ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 111


ພາກ​ທີ 111

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ຊາເລັມ, ລັດ​ມາ​ສາ​ຊູ​ເສດສ໌, ວັນທີ 6 ເດືອນ​ສິງຫາ, 1836. ໃນ​ເວລາ​ນີ້​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ມີ​ໜີ້​ສິນ​ຢ່າງ​ຫລວງ​ຫລາຍ​ເນື່ອງ​ມາ​ຈາກ​ການ​ທຳ​ງານ​ຂອງ​ເຂົາ​ເຈົ້າ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ໂດຍ​ທີ່​ໄດ້​ຍິນ​ວ່າ​ຈະ​ມີ​ເງິນ​ຈຳນວນ​ຫລວງ​ຫລາຍ​ໃຫ້​ແກ່​ເຂົາ​ເຈົ້າ​ຢູ່​ເມືອງ​ຊາເລັມ, ສາດ​ສະ​ດາ, ຊິດນີ ຣິກ​ດອນ, ໄຮຣຳ ສະມິດ, ແລະ ອໍ​ລີ​ເວີ ຄາວ​ເດີຣີ ຈຶ່ງ​ໄດ້​ເດີນ​ທາງ​ໄປ​ທີ່​ນັ້ນ​ຈາກ ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ເພື່ອ​ສຳ​ຫລວດ​ກວດ​ກາ​ເບິ່ງ​ຂໍ້​ມູນ​ນີ້, ພ້ອມ​ທັງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ໄປ​ນຳ. ພວກ​ອ້າຍ​ນ້ອງ​ໄດ້​ບັນ​ລຸ​ພາ​ລ​ະກິດ​ຫລາຍ​ຢ່າງ​ຂອງ​ສາດ​ສະ​ໜາ​ຈັກ ແລະ ໄດ້​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ນຳ​ອີກ. ເມື່ອ​ເຫັນ​ໄດ້​ວ່າ ເຂົາ​ເຈົ້າ​ຈະ​ບໍ່​ໄດ້​ຮັບ​ເງິນ, ແລ້ວ​ເຂົາ​ເຈົ້າ​ຈຶ່ງ​ໄດ້​ກັບ​ໄປ​ເມືອງ​ເຄີດແລນ. ຫລາຍ​ປັດ​ໃຈ​ທີ່​ສຳ​ຄັນ​ກ່ຽວ​ກັບ​ເລື່ອງ​ນີ້​ສະ​ທ້ອນ​ອອກ​ມາ​ໃນ​ຖ້ອຍ​ຄຳ​ຂອງ​ການ​ເປີດ​ເຜີຍ​ນີ້.

1–5, ພຣະ​ຜູ້​ເປັນ​ເຈົ້າ​ດູ​ແລ​ຄວາມ​ຕ້ອງ​ການ​ທາງ​ໂລກ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ; 6–11, ພຣະ​ອົງ​ຈະ​ຈັດ​ການ​ກັບ​ຊີໂອນ​ດ້ວຍ​ຄວາມ​ເມດ​ຕາ ແລະ ຈັດ​ຕຽມ​ທຸກ​ສິ່ງ​ທັງ​ປວງ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ.

1 ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ, ບໍ່​ແມ່ນ​ວ່າ​ບໍ່​ພໍ​ໃຈ​ກັບ​ການ​ເດີນ​ທາງ​ມາ​ເທື່ອ​ນີ້​ຂອງ​ພວກ​ເຈົ້າ, ເຖິງ​ແມ່ນ​ຈະ​ເປັນ​ຄວາມ​ໂງ່​ຈ້າ​ຂອງ​ພວກ​ເຈົ້າ​ກໍ​ຕາມ.

2 ເຮົາ​ມີ​ຊັບ​ສົມ​ບັດ​ຢ່າງ​ຫລວງ​ຫລາຍ​ໃຫ້​ພວກ​ເຈົ້າ ຢູ່​ໃນ​ເມືອງ​ນີ້, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຊີໂອນ, ແລະ ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ໃນ​ເມືອງ​ນີ້, ຜູ້​ທີ່​ເຮົາ​ຈະ​ເຕົ້າ​ໂຮມ​ອອກ​ມາ​ໃນ​ເວລາ​ອັນ​ເໝາະ​ສົມ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຊີໂອນ, ໂດຍ​ຜ່ານ​ພວກ​ເຈົ້າ​ເປັນ​ເຄື່ອງ​ມື.

