ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 113


ພາກ​ທີ 113

ຄຳ​ຕອບ​ຕໍ່​ຄຳ​ຖາມ​ບາງ​ຢ່າງ​ກ່ຽວ​ກັບ​ການ​ຂຽນ​ຂອງ​ເອຊາ​ຢາ, ໄດ້​ຖືກ​ມອບ​ໃຫ້​ໂດຍ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ຢູ່​ທີ່ ຫລື ໃກ້​ເມືອງ​ຟາ​ແວັດ, ລັດ​ມີ​ເຊີຣີ, ເດືອນ​ມີນາ 1838.

1–6, ຍາດ​ວົງ​ຂອງ​ເຢ​ຊີ, ກິ່ງ​ງ່າ​ທີ່​ອອກ​ມາ​ຈາກ​ທີ່​ນັ້ນ, ແລະ ຮາກ​ຂອງ​ເຢ​ຊີ​ຖືກ​ແຈ້ງ​ບອກ; 7–10, ຜູ້​ທີ່​ເຫລືອ​ຢູ່​ຂອງ​ຊີໂອນ​ທີ່​ໄດ້​ກະ​ຈັດ​ກະ​ຈາຍ​ໄປ​ມີ​ສິດ​ໃນ​ຖານະ​ປະ​ໂລ​ຫິດ ແລະ ຖືກ​ເອີ້ນ​ໃຫ້​ກັບ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ.

1 ຜູ້​ເປັນ​ຍາດ​ວົງ​ຂອງ ເຢ​ຊີ​ໄດ້​ກ່າວ​ເຖິງ​ຢູ່​ໃນ​ຂໍ້​ທີ 1, 2, 3, 4, ແລະ 5 ຂອງ​ບົດ​ທີ 11 ຂອງ​ເອ​ຊາ​ຢາ?

2 ຕາມ​ຄວາມ​ຈິງ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: ນີ້​ຄື​ພຣະ​ຄຣິດ.

3 ແມ່ນ​ຫຍັງ​ຄື​ກິ່ງ​ງ່າ​ທີ່​ໄດ້​ກ່າວ​ເຖິງ​ຢູ່​ໃນ​ຂໍ້​ທຳ​ອິດ​ຂອງ​ບົດ​ທີ 11 ຂອງ ເອຊາ​ຢາ, ວ່າ​ຈະ​ມາ​ຈາກ​ຍາດ​ວົງ​ຂອງ​ເຢ​ຊີ?

4 ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: ນີ້​ຄື​ຜູ້​ຮັບ​ໃຊ້​ຄົນ​ໜຶ່ງ​ຢູ່​ໃນ​ພຣະ​ຫັດ​ຂອງ​ພຣະ​ຄຣິດ, ຜູ້​ເປັນ​ພາກ​ສ່ວນ​ໜຶ່ງ​ທີ່​ສືບ​ຕະ​ກຸນ​ຂອງ​ເຢ​ຊີ ເຊັ່ນ​ດຽວ​ກັບ ເອຟະ​ຣາອີມ, ຫລື ເປັນ​ເຊື້ອ​ສາຍ​ຂອງ​ໂຢເຊັບ, ຜູ້​ຊຶ່ງ​ມີ ອຳນາດ​ໃຫ້​ໄວ້​ຢ່າງ​ຫລວງ​ຫລາຍ.

5 ແມ່ນ​ຫຍັງ​ຄື​ຮາກ​ຂອງ​ເຢ​ຊີ​ທີ່​ກ່າວ​ເຖິງ​ຢູ່​ໃນ​ຂໍ້​ທີ 10 ຂອງ​ບົດ​ທີ 11?

6 ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ນີ້​ຄື​ຜູ້​ສືບ​ຕະ​ກຸນ​ຂອງ​ເຢ​ຊີ, ເຊັ່ນ​ດຽວ​ກັບ​ຂອງ​ໂຢເຊັບ, ຊຶ່ງ​ມີ​ສິດ​ທີ່​ຈະ​ຮັບ​ຖານະ​ປະ​ໂລ​ຫິດ​ຢ່າງ​ຖືກ​ຕ້ອງ, ແລະ ຂໍ​ກະແຈ​ຂອງ​ອາ​ນາ​ຈັກ, ເພື່ອ​ເປັນ ທຸງ​ສັນ​ຍານ, ແລະ ເພື່ອ ການ​ເຕົ້າ​ໂຮມ​ຂອງຜູ້​ຄົນ​ຂອງ​ເຮົາ​ໃນ​ຍຸກ​ສຸດ​ທ້າຍ.

