ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 64


ພາກ​ທີ 64

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ແກ່​ພວກ​ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ, ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 11 ເດືອນ​ກັນຍາ, 1831. ສາດ​ສະ​ດາ​ພວມ​ຕຽມ​ຈະ​ຍ້າຍ​ໄປ​ເມືອງ​ໄຮຣຳ, ລັດ​ໂອ​ໄຮ​ໂອ, ເພື່ອ​ເຮັດ​ວຽກ​ງານ​ການ​ແປ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ຂອງ​ເພິ່ນ​ຕໍ່​ໄປ, ຊຶ່ງ​ໄດ້​ຢຸດ​ພັກ​ໃນ​ຂະນະ​ທີ່​ເພິ່ນ​ຢູ່​ລັດ​ມີ​ເຊີຣີ. ກຸ່ມ​ຂອງ​ອ້າຍ​ນ້ອງ​ຜູ້ໄດ້​ຖືກ​ບັນ​ຊາ​ໃຫ້​ເດີນ​ທາງ​ໄ​ປ​ຫາ​ຊີໂອນ (ລັດ​ມີ​ເຊີຣີ) ໄດ້​ຕຽມ​ພ້ອມ​ຢ່າງ​ຂະ​ຫຍັນ​ຂັນ​ແຂງ​ທີ່​ຈະ​ອອກ​ເດີນ​ທາງ​ໃນ​ເດືອນ​ຕຸລາ. ໃນ​ຊ່ວງ​ໄລ​ຍະ​ທີ່​ຫຍຸ້ງ​ຍາກ​ນີ້, ກໍ​ໄດ້​ຮັບ​ການ​ເປີດ​ເຜີຍ.

1–11, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໄດ້​ຖືກ​ບັນ​ຊາ​ໃຫ້​ອະ​ໄພ​ໃຫ້​ກັນ, ຖ້າ​ບໍ່​ດັ່ງ​ນັ້ນ​ບາບ​ທີ່​ຮ້າຍ​ແຮງ​ກວ່າ​ຈະ​ຄົງ​ຢູ່​ກັບ​ພວກ​ເຂົາ; 12–22, ຕ້ອງ​ນຳ​ຄົນ​ທີ່​ບໍ່​ກັບ​ໃຈ​ມາ​ຢູ່​ຕໍ່​ໜ້າ​ສາດ​ສະ​ໜາ​ຈັກ; 23–25, ຄົນ​ທີ່​ຈ່າຍ​ສ່ວນ​ສິບ​ຈະ​ບໍ່​ຖືກ​ເຜົາ​ໄໝ້​ໃນ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; 26–32, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຖືກ​ເຕືອນ​ກ່ຽວ​ກັບ​ເລື່ອງ​ໜີ້​ສິນ; 33–36, ຄົນ​ກະ​ບົດ​ຈະ​ຖືກ​ຕັດ​ອອກ​ຈາກ​ຊີໂອນ; 37–40, ສາດ​ສະ​ໜາ​ຈັກ​ຈະ​ພິ​ພາກ​ສາ ປະ​ຊາ​ຊາດ; 41–43, ຊີໂອນ​ຈະ​ຈະ​ເລີນ​ຮຸ່ງ​ເຮືອງ.

1 ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ກັບ​ພວກ​ເຈົ້າ, ໂອ້ ພວກ​ເຈົ້າ​ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ຈົ່ງ​ເຊື່ອ​ຟັງ ແລະ ຟັງ, ແລະ ຮັບ​ເອົາ​ຄວາມ​ປະສົງ​ຂອງ​ເຮົາ​ກ່ຽວ​ກັບ​ພວກ​ເຈົ້າ.

2 ເພາະ​ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເຮົາ​ປະສົງ​ໃຫ້​ພວກ​ເຈົ້າ ເອົາ​ຊະນະ​ໂລກ; ດັ່ງ​ນັ້ນ ເຮົາ​ຈະ​ມີ ຄວາມ​ເມດ​ຕາ​ສົງ​ສານ​ຕໍ່​ພວກ​ເຈົ້າ.

