ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 67


ພາກ​ທີ 67

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ໄຮຣຳ, ລັດ​ໂອ​ໄຮ​ໂອ, ໃນ​ຕົ້ນ​ເດືອນ​ພະຈິກ 1831. ເຫດ​ການ​ນັ້ນ​ເປັນ​ເຫດ​ການ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ພິ​ເສດ, ແລະ ການ​ພິມ​ຂອງ​ການ​ເປີດ​ເຜີຍ​ທີ່​ໄດ້​ຮັບ​ມາ​ແລ້ວ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ຜ່ານ​ສາດ​ສະ​ດາ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ ແລະ ດຳ​ເນີນ​ການ (ເບິ່ງ ຫົວ​ຂໍ້​ຂອງ ພາກ​ທີ 1). ວິວລຽມ ດັບ​ເບິນ​ຢູ ແຟ້ວສ໌ ຫາ​ກໍ​ໄດ້​ຈັດ​ຕັ້ງ​ໂຮງ​ພິມ​ຂອງ​ສາດ​ສະ​ໜາ​ຈັກ​ຂຶ້ນ ໃນ​ເມືອງ​ອິນ​ດີ​ເພັນ​ເດັນສ໌, ລັດ​ມີ​ເຊີຣີ. ກອງ​ປະ​ຊຸມ​ໃຫຍ່​ໄດ້​ຕັດ​ສິນ​ໃຈ​ຈັດ​ພິມ​ການ​ເປີດ​ເຜີຍ​ຢູ່​ໃນ Book of Commandments (ປຶ້ມ​ພຣະ​ບັນ​ຍັດ) ແລະ ໃຫ້​ພິມ 10,000 ເຫລັ້ມ (ໂດຍ​ທີ່​ບໍ່​ຮູ້​ເຖິງ​ສະພາບ​ການທີ່​ຍາກ​ລຳບາກ​ໃນ​ພາຍ​ໜ້າ ຈຶ່ງ​ໄດ້​ຕັດ​ສິນ​ໃຈ​ພິມ​ພຽງ​ແຕ່ 3,000 ເຫລັ້ມ). ອ້າຍ​ນ້ອງ​ຫລາຍ​ຄົນ​ໄດ້​ສະແດງ​ປະຈັກ​ພະຍານ​ອັນ​ໜັກ​ແໜ້ນ​ວ່າ ການ​ເປີດ​ເຜີຍ​ທີ່​ຮວບ​ຮວມ​ໄວ້​ໃນ​ເວລາ​ນັ້ນ​ເພື່ອ​ພິມ​ເປັນ​ປຶ້ມ ເປັນ​ຄວາມ​ຈິງ, ດັ່ງ​ທີ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ເປັນ​ພະຍານ​ແກ່​ພວກ​ເຂົາ. ປະຫວັດ​ຂອງ​ໂຈເຊັບ ສະມິດ​ບັນ​ທຶກ​ວ່າ ຫລັງ​ຈາກ​ໄດ້​ຮັບ​ການ​ເປີດ​ເຜີຍ​ທີ່​ເອີ້ນ​ກັນ​ວ່າ ພາກ​ທີ 1 ແລ້ວ, ໄດ້​ມີ​ການ​ເວົ້າລົມ​ບາງ​ຢ່າງ​ໃນ​ທາງ​ບໍ່​ເຫັນ​ດ້ວຍ​ກ່ຽວ​ກັບ​ພາ​ສາ​ທີ່​ໃຊ້​ໃນ​ການ​ເປີດ​ເຜີຍ. ການ​ເປີດ​ເຜີຍ​ພາກ​ນີ້​ຈຶ່ງ​ໄດ້​ຕາມ​ມາ.

