ການຄັດເລືອກຈາກການແປພຣະຄຣິສຕະທຳຄຳພີຂອງໂຈເຊັບ ສະມິດ
ຕໍ່ໄປນີ້ແມ່ນພາກສ່ວນຕ່າງໆ ທີ່ຄັດເລືອກມາຈາກການແປພຣະຄຣິສຕະທຳຄຳພີ ສະບັບກະສັດເຈມສ໌ ຂອງໂຈເຊັບ ສະມິດ (ປຈສ). ພຣະຜູ້ເປັນເຈົ້າໄດ້ດົນໃຈສາດສະດາ ໂຈເຊັບ ສະມິດ ໃຫ້ຟື້ນຟູຄວາມຈິງ ໃຫ້ແກ່ຂໍ້ຄວາມໃນພຣະຄຣິສຕະທຳຄຳພີ ສະບັບກະສັດເຈມສ໌ ທີ່ສູນຫາຍໄປ ຫລື ຖືກປ່ຽນແປງໄປ ຕັ້ງແຕ່ມີການຂຽນຖ້ອຍຄຳດັ້ງເດີມໄວ້. ຄວາມຈິງເຫລົ່ານີ້ທີ່ໄດ້ຖືກຟື້ນຟູຄືນມາໃໝ່ໄດ້ໃຫ້ຄວາມແຈ່ມແຈ້ງແກ່ຄຳສອນ ແລະ ໄດ້ເພີ່ມຄວາມເຂົ້າໃຈແກ່ພຣະຄຳພີ.
ເພາະພຣະຜູ້ເປັນເຈົ້າໄດ້ເປີດເຜີຍຄວາມຈິງບາງຢ່າງຕໍ່ໂຈເຊັບ ທີ່ຜູ້ຂຽນດັ້ງເດີມເຄີຍບັນທຶກໄວ້, ການແປຂອງໂຈເຊັບ ສະມິດ ຈຶ່ງບໍ່ເໝືອນການແປພຣະຄຣິສຕະທຳຄຳພີອື່ນໃດໃນໂລກ. ໃນຄວາມໝາຍນີ້, ຄຳວ່າ ການແປ ໄດ້ຖືກໃຊ້ໃນວິທີທີ່ກວ້າງຂວາງກວ່າ ແລະ ແຕກຕ່າງຈາກປົກກະຕິກວ່າ, ເພາະການແປຂອງໂຈເຊັບ ເປັນການເປີດເຜີຍຫລາຍກວ່າການແປຕາມຄວາມໝາຍຂອງຄຳສັບ ຈາກພາສາໜຶ່ງ ເປັນອີກພາສາໜຶ່ງ.
ການແປພຣະຄຣິສຕະທຳຄຳພີ ສະບັບກະສັດເຈມສ໌ ຂອງໂຈເຊັບ ສະມິດ ມີສ່ວນກ່ຽວຂ້ອງ ຫລື ຖືກກ່າວເຖິງຢູ່ໃນຫລາຍໆພາກ ຂອງຄຳສອນ ແລະ ພັນທະສັນຍາ (ເບິ່ງ ພາກທີ 37, 45, 73, 76, 77, 86, 91, ແລະ 132). ພ້ອມນີ້, ໜັງສືໂມເຊ ແລະ ໂຈເຊັບ ສະມິດ—ມັດທາຍ ກໍຖືກຄັດລອກເອົາມາຈາກການແປຂອງໂຈເຊັບ ສະມິດ.
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ ການແປຂອງໂຈເຊັບ ສະມິດ, ໃຫ້ເບິ່ງ “ການແປຂອງໂຈເຊັບ ສະມິດ (ປຈສ)” ໃນຄູ່ມືພຣະຄຳພີ.
