ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 127


ພາກ​ທີ 127

ສານ​ຈາກ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ​ເຖິງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ທີ່​ເມືອງ​ນາວູ, ລັດ​ອິ​ລິ​ນອຍ, ໂດຍ​ບັນ​ຈຸ​ຄຳ​ແນະນຳ​ເລື່ອງ​ການ​ບັບຕິ​ສະມາ​ແທນ​ຄົນ​ຕາຍ, ລົງ​ວັນທີ​ທີ່​ເມືອງ​ນາວູ, ວັນທີ 1 ເດືອນ​ກັນຍາ, 1842.

1–4, ໂຈເຊັບ ສະມິດ ຊົມ​ຊື່ນ​ຍິນ​ດີ​ໃນ​ການ​ຂົ່ມ​ເຫັງ ແລະ ຄວາມ​ທຸກ​ຍາກ​ລຳ​ບາກ; 5–12, ຕ້ອງ​ມີ​ການ​ບັນ​ທຶກ​ກ່ຽວ​ກັບ​ການ​ບັບຕິ​ສະມາ​ແທນ​ຄົນ​ຕາຍ​ໄວ້.

1 ໂດຍ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ແກ່​ຂ້າ​ພະ​ເຈົ້າ​ວ່າ ສັດ​ຕູ​ຂອງ​ຂ້າ​ພະ​ເຈົ້າ, ທັງ​ໃນ​ລັດ​ມີ​ເຊີຣີ ແລະ ລັດ​ນີ້, ໄດ້​ໄລ່​ຕາມ​ຂ້າ​ພະ​ເຈົ້າ​ອີກ; ແລະ ຕາບ​ໃດ​ທີ່​ພວກ​ເຂົາ​ໄລ່​ຕາມ​ຂ້າ​ພະ​ເຈົ້າ​ໂດຍ​ບໍ່​ມີ ສາ​ເຫດ, ແລະ ບໍ່​ມີ​ແມ່ນ​ແຕ່​ເງົາ ຫລື ສີ​ຂອງ​ຄວາມ​ຍຸດ​ຕິ​ທຳ ຫລື ຄວາມ​ຖືກ​ຕ້ອງ​ທາງ​ຝ່າຍ​ພວກ​ເຂົາ ໃນ​ການ​ຍຸ​ຍົງ​ໃຫ້​ດຳ​ເນີນ​ຄະ​ດີ​ຕໍ່​ຕ້ານ​ຂ້າ​ພະ​ເຈົ້າ; ແລະ ຕາບ​ໃດ​ທີ່​ຂໍ້​ກ່າວ​ຫາ​ທັງ​ໝົດ​ຂອງ​ພວກ​ເຂົາ​ມີ​ມູນ​ຖານ​ເປັນ​ຄວາມ​ເທັດ ທີ່​ຍ້ອມ​ດ້ວຍ​ສີ​ດຳ​ທີ່​ສຸດ, ຂ້າ​ພະ​ເຈົ້າ​ໄດ້​ຄິດ​ວ່າ​ເປັນ​ການ​ສົມ​ຄວນ ແລະ ເປັນ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ຈະ​ຈາກ​ສະຖານ​ທີ່​ແຫ່ງ​ນີ້​ໄປ​ຊົ່ວ​ໄລ​ຍະ​ໜຶ່ງ, ເພື່ອ​ຄວາມ​ປອດ​ໄພ​ຂອງ​ຂ້າ​ພະ​ເຈົ້າ​ເອງ ແລະ ຄວາມ​ປອດ​ໄພ​ຂອງ​ຜູ້​ຄົນ​ພວກ​ນີ້. ຂ້າ​ພະ​ເຈົ້າ​ຢາກ​ກ່າວ​ກັບ​ທຸກ​ຄົນ ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ທຸ​ລະ​ກິດ​ດ້ວຍ, ວ່າ​ຂ້າ​ພະ​ເຈົ້າ​ໄດ້​ຝາກ​ທຸ​ລະ​ຂອງ​ຂ້າ​ພະ​ເຈົ້າ​ໄວ້​ກັບ​ຕົວ​ແທນ ແລະ ສະ​ໝຽນ ຜູ້​ຈະ​ຈັດ​ການ​ກັບ​ທຸ​ລະ​ກິດ​ທັງ​ໝົດ​ໃນ​ວິ​ທີ​ທີ່​ວ່ອງ​ໄວ ແລະ ຖືກ​ຕ້ອງ, ແລະ ຈະ​ເບິ່ງ​ໜີ້​ສິນ​ທັງ​ໝົດ​ຂອງ​ຂ້າ​ພະ​ເຈົ້າ​ຖືກ​ຊຳລະ​ໃນ​ເວລາ​ອັນ​ເໝາະ​ສົມ, ໂດຍ​ການ​ຈຳ​ໜ່າຍ​ຊັບ​ສົມ​ບັດ​ອອກ​ໄປ, ຫລື ບໍ່​ສະນັ້ນ, ຕາມ​ຄວາມ​ຈຳ​ເປັນ​ຂອງ​ເລື່ອງ, ຫລື ຕາມ​ສະພາບ​ການ​ຈະ​ອຳ​ນວຍ. ເມື່ອ​ໃດ​ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພະ​ຍຸ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ, ເມື່ອ​ນັ້ນ​ຂ້າ​ພະ​ເຈົ້າ​ຈະ​ກັບ​ມາ​ຫາ​ພວກ​ທ່ານ​ອີກ.

