ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 106


ພາກ​ທີ 106

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 25 ເດືອນ​ພະຈິກ, 1834. ການ​ເປີດ​ເຜີຍ​ນີ້​ແມ່ນ​ເຈາະ​ຈົງ​ໃສ່​ວໍ​ເຣັນ ເອ ຄາວ​ເດີຣີ, ອ້າຍ​ຂອງ​ອໍ​ລີ​ເວີ ຄາວ​ເດີຣີ.

1–3, ວໍ​ເຣັນ ເອ ຄາວ​ເດີຣີ ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ເຈົ້າ​ໜ້າ​ທີ່​ຄວບ​ຄຸມ​ໃນ​ທ້ອງ​ຖິ່ນ​ຄົນ​ໜຶ່ງ; 4–5, ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຈະ​ບໍ່​ເກີດ​ກັບ​ລູກ​ຫລານ​ແຫ່ງ​ຄວາມ​ສະ​ຫວ່າງ​ຄື​ກັນ​ກັບ​ຂະ​ໂມຍ; 6–8, ພອນ​ອັນ​ຍິ່ງ​ໃຫຍ່​ເກີດ​ຂຶ້ນ​ເນື່ອງ​ດ້ວຍ​ການ​ຮັບ​ໃຊ້​ຢ່າງ​ຊື່​ສັດ​ຢູ່​ໃນ​ສາດ​ສະ​ໜາ​ຈັກ.

1 ມັນ​ເປັນ​ຄວາມ​ປະສົງ​ຂອງ​ເຮົາ​ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ວໍ​ເຣັນ ເອ ຄາວ​ເດີຣີ ຄວນ​ໄດ້​ຮັບ​ການ​ກຳ​ນົດ ແລະ ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ມະຫາ​ປະ​ໂລ​ຫິດ​ຄວບ​ຄຸມ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ໃນ​ແຜ່ນ​ດິນ ອິດສະ​ລະ​ພາບ ແລະ ໃນ​ພາກ​ພື້ນ​ຕ່າງໆ​ທີ່​ອ້ອມ​ຮອບ;

2 ແລະ ຄວນ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ​ຂອງ​ເຮົາ, ແລະ ເປັ່ງ​ສຽງ​ຂອງ​ລາວ ແລະ ເຕືອນ​ຜູ້​ຄົນ, ບໍ່​ພຽງ​ແຕ່​ໃນ​ສະຖານ​ທີ່​ຂອງ​ລາວ​ເອງ​ເທົ່າ​ນັ້ນ, ແຕ່​ໃນ​ເຂດ​ໃກ້​ຄຽງ​ນຳ​ອີກ;

3 ແລະ ອຸ​ທິດ​ເວລາ​ທັງ​ໝົດ​ຂອງ​ລາວ​ໃຫ້​ແກ່​ການ​ເອີ້ນ​ທີ່​ສູງ​ສົ່ງ ແລະ ສັກ​ສິດ​ນີ້, ຊຶ່ງ​ບັດ​ນີ້​ເຮົາ​ໄດ້​ມອບ​ໃຫ້​ແກ່​ລາວ, ໂດຍ ການ​ສະແຫວງ​ຫາ ອາ​ນາ​ຈັກ​ສະຫວັນ ແລະ ຄວາມ​ຊອບ​ທຳ​ຂອງ​ມັນ​ຢ່າງ​ພາກ​ພຽນ, ແລະ ທຸກ​ສິ່ງ​ທັງ​ປວງ​ທີ່​ຈຳ​ເປັນ​ຈະ​ຖືກ​ຕື່ມ​ໃສ່; ເພາະ ຄົນ​ງານ​ກໍ​ເໝາະ​ສົມ​ກັບ​ຄ່າ​ຈ້າງ​ຂອງ​ເຂົາ.

4 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ການ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃກ້ ຈະ​ມາ​ເຖິງ​ແລ້ວ, ແລະ ມັນ​ຈະ​ເກີດ​ກັບ​ໂລກ​ຄື​ກັນ​ກັບ ຂະ​ໂມຍ​ໃນ​ຍາມ​ກາງ​ຄືນ—

5 ສະນັ້ນ, ຈົ່ງ​ຄາດ​ແອວ​ພວກ​ເຈົ້າ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ໄດ້​ເປັນ​ລູກ​ຫລານ​ແຫ່ງ ຄວາມ​ສະ​ຫວ່າງ, ແລະ ວ່າ​ວັນ​ນີ້​ຈະ​ບໍ່ ເກີດ​ກັບ​ພວກ​ເຈົ້າ​ຄື​ກັນ​ກັບ​ຂະ​ໂມຍ.

6 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ສະຫວັນ​ຊື່ນ​ຊົມ​ເມື່ອ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ວໍ​ເຣັນ ກົ້ມ​ລົງ​ຢູ່​ຕໍ່​ໜ້າ​ໄມ້​ຄ້ອນ​ເທົ້າ​ແຫ່ງ​ອຳນາດ​ຂອງ​ເຮົາ, ແລະ ໄດ້​ແຍກ​ຕົວ​ລາວ​ເອງ​ອອກ​ຈາກ​ເລ່​ຫລ່ຽມ​ຂອງ​ມະນຸດ​ແລ້ວ;

7 ສະນັ້ນ, ຜູ້​ຮັບ​ໃຊ້​ຂອງ​ເຮົາ ວໍ​ເຣັນ ເປັນ​ສຸກ​ແລ້ວ, ເພາະ​ວ່າ​ເຮົາ​ຈະ​ມີ​ຄວາມ​ເມດ​ຕາ​ຕໍ່​ລາວ; ແລະ, ທັງໆ​ທີ່​ໃຈ​ຂອງ​ລາວ ໂອ້​ອວດ, ແຕ່​ເຮົາ​ຈະ​ຍົກ​ລາວ​ຂຶ້ນ ຕາບ​ໃດ​ທີ່​ລາວ​ຈະ​ຖ່ອມ​ຕົວ​ຢູ່​ຕໍ່​ໜ້າ​ເຮົາ.

8 ແລະ ເຮົາ​ຈະ​ມອບ ພຣະ​ຄຸນ ແລະ ຄວາມ​ແນ່​ນອນ​ໃຈ​ໃຫ້​ແກ່​ລາວ ຊຶ່ງ​ດ້ວຍ​ສິ່ງ​ເຫລົ່າ​ນັ້ນ​ລາວ​ຈະ​ຍຶດ​ໝັ້ນ​ຢູ່​ໄດ້; ແລະ ຖ້າ​ຫາກ​ລາວ​ເປັນ​ພະຍານ​ທີ່​ຊື່​ສັດ ແລະ ເປັນ​ຄວາມ​ສະ​ຫວ່າງ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ​ຕໍ່​ໄປ ເຮົາ​ໄດ້​ຕຽມ​ມົງ​ກຸດ​ໄວ້​ໃຫ້​ລາວ​ແລ້ວ​ຢູ່​ໃນ ຜາ​ສາດ​ຂອງ​ພຣະ​ບິດາ​ຂອງ​ເຮົາ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.