ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 94


ພາກ​ທີ 94

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 2 ເດືອນ​ສິງຫາ 1833. ໄຮຣຳ ສະມິດ, ເຣນ​ໂນ ຄາ​ຫູນ, ແລະ ແຈ​ເຣັດ ຄາດ​ເທີ ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຄະນະ​ກຳ​ມະ​ການ​ຝ່າຍ​ການ​ສ້າງ​ອາ​ຄານ​ຂອງ​ສາດ​ສະ​ໜາ​ຈັກ.

1–9, ພຣະ​ຜູ້​ເປັນ​ເຈົ້າ​ປະທານ​ພຣະ​ບັນ​ຍັດ​ຂໍ້​ໜຶ່ງ​ທີ່​ກ່ຽວ​ກັບ​ການ​ກໍ່​ສ້າງ​ບ້ານ​ສຳ​ລັບ​ວຽກ​ງານ​ຂອງ​ຝ່າຍ​ປະທານ​ສູງ​ສຸດ; 10–12, ຈະ​ຕ້ອງ​ສ້າງ​ໂຮງ​ພິມ; 13–17, ມີ​ການ​ມອບ​ໝາຍ​ມູນ​ມໍ​ລະ​ດົກ​ບາງ​ຢ່າງ.

1 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ເພື່ອນ​ຂອງ​ເຮົາ, ເຮົາ​ຈະ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ພວກ​ເຈົ້າ, ວ່າ​ພວກ​ເຈົ້າ​ຈະ​ເລີ່ມ​ງານ​ວາງ​ແຜນ ແລະ ຕຽມ​ເລີ່ມ​ຕົ້ນ​ສ້າງ​ພື້ນ​ຖານ​ເມືອງ​ຂອງ ສະເຕກ​ແຫ່ງ​ຊີໂອນ, ຢູ່​ບ່ອນ​ນີ້​ໃນ​ແຜ່ນ​ດິນ​ຂອງ​ເມືອງ​ເຄີດແລນ, ໂດຍ​ການ​ເລີ່ມ​ຕົ້ນ​ທີ່​ບ້ານ​ຂອງ​ເຮົາ​ກ່ອນ.

2 ແລະ ຈົ່ງ​ເບິ່ງ, ມັນ​ຕ້ອງ​ເປັນ​ໄປ​ຕາມ ແບບ​ແຜນ​ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກ​ເຈົ້າ.

3 ແລະ ໃຫ້​ອຸ​ທິດ​ຖວາຍ​ດິນ​ແປງ​ທຳ​ອິດ​ທີ່​ຢູ່​ທາງ​ໃຕ້​ແກ່​ເຮົາ​ເພື່ອ​ສ້າງ​ບ້ານ​ສຳ​ລັບ​ຝ່າຍ​ປະທານ​ສູງ​ສຸດ, ສຳ​ລັບ​ວຽກ​ງານ​ຂອງ​ຝ່າຍ​ປະທານ​ສູງ​ສຸດ, ໃນ​ການ​ຮັບ​ການ​ເປີດ​ເຜີຍ; ແລະ ສຳ​ລັບ​ວຽກ​ງານ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ ຝ່າຍ​ປະທານ​ສູງ​ສຸດ, ໃນ​ທຸກ​ສິ່ງ​ທັງ​ປວງ​ທີ່​ກ່ຽວ​ຂ້ອງ​ກັບ​ສາດ​ສະ​ໜາ​ຈັກ ແລະ ອາ​ນາ​ຈັກ.

4 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຈົ່ງ​ສ້າງ​ມັນ​ໃຫ້​ກວ້າງ​ຫ້າ​ສິບ​ຫ້າ​ຟີດ (16 ແມັດ) ແລະ ຍາວ​ຫົກ​ສິບ​ຫ້າ​ຟີດ (19 ແມັດ), ຢູ່​ຂ້າງ​ໃນ​ນັ້ນ.

5 ແລະ ຈະ​ມີ​ຊັ້ນ​ລຸ່ມ ແລະ ຊັ້ນ​ເທິງ​ນຳ​ອີກ, ຕາມ​ແບບ​ແຜນ​ຊຶ່ງ​ມັນ​ຈະ​ຖືກ​ມອບ​ໃຫ້​ແກ່​ພວກ​ເຈົ້າ​ຫລັງ​ຈາກ​ນີ້.

6 ແລະ ມັນ​ຈະ​ຕ້ອງ​ຖືກ​ອຸ​ທິດ​ຖວາຍ​ໃຫ້​ແກ່​ພຣະ​ຜູ້​ເປັນ​ເຈົ້າ​ຈາກ​ພື້ນ​ຖານ​ໃນ​ນັ້ນ, ຕາມ​ລະບຽບ​ຂອງ​ຖານະ​ປະ​ໂລ​ຫິດ, ຕາມ​ແບບ​ແຜນ​ຊຶ່ງ​ມັນ​ຈະ​ຖືກ​ມອບ​ໃຫ້​ແກ່​ພວກ​ເຈົ້າ​ຫລັງ​ຈາກ​ນີ້.

7 ແລະ ບ້ານ​ທັງ​ຫລັງ​ຈະ​ຕ້ອງ​ຖືກ​ອຸ​ທິດ​ຖວາຍ​ໃຫ້​ແກ່​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ວຽກ​ງານ​ຂອງ​ຝ່າຍ​ປະທານ​ສູງ​ສຸດ.

8 ແລະ ພວກ​ເຈົ້າ​ຈະ​ບໍ່​ຍອມ​ໃຫ້ ສິ່ງ​ທີ່​ບໍ່​ສະອາດ​ໃດໆ​ເຂົ້າ​ມາ​ໃນ​ນີ້; ແລະ ລັດ​ສະ​ໝີ​ພາບ​ຂອງ​ເຮົາ​ຈະ​ຢູ່​ໃນ​ທີ່​ນັ້ນ, ແລະ ເຮົາ​ຈະ​ປະ​ທັບ​ຢູ່​ໃນ​ທີ່​ນັ້ນ.

9 ແຕ່​ຖ້າ​ຫາກ ສິ່ງ​ທີ່​ບໍ່​ສະອາດ​ໃດໆ​ໄດ້​ເຂົ້າ​ມາ, ລັດ​ສະ​ໝີ​ພາບ​ຂອງ​ເຮົາ​ຈະ​ບໍ່​ຢູ່​ໃນ​ທີ່​ນັ້ນ; ແລະ ເຮົາ​ຈະ​ບໍ່​ເຂົ້າ​ໄປ​ໃນ​ທີ່​ນັ້ນ.

10 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ດິນ​ແປງ​ທີ​ສອງ​ຢູ່​ທາງ​ໃຕ້​ນັ້ນ ໃຫ້​ອຸ​ທິດ​ຖວາຍ​ມັນ​ໃຫ້​ແກ່​ເຮົາ​ສຳ​ລັບ​ການ​ສ້າງ​ບ້ານ​ໃຫ້​ແກ່​ເຮົາ, ເພື່ອ​ວຽກ​ງານ​ແຫ່ງ ການ​ພິມ ການ​ແປ​ພຣະ​ຄຳ​ພີ​ຂອງ​ເຮົາ, ແລະ ທຸກ​ສິ່ງ​ທັງ​ປວງ​ອັນ​ໃດ​ກໍ​ຕາມ​ທີ່​ເຮົາ​ຈະ​ບັນ​ຊາ​ພວກ​ເຈົ້າ.

11 ແລະ ມັນ​ຈະ​ກວ້າງ​ຫ້າ​ສິບ​ຫ້າ​ຟີດ (16 ແມັດ) ແລະ ຍາວ​ຫົກ​ສິບ​ຫ້າ​ຟີດ (19 ແມັດ), ຢູ່​ຂ້າງ​ໃນ; ແລະ ຈະ​ມີ​ຊັ້ນ​ລຸ່ມ ແລະ ຊັ້ນ​ເທິງ​ນຳ​ອີກ.

12 ແລະ ບ້ານ​ທັງ​ຫລັງ​ຈະ​ຕ້ອງ​ຖືກ​ອຸ​ທິດ​ຖວາຍ​ໃຫ້​ແກ່​ພຣະ​ຜູ້​ເປັນ​ເຈົ້າ​ຈາກ​ພື້ນ​ຖານ​ໃນ​ນັ້ນ, ສຳ​ລັບ​ວຽກ​ງານ​ແຫ່ງ​ການ​ພິມ, ໃນ​ທຸກ​ສິ່ງ​ທັງ​ປວງ​ອັນ​ໃດ​ກໍ​ຕາມ​ທີ່​ເຮົາ​ຈະ​ບັນ​ຊາ​ພວກ​ເຈົ້າ, ເພື່ອ​ໃຫ້​ສັກ​ສິດ, ບໍ່​ໝົ່ນ​ໝອງ, ຕາມ​ແບບ​ແຜນ​ໃນ​ທຸກ​ສິ່ງ​ທັງ​ປວງ​ດັ່ງ​ທີ່​ມັນ​ຈະ​ຖືກ​ມອບ​ໃຫ້​ແກ່​ພວກ​ເຈົ້າ.

13 ແລະ ດິນ​ແປງ​ທີ​ສາມ ຈົ່ງ​ມອບ​ມັນ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄຮຣຳ ສະມິດ ເພື່ອ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ລາວ.

14 ແລະ ດິນ​ແປງ​ທຳ​ອິດ ແລະ ທີ​ສອງ​ຢູ່​ທາງ​ເໜືອ ຈົ່ງ​ມອບ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເຣ​ໂນນ ຄາ​ຫູນ ແລະ ແຈ​ເຣັດ ຄາດ​ເທີ ເພື່ອ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ—

15 ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ເຮັດ​ວຽກ​ງານ ຊຶ່ງ​ເຮົາ​ໄດ້​ກຳ​ນົດ​ໃຫ້​ແກ່​ພວກ​ເຂົາ, ທີ່​ເປັນ​ຄະນະ​ກຳ​ມະ​ການ​ສ້າງ​ບ້ານ​ຂອງ​ເຮົາ, ຕາມ​ພຣະ​ບັນ​ຍັດ, ຊຶ່ງ​ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ປະທານ​ໃຫ້​ແກ່​ພວກ​ເຈົ້າ.

16 ບ້ານ​ສອງ​ຫລັງ​ນີ້​ຈະ​ບໍ່​ຖືກ​ສ້າງ​ຂຶ້ນ ຈົນ​ກວ່າ​ເຮົາ​ຈະ​ມອບ​ບັນ​ຍັດ​ໃຫ້​ແກ່​ພວກ​ເຈົ້າ​ກ່ຽວ​ກັບ​ມັນ.

17 ແລະ ບັດ​ນີ້ ເຮົາ​ຈະ​ບໍ່​ມອບ​ໃຫ້​ພວກ​ເຈົ້າ​ອີກ​ໃນ​ເວລາ​ນີ້. ອາແມນ.