2 ແລະ ກ່ຽວ​ກັບ ໄພ​ອັນ​ຕະ​ລາຍ ຊຶ່ງ​ຂ້າ​ພະ​ເຈົ້າ​ຖືກ​ເອີ້ນ​ໃຫ້​ຜ່ານ​ພົ້ນ​ມາ, ເບິ່ງ​ຄື​ວ່າ​ມັນ​ເປັນ​ເລື່ອງ​ເລັກ​ໜ້ອຍ​ຕໍ່​ຂ້າ​ພະ​ເຈົ້າ, ເພາະ ຄວາມ​ອິດ​ສາ ແລະ ຄວາມ​ໂມ​ໂຫ​ຮ້າຍ​ຂອງ​ມະນຸດ​ເປັນ​ໂຊກ​ຊາ​ຕາ​ປົກ​ກະ​ຕິ​ຂອງ​ຂ້າ​ພະ​ເຈົ້າ​ຕະຫລອດ​ວັນ​ເວລາ​ຂອງ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ; ແລະ ເພາະ​ດ້ວຍ​ເຫດ​ໃດ​ກໍ​ບໍ່​ຮູ້ ມັນ​ເບິ່ງ​ຄື​ວ່າ​ເປັນ​ສິ່ງ​ລຶກ​ລັບ, ເວັ້ນ​ເສຍ​ແຕ່​ຂ້າ​ພະ​ເຈົ້າ​ໄດ້​ຖືກ ແຕ່ງ​ຕັ້ງ​ນັບ​ແຕ່​ກ່ອນ​ການ​ວາງ​ຮາກ​ຖານ​ຂອງ​ໂລກ​ເພື່ອ​ຈຸດ​ປະສົງ​ບາງ​ຢ່າງ​ທີ່​ດີ, ຫລື ຊົ່ວ, ຕາມ​ທີ່​ພວກ​ທ່ານ​ຈະ​ເລືອກ​ເອີ້ນ​ກັນ. ພວກ​ທ່ານ​ຈົ່ງ​ຕັດ​ສິນ​ເອົາ​ເອງ. ພຣະ​ເຈົ້າ​ຮູ້​ຈັກ​ທຸກ​ສິ່ງ​ທັງ​ປວງ​ເຫລົ່າ​ນີ້, ບໍ່​ວ່າ​ມັນ​ຈະ​ເປັນ​ເລື່ອງ​ດີ ຫລື ຊົ່ວ. ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ນ້ຳ​ເລິກ​ເປັນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ລອຍ​ມາ​ແລ້ວ​ຈົນ​ລຶ້ງ. ທຸກ​ສິ່ງ​ທັງ​ປວງ​ກາຍ​ເປັນ​ເລື່ອງ​ທຳ​ມະ​ດາ​ສຳ​ລັບ​ຂ້າ​ພະ​ເຈົ້າ. ແລະ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເໝືອນ​ໂປໂລ, ທີ່​ຈະ​ຊົມ​ຊື່ນ​ຍິນ​ດີ​ໃນ ຄວາມ​ທຸກ​ຍາກ​ລຳ​ບາກ; ເພາະ​ວ່າ​ຈົນ​ເຖິງ​ວັນ​ນີ້ ພຣະ​ເຈົ້າ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ປົດ​ປ່ອຍ​ຂ້າ​ພະ​ເຈົ້າ​ອອກ​ຈາກ​ທຸກ​ສິ່ງ​ເຫລົ່າ​ນີ້​ທັງ​ໝົດ ແລະ ຈະ​ປົດ​ປ່ອຍ​ຂ້າ​ພະ​ເຈົ້າ​ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ; ເພາະ​ຈົ່ງ​ເບິ່ງ, ແລະ ເບິ່ງ​ແມ, ຂ້າ​ພະ​ເຈົ້າ​ຈະ​ມີ​ໄຊ​ຊະນະ​ເໜືອ​ສັດ​ຕູ​ທັງ​ປວງ​ຂອງ​ຂ້າ​ພະ​ເຈົ້າ, ເພາະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ໄວ້​ດັ່ງ​ນີ້.

