ພາກທີ 58
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ, ໃນຊີໂອນ, ເຂດແຈ໊ກສັນ, ລັດມີເຊີຣີ, ວັນທີ 1 ເດືອນສິງຫາ, 1831. ກ່ອນໜ້ານັ້ນ, ໃນວັນຊະບາໂຕທຳອິດຫລັງຈາກສາດສະດາ ແລະ ກຸ່ມຄະນະຂອງເພິ່ນໄດ້ມາເຖິງເຂດແຈ໊ກສັນ, ລັດມີເຊີຣີ, ພິທີທາງສາດສະໜາໄດ້ຖືກຈັດຂຶ້ນ, ແລະ ໄດ້ຮັບເອົາສະມາຊິກສອງຄົນໂດຍການຮັບບັບຕິສະມາ. ໃນລະຫວ່າງອາທິດນັ້ນ, ໄພ່ພົນຂອງພຣະເຈົ້າຂອງເມືອງໂຄນສະວຽວຈາກສາຂາທອມສັນ ແລະ ຄົນອື່ນໆໄດ້ມາເຖິງ (ເບິ່ງ ພາກທີ 54). ຫລາຍຄົນມີຄວາມກະຕືລືລົ້ນທີ່ຈະຮຽນຮູ້ເຖິງພຣະປະສົງຂອງພຣະຜູ້ເປັນເຈົ້າກ່ຽວກັບເຂົາເຈົ້າເອງຢູ່ໃນສະຖານທີ່ເຕົ້າໂຮມແຫ່ງໃໝ່.
1–5 ຜູ້ທີ່ອົດທົນຕໍ່ຄວາມທຸກຍາກລຳບາກຈະໄດ້ຮັບການສວມມົງກຸດດ້ວຍລັດສະໝີພາບ; 6–12, ໄພ່ພົນຂອງພຣະເຈົ້າຕ້ອງຕຽມຕົວສຳລັບງານສົມຣົດຂອງພຣະເມສານ້ອຍ ແລະ ອາຫານຄ່ຳຂອງພຣະຜູ້ເປັນເຈົ້າ; 13–18, ອະທິການເປັນຜູ້ຕັດສິນໃນອິດສະຣາເອນ; 19–23, ໄພ່ພົນຂອງພຣະເຈົ້າຕ້ອງເຊື່ອຟັງກົດໝາຍຂອງແຜ່ນດິນ; 24–29, ມະນຸດຄວນໃຊ້ອຳເພີໃຈຂອງຕົນເພື່ອເຮັດຄວາມດີ; 30–33, ພຣະຜູ້ເປັນເຈົ້າບັນຊາ ແລະ ຍົກເລີກ; 34–43, ໃນການກັບໃຈ, ມະນຸດຕ້ອງສາລະພາບ ແລະ ປະຖິ້ມບາບຂອງຕົນ; 44–58, ໄພ່ພົນຂອງພຣະເຈົ້າຕ້ອງຊື້ດິນໄວ້ເປັນມູນມໍລະດົກ ແລະ ເຕົ້າໂຮມກັນໃນລັດມີເຊີຣີ; 59–65, ຈະຕ້ອງສັ່ງສອນພຣະກິດຕິຄຸນໃຫ້ແກ່ມະນຸດສະໂລກທັງໝົດ.
1 ຈົ່ງເຊື່ອຟັງ, ໂອ້ ພວກເຈົ້າແອວເດີຂອງສາດສະໜາຈັກຂອງເຮົາ, ແລະ ຈົ່ງງ່ຽງຫູຟັງຖ້ອຍຄຳຂອງເຮົາ, ແລະ ຮຽນຮູ້ຈາກເຮົາສິ່ງທີ່ເຮົາປະສົງຊຶ່ງກ່ຽວກັບພວກເຈົ້າ, ແລະ ກ່ຽວກັບ ກແຜ່ນດິນນີ້ນຳອີກທີ່ເຮົາໄດ້ສົ່ງພວກເຈົ້າມາ.
2 ເພາະຕາມຈິງແລ້ວເຮົາກ່າວກັບພວກເຈົ້າວ່າ ຄົນທີ່ ກຮັກສາບັນຍັດຂອງເຮົາຍ່ອມເປັນສຸກ, ບໍ່ວ່າໃນຊີວິດ ຫລື ໃນ ຂຄວາມຕາຍ; ແລະ ຄົນໃດທີ່ ຄຊື່ສັດໃນ ງຄວາມທຸກຍາກລຳບາກ, ລາງວັນຂອງຄົນໆນັ້ນຈະຍິ່ງໃຫຍ່ກວ່າໃນອານາຈັກສະຫວັນ.