3 ສະນັ້ນ, ຈຶ່ງ​ເປັນ​ການ​ສົມ​ຄວນ​ທີ່​ພວກ​ເຈົ້າ​ຈະ​ສ້າງ​ຄວາມ​ຄຸ້ນ​ເຄີຍ​ກັບ​ຜູ້​ຄົນ​ຢູ່​ໃນ​ເມືອງ​ນີ້, ຕາມ​ທີ່​ພວກ​ເຈົ້າ​ຈະ​ຖືກ​ພາ​ໄປ, ແລະ ຕາມ​ທີ່​ມັນ​ຈະ​ຖືກ​ມອບ​ໃຫ້​ແກ່​ພວກ​ເຈົ້າ.

4 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ໃນ​ເວລາ​ອັນ​ເໝາະ​ສົມ ຄື​ເຮົາ​ຈະ​ມອບ​ເມືອງ​ນີ້​ໄວ້​ໃນ​ມື​ຂອງ​ພວກ​ເຈົ້າ, ເພື່ອ​ພວກ​ເຈົ້າ​ຈະ​ມີ​ອຳນາດ​ເໜືອ​ມັນ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ບໍ່​ພົບ​ເຫັນ​ສ່ວນ​ທີ່​ເປັນ​ຄວາມ​ລັບ​ຂອງ​ພວກ​ເຈົ້າ; ແລະ ຄວາມ​ລ້ຳ​ລວຍ​ຂອງ​ມັນ​ກ່ຽວ​ກັບ​ຄຳ ແລະ ເງິນ ຈະ​ເປັນ​ຂອງ​ພວກ​ເຈົ້າ.

5 ຢ່າ​ເປັນ​ຫ່ວງ​ເລີຍ​ເລື່ອງ ໜີ້​ສິນ​ຂອງ​ພວກ​ເຈົ້າ, ເພາະ​ເຮົາ​ຈະ​ມອບ​ອຳນາດ​ໃຫ້​ພວກ​ເຈົ້າ​ເພື່ອ​ຊຳລະ​ມັນ.

6 ຢ່າ​ເປັນ​ຫ່ວງ​ເລີຍ​ເລື່ອງ​ຊີໂອນ, ເພາະ​ເຮົາ​ຈະ​ຈັດ​ການ​ກັບ​ນາງ​ດ້ວຍ​ຄວາມ​ເມດ​ຕາ.

7 ຈົ່ງ​ຢູ່​ຕໍ່​ໄປ​ໃນ​ສະຖານ​ທີ່​ແຫ່ງ​ນີ້, ແລະ ໃນ​ພາກ​ພື້ນ​ຕ່າງໆ​ທີ່​ອ້ອມ​ຮອບ;

8 ແລະ ສະຖານ​ທີ່​ຊຶ່ງ​ເປັນ​ຄວາມ​ປະສົງ​ຂອງ​ເຮົາ​ທີ່​ຈະ​ໃຫ້​ພວກ​ເຈົ້າ​ຢູ່​ຕໍ່​ໄປ, ໃຫ້​ຢູ່​ສ່ວນ​ຫລາຍ, ຈະ​ຖືກ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ແກ່​ພວກ​ເຈົ້າ ໂດຍ ສັນ​ຕິ​ສຸກ ແລະ ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ຂອງ​ເຮົາ, ທີ່​ຈະ​ຫລັ່ງ​ໄຫລ​ມາ​ສູ່​ພວກ​ເຈົ້າ.

9 ສະຖານ​ທີ່​ແຫ່ງ​ນີ້ ພວກ​ເຈົ້າ​ຈະ​ໄດ້​ມາ​ໂດຍ​ການ​ເຊົ່າ. ແລະ ຈົ່ງ​ຊອກ​ຫາ​ຢ່າງ​ພາກ​ພຽນ​ກ່ຽວ​ກັບ​ຜູ້​ອາ​ໄສ​ໃນ​ສະ​ໄໝ​ກ່ອນ ແລະ ຜູ້​ໄດ້​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ເມືອງ​ນີ້;

10 ເພາະ​ມີ​ຊັບ​ສົມ​ບັດ​ຢ່າງ​ຫລວງ​ຫລາຍ​ກວ່າ​ໜຶ່ງ​ຢ່າງ ໃຫ້​ພວກ​ເຈົ້າ​ຢູ່​ໃນ​ເມືອງ​ນີ້.

11 ສະນັ້ນ, ພວກ​ເຈົ້າ​ຈົ່ງ ສະຫລາດ​ດັ່ງ​ງູ ແຕ່​ປາດ​ສະ​ຈາກ​ບາບ; ແລະ ເຮົາ​ຈະ​ສັ່ງ​ທຸກ​ສິ່ງ​ທັງ​ປວງ​ເພື່ອ ຜົນ​ປະ​ໂຫຍດ​ຂອງ​ພວກ​ເຈົ້າ, ໃຫ້​ໄວ​ເທົ່າ​ທີ່​ພວກ​ເຈົ້າ​ຈະ​ສາ​ມາດ​ຮັບ​ມັນ​ໄດ້. ອາແມນ.