈະ​ມາ​ໃນ​ລັດ​ສະ​ໝີ​ພາບ​ຂອງ​ເຮົາ​ໃນ​ໝູ່​ເມກ​ແຫ່ງ​ຟ້າ​ສະຫວັນ, ເພື່ອ​ເຮັດ​ໃຫ້​ຄຳ​ສັນ​ຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຈົ້າ​ສຳ​ເລັດ​ຄົບ​ຖ້ວນ,

17 ເພາະ​ເນື່ອງ​ດ້ວຍ​ພວກ​ເຈົ້າ​ໄດ້​ຄິດ​ວ່າ ການ​ແຍກ​ຂອງ ວິນ​ຍານ ແລະ ຮ່າງ​ກາຍ​ຂອງ​ພວກ​ເຈົ້າ​ເປັນ​ເວລາ​ດົນ​ນານ ເປັນ​ການ​ຈ່ອງ​ຈຳ, ເຮົາ​ຈຶ່ງ​ຈະ​ສະແດງ​ໃຫ້​ພວກ​ເຈົ້າ​ເຫັນ​ວ່າ ວັນ​ແຫ່ງ​ການ​ໄຖ່​ຈະ​ມາ​ຢ່າງ​ໃດ, ແລະ ການ​ຟື້ນ​ຟູ​ຊາວ​ອິດສະ​ຣາເອນ​ທີ່ ກະ​ຈັດ​ກະຈາຍ​ໄປ​ນຳ​ອີກ.

18 ແລະ ບັດ​ນີ້ ພວກ​ເຈົ້າ​ຫລຽວ​ເບິ່ງ​ພຣະ​ວິຫານ​ນີ້ ຊຶ່ງ​ຢູ່​ໃນ​ເຢຣູ​ຊາເລັມ, ຊຶ່ງ​ພວກ​ເຈົ້າ​ເອີ້ນ​ວ່າ​ບ້ານ​ຂອງ​ພຣະ​ເຈົ້າ, ແລະ ສັດ​ຕູ​ຂອງ​ພວກ​ເຈົ້າ​ກ່າວ​ວ່າ​ບ້ານ​ຫລັງ​ນີ້​ຈະ​ບໍ່​ພິນາດ​ເລີຍ.

19 ແຕ່, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຄວາມ​ພິນາດ​ຈະ​ມາ​ສູ່​ຄົນ​ລຸ້ນ​ນີ້​ເໝືອນ​ດັ່ງ​ຂະ​ໂມຍ​ໃນ​ຍາມ​ກາງ​ຄືນ, ແລະ ຜູ້​ຄົນ​ເຫລົ່າ​ນີ້​ຈະ​ຖືກ​ທຳ​ລາຍ ແລະ ກະ​ຈັດ​ກະ​ຈາຍ​ໄປ​ໃນ​ບັນ​ດາ​ປະ​ຊາ​ຊາດ​ທັງ​ປວງ.

20 ແລະ ພຣະ​ວິຫານ​ແຫ່ງ​ນີ້ ຊຶ່ງ​ພວກ​ເຈົ້າ​ເຫັນ​ຢູ່​ຕອນ​ນີ້​ຈະ​ຖືກ​ພັງ​ລົງ​ຈົນ​ວ່າ​ບໍ່​ເຫລືອ​ແມ່ນ​ແຕ່​ຫີນ​ກ້ອນ​ໜຶ່ງ.

21 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຊາວ​ຢິວ​ລຸ້ນ​ນີ້​ຈະ​ບໍ່​ລ່ວງ​ລັບ​ໄປ​ຈົນ​ກວ່າ​ຄວາມ​ພິນາດ​ຊຶ່ງ​ເຮົາ​ໄດ້​ບອກ​ພວກ​ເຈົ້າ​ກ່ຽວ​ກັບ​ເຂົາ​ຈະ​ບັງ​ເກີດ​ຂຶ້ນ.