1–3, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ແອວເດີ​ຂອງ​ພຣະ​ອົງ ແລະ ເຝົ້າ​ດູ​ແລ​ພວກ​ເຂົາ; 4–9, ພຣະ​ອົງ​ທ້າ​ທາຍ​ຄົນ​ສະຫລາດ​ທີ່​ສຸດ​ໃຫ້​ຂຽນ​ໃຫ້​ເທົ່າ​ກັບ​ແມ່ນ​ແຕ່​ສ່ວນ​ໜ້ອຍ​ໜຶ່ງ​ຂອງ​ການ​ເປີດ​ເຜີຍ​ຂອງ​ພຣະ​ອົງ; 10–14, ແອວເດີ​ທີ່​ຊື່​ສັດ​ຈະ​ຖືກ​ເຮັດ​ໃຫ້​ມີ​ຊີ​ວິດ​ຊີ​ວາ​ໂດຍ​ພຣະ​ວິນ​ຍານ ແລະ ເຫັນ​ພຣະ​ພັກ​ຂອງ​ພຣະ​ເຈົ້າ.

1 ຈົ່ງ​ເບິ່ງ ແລະ ຈົ່ງ​ເຊື່ອ​ຟັງ, ໂອ້ ພວກ​ເຈົ້າ ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ຜູ້​ໄດ້​ມາ​ຮ່ວມ​ຊຸມ​ນຸມ​ນຳ​ກັນ, ຜູ້​ທີ່​ເຮົາ​ໄດ້​ຍິນ​ຄຳ​ອະ​ທິ​ຖານ, ແລະ ຜູ້​ທີ່​ເຮົາ​ຮູ້​ໃຈ, ແລະ ຜູ້​ທີ່​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ຂຶ້ນ​ມາ​ຢູ່​ຕໍ່​ໜ້າ​ເຮົາ.

2 ຈົ່ງ​ເບິ່ງ ແລະ ເບິ່ງແມ, ຕາ​ຂອງ​ເຮົາ​ຈ້ອງ​ມອງ​ພວກ​ເຈົ້າ​ຢູ່, ແລະ ສະຫວັນ ແລະ ແຜ່ນ​ດິນ​ໂລກ​ຢູ່​ໃນ​ກຳ​ມື​ຂອງ​ເຮົາ, ແລະ ຄວາມ​ຮັ່ງ​ມີ​ແຫ່ງ​ຊົ່ວ​ນິ​ລັນ​ດອນ​ເປັນ​ຂອງ​ເຮົາ​ທີ່​ຈະ​ມອບ​ໃຫ້.

3 ພວກ​ເຈົ້າ​ພະ​ຍາ​ຍາມ​ທີ່​ຈະ​ເຊື່ອ​ວ່າ ພວກ​ເຈົ້າ​ຄວນ​ໄດ້​ຮັບ​ພອນ ຊຶ່ງ​ມອບ​ໄວ້​ໃຫ້​ພວກ​ເຈົ້າ; ແຕ່​ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ໄດ້​ມີ ຄວາມ​ຢ້ານ​ກົວ​ໃນ​ໃຈ​ຂອງ​ພວກ​ເຈົ້າ, ແລະ ຕາມ​ຄວາມ​ຈິງ​ແລ້ວ ນີ້​ຄື​ເຫດ​ຜົນ​ທີ່​ພວກ​ເຈົ້າ​ບໍ່​ໄດ້​ຮັບ.

4 ແລະ ບັດ​ນີ້ ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ມອບ ປະຈັກ​ພະຍານ​ແຫ່ງ​ຄວາມ​ຈິງ​ເຖິງ​ບັນ​ຍັດ​ເຫລົ່າ​ນີ້​ໃຫ້​ແກ່​ພວກ​ເຈົ້າ ຊຶ່ງ​ວາງ​ຢູ່​ຕໍ່​ໜ້າ​ພວກ​ເຈົ້າ.

