ພາກທີ 52
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ ແກ່ພວກແອວເດີຂອງສາດສະໜາຈັກ, ທີ່ເມືອງເຄີດແລນ, ລັດໂອໄຮໂອ, ວັນທີ 6 ເດືອນມິຖຸນາ, 1831. ກອງປະຊຸມໃຫຍ່ໄດ້ຖືກຈັດຂຶ້ນທີ່ເມືອງເຄີດແລນ, ເລີ່ມຕົ້ນໃນວັນທີ 3 ແລະ ສິ້ນສຸດລົງໃນວັນທີ 6 ຂອງເດືອນມິຖຸນາ. ໃນກອງປະຊຸມໃຫຍ່ນີ້ ມີການແຕ່ງຕັ້ງສະເພາະເປັນເທື່ອທຳອິດຕໍ່ຕຳແໜ່ງມະຫາປະໂລຫິດ, ແລະ ມີການຫລິງເຫັນ ແລະ ຕິຕຽນການສະແດງໃຫ້ປະຈັກບາງຢ່າງຂອງວິນຍານເທັດ ແລະ ການຫລອກລວງ.
1–2, ກອງປະຊຸມໃຫຍ່ຄັ້ງຕໍ່ໄປຖືກກຳນົດໃຫ້ຈັດຂຶ້ນໃນລັດມີເຊີຣີ; 3–8, ມີການກຳນົດແອວເດີບາງຄົນໃຫ້ເດີນທາງໄປນຳກັນ; 9–11, ແອວເດີຕ້ອງສິດສອນສິ່ງທີ່ອັກຄະສາວົກ ແລະ ສາດສະດາໄດ້ຂຽນໄວ້; 12–21, ຄົນທີ່ໄດ້ຮັບຄວາມສະຫວ່າງໂດຍພຣະວິນຍານຈະນຳຜົນແຫ່ງການສັນລະເສີນ ແລະ ປັນຍາອອກມາ; 22–44, ແອວເດີບາງຄົນໄດ້ຖືກກຳນົດໃຫ້ອອກໄປສັ່ງສອນພຣະກິດຕິຄຸນໃນຂະນະທີ່ເດີນທາງໄປ ລັດມີເຊີຣີເພື່ອຮ່ວມກອງປະຊຸມໃຫຍ່.
1 ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ກັບແອວເດີຜູ້ທີ່ພຣະອົງໄດ້ ກເອີ້ນ ແລະ ໄດ້ເລືອກໃນຍຸກສຸດທ້າຍນີ້, ໂດຍສຸລະສຽງແຫ່ງພຣະວິນຍານຂອງພຣະອົງ—
2 ໂດຍກ່າວວ່າ: ເຮົາ, ພຣະຜູ້ເປັນເຈົ້າ, ຈະເຮັດໃຫ້ເປັນທີ່ຮູ້ຈັກແກ່ພວກເຈົ້າວ່າເຮົາຕ້ອງການໃຫ້ພວກເຈົ້າເຮັດສິ່ງໃດນັບຈາກເວລານີ້ຈົນເຖິງກອງປະຊຸມໃຫຍ່ຄັ້ງຕໍ່ໄປ, ຊຶ່ງຈະຈັດຂຶ້ນໃນລັດມີເຊີຣີ, ເທິງ ກທີ່ດິນ ຊຶ່ງເຮົາໄດ້ ຂອຸທິດໄວ້ໃຫ້ຜູ້ຄົນຂອງເຮົາ, ຊຶ່ງເປັນສ່ວນໜຶ່ງ ຄທີ່ເຫລືອຢູ່ຂອງຢາໂຄບ, ແລະ ຄົນເຫລົ່ານັ້ນຜູ້ເປັນທາຍາດຕາມ ງພັນທະສັນຍາ.
3 ດັ່ງນັ້ນ, ຕາມຄວາມຈິງແລ້ວ ເຮົາກ່າວກັບເຈົ້າວ່າ ໃຫ້ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ສະມິດ, ຜູ້ລູກ, ແລະ ຊິດນີ ຣິກດອນ ອອກເດີນທາງທັນທີເທົ່າທີ່ຈະສາມາດຕຽມຕົວຢ່າງໄວເພື່ອອອກຈາກບ້ານເຮືອນຂອງເຂົາເຈົ້າ, ແລະ ເດີນທາງໄປຫາແຜ່ນດິນມີເຊີຣີ.
