ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 11


ພາກ​ທີ 11

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ​ແກ່​ໄຮຣຳ ສະມິດ ອ້າຍ​ຂອງ​ເພິ່ນ, ທີ່ ເມືອງ​ຮາມ​ໂມ​ນີ ລັດ​ເພັນໂຊ​ເວເນຍ, ເດືອນ​ພຶດສະພາ 1829. ການ​ເປີດ​ເຜີຍ​ນີ້​ໄດ້​ຮັບ​ຜ່ານ​ອຸລີມ ແລະ ທຸມມີມ ໃນ​ການ​ຕອບ​ຕໍ່​ຄຳ​ອ້ອນ​ວອນ ແລະ ຄຳ​ຖາມ​ຂອງ​ໂຈເຊັບ. ປະຫວັດ​ຂອງ​ໂຈເຊັບ ສະມິດ ແນະນຳ​ວ່າ ໄດ້​ຮັບ​ການ​ເປີດ​ເຜີຍ​ນີ້​ຫລັງ​ຈາກ​ການ​ຟື້ນ​ຟູ​ຖານະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ.

1–6, ຜູ້​ທຳ​ງານ​ໃນ​ສວນ​ອະງຸ່ນ​ຈະ​ໄດ້​ຮັບ​ຄວາມ​ລອດ; 7–14, ໃຫ້​ສະແຫວງ​ຫາ​ປັນ​ຍາ, ປະ​ກາດ​ການ​ກັບ​ໃຈ, ໄວ້​ວາງ​ໃຈ​ໃນ​ພຣະ​ວິນ​ຍານ; 15–22, ໃຫ້​ຮັກ​ສາ​ພຣະ​ບັນ​ຍັດ, ແລະ ສຶກ​ສາ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; 23–27, ບໍ່​ປະ​ຕິ​ເສດ​ພຣະ​ວິນ​ຍານ​ແຫ່ງ​ການ​ເປີດ​ເຜີຍ ແລະ ການ​ທຳ​ນາຍ; 28–30, ຜູ້​ຮັບ​ເອົາ​ພຣະ​ຄຣິດ​ກາຍ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ.

1 ວຽກ​ງານ​ອັນຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ພວມ​ຈະ​ອອກ​ມາ​ສູ່​ລູກ​ຫລານ​ມະນຸດ.

2 ຈົ່ງ​ເບິ່ງ, ເຮົາ​ຄື​ພຣະ​ເຈົ້າ; ຈົ່ງ ເອົາ​ໃຈ​ໃສ່​ຕໍ່ ຄຳ​ຂອງ​ເຮົາ, ຊຶ່ງ​ມີ​ຊີ​ວິດ ແລະ ມີ ພະ​ລັງ, ແຫລມ​ຄົມ​ຫລາຍ​ກວ່າ​ດາບ​ສອງ​ຄົມ, ຊຶ່ງ​ຈະ​ແຍກ​ທັງ​ຂໍ້​ຕໍ່ ແລະ ໄຂ​ໃນ​ກະ​ດູກ​ອອກ​ຈາກ​ກັນ; ສະນັ້ນ​ຈົ່ງ​ເອົາ​ໃຈ​ໃສ່​ຕໍ່​ຄຳ​ຂອງ​ເຮົາ.

3 ຈົ່ງ​ເບິ່ງ, ທົ່ງ​ກໍ ຂາວ​ພ້ອມ​ແລ້ວ​ທີ່​ຈະ​ເກັບ​ກ່ຽວ; ສະນັ້ນ, ຜູ້​ໃດ​ພ້ອມ​ແລ້ວ​ທີ່​ຈະ​ເກັບ​ກ່ຽວ, ກໍ​ໃຫ້​ເຂົາ​ເດ່​ກ່ຽວ​ຂອງ​ເຂົາ​ອອກ​ໄປ​ດ້ວຍ​ສຸດ​ພະ​ລັງ​ຂອງ​ເຂົາ, ແລະ ເກັບ​ກ່ຽວ​ໃນ​ຂະນະ​ທີ່​ຍັງ​ເວັນ​ຢູ່, ເພື່ອ​ເຂົາ​ຈະ​ໄດ້ ສະ​ສົມ​ຄວາມ​ລອດ ອັນ​ເປັນ​ນິດ​ໄວ້​ໃຫ້​ແກ່​ຈິດ​ວິນ​ຍານ​ຂອງ​ເຂົາ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.