3 ພວກເຈົ້າບໍ່ສາມາດຫລຽວເຫັນແຜນການຂອງ ກພຣະເຈົ້າຂອງພວກເຈົ້າດ້ວຍຕາທຳມະຊາດຂອງພວກເຈົ້າໃນເວລານີ້ກ່ຽວກັບສິ່ງທີ່ຈະເກີດຂຶ້ນໃນພາຍໜ້າ, ແລະ ຂລັດສະໝີພາບທີ່ຈະຕາມມາຫລັງຈາກຄວາມທຸກຍາກລຳບາກຢ່າງຫລວງຫລາຍ.
4 ເພາະ ກພອນຈະມາເຖິງຫລັງຈາກ ຂຄວາມທຸກຍາກລຳບາກຢ່າງຫລວງຫລາຍ. ດັ່ງນັ້ນ ວັນນັ້ນຈະມາເຖິງເມື່ອພວກເຈົ້າຈະໄດ້ ຄສວມມົງກຸດດ້ວຍ ງລັດສະໝີພາບອັນໃຫຍ່ຍິ່ງ; ຍັງບໍ່ຮອດຊົ່ວໂມງນັ້ນເທື່ອ, ແຕ່ໃກ້ຈະມາເຖິງແລ້ວ.
5 ຈົ່ງຈື່ຈຳເລື່ອງນີ້, ຊຶ່ງເຮົາບອກພວກເຈົ້າໄວ້ກ່ອນ, ເພື່ອພວກເຈົ້າຈະ ກເອົາໃຈໃສ່, ແລະ ຮັບເອົາສິ່ງທີ່ຈະຕາມມາ.
6 ຈົ່ງເບິ່ງ, ຕາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ເພາະເຫດນີ້ເຮົາຈຶ່ງສົ່ງພວກເຈົ້າມາ—ເພື່ອພວກເຈົ້າຈະໄດ້ເຊື່ອຟັງ, ແລະ ເພື່ອວ່າໃຈຂອງພວກເຈົ້າຈະ ກຕຽມພ້ອມທີ່ຈະສະແດງ ຂປະຈັກພະຍານເຖິງສິ່ງທີ່ຈະມາເຖິງ;
7 ແລະ ພ້ອມນີ້ເພື່ອວ່າພວກເຈົ້າຈະໄດ້ຮັບກຽດຈາກການວາງຮາກຖານ, ແລະ ຈາກການກ່າວເປັນພະຍານເຖິງແຜ່ນດິນ ຊຶ່ງເທິງທີ່ນັ້ນ ກຊີໂອນຂອງພຣະເຈົ້າຈະຕັ້ງຢູ່;
8 ແລະ ເພື່ອຈະໄດ້ຕຽມງານກິນລ້ຽງໃຫຍ່ດ້ວຍອາຫານທີ່ບໍລິບູນໄວ້ໃຫ້ຄົນ ກຍາກຈົນນຳອີກ; ແທ້ຈິງແລ້ວ, ງານກິນລ້ຽງໃຫຍ່ດ້ວຍອາຫານທີ່ບໍລິບູນ, ດ້ວຍເຫລົ້າອະງຸ່ນຈາກ ຂກາກທີ່ກັ່ນຕອງຢ່າງດີ, ເພື່ອວ່າແຜ່ນດິນໂລກຈະຮູ້ວ່າຄຳເວົ້າຂອງສາດສະດາຈະບໍ່ລົ້ມເຫລວ;
9 ແທ້ຈິງແລ້ວ, ອາຫານຄ່ຳຂອງບ້ານຂອງພຣະຜູ້ເປັນເຈົ້າ, ທີ່ຕຽມໄວ້ຢ່າງດີ, ຊຶ່ງຄາບນັ້ນທຸກປະຊາຊາດຈະຖືກຮັບເຊີນ.