4 ແລະ ຕາບໃດທີ່ເຂົາເຈົ້າຊື່ສັດຕໍ່ເຮົາ, ຈະເຮັດໃຫ້ມັນເປັນທີ່ຮູ້ຈັກແກ່ເຂົາເຈົ້າວ່າເຂົາເຈົ້າຄວນເຮັດສິ່ງໃດ;
5 ແລະ ຕາບໃດທີ່ເຂົາເຈົ້າຊື່ສັດ, ຈະເຮັດໃຫ້ມັນເປັນທີ່ຮູ້ຈັກແກ່ເຂົາເຈົ້ານຳອີກວ່າ ກແຜ່ນດິນມູນມໍລະດົກຂອງເຂົາເຈົ້າຢູ່ບ່ອນໃດ.
6 ແລະ ຕາບໃດທີ່ເຂົາເຈົ້າບໍ່ຊື່ສັດ, ເຂົາເຈົ້າຈະຖືກຕັດອອກ, ແມ່ນແຕ່ຕາມທີ່ເຮົາປະສົງ, ດັ່ງທີ່ເຮົາເຫັນວ່າດີ.
7 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ໃຫ້ຜູ້ຮັບໃຊ້ຂອງເຮົາ ໄລມັນ ໄວ້ ແລະ ຜູ້ຮັບໃຊ້ຂອງເຮົາ ຈອນ ຄໍຣຽວ ອອກເດີນທາງຢ່າງໄວ;
8 ແລະ ຜູ້ຮັບໃຊ້ຂອງເຮົາ ຈອນ ເມີດ໊ອກ, ແລະ ຜູ້ຮັບໃຊ້ຂອງເຮົາ ໄຮຣຳ ສະມິດ ນຳອີກ, ອອກເດີນທາງໄປຫາບ່ອນດຽວກັນໂດຍຜ່ານທາງເມືອງດີທຣອຍ.
9 ແລະ ໃຫ້ພວກເຂົາເດີນທາງຈາກບ່ອນນັ້ນໂດຍສັ່ງສອນພຣະຄຳໄປລະຫວ່າງທາງ, ໂດຍ ກບໍ່ໃຫ້ກ່າວສິ່ງໃດນອກຈາກສິ່ງທີ່ ຂສາດສະດາ ແລະ ອັກຄະສາວົກໄດ້ຂຽນໄວ້, ແລະ ສິ່ງທີ່ ຄພຣະຜູ້ປອບໂຍນໄດ້ສິດສອນພວກເຂົາຜ່ານການອະທິຖານດ້ວຍສັດທາເທົ່ານັ້ນ.
10 ໃຫ້ພວກເຂົາໄປເປັນ ກຄູ່ໆ, ແລະ ໃຫ້ພວກເຂົາສັ່ງສອນໄປລະຫວ່າງທາງໃນການຊຸມນຸມທຸກບ່ອນ, ໂດຍໃຫ້ບັບຕິສະມາດ້ວຍ ຂນ້ຳ, ແລະ ໂດຍການວາງ ຄມືຢູ່ແຄມນ້ຳ.
11 ເພາະພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້, ເຮົາຈະຕັດວຽກງານຂອງເຮົາໃຫ້ສັ້ນລົງໃນ ກຄວາມຊອບທຳ, ເພາະເວລາມາເຖິງແລ້ວທີ່ເຮົາຈະສົ່ງການພິພາກສາອອກໄປສູ່ໄຊຊະນະ.
12 ແລະ ໃຫ້ຜູ້ຮັບໃຊ້ຂອງເຮົາ ໄລມັນ ໄວ້ ລະມັດລະວັງ, ເພາະຊາຕານຢາກ ກຝັດລາວຄືກັນກັບຂີ້ແກບ.
13 ແລະ ຈົ່ງເບິ່ງ, ຄົນທີ່ ກຊື່ສັດຈະຖືກເຮັດໃຫ້ເປັນຜູ້ປົກຄອງຫລາຍສິ່ງ.