22 ພວກ​ເຈົ້າ​ກ່າວ​ວ່າ ພວກ​ເຈົ້າ​ຮູ້​ວ່າ ຄາວ ສິ້ນສຸດ​ໂລກ​ມາ​ເຖິງ​ແລ້ວ; ພວກ​ເຈົ້າ​ຍັງ​ໄດ້​ກ່າວ​ຕື່ມ​ອີກ​ວ່າ ພວກ​ເຈົ້າ​ຮູ້​ວ່າ​ຟ້າ​ສະຫວັນ ແລະ ແຜ່ນ​ດິນ​ໂລກ​ຈະ​ສູນ​ສິ້ນ​ໄປ;

23 ແລະ ໃນ​ນີ້​ພວກ​ເຈົ້າ​ກ່າວ​ຖືກ​ແລ້ວ, ເພາະ​ມັນ​ເປັນ​ແນວ​ນັ້ນ​ແທ້; ແຕ່​ສິ່ງ​ເຫລົ່າ​ນີ້​ຊຶ່ງ​ເຮົາ​ໄດ້​ບອກ​ພວກ​ເຈົ້າ ຈະ​ບໍ່​ສູນ​ສິ້ນ​ໄປ​ຈົນ​ກວ່າ​ທຸກ​ສິ່ງ​ຈະ​ສຳ​ເລັດ​ຄົບ​ຖ້ວນ.

24 ແລະ ສິ່ງ​ນີ້​ເຮົາ​ໄດ້​ບອກ​ພວກ​ເຈົ້າ​ກ່ຽວ​ກັບ​ເຢຣູ​ຊາເລັມ; ແລະ ເມື່ອ​ວັນ​ນັ້ນ​ຈະ​ມາ​ເຖິງ, ສ່ວນ​ໜຶ່ງ​ທີ່​ເຫລືອ​ຢູ່​ຈະ ກະ​ຈັດ​ກະ​ຈາຍ​ກັນ​ໄປ​ໃນ​ບັນ​ດາ​ປະ​ຊາ​ຊາດ​ທັງ​ປວງ;

25 ແຕ່​ເຂົາ​ຈະ​ຖືກ ເຕົ້າ​ໂຮມ​ເຂົ້າ​ກັນ​ອີກ; ແຕ່​ເຂົາ​ຈະ​ດຳ​ລົງ​ຢູ່​ຈົນ​ກວ່າ​ເວລາ​ຂອງ ຄົນ​ຕ່າງ​ຊາດ​ຈະ​ສິ້ນ​ສຸດ​ລົງ.

26 ແລະ ໃນ ວັນ​ນັ້ນ​ຈະ​ໄດ້​ຍິນ​ເລື່ອງ ສົງ​ຄາມ ແລະ ຂ່າວ​ລື​ເລື່ອງ​ສົງ​ຄາມ, ແລະ ທັງ​ແຜ່ນ​ດິນ​ໂລກ ຈະ​ສັບ​ສົນ​ວຸ້ນ​ວາຍ, ແລະ ໃຈ​ຂອງ​ມະນຸດ​ຈະ ທໍ້​ແທ້, ແລະ ເຂົາ​ຈະ​ກ່າວ​ວ່າ​ພຣະ​ຄຣິດ ຊັກ​ຊ້າ​ໃນ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ​ຈົນ​ກວ່າ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ.

27 ແລະ ຄວາມ​ຮັກ​ຂອງ​ມະນຸດ​ຈະ​ເຢັນ​ຊາ, ແລະ ຄວາມ​ຊົ່ວ​ຮ້າຍ​ຈະ​ມີ​ຢ່າງ​ຫລວງ​ຫລາຍ.

28 ແລະ ເມື່ອ​ເວລາ​ຂອງ ຄົນ​ຕ່າງ​ຊາດ​ໄດ້​ມາ​ເຖິງ, ຄວາມ​ສະ​ຫວ່າງ​ຈະ​ສ່ອງ​ແສງ​ເຂົ້າ​ໄປ​ໃນ​ບັນ​ດາ​ຄົນ​ທີ່​ນັ່ງ​ຢູ່​ໃນ​ຄວາມ​ມືດ, ແລະ ມັນ​ຈະ​ເປັນ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ;

29 ແຕ່​ເຂົາ​ບໍ່ ຮັບ​ມັນ​ເລີຍ; ເພາະ​ເຂົາ​ບໍ່​ເຫັນ​ຄວາມ​ສະ​ຫວ່າງ​ນັ້ນ, ແລະ ເຂົາ​ຫັນ ໃຈ​ໜີ​ຈາກ​ເຮົາ ເພາະ ກົດ​ເກນ​ຂອງ​ມະນຸດ.

30 ແລະ ໃນ​ຄົນ​ລຸ້ນ​ນັ້ນ ເວລາ​ຂອງ​ຄົນ​ຕ່າງ​ຊາດ​ຈະ​ສິ້ນ​ສຸດ​ລົງ.