5 ຕາ​ຂອງ​ພວກ​ເຈົ້າ​ຈ້ອງ​ມອງ​ຢູ່​ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ, ແລະ ພາ​ສາ​ຂອງ​ລາວ ພວກ​ເຈົ້າ​ກໍ​ຮູ້, ແລະ ຄວາມ​ບົກ​ພ່ອງ​ຂອງ​ລາວ ພວກ​ເຈົ້າ​ກໍ​ຮູ້; ແລະ ພວກ​ເຈົ້າ​ໄດ້​ສະແຫວງ​ຫາ​ຄວາມ​ຮູ້​ໃນ​ໃຈ​ຂອງ​ພວກ​ເຈົ້າ ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ໄດ້​ອະ​ທິ​ບາຍ​ເກີນ​ກວ່າ​ພາ​ສາ​ຂອງ​ລາວ; ສິ່ງ​ນີ້​ພວກ​ເຈົ້າ​ກໍ​ຮູ້​ຄື​ກັນ.

6 ບັດ​ນີ້, ຈົ່ງ​ຄົ້ນ​ຫາ​ຈາກ Book of Commandments (ປຶ້ມ​ພຣະ​ບັນ​ຍັດ), ແມ່ນ​ແຕ່​ສ່ວນ​ເລັກ​ໜ້ອຍ​ທີ່​ສຸດ​ໃນ​ນັ້ນ, ແລະ ໃຫ້​ກຳ​ນົດ​ຄົນ​ໜຶ່ງ​ທີ່ ສະຫລາດ​ທີ່​ສຸດ​ໃນ​ບັນ​ດາ​ພວກ​ເຈົ້າ;

7 ຫລື, ຖ້າ​ຫາກ​ມີ​ຄົນ​ໃດ​ຄົນ​ໜຶ່ງ​ໃນ​ບັນ​ດາ​ພວກ​ເຈົ້າ​ສາ​ມາດ​ຂຽນ​ຂໍ້​ຄວາມ​ໃຫ້​ເໝືອນ​ກັບ​ປຶ້ມ​ນັ້ນ, ແລ້ວ ພວກ​ເຈົ້າ​ກໍ​ຖືກ​ຕ້ອງ​ແລ້ວ​ທີ່​ຈະ​ເວົ້າ​ວ່າ ພວກ​ເຈົ້າ​ບໍ່​ຮູ້​ວ່າ​ປຶ້ມ​ນັ້ນ​ເປັນ​ຄວາມ​ຈິງ;

8 ແຕ່​ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ສາ​ມາດ​ຂຽນ​ຂໍ້​ຄວາມ​ໃຫ້​ເໝືອນ​ກັບ​ປຶ້ມ​ນັ້ນ, ພວກ​ເຈົ້າ​ກໍ​ຢູ່​ພາຍ​ໃຕ້​ການ​ກ່າວ​ໂທດ ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ໄດ້ ເປັນ​ພະຍານ​ວ່າ ມັນ​ເປັນ​ຄວາມ​ຈິງ.

9 ເພາະ​ພວກ​ເຈົ້າ​ຮູ້​ວ່າ ບໍ່​ມີ​ຄວາມ​ບໍ່​ຊອບ​ທຳ​ຢູ່​ໃນ​ປຶ້ມ​ນັ້ນ, ແລະ ສິ່ງ​ໃດ​ທີ່ ຊອບ​ທຳ ແມ່ນ​ລົງ​ມາ​ຈາກ​ເບື້ອງ​ເທິງ, ຈາກ​ພຣະ​ບິດາ​ແຫ່ງ ຄວາມ​ສະ​ຫວ່າງ.