14 ແລະ ອີກເທື່ອໜຶ່ງ, ເຮົາຈະມອບແບບແຜນໃນທຸກສິ່ງໃຫ້ແກ່ພວກເຈົ້າ, ເພື່ອວ່າພວກເຈົ້າຈະບໍ່ຖືກຫລອກລວງ; ເພາະຊາຕານມີຢູ່ທົ່ວແຜ່ນດິນ, ແລະ ມັນອອກໄປຫລອກລວງບັນດາປະຊາຊາດ—
15 ດັ່ງນັ້ນ ຄົນໃດທີ່ອະທິຖານ, ຜູ້ມີວິນຍານທີ່ ກສຳນຶກຜິດ, ຄົນໆນັ້ນເຮົາຈະ ຂຮັບຮູ້ຖ້າຫາກເຂົາປະຕິບັດຕາມ ຄພິທີການຂອງເຮົາ.
16 ຄົນໃດທີ່ກ່າວ, ຜູ້ມີວິນຍານທີ່ສຳນຶກຜິດ, ຊຶ່ງພາສາຂອງເຂົາອ່ອນໂຍນ ແລະ ເສີມສ້າງ, ຄົນໆນັ້ນແມ່ນມາຈາກພຣະເຈົ້າຖ້າຫາກເຂົາປະຕິບັດຕາມພິທີການຂອງເຮົາ.
17 ແລະ ອີກເທື່ອໜຶ່ງ, ຄົນໃດທີ່ຕົວສັ່ນພາຍໃຕ້ອຳນາດຂອງເຮົາ ຈະຖືກເຮັດໃຫ້ ກເຂັ້ມແຂງຂຶ້ນ, ແລະ ຈະ ນຳຜົນແຫ່ງການສັນລະເສີນ ແລະ ຂປັນຍາອອກມາ, ຕາມການເປີດເຜີຍ ແລະ ຄວາມຈິງ ຊຶ່ງເຮົາໄດ້ມອບໃຫ້ພວກເຈົ້າ.
18 ແລະ ອີກເທື່ອໜຶ່ງ, ຄົນທີ່ຜ່າຍແພ້ ແລະ ບໍ່ໄດ້ ກນຳຜົນອອກມາ, ແມ່ນແຕ່ຕາມແບບແຜນນີ້, ບໍ່ໄດ້ມາຈາກເຮົາ.
19 ດັ່ງນັ້ນ, ໂດຍແບບແຜນນີ້ພວກເຈົ້າຈະ ກຮູ້ວິນຍານຕ່າງໆໃນທຸກກໍລະນີພາຍໃຕ້ຟ້າສະຫວັນທັງມວນ.
20 ແລະ ເວລາມາເຖິງແລ້ວ; ອີງຕາມສັດທາຂອງມະນຸດ ມັນຈະ ກເກີດຂຶ້ນກັບພວກເຂົາ.
21 ຈົ່ງເບິ່ງ, ຄຳບັນຊານີ້ຖືກມອບໃຫ້ແກ່ແອວເດີທຸກຄົນ ຜູ້ທີ່ເຮົາໄດ້ເລືອກໄວ້.
22 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ໃຫ້ຜູ້ຮັບໃຊ້ຂອງເຮົາ ກທອມມັສ ບີ ມາສ໌ ແລະ ຜູ້ຮັບໃຊ້ຂອງເຮົາ ເອຊະຣາ ແຕ ອອກເດີນທາງຄືກັນ, ໂດຍສັ່ງສອນພຣະຄຳໄປລະຫວ່າງທາງຫາແຜ່ນດິນດຽວກັນນັ້ນ.
23 ແລະ ອີກເທື່ອໜຶ່ງ, ໃຫ້ຜູ້ຮັບໃຊ້ຂອງເຮົາ ໄອຊິກ ມໍລີ ແລະ ຜູ້ຮັບໃຊ້ຂອງເຮົາ ເອຊະຣາ ບູທ໌ ອອກເດີນທາງ, ໂດຍສັ່ງສອນພຣະຄຳໄປລະຫວ່າງທາງຫາແຜ່ນດິນດຽວກັນນັ້ນດ້ວຍ.
24 ແລະ ອີກເທື່ອໜຶ່ງ, ໃຫ້ຜູ້ຮັບໃຊ້ຂອງເຮົາ ກເອດເວີດ ພາດທຣິດ ແລະ ມາຕິນ ແຮຣິສ ອອກເດີນທາງ ໄປກັບຜູ້ຮັບໃຊ້ຂອງເຮົາ ຊິດນີ ຣິກດອນ ແລະ ໂຈເຊັບ ສະມິດ, ຜູ້ລູກ.