10 ທຳອິດ, ຄົນທີ່ຮັ່ງມີ ແລະ ຄົນທີ່ມີການສຶກສາ, ຄົນທີ່ມີປັນຍາ ແລະ ຜູ້ມີກຽດ;
11 ແລະ ຫລັງຈາກນັ້ນ ວັນແຫ່ງອຳນາດຂອງເຮົາຈະມາເຖິງ; ແລ້ວຄົນຍາກຈົນ, ຄົນເປ້ຍລ່ອຍ, ແລະ ຄົນຕາບອດ, ແລະ ຄົນຫູໜວກ, ຈະເຂົ້າມາໃນ ກງານສົມຣົດຂອງພຣະເມສານ້ອຍ, ແລະ ຮັບສ່ວນ ຂອາຫານຄ່ຳຂອງພຣະຜູ້ເປັນເຈົ້າ, ຊຶ່ງຖືກຈັດຕຽມໄວ້ສຳລັບວັນອັນຍິ່ງໃຫຍ່ທີ່ຈະມາເຖິງ.
12 ຈົ່ງເບິ່ງ, ເຮົາ, ພຣະຜູ້ເປັນເຈົ້າ, ກ່າວມັນໄວ້ດັ່ງນີ້.
13 ແລະ ເພື່ອວ່າ ກປະຈັກພະຍານຈະອອກໄປຈາກຊີໂອນ, ແທ້ຈິງແລ້ວ, ຈາກປາກຂອງເມືອງມູນມໍລະດົກຂອງພຣະເຈົ້າ—
14 ແທ້ຈິງແລ້ວ, ເພາະເຫດນີ້ເຮົາຈຶ່ງສົ່ງພວກເຈົ້າມາທີ່ນີ້, ແລະ ໄດ້ເລືອກຜູ້ຮັບໃຊ້ຂອງເຮົາ ກເອດເວີດ ພາດທຣິດ, ແລະ ໄດ້ກຳນົດພາລະກິດຂອງລາວໃຫ້ແກ່ລາວໃນແຜ່ນດິນນີ້.
15 ແຕ່ຖ້າລາວບໍ່ກັບໃຈຈາກບາບຂອງລາວ, ຊຶ່ງຄືຄວາມບໍ່ເຊື່ອ ແລະ ຄວາມມືດມົນຂອງໃຈ, ແລ້ວໃຫ້ລາວລະວັງ ຖ້າບໍ່ດັ່ງນັ້ນລາວຈະ ກຕົກໄປ.
16 ຈົ່ງເບິ່ງພາລະກິດຂອງລາວໄດ້ຖືກມອບໃຫ້ແກ່ລາວ, ແລະ ມັນຈະບໍ່ຖືກມອບໃຫ້ອີກ.
17 ແລະ ຜູ້ໃດທີ່ປະຕິບັດຕາມພາລະກິດນີ້ຈະຖືກແຕ່ງຕັ້ງໃຫ້ເປັນ ກຜູ້ຕັດສິນໃນອິດສະຣາເອນ, ເໝືອນທີ່ເປັນມາໃນສະໄໝບູຮານ, ເພື່ອແບ່ງແຜ່ນດິນມູນມໍລະດົກຂອງພຣະເຈົ້າໃຫ້ແກ່ ຂລູກໆຂອງພຣະອົງ;
18 ແລະ ເພື່ອຕັດສິນຜູ້ຄົນຂອງພຣະອົງໂດຍປະຈັກພະຍານຂອງຄົນທ່ຽງທຳ, ແລະ ໂດຍຄວາມຊ່ວຍເຫລືອ ຂອງທີ່ປຶກສາຂອງລາວ, ຕາມກົດຂອງອານາຈັກຊຶ່ງໃຫ້ໄວ້ໂດຍ ກສາດສະດາຂອງພຣະເຈົ້າ.
19 ເພາະຕາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ຈົ່ງຮັກສາກົດຂອງເຮົາເທິງແຜ່ນດິນນີ້.
20 ຢ່າໃຫ້ມະນຸດຄົນໃດຄິດວ່າຕົນເປັນຜູ້ປົກຄອງ; ແຕ່ໃຫ້ພຣະເຈົ້າປົກຄອງຄົນທີ່ຕັດສິນ, ຕາມການແນະນຳອັນທີ່ເປັນພຣະປະສົງຂອງພຣະອົງເອງ, ຫລື ອີກຄຳໜຶ່ງ, ຄົນທີ່ແນະນຳ ຫລື ທີ່ນັ່ງຢູ່ເທິງບັນລັງຕັດສິນ.