3 ມີບາງ​ຄົນ​ໃນ​ບັນ​ດາ​ພວກ​ເຈົ້າ​ທີ່​ໄດ້​ເຮັດ​ບາບ; ແຕ່​ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ວ່າ ໃນ​ເທື່ອ​ນີ້​ເທື່ອ​ດຽວ, ເພື່ອ ລັດ​ສະ​ໝີ​ພາບ​ຂອງ​ເຮົາ​ເອງ, ແລະ ເພື່ອ​ຄວາມ​ລອດ​ຂອງ​ຈິດ​ວິນ​ຍານ, ເຮົາ​ຈຶ່ງ​ໄດ້ ອະ​ໄພ​ບາບ​ໃຫ້​ແກ່​ພວກ​ເຈົ້າ​ແລ້ວ.

4 ເຮົາ​ຈະ​ເມດ​ຕາ​ພວກ​ເຈົ້າ, ເພາະ​ເຮົາ​ໄດ້​ມອບ​ອາ​ນາ​ຈັກ​ໃຫ້​ແກ່​ພວກ​ເຈົ້າ​ແລ້ວ.

5 ແລະ ຂໍ​ກະແຈ​ແຫ່ງ​ຄວາມ​ລຶກ​ລັບ​ຂອງ​ອາ​ນາ​ຈັກ ຈະ​ບໍ່​ຖືກ​ເອົາ​ໄປ​ຈາກ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ, ຜ່ານ​ວິ​ທີ​ທີ່​ເຮົາ​ໄດ້​ກຳ​ນົດ​ໄວ້, ໃນ​ຂະນະ​ທີ່​ລາວ​ມີ​ຊີ​ວິດ​ຢູ່, ຕາບ​ໃດ​ທີ່​ລາວ​ປະ​ຕິ​ບັດ​ຕາມ ພິ​ທີ​ການ​ຂອງ​ເຮົາ.

6 ມີ​ບາງ​ຄົນ​ທີ່​ຫາ​ໂອ​ກາດ​ຕໍ່​ຕ້ານ​ລາວ​ໂດຍ​ບໍ່​ມີ​ເຫດ​ຜົນ;

7 ເຖິງ​ຢ່າງ​ໃດ​ກໍ​ຕາມ, ລາວ​ໄດ້​ເຮັດ​ບາບ; ແຕ່​ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ອະ​ໄພ​ບາບ​ໃຫ້​ແກ່​ຄົນ​ເຫລົ່າ​ນັ້ນ​ທີ່ ສາ​ລະ​ພາບ​ບາບ​ຂອງ​ເຂົາ​ຢູ່​ຕໍ່​ໜ້າ​ເຮົາ ແລະ ຂໍອະໄພ, ຜູ້​ທີ່​ບໍ່​ໄດ້​ເຮັດ​ບາບ ຊຶ່ງ​ນຳ​ໄປ​ສູ່ ຄວາມ​ຕາຍ.

8 ສາ​ນຸ​ສິດ​ຂອງ​ເຮົາ, ໃນ​ສະ​ໄໝ​ບູຮານ, ຫາ ໂອ​ກາດ​ຕໍ່​ຕ້ານ​ກັນ ແລະ ບໍ່​ໄດ້​ໃຫ້​ອະ​ໄພ​ແກ່​ກັນ​ໃນ​ໃຈ​ຂອງ​ພວກ​ເຂົາ; ແລະ ເພາະ​ຄວາມ​ຊົ່ວ​ຮ້າຍ​ນີ້ ພວກ​ເຂົາ​ຈຶ່ງ​ທຸກ​ທໍ​ລະ​ມານ ແລະ ຖືກ ຕີ​ສອນ​ຢ່າງ​ຮຸນ​ແຮງ.

9 ດັ່ງ​ນັ້ນ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ພວກ​ເຈົ້າ​ຄວນ ອະ​ໄພ​ໃຫ້​ກັນ​ແລະ​ກັນ; ເພາະ​ຄົນ​ທີ່​ບໍ່ ໃຫ້​ອະ​ໄພ​ຄວາມ​ຜິດ​ແກ່​ພີ່​ນ້ອງ​ຂອງ​ຕົນ ຈະ​ຖືກ​ກ່າວ​ໂທດ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ເພາະ​ບາບ​ທີ່​ຮ້າຍ​ແຮງ​ກວ່າ​ຈະ​ຄົງ​ຢູ່​ກັບ​ເຂົາ.