25 ໃຫ້ຜູ້ຮັບໃຊ້ຂອງເຮົາ ເດວິດ ວິດເມີ ແລະ ຮາວີ ວິດລ໊ອກ ອອກເດີນທາງຄືກັນ, ແລະ ສັ່ງສອນໄປລະຫວ່າງທາງຫາແຜ່ນດິນດຽວກັນນັ້ນ.
26 ແລະ ໃຫ້ຜູ້ຮັບໃຊ້ຂອງເຮົາ ກພາລີ ພີ ພະແຣັດ ແລະ ຂອໍສັນ ພະແຣັດ ອອກເດີນທາງ, ແລະ ສັ່ງສອນໄປລະຫວ່າງທາງ, ແມ່ນແຕ່ໄປຫາແຜ່ນດິນດຽວກັນນັ້ນ.
27 ແລະ ໃຫ້ຜູ້ຮັບໃຊ້ຂອງເຮົາ ໂຊໂລໂມນ ແຮນຄ໊ອກ ແລະ ຊາຍມັນ ຄາດເທີ ອອກເດີນທາງຄືກັນໄປຫາແຜ່ນດິນດຽວກັນນັ້ນ, ແລະ ສັ່ງສອນໄປລະຫວ່າງທາງ.
28 ໃຫ້ຜູ້ຮັບໃຊ້ຂອງເຮົາ ເອດສັນ ຟູນເລີ ແລະ ເຈກັບ ສະກາດ ອອກເດີນທາງຄືກັນ.
29 ໃຫ້ຜູ້ຮັບໃຊ້ຂອງເຮົາ ລີວາຍ ດັບເບິນຢູ ແຮນຄ໊ອກ ແລະ ເຊເບດີ ຄໍຕຣິນ ອອກເດີນທາງຄືກັນ.
30 ໃຫ້ຜູ້ຮັບໃຊ້ຂອງເຮົາ ເຣໂນນ ຄາຮູນ ແລະ ແຊມໂຍ ເອັຈ ສະມິດ ອອກເດີນທາງຄືກັນ.
31 ໃຫ້ຜູ້ຮັບໃຊ້ຂອງເຮົາ ວີເລີ ໂບວິນ ແລະ ວິວລຽມ ຄາດເທີ ອອກເດີນທາງຄືກັນ.
32 ແລະ ໃຫ້ຜູ້ຮັບໃຊ້ຂອງເຮົາ ກນິວເອັນ ໄນ້ ແລະ ສີລາ ເຈ ກຣິບຟິນ ໄດ້ຮັບການແຕ່ງຕັ້ງທັງສອງ, ແລະ ອອກເດີນທາງຄືກັນ.
33 ແທ້ຈິງແລ້ວ, ຕາມຄວາມຈິງ ເຮົາກ່າວວ່າ ໃຫ້ພວກເຂົາທຸກຄົນອອກເດີນທາງໄປຫາສະຖານທີ່ແຫ່ງດຽວກັນ, ຕາມເສັ້ນທາງຕ່າງໆຂອງພວກເຂົາ, ແລະ ບໍ່ໃຫ້ຄົນໃດສ້າງໄວ້ເທິງ ກຮາກຖານຂອງຄົນອື່ນ, ທັງບໍ່ໃຫ້ເດີນທາງໄປໃນເສັ້ນທາງຂອງຄົນອື່ນ.
34 ຄົນໃດທີ່ຊື່ສັດ, ຄົນໆນັ້ນຈະໄດ້ຮັບການຮັກສາໄວ້ ແລະ ໄດ້ຮັບພອນດ້ວຍ ກຜົນຢ່າງຫລວງຫລາຍ.
35 ແລະ ອີກເທື່ອໜຶ່ງ, ເຮົາກ່າວກັບພວກເຈົ້າວ່າ ໃຫ້ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ເວກຟຽວ ແລະ ໂຊໂລໂມນ ຮຳຟຣີ ອອກເດີນທາງໄປຫາແຜ່ນດິນທາງທິດຕາເວັນອອກ;
36 ໃຫ້ພວກເຂົາອອກແຮງນຳຄອບຄົວຂອງພວກເຂົາ, ໂດຍບໍ່ ກປະກາດຢ່າງອື່ນນອກຈາກສິ່ງທີ່ເປັນຂອງສາດສະດາ ແລະ ອັກຄະສາວົກ, ຊຶ່ງພວກເຂົາໄດ້ ຂເຫັນ ແລະ ໄດ້ຍິນ ແລະ ຄເຊື່ອຢ່າງແນ່ນອນທີ່ສຸດ, ເພື່ອວ່າຄຳທຳນາຍຈະສຳເລັດຄົບຖ້ວນ.