21 ຢ່າໃຫ້ມະນຸດຄົນໃດຝ່າຝືນ ກກົດໝາຍຂອງແຜ່ນດິນ, ເພາະຄົນທີ່ຮັກສາກົດຂອງພຣະເຈົ້າ ບໍ່ຈຳເປັນຕ້ອງຝ່າຝືນກົດໝາຍຂອງແຜ່ນດິນ.
22 ດັ່ງນັ້ນ, ຈົ່ງຂຶ້ນຢູ່ກັບອຳນາດທີ່ດຳລົງຢູ່, ຈົນກວ່າ ກພຣະອົງຈະປົກຄອງ ຜູ້ຊຶ່ງມີສິດທີ່ຈະປົກຄອງ, ແລະ ປາບສັດຕູທັງສິ້ນໃຫ້ຢູ່ໃຕ້ພຣະບາດຂອງພຣະອົງ.
23 ຈົ່ງເບິ່ງ, ກກົດທີ່ພວກເຈົ້າໄດ້ຮັບຈາກມືຂອງເຮົາເປັນກົດຂອງສາດສະໜາຈັກ, ແລະ ໃນທັດສະນະນີ້ ພວກເຈົ້າຈະຖືມັນໄວ້. ຈົ່ງເບິ່ງ, ນີ້ຄືປັນຍາ.
24 ແລະ ບັດນີ້, ດັ່ງທີ່ເຮົາກ່າວກ່ຽວກັບຜູ້ຮັບໃຊ້ຂອງເຮົາ ເອດເວີດ ພາດທຣິດ, ແຜ່ນດິນນີ້ເປັນບ່ອນພັກພາອາໄສຂອງລາວ, ແລະ ຄົນເຫລົ່ານັ້ນຜູ້ທີ່ລາວໄດ້ແຕ່ງຕັ້ງໄວ້ເປັນທີ່ປຶກສາຂອງລາວ; ແລະ ເປັນບ່ອນພັກພາອາໄສຂອງຜູ້ທີ່ເຮົາໄດ້ແຕ່ງຕັ້ງໄວ້ໃຫ້ຮັກສາ ກຄັງຂອງເຮົານຳອີກ;
25 ດັ່ງນັ້ນ, ໃຫ້ພວກເຂົາພາຄອບຄົວຂອງພວກເຂົາມາຍັງແຜ່ນດິນນີ້, ດັ່ງທີ່ພວກເຂົາຈະປຶກສາລະຫວ່າງພວກເຂົາເອງ ແລະ ກັບເຮົາ.
26 ເພາະຈົ່ງເບິ່ງ, ມັນບໍ່ສົມຄວນທີ່ເຮົາຈະບັນຊາໃນທຸກສິ່ງ; ເພາະຄົນໃດທີ່ຖືກບັງຄັບໃນທຸກສິ່ງ, ຄົນໆນັ້ນເປັນຜູ້ຮັບໃຊ້ທີ່ ກກຽດຄ້ານ ແລະ ບໍ່ສະຫລາດ; ດັ່ງນັ້ນ ເຂົາຈຶ່ງບໍ່ໄດ້ຮັບລາງວັນເລີຍ.
27 ຕາມຈິງແລ້ວ ເຮົາກ່າວວ່າ ມະນຸດຄວນທຸ້ມເທຢ່າງ ກກະຕືລືລົ້ນໃນອຸດົມການດີ, ແລະ ເຮັດຫລາຍສິ່ງຫລາຍຢ່າງດ້ວຍຄວາມສະໝັກໃຈຂອງຕົນເອງ, ແລະ ເຮັດໃຫ້ເກີດຄວາມຊອບທຳຢ່າງຫລວງຫລາຍ;
28 ເພາະ ພະລັງຢູ່ໃນຕົວເຂົາ, ຊຶ່ງໃນການນີ້ເຂົາ ກເປັນຕົວແທນອິດສະລະພາບຂອງຕົນເອງ. ແລະ ຕາບໃດທີ່ມະນຸດເຮັດຄວາມດີ ເຂົາຈະບໍ່ມີທາງສູນເສຍລາງວັນຂອງຕົນໄປຈັກເທື່ອ.
29 ແຕ່ຄົນໃດທີ່ບໍ່ເຮັດຫຍັງເລີຍຈົນກວ່າເຂົາຖືກບັນຊາໃຫ້ເຮັດ, ແລະ ຮັບເອົາຄຳບັນຊາດ້ວຍໃຈທີ່ສົງໃສ, ແລະ ຮັກສາມັນດ້ວຍຄວາມກຽດຄ້ານ, ຄົນໆນັ້ນຍ່ອມ ກອັບປະໂຫຍດ.