10 ແລະ ອີກເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ມັນ​ເປັນ​ສິດ​ທິ​ພິ​ເສດ​ຂອງ​ພວກ​ເຈົ້າ, ແລະ ຄຳ​ສັນ​ຍາ​ຂໍ້​ໜຶ່ງ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກ​ເຈົ້າ​ຜູ້​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສູ່​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ນີ້, ຄື​ຕາບ​ໃດ​ທີ່​ພວກ​ເຈົ້າ​ປົດ​ເປື້ອງ​ຕົນ​ໃຫ້​ພົ້ນ​ຈາກ ຄວາມ​ອິດ​ສາ​ບັງ​ບຽດ ແລະ ຄວາມ​ຢ້ານ​ກົວ​ອອກ​ຈາກ​ຕົນ, ແລະ ນອບ​ນ້ອມ ຖ່ອມ​ຕົວ​ລົງ​ຢູ່​ຕໍ່​ໜ້າ​ເຮົາ, ເພາະ​ພວກ​ເຈົ້າ​ບໍ່​ຖ່ອມ​ຕົວ​ພຽງ​ພໍ, ແລ້ວ ມ່ານ​ຈະ​ຖືກ​ສີກ​ອອກ ແລະ ພວກ​ເຈົ້າ ຈະ ເຫັນ​ເຮົາ ແລະ ຮູ້​ວ່າ​ເຮົາ​ດຳ​ລົງ​ຢູ່—ບໍ່​ແມ່ນ​ດ້ວຍ​ກາມ​ມະ​ລົມ ຫລື ດ້ວຍ​ທຳ​ມະ​ຊາດ​ຂອງ​ຈິດ​ໃຈ, ແຕ່​ດ້ວຍ​ຝ່າຍ​ວິນ​ຍານ.

11 ເພາະ​ບໍ່​ເຄີຍ​ມີ ມະນຸດ​ຄົນ​ໃດ​ເຄີຍ​ເຫັນ​ພຣະ​ເຈົ້າ​ໃນ​ເນື້ອ​ໜັງ​ເລີຍ ບໍ່​ວ່າ​ໃນ​ເວລາ​ໃດ​ກໍ​ຕາມ, ຍົກ​ເວັ້ນ​ແຕ່​ໄດ້​ຖືກ​ເຮັດ​ໃຫ້​ມີ​ຊີ​ວິດ​ຊີ​ວາ​ໂດຍ​ພຣະ​ວິນ​ຍານ​ຂອງ​ພຣະເຈົ້າ.

12 ທັງ​ບໍ່​ມີ ມະນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ​ຄົນ​ໃດ​ສາ​ມາດ​ທົນ​ຢູ່​ຕໍ່​ໜ້າ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ​ໄດ້, ທັງ​ຈິດ​ໃຈ​ແຫ່ງ​ກາມ​ມະ​ລົມ​ກໍ​ທົນ​ບໍ່​ໄດ້.

13 ພວກ​ເຈົ້າ​ບໍ່​ສາ​ມາດ​ທົນ​ຢູ່​ຕໍ່​ໜ້າ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ​ໄດ້​ໃນ​ຕອນ​ນີ້, ທັງ​ບໍ່​ສາ​ມາດ​ທົນ​ກັບ​ການ​ປະ​ຕິ​ບັດ​ຂອງ​ເຫລົ່າ​ທູດ; ດັ່ງ​ນັ້ນ, ຈົ່ງ​ດຳ​ເນີນ​ຕໍ່​ໄປ​ດ້ວຍ ຄວາມ​ອົດ​ທົນ​ຈົນ​ກວ່າ​ພວກ​ເຈົ້າ​ຈະ​ຖືກ​ເຮັດ​ໃຫ້ ດີ​ພ້ອມ.

14 ຢ່າ​ໃຫ້​ຈິດ​ໃຈ​ຂອງ​ພວກ​ເຈົ້າ​ຫັນ​ກັບ​ໄປ; ແລະ ເມື່ອ​ພວກ​ເຈົ້າ​ມີ ຄ່າ​ຄວນ, ໃນ​ເວລາ​ອັນ​ເໝາະ​ສົມ​ຂອງ​ເຮົາ​ເອງ, ພວກ​ເຈົ້າ​ຈະ​ໄດ້​ເຫັນ ແລະ ຮູ້​ສິ່ງ​ທີ່​ໄດ້​ມອບ​ໃຫ້​ພວກ​ເຈົ້າ​ໂດຍ​ມື​ຂອງ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ. ອາແມນ.