31 ແລະ ຈະ​ມີ​ມະນຸດ​ຢືນ​ຢູ່​ໃນ​ຄົນ​ລຸ້ນ​ນັ້ນ, ຊຶ່ງ​ຈະ​ບໍ່​ລ່ວງ​ລັບ​ໄປ​ຈົນ​ກວ່າ​ເຂົາ​ຈະ​ເຫັນ ໄພ​ພິ​ບັດ​ຫລວງ​ຫລາຍ; ເພາະ​ໂຣກ​ພະ​ຍາດ​ແຫ່ງ​ຄວາມ​ພິນາດ ຈະ​ປົກ​ຄຸມ​ແຜ່ນ​ດິນ.

32 ແຕ່​ສາ​ນຸ​ສິດ​ຂອງ​ເຮົາ​ຈະ ຢືນ​ຢູ່​ໃນ​ສະຖານ​ທີ່​ສັກ​ສິດ, ແລະ ຈະ​ບໍ່​ຫວັ່ນ​ໄຫວ; ແຕ່​ໃນ​ບັນ​ດາ​ຄົນ​ຊົ່ວ, ມະນຸດ​ຈະ​ເປັ່ງ​ສຽງ​ຂອງ​ຕົນ ແລະ ສາບ​ແຊ່ງ​ພຣະ​ເຈົ້າ ແລະ ຕາຍ.

33 ແລະ ຈະ​ມີ ແຜ່ນ​ດິນ​ໄຫວ​ໃນ​ບ່ອນ​ຕ່າງໆ​ນຳ​ອີກ, ແລະ ຄວາມ​ເປົ່າ​ປ່ຽວ​ຢ່າງ​ຫລວງ​ຫລາຍ; ແຕ່​ມະນຸດ​ຍັງ​ຈະ​ເຮັດ​ໃຈ​ແຂງ​ກະ​ດ້າງ​ຕໍ່​ຕ້ານ​ເຮົາ​ຢູ່, ແລະ ເຂົາ​ຈະ​ຍົກ ດາບ​ຂຶ້ນ, ຕໍ່​ຕ້ານ​ກັນ, ແລະ ເຂົາ​ຈະຂ້າ​ຟັນ​ກັນ.

34 ແລະ ບັດ​ນີ້, ເມື່ອ​ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຖ້ອຍ​ຄຳ​ເຫລົ່າ​ນີ້​ແກ່​ສາ​ນຸ​ສິດ​ຂອງ​ເຮົາ​ແລ້ວ, ພວກ​ເຂົາ​ກໍ​ມີ​ຄວາມ​ຢ້ານ​ກົວ.

35 ແລະ ເຮົາ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ຢ່າ​ສູ່ ຢ້ານ, ເພາະ, ເມື່ອ​ສິ່ງ​ເຫລົ່າ​ນີ້​ທັງ​ໝົດ​ຈະ​ເກີດ​ຂຶ້ນ, ພວກ​ເຈົ້າ​ຈະ​ຮູ້​ວ່າ ຄຳ​ສັນ​ຍາ​ທີ່​ໄດ້​ເຮັດ​ໄວ້​ກັບ​ພວກ​ເຈົ້າ​ຈະ​ສຳ​ເລັດ​ຄົບ​ຖ້ວນ.

36 ແລະ ເມື່ອ​ຄວາມ​ສະ​ຫວ່າງ​ເລີ່ມ​ສ່ອງ​ແສງ​ອອກ​ມາ, ມັນ​ຈະ​ເປັນ​ກັບ​ພວກ​ເຂົາ​ເໝືອນ​ດັ່ງ​ຄຳ​ອຸປະມາ​ທີ່​ເຮົາ​ຈະ​ສະແດງ​ແກ່​ພວກ​ເຈົ້າ—

37 ພວກ​ເຈົ້າ​ຫລຽວ​ເບິ່ງ ແລະ ເຫັນ ຕົ້ນ​ໝາກ​ເດື່ອ, ແລະ ພວກ​ເຈົ້າ​ເຫັນ​ມັນ​ດ້ວຍ​ຕາ​ຂອງ​ພວກ​ເຈົ້າ, ແລະ ພວກ​ເຈົ້າ​ກ່າວ​ເມື່ອ​ມັນ​ເລີ່ມ​ປົ່ງ​ໃບ, ແລະ ໃບ​ຂອງ​ມັນ​ຍັງ​ອ່ອນ, ວ່າ​ລະ​ດູ​ຮ້ອນ​ໃກ້​ຈະ​ມາ​ເຖິງ​ແລ້ວ;

38 ແມ່ນ​ແຕ່​ເປັນ​ເຊັ່ນ​ນັ້ນ ໃນ​ວັນ​ນັ້ນ​ເມື່ອ​ພວກ​ເຂົາ​ຈະ​ເຫັນ​ສິ່ງ​ທັງ​ຫລາຍ​ເຫລົ່າ​ນີ້, ແລ້ວ ພວກ​ເຂົາ​ຈະ​ຮູ້​ວ່າ ຊົ່ວ​ໂມງ​ໃກ້​ຈະ​ມາ​ເຖິງ​ແລ້ວ.