3 ສະນັ້ນ ໃຫ້​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ປິ​ຕິ​ຍິນ​ດີ​ເຖີດ, ແລະ ດີ​ໃຈ​ຢ່າງ​ຍິ່ງ; ເພາະ​ວ່າ ພຣະ​ເຈົ້າ​ຂອງ​ອິດສະ​ຣາເອນ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ແລະ ພຣະ​ອົງ​ຈະ​ແບ່ງ​ການ​ຊົດ​ເຊີຍ​ທີ່​ທ່ຽງ​ທຳ​ໃຫ້​ເປັນ​ລາງ​ວັນ​ຢູ່​ເທິງ​ຫົວ​ຂອງ​ຜູ້​ກົດ​ຂີ່​ທັງ​ປວງ​ຂອງ​ພວກ​ເຂົາ.

4 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: ໃຫ້​ວຽກ​ງານ​ຂອງ ພຣະ​ວິຫານ​ຂອງ​ເຮົາ, ແລະ ວຽກ​ງານ​ທັງ​ໝົດ​ທີ່​ເຮົາ​ໄດ້​ກຳ​ນົດ​ໃຫ້​ພວກ​ເຈົ້າ​ດຳ​ເນີນ​ຕໍ່​ໄປ ແລະ ບໍ່​ໃຫ້​ຢຸດ; ແລ​ະ ໃຫ້ ຄວາມ​ພາກ​ພຽນ, ແລະ ຄວາມ​ບາກ​ບັ່ນ, ແລະ ຄວາມ​ອົດ​ທົນ, ແລະ ວຽກ​ງານ​ຂອງ​ພວກ​ເຈົ້າ​ທະ​ວີ​ຄູນ​ສອງ​ເທົ່າ, ແລະ ພວກ​ເຈົ້າ​ຈະ​ບໍ່​ມີ​ທາງ​ສູນ​ເສຍ​ລາງ​ວັນ​ຂອງ​ພວກ​ເຈົ້າ​ເລີຍ, ຈອມ​ໂຍທາ​ໄດ້​ກ່າວ. ແລະ ຖ້າ​ຫາກ​ພວກ​ເຂົາ ຂົ່ມ​ເຫັງ​ພວກ​ເຈົ້າ, ສາດ​ສະ​ດາ ແລະ ຄົນ​ທີ່​ຊອບ​ທຳ​ທີ່​ເຄີຍ​ມີ​ຊີ​ວິດ​ກ່ອນ​ພວກ​ເຈົ້າ​ກໍ​ເຄີຍ​ຖືກ​ມາ​ແລ້ວ​ຄື​ກັນ. ສຳ​ລັບ​ທຸກ​ສິ່ງ​ທຸກ​ຢ່າງ​ນີ້ ມັນ​ມີ​ລາງ​ວັນ​ຢູ່​ໃນ​ສະຫວັນ.