37 ເນື່ອງຈາກການລ່ວງລະເມີດ, ຈົ່ງໃຫ້ເອົາສິ່ງທີ່ໄດ້ມອບໃຫ້ແກ່ ຮີມັນ ແບເສັດ ກໄປຈາກລາວ, ແລະ ມອບມັນໄວ້ເທິງຫົວຂອງ ໄຊມອນສ໌ ໄຣເດີ.
38 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ໃຫ້ ກແຕ່ງຕັ້ງ ແຈເຣັດ ຄາດເທີ ເປັນປະໂລຫິດ, ແລະ ໃຫ້ແຕ່ງຕັ້ງ ຈອດ ເຈມສ໌ ເປັນ ຂປະໂລຫິດຄືກັນ.
39 ໃຫ້ແອວເດີຜູ້ທີ່ເຫລືອຢູ່ ກດູແລໜ່ວຍຂອງສາດສະໜາຈັກ, ແລະ ປະກາດພຣະຄຳໃນພາກພື້ນຕ່າງໆທີ່ອ້ອມຮອບພວກເຂົາ; ແລະ ໃຫ້ພວກເຂົາອອກແຮງດ້ວຍມືຂອງຕົນເອງ ເພື່ອວ່າພວກເຂົາຈະບໍ່ໄດ້ເຄົາລົບ ຂຮູບບູຊາ ຫລື ເຮັດຄວາມຊົ່ວຮ້າຍ.
40 ແລະ ໃນທຸກສິ່ງໃຫ້ຈື່ຈຳ ກຄົນຍາກຈົນ ແລະ ຂຄົນຂັດສົນ, ຄົນເຈັບປ່ວຍ ແລະ ຄົນທີ່ເປັນທຸກ, ເພາະຄົນໃດທີ່ບໍ່ເຮັດສິ່ງເຫລົ່ານີ້, ຄົນໆນັ້ນບໍ່ໄດ້ເປັນສານຸສິດຂອງເຮົາ.
41 ແລະ ອີກເທື່ອໜຶ່ງ, ໃຫ້ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ສະມິດ, ຜູ້ລູກ, ແລະ ຊິດນີ ຣິກດອນ ແລະ ເອດເວີດ ພາດທຣິດ ເອົາ ກໃບຮັບຮອງຈາກສາດສະໜາຈັກໄປກັບເຂົາເຈົ້າ. ແລະ ໃຫ້ມີໃບໜຶ່ງສຳລັບຜູ້ຮັບໃຊ້ຂອງເຮົາ ອໍລີເວີ ຄາວເດີຣີ ຄືກັນ.
42 ແລະ ດັ່ງນັ້ນ, ແມ່ນແຕ່ດັ່ງທີ່ເຮົາໄດ້ກ່າວ, ຖ້າຫາກພວກເຈົ້າຊື່ສັດ ພວກເຈົ້າຈະໄປຊຸມນຸມກັນເພື່ອປິຕິຍິນດີໃນແຜ່ນດິນ ກມີເຊີຣີ, ຊຶ່ງເປັນແຜ່ນດິນ ຂມູນມໍລະດົກຂອງພວກເຈົ້າ, ຊຶ່ງຂະນະນີ້ເປັນແຜ່ນດິນຂອງສັດຕູຂອງພວກເຈົ້າ.
43 ແຕ່, ຈົ່ງເບິ່ງ, ເຮົາ, ພຣະຜູ້ເປັນເຈົ້າ, ຈະເລັ່ງສ້າງເມືອງໃນເວລາອັນເໝາະສົມ, ແລະ ຈະສວມມົງກຸດໃຫ້ຄົນຊອບທຳດ້ວຍ ກຄວາມຊື່ນຊົມ ແລະ ຄວາມປິຕິຍິນດີ.
44 ຈົ່ງເບິ່ງ, ເຮົາຄືພຣະເຢຊູຄຣິດ, ພຣະບຸດຂອງພຣະເຈົ້າ, ແລະ ເຮົາຈະ ກຍົກພວກເຂົາຂຶ້ນໃນວັນສຸດທ້າຍ. ແມ່ນເປັນດັ່ງນັ້ນ. ອາແມນ.