39 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຄົນ​ທີ່ ຢ້ານ​ກົວ​ເຮົາ​ຈະ ເຝົ້າ​ຄອຍ​ຖ້າ​ໃຫ້ ວັນ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ, ແມ່ນ​ແຕ່​ເຝົ້າ​ຄອຍ ເຄື່ອງ​ໝາຍ​ແຫ່ງ​ການ​ມາ​ຂອງ ບຸດ​ມະນຸດ.

40 ແລະ ພວກ​ເຂົາ​ຈະ​ເຫັນ​ເຄື່ອງ​ໝາຍ ແລະ ການ​ມະຫັດ​ສະຈັນ, ເພາະ​ສິ່ງ​ເຫລົ່າ​ນັ້ນ​ຈະ​ຖືກ​ສະແດງ​ອອກ​ມາ​ໃນ​ຟ້າ​ສະຫວັນ​ເບື້ອງ​ເທິງ, ແລະ ໃນ​ແຜ່ນ​ດິນ​ໂລກ​ເບື້ອງ​ລຸ່ມ.

41 ແລະ ພວກ​ເຂົາ​ຈະ​ເຫັນ​ເລືອດ, ແລະ ໄຟ, ແລະ ໝອກ​ຄວັນ.

42 ແລະ ກ່ອນ​ວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມາ​ເຖິງ, ດວງ​ຕາ​ເວັນ​ຈະ​ມືດ​ດັບ, ແລະ ດວງ​ເດືອນ​ຈະ​ກັບ​ເປັນ​ເລືອດ, ແລະ ດວງ​ດາວ​ຈະ​ຕົກ​ລົງ​ມາ​ຈາກ​ຟ້າ​ສະຫວັນ.

43 ແລະ ຜູ້​ທີ່​ເຫລືອ​ຢູ່​ຈະ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ບ່ອນ​ນີ້;

44 ແລະ ຈາກ​ນັ້ນ ພວກ​ເຂົາ​ຈະ​ຫລຽວ​ຫາ​ເຮົາ, ແລະ, ຈົ່ງ​ເບິ່ງ, ເຮົາ​ຈະ​ມາ; ແລະ ພວກ​ເຂົາ​ຈະ​ເຫັນ​ເຮົາ​ຢູ່​ໃນ​ໝູ່​ເມກ​ແຫ່ງ​ຟ້າ​ສະຫວັນ, ຫຸ້ມ​ຫໍ່​ດ້ວຍ​ອຳນາດ ແລະ ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່; ພ້ອມ​ດ້ວຍ​ເຫລົ່າ​ທູດ​ທັງ​ໝົດ; ແລະ ຄົນ​ທີ່​ບໍ່ ຫລຽວ​ຫາ​ເຮົາ ຈະ​ຖືກ​ຕັດ​ອອກ.

45 ແຕ່​ກ່ອນ​ແຂນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຕົກ​ໃສ່, ທູດ​ຈະ​ເປົ່າ ແກ​ຂອງ​ເຂົາ, ແລະ ໄພ່​ພົນ​ຂອງ​ພຣະ​ເຈົ້າ​ທີ່​ນອນ​ຢູ່​ຈະ​ອອກ ມາ​ພົບ​ເຮົາ​ຢູ່​ໃນ ເມກ.

46 ດັ່ງ​ນັ້ນ, ຖ້າ​ພວກ​ເຈົ້າ​ໄດ້​ນອນ​ຢູ່​ໃນ ສັນ​ຕິ​ສຸກ ພວກ​ເຈົ້າ​ກໍ​ເປັນ​ສຸກ​ແລ້ວ; ເພາະ​ດັ່ງ​ທີ່​ພວກ​ເຈົ້າ​ຮູ້​ໄດ້​ເຫັນ​ເຮົາ​ໃນ​ຕອນ​ນີ້ ແລະ ຮູ້​ວ່າ​ເຮົາ​ດຳ​ລົງ​ຢູ່​ສັນ​ໃດ, ແມ່ນ​ແຕ່​ສັນ​ນັ້ນ ພວກ​ເຈົ້າ​ຈະ ມາ​ຫາ​ເຮົາ ແລະ ຈິດ​ວິນ​ຍານ​ຂອງ​ພວກ​ເຈົ້າ​ຈະ​ມີ ຊີ​ວິດ, ແລະ ການ​ໄຖ່​ຂອງ​ພວກ​ເຈົ້າ​ຈະ​ສົມ​ບູນ; ແລະ ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຈະ​ອອກ​ມາ​ຈາກ​ສີ່​ສ່ວນ​ຂອງ​ແຜ່ນ​ດິນ​ໂລກ.