4 ແທ້​ຈິງ​ແລ້ວ, ຄົນ​ໃດ​ກໍ​ຕາມ​ທີ່​ຈະ​ເດ່ ກ່ຽວ​ຂອງ​ຕົນ​ອອກ​ໄປ ແລະ ເກັບ​ກ່ຽວ, ຄົນໆ​ນັ້ນ​ແມ່ນ​ຖືກ​ເອີ້ນ ຈາກ​ພຣະ​ເຈົ້າ.

5 ສະນັ້ນ, ຖ້າ​ຫາກ​ເຈົ້າ ໝັ່ນ​ຂໍ​ຈາກ​ເຮົາ ເຈົ້າ​ກໍ​ຈະ​ໄດ້​ຮັບ; ຖ້າ​ເຈົ້າ​ໝັ່ນ​ເຄາະ ແລ້ວ​ຈະ​ມີ​ຜູ້​ໄຂ​ປະຕູ​ໃຫ້​ເຈົ້າ.

6 ບັດ​ນີ້, ດັ່ງ​ທີ່​ເຈົ້າ​ໄດ້​ຂໍ, ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ຈົ່ງ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ແລະ ສະແຫວງ​ຫາ​ທີ່​ຈະ​ນຳ ແລະ ສະຖາ​ປະນາ​ອຸ​ດົມ​ການ​ຂອງ ຊີໂອນ.

7 ຢ່າ​ສະແຫວງ​ຫາ ຄວາມ​ຮັ່ງ​ມີ ແຕ່​ຈົ່ງ​ສະແຫວງ​ຫາ ປັນ​ຍາ, ແລະ ຈົ່ງ​ເບິ່ງ, ຄວາມ​ລຶກ​ລັບ​ຂອງ​ພຣະ​ເຈົ້າ ຈະ​ເປີດ​ອອກ​ແກ່​ເຈົ້າ, ແລະ ຈາກ​ນັ້ນ​ຈະ​ເຮັດ​ໃຫ້​ເຈົ້າ​ຮັ່ງ​ມີ. ຈົ່ງ​ເບິ່ງ, ຄົນ​ທີ່​ມີ​ຊີ​ວິດ​ນິ​ລັນ​ດອນ​ເປັນ​ຄົນ​ຮັ່ງ​ມີ.

8 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ແມ່ນ​ແຕ່​ເຈົ້າ​ປາດ​ຖະ​ໜາ​ຈາກ​ເຮົາ​ສັນ​ໃດ ມັນ​ຈະ​ເປັນ​ໄປ​ກັບ​ເຈົ້າ​ສັນ​ນັ້ນ; ແລະ ຖ້າ​ຫາກ​ເຈົ້າ​ປາດ​ຖະ​ໜາ, ເຈົ້າ​ຈະ​ເປັນ​ທາງ​ແຫ່ງ​ການ​ເຮັດ​ຄວາມ​ດີ​ຢ່າງ​ຫລວງ​ຫລາຍ​ໃນ​ຄົນ​ລຸ້ນ​ນີ້.

9 ຢ່າ ກ່າວ​ສິ່ງ​ໃດ​ນອກ​ຈາກ ການ​ກັບ​ໃຈ​ແກ່​ຄົນ​ລຸ້ນ​ນີ້; ຈົ່ງ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ແລະ ຊ່ວຍ​ນຳ ວຽກ​ງານ​ຂອງ​ເຮົາ​ອອກ​ມາ, ຕາມ​ບັນ​ຍັດ​ຂອງ​ເຮົາ, ແລະ ເຈົ້າ​ຈະ​ໄດ້​ຮັບ​ພອນ.