7 ຄຳ​ຖາມ​ໂດຍ​ອີລາຍ ຮິກ​ບີ: ແມ່ນ​ຫຍັງ​ຄື​ຄວາມ​ໝາຍ​ຂອງ​ພຣະ​ບັນ​ຊາ​ໃນ ເອຊາ​ຢາ, ບົດ​ທີ 52, ຂໍ້ ທີ 1, ຊຶ່ງ​ໄດ້​ກ່າວ​ວ່າ: ຈົ່ງ​ເຂັ້ມ​ແຂງ​ຍິ່ງ​ໃຫຍ່, ໂອ້ ຊີໂອນ—ແລະ ຜູ້​ຄົນ​ທີ່​ເອຊາ​ຢາ​ໄດ້​ກ່າວ​ເຖິງ?

8 ເພິ່ນ​ໄດ້​ອ້າງ​ເຖິງ​ຄົນ​ເຫລົ່າ​ນັ້ນ​ທີ່​ພຣະ​ເຈົ້າ​ຈະ​ເອີ້ນ​ໃນ​ຍຸກ​ສຸດ​ທ້າຍ, ຜູ້​ທີ່​ຈະ​ດຳ​ລົງ​ອຳນາດ​ຂອງ​ຖານະ​ປະ​ໂລ​ຫິດ ເພື່ອ​ນຳ ຊີໂອນ​ມາ​ອີກ, ແລະ ການ​ໄຖ່​ອິດສະ​ຣາເອນ; ແລະ ການ​ສວມ ກຳ​ລັງ​ຂອງ​ນາງ​ຄື​ການ​ສວມ​ສິດ​ອຳນາດ​ຂອງ ຖານະ​ປະ​ໂລ​ຫິດ, ຊຶ່ງ​ນາງ, ຊີໂອນ, ມີ ສິດ​ໂດຍ​ທາ​ຍາດ; ຄື​ການ​ກັບ​ຄືນ​ມາ​ສູ່​ອຳນາດ​ນັ້ນ​ນຳ​ອີກ​ທີ່​ນາງ​ໄດ້​ສູນ​ເສຍ​ໄປ.

9 ເຮົາ​ຄວນ​ເຂົ້າ​ໃຈ​ຢ່າງ​ໃດ​ໃນ​ການ​ທີ່​ຊີໂອນ​ໄດ້​ຫລຸດ​ໂສ້​ທີ່​ລ່າມ​ຄໍ​ຂອງ​ນາງ​ອອກ; ຂໍ້​ທີ 2?

10 ເຮົາ​ຄວນ​ເຂົ້າ​ໃຈ​ວ່າ ຜູ້​ທີ່​ເຫລືອ​ຢູ່​ຊຶ່ງ ກະ​ຈັດ​ຈະ​ກາຍ​ໄປ ໄດ້​ຮັບ​ຄຳ​ແນະນຳ​ໃຫ້ ກັບ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ຈາກ​ບ່ອນ​ທີ່​ພວກ​ເຂົາ​ໄດ້​ຕົກ; ຊຶ່ງ​ຖ້າ​ຫາກ​ພວກ​ເຂົາ​ເຮັດ, ພຣະ​ຜູ້​ເປັນ​ເຈົ້າ​ສັນ​ຍາ​ວ່າ ຈະ​ກ່າວ​ກັບ​ພວກ​ເຂົາ, ຫລື ມອບ​ການ​ເປີດ​ເຜີຍ​ໃຫ້​ແກ່​ພວກ​ເຂົາ; ເບິ່ງ​ຂໍ້​ທີ 6, 7, ແລະ 8. ໂສ້​ທີ່​ລ່າມ​ຄໍ​ຂອງ​ນາງ​ເປັນ​ການ​ສາບ​ແຊ່ງ​ຂອງ​ພຣະ​ເຈົ້າ​ຕໍ່​ນາງ, ຫລື ຜູ້​ທີ່​ເຫລືອ​ຢູ່​ຂອງ​ອິດສະ​ຣາເອນ ໃນ​ສະພາບ​ທີ່​ກະ​ຈັດ​ຈະ​ກາຍ​ໄປ​ຂອງ​ພວກ​ເຂົາ ໃນ​ບັນ​ດາ​ຄົນ​ຕ່າງ​ຊາດ.