47 ຈາກ​ນັ້ນ ແຂນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຕົກ​ໃສ່​ເທິງ​ປະ​ຊາ​ຊາດ.

48 ແລະ ເມື່ອ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ວາງ​ພຣະ​ບາດ​ຂອງ​ພຣະ​ອົງ​ໄວ້​ເທິງ ພູ​ໜ່ວຍ​ນີ້, ແລະ ມັນຈະ​ແຍກ​ເປັນ​ສອງ, ແລະ ແຜ່ນ​ດິນ​ໂລກ ສັ່ນ, ແລະ ເນີ້ງ​ໄປ​ເບື້ອງ​ນັ້ນ​ເບື້ອງ​ນີ້, ແລະ ຟ້າ​ສະຫວັນ​ຈະ ສັ່ນ​ສະ​ເທືອນ​ນຳ​ອີກ.

49 ແລະ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເປັ່ງ​ສຽງ, ແລະ ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ; ແລະ ປະ​ຊາ​ຊາດ​ຂອງ​ແຜ່ນ​ດິນ​ໂລກ​ຈະ ເປັນ​ທຸກ, ແລະ ຄົນ​ທີ່​ໄດ້​ຫົວ​ຈະ​ເຫັນ​ຄວາມ​ໂງ່​ຈ້າ​ຂອງ​ເຂົາ.

50 ແລະ ໄພ​ອັນ​ໃຫຍ່​ຫລວງ​ຈະ​ຖ້ວມ​ຄົນ​ທີ່​ຫົວ​ຂວັນ, ແລະ ຄົນ​ມັກ​ເຍາະ​ເຍີ້ຍ​ຈະ​ໝົດ​ໄປ; ແລະ ຄົນ​ທີ່​ໄດ້​ຫາ​ໂອ​ກາດ​ກະ​ທຳ​ຄວາມ​ຊົ່ວ​ຮ້າຍ​ຈະ​ຖືກ​ໂຄ່ນ​ລົງ ແລະ ໂຍນ​ເຂົ້າ​ກອງ​ໄຟ.

51 ແລະ ຈາກ​ນັ້ນ ຊາວ​ຢິວ​ຈະ ຫລຽວ​ເບິ່ງ​ເຮົາ ແລະ ກ່າວ​ວ່າ: ນີ້​ແມ່ນ​ຮອຍ​ແຜ​ຫຍັງ​ຢູ່​ໃນ​ພຣະ​ຫັດ ແລະ ໃນ​ພຣະ​ບາດ​ຂອງ​ພຣະ​ອົງ?

52 ເມື່ອ​ນັ້ນ ພວກ​ເຂົາ​ຈະ​ຮູ້​ວ່າ​ເຮົາຄື​ພຣະ​ຜູ້​ເປັນ​ເຈົ້າ; ເພາະ​ເຮົາ​ຈະ​ກ່າວ​ກັບ​ພວກ​ເຂົາ​ວ່າ: ຮອຍ​ແຜ​ເຫລົ່າ​ນີ້​ເປັນ​ແຜ​ທີ່​ເຮົາ​ໄດ້​ຮັບ ບາດ​ເຈັບ​ຢູ່​ໃນ​ບ້ານ​ຂອງ​ເພື່ອນ​ເຮົາ. ເຮົາ​ຄື​ຜູ້​ທີ່​ຖືກ​ຍົກ​ຂຶ້ນ. ເຮົາ​ຄື​ພຣະ​ເຢຊູ​ຜູ້​ຖືກ ຄຶງ. ເຮົາ​ຄື​ພຣະ​ບຸດ​ຂອງ​ພຣະ​ເຈົ້າ.

53 ແລະ ເມື່ອ​ນັ້ນ​ພວກ​ເຂົາ​ຈະ ຮ້ອງ​ໄຫ້ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ; ຈາກ​ນັ້ນ​ພວກ​ເຂົາ​ຈະ​ຄວນ​ຄາງ​ເພາະ​ພວກ​ເຂົາ​ໄດ້​ຂົ່ມ​ເຫັງ ກະສັດ​ຂອງ​ພວກ​ເຂົາ.