ຂໍ້ຄວາມດັ່ງຕໍ່ໄປນີ້ຄືຕົວຢ່າງທີ່ເລືອກເອົາມາຈາກ ການແປຂອງໂຈເຊັບ ສະມິດ:
ປຈສ, ມັດທາຍ 4:1, 5–6, 8–9. ປຽບທຽບໃສ່ກັບ ມັດທາຍ 4:1, 5–6, 8–9; ມີການປ່ຽນແປງທີ່ຄ້າຍຄືກັນ ໃນ ລູກາ 4:2, 5–11
ພຣະເຢຊູຖືກນຳພາໂດຍພຣະວິນຍານ, ບໍ່ແມ່ນໂດຍຊາຕານ.
1 ຈາກນັ້ນ ພຣະວິນຍານໄດ້ນຳພຣະເຢຊູໄປ, ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ, ເພື່ອໄປຢູ່ກັບພຣະເຈົ້າ.
5 ຈາກນັ້ນ ພຣະເຢຊູໄດ້ຖືກນຳໄປຍັງນະຄອນສັກສິດ, ແລະ ພຣະວິນຍານໄດ້ໃຫ້ພຣະອົງຢືນຢູ່ເທິງຍອດພຣະວິຫານ.
6 ຈາກນັ້ນ ມານໄດ້ມາຫາພຣະອົງ ແລະ ເວົ້າວ່າ, ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ, ຈົ່ງໂດດລົງໄປ, ເພາະມີຄຳຂຽນໄວ້ວ່າ ພຣະອົງຈະສັ່ງເຫລົ່າທູດເຖິງເລື່ອງທ່ານ, ແລະ ພວກເພິ່ນຈະໃຊ້ມືຂອງພວກເພິ່ນອູ້ມທ່ານໄວ້, ເຖິງແມ່ນແຕ່ຕີນຂອງທ່ານ ກໍຈະບໍ່ໄດ້ຖືກກ້ອນຫີນ.
8 ແລະ ອີກເທື່ອໜຶ່ງ, ພຣະເຢຊູໄດ້ຖືກນຳໄປໂດຍພຣະວິນຍານ, ແລະ ພຣະວິນຍານໄດ້ພາພຣະອົງຂຶ້ນໄປເທິງຍອດພູທີ່ສູງສຸດແຫ່ງໜຶ່ງ, ແລະ ໄດ້ສະແດງບັນດາອານາຈັກແຫ່ງໂລກ ກັບຄວາມຍິ່ງໃຫຍ່ທັງໝົດ ໃຫ້ພຣະອົງເຫັນ.
9 ແລະ ມານໄດ້ມາຫາພຣະອົງອີກ, ແລະ ກ່າວວ່າ, ເຮົາຈະມອບສິ່ງທັງໝົດນີ້ໃຫ້ແກ່ທ່ານ, ຖ້າທ່ານກົ້ມຂາບນະມັດສະການເຮົາ.
ຂໍ້ອ້າງອີງນີ້ ທີ່ເປັນຕົວອັກສອນໜາ ເປັນຂໍ້ຄວາມໃນການແປຂອງໂຈເຊັບ ສະມິດ ຂອງພຣະຄຣິສຕະທຳຄຳພີຂອງກະສັດເຈມສ໌. ເພາະການແປຂອງເພິ່ນໄດ້ນຳຖ້ອຍຄຳກັບຄືນມາສູ່ເນື້ອຄວາມໃນພຣະຄຣິສຕະທຳຄຳພີ, ເລກໝາຍຂໍ້ອາດແຕກຕ່າງຈາກສະບັບທີ່ທ່ານໃຊ້ຢູ່.
ໃນວົງເລັບນີ້ຄືຂໍ້ອ້າງອີງ ໃນພຣະຄຣິສຕະທຳຄຳພີຂອງທ່ານ ຊຶ່ງທ່ານຄວນປຽບທຽບມັນໃສ່ກັບ ການແປຂອງໂຈເຊັບ ສະມິດ.
ຂໍ້ຄວາມນີ້ອະທິບາຍເຖິງ ຄຳສອນທີ່ໂຈເຊັບ ສະມິດ ໄດ້ຊີ້ແຈງ ດ້ວຍການແປຂອງເພິ່ນ.
ນີ້ຄືເນື້ອຫາຕາມທີ່ໂຈເຊັບ ສະມິດ ໄດ້ແປມັນ. (