ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 126


ພາກ​ທີ 126

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ໃນ​ບ້ານ​ຂອງ​ບຣິ​ກຳ ຢັງ, ທີ່​ເມືອງ​ນາວູ, ລັດ​ອິ​ລິ​ນອຍ, ວັນທີ 9 ເດືອນ​ກໍລະກົດ, 1841. ໃນ​ເວລາ​ນີ້ ບຣິ​ກຳ ຢັງ ໄດ້​ເປັນ​ປະທານ​ຂອງ​ກຸ່ມ​ອັກຄະ​ສາວົກ​ສິບ​ສອງ.

1–3, ບຣິ​ກຳ ຢັງ ໄດ້​ຖືກ​ຍົກ​ຍ້ອງ​ສຳ​ລັບ​ວຽກ​ງານ​ຂອງ​ເພິ່ນ ແລະ ຖືກ​ປົດ​ຈາກ​ການ​ເດີນ​ທາງ​ໄປ​ທົ່ວ​ໃນ​ອະ​ນາ​ຄົດ.

1 ອ້າຍ ບຣິ​ກຳ ຢັງ ທີ່​ເຄົາ​ລົບ ແລະ ຮັກ​ແພງ​ເປັນ​ຢ່າງ​ຍິ່ງ, ຕາມ​ຄວາມ​ຈິງ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ກັບ​ອ້າຍ​ວ່າ: ຜູ້​ຮັບ​ໃຊ້​ຂອງ​ເຮົາ ບຣິ​ກຳ, ມັນ​ບໍ່​ຖືກ​ຮຽກ​ຮ້ອງ​ຈາກ​ມື​ຂອງ​ເຈົ້າ​ອີກ ທີ່​ຈະ​ໃຫ້​ຈາກ​ຄອບ​ຄົວ​ຂອງ​ເຈົ້າ​ໄປ​ດັ່ງ​ໃນ​ເວລາ​ທີ່​ຜ່ານ​ມາ, ເພາະ​ເຄື່ອງ​ຖວາຍ​ຂອງ​ເຈົ້າ​ເປັນ​ທີ່​ຍອມ​ຮັບ​ຕໍ່​ເຮົາ.

2 ເຮົາ​ໄດ້​ເຫັນ ວຽກ​ງານ ແລະ ການ​ເຮັດ​ວຽກ​ໜັກ​ຂອງ​ເຈົ້າ​ໃນ​ການ​ເດີນ​ທາງ​ເພື່ອ​ນາມ​ຂອງ​ເຮົາ.

3 ສະນັ້ນ ເຮົາ​ຈຶ່ງ​ບັນ​ຊາ​ເຈົ້າ​ໃຫ້​ສົ່ງ​ຄຳ​ຂອງ​ເຮົາ​ອອກ​ໄປ​ທົ່ວ, ແລະ ເອົາ​ໃຈ​ໃສ່ ຄອບ​ຄົວ​ຂອງ​ເຈົ້າ​ເປັນ​ພິ​ເສດ​ຈາກ​ເວລາ​ນີ້​ໄປ, ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ ແລະ ຕະຫລອດ​ການ. ອາແມນ.