54 ແລະ ຈາກ​ນັ້ນ​ປະ​ຊາ​ຊາດ ນອກ​ສາດ​ສະ​ໜາ​ຈະ​ໄດ້​ຮັບ​ການ​ໄຖ່, ແລະ ຄົນ​ທີ່​ບໍ່​ຮູ້​ກົດ​ຈະ​ມີ​ສ່ວນ​ໃນ ການ​ຟື້ນ​ຄືນ​ຊີ​ວິດ​ຄັ້ງ​ທຳ​ອິດ; ແລະ ມັນ​ຈະ​ພໍ ທົນ​ໄດ້​ສຳ​ລັບ​ພວກ​ເຂົາ.

55 ແລະ ຊາຕານ​ຈະ​ຖືກ ມັດ​ໄວ້, ເພື່ອ​ມັນ​ຈະ​ບໍ່​ມີ​ບ່ອນ​ຢູ່​ໃນ​ໃຈ​ຂອງ​ລູກ​ຫລານ​ມະນຸດ.

56 ແລະ ໃນ ວັນ​ນັ້ນ, ເມື່ອ​ເຮົາ​ຈະ​ມາ​ໃນ​ລັດ​ສະ​ໝີ​ພາບ​ຂອງ​ເຮົາ, ຄຳ​ອຸປະມາ​ທີ່​ເຮົາ​ໄດ້​ກ່າວ​ໄວ້​ກ່ຽວ​ກັບ​ຍິງ ສາວ​ບໍ​ລິ​ສຸດ​ສິບ​ຄົນ​ຈະ​ສຳ​ເລັດ​ຄົບ​ຖ້ວນ.

57 ເພາະ​ພວກ​ເຂົາ​ເປັນ​ຄົນ​ສະຫລາດ ແລະ ໄດ້​ຮັບ​ເອົາ ຄວາມ​ຈິງ, ແລະ ໄດ້​ຮັບ​ເອົາ​ພຣະ​ວິນ​ຍານ​ສັກ​ສິດ​ເພື່ອ ການ​ນຳ​ພາ, ແລະ ບໍ່​ໄດ້​ຖືກ ຫລອກ​ລວງ—ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ພວກ​ເຂົາ​ຈະ​ບໍ່​ຖືກ​ໂຄ່ນ​ລົງ ແລະ ໂຍນ​ເຂົ້າ ກອງ​ໄຟ, ແຕ່​ຈະ​ດຳ​ລົງ​ຢູ່​ໃນ​ວັນ​ນັ້ນ.

58 ແລະ ແຜ່ນ​ດິນ​ໂລກ​ຈະ​ຖືກ​ມອບ​ໃຫ້​ແກ່​ພວກ​ເຂົາ​ເພື່ອ​ເປັນ ມູນ​ມໍ​ລະ​ດົກ; ແລະ ພວກ​ເຂົາ​ຈະ​ເພີ່ມ​ທະ​ວີ ແລະ ເຂັ້ມ​ແຂງ​ຂຶ້ນ, ແລະ ລູກ​ຫລານ​ຂອງ​ພວກ​ເຂົາ​ຈະ​ເຕີບ​ໂຕ​ປາດ​ສະ​ຈາກ​ບາບ​ໄປ​ສູ່ ຄວາມ​ລອດ.

59 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ຖິດ​ຢູ່​ໃນ ທ່າມ​ກາງ​ພວກ​ເຂົາ, ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ​ຈະ​ຢູ່​ເທິງ​ພວກ​ເຂົາ, ແລະ ພຣະ​ອົງ​ຈະ​ເປັນ​ກະສັດ​ຂອງ​ພວກ​ເຂົາ ແລະ ເປັນ ຜູ້​ໃຫ້​ກົດ​ຂອງ​ພວກ​ເຂົາ.

60 ແລະ ບັດ​ນີ້, ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າວ່າ ຈະ​ບໍ່ມອບ​ໃຫ້ແກ່​ພວກ​ເຈົ້າ​ເພື່ອ​ຈະ​ໄດ້ຮູ້ຕື່ມ​ອີກ​ກ່ຽວ​ກັບບົດ​ນີ້, ຈົນ​ກວ່າ ພຣະ​ຄຳ​ພີ​ໃໝ່​ຖືກ​ແປ, ແລະ ໃນ​ນັ້ນ​ສິ່ງ​ເຫລົ່າ​ນີ້​ທັງ​ໝົດ​ຈະ​ຖືກ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ;

61 ດັ່ງ​ນັ້ນ ເຮົາ​ອະ​ນຸ​ຍາດ​ພວກ​ເຈົ້າ ວ່າ​ບັດ​ນີ້​ພວກ​ເຈົ້າ​ແປ​ມັນ​ໄດ້, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ຕຽມ​ພ້ອມ​ສຳ​ລັບ​ສິ່ງ​ທີ່​ຈະ​ມາ​ເຖິງ.