10 ຈົ່ງ​ເບິ່ງ ເຈົ້າ​ມີ ຂອງ​ປະທານ, ຫລື ເຈົ້າ​ຈະ​ມີ​ຂອງ​ປະທານ ຖ້າ​ເຈົ້າ​ປາດ​ຖະ​ໜາ​ມັນ​ຈາກ​ເຮົາ​ດ້ວຍ​ສັດທາ, ດ້ວຍ​ຫົວ​ໃຈ​ທີ່ ຊື່​ສັດ, ເຊື່ອ​ໃນ​ອຳນາດ​ຂອງ​ພຣະ​ເຢຊູ​ຄຣິດ, ຫລື ໃນ​ອຳນາດ​ຂອງ​ເຮົາ ຊຶ່ງ​ກ່າວ​ກັບ​ເຈົ້າ;

11 ເພາະ, ຈົ່ງ​ເບິ່ງ, ນີ້​ຄື​ເຮົາ​ທີ່​ກ່າວ; ຈົ່ງ​ເບິ່ງ, ເຮົາ​ຄື ຄວາມ​ສະ​ຫວ່າງ ຊຶ່ງ​ສ່ອງ​ໃນ​ຄວາມ​ມືດ, ແລະ ໂດຍ ອຳນາດ​ຂອງ​ເຮົາ, ເຮົາ​ມອບ​ຖ້ອຍ​ຄຳ​ເຫລົ່າ​ນີ້​ໃຫ້​ແກ່​ເຈົ້າ.

12 ແລະ ບັດ​ນີ້, ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ຈົ່ງ ໄວ້​ວາງ​ໃຈ​ໃນ ພຣະ​ວິນ​ຍານ​ນັ້ນ ຊຶ່ງ​ພາ​ໃຫ້​ເຮັດ​ຄວາມ​ດີ—ແທ້​ຈິງ​ແລ້ວ, ໃຫ້​ເຮັດ​ຢ່າງ​ຖືກ​ຕ້ອງ, ໃຫ້ ເດີນ​ໄປ​ດ້ວຍ ຄວາມ​ຖ່ອມ​ຕົວ, ໃຫ້ ຕັດ​ສິນ​ຢ່າງ​ຊອບ​ທຳ; ແລະ ນີ້​ຄື​ພຣະ​ວິນ​ຍານ​ຂອງ​ເຮົາ.

13 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ເຮົາ​ຈະ​ໃຫ້​ພຣະ​ວິນ​ຍານ​ສ່ວນ​ໜຶ່ງ​ແກ່​ເຈົ້າ, ຊຶ່ງ​ຈະ​ໃຫ້ ຄວາມ​ສະ​ຫວ່າງ​ແກ່ ຄວາມ​ຄິດ​ຂອງ​ເຈົ້າ, ຊຶ່ງຈະ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຈົ້າ​ເຕັມ​ໄປ​ດ້ວຍ ຄວາມ​ສຸກ;

14 ແລະ ແລ້ວ​ເຈົ້າ​ຈະ​ຮູ້​ວ່າ, ຫລື ໂດຍ​ສິ່ງ​ນີ້​ເຈົ້າ​ຈະ​ຮູ້​ວ່າ ທຸກ​ສິ່ງ​ອັນ​ໃດ​ກໍ​ຕາມ​ທີ່​ເຈົ້າ​ປາດ​ຖະ​ໜາ​ຈາກ​ເຮົາ ຊຶ່ງ​ກ່ຽວ​ກັບ​ສິ່ງ​ທີ່ ຊອບ​ທຳ, ດ້ວຍ​ສັດທາ ໂດຍ​ທີ່​ເຊື່ອ​ໃນ​ເຮົາ ແລ້ວ​ເຈົ້າ​ຈະ​ໄດ້​ຮັບ.

15 ຈົ່ງ​ເບິ່ງ, ເຮົາ​ບັນ​ຊາ​ເຈົ້າ​ວ່າ ເຈົ້າ​ບໍ່​ຄວນ​ຄິດ​ວ່າ ເຈົ້າ​ຖືກ​ເອີ້ນ​ໃຫ້​ສັ່ງ​ສອນ ຈົນ​ກວ່າ​ເຈົ້າ​ຖືກ ເອີ້ນ.