30 ເຮົາຄືໃຜທີ່ ກສ້າງມະນຸດ, ພຣະຜູ້ເປັນເຈົ້າໄດ້ກ່າວ, ວ່າເຮົາຈະຖືວ່າເຂົາບໍ່ມີຄວາມຜິດບໍ ເມື່ອເຂົາບໍ່ເຊື່ອຟັງບັນຍັດຂອງເຮົາ?
31 ເຮົາຄືໃຜ, ພຣະຜູ້ເປັນເຈົ້າໄດ້ກ່າວ, ຊຶ່ງໄດ້ ກສັນຍາ ແລະ ຍັງບໍ່ໄດ້ເຮັດໃຫ້ສຳເລັດບໍ?
32 ເຮົາບັນຊາ ແລະ ມະນຸດບໍ່ເຊື່ອຟັງ; ເຮົາ ກຍົກເລີກ ແລະ ເຂົາບໍ່ໄດ້ຮັບພອນ.
33 ແລ້ວພວກເຂົາກ່າວຢູ່ໃນໃຈຂອງພວກເຂົາວ່າ: ນີ້ບໍ່ແມ່ນວຽກງານຂອງພຣະຜູ້ເປັນເຈົ້າ, ເພາະຄຳສັນຍາຂອງພຣະອົງບໍ່ໄດ້ສຳເລັດ. ແຕ່ວິບັດແກ່ຄົນເຫລົ່ານັ້ນ, ເພາະລາງວັນຂອງພວກເຂົາເຊື່ອງຢູ່ ກເບື້ອງລຸ່ມ, ແລະ ບໍ່ແມ່ນມາຈາກເບື້ອງເທິງ.
34 ແລະ ບັດນີ້ ເຮົາຈະໃຫ້ຄຳແນະນຳເພີ່ມເຕີມແກ່ພວກເຈົ້າກ່ຽວກັບແຜ່ນດິນນີ້.
35 ມັນເປັນຄວາມສະຫລຽວສະຫລາດຂອງເຮົາທີ່ຜູ້ຮັບໃຊ້ຂອງເຮົາ ມາຕິນ ແຮຣິສ ຄວນເປັນຕົວຢ່າງໃຫ້ແກ່ສາດສະໜາຈັກ, ໃນການ ກມອບເງິນຂອງລາວໃຫ້ແກ່ອະທິການຂອງສາດສະໜາຈັກ.
36 ແລະ ພ້ອມນີ້, ນີ້ເປັນກົດສຳລັບມະນຸດທຸກຄົນທີ່ມາສູ່ແຜ່ນດິນນີ້ເພື່ອຈະຮັບເອົາມູນມໍລະດົກ; ແລະ ເຂົາຈະຈັດການກັບເງິນຂອງເຂົາຕາມທີ່ກົດລະບຸໄວ້.
37 ແລະ ມັນເປັນຄວາມສະຫລຽວສະຫລາດອີກທີ່ຈະຊື້ທີ່ດິນໃນອິນດີເພັນເດັນສ໌, ເພື່ອເປັນສະຖານທີ່ສ້າງຄັງ, ແລະ ສ້າງໂຮງ ກພິມນຳອີກ.
38 ແລະ ຄຳແນະນຳອື່ນໆກ່ຽວກັບຜູ້ຮັບໃຊ້ຂອງເຮົາ ມາຕິນ ແຮຣິສ ຈະມອບໃຫ້ລາວໂດຍພຣະວິນຍານ, ເພື່ອວ່າລາວຈະໄດ້ຮັບມູນມໍລະດົກຂອງລາວ ດັ່ງທີ່ເຫັນວ່າດີສຳລັບລາວ;
39 ແລະ ໃຫ້ລາວກັບໃຈຈາກບາບຂອງລາວ, ເພາະລາວສະແຫວງຫາຄຳ ກສັນລະເສີນຂອງໂລກ.