62 ເພາະ​ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ສິ່ງ​ທີ່​ຍິ່ງ​ໃຫຍ່​ຄອຍ​ຖ້າ​ພວກ​ເຈົ້າ​ຢູ່;

63 ພວກ​ເຈົ້າ​ໄດ້​ຍິນ​ເລື່ອງ ສົງ​ຄາມ​ຢູ່​ໃນ​ຕ່າງ​ແດນ; ແຕ່, ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ມັນ​ເກືອບ​ຈະ​ມາ​ຮອດ​ແລ້ວ, ແມ່ນ​ແຕ່​ຢູ່​ໃກ້ໆ​ປະຕູ​ຂອງ​ພວກ​ເຈົ້າ, ແລະ ບໍ່​ຫລາຍ​ປີ​ຈາກ​ນີ້ ພວກ​ເຈົ້າ​ຈະ​ໄດ້​ຍິນ​ເລື່ອງ​ສົງ​ຄາມ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ພວກ​ເຈົ້າ​ເອງ.

64 ດັ່ງ​ນັ້ນ ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ກ່າວ​ໄວ້​ວ່າ, ພວກ​ເຈົ້າ​ຈົ່ງ​ມາ​ເຕົ້າ​ໂຮມ​ກັນ​ຈາກ​ແຜ່ນ​ດິນ​ທາງ ທິດ​ຕາ​ເວັນ​ອອກ, ມາ​ຊຸມ​ນຸມ​ກັນ​ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ; ຈົ່ງ​ອອກ​ໄປ​ຫາ​ປະເທດ​ທາງ​ທິດ​ຕາ​ເວັນ​ຕົກ, ເອີ້ນ​ໃຫ້​ຜູ້​ອາ​ໄສ​ກັບ​ໃຈ, ແລະ ຕາບ​ໃດ​ທີ່​ເຂົາ​ກັບ​ໃຈ, ໃຫ້​ສ້າງ​ໜ່ວຍ​ຂອງ​ສາດ​ສະ​ໜາ​ຈັກ​ຂຶ້ນ​ໃຫ້​ແກ່​ເຮົາ.

65 ແລະ ດ້ວຍ​ໃຈ​ດຽວ ແລະ ຈິດ​ໃຈ​ດຽວ, ຈົ່ງ​ຮວບ​ຮວມ​ຊັບ​ສິນ​ຂອງ​ພວກ​ເຈົ້າ​ເພື່ອ​ຈະ​ໄດ້ ຊື້​ມູນ​ມໍ​ລະ​ດົກ ຊຶ່ງ ຈະ​ກຳ​ນົດ​ໃຫ້​ແກ່​ພວກ​ເຈົ້າ​ຫລັງ​ຈາກ​ນີ້.

66 ແລະ ມັນ​ຈະ​ຖືກ​ເອີ້ນ​ວ່າ ເຢຣູ​ຊາເລັມ​ໃໝ່, ແຜ່ນ​ດິນ​ແຫ່ງ ສັນ​ຕິ​ສຸກ, ເມືອງ ພັກ​ພາ, ບ່ອນ​ປອດ​ໄພ​ສຳ​ລັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ສູງ​ສຸດ;

67 ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຢູ່​ທີ່​ນັ້ນ, ແລະ ຄວາມ​ຢຳເກງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຈະ​ຢູ່​ທີ່​ນັ້ນ​ຄື​ກັນ, ເຖິງ​ຂະ​ໜາດ​ທີ່​ຄົນ​ຊົ່ວ​ຈະ​ບໍ່​ມາ​ຫາ​ມັນ, ແລະ ມັນ​ຈະ​ຖືກ​ເອີ້ນ​ວ່າ​ຊີໂອນ.

