ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 125


ພາກ​ທີ 125

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ນາວູ, ລັດ​ອິ​ລິ​ນອຍ, ເດືອນ​ມີນາ 1841, ກ່ຽວ​ກັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃນ​ເຂດ​ໄອ​ໂອ​ວາ.

1–4, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຕ້ອງ​ສ້າງ​ເມືອງ​ຕ່າງໆ​ຂຶ້ນ ແລະ ຕ້ອງ​ມາ​ເຕົ້າ​ໂຮມ​ກັນ​ທີ່​ສະເຕກ​ຂອງ​ຊີໂອນ.

1 ແມ່ນ​ຫຍັງ​ຄື​ພຣະ​ປະສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ກັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃນ​ເຂດ​ໄອ​ໂອ​ວາ?

2 ຕາມ​ຄວາມ​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຖ້າ​ຫາກ​ຄົນ​ທີ່ ເອີ້ນ​ຕົນ​ເອງ​ໂດຍ​ນາມ​ຂອງ​ເຮົາ ແລະ ພະ​ຍາ​ຍາມ​ເປັນ​ໄພ່​ພົນ​ຂອງ​ເຮົາ, ຖ້າ​ຫາກ​ພວກ​ເຂົາ​ຈະ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ເຮົາ ແລະ ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ​ກ່ຽວ​ກັບ​ພວກ​ເຂົາ, ກໍ​ໃຫ້​ພວກ​ເຂົາ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ສະຖານ​ທີ່ ທີ່​ເຮົາ​ຈະ​ກຳ​ນົດ​ໃຫ້​ແກ່​ພວກ​ເຂົາ​ໂດຍ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ, ແລະ ສ້າງ​ສາ​ເມືອງ​ຕ່າງໆ​ຂຶ້ນ​ແດ່​ນາມ​ຂອງ​ເຮົາ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ຕຽມ​ພ້ອມ​ສຳ​ລັບ​ສິ່ງ​ທີ່​ມີ​ໄວ້​ໃຫ້​ໃນ​ເວລາ​ທີ່​ຈະ​ມາ​ເຖິງ.

3 ໃຫ້​ພວກ​ເຂົາ​ສ້າງ​ສາ​ເມືອງ​ໜຶ່ງ​ຂຶ້ນ​ແດ່​ນາມ​ຂອງ​ເຮົາ ຢູ່​ໃນ​ແຜ່ນ​ດິນ​ທີ່​ກົງ​ກັນ​ຂ້າມ​ກັບ​ເມືອງ​ນາວູ, ແລະ ໃຫ້​ຕັ້ງ​ຊື່​ເມືອງ​ນັ້ນ​ວ່າ ເຊຣາ​ເຮັມລາ.

4 ແລະ ໃຫ້​ທຸກ​ຄົນ​ທີ່​ມາ​ຈາກ​ພາກ​ຕາ​ເວັນ​ອອກ, ແລະ ພາກ​ຕາ​ເວັນ​ຕົກ, ແລະ ພາກ​ເໜືອ, ແລະ ພາກ​ໃຕ້, ທີ່​ມີ​ຄວາມ​ປາດ​ຖະ​ໜາ​ຈະ​ພັກ​ພາ​ອາ​ໄສ​ຢູ່​ທີ່​ນັ້ນ, ມາ​ຮັບ​ເອົາ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ​ໃນ​ເມືອງ​ນັ້ນ​ຄື​ກັນ, ເຊັ່ນ​ດຽວ​ກັບ​ໃນ​ເມືອງ ແນ​ສະ​ວຽວ, ຫລື ໃນ​ເມືອງ​ນາວູ, ແລະ ໃນ ສະເຕກ​ທັງ​ໝົດ​ຊຶ່ງ​ເຮົາ​ໄດ້​ກຳ​ນົດ​ໄວ້, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.