40 ແລະ ໃຫ້ຜູ້ຮັບໃຊ້ຂອງເຮົາ ກວິວລຽມ ດັບເບິນຢູ ແຟ້ວສ໌ ຢູ່ໃນຕຳແໜ່ງທີ່ເຮົາໄດ້ກຳນົດໃຫ້ລາວນຳອີກ, ແລະ ຮັບເອົາມູນມໍລະດົກຂອງລາວໃນທີ່ດິນ;
41 ແລະ ລາວຈຳເປັນຕ້ອງກັບໃຈນຳອີກ, ເພາະເຮົາ, ພຣະຜູ້ເປັນເຈົ້າ, ບໍ່ພໍໃຈນຳລາວປານໃດ, ເພາະລາວສະແຫວງຫາທີ່ຈະເກັ່ງກວ່າ, ແລະ ລາວບໍ່ອ່ອນໂຍນພຽງພໍຕໍ່ໜ້າເຮົາ.
42 ຈົ່ງເບິ່ງ, ຄົນໃດທີ່ ກກັບໃຈຈາກບາບຂອງເຂົາ, ຄົນໆນັ້ນໄດ້ຮັບການ ຂໃຫ້ອະໄພ, ແລະ ເຮົາ, ພຣະຜູ້ເປັນເຈົ້າ, ບໍ່ ຄຈື່ຈຳມັນອີກເລີຍ.
43 ໂດຍສິ່ງນີ້ເຈົ້າຈະຮູ້ວ່າ ຄົນໆນັ້ນໄດ້ກັບໃຈຈາກບາບຂອງເຂົາຫລືບໍ່—ຈົ່ງເບິ່ງ, ເຂົາຈະ ກສາລະພາບ ແລະ ຂປະຖິ້ມມັນ.
44 ແລະ ບັດນີ້, ຕາມຈິງແລ້ວ, ເຮົາກ່າວກ່ຽວກັບແອວເດີທີ່ເຫລືອຢູ່ຂອງສາດສະໜາຈັກຂອງເຮົາ, ຍັງບໍ່ເຖິງເວລາເທື່ອ, ຍັງອີກຫລາຍປີ, ທີ່ພວກເຂົາຈະໄດ້ຮັບມູນມໍລະດົກຂອງພວກເຂົາໃນແຜ່ນດິນນີ້, ຍົກເວັ້ນແຕ່ພວກເຂົາຈະປາດຖະໜາມັນໂດຍການອະທິຖານດ້ວຍສັດທາ, ແລະ ໂດຍທາງທີ່ພຣະຜູ້ເປັນເຈົ້າຈະກຳນົດມັນໃຫ້ແກ່ພວກເຂົາເທົ່ານັ້ນ.
45 ເພາະ, ຈົ່ງເບິ່ງ, ພວກເຂົາຈະ ກຊຸກຍູ້ຜູ້ຄົນເຂົ້າກັນຈາກທີ່ສຸດຂອງແຜ່ນດິນໂລກ.
46 ດັ່ງນັ້ນ, ຈົ່ງຮ່ວມຊຸມນຸມກັນ; ແລະ ຜູ້ທີ່ບໍ່ໄດ້ຖືກກຳນົດໃຫ້ຢູ່ໃນແຜ່ນດິນນີ້, ກໍໃຫ້ພວກເຂົາສັ່ງສອນພຣະກິດຕິຄຸນໃນພາກພື້ນຕ່າງໆທີ່ອ້ອມຮອບ; ແລະ ຫລັງຈາກນັ້ນ ໃຫ້ພວກເຂົາກັບຄືນສູ່ບ້ານເຮືອນຂອງຕົນ.
47 ໃຫ້ພວກເຂົາສັ່ງສອນໄປລະຫວ່າງທາງ, ແລະ ກສະແດງປະຈັກພະຍານເຖິງຄວາມຈິງໃນທຸກບ່ອນ, ແລະ ເອີ້ນຄົນຮັ່ງມີ, ຄົນຊັ້ນສູງ ແລະ ຄົນຊັ້ນຕ່ຳ, ແລະ ຄົນຍາກຈົນໃຫ້ກັບໃຈ.
48 ແລະ ໃຫ້ພວກເຂົາສ້າງໜ່ວຍຂອງ ກສາດສະໜາຈັກຂຶ້ນ, ຕາບໃດທີ່ຜູ້ອາໄສຂອງແຜ່ນດິນໂລກຈະກັບໃຈ.
49 ແລະ ໃຫ້ມີຕົວແທນຄົນໜຶ່ງທີ່ຖືກກຳນົດໂດຍສຽງຂອງສາດສະໜາຈັກ, ສຳລັບສາດສະໜາຈັກໃນລັດໂອໄຮໂອ, ເພື່ອຮັບເອົາເງິນໄປຊື້ທີ່ດິນໃນ ກຊີໂອນ.