16 ຈົ່ງ​ລໍ​ຖ້າ​ໄປ​ກ່ອນ, ຈົນ​ກວ່າ​ເຈົ້າ​ມີ​ຄຳ​ຂອງ​ເຮົາ, ດານ​ຫີນ​ຂອງ​ເຮົາ, ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ເພື່ອ​ວ່າ​ເຈົ້າ​ຈະ​ຮູ້​ຈັກ​ຄຳ​ສອນ​ຂອງ​ເຮົາ​ຢ່າງ​ແນ່​ແທ້.

17 ແລະ ເມື່ອ​ນັ້ນ, ຈົ່ງ​ເບິ່ງ, ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ເຈົ້າ, ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ຕາມ​ສັດທາ​ຂອງ​ເຈົ້າ ມັນ​ຈະ​ເກີດ​ຂຶ້ນ​ກັບ​ເຈົ້າ.

18 ຈົ່ງ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ; ຈົ່ງ​ສະຫງົບ​ງຽບ; ຈົ່ງ​ອ້ອນ​ວອນ​ຕໍ່​ພຣະ​ວິນ​ຍານ​ຂອງ​ເຮົາ;

19 ແທ້​ຈິງ​ແລ້ວ, ຈົ່ງ ແນບ​ສະ​ໜິດ​ຢູ່​ນຳ​ເຮົາ​ດ້ວຍ​ສຸດ​ຫົວ​ໃຈ​ຂອງ​ເຈົ້າ, ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ຊ່ວຍ​ເຫລືອ​ໃນ​ການ​ນຳ​ຄວາມ​ສະ​ຫວ່າງ​ມາ​ສູ່​ສິ່ງ​ທີ່​ກ່າວ​ມາ​ນັ້ນ—​ແທ້​ຈິງ​ແລ້ວ, ຄື​ການ​ແປ​ວຽກ​ງານ​ຂອງ​ເຮົາ; ຈົ່ງ​ອົດ​ທົນ​ຈົນ​ກວ່າ​ເຈົ້າ​ຈະ​ສຳ​ເລັດ​ມັນ.

20 ຈົ່ງ​ເບິ່ງ, ນີ້​ຄື​ວຽກ​ງານ​ຂອງ​ເຈົ້າ, ທີ່​ຈະ ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ແທ້​ຈິງ​ແລ້ວ, ດ້ວຍ​ສຸດ​ພະ​ລັງ, ຄວາມ​ນຶກ​ຄິດ ແລະ ກຳ​ລັງ​ຂອງ​ເຈົ້າ.

21 ຢ່າ​ສະແຫວງ​ຫາ​ທີ່​ຈະ​ປະ​ກາດ​ຄຳ​ຂອງ​ເຮົາ, ແຕ່​ກ່ອນ​ອື່ນ​ໝົດ ໃຫ້​ສະແຫວງ ຫາ​ຄຳ​ຂອງ​ເຮົາ, ແລະ ເມື່ອ​ນັ້ນ ລີ້ນ​ຂອງ​ເຈົ້າ​ຈະ​ມາຍ​ອອກ; ຈາກ​ນັ້ນ, ຖ້າ​ຫາກ​ເຈົ້າ​ປາດ​ຖະ​ໜາ, ເຈົ້າ​ຈະ​ມີ​ວິນ​ຍານ​ຂອງ​ເຮົາ ແລະ ຄຳ​ຂອງ​ເຮົາ, ແທ້​ຈິງ​ແລ້ວ, ມີ​ອຳນາດ​ຂອງ​ພຣະ​ເຈົ້າ​ໃນ​ການ​ໃຫ້​ມະນຸດ​ຍອມ​ຮັບ.

22 ແຕ່​ຕອນ​ນີ້ ຈົ່ງ​ສະຫງົບ​ງຽບ; ໃຫ້​ເຈົ້າ​ສຶກ​ສາ ຄຳ​ຂອງ​ເຮົາ ຊຶ່ງ​ໄດ້​ອອກ​ໄປ​ສູ່​ລູກ​ຫລານ​ມະນຸດ, ແລະ ໃຫ້ ສຶກ​ສາ ຄຳ​ຂອງ​ເຮົາ ຊຶ່ງ​ຈະ​ອອກ​ມາ​ສູ່​ລູກ​ຫລານ​ມະນຸດ​ນຳ​ອີກ, ຫລື ສິ່ງ​ທີ່​ພວມ​ແປ​ຢູ່, ແທ້​ຈິງ​ແລ້ວ, ຈົນ​ກວ່າ​ເຈົ້າ​ໄດ້​ຮັບ​ທຸກ​ສິ່ງ ຊຶ່ງ​ເຮົາ​ຈະ ມອບ​ໃຫ້​ແກ່​ລູກ​ຫລານ​ມະນຸດ​ໃນ​ຄົນ​ລຸ້ນ​ນີ້, ແລະ ຈາກ​ນັ້ນ ທຸກ​ສິ່ງ​ຈະ​ຖືກ​ຕື່ມ​ໃສ່​ໃນ​ນັ້ນ.