10 ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ ໃຫ້​ອະ​ໄພ​ຜູ້​ທີ່​ເຮົາ​ຈະ​ໃຫ້​ອະ​ໄພ, ແຕ່​ພວກ​ເຈົ້າ​ຖືກ​ຮຽກ​ຮ້ອງ ໃຫ້​ອະ​ໄພ​ແກ່​ມະນຸດ​ທັງ​ປວງ.

11 ແລະ ພວກ​ເຈົ້າ​ຄວນ​ກ່າວ​ໃນ​ໃຈ​ຂອງ​ພວກ​ເຈົ້າ—ໃຫ້​ພຣະ​ເຈົ້າ ຕັດ​ສິນ​ລະຫວ່າງ​ຂ້າ​ພະ​ເຈົ້າ​ກັບ​ທ່ານ, ແລະ ມອບ​ລາງ​ວັນ​ໃຫ້​ທ່ານ​ຕາມ ການ​ກະທຳ​ຂອງ​ທ່ານ.

12 ແລະ ຄົນ​ທີ່​ບໍ່​ກັບ​ໃຈ​ຈາກ​ບາບ​ຂອງ​ຕົນ, ແລະ ບໍ່​ສາ​ລະ​ພາບ​ມັນ, ພວກ​ເຈົ້າ​ຈະ​ນຳ​ເຂົາ​ມາ​ຢູ່​ຕໍ່​ໜ້າ​ຂອງ ສາດ​ສະ​ໜາ​ຈັກ, ແລະ ເຮັດ​ກັບ​ເຂົາ​ດັ່ງ​ທີ່​ພຣະຄຳ​ພີ​ກ່າວ​ແກ່​ພວກ​ເຈົ້າ, ບໍ່​ວ່າ​ຈະ​ເປັນ​ໂດຍ​ບັນ​ຍັດ ຫລື ໂດຍ​ການ​ເປີດ​ເຜີຍ​ກໍ​ຕາມ.

13 ແລະ ສິ່ງ​ນີ້​ພວກ​ເຈົ້າ​ຈະ​ເຮັດ ເພື່ອ​ວ່າ​ພຣະ​ເຈົ້າ​ຈະ​ໄດ້​ຮັບ​ການ​ສັນ​ລະ​ເສີນ—ບໍ່​ແມ່ນ​ເພາະ​ວ່າ​ພວກ​ເຈົ້າ​ບໍ່​ໄດ້​ໃຫ້​ອະ​ໄພ, ບໍ່​ມີ​ຄວາມ​ເມດ​ຕາ​ສົງ​ສານ, ແຕ່​ເພາະ​ວ່າ​ພວກ​ເຈົ້າ​ຈະ​ຖືກ​ຕ້ອງ​ໃນ​ສາຍ​ຕາ​ຂອງ​ກົດ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ບໍ່​ໄດ້​ເຮັດ​ໃຫ້​ຜູ້​ໃຫ້​ກົດ​ຂອງ​ພວກ​ເຈົ້າ​ຂຸ່ນ​ເຄືອງ—

14 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ວ່າ ເພາະ​ເຫດ​ນີ້ ພວກ​ເຈົ້າ​ຈົ່ງ​ເຮັດ​ສິ່ງ​ເຫລົ່າ​ນີ້.

15 ຈົ່ງ​ເບິ່ງ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ພິ​ໂລດ​ກັບ​ລາວ ຜູ້​ທີ່​ເຄີຍ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເອ​ຊະ​ຣາ ບູທ໌, ແລະ ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄອຊິກ ມໍລີ ນຳ​ອີກ, ເພາະ​ພວກ​ເຂົາ​ບໍ່​ຮັກ​ສາ​ກົດ, ທັງ​ບັນ​ຍັດ​ກໍ​ບໍ່​ໄດ້​ຮັກ​ສາ;