68 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ໃນ​ບັນ​ດາ​ຄົນ​ຊົ່ວ​ຄື ມະນຸດ​ທຸກ​ຄົນ​ທີ່​ຈະ​ບໍ່​ຍົກ​ດາບ​ຂອງ​ຕົນ​ຂຶ້ນ​ຕໍ່​ຕ້ານ​ເພື່ອນ​ບ້ານ​ຂອງ​ຕົນ ຈະ​ຕ້ອງ​ຫລົບ​ໄປ​ຫາ​ຊີໂອນ​ເພື່ອ​ຄວາມ​ປອດ​ໄພ.

69 ແລະ ຜູ້​ຄົນ​ຈາກ​ປະ​ຊາ​ຊາດ​ຕ່າງໆ​ພາຍ​ໃຕ້​ສະຫວັນ​ຈະ​ມາ ເຕົ້າ​ໂຮມ​ກັນ​ຢູ່​ທີ່​ນັ້ນ; ແລະ ຈະ​ເປັນ​ຜູ້​ຄົນ​ກຸ່ມ​ດຽວ​ເທົ່າ​ນັ້ນ​ທີ່​ບໍ່​ເຮັດ​ສົງ​ຄາມ​ນຳ​ກັນ.

70 ແລະ ຈະ​ມີ​ການ​ກ່າວ​ໃນ​ບັນ​ດາ​ຄົນ​ຊົ່ວ​ວ່າ: ຂໍ​ໃຫ້​ເຮົາ​ຢ່າ​ຂຶ້ນ​ໄປ​ຕໍ່​ສູ້​ກັບ​ຊີໂອນ​ເລີຍ, ເພາະ​ຜູ້​ອາ​ໄສ ຂອງ​ຊີໂອນ​ເປັນ​ຕາ​ຢ້ານ​ກົວ; ດັ່ງ​ນັ້ນ ພວກ​ເຮົາ​ຈະ​ຕ້ານ​ບໍ່​ໄຫວ.

71 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຄົນ​ຊອບ​ທຳ​ຈະ​ຖືກ​ເຕົ້າ​ໂຮມ​ເຂົ້າ​ກັນ​ຈາກ​ບັນ​ດາ​ປະ​ຊາ​ຊາດ​ທັງ​ປວງ, ແລະ ຈະ​ມາ​ສູ່​ຊີໂອນ, ຮ້ອງ​ເພງ​ແຫ່ງ​ຄວາມ​ສຸກ​ອັນ​ເປັນ​ນິດ.

72 ແລະ ບັດ​ນີ້ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຈົ່ງ​ເກັບ​ເລື່ອງ​ເຫລົ່າ​ນີ້​ໄວ້​ບໍ່​ໃຫ້​ແຜ່​ອອກ​ໄປ​ສູ່​ໂລກ ຈົນ​ກວ່າ​ເຮົາ​ເຫັນ​ສົມ​ຄວນ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ເຮັດ​ວຽກ​ງານ​ນີ້​ໃຫ້​ສຳ​ເລັດ​ໃນ​ຕາ​ຂອງ​ຜູ້​ຄົນ, ແລະ ໃນ​ຕາ​ຂອງ​ສັດ​ຕູ​ຂອງ​ພວກ​ເຈົ້າ, ເພື່ອ​ວ່າ​ເຂົາ​ຈະ​ບໍ່​ຮູ້​ຈັກ​ວຽກ​ງານ​ຂອງ​ພວກ​ເຈົ້າ ຈົນ​ກວ່າ​ພວກ​ເຈົ້າ​ໄດ້​ເຮັດ​ສຳ​ເລັດ​ສິ່ງ​ຊຶ່ງ​ເຮົາ​ໄດ້​ບັນ​ຊາ​ພວກ​ເຈົ້າ;

73 ເພື່ອ​ວ່າ​ເມື່ອ​ເຂົາ​ຮູ້​ມັນ, ເຂົາ​ຈະ​ພິ​ຈາ​ລະ​ນາ​ເລື່ອງ​ເຫລົ່າ​ນີ້.

74 ເພາະ​ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມາ​ປະກົດ ພຣະ​ອົງ​ຈະ​ເປັນ ໜ້າ​ຢ້າ​ກົວ​ຕໍ່​ເຂົາ, ຄວາມ​ຢ້ານ​ກົວ​ນັ້ນ​ຈະ​ຄອບ​ງຳ​ເຂົາ, ແລະ ເຂົາ​ຈະ​ຢືນ​ຢູ່​ໄກໆ ແລະ ຕົວ​ສັ່ນ.

75 ແລະ ປະ​ຊາ​ຊາດ​ທັງ​ປວງ​ຈະ​ຢ້ານ​ກົວ ເພາະ​ຄວາມ​ຢຳເກງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ອຳນາດ​ແຫ່ງ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.