50 ແລະ ເຮົາມອບບັນຍັດຂໍ້ໜຶ່ງໃຫ້ແກ່ຜູ້ຮັບໃຊ້ຂອງເຮົາ ຊິດນີ ຣິກດອນ, ເພື່ອລາວຈະໄດ້ ກຂຽນລາຍລະອຽດກ່ຽວກັບແຜ່ນດິນຊີໂອນ, ແລະ ຄຳຖະແຫລງກ່ຽວກັບພຣະປະສົງຂອງພຣະເຈົ້າ, ດັ່ງທີ່ພຣະວິນຍານຈະເຮັດໃຫ້ມັນເປັນທີ່ຮູ້ຈັກແກ່ລາວ;
51 ແລະ ໃຫ້ສະແດງສານສະບັບໜຶ່ງ ແລະ ໃບສັ່ງຊື້ຕໍ່ທຸກໜ່ວຍໃນສາດສະໜາຈັກເພື່ອຈະໄດ້ເງິນ, ໃຫ້ມອບມັນໄວ້ໃນມືຂອງອະທິການດ້ວຍຕົວລາວເອງ ຫລື ໂດຍຕົວແທນ ດັ່ງທີ່ລາວເຫັນວ່າດີ ຫລື ດັ່ງທີ່ລາວຈະແນະນຳ, ເພື່ອຊື້ທີ່ດິນໄວ້ເປັນມູນມໍລະດົກໃຫ້ແກ່ລູກໆຂອງພຣະເຈົ້າ.
52 ເພາະ, ຈົ່ງເບິ່ງ, ຕາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ພຣະຜູ້ເປັນເຈົ້າປະສົງໃຫ້ສານຸສິດ ແລະ ລູກຫລານມະນຸດເປີດໃຈຂອງເຂົາ, ແມ່ນແຕ່ທີ່ຈະຊື້ພາກພື້ນແຖວນີ້ຂອງແຜ່ນດິນ, ໃຫ້ໄວເທົ່າທີ່ເວລາຈະອຳນວຍ.
53 ຈົ່ງເບິ່ງ, ນີ້ຄືປັນຍາ. ໃຫ້ພວກເຂົາເຮັດສິ່ງນີ້ ຖ້າບໍ່ດັ່ງນັ້ນພວກເຂົາຈະບໍ່ໄດ້ຮັບ ກມູນມໍລະດົກເລີຍ, ຍົກເວັ້ນແຕ່ຈະເປັນໄປໂດຍການນອງເລືອດ.
54 ແລະ ອີກເທື່ອໜຶ່ງ, ຕາບໃດທີ່ໄດ້ທີ່ດິນມາ, ກໍໃຫ້ມີຄົນງານທຸກປະເພດຖືກສົ່ງອອກມາຫາແຜ່ນດິນນີ້, ເພື່ອອອກແຮງງານໃຫ້ໄພ່ພົນຂອງພຣະເຈົ້າ.
55 ໃຫ້ສິ່ງເຫລົ່ານີ້ທັງໝົດເປັນໄປຕາມລະບຽບ; ແລະ ປະກາດສິດທິພິເສດຂອງແຜ່ນດິນໃຫ້ເປັນທີ່ຮູ້ຈັກເປັນບາງຄັ້ງ, ໂດຍອະທິການ ຫລື ຕົວແທນຂອງສາດສະໜາຈັກ.
56 ແລະ ຢ່າໃຫ້ວຽກງານຂອງການເຕົ້າໂຮມເປັນໄປຢ່າງຟ້າວຟັ່ງ, ຫລື ປົບໜີໄປ; ແຕ່ໃຫ້ມັນເປັນໄປຕາມຄຳແນະນຳຂອງພວກແອວເດີຂອງສາດສະໜາຈັກໃນກອງປະຊຸມໃຫຍ່, ຕາມຄວາມຮູ້ທີ່ເຂົາເຈົ້າໄດ້ຮັບເປັນບາງຄັ້ງ.
57 ແລະ ໃຫ້ຜູ້ຮັບໃຊ້ຂອງເຮົາ ຊິດນີ ຣິກດອນ ຖວາຍ ແລະ ອຸທິດແຜ່ນດິນນີ້, ແລະ ບ່ອນສ້າງ ກພຣະວິຫານແດ່ພຣະຜູ້ເປັນເຈົ້າ.
