ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 51


ພາກ​ທີ 51

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ທອມສັນ, ລັດ​ໂອ​ໄຮ​ໂອ, ວັນທີ 20 ເດືອນ​ພຶດສະພາ, 1831. ໃນ​ເວລາ​ນີ້​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ທີ່​ອົບ​ພະ​ຍົບ​ມາ​ຈາກ​ລັດ​ຕ່າງໆ​ທາງ​ຕາ​ເວັນ​ອອກ​ໄດ້​ເລີ່ມ​ຕົ້ນ​ມາ​ເຖິງ​ລັດ​ໂອ​ໄຮ​ໂອ, ແລະ ຈຳ​ເປັນ​ຕ້ອງ​ມີ​ການ​ຈັດ​ຕຽມ​ຢ່າງ​ຄັກ​ແນ່​ສຳ​ລັບ​ການ​ມາ​ຕັ້ງ​ຖິ່ນ​ຖານ​ຂອງ​ພວກ​ເຂົາ. ໃນ​ເມື່ອ​ວຽກ​ງານ​ນີ້​ເປັນ​ໜ້າ​ທີ່​ຂອງ​ອະ​ທິ​ການ​ໂດຍ​ສະ​ເພາະ, ອະ​ທິ​ການ​ເອດເວີດ ພາດ​ທຣິດ ຈຶ່ງ​ໄດ້​ສະແຫວງ​ຫາ​ຄຳ​ແນະນຳ​ກ່ຽວ​ກັບ​ເລື່ອງ​ນີ້, ແລະ ສາດ​ສະ​ດາ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ.

1–8, ເອດເວີດ ພາດ​ທຣິດ ໄດ້​ຖືກ​ກຳ​ນົດ​ໃຫ້​ຄວບ​ຄຸມ​ສິ່ງ​ທີ່​ຢູ່​ໃນ​ການ​ພິ​ທັກ​ຮັກ​ສາ ແລະ ຊັບ​ສິນ​ຕ່າງໆ; 9–12, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຕ້ອງ​ປະ​ຕິ​ບັດ​ຕໍ່​ກັນ​ດ້ວຍ​ຄວາມ​ຊື່​ສັດ ແລະ ໄດ້​ຮັບ​ຢ່າງ​ເທົ່າ​ທຽມ​ກັນ; 13–15, ພວກ​ເຂົາ​ຕ້ອງ​ມີ​ຄັງ​ຂອງ​ອະ​ທິ​ການ ແລະ ຈັດ​ການ​ກັບ​ຊັບ​ສິນ​ຕ່າງໆ​ຕາມ​ກົດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; 16–20, ລັດ​ໂອ​ໄຮ​ໂອ​ຈະ​ເປັນ​ສະຖານ​ທີ່​ເຕົ້າ​ໂຮມ​ຊົ່ວ​ຄາວ.

1 ຈົ່ງ​ເຊື່ອ​ຟັງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ​ໄດ້​ກ່າວ, ແລະ ເຮົາ​ຈະ​ກ່າວ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເອດເວີດ ພາດ​ທຣິດ, ແລະ ໃຫ້​ຄຳ​ແນະນຳ​ແກ່​ລາວ; ເພາະ​ຈຳ​ເປັນ​ທີ່​ລາວ​ຕ້ອງ​ໄດ້​ຮັບ​ຄຳ​ແນະນຳ ເຖິງ​ວິ​ທີ​ຈັດ​ວາງ​ລະບຽບ​ຜູ້​ຄົນ​ເຫລົ່າ​ນີ້.

2 ເພາະ​ຈຳ​ເປັນ​ທີ່​ຈະ​ຈັດ​ວາງ​ລະບຽບ​ພວກ​ເຂົາ​ຕາມ ກົດ​ຂອງ​ເຮົາ; ຖ້າ​ບໍ່​ດັ່ງ​ນັ້ນ, ພວກ​ເຂົາ​ຈະ​ຖືກ​ຕັດ​ອອກ.