5 ແລະ ອີກ​ເທື່ອ​ໜຶ່ງ, ຂ້າ​ພະ​ເຈົ້າ​ໃຫ້​ຄຳ​ແກ່​ພວກ​ທ່ານ​ກ່ຽວ​ກັບ ການ​ບັບຕິ​ສະມາ​ແທນ​ຄົນ ຕາຍ​ຂອງ​ພວກ​ທ່ານ.

6 ຕາມ​ຄວາມ​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ກັບ​ພວກ​ທ່ານ​ກ່ຽວ​ກັບ​ຄົນ​ຕາຍ​ຂອງ​ພວກ​ທ່ານ: ເມື່ອ​ຄົນ​ໃດ​ກໍ​ຕາມ​ໃນ​ບັນ​ດາ​ພວກ​ເຈົ້າ​ຮັບ ບັບຕິ​ສະມາ​ແທນ​ຄົນ​ຕາຍ​ຂອງ​ພວກ​ເຈົ້າ, ໃຫ້​ມີ ຜູ້​ບັນ​ທຶກ, ແລະ ໃຫ້​ເຂົາ​ເປັນ​ພະຍານ​ທີ່​ເຫັນ​ກັບ​ຕາ​ເຖິງ​ການ​ຮັບ​ບັບຕິ​ສະມາ​ຂອງ​ພວກ​ເຈົ້າ; ໃຫ້​ເຂົາ​ໄດ້​ຍິນ​ກັບ​ຫູ​ຂອງ​ເຂົາ, ເພື່ອ​ວ່າ​ເຂົາ​ຈະ​ເປັນ​ພະຍານ​ເຖິງ​ຄວາມ​ຈິງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ;

7 ເພື່ອ​ວ່າ​ໃນ​ການ​ເຮັດ​ບັນ​ທຶກ​ທັງ​ໝົດ​ຂອງ​ພວກ​ເຈົ້າ ມັນ​ຈະ​ຖືກ ບັນ​ທຶກ​ໄວ້​ໃນ​ສະຫວັນ; ເພື່ອ​ວ່າ​ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ເຈົ້າ​ຈະ ຜູກ​ມັດ​ເທິງ​ແຜ່ນ​ດິນ​ໂລກ ສິ່ງ​ນັ້ນ​ຈະ​ຖືກ​ຜູກ​ມັດ​ໃນ​ສະຫວັນ; ແລະ ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ເຈົ້າ​ຈະ​ແກ້​ໃຫ້​ຫລຸດ​ເທິງ​ແຜ່ນ​ດິນ​ໂລກ ສິ່ງ​ນັ້ນ​ຈະ​ຖືກ​ແກ້​ໃຫ້​ຫລຸດ​ໃນ​ສະຫວັນ;

8 ເພາະ ເຮົາ​ກຳ​ລັງ​ຈະ ຟື້ນ​ຟູ​ຫລາຍ​ສິ່ງ​ໃຫ້​ແຜ່ນ​ດິນ​ໂລກ, ກ່ຽວ​ກັບ ຖານະ​ປະ​ໂລ​ຫິດ, ຈອມ​ໂຍທາ​ໄດ້​ກ່າວ.

9 ແລະ ອີກ​ເທື່ອ​ໜຶ່ງ, ໃຫ້ ບັນ​ທຶກ​ທັງ​ໝົດ​ມີ​ຢູ່​ຢ່າງ​ເປັນ​ລະບຽບ​ຮຽບ​ຮ້ອຍ, ເພື່ອ​ວ່າ​ມັນ​ຈະ​ຖືກ​ເກັບ​ມ້ຽນ​ໄວ້​ໃນ​ທີ່​ເກັບ​ເອ​ກະ​ສານ​ຂອງ​ພຣະ​ວິຫານ​ສັກ​ສິດ​ຂອງ​ເຮົາ, ເພື່ອ​ວ່າ​ຈະ​ຮັກ​ສາ​ມັນ​ໄວ້​ໃນ​ຄວາມ​ຊົງ​ຈຳ​ຈາກ​ລຸ້ນ​ສູ່​ລຸ້ນ, ຈອມ​ໂຍທາ​ໄດ້​ກ່າວ.

10 ຂ້າ​ພະ​ເຈົ້າ​ຈະ​ກ່າວ​ກັບ​ໄພ່​ພົນ​ທັງ​ໝົດ​ວ່າ ຂ້າ​ພະ​ເຈົ້າ​ມີ​ຄວາມ​ປາດ​ຖະ​ໜາ, ດ້ວຍ​ຄວາມ​ປາດ​ຖະ​ໜາ​ອັນ​ແຮງ​ກ້າ, ທີ່​ຈະ​ກ່າວ​ກັບ​ພວກ​ເຂົາ​ຈາກ​ແທ່ນ​ປາ​ໄສ​ກ່ຽວ​ກັບ​ເລື່ອງ​ການ​ບັບຕິ​ສະມາ​ແທນ​ຄົນ​ຕາຍ, ໃນ​ວັນ​ຊະ​ບາ​ໂຕ​ໜ້າ. ແຕ່​ເນື່ອງ​ຈາກ​ວ່າ​ຂ້າ​ພະ​ເຈົ້າ​ບໍ່​ມີ​ອຳນາດ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ, ຂ້າ​ພະ​ເຈົ້າ​ຈະ​ຂຽນ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ບາງ​ຄັ້ງ, ກ່ຽວ​ກັບ​ເລື່ອງ​ນີ້, ແລະ ສົ່ງ​ມັນ​ມາ​ໃຫ້​ພວກ​ທ່ານ​ທາງ​ໄປ​ສະ​ນີ, ເຊັ່ນ​ດຽວ​ກັບ​ເລື່ອງ​ອື່ນໆ​ຫລາຍ​ເລື່ອງ.

11 ບັດ​ນີ້ ຂ້າ​ພະ​ເຈົ້າ​ຂໍ​ຢຸດ​ຕິ​ຈົດ​ໝາຍ​ຂອງ​ຂ້າ​ພະ​ເຈົ້າ​ສຳ​ລັບ​ຕອນ​ນີ້, ເພາະ​ບໍ່​ມີ​ເວລາ​ອີກ; ເພາະ​ສັດ​ຕູ​ຕື່ນ​ຕົວ, ແລະ ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ໄວ້, ເຈົ້າ​ຊາຍ​ຂອງ​ໂລກ​ນີ້​ກຳ​ລັງ​ມາ, ແຕ່​ມັນ​ບໍ່​ມີ​ອຳນາດ​ຕໍ່​ຂ້າ​ພະ​ເຈົ້າ​ເລີຍ.

12 ຈົ່ງ​ເບິ່ງ, ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ພຣະ​ເຈົ້າ ຄື​ວ່າ​ທ່ານ​ທຸກ​ຄົນ​ຈະ​ລອດ. ແລະ ຂ້າ​ພະ​ເຈົ້າ​ລົງ​ນາມ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພວກ​ທ່ານ​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ເປັນ​ສາດ​ສະ​ດາ ແລະ ຜູ້​ພະ​ຍາ​ກອນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ໂຈເຊັບ ສະມິດ.