58 ແລະ ໃຫ້ຈັດກອງປະຊຸມໃຫຍ່ຂຶ້ນ, ແລະ ຫລັງຈາກນັ້ນ ໃຫ້ຜູ້ຮັບໃຊ້ຂອງເຮົາ ຊິດນີ ຣິກດອນ ແລະ ໂຈເຊັບ ສະມິດ, ຜູ້ລູກ, ກັບໄປ, ແລະ ໃຫ້ອໍລີເວີ ຄາວເດີຣີ ໄປນຳເຂົາເຈົ້າຄືກັນ, ເພື່ອເຮັດວຽກງານທີ່ເຫລືອຢູ່ໃຫ້ສຳເລັດ ຊຶ່ງເຮົາໄດ້ກຳນົດໄວ້ໃຫ້ເຂົາເຈົ້າຢູ່ໃນແຜ່ນດິນຂອງເຂົາເຈົ້າເອງ, ແລະ ວຽກງານທີ່ເຫລືອຢູ່ຈະຖືກ ກຈັດການຢູ່ໃນກອງປະຊຸມໃຫຍ່.
59 ແລະ ບໍ່ໃຫ້ຄົນໃດກັບໄປຈາກແຜ່ນດິນນີ້ ຍົກເວັ້ນແຕ່ເຂົາຈະ ກເປັນພະຍານໄປລະຫວ່າງທາງ, ເຖິງສິ່ງທີ່ເຂົາຮູ້ ແລະ ເຊື່ອຢ່າງແນ່ນອນທີ່ສຸດ.
60 ໃຫ້ເອົາສິ່ງທີ່ມອບໃຫ້ແກ່ ຊີບາ ພີເຕີສັນ ໄປຈາກລາວ; ແລະ ໃຫ້ລາວຢູ່ເປັນສະມາຊິກຂອງສາດສະໜາຈັກ, ແລະ ເຮັດວຽກດ້ວຍມືຂອງລາວເອງນຳບັນດາອ້າຍນ້ອງ, ຈົນກວ່າລາວ ຖືກ ກຕີສອນຢ່າງພຽງພໍສຳລັບບາບທັງໝົດຂອງລາວ; ເພາະລາວບໍ່ໄດ້ສາລະພາບມັນ, ແລະ ລາວຄິດທີ່ຈະປົກປິດມັນໄວ້.
61 ໃຫ້ແອວເດີທີ່ເຫລືອຢູ່ຂອງສາດສະໜາຈັກນີ້, ຜູ້ພວມມາສູ່ແຜ່ນດິນນີ້, ຊຶ່ງບາງຄົນໄດ້ຮັບພອນຢ່າງຫລວງຫລາຍ ເຖິງຂະໜາດເກີນກວ່າທີ່ຈະວັດແທກໄດ້ ຈັດກອງປະຊຸມໃຫຍ່ຢູ່ໃນແຜ່ນດິນນີ້ຄືກັນ.
62 ແລະ ໃຫ້ຜູ້ຮັບໃຊ້ຂອງເຮົາ ເອດເວີດ ພາດທຣິດ ຄວບຄຸມກອງປະຊຸມໃຫຍ່ ຊຶ່ງພວກເຂົາຈະຈັດຂຶ້ນ.
63 ແລະ ໃຫ້ພວກເຂົາກັບຄືນໄປຄືກັນ, ໂດຍສັ່ງສອນພຣະກິດຕິຄຸນໄປລະຫວ່າງທາງ, ເປັນພະຍານເຖິງສິ່ງທີ່ເປີດເຜີຍແກ່ພວກເຂົາ.
64 ເພາະຕາມຈິງແລ້ວ, ສຽງຈະຕ້ອງອອກໄປຈາກບ່ອນນີ້ໄປທົ່ວໂລກ, ແລະ ໄປຫາບ່ອນໄກສຸດຂອງແຜ່ນດິນໂລກ—ຈະຕ້ອງ ກສັ່ງສອນພຣະກິດຕິຄຸນໃຫ້ແກ່ມະນຸດສະໂລກທັງໝົດ, ດ້ວຍ ຂເຄື່ອງໝາຍທີ່ຈະຕິດຕາມຄົນທີ່ເຊື່ອ.
65 ແລະ ຈົ່ງເບິ່ງ ບຸດມະນຸດຈະສະເດັດ ກມາ. ອາແມນ.