3 ດັ່ງ​ນັ້ນ, ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເອດເວີດ ພາດ​ທຣິດ, ແລະ ຄົນ​ເຫລົ່າ​ນັ້ນ​ຜູ້​ຊຶ່ງ​ລາວ​ໄດ້​ເລືອກ​ໄວ້, ຜູ້​ຊຶ່ງ ເຮົາ​ພໍ​ໃຈ​ຫລາຍ, ກຳ​ນົດ​ຊັບ​ສິນ​ທີ່​ເປັນ​ສ່ວນ​ຂອງ​ເຂົາ​ໃຫ້​ຜູ້​ຄົນ​ເຫລົ່າ​ນັ້ນ, ທຸກ​ຄົນ ເທົ່າ​ກັນ​ຕາມ​ຄອບ​ຄົວ​ຂອງ​ເຂົາ, ຕາມ​ສະພາບ​ການ​ຂອງ​ເຂົາ ແລະ ຕາມ​ຄວາມ​ຕ້ອງ​ການ ແລະ ຄວາມ​ຈຳ​ເປັນ​ຂອງ​ເຂົາ.

4 ແລະ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເອດເວີດ ພາດ​ທຣິດ, ເມື່ອ​ລາວ​ຈະ​ກຳ​ນົດ​ຊັບ​ສິນ​ໃຫ້​ຄົນ​ໃດ, ໃຫ້​ລາວ​ມອບ ລາຍ​ລັກ​ອັກ​ສອນ​ໃຫ້​ເຂົາ ເພື່ອ​ເປັນ​ສິ່ງ​ປະ​ກັນ​ສ່ວນ​ຂອງ​ເຂົາ, ເພື່ອ​ເຂົາ​ຈະ​ຖື​ໄວ້, ແມ່ນ​ແຕ່​ສິດ​ນີ້ ແລະ ມໍ​ລະ​ດົກ​ໃນ​ສາດ​ສະ​ໜາ​ຈັກ, ຈົນ​ກວ່າ​ເຂົາ​ລ່ວງ​ລະເມີດ ແລະ ນັບ​ວ່າ​ບໍ່​ມີ​ຄ່າ​ຄວນ​ໂດຍ​ສຽງ​ຂອງ​ສາດ​ສະ​ໜາ​ຈັກ, ຕາມ​ກົດ ແລະ ພັນທະ​ສັນ​ຍາ​ຂອງ​ສາດ​ສະ​ໜາ​ຈັກ, ທີ່​ຈະ​ເປັນ​ຂອງ​ສາດ​ສະ​ໜາ​ຈັກ.

5 ແລະ ຖ້າ​ຫາກ​ເຂົາ​ລ່ວງ​ລະເມີດ ແລະ ນັບ​ວ່າ​ບໍ່​ມີ​ຄ່າ​ຄວນ​ທີ່​ຈະ​ເປັນ​ຂອງ​ສາດ​ສະ​ໜາ​ຈັກ, ເຂົາ​ຈະ​ບໍ່​ມີ​ສິດ​ທີ່​ຈະ​ທວງ​ເອົາ​ຊັບ​ສິນ​ສ່ວນ​ນັ້ນ ຊຶ່ງ​ເຂົາ​ໄດ້​ອຸ​ທິດ​ໃຫ້​ແກ່​ອະ​ທິ​ການ​ສຳ​ລັບ​ຄົນ​ຍາກ​ຈົນ ແລະ ຄົນ​ຂັດ​ສົນ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ; ສະນັ້ນ, ເຂົາ​ຈະ​ບໍ່​ມີ​ຂອງ​ປະທານ​ນັ້ນ​ອີກ​ຕໍ່​ໄປ, ແຕ່​ຈະ​ມີ​ພຽງ​ແຕ່​ສ່ວນ​ທີ່​ໂອນ​ໃຫ້​ເຂົາ​ເປັນ​ເຈົ້າ​ຂອງ​ເທົ່າ​ນັ້ນ.

6 ແລະ ຈະ​ຕ້ອງ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ໃຫ້​ຖືກ​ຕ້ອງ​ດັ່ງ​ນັ້ນ, ຕາມ ກົດ​ໝາຍ​ຂອງ​ແຜ່ນ​ດິນ.