23 ຈົ່ງ​ເບິ່ງ ເຈົ້າ​ຄື ໄຮຣຳ, ບຸດ​ຂອງ​ເຮົາ; ຈົ່ງ ສະແຫວງ​ຫາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ, ແລະ ທຸກ​ສິ່ງ​ຈະ​ຖືກ​ຕື່ມ​ໃສ່​ຕາມ​ສິ່ງ​ທີ່​ທ່ຽງ​ທຳ.

24 ຈົ່ງ ສ້າງ​ເທິງ​ດານ​ຫີນ​ຂອງ​ເຮົາ, ຊຶ່ງ​ເປັນ ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ;

25 ຢ່າ​ປະ​ຕິ​ເສດ​ພຣະ​ວິນ​ຍານ​ແຫ່ງ ການ​ເປີດ​ເຜີຍ, ຫລື ພຣະ​ວິນ​ຍານ​ແຫ່ງ ການ​ທຳນາຍ, ເພາະ​ວິບັດ​ແກ່​ຄົນ​ທີ່​ປະ​ຕິ​ເສດ​ສິ່ງ​ເຫລົ່າ​ນີ້;

26 ສະນັ້ນ, ຈົ່ງ ສະ​ສົມ​ມັນ​ໄວ້​ໃນ​ໃຈ​ຂອງ​ເຈົ້າ ຈົນ​ກວ່າ​ຈະ​ເຖິງ​ເວລາ ຊຶ່ງ​ໃນ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ເຮົາ ທີ່​ເຈົ້າ​ຈະ​ອອກ​ໄປ.

27 ຈົ່ງ​ເບິ່ງ, ເຮົາກ່າວ​ກັບ​ທຸກ​ຄົນ​ທີ່​ມີ​ຄວາມ​ປາດ​ຖະ​ໜາ​ດີ, ແລະ ໄດ້ ເດ່​ກ່ຽວ​ຂອງ​ເຂົາ​ອອກ​ໄປ ເພື່ອ​ຈະ​ເກັບ​ກ່ຽວ.

28 ຈົ່ງ​ເບິ່ງ, ເຮົາ​ຄື ພຣະ​ເຢຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ເຮົາ​ຄື​ຊີ​ວິດ ແລະ ຄວາມ​ສະ​ຫວ່າງ​ຂອງ​ໂລກ.

29 ເຮົາ​ຄື​ຜູ້​ດຽວ​ກັນ​ນັ້ນ​ທີ່​ໄດ້​ມາ​ຫາ​ຜູ້​ຄົນ​ຂອງ​ເຮົາ ແລະ ຜູ້​ຄົນ​ຂອງ​ເຮົາ​ບໍ່​ໄດ້​ຮັບ​ເອົາ​ເຮົາ;

30 ແຕ່​ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ວ່າ​ຫລາຍ​ຕໍ່​ຫລາຍ​ຄົນ​ໄດ້​ຮັບ​ເອົາ​ເຮົາ​ສັນ​ໃດ, ຕໍ່​ເຂົາ​ເຮົາ​ກໍ​ຈະ​ມອບ ຄວາມ​ສາ​ມາດ​ໃຫ້ ເພື່ອ​ກາຍ​ເປັນ ບຸດ​ຂອງ​ພຣະ​ເຈົ້າ​ສັນ​ນັ້ນ, ແມ່ນ​ແຕ່​ຕໍ່​ເຂົາ​ທີ່​ເຊື່ອ​ໃນ​ນາມ​ຂອງ​ເຮົາ. ອາແມນ.