ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 120


ພາກ​ທີ 120

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ຟາ​ແວັດ, ລັດ​ມີ​ເຊີຣີ, ວັນທີ 8 ເດືອນ​ກໍລະກົດ, 1838, ໂດຍ​ການ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ເຖິງ​ການ​ຈັດ​ການ​ກັບ​ຊັບ​ສິນ​ທີ່​ຈ່າຍ​ເປັນ​ສ່ວນ​ສິບ ດັ່ງ​ທີ່​ໄດ້​ກ່າວ​ເຖິງ​ໃນ​ການ​ເປີດ​ເຜີຍ​ກ່ອນ​ໜ້າ​ນີ້, ພາກ​ທີ 119.

1 ຕາມ​ຄວາມ​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ບັດ​ນີ້​ເວລາ​ໄດ້​ມາ​ເຖິງ​ແລ້ວ, ທີ່​ຈະ​ຈັດ​ການ​ກັບ ສິ່ງ​ນີ້​ໂດຍ​ສະພາ, ຊຶ່ງ​ປະກອບ​ດ້ວຍ​ຝ່າຍ​ປະທານ​ສູງ​ສຸດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ແລະ ໂດຍ​ຝ່າຍ​ອະ​ທິ​ການ ແລະ ສະພາ​ຂອງ​ລາວ, ແລະ ໂດຍ​ສະພາ​ສູງ​ຂອງ​ເຮົາ; ແລະ ໂດຍ​ສຽງ​ຂອງ​ເຮົາ​ເອງ​ເຖິງ​ພວກ​ເຂົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.

      • ອສ ເງິນ​ສ່ວນ​ສິບ.