7 ແລະ ໃຫ້​ກຳ​ນົດ​ສິ່ງ​ທີ່​ເປັນ​ຂອງ​ຜູ້​ຄົນ​ເຫລົ່າ​ນີ້​ໄວ້​ກັບ​ຜູ້​ຄົນ​ເຫລົ່າ​ນີ້.

8 ແລະ ເງິນ​ທີ່​ເຫລືອ​ຢູ່​ໄວ້​ໃຫ້​ຜູ້​ຄົນ​ເຫລົ່າ​ນີ້—​ໃຫ້​ກຳ​ນົດ​ຕົວ​ແທນ​ໃຫ້​ແກ່​ຜູ້​ຄົນ​ເຫລົ່າ​ນີ້, ທີ່​ຈະ​ນຳ ເງິນ​ໄປ​ຈັດ​ຫາ​ອາຫານ ແລະ ເຄື່ອງ​ນຸ່ງ​ຫົ່ມ, ຕາມ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ຄົນ​ເຫລົ່າ​ນີ້.

9 ແລະ ໃຫ້​ທຸກ​ຄົນ​ປະ​ຕິ​ບັດ​ຕໍ່​ກັນ ຢ່າງ​ຊື່​ສັດ, ແລະ ເທົ່າ​ທຽມ​ກັນ​ໃນ​ບັນ​ດາ​ຜູ້​ຄົນ​ເຫລົ່າ​ນີ້, ແລະ ໄດ້​ຮັບ​ເທົ່າ​ທຽມ​ກັນ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ໄດ້​ເປັນ​ອັນ ໜຶ່ງ​ດຽວ​ກັນ, ແມ່ນ​ແຕ່​ຕາມ​ທີ່​ເຮົາ​ໄດ້​ບັນ​ຊາ​ພວກ​ເຈົ້າ.

10 ແລະ ຢ່າ​ໃຫ້​ສິ່ງ​ທີ່​ເປັນ​ຂອງ​ຜູ້​ຄົນ​ເຫລົ່າ​ນີ້​ຖືກ​ເອົາ​ໄປ ແລະ ມອບ​ໃຫ້​ບາງ​ຄົນ​ໃນ ໜ່ວຍ​ອື່ນ​ຂອງ​ສາດ​ສະ​ໜາ​ຈັກ.

11 ດັ່ງ​ນັ້ນ, ຖ້າ​ຫາກ​ໜ່ວຍ​ອື່ນ​ຂອງ​ສາດ​ສະ​ໜາ​ຈັກ​ຢາກ​ໄດ້​ເງິນ​ຈາກ​ສາດ​ສະ​ໜາ​ຈັກ​ໜ່ວຍ​ນີ້, ກໍ​ໃຫ້​ເຂົາ​ຈ່າຍ​ຄືນ​ໃຫ້​ສາດ​ສະ​ໜາ​ຈັກ​ໜ່ວຍ​ນີ້ ຕາມ​ທີ່​ພວກ​ເຂົາ​ໄດ້​ຕົກ​ລົງ​ກັນ;

12 ແລະ ການ​ນີ້​ຈະ​ດຳ​ເນີນ​ໄປ​ໂດຍ​ຜ່ານ​ອະ​ທິ​ການ ຫລື ຜູ້​ເປັນ​ຕົວ​ແທນ, ຊຶ່ງ​ຈະ​ຖືກ​ກຳ​ນົດ​ໂດຍ ສຽງ​ຂອງ​ໜ່ວຍ​ຂອງ​ສາດ​ສະ​ໜາ​ຈັກ.

13 ແລະ ອີກ​ເທື່ອ​ໜຶ່ງ, ໃຫ້​ອະ​ທິ​ການ​ກຳ​ນົດ ຄັງ​ແຫ່ງ​ໜຶ່ງ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ​ໜ່ວຍ​ນີ້; ແລະ ໃຫ້​ທຸກ​ສິ່ງ​ທັງ​ເງິນ​ຄຳ ແລະ ອາຫານ​ການ​ກິນ, ຊຶ່ງ​ມີ​ຫລາຍ​ກວ່າ ຄວາມ​ຕ້ອງ​ການ​ຂອງ​ຜູ້​ຄົນ​ເຫລົ່າ​ນີ້ ຖືກ​ເກັບ​ໄວ້​ໃນ​ມື​ຂອງ​ອະ​ທິ​ການ.

14 ແລະ ໃຫ້​ລາວ​ເກັບ​ຈຳນວນ​ທີ່​ລາວ​ຕ້ອງ​ການ​ໄວ້​ໃຫ້​ຕົນ​ນຳ​ອີກ, ແລະ ສຳ​ລັບ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ລາວ, ໃນ​ຂະນະ​ທີ່​ລາວ​ຖືກ​ຈ້າງ​ໃຫ້​ມາ​ເຮັດ​ທຸ​ລະ​ກິດ​ນີ້.

15 ແລະ ດັ່ງ​ນັ້ນ​ເຮົາ​ຈຶ່ງ​ມອບ​ສິດ​ທິ​ພິ​ເສດ​ໃຫ້​ແກ່​ຜູ້​ຄົນ​ເຫລົ່າ​ນີ້ ທີ່​ຈະ​ຈັດ​ວາງ​ລະບຽບ​ຕົນ​ຕາມ ກົດ​ຂອງ​ເຮົາ.

16 ແລະ ເຮົາ​ອຸ​ທິດ ທີ່​ດິນ​ນີ້​ໄວ້​ໃຫ້​ພວກ​ເຂົາ​ຊົ່ວ​ໄລ​ຍະ​ໜຶ່ງ, ຈົນ​ກວ່າ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ຈັດ​ຫາ​ບ່ອນ​ອື່ນ​ໃຫ້​ພວກ​ເຂົາ, ແລະ ບັນ​ຊາ​ພວກ​ເຂົາ​ໃຫ້​ໄປ​ຈາກ​ບ່ອນ​ນີ້;

17 ແລະ ຊົ່ວ​ໂມງ ແລະ ວັນ ຈະ​ບໍ່​ບອກ​ໃຫ້​ພວກ​ເຂົາ​ຮູ້, ດັ່ງ​ນັ້ນ ໃຫ້​ພວກ​ເຂົາ​ດຳ​ລົງ​ຊີ​ວິດ​ໃນ​ແຜ່ນ​ດິນ​ນີ້ ປະ​ມານ​ຫລາຍ​ປີ, ແລະ ການ​ນີ້​ຈະ​ກັບ​ເປັນ​ຜົນ​ດີ​ໃຫ້​ແກ່​ພວກ​ເຂົາ.

18 ຈົ່ງ​ເບິ່ງ, ນີ້​ຈະ​ເປັນ ຕົວ​ຢ່າງ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເອດເວີດ ພາດ​ທຣິດ, ໃນ​ສະຖານ​ທີ່​ອື່ນໆ, ໃນ​ທຸກ​ໜ່ວຍ​ຂອງ​ສາດ​ສະ​ໜາ​ຈັກ.

19 ແລະ ຜູ້​ໃດ​ທີ່​ຖືກ​ພົບ​ວ່າ​ຊື່​ສັດ, ທ່ຽງ​ທຳ, ແລະ ເປັນ ຜູ້​ພິ​ທັກ​ຮັກ​ສາ​ທີ່​ສະຫລາດ ຈະ​ມີ ຄວາມ​ຊົມ​ຊື່ນ​ກັບ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ​ເປັນ​ມູນ​ມໍ​ລະ​ດົກ.

20 ຕາມ​ຄວາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ເຮົາ​ຄື​ພຣະ​ເຢຊູ​ຄຣິດ, ຜູ້​ມາ ຢ່າງ​ໄວ, ໃນ ຊົ່ວ​ໂມງ​ທີ່​ເຈົ້າ​ບໍ່​ຄາດ​ຄິດ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.