ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 132


ພາກ​ທີ 132

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ນາວູ, ລັດ​ອິ​ລິ​ນອຍ, ຖືກ​ບັນ​ທຶກ​ໄວ້​ໃນ​ວັນທີ 12 ເດືອນ​ກໍລະກົດ, 1843, ກ່ຽວ​ກັບ​ພັນທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ, ຮວມ​ທັງ​ພັນທະ​ສັນ​ຍາ​ຊົ່ວ​ນິ​ລັນ​ດອນ​ຂອງ​ການ​ແຕ່ງ​ງານ, ແລະ ຫລັກ​ທຳ​ຂອງການ​ແຕ່ງ​ເມຍ​ຫລາຍ​ຄົນ​ນຳ​ອີກ. ເຖິງ​ແມ່ນ​ວ່າ​ການ​ເປີດ​ເຜີຍ​ໄດ້​ຖືກ​ບັນ​ທຶກ​ໄວ້​ໃນ​ປີ 1843, ແຕ່​ຫລັກ​ຖານ​ບົ່ງ​ບອກ​ວ່າ ຫລັກ​ທຳ​ບາງ​ຢ່າງ​ກ່ຽວ​ກັບ​ການ​ເປີດ​ເຜີຍ​ນີ້ ໄດ້​ຖືກ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ແກ່​ສາດ​ສະ​ດາ​ກ່ອນ​ແລ້ວ ຕັ້ງ​ແຕ່​ປີ 1831. ເບິ່ງ ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 1.

1–6, ໄດ້​ຮັບ​ຄວາມ​ສູງ​ສົ່ງ​ໂດຍ​ຜ່ານ​ພັນທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ; 7–14, ກົດ ແລະ ເງື່ອນ​ໄຂ​ຂອງ​ພັນທະ​ສັນ​ຍາ​ນັ້ນ​ໄດ້​ຖືກ​ຕັ້ງ​ຂຶ້ນ; 15–20, ການ​ແຕ່ງ​ງານ​ຊັ້ນ​ສູງ ແລະ ຄວາມ​ຕໍ່​ເນື່ອງ​ຂອງ​ໜ່ວຍ​ຄອບ​ຄົວ ເຮັດ​ໃຫ້​ມະນຸດ​ສາ​ມາດ​ກາຍ​ເປັນ​ພຣະ​ເຈົ້າ​ໄດ້; 21–25, ທາງ​ຄັບ ແລະ ແຄບ​ຈະ​ນຳ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ, 26–27, ກົດ​ກ່ຽວ​ກັບ​ການ​ໝິ່ນ​ປະ​ໝາດ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ຖືກ​ມອບ​ໃຫ້; 28–39, ຄຳ​ສັນ​ຍາ​ເຖິງ​ການ​ເພີ່ມ​ພູນ​ນິ​ລັນ​ດອນ ແລະ ຄວາມ​ສູງ​ສົ່ງ​ໄດ້​ຖືກ​ເຮັດ​ໄວ້​ກັບ​ສາດ​ສະ​ດາ ແລະ ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃນ​ທຸກ​ຍຸກ​ທຸກ​ສະ​ໄໝ; 40–47, ໂຈເຊັບ ສະມິດ ໄດ້​ຮັບ​ອຳນາດ​ທີ່​ຈະ​ຜູກ ແລະ ຜະ​ນຶກ​ໄວ້​ເທິງ​ແຜ່ນ​ດິນ​ໂລກ ແລະ ໃນ​ສະຫວັນ; 48–50, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຜະ​ນຶກ​ຄວາມ​ສູງ​ສົ່ງ​ຂອງ​ເພິ່ນ​ໄວ້​ເທິງ​ເພິ່ນ; 51–57, ເອມມາ ສະມິດ ໄດ້​ຖືກ​ແນະນຳ​ໃຫ້​ຊື່​ສັດ ແລະ ຈິງ​ໃຈ; 58–66, ກົດ​ເລື່ອງ​ການ​ແຕ່ງ​ເມຍ​ຫລາຍ​ຄົນ​ໄດ້​ຖືກ​ຕັ້ງ​ຂຶ້ນ.

1 ຕາມ​ຄວາມ​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ກັບ​ເຈົ້າ ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ, ວ່າ​ຕາບ​ໃດ​ທີ່​ເຈົ້າ​ໄດ້​ຂໍ​ຈາກ​ມື​ຂອງ​ເຮົາ​ເພື່ອ​ຈະ​ໄດ້​ຮູ້ ແລະ ເຂົ້າ​ໃຈ​ວ່າ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຮັບ​ຮອງ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ອັບ​ຣາ​ຮາມ, ອີ​ຊາກ, ແລະ ຢາໂຄບ, ໂມເຊ​ກໍ​ຄື​ກັນ, ດາວິດ ແລະ ໂຊ​ໂລ​ໂມນ, ຜູ້​ຮັບ​ໃຊ້​ຂອງ​ເຮົາ, ກ່ຽວ​ກັບ​ຫລັກ​ທຳ ແລະ ຄຳ​ສອນ​ເລື່ອງ​ການ​ທີ່​ພວກ​ເຂົາ​ມີ ພັນ​ລະ​ຍາ ແລະ ເມຍ​ນ້ອຍ​ຫລາຍ​ຄົນ—

2 ຈົ່ງ​ເບິ່ງ, ແລະ ເບິ່ງ​ແມ, ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ, ແລະ ຈະ​ຕອບ​ເຈົ້າ​ກ່ຽວ​ກັບ​ເລື່ອງ​ນີ້.

3 ສະນັ້ນ, ຈົ່ງ ຕຽມ​ໃຈ​ຂອງ​ເຈົ້າ​ທີ່​ຈະ​ຮັບ ແລະ ເຊື່ອ​ຟັງ​ຄຳ​ແນະນຳ ຊຶ່ງ​ເຮົາ​ກຳ​ລັງ​ຈະ​ມອບ​ໃຫ້​ແກ່​ເຈົ້າ; ເພາະ​ວ່າ​ຜູ້​ຄົນ​ທັງ​ປວງ​ທີ່​ກົດ​ນີ້​ຖືກ​ເປີດ​ແກ່​ພວກ​ເຂົາ​ຈະ​ຕ້ອງ​ເຊື່ອ​ຟັງ​ຕາມ​ຄື​ກັນ.

4 ເພາະ​ຈົ່ງ​ເບິ່ງ, ເຮົາ​ເປີດ​ເຜີຍ​ພັນທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ​ແກ່​ເຈົ້າ; ແລະ ຖ້າ​ຫາກ​ເຈົ້າ​ບໍ່​ປະ​ຕິ​ບັດ​ຕາມ ພັນທະ​ສັນ​ຍາ​ນັ້ນ, ເມື່ອ​ນັ້ນ​ເຈົ້າ​ຈະ ອັບ​ປະ​ໂຫຍດ; ເພາະ​ບໍ່​ມີ​ໃຜ​ສາ​ມາດ ປະ​ຕິ​ເສດ​ພັນທະ​ສັນ​ຍາ​ນີ້ ແລະ ຖືກ​ອະ​ນຸ​ຍາດ​ໃຫ້​ເຂົ້າ​ໄປ​ໃນ​ລັດ​ສະ​ໝີ​ພາບ​ຂອງ​ເຮົາ​ໄດ້.

5 ເພາະ​ວ່າ​ຜູ້​ຄົນ​ທັງ​ປວງ​ທີ່​ຢາກ​ມີ ພອນ​ຈາກ​ມື​ຂອງ​ເຮົາ ຈະ​ປະ​ຕິ​ບັດ​ຕາມ ກົດ​ຊຶ່ງ​ໄດ້​ກຳ​ນົດ​ໄວ້​ສຳ​ລັບ​ພອນ​ນັ້ນ, ແລະ ເງື່ອນ​ໄຂ​ໃນ​ນັ້ນ, ດັ່ງ​ທີ່​ໄດ້​ແຕ່ງ​ຕັ້ງ​ໄວ້​ແລ້ວ​ແຕ່​ກ່ອນ​ການ​ວາງ​ຮາກ​ຖານ​ຂອງ​ໂລກ.

6 ແລະ ດັ່ງ​ທີ່​ກ່ຽວ​ກັບ ພັນທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ, ມັນ​ໄດ້​ຖືກ​ແຕ່ງ​ຕັ້ງ​ໄວ້​ສຳ​ລັບ​ຄວາມ​ສົມ​ບູນ​ແຫ່ງ ລັດ​ສະ​ໝີ​ພາບ​ຂອງ​ເຮົາ; ແລະ ຄົນ​ທີ່ໄດ້​ຮັບ​ຄວາມ​ສົມ​ບູນ​ໃນ​ນັ້ນ​ຕ້ອງ​ປະ​ຕິ​ບັດ​ຕາມ ແລະ ຈະ​ປະ​ຕິ​ບັດ​ຕາມ​ກົດ, ຖ້າ​ບໍ່​ດັ່ງ​ນັ້ນ ເຂົາ​ຈະ​ອັບ​ປະ​ໂຫຍດ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

7 ແລະ ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເງື່ອນ​ໄຂ​ຂອງ​ກົດ​ນີ້​ຄື: ພັນທະ​ສັນ​ຍາ, ການ​ສັນ​ຍາ, ພັນທະ​ການ, ພັນທະ, ຄຳ​ສາບານ, ຄຳ​ປະ​ຕິ​ຍານ, ການ​ປະ​ຕິ​ບັດ, ຄວາມ​ກ່ຽວ​ພັນ, ຄວາມ​ສຳ​ພັນ, ຫລື ຄວາມ​ຄາດ​ຫວັງ​ທັງ​ປວງ, ທີ່​ບໍ່​ໄດ້​ເຮັດ ແລະ ໄດ້​ເຂົ້າ​ສູ່ ແລະ ໄດ້ ຜະ​ນຶກ​ໂດຍ ພຣະ​ວິນ​ຍານ​ສັກ​ສິດ​ແຫ່ງ​ຄຳ​ສັນ​ຍາ, ໂດຍ​ຜູ້​ທີ່​ໄດ້​ຮັບ​ການ​ເຈີມ, ທັງ​ເພື່ອ​ການ​ເວລາ ແລະ ເພື່ອ​ຕະຫລອດ​ຊົ່ວ​ນິ​ລັນ​ດອນ, ແລະ ເພື່ອ​ຄວາມ​ສັກ​ສິດ​ຫລາຍ​ທີ່​ສຸດ​ຄື​ກັນ, ໂດຍ ການ​ເປີດ​ເຜີຍ ແລະ ບັນ​ຍັດ ຜ່ານ​ທາງ​ຜູ້​ໄດ້​ຮັບ​ການ​ເຈີມ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ໄດ້​ກຳ​ນົດ​ໄວ້​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ໃຫ້​ຖື​ອຳນາດ​ນີ້ (ແລະ ເຮົາ​ໄດ້​ກຳ​ນົດ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ໃຫ້​ຖື​ອຳນາດ​ນີ້​ໃນ​ຍຸກ​ສຸດ​ທ້າຍ, ແລະ ບໍ່​ເຄີຍ​ມີ​ຜູ້​ໃດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ບໍ່​ວ່າ​ຈະ​ເປັນ​ໃນ​ເວລາ​ໃດ​ກໍ​ຕາມ ຊຶ່ງ​ອຳນາດ​ນີ້ ແລະ ຂໍ​ກະແຈ​ຂອງ​ຖານະ​ປະ​ໂລ​ຫິດ​ນີ້​ໄດ້​ຖືກ​ມອບ​ໃຫ້), ຈະ​ບໍ່​ເກີດ​ຜົນ, ບໍ່​ມີ​ປະ​ສິດ​ທິ​ພາບ, ຫລື ພະ​ລັງ​ໃນ ແລະ ຫລັງ​ຈາກ​ການ​ຟື້ນ​ຄືນ​ຊີ​ວິດ; ເພາະ​ສັນ​ຍາ​ທັງ​ປວງ​ທີ່​ບໍ່​ໄດ້​ເຮັດ​ໄວ້​ເພື່ອ​ຈຸດ​ປະສົງ​ນີ້​ຈະ​ສິ້ນ​ສຸດ​ລົງ ເມື່ອ​ຄົນ​ຕາຍ​ໄປ.

8 ຈົ່ງ​ເບິ່ງ, ບ້ານ​ຂອງ​ເຮົາ​ເປັນ​ບ້ານ​ແຫ່ງ​ລະບຽບ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ແລະ ບໍ່​ແມ່ນ​ບ້ານ​ແຫ່ງ​ຄວາມ​ສັບ​ສົນ.

9 ເຮົາ​ຈະ​ຍອມ​ຮັບ​ຈາກ ເຄື່ອງ​ຖວາຍ​ທີ່​ບໍ່​ໄດ້​ເຮັດ​ໃນ​ນາມ​ຂອງ​ເຮົາ​ບໍ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ?

10 ຫລື ເຮົາ​ຈະ​ຮັບ​ຈາກ​ມື​ຂອງ​ພວກ​ເຈົ້າ​ສິ່ງ​ທີ່​ເຮົາ​ບໍ່​ໄດ້ ກຳ​ນົດ​ບໍ?

11 ແລະ ເຮົາ​ຈະ​ກຳ​ນົດ​ແກ່​ພວກ​ເຈົ້າ​ບໍ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ຍົກ​ເວັ້ນ​ແຕ່​ຈະ​ເປັນ​ໂດຍ​ກົດ, ແມ່ນ​ແຕ່​ດັ່ງ​ທີ່​ເຮົາ ແລະ ພຣະ​ບິດາ​ຂອງ​ເຮົາ​ໄດ້ ແຕ່ງ​ຕັ້ງ​ໄວ້​ກັບ​ພວກ​ເຈົ້າ, ກ່ອນ​ໂລກ​ມີ​ມາ?

12 ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ; ແລະ ເຮົາ​ມອບ​ບັນ​ຍັດ​ນີ້​ໃຫ້​ແກ່​ພວກ​ເຈົ້າ—ວ່າ​ບໍ່​ມີ​ຄົນ​ໃດ​ຈະ ມາ​ຫາ​ພຣະ​ບິດາ​ຍົກ​ເວັ້ນ​ແຕ່​ໂດຍ​ທາງ​ເຮົາ ຫລື ໂດຍ​ທາງ​ຄຳ​ຂອງ​ເຮົາ, ຊຶ່ງ​ເປັນ​ກົດ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

13 ແລະ ທຸກ​ສິ່ງ​ທີ່​ຢູ່​ໃນ​ໂລກ, ບໍ່​ວ່າ​ມັນ​ຖືກ​ແຕ່ງ​ຕັ້ງ​ຈາກ​ມະນຸດ, ໂດຍ​ບັນ​ລັງ, ຫລື ເຂດ​ປົກ​ຄອງ, ຫລື ອຳນາດ​ທັງ​ໝົດ, ຫລື ສິ່ງ​ທີ່​ມີ​ຊື່, ບໍ່​ວ່າ​ຈະ​ເປັນ​ສິ່ງ​ໃດ​ກໍ​ຕາມ, ຊຶ່ງ​ບໍ່​ແມ່ນ​ໂດຍ​ທາງ​ເຮົາ ຫລື ໂດຍ​ທາງ​ຄຳ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ຈະ​ຖືກ​ໂຄ່ນ​ລົງ, ແລະ ຈະ ບໍ່​ເຫລືອ​ຢູ່​ຫລັງ​ຈາກ​ມະນຸດ​ຕາຍ, ບໍ່​ທັງ​ໃນ ຫລື ຫລັງ​ຈາກ​ຟື້ນ​ຄືນ​ຊີ​ວິດ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ກ່າວ.

14 ເພາະ​ສິ່ງ​ໃດ​ກໍ​ຕາມ​ທີ່​ເຫລືອ​ຢູ່​ແມ່ນ​ໂດຍ​ເຮົາ; ແລະ ສິ່ງ​ໃດ​ກໍ​ຕາມ​ທີ່​ບໍ່​ແມ່ນ​ໂດຍ​ເຮົາ​ຈະ​ຖືກ​ເຮັດ​ໃຫ້​ສັ່ນ​ສະ​ເທືອນ ແລະ ຖືກ​ທຳ​ລາຍ.

15 ສະນັ້ນ, ຖ້າ​ຫາກ​ຜູ້​ຊາຍ ແຕ່ງ​ເອົາ​ເມຍ​ໃຫ້​ຕົນ​ຢູ່​ໃນ​ໂລກ, ແລະ ຖ້າ​ຫາກ​ລາວ​ບໍ່​ໄດ້​ແຕ່ງ​ເອົາ​ນາງ​ໂດຍ​ເຮົາ ຫລື ໂດຍ​ຄຳ​ຂອງ​ເຮົາ, ແລະ ລາວ​ໄດ້​ເຮັດ​ພັນທະ​ສັນ​ຍາ​ກັບ​ນາງ​ຕາບ​ໃດ​ທີ່​ລາວ​ຢູ່​ໃນ​ໂລກ​ນີ້ ແລະ ນາງ​ຢູ່​ກັບ​ລາວ, ແລ້ວ​ພັນທະ​ສັນ​ຍາ ແລະ ການ​ແຕ່ງ​ງານ​ຂອງ​ພວກ​ເຂົາ​ທັງ​ສອງ​ຈະ​ບໍ່​ມີ​ຜົນ​ເມື່ອ​ພວກ​ເຂົາ​ຕາຍ​ໄປ ແລະ ເມື່ອ​ພວກ​ເຂົາ​ໄປ​ຈາກ​ໂລກ; ສະນັ້ນ, ພວກ​ເຂົາ​ຈຶ່ງ​ບໍ່​ໄດ້​ຖືກ​ຜູກ​ມັດ​ໄວ້​ໂດຍ​ກົດ​ໃດໆ​ເມື່ອ​ພວກ​ເຂົາ​ໄປ​ຈາກ​ໂລກ.

16 ສະນັ້ນ, ເມື່ອ​ພວກ​ເຂົາ​ໄປ​ຈາກ​ໂລກ, ພວກ​ເຂົາ​ຈຶ່ງ​ບໍ່​ໄດ້​ແຕ່ງ​ງານ ທັງ​ບໍ່​ຖືກ​ຍົກ​ໃຫ້ ແຕ່ງ​ງານ; ແຕ່​ຈະ​ຖືກ​ກຳ​ນົດ​ໃຫ້​ເປັນ ທູດ​ໃນ​ສະຫວັນ, ຊຶ່ງ​ທູດ​ເຫລົ່າ​ນັ້ນ​ເປັນ​ຜູ້​ຮັບ​ໃຊ້​ປະ​ຕິ​ບັດ, ເພື່ອ​ປະ​ຕິ​ບັດ​ແກ່​ຄົນ​ທີ່​ມີ​ຄ່າ​ຄວນ​ກັບ​ນ້ຳ​ໜັກ​ແຫ່ງ​ລັດ​ສະ​ໝີ​ພາບ​ອັນ​ເປັນ​ນິດ​ຫລາຍ​ກວ່າ, ແລະ ຍິ່ງ​ໃຫຍ່​ກວ່າ.

17 ເພາະ​ທູດ​ເຫລົ່າ​ນີ້​ບໍ່​ໄດ້​ປະ​ຕິ​ບັດ​ຕາມ​ກົດ​ຂອງ​ເຮົາ; ສະນັ້ນ, ພວກ​ເຂົາ​ຈຶ່ງ​ບໍ່​ສາ​ມາດ​ຂະ​ຫຍາຍ​ອອກ​ໄປ, ແຕ່​ຈະ​ຄົງ​ຢູ່​ຕາມ​ລຳ​ພັງ, ໂດຍ​ປາດ​ສະ​ຈາກ​ຄວາມ​ສູງ​ສົ່ງ, ໃນ​ສະພາບ​ຄວາມ​ລອດ​ຂອງ​ພວກ​ເຂົາ, ຈົນ​ເຖິງ​ຕະຫລອດ​ຊົ່ວ​ນິ​ລັນ​ດອນ; ແລະ ຈາກ​ນັ້ນ​ໄປ ບໍ່​ໄດ້​ເປັນ​ພຣະ​ເຈົ້າ, ແຕ່​ຈະ​ເປັນ​ທູດ​ຂອງ​ພຣະ​ເຈົ້າ​ຕະຫລອດ​ການ ແລະ ຕະຫລອດ​ໄປ.

18 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຖ້າ​ຫາກ​ຜູ້​ຊາຍ​ແຕ່ງ​ເອົາ​ເມຍ, ແລະ ເຮັດ​ພັນທະ​ສັນ​ຍາ​ກັບ​ນາງ​ເພື່ອ​ການ​ເວລາ ແລະ ເພື່ອ​ຕະຫລອດ​ຊົ່ວ​ນິ​ລັນ​ດອນ, ຖ້າ​ຫາກ​ພັນທະ​ສັນ​ຍາ​ນັ້ນ​ບໍ່​ໄດ້​ເປັນ​ໂດຍ​ເຮົາ ຫລື ໂດຍ​ຄຳ​ຂອງ​ເຮົາ ຊຶ່ງ​ເປັນ​ກົດ​ຂອງ​ເຮົາ, ແລະ ບໍ່​ໄດ້​ຖືກ​ຜະ​ນຶກ​ໂດຍ​ພຣະ​ວິນ​ຍານ​ສັກ​ສິດ​ແຫ່ງ​ຄຳ​ສັນ​ຍາ, ຜ່ານ​ຄົນ​ທີ່​ເຮົາ​ໄດ້​ເຈີມ​ໄວ້ ແລະ ໄດ້​ກຳ​ນົດ​ໄວ້​ສູ່​ອຳນາດ​ນີ້, ແລ້ວ ພັນທະ​ສັນ​ຍາ​ນີ້​ຈະ​ບໍ່​ມີ​ຜົນ ເມື່ອ​ພວກ​ເຂົາ​ໄປ​ຈາກ​ໂລກ, ເພາະ​ວ່າ​ພວກ​ເຂົາ​ບໍ່​ໄດ້​ມາ​ຮວມ​ກັນ​ໂດຍ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ທັງ​ບໍ່​ໄດ້​ມາ​ຮ່ວມ​ກັນ​ໂດຍ​ຄຳ​ຂອງ​ເຮົາ; ເມື່ອ​ພວກ​ເຂົາ​ອອກ​ໄປ​ຈາກ​ໂລກ ຈະ​ຮັບ​ເອົາ​ມັນ​ບໍ່​ໄດ້​ຢູ່​ທີ່​ນັ້ນ, ເພາະ​ວ່າ​ເຫລົ່າ​ທູດ ແລະ ພຣະ​ເຈົ້າ​ໄດ້​ຖືກ​ກຳ​ນົດ​ໄວ້​ຢູ່​ທີ່​ນັ້ນ, ຜູ້​ທີ່​ພວກ​ເຂົາ​ຈະ​ຜ່ານ​ບໍ່​ໄດ້; ສະນັ້ນ ພວກ​ເຂົາ​ຈຶ່ງ​ບໍ່​ສາ​ມາດ​ຮັບ​ເອົາ​ລັດ​ສະ​ໝີ​ພາບ​ຂອງ​ເຮົາ​ເປັນ​ມູນ​ມໍ​ລະ​ດົກ; ເພາະ​ວ່າ​ບ້ານ​ຂອງ​ເຮົາ​ເປັນ​ບ້ານ​ແຫ່ງ​ລະບຽບ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

19 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຖ້າ​ຫາກ​ຜູ້​ຊາຍ​ແຕ່ງ​ເອົາ​ເມຍ​ໂດຍ​ພຣະ​ຄຳ​ຂອງ​ເຮົາ, ຊຶ່ງ​ແມ່ນ​ກົດ​ຂອງ​ເຮົາ, ແລະ ໂດຍ ພັນທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ, ແລະ ຜະ​ນຶກ​ໄວ້​ກັບ​ພວກ​ເຂົາ​ໂດຍ​ພຣະ​ວິນ​ຍານ​ສັກ​ສິດ​ແຫ່ງ ຄຳ​ສັນ​ຍາ, ໂດຍ​ຜູ້​ທີ່​ຖືກ​ເຈີມ, ໃຫ້​ແກ່​ຜູ້​ທີ່​ເຮົາ​ໄດ້​ແຕ່ງ​ຕັ້ງ​ອຳນາດ​ນີ້ ແລະ ຂໍ​ກະແຈ​ຂອງ​ຖານະ​ປະ​ໂລ​ຫິດ​ນີ້​ໃຫ້; ແລະ ຈະ​ກ່າວ​ກັບ​ພວກ​ເຂົາ—ພວກ​ເຈົ້າ​ຈະ​ອອກ​ໄປ​ໃນ​ການ​ຟື້ນ​ຄືນ​ຊີ​ວິດ​ຄັ້ງ​ທຳ​ອິດ; ແລະ ຖ້າ​ຫາກ​ມັນ​ຈະ​ເປັນ​ຫລັງ​ຈາກ​ການ​ຟື້ນ​ຄືນ​ຊີ​ວິດ​ຄັ້ງ​ທຳ​ອິດ, ໃນ​ການ​ຟື້ນ​ຄືນ​ຊີ​ວິດ​ຄັ້ງ​ຕໍ່​ໄປ; ແລະ ຈະ​ໄດ້​ຮັບ ບັນ​ລັງ, ອາ​ນາ​ຈັກ, ເຂດ​ປົກ​ຄອງ, ແລະ ອຳນາດ, ການ​ຄອບ​ຄອງ, ສູງ​ສຸດ ແລະ ເລິກ​ສຸດ​ທັງ​ປວງ—ເມື່ອ​ນັ້ນ ມັນ​ຈະ​ຖືກ​ຂຽນ​ໄວ້​ໃນ ທະ​ບຽນ​ແຫ່ງ​ຊີ​ວິດ​ຂອງ​ພຣະ​ເມສາ​ນ້ອຍ, ວ່າ​ເຂົາ​ຈະ​ບໍ່​ເຮັດ​ການ​ຄາດ​ຕະ​ກຳ ຊຶ່ງ​ໂດຍ​ການ​ນັ້ນ​ຈະ​ເຮັດ​ໃຫ້​ຄົນ​ບໍ​ລິ​ສຸດ​ຕ້ອງ​ເສຍ​ຊີ​ວິດ, ແລະ ຖ້າ​ຫາກ​ພວກ​ເຈົ້າ​ປະ​ຕິ​ບັດ​ຕາມ​ພັນທະ​ສັນ​ຍາ​ຂອງ​ເຮົາ, ແລະ ບໍ່​ເຮັດ​ການ​ຄາດ​ຕະ​ກຳ ຊຶ່ງ​ໂດຍ​ການ​ນັ້ນ​ບໍ່​ເຮັດ​ໃຫ້​ຄົນ​ບໍ​ລິ​ສຸດ​ຕ້ອງ​ເສຍ​ຊີ​ວິດ, ແລ້ວ​ມັນ​ຈະ​ບັງ​ເກີດ​ກັບ​ພວກ​ເຂົາ​ໃນ​ທຸກ​ສິ່ງ​ທັງ​ປວງ​ບໍ່​ວ່າ​ອັນ​ໃດ​ກໍ​ຕາມ​ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໃຫ້​ໄວ້​ແກ່​ພວກ​ເຂົາ, ໃນ​ການ​ເວລາ, ແລະ ຕະຫລອດ​ຊົ່ວ​ນິ​ລັນ​ດອນ; ແລະ ມັນ​ຈະ​ເກີດ​ຜົນ ເມື່ອ​ພວກ​ເຂົາ​ອອກ​ໄປ​ຈາກ​ໂລກ; ແລະ ພວກ​ເຂົາ​ຈະ​ຜ່ານ​ເຫລົ່າ​ທູດ, ແລະ ບັນ​ດາ​ພຣະ​ເຈົ້າ​ໄປ, ຊຶ່ງ​ຖືກ​ຈັດ​ໄວ້​ໃນ​ທີ່​ນັ້ນ, ໄປ​ສູ່ ຄວາມ​ສູງ​ສົ່ງ ແລະ ລັດ​ສະ​ໝີ​ພາບ​ຂອງ​ພວກ​ເຂົາ​ໃນ​ທຸກ​ສິ່ງ​ທັງ​ປວງ, ດັ່ງ​ທີ່​ຖືກ​ຜະ​ນຶກ​ໄວ້​ເທິງ​ຫົວ​ຂອງ​ພວກ​ເຂົາ, ຊຶ່ງ​ລັດ​ສະ​ໝີ​ພາບ​ນີ້​ຈະ​ເປັນ​ຄວາມ​ສົມ​ບູນ ແລະ ຄວາມ​ຕໍ່​ເນື່ອງ​ຂອງ​ເຊື້ອ​ສາຍ​ຕະຫລອດ​ການ ແລະ ຕະຫລອດ​ໄປ.

20 ເມື່ອ​ນັ້ນ ພວກ​ເຂົາ​ຈະ​ເປັນ​ພຣະ​ເຈົ້າ, ເພາະ​ວ່າ​ພວກ​ເຂົາ​ບໍ່​ມີ​ທີ່​ສິ້ນ​ສຸດ; ສະນັ້ນ ພວກ​ເຂົາ​ຈະ​ດຳ​ລົງ​ຢູ່​ຈາກ​ເປັນ​ນິດ​ເຖິງ​ເປັນ​ນິດ, ເພາະ​ພວກ​ເຂົາ​ດຳ​ເນີນ​ຕໍ່​ເນື່ອງ​ໄປ; ເມື່ອ​ນັ້ນ​ພວກ​ເຂົາ​ຈະ​ຢູ່​ເໜືອ​ທຸກ​ສິ່ງ​ທັງ​ປວງ, ເພາະ​ວ່າ​ທຸກ​ສິ່ງ​ທັງ​ປວງ​ຂຶ້ນ​ຢູ່​ກັບ​ພວກ​ເຂົາ. ເມື່ອ​ນັ້ນ​ພວກ​ເຂົາ​ຈະ​ເປັນ ພຣະ​ເຈົ້າ, ເພາະ​ວ່າ​ພວກ​ເຂົາ​ມີ ອຳນາດ​ທັງ​ປວງ, ແລະ ເຫລົ່າ​ທູດ​ຂຶ້ນ​ຢູ່​ກັບ​ພວກ​ເຂົາ.

21 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ຍົກ​ເວັ້ນ​ແຕ່​ພວກ​ເຈົ້າ​ຈະ​ປະ​ຕິ​ບັດ​ຕາມ ກົດ​ຂອງ​ເຮົາ, ພວກ​ເຈົ້າ​ຈະ​ບໍ່​ສາ​ມາດ​ບັນ​ລຸ​ເຖິງ​ລັດ​ສະ​ໝີ​ພາບ​ນີ້.

22 ເພາະ​ວ່າ​ປະຕູ​ທີ່​ນຳ​ໄປ​ສູ່​ຄວາມ​ສູງ​ສົ່ງ ແລະ ຊີ​ວິດ​ທີ່​ດຳ​ເນີນ​ຕໍ່​ເນື່ອງ​ກໍ ຄັບ, ແລະ ທາງ​ກໍ​ແຄບ, ແລະ ບໍ່​ມີ​ຫລາຍ​ຄົນ​ພົບ​ທາງ​ນີ້, ເພາະ​ວ່າ​ພວກ​ເຈົ້າ​ບໍ່​ໄດ້​ຮັບ​ເອົາ​ເຮົາ​ຢູ່​ໃນ​ໂລກ ທັງ​ພວກ​ເຈົ້າ​ບໍ່​ຮູ້​ຈັກ​ເຮົາ.

23 ແຕ່​ຖ້າ​ຫາກ​ພວກ​ເຈົ້າ​ໄດ້​ຮັບ​ເອົາ​ເຮົາ​ຢູ່​ໃນ​ໂລກ, ເມື່ອ​ນັ້ນ​ພວກ​ເຈົ້າ​ຈະ​ຮູ້​ເຮົາ, ແລະ ຈະ​ໄດ້​ຮັບ​ຄວາມ​ສູງ​ສົ່ງ​ຂອງ​ພວກ​ເຈົ້າ; ເພື່ອ​ວ່າ​ເຮົາ​ຢູ່ ບ່ອນ​ໃດ ພວກ​ເຈົ້າ​ຈະ​ຢູ່​ບ່ອນ​ນັ້ນ​ຄື​ກັນ.

24 ນີ້​ຄື ຊີ​ວິດ​ນິ​ລັນ​ດອນ​ທັງ​ຫລາຍ—ທີ່​ຈະ​ຮູ້​ຈັກ​ພຣະ​ເຈົ້າ​ທີ່​ສະຫລຽວ​ສະຫລາດ ແລະ ທ່ຽງ​ແທ້, ແລະ ພຣະ​ເຢຊູ​ຄຣິດ, ຜູ້​ທີ່​ພຣະ​ອົງ​ໄດ້ ສົ່ງ​ມາ. ເຮົາ​ຄື​ຜູ້​ນັ້ນ. ສະນັ້ນ​ພວກ​ເຈົ້າ​ຈົ່ງ​ຮັບ​ເອົາ​ກົດ​ຂອງ​ເຮົາ.

25 ປະຕູ​ທີ່​ນຳ​ໄປ​ສູ່ ຄວາມ​ຕາຍ​ກໍ ກວ້າງ ແລະ ທາງ​ກໍ​ໃຫຍ່; ແລະ ມີ​ຫລາຍ​ຄົນ​ເຂົ້າ​ໄປ​ໃນ​ທາງ​ນັ້ນ, ເພາະ​ວ່າ​ພວກ​ເຂົາ​ບໍ່ ຮັບ​ເອົາ​ເຮົາ, ທັງ​ພວກ​ເຂົາ​ບໍ່​ປະ​ຕິ​ບັດ​ຕາມ​ກົດ​ຂອງ​ເຮົາ.

26 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ຖ້າ​ຫາກ​ຜູ້​ຊາຍ​ແຕ່ງ​ເອົາ​ເມຍ​ຕາມ​ຄຳ​ຂອງ​ເຮົາ ແລະ ພວກ​ເຂົາ​ໄດ້​ຜະ​ນຶກ​ໂດຍ ພຣະ​ວິນ​ຍານ​ສັກ​ສິດ​ແຫ່ງ​ຄຳ​ສັນ​ຍາ, ຕາມ​ຂໍ້​ກຳ​ນົດ​ຂອງ​ເຮົາ, ແລະ ລາວ ຫລື ນາງ​ຈະ​ເຮັດ​ບາບ​ໃດໆ ຫລື ລ່ວງ​ລະເມີດ​ພັນທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ ບໍ່​ວ່າ​ອັນ​ໃດ​ກໍ​ຕາມ, ແລະ ການ​ໝິ່ນ​ປະ​ໝາດ​ນາໆ​ປະ​ການ, ແລະ ຖ້າ​ຫາກ​ພວກ​ເຂົາ​ບໍ່ ເຮັດ​ການ​ຄາດ​ຕະ​ກຳ ຊຶ່ງ​ໂດຍ​ການ​ນັ້ນ​ບໍ່​ເຮັດ​ໃຫ້​ຄົນ​ບໍ​ລິ​ສຸດ​ຕ້ອງ​ເສຍ​ຊີ​ວິດ, ພວກ​ເຂົາ​ຈະ​ອອກ​ມາ​ໃນ​ການ​ຟື້ນ​ຄືນ​ຊີ​ວິດ​ຄັ້ງ​ທຳ​ອິດ, ແລະ ເຂົ້າ​ໄປ​ໃນ​ຄວາມ​ສູງ​ສົ່ງ​ຂອງ​ພວກ​ເຂົາ; ແຕ່​ພວກ​ເຂົາ​ຈະ​ຖືກ​ທຳ​ລາຍ​ໃນ​ເນື້ອ​ໜັງ, ແລະ ຈະ​ຖືກ ສົ່ງ​ໄປ​ຮັບ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ ຊາຕານ​ຈົນ​ເຖິງ​ວັນ​ແຫ່ງ​ການ​ໄຖ່, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

27 ການ​ໝິ່ນ​ປະ​ໝາດ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຊຶ່ງ​ຈະ ບໍ່​ຖືກອະໄພ​ໃຫ້​ຢູ່​ໃນ​ໂລກ ຫລື ເມື່ອ​ອອກ​ໄປ​ຈາກ​ໂລກ, ຄື​ພວກ​ເຈົ້າ​ໄດ້​ເຮັດ​ການ​ຄາດ​ຕະ​ກຳ ຊຶ່ງ​ໃນ​ການ​ນັ້ນ​ພວກ​ເຈົ້າ​ໄດ້​ເຮັດ​ໃຫ້​ຄົນ​ບໍ​ລິ​ສຸດ​ຕ້ອງ​ເສຍ​ຊີ​ວິດ, ແລະ ເຫັນ​ພ້ອມ​ກັບ​ການ​ຕາຍ​ຂອງ​ເຮົາ, ຫລັງ​ຈາກ​ພວກ​ເຈົ້າ​ໄດ້​ຮັບ​ເອົາ​ພັນທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ​ຂອງ​ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ; ແລະ ຄົນ​ທີ່​ບໍ່​ປະ​ຕິ​ບັດ​ຕາມ​ກົດ​ນີ້ ຈະ​ບໍ່​ມີ​ທາງ​ເຂົ້າ​ໄປ​ໃນ​ລັດ​ສະ​ໝີ​ພາບ​ຂອງ​ເຮົາ​ໄດ້, ແຕ່​ຈະ ອັບ​ປະ​ໂຫຍດ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

28 ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ, ແລະ ຈະ​ມອບ​ກົດ​ຂອງ​ຖານະ​ປະ​ໂລ​ຫິດ​ສັກ​ສິດ​ຂອງ​ເຮົາ​ໃຫ້​ແກ່​ເຈົ້າ, ດັ່ງ​ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ​ໄວ້​ໂດຍ​ເຮົາ ແລະ ພຣະ​ບິດາ​ຂອງ​ເຮົາ​ກ່ອນ​ໂລກ​ເປັນ​ມາ.

29 ອັບ​ຣາ​ຮາມ​ໄດ້​ຮັບ​ທຸກ​ສິ່ງ​ທັງ​ປວງ, ສິ່ງ​ໃດ​ກໍ​ຕາມ​ທີ່​ລາວ​ໄດ້​ຮັບ, ໂດຍ​ການ​ເປີດ​ເຜີຍ ແລະ ບັນ​ຍັດ, ໂດຍ​ຄຳ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ແລະ ໄດ້​ເຂົ້າ​ໄປ​ສູ່​ຄວາມ​ສູງ​ສົ່ງ​ຂອງ​ລາວ ແລະ ນັ່ງ​ຢູ່​ເທິງ​ບັນ​ລັງ​ຂອງ​ລາວ.

30 ອັບ​ຣາ​ຮາມ​ໄດ້​ຮັບ ຄຳ​ສັນ​ຍາ​ກ່ຽວ​ກັບ​ລູກ​ຫລານ​ຂອງ​ລາວ, ແລະ ກ່ຽວ​ກັບ​ຜົນ​ແອວ​ຂອງ​ລາວ—ຈາກ ແອວ​ຂອງ​ຜູ້​ນັ້ນ​ທີ່​ເຈົ້າ​ໄດ້​ເກີດ​ມາ, ນັ້ນ​ຄື, ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ—ຊຶ່ງ​ຕ້ອງ​ດຳ​ເນີນ​ຕໍ່​ໄປ​ຕາບ​ໃດ​ທີ່​ພວກ​ເຂົາ​ຍັງ​ຢູ່​ໃນ​ໂລກ; ແລະ ດັ່ງ​ທີ່​ກ່ຽວ​ກັບ​ອັບ​ຣາ​ຮາມ ແລະ ລູກ​ຫລານ​ຂອງ​ລາວ, ພວກ​ເຂົາ​ຈະ​ດຳ​ເນີນ​ສືບ​ຕໍ່​ໄປ​ຫລັງ​ຈາກ​ອອກ​ໄປ​ຈາກ​ໂລກ​ນີ້​ແລ້ວ; ທັງ​ໃນ​ໂລກ ແລະ ເມື່ອ​ອອກ​ໄປ​ຈາກ​ໂລກ​ແລ້ວ ພວກ​ເຂົາ​ຈະ​ດຳ​ເນີນ​ສືບ​ຕໍ່​ໄປ​ເປັນ​ຈຳນວນ​ຫລວງ​ຫລາຍ​ເໝືອນ​ດັ່ງ ດວງ​ດາວ; ຫລື, ຖ້າ​ຫາກ​ພວກ​ເຈົ້າ​ຈະ​ນັບ​ດິນ​ຊາຍ​ເທິງ​ແຄມ​ຝັ່ງ​ທະເລ ພວກ​ເຈົ້າ​ກໍ​ບໍ່​ສາ​ມາດ​ນັບ​ມັນ​ໄດ້.

31 ຄຳ​ສັນ​ຍາ​ນີ້​ເປັນ​ຂອງ​ພວກ​ເຈົ້າ​ເໝືອນ​ກັນ, ເພາະ​ວ່າ​ພວກ​ເຈົ້າ​ເປັນ​ຂອງ ອັບ​ຣາ​ຮາມ, ແລະ ຄຳ​ສັນ​ຍາ​ໄດ້​ຖືກ​ເຮັດ​ໄວ້​ກັບ​ອັບ​ຣາ​ຮາມ; ແລະ ໂດຍ​ກົດ​ນີ້ ຈຶ່ງ​ມີ​ຄວາມ​ຕໍ່​ເນື່ອງ​ໃນ​ວຽກ​ງານ​ຂອງ​ພຣະ​ບິດາ​ຂອງ​ເຮົາ, ຊຶ່ງ​ໃນ​ການ​ນັ້ນ ພຣະ​ອົງ​ໄດ້​ຖວາຍ​ບາ​ລະ​ມີ​ແດ່​ພຣະ​ອົງ​ເອງ.

32 ສະນັ້ນ, ພວກ​ເຈົ້າ​ຈົ່ງ​ໄປ, ແລະ ເຮັດ ວຽກ​ງານ​ຂອງ​ອັບ​ຣາ​ຮາມ; ພວກ​ເຈົ້າ​ຈົ່ງ​ເຂົ້າ​ມາ​ໃນ​ກົດ​ຂອງ​ເຮົາ ແລະ ພວກ​ເຈົ້າ​ຈະ​ລອດ.

33 ແຕ່​ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ໄດ້​ເຂົ້າ​ມາ​ໃນ​ກົດ​ຂອງ​ເຮົາ, ພວກ​ເຈົ້າ​ຈະ​ບໍ່​ສາ​ມາດ​ໄດ້​ຮັບ​ຄຳ​ສັນ​ຍາ​ຂອງ​ພຣະ​ບິດາ​ຂອງ​ເຮົາ, ຊຶ່ງ​ພຣະ​ອົງ​ໄດ້​ເຮັດ​ໄວ້​ກັບ​ອັບ​ຣາ​ຮາມ.

34 ພຣະ​ເຈົ້າ​ໄດ້ ບັນ​ຊາ​ອັບ​ຣາ​ຮາມ, ແລະ ຊາ​ຣາ​ກໍ​ໄດ້​ມອບ​ນາງ ຮາ​ກາ​ໃຫ້​ເປັນ​ເມຍ​ຂອງ​ອັບ​ຣາ​ຮາມ. ແລະ ດ້ວຍ​ເຫດ​ໃດ​ນາງ​ຈຶ່ງ​ເຮັດ​ແນວ​ນັ້ນ? ເພາະ​ສິ່ງ​ນັ້ນ​ເປັນ​ກົດ; ແລະ ຈາກ​ນາງ​ຮາ​ກາ​ຈຶ່ງ​ມີ​ຜູ້​ຄົນ​ເກີດ​ມາ​ຢ່າງ​ຫລວງ​ຫລາຍ. ສະນັ້ນ, ສິ່ງ​ນີ້​ຈຶ່ງ​ໄດ້​ເຮັດ​ໃຫ້​ຄຳ​ສັນ​ຍາ​ສຳ​ເລັດ​ໃນ​ທ່າມ​ກາງ​ສິ່ງ​ອື່ນໆ.

35 ສະນັ້ນ, ອັບ​ຣາ​ຮາມ​ຢູ່​ພາຍ​ໃຕ້​ການ​ກ່າວ​ໂທດ​ບໍ? ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ບໍ່​ເລີຍ; ເພາະ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໄດ້ ບັນ​ຊາ​ເລື່ອງ​ນີ້.

36 ອັບ​ຣາ​ຮາມ​ຖືກ ບັນ​ຊາ​ໃຫ້​ຖວາຍ​ລູກ​ຊາຍ​ຂອງ​ລາວ ອີ​ຊາກ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ມັນ​ມີ​ຂຽນ​ໄວ້​ວ່າ: ຢ່າ ຂ້າ​ຄົນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ອັບ​ຣາ​ຮາມ​ບໍ່​ໄດ້​ປະ​ຕິ​ເສດ, ແລະ ມັນ​ຖືກ​ນັບ​ວ່າ​ເປັນ ຄວາມ​ຊອບ​ທຳ​ແກ່​ລາວ.

37 ອັບ​ຣາ​ຮາມ​ໄດ້​ຮັບ​ເອົາ ສາວ​ໃຊ້​ມາ​ເປັນ​ເມຍ, ແລະ ພວກ​ນາງ​ໄດ້​ເກີດ​ລູກ​ໃຫ້​ລາວ​ຫລາຍ​ຄົນ; ແລະ ມັນ​ຖືກ​ນັບ​ວ່າ​ເປັນ​ຄວາມ​ຊອບ​ທຳ​ແກ່​ລາວ, ເພາະ​ພວກ​ນາງ​ໄດ້​ຖືກ​ມອບ​ໃຫ້​ແກ່​ລາວ, ແລະ ລາວ​ກໍ​ໄດ້​ປະ​ຕິ​ບັດ​ຕາມ​ກົດ​ຂອງ​ເຮົາ; ດັ່ງ​ອີ​ຊາກ​ນຳ​ອີກ ແລະ ຢາໂຄບ ບໍ່​ໄດ້​ເຮັດ​ສິ່ງ​ອື່ນ​ໃດ​ນອກ​ຈາກ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ຮັບ​ບັນ​ຊາ; ແລະ ເພາະ​ວ່າ​ພວກ​ເຂົາ​ບໍ່​ໄດ້​ເຮັດ​ສິ່ງ​ອື່ນ​ໃດ​ນອກ​ຈາກ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ຮັບ​ບັນ​ຊາ, ພວກ​ເຂົາ​ຈຶ່ງ​ໄດ້​ເຂົ້າ​ໄປ​ໃນ ຄວາມ​ສູງ​ສົ່ງ​ຂອງ​ພວກ​ເຂົາ, ຕາມ​ຄຳ​ສັນ​ຍາ, ແລະ ນັ່ງ​ຢູ່​ເທິງ​ບັນ​ລັງ, ແລະ ບໍ່​ໄດ້​ເປັນ​ເຫລົ່າ​ທູດ ແຕ່​ເປັນ​ພຣະ​ເຈົ້າ.

38 ດາວິດ​ກໍ​ໄດ້​ມີ ເມຍ ແລະ ສາວ​ໃຊ້​ຫລາຍ​ຄົນ, ແລະ ໂຊ​ໂລ​ໂມນ ແລະ ໂມເຊ ຜູ້​ຮັບ​ໃຊ້​ຂອງ​ເຮົາ​ກໍ​ຄື​ກັນ, ເຊັ່ນ​ດຽວ​ກັບ​ຜູ້​ຮັບ​ໃຊ້​ຄົນ​ອື່ນໆ​ຂອງ​ເຮົາ​ຫລາຍ​ຄົນ​ນຳ​ອີກ, ຕັ້ງ​ແຕ່​ຕົ້ນ​ຂອງ​ການ​ສ້າງ​ໂລກ​ຈົນ​ເຖິງ​ເວລາ​ນີ້; ແລະ ພວກ​ເຂົາ​ບໍ່​ໄດ້​ເຮັດ​ບາບ​ແນວ​ໃດ​ນອກ​ຈາກ​ສິ່ງ​ເຫລົ່າ​ນັ້ນ​ທີ່​ພວກ​ເຂົາ​ບໍ່​ໄດ້​ຖືກ​ຮັບ​ຮູ້​ຈາກ​ເຮົາ.

39 ເຮົາ​ໄດ້ ມອບ​ເມຍ ແລະ ສາວ​ໃຊ້​ໃຫ້​ດາວິດ, ໂດຍ​ມື​ຂອງ​ນາທານ, ຜູ້​ຮັບ​ໃຊ້​ຂອງ​ເຮົາ, ແລະ ຄົນ​ອື່ນໆ​ທີ່​ເປັນ​ສາດ​ສະ​ດາ ຜູ້​ມີ ຂໍ​ກະແຈ​ແຫ່ງ​ອຳນາດ​ນີ້; ແລະ ບໍ່​ມີ​ອັນ​ໃດ​ໃນ​ສິ່ງ​ເຫລົ່າ​ນີ້​ທີ່​ລາວ​ໄດ້​ເຮັດ​ບາບ​ຕໍ່​ເຮົາ​ຍົກ​ເວັ້ນ​ແຕ່​ໃນ​ກໍ​ລະ​ນີ​ຂອງ ອູ​ຣິ​ອາ ແລະ ເມຍ​ຂອງ​ລາວ; ແລະ, ສະນັ້ນ ລາວ​ຈຶ່ງ​ໄດ້​ຕົກ​ຈາກ​ຄວາມ​ສູງ​ສົ່ງ​ຂອງ​ລາວ, ແລະ ໄດ້​ຮັບ​ສ່ວນ​ຂອງ​ລາວ; ແລະ ລາວ​ຈະ​ບໍ່​ໄດ້​ຮັບ​ພວກ​ນາງ​ເມື່ອ​ໄປ​ຈາກ​ໂລກ, ເພາະ​ເຮົາ​ໄດ້ ມອບ​ພວກ​ນາງ​ໃຫ້​ແກ່​ອີກ​ຄົນ​ໜຶ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

40 ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ, ແລະ ເຮົາ​ໄດ້​ມອບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ແລະ ໃຫ້ ຟື້ນ​ຟູ​ທຸກ​ສິ່ງ​ທັງ​ປວງ. ໃຫ້​ຂໍ​ສິ່ງ​ໃດ​ກໍ​ຕາມ​ທີ່​ເຈົ້າ​ປະສົງ, ແລະ ມັນ​ຈະ​ຖືກ​ມອບ​ໃຫ້​ແກ່​ເຈົ້າ​ຕາມ​ຄຳ​ຂອງ​ເຮົາ.

41 ແລະ ເພາະ​ວ່າ​ເຈົ້າ​ໄດ້​ຖາມ​ກ່ຽວ​ກັບ​ການ​ລ່ວງ​ປະ​ເວ​ນີ, ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ຖ້າ​ຫາກ​ຜູ້​ຊາຍ​ໄດ້​ແຕ່ງ​ເອົາ​ເມຍ​ໃນ​ພັນທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ, ແລະ ຖ້າ​ຫາກ​ນາງ​ຢູ່​ກັບ​ຜູ້​ຊາຍ​ຄົນ​ອື່ນ, ແລະ ເຮົາ​ບໍ່​ໄດ້​ກຳ​ນົດ​ໄວ້​ໃຫ້​ນາງ​ໂດຍ​ການ​ເຈີມ​ອັນ​ສັກ​ສິດ, ນາງ​ກໍ​ໄດ້​ລ່ວງ​ປະ​ເວ​ນີ ແລະ ຈະ​ຖືກ​ທຳ​ລາຍ.

42 ຖ້າ​ຫາກ​ນາງ​ບໍ່​ໄດ້​ຢູ່​ໃນ​ພັນທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ, ແລະ ນາງ​ຢູ່​ກັບ​ຊາຍ​ຄົນ​ອື່ນ, ນາງ​ກໍ​ໄດ້ ຫລິ້ນ​ຊູ້.

43 ແລະ ຖ້າ​ຫາກ​ຜົວ​ຂອງ​ນາງ​ຢູ່​ກັບ​ຍິງ​ຄົນ​ອື່ນ, ແລະ ລາວ​ຢູ່​ພາຍ​ໃຕ້ ຄຳ​ປະ​ຕິ​ຍານ, ລາວ​ກໍ​ໄດ້​ຝ່າ​ຝືນ​ຄຳ​ປະ​ຕິ​ຍານ​ຂອງ​ລາວ ແລະ ໄດ້​ຫລິ້ນ​ຊູ້.

44 ແລະ ຖ້າ​ຫາກ​ນາງ​ບໍ່​ໄດ້​ຫລິ້ນ​ຊູ້, ແຕ່​ເປັນ​ຜູ້​ບໍ​ລິ​ສຸດ ແລະ ບໍ່​ໄດ້​ຝ່າ​ຝືນ​ຄຳ​ປະ​ຕິ​ຍານ​ຂອງ​ນາງ, ແລະ ນາງ​ຮູ້​ຈັກ​ມັນ, ແລະ ເຮົາ​ເປີດ​ເຜີຍ​ມັນ​ແກ່​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ, ເມື່ອ​ນັ້ນ​ເຈົ້າ​ຈະ​ມີ​ອຳນາດ, ໂດຍ​ອຳນາດ​ຂອງ​ຖານະ​ປະ​ໂລ​ຫິດ​ສັກ​ສິດ​ຂອງ​ເຮົາ, ທີ່​ຈະ​ຮັບ​ນາງ ແລະ ມອບ​ນາງ​ໃຫ້​ຄົນ​ທີ່​ບໍ່​ໄດ້​ຫລິ້ນ​ຊູ້ ແຕ່ ຊື່​ສັດ; ເພາະ​ເຂົາ​ຈະ​ຖືກ​ເຮັດ​ໃຫ້​ເປັນ​ຜູ້​ປົກ​ຄອງ​ຫລາຍ​ສິ່ງ.

45 ເພາະ​ເຮົາ​ໄດ້​ມອບ ຂໍ​ກະແຈ ແລະ ອຳນາດ​ຂອງ​ຖານະ​ປະ​ໂລ​ຫິດ​ໃຫ້​ແກ່​ເຈົ້າ, ຊຶ່ງ​ໃນ​ການ​ນີ້ ເຮົາ​ຈະ​ໄດ້ ຟື້ນ​ຟູ​ທຸກ​ສິ່ງ​ທັງ​ປວງ, ແລະ ເຮັດ​ໃຫ້​ທຸກ​ສິ່ງ​ທັງ​ປວງ​ເປັນ​ທີ່​ຮູ້​ຈັກ​ແກ່​ເຈົ້າ​ໃນ​ເວລາ​ອັນ​ເໝາະ​ສົມ.

46 ແລະ ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ວ່າ​ສິ່ງ​ໃດ​ກໍ​ຕາມ​ທີ່​ເຈົ້າ ຜະ​ນຶກ​ໄວ້​ເທິງ​ແຜ່ນ​ດິນ​ໂລກ ຈະ​ຖືກ​ຜະ​ນຶກ​ໄວ້​ໃນ​ສະຫວັນ; ແລະ ສິ່ງ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຜູກ​ໄວ້​ເທິງ​ແຜ່ນ​ດິນ​ໂລກ, ໃນ​ນາມ​ຂອງ​ເຮົາ ແລະ ໂດຍ​ຄຳ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ມັນ​ຈະ​ຖືກ​ຜູກ​ໄວ້​ເປັນ​ນິ​ລັນ​ດອນ​ໃນ​ສະຫວັນ; ແລະ ບາບຂອງ​ຜູ້​ໃດ​ກໍ​ຕາມ​ເຈົ້າ ປົດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ຈະ​ຖືກ​ປົດ​ເປັນ​ນິ​ລັນ​ດອນ​ໃນ​ສະຫວັນ; ແລະ ບາບ​ຂອງ​ຜູ້​ໃດ​ກໍ​ຕາມ​ທີ່​ເຈົ້າ​ຈະ​ກັກ​ໄວ້​ຢູ່​ເທິງ​ແຜ່ນ​ດິນ​ໂລກ ຈະ​ຖືກ​ກັກ​ໄວ້​ໃນ​ສະຫວັນ.

47 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ວ່າ ຜູ້​ໃດ​ກໍ​ຕາມ​ທີ່​ເຈົ້າ​ຈະ​ໃຫ້​ພອນ ເຮົາ​ຈະ​ໃຫ້​ພອນ, ແລະ ຜູ້​ໃດ​ກໍ​ຕາມ​ທີ່​ເຈົ້າ​ຈະ​ສາບ​ແຊ່ງ ເຮົາ​ຈະ ສາບ​ແຊ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ; ເພາະ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ.

48 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ, ວ່າ​ສິ່ງ​ໃດ​ກໍ​ຕາມ​ທີ່​ເຈົ້າ​ໄດ້​ມອບ​ໃຫ້​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ແລະ ບຸກ​ຄົນ​ໃດ​ກໍ​ຕາມ​ທີ່​ເຈົ້າ​ໄດ້​ມອບ​ໃຫ້​ຜູ້​ໃດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ໂດຍ​ຄຳ​ຂອງ​ເຮົາ ແລະ ຕາມ​ກົດ​ຂອງ​ເຮົາ, ຈະ​ຖືກ​ມາ​ຢ້ຽມ​ຢາມ​ໂດຍ​ພອນ ແລະ ບໍ່​ແມ່ນ​ການ​ສາບ​ແຊ່ງ, ແລະ ດ້ວຍ​ອຳນາດ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ແລະ ຈະ​ປາດ​ສະ​ຈາກ​ການ​ກ່າວ​ໂທດ​ເທິງ​ແຜ່ນ​ດິນ​ໂລກ ແລະ ໃນ​ສະຫວັນ.

49 ເພາະ​ວ່າ​ເຮົາ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ, ແລະ ຈະ​ຢູ່​ກັບ​ເຈົ້າ​ແມ່ນ​ແຕ່​ຈົນ​ເຖິງ​ຄາວ ສິ້ນ​ສຸດ​ໂລກ, ແລະ ຕະຫລອດ​ຊົ່ວ​ນິ​ລັນ​ດອນ; ເພາະ​ຕາມ​ຄວາມ​ຈິງ​ແລ້ວ ເຮົາ ຜະ​ນຶກ ຄວາມ​ສູງ​ສົ່ງ​ໄວ້​ເທິງ​ເຈົ້າ, ແລະ ຕຽມ​ບັນ​ລັງ​ໄວ້​ໃຫ້​ເຈົ້າ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ບິດາ​ຂອງ​ເຮົາ, ພ້ອມ​ກັບ​ອັບ​ຣາ​ຮາມ ບັນ​ພະ​ບຸ​ລຸດ​ຂອງ​ເຈົ້າ.

50 ຈົ່ງ​ເບິ່ງ, ເຮົາ​ໄດ້​ເຫັນ ການ​ເສຍ​ສະລະ​ຂອງ​ເຈົ້າ, ແລະ ຈະ​ໃຫ້​ອະ​ໄພ​ບາບ​ທັງ​ໝົດ​ຂອງ​ເຈົ້າ; ເຮົາ​ເຫັນ​ການ​ເສຍ​ສະລະ​ຂອງ​ເຈົ້າ​ໃນ​ການ​ເຊື່ອ​ຟັງ​ຕໍ່​ສິ່ງ​ທີ່​ເຮົາ​ໄດ້​ບອກ​ເຈົ້າ. ສະນັ້ນ, ຈົ່ງ​ໄປ, ແລະ ເຮົາ​ໄດ້​ຕຽມ​ທາງ​ສຳ​ລັບ​ການ​ຫລົບ​ໜີ​ຂອງ​ເຈົ້າ, ດັ່ງ​ທີ່​ເຮົາ​ໄດ້ ຮັບ​ເອົາ​ເຄື່ອງ​ຖວາຍ​ຂອງ​ອັບ​ຣາ​ຮາມ ຊຶ່ງ​ເປັນ​ລູກ​ຊາຍ​ຂອງ​ລາວ ອີ​ຊາກ.

51 ຕາມ​ຄວາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ​ວ່າ: ເຮົາ​ຈະ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ສາວ​ໃຊ້​ຂອງ​ເຮົາ, ເອມມາ ສະມິດ, ເມຍ​ຂອງ​ເຈົ້າ, ຜູ້​ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ເຈົ້າ, ວ່າ​ໃຫ້​ນາງ​ຢັບ​ຢັ້ງ​ຕົນ​ເອງ ແລະ ບໍ່​ໃຫ້​ຮັບ​ເອົາ​ສິ່ງ​ທີ່​ເຮົາ​ໄດ້​ບັນ​ຊາ​ໃຫ້​ເຈົ້າ​ສະ​ເໜີ​ແກ່​ນາງ; ເພາະ​ວ່າ​ເຮົາ​ໄດ້​ເຮັດ​ສິ່ງ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ເພື່ອ​ພິ​ສູດ​ພວກ​ເຈົ້າ​ທຸກ​ຄົນ, ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ກັບ​ອັບ​ຣາ​ຮາມ, ແລະ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຮຽກ​ຮ້ອງ​ຈາກ​ມື​ຂອງ​ເຈົ້າ, ໂດຍ​ພັນທະ​ສັນ​ຍາ ແລະ ການ​ເສຍ​ສະລະ.

52 ແລະ ໃຫ້​ສາວ​ໃຊ້​ຂອງ​ເຮົາ, ເອມມາ ສະມິດ, ຮັບ​ເອົາ​ທຸກ​ຄົນ​ທີ່​ໄດ້​ຖືກ​ມອບ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ, ແລະ ຜູ້​ທີ່​ມີ​ຄຸນ​ນະ​ທຳ ແລະ ບໍ​ລິ​ສຸດ​ຢູ່​ຕໍ່​ໜ້າ​ເຮົາ; ແລະ ຜູ້​ຄົນ​ທີ່​ບໍ່​ບໍ​ລິ​ສຸດ, ແລະ ໄດ້​ກ່າວ​ວ່າ​ພວກ​ເຂົາ​ບໍ​ລິ​ສຸດ, ຈະ​ຖືກ​ທຳ​ລາຍ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

53 ເພາະ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ, ແລະ ພວກ​ເຈົ້າ​ຕ້ອງ​ເຊື່ອ​ຟັງ​ສຽງ​ຂອງ​ເຮົາ; ແລະ ເຮົາ​ມອບ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ວ່າ​ລາວ​ຈະ​ຖືກ​ເຮັດ​ໃຫ້​ເປັນ​ຜູ້​ປົກ​ຄອງ​ໃນ​ສິ່ງ​ຂອງ​ຫລາຍ​ຢ່າງ; ເພາະ​ລາວ​ໄດ້ ຊື່​ສັດ​ໃນ​ສິ່ງ​ຂອງ​ເລັກ​ໜ້ອຍ, ແລະ ນັບ​ແຕ່​ນີ້​ຕໍ່​ໄປ​ເຮົາ​ຈະ​ເຮັດ​ໃຫ້​ລາວ​ເຂັ້ມ​ແຂງ​ຂຶ້ນ.

54 ແລະ ເຮົາ​ບັນ​ຊາ​ສາວ​ໃຊ້​ຂອງ​ເຮົາ, ເອມມາ ສະມິດ, ໃຫ້​ຢູ່​ຕໍ່​ໄປ ແລະ ຕິດ​ພັນ​ຢູ່​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ, ແລະ ບໍ່​ໃຫ້​ມີ​ຄົນ​ອື່ນ​ອີກ. ແຕ່​ຖ້າ​ຫາກ​ນາງ​ບໍ່​ປະ​ຕິ​ບັດ​ຕາມ​ບັນ​ຍັດ​ຂໍ້​ນີ້ ນາງ​ຈະ​ຖືກ​ທຳ​ລາຍ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ; ເພາະ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ, ແລະ ຈະ​ທຳ​ລາຍ​ນາງ ຖ້າ​ຫາກ​ນາງ​ບໍ່​ປະ​ຕິ​ບັດ​ຕາມ​ກົດ​ຂອງ​ເຮົາ.

55 ແຕ່​ຖ້າ​ຫາກ​ນາງ​ບໍ່​ປະ​ຕິ​ບັດ​ຕາມ​ບັນ​ຍັດ​ຂໍ້​ນີ້, ເມື່ອ​ນັ້ນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ຈະ​ເຮັດ​ທຸກ​ສິ່ງ​ທັງ​ປວງ​ໃຫ້​ນາງ, ແມ່ນ​ແຕ່​ດັ່ງ​ທີ່​ລາວ​ໄດ້​ກ່າວ; ແລະ ເຮົາ​ຈະ​ອວຍ​ພອນ​ລາວ ແລະ ຂະ​ຫຍາຍ​ເຜົ່າ​ພັນ​ຂອງ​ລາວ ແລະ ໃຫ້​ແກ່​ລາວ ຮ້ອຍ​ເທົ່າ​ໃນ​ໂລກ​ນີ້, ດ້ວຍ​ພໍ່​ແມ່, ອ້າຍ​ເອື້ອຍ​ນ້ອງ, ບ້ານ​ເຮືອນ ແລະ ດິນ​ດອນ​ຕ່ອນ​ຫຍ້າ, ເມຍ ແລະ ລູກ, ແລະ ມົງ​ກຸດ​ແຫ່ງ ຊີ​ວິດ​ນິ​ລັນ​ດອນ​ທັງ​ຫລາຍ ໃນ​ໂລກ​ນິ​ລັນ​ດອນ​ທັງ​ຫລາຍ.

56 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ວ່າ ໃຫ້​ສາວ​ໃຊ້​ຂອງ​ເຮົາ​ໃຫ້ ອະ​ໄພ​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ໃນ​ຄວາມ​ຜິດ​ຂອງ​ລາວ; ແລະ ຈາກ​ນັ້ນ​ນາງ​ຈະ​ໄດ້​ຮັບ​ການອະໄພ​ໃຫ້​ໃນ​ຄວາມ​ຜິດ​ຂອງ​ນາງ, ຊຶ່ງ​ໃນ​ການ​ນັ້ນ ນາງ​ໄດ້​ເຮັດ​ຜິດ​ກັບ​ເຮົາ; ແລະ ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ, ຈະ​ໃຫ້​ພອນ​ນາງ, ແລະ ໃຫ້​ນາງ​ຂະ​ຫຍາຍ​ເຜົ່າ​ພັນ, ແລະ ເຮັດ​ໃຫ້​ໃຈ​ຂອງ​ນາງ​ປິ​ຕິ​ຍິນ​ດີ.

57 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ກ່າວ​ວ່າ ຢ່າ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ປ່ອຍ​ຊັບ​ສິນ​ຂອງ​ລາວ​ໃຫ້​ຫລຸດ​ໄປ​ຈາກ​ມື​ຂອງ​ລາວ, ຖ້າ​ບໍ່​ດັ່ງ​ນັ້ນ​ສັດ​ຕູ​ຈະ​ມາ ແລະ ທຳ​ລາຍ​ລາວ; ເພາະ​ຊາຕານ ສະແຫວງ​ຫາ​ທີ່​ຈະ​ທຳ​ລາຍ; ເພາະ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ, ແລະ ລາວ​ຄື​ຜູ້​ຮັບ​ໃຊ້​ຂອງ​ເຮົາ; ແລະ ຈົ່ງ​ເບິ່ງ, ແລະ ເບິ່ງ​ແມ, ເຮົາ​ຢູ່​ກັບ​ລາວ, ດັ່ງ​ທີ່​ເຮົາ​ໄດ້​ຢູ່​ກັບ​ອັບ​ຣາ​ຮາມ, ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຈົ້າ, ແມ່ນ​ແຕ່​ຈົນ​ເຖິງ ຄວາມ​ສູງ​ສົ່ງ ແລະ ລັດ​ສະ​ໝີ​ພາບ​ຂອງ​ລາວ.

58 ບັດ​ນີ້, ກ່ຽວ​ກັບ​ກົດ​ຂອງ ຖານະ​ປະ​ໂລ​ຫິດ, ມີ​ຫລາຍ​ສິ່ງ​ກ່ຽວ​ຂ້ອງ​ກັບ​ເລື່ອງ​ນີ້.

59 ຕາມ​ຄວາມ​ຈິງ​ແລ້ວ, ຖ້າ​ຫາກ​ຊາຍ​ຄົນ​ໜຶ່ງ​ຖືກ​ເອີ້ນ​ຈາກ​ພຣະ​ບິດາ​ຂອງ​ເຮົາ, ເຊັ່ນ​ດຽວ​ກັບ ອາໂຣນ, ໂດຍ​ສຽງ​ຂອງ​ເຮົາ​ເອງ, ແລະ ໂດຍ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ເອງ​ຜູ້​ໄດ້​ສົ່ງ​ເຮົາ​ມາ, ແລະ ເຮົາ​ໄດ້​ມອບ ຂໍ​ກະແຈ​ແຫ່ງ​ອຳນາດ​ຂອງ​ຖານະ​ປະ​ໂລ​ຫິດ​ໃຫ້​ລາວ, ຖ້າ​ຫາກ​ລາວ​ເຮັດ​ສິ່ງ​ໃດ​ກໍ​ຕາມ​ໃນ​ນາມ​ຂອງ​ເຮົາ, ແລະ ຕາມ​ກົດ​ຂອງ​ເຮົາ ແລະ ໂດຍ​ຄຳ​ຂອງ​ເຮົາ, ລາວ​ຈະ​ບໍ່​ເຮັດ​ບາບ, ແລະ ເຮົາ​ຈະ​ຮັບ​ຮອງ​ລາວ.

60 ສະນັ້ນ, ຢ່າ​ໃຫ້​ຜູ້​ໃດ​ດູ​ຖູກ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ; ເພາະ​ວ່າ​ເຮົາ​ຈະ​ຮັບ​ຮອງ​ລາວ; ເພາະ​ວ່າ​ລາວ​ຈະ​ທຳ​ການ​ເສຍ​ສະລະ ຊຶ່ງ​ເຮົາ​ໄດ້​ຮຽກ​ຮ້ອງ​ຈາກ​ມື​ຂອງ​ລາວ​ສຳ​ລັບ​ການ​ລ່ວງ​ລະເມີດ​ຂອງ​ລາວ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ກ່າວ.

61 ແລະ ອີກ​ເທື່ອ​ໜຶ່ງ, ກ່ຽວ​ກັບ​ກົດ​ຂອງ​ຖານະ​ປະ​ໂລ​ຫິດ—ຖ້າ​ຫາກ​ຜູ້​ຊາຍ​ຄົນ​ໃດ​ແຕ່ງ​ງານ​ກັບ ຍິງ​ບໍ​ລິ​ສຸດ, ແລະ ປາດ​ຖະ​ໜາ​ທີ່​ຈະ​ແຕ່ງ​ງານ​ກັບ ຄົນ​ອື່ນ, ແລະ ຄົນ​ທຳ​ອິດ​ຍິນ​ຍອມ, ແລະ ຖ້າ​ຫາກ​ລາວ​ແຕ່ງ​ງານ​ກັບ​ຄົນ​ທີ​ສອງ, ແລະ ທັງ​ສອງ​ເປັນ​ຍິງ​ບໍ​ລິ​ສຸດ, ແລະ ບໍ່​ໄດ້​ໃຫ້​ຄຳ​ປະ​ຕິ​ຍານ​ກັບ​ຊາຍ​ຄົນ​ອື່ນ, ເມື່ອ​ນັ້ນ​ລາວ​ກໍ​ເຮັດ​ຖືກ​ຕ້ອງ; ລາວ​ບໍ່​ໄດ້​ຫລິ້ນ​ຊູ້​ເພາະ​ວ່າ​ພວກ​ເຂົາ​ໄດ້​ຖືກ​ມອບ​ໃຫ້​ແກ່​ລາວ; ເພາະ​ວ່າ​ລາວ​ຈະ​ຫລິ້ນ​ຊູ້​ບໍ່​ໄດ້​ກັບ​ຄົນ​ທີ່​ເປັນ​ຂອງ​ລາວ ແລະ ບໍ່​ໄດ້​ເປັນ​ຂອງ​ຄົນ​ອື່ນ.

62 ແລະ ຖ້າ​ຫາກ​ຜູ້​ຍິງ​ບໍ​ລິ​ສຸດ​ສິບ​ຄົນ​ຖືກ​ມອບ​ໃຫ້​ແກ່​ລາວ​ໂດຍ​ກົດ​ນີ້, ລາວ​ກໍ​ບໍ່​ໄດ້​ຫລິ້ນ​ຊູ້, ເພາະ​ວ່າ​ພວກ​ເຂົາ​ເປັນ​ຂອງ​ລາວ, ແລະ ພວກ​ເຂົາ​ໄດ້​ຖືກ​ມອບ​ໃຫ້​ແກ່​ລາວ; ສະນັ້ນ ລາວ​ເຮັດ​ຖືກ​ຕ້ອງ.

63 ແຕ່ ຖ້າ​ຫາກ​ຄົນ​ໜຶ່ງ​ຄົນ​ໃດ​ໃນ​ບັນ​ດາ​ຜູ້​ຍິງ​ບໍ​ລິ​ສຸດ​ສິບ​ຄົນ​ນີ້, ຫລັງ​ຈາກ​ນາງ​ໄດ້​ແຕ່ງ​ງານ​ແລ້ວ, ໄດ້​ສົມ​ສູ່​ຢູ່​ກັບ​ຊາຍ​ຄົນ​ອື່ນ, ນາງ​ກໍ​ໄດ້​ຫລິ້ນ​ຊູ້, ແລະ ຈະ​ຖືກ​ທຳ​ລາຍ; ເພາະ​ວ່າ​ພວກ​ເຂົາ​ໄດ້​ຖືກ​ມອບ​ໃຫ້​ແກ່​ລາວ​ເພື່ອ ຂະ​ຫຍາຍ​ເຜົ່າ​ພັນ ແລະ ເພີ່ມ​ທະ​ວີ​ຈົນ​ເຕັມ​ແຜ່ນ​ດິນ​ໂລກ, ຕາມ​ບັນ​ຍັດ​ຂອງ​ເຮົາ, ແລະ ບັນ​ລຸ​ຄຳ​ສັນ​ຍາ ຊຶ່ງ​ຖືກ​ມອບ​ໃຫ້​ໂດຍ​ພຣະ​ບິດາ​ກ່ອນ​ການ​ວາງ​ຮາກ​ຖານ​ຂອງ​ໂລກ, ແລະ ເພື່ອ​ຄວາມ​ສູງ​ສົ່ງ​ຂອງ​ພວກ​ເຂົາ​ໃນ​ໂລກ​ນິ​ລັນ​ດອນ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ໃຫ້​ກຳເນີດ​ຈິດ​ວິນ​ຍານ​ຂອງ​ມະນຸດ; ເພາະ​ວ່າ​ໃນ​ການ​ນັ້ນ​ເປັນ ວຽກ​ງານ​ຂອງ​ພຣະ​ບິດາ​ຂອງ​ເຮົາ​ດຳ​ເນີນ​ຕໍ່​ໄປ, ເພື່ອ​ວ່າ​ພຣະ​ອົງ​ຈະ​ຖືກ​ສັນ​ລະ​ເສີນ.

64 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ຖ້າ​ຫາກ​ຜູ້​ຊາຍ​ຄົນ​ໃດ​ມີ​ເມຍ, ຜູ້​ຖື​ຂໍ​ກະແຈ​ຂອງ​ອຳນາດ​ນີ້, ແລະ ລາວ​ສິດ​ສອນ​ກົດ​ຂອງ​ຖານະ​ປະ​ໂລ​ຫິດ​ຂອງ​ເຮົາ​ໃຫ້​ແກ່​ນາງ, ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້, ຈາກ​ນັ້ນ​ນາງ​ຈະ​ເຊື່ອ ແລະ ປະ​ຕິ​ບັດ​ແກ່​ລາວ, ຖ້າ​ບໍ່​ດັ່ງ​ນັ້ນ​ນາງ​ຈະ​ຖືກ​ທຳ​ລາຍ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ກ່າວ; ເພາະ​ວ່າ​ເຮົາ​ຈະ​ທຳ​ລາຍ​ນາງ; ເພາະ​ວ່າ​ເຮົາ​ຈະ​ຂະ​ຫຍາຍ​ຊື່​ຂອງ​ເຮົາ​ກັບ​ທຸກ​ຄົນ​ຜູ້​ໄດ້​ຮັບ ແລະ ປະ​ຕິ​ບັດ​ຕາມ​ກົດ​ຂອງ​ເຮົາ.

65 ສະນັ້ນ, ສິ່ງ​ນີ້​ຈະ​ຖືກ​ຕ້ອງ​ຕາມ​ກົດ​ໃນ​ເຮົາ, ຖ້າ​ຫາກ​ນາງ​ບໍ່​ຮັບ​ເອົາ​ກົດ​ນີ້, ເພາະ​ວ່າ​ລາວ​ຈະ​ຮັບ​ເອົາ​ທຸກ​ສິ່ງ​ທັງ​ປວງ​ບໍ່​ວ່າ​ອັນ​ໃດ​ກໍ​ຕາມ​ທີ່​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ລາວ, ຈະ​ມອບ​ໃຫ້​ແກ່​ລາວ, ເພາະ​ວ່າ​ນາງ​ບໍ່​ເຊື່ອ ແລະ ປະ​ຕິ​ບັດ​ແກ່​ລາວ​ຕາມ​ຄຳ​ຂອງ​ເຮົາ; ແລະ ຈາກ​ນັ້ນ​ນາງ​ຈະ​ກາຍ​ເປັນ​ຜູ້​ລ່ວງ​ລະເມີດ; ແລະ ລາວ​ໄດ້​ຖືກ​ຍົກ​ເວັ້ນ​ຈາກ​ກົດ​ຂອງ​ຊາ​ຣາ, ຜູ້​ປະ​ຕິ​ບັດ​ແກ່​ອັບ​ຣາ​ຮາມ​ຕາມ​ກົດ ເມື່ອ​ເຮົາ​ໄດ້​ບັນ​ຊາ​ອັບ​ຣາ​ຮາມ​ໃຫ້​ເອົາ​ນາງ​ຮາ​ກາ​ມາ​ເປັນ​ເມຍ.

66 ແລະ ບັດ​ນີ້, ກ່ຽວ​ກັບ​ກົດ​ນີ້, ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ເຮົາ​ຈະ​ເປີດ​ເຜີຍ​ຕື່ມ​ອີກ​ແກ່​ພວກ​ເຈົ້າ, ໃນ​ພາຍ​ຫລັງ; ສະນັ້ນ, ໃຫ້​ສິ່ງ​ນີ້​ພຽງ​ພໍ​ສຳ​ລັບ​ຕອນ​ນີ້. ຈົ່ງ​ເບິ່ງ, ເຮົາ​ຄື​ອາລະ​ຟາ ແລະ ໂອ​ເມຄາ. ອາແມນ.