16 ພວກ​ເຂົາ​ສະແຫວງ​ຫາ​ຄວາມ​ຊົ່ວ​ໃນ​ໃຈ​ຕົນ, ແລະ ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ຢັບ​ຢັ້ງ​ພຣະ​ວິນ​ຍານ​ຂອງ​ເຮົາ. ພວກ​ເຂົາ ກ່າວ​ໂທດ​ສິ່ງ​ນັ້ນ​ວ່າ​ຊົ່ວ ຊຶ່ງ​ທີ່​ແທ້​ແລ້ວ​ບໍ່​ໄດ້​ຊົ່ວ; ເຖິງ​ຢ່າງ​ໃດ​ກໍ​ຕາມ ເຮົາ​ໄດ້​ໃຫ້​ອະ​ໄພ​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄອຊິກ ມໍລີ.

17 ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ເອດເວີດ ພາດທຣິດ ນຳ​ອີກ, ຈົ່ງ​ເບິ່ງ, ລາວ​ໄດ້​ເຮັດ​ບາບ, ແລະ ຊາຕານ​ສະແຫວງ​ຫາ​ທີ່​ຈະ​ທຳ​ລາຍ​ຈິດ​ວິນ​ຍານ​ຂອງ​ລາວ; ແຕ່​ເມື່ອ​ສິ່ງ​ເຫລົ່າ​ນີ້​ຖືກ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ແກ່​ພວກ​ເຂົາ, ແລະ ພວກ​ເຂົາ​ກັບ​ໃຈ​ຈາກ​ຄວາມ​ຊົ່ວ, ແລ້ວ​ພວກ​ເຂົາ​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ.

18 ແລະ ບັດ​ນີ້, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ວ່າ ເຮົາ​ເຫັນ​ສົມ​ຄວນ​ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດນີ ກຽວເບີດ, ຫລັງ​ຈາກ​ສອງ​ສາມ​ອາ​ທິດ, ຈະ​ກັບ​ຄືນ​ໄປ​ເຮັດ​ທຸ​ລະ​ກິດ​ຂອງ​ລາວ, ແລະ ກັບ​ຄືນ​ຫາ​ໜ້າ​ທີ່​ຂອງ​ລາວ​ໃນ​ແຜ່ນ​ດິນ​ຊີໂອນ;

19 ແລະ ສິ່ງ​ທີ່​ລາວ​ໄດ້​ເຫັນ ແລະ ໄດ້​ຍິນ​ຈະ​ໄດ້​ເປັນ​ທີ່​ຮູ້​ຈັກ​ແກ່​ສາ​ນຸ​ສິດ​ຂອງ​ເຮົາ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ບໍ່​ຕາຍ. ແລະ ເພາະ​ເຫດ​ນີ້ ເຮົາ​ຈຶ່ງ​ໄດ້​ກ່າວ​ກ່ຽວ​ກັບ​ເລື່ອງ​ເຫລົ່າ​ນີ້.

20 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄອຊິກ ມໍລີ ຈະ​ບໍ່​ຖືກ ລໍ້​ລວງ​ເກີນ​ກວ່າ​ທີ່​ລາວ​ຈະ​ສາ​ມາດ​ທົນ​ກັບ​ມັນ​ໄດ້, ແລະ ແນະນຳ​ຜິດ ຈົນ​ນຳ​ຄວາມ​ເສຍ​ຫາຍ​ມາ​ໃຫ້​ພວກ​ເຈົ້າ, ເຮົາ​ຈຶ່ງ​ໄດ້​ບັນ​ຊາ​ລາວ​ໃຫ້​ຂາຍ​ຮົ້ວ​ສວນ​ຂອງ​ລາວ​ເສຍ.

21 ເຮົາ​ບໍ່​ປະສົງ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເຟຣ໌ເດຣິກ ຈີ ວິວລຽມສ໌ ຂາຍ​ຮົ້ວ​ສວນ​ຂອງ​ລາວ, ເພາະ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ປະສົງ​ຈະ​ຮັກ​ສາ​ທີ່​ໝັ້ນ​ໃນ​ແຜ່ນ​ດິນ​ເຄີດແລນ​ໄວ້​ເປັນ​ເວລາ​ຫ້າ​ປີ, ຊຶ່ງ​ໃນ​ເວລາ​ນັ້ນ ເຮົາ​ຈະ​ບໍ່​ລົບ​ລ້າງ​ຄົນ​ຊົ່ວ, ເພື່ອ​ວ່າ​ໂດຍ​ການ​ນັ້ນ​ເຮົາ​ຈະ​ຮັກ​ສາ​ບາງ​ຈຳນວນ​ໄວ້.

22 ແລະ ຫລັງ​ຈາກ​ວັນ​ນັ້ນ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ບໍ່​ຖື​ວ່າ​ຄົນ​ໃດ ຜິດ ທີ່​ຈະ​ຂຶ້ນ​ໄປ​ຫາ​ແຜ່ນ​ດິນ​ຊີໂອນ​ດ້ວຍ​ໃຈ​ທີ່​ເປີດ​ຮັບ; ເພາະ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຮຽກ​ຮ້ອງ ຫົວ​ໃຈ​ຂອງ​ລູກ​ຫລານ​ມະນຸດ.

23 ຈົ່ງ​ເບິ່ງ, ບັດ​ນີ້ ມັນ​ຖືກ​ເອີ້ນ​ວ່າ ວັນ​ນີ້ ຈົນ​ກວ່າ ການ​ສະ​ເດັດ​ມາ​ຂອງ​ບຸດ​ມະນຸດ, ແລະ ຕາມ​ຄວາມ​ຈິງ​ແລ້ວ ມັນ​ເປັນ​ວັນ​ແຫ່ງ ການ​ເສຍ​ສະລະ, ແລະ ເປັນ​ວັນ​ແຫ່ງ​ການ​ເກັບ​ສ່ວນ​ສິບ​ຈາກ​ຜູ້​ຄົນ​ຂອງ​ເຮົາ; ເພາະ​ຄົນ​ທີ່​ຈ່າຍ ສ່ວນ​ສິບ​ຈະ​ບໍ່​ຖືກ ເຜົາ​ໄໝ້​ໃນ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ.

24 ເພາະ​ຫລັງ​ຈາກ​ວັນ​ນີ້ ການ​ເຜົາ​ໄໝ້​ຈະ​ມາ​ເຖິງ—ນີ້​ຄື​ການ​ກ່າວ​ຕາມ​ວິ​ທີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ—ເພາະ​ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ວ່າ ມື້​ອື່ນ ຄົນ​ທີ່​ອວດ​ດີ ແລະ ຄົນ​ທີ່​ເຮັດ​ຄວາມ​ຊົ່ວ​ຮ້າຍ ຈະ​ເປັນ​ຄື​ກັນ​ກັບ​ເຟືອງ​ເຂົ້າ; ແລະ ເຮົາ​ຈະ​ເຜົາ​ພວກ​ເຂົາ​ໃຫ້​ໝົດ, ເພາະ​ເຮົາ​ຄື​ຈອມ​ໂຍທາ; ແລະ ເຮົາ​ຈະ​ບໍ່​ໄວ້​ຊີ​ວິດ​ຄົນ​ໃດ​ທີ່​ເຫລືອ​ຢູ່​ໃນ ບາ​ບີ​ໂລນ.

25 ດັ່ງ​ນັ້ນ, ຖ້າ​ຫາກ​ພວກ​ເຈົ້າ​ເຊື່ອ​ເຮົາ, ພວກ​ເຈົ້າ​ຈະ​ທຳ​ງານ​ໃນ​ຂະນະ​ທີ່​ເອີ້ນ​ວ່າ ວັນ​ນີ້.

26 ແລະ ບໍ່​ເຫັນ​ສົມ​ຄວນ​ເລີຍ​ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ນິວເອັນ ເຄ ວິດນີ ແລະ ຊິດນີ ກຽວເບີດ, ຈະ​ຂາຍ ຮ້ານ​ຄ້າ​ຂອງ​ຕົນ ແລະ ຊັບ​ສິນ​ຂອງ​ຕົນ; ເພາະ​ສິ່ງ​ນີ້​ບໍ່​ເປັນ​ສິ່ງ​ສະຫລາດ ຈົນ​ກວ່າ​ຄົນ​ທີ່​ເຫລືອ​ຢູ່​ຂອງ​ສາດ​ສະ​ໜາ​ຈັກ, ຊຶ່ງ​ຍັງ​ຢູ່​ໃນ​ບ່ອນ​ນີ້, ຈະ​ຂຶ້ນ​ໄປ​ສູ່​ແຜ່ນ​ດິນ​ຊີໂອນ​ກ່ອນ.

27 ຈົ່ງ​ເບິ່ງ, ມີ​ກ່າວ​ໄວ້​ຢູ່​ໃນ​ກົດ​ຂອງ​ເຮົາ, ຫລື ສັ່ງ​ຫ້າມ, ບໍ່​ໃຫ້ ເປັນ​ໜີ້​ສັດ​ຕູ​ຂອງ​ພວກ​ເຈົ້າ;

28 ແຕ່​ຈົ່ງ​ເບິ່ງ, ບໍ່​ໄດ້​ມີ​ກ່າວ​ໄວ້​ໃນ​ເວລາ​ໃດ​ເລີຍ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ຄວນ​ເອົາ​ເມື່ອ​ພຣະ​ອົງ​ປະສົງ​ຈະ​ເອົາ, ແລະ ຈ່າຍ​ຕາມ​ທີ່​ພຣະ​ອົງ​ເຫັນ​ວ່າ​ດີ.

29 ດັ່ງ​ນັ້ນ, ເພາະ​ພວກ​ເຈົ້າ​ເປັນ​ຕົວ​ແທນ, ພວກ​ເຈົ້າ​ຈຶ່ງ​ເປັນ​ຄົນ​ແລ່ນ​ວຽກ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ; ແລະ ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ເຈົ້າ​ເຮັດ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ກໍ​ເປັນ​ທຸ​ລະ​ກິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

30 ແລະ ພຣະ​ອົງ​ໄດ້​ກຳ​ນົດ​ພວກ​ເຈົ້າ​ໃຫ້​ຈັດ​ຫາ​ສຳ​ລັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃນ​ຍຸກ​ສຸດ​ທ້າຍ​ນີ້, ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ຮັບ ມູນ​ມໍ​ລະ​ດົກ​ໃນ​ແຜ່ນ​ດິນຊີໂອນ.

31 ແລະ ຈົ່ງ​ເບິ່ງ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ປະ​ກາດ​ແກ່​ພວກ​ເຈົ້າ, ແລະ ຄຳ​ຂອງ​ເຮົາ​ແນ່​ນອນ ແລະ ຈະ ບໍ່ ລົ້ມ​ເຫລວ, ວ່າ​ພວກ​ເຂົາ​ຈະ​ໄດ້​ຮັບ​ມັນ.

32 ແຕ່​ທຸກ​ສິ່ງ​ຕ້ອງ​ເກີດ​ຂຶ້ນ​ໃນ​ເວລາ​ຂອງ​ມັນ.

33 ດັ່ງ​ນັ້ນ, ຢ່າ ເມື່ອຍ​ລ້າ​ໃນ​ການ​ເຮັດ​ວຽກ​ງານ​ດີ, ເພາະ​ພວກ​ເຈົ້າ​ພວມ​ວາງ​ຮາກ​ຖານ​ຂອງ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່. ແລະ ຈາກ ສິ່ງ​ເລັກ​ນ້ອຍ ສິ່ງ​ຍິ່ງ​ໃຫຍ່​ຈະ​ເກີດ​ຂຶ້ນ.

34 ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ ຮຽກ​ຮ້ອງ ຫົວ​ໃຈ ແລະ ຈິດ​ໃຈ​ທີ່​ເຕັມ​ໃຈ; ແລະ ຄົນ​ທີ່​ເຕັມ​ໃຈ ແລະ ເຊື່ອ​ຟັງ ຈະ​ໄດ້​ຢູ່​ດີ​ກິນ​ດີ​ຢູ່​ໃນ​ແຜ່ນ​ດິນ​ຊີໂອນ​ໃນ​ຍຸກ​ສຸດ​ທ້າຍ​ນີ້.

35 ແລະ ຄົນ​ກະ​ບົດ​ຈະ​ຖືກ ຕັດ​ອອກ​ຈາກ​ແຜ່ນ​ດິນ​ຊີໂອນ, ແລະ ຈະ​ຖືກ​ສົ່ງ​ອອກ​ໄປ, ແລະ ຈະ​ບໍ່​ໄດ້​ຮັບ​ແຜ່ນ​ດິນ​ເປັນ​ມູນ​ມໍ​ລະ​ດົກ.

36 ເພາະ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ວ່າ ຄົນ​ກະ​ບົດ​ບໍ່​ໄດ້​ເປັນ​ເລືອດ​ເນື້ອ​ເຊື້ອ​ໄຂ​ຂອງ ເອຟະ​ຣາອີມ, ດັ່ງ​ນັ້ນ ເຂົາ​ຈະ​ຖືກ​ຖອນ​ອອກ​ໄປ.

37 ຈົ່ງ​ເບິ່ງ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ເຮັດ​ໃຫ້​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ໃນ​ຍຸກ​ສຸດ​ທ້າຍ​ນີ້​ເປັນ​ຄື​ກັນ​ກັບ​ຜູ້​ພິ​ພາກ​ສາ​ທີ່​ນັ່ງ​ຢູ່​ເທິງ​ຄ້ອຍ​ພູ, ຫລື ໃນ​ບ່ອນ​ສູງ, ເພື່ອ​ພິ​ພາກ​ສາ​ປະ​ຊາ​ຊາດ​ທັງ​ຫລາຍ.

38 ເພາະ​ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຜູ້​ອາ​ໄສ​ຂອງ​ຊີໂອນ ຈະ ພິ​ພາກ​ສາ​ທຸກ​ສິ່ງ​ທີ່​ກ່ຽວ​ກັບ​ຊີໂອນ.

39 ແລະ ພວກ​ເຂົາ​ຈະ​ພິ​ສູດ​ຄົນ​ເວົ້າ​ຕົວະ ແລະ ຄົນ​ໜ້າ​ຊື່​ໃຈ​ຄົດ, ແລະ ຄົນ​ທີ່​ບໍ່​ໄດ້​ເປັນ ອັກຄະ​ສາວົກ ແລະ ສາດ​ສະ​ດາ​ຈະ​ຖືກ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ.

40 ແລະ ແມ່ນ​ແຕ່ ອະ​ທິ​ການ, ຜູ້​ຊຶ່ງ​ເປັນ ຄົນ​ຕັດ​ສິນ, ແລະ ທີ່​ປຶກ​ສາ​ຂອງ​ລາວ, ຖ້າ​ຫາກ​ພວກ​ເຂົາ​ບໍ່​ຊື່​ສັດ​ໃນ​ການ ພິ​ທັກ​ຮັກ​ສາ​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈະ​ຖືກ​ກ່າວ​ໂທດ, ແລະ ຄົນ​ອື່ນ​ຈະ​ຖືກ​ແຕ່ງ​ຕັ້ງ​ຂຶ້ນ​ແທນ​ພວກ​ເຂົາ.

41 ເພາະ, ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຊີໂອນ​ຈະ ຈະ​ເລີນ​ຮຸ່ງ​ເຮືອງ, ແລະ ລັດ​ສະ​ໝີ​ພາບ​ຂອງ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຢູ່​ເທິງ​ນາງ;

42 ແລະ ນາງ​ຈະ​ເປັນ ທຸງ​ສັນ​ຍານ​ໃຫ້​ແກ່​ຜູ້​ຄົນ, ແລະ ທຸກ​ປະ​ຊາ​ຊາດ​ພາຍ​ໃຕ້​ຟ້າ​ສະຫວັນ​ຈະ​ມາ​ຫາ​ນາງ.

43 ແລະ ວັນ​ນັ້ນ​ຈະ​ມາ​ເຖິງ ເມື່ອ​ປະ​ຊາ​ຊາດ​ຂອງ​ແຜ່ນ​ດິນ​ໂລກ​ຈະ ຕົວ​ສັ່ນ​ເພາະ​ນາງ, ແລະ ຈະ​ຢ້ານ​ກົວ ເພາະ​ຄົນ​ທີ່​ໜ້າ​ຢ້ານ​ກົວ​ຂອງ​ນາງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ໄວ້​ດັ່ງ​ນີ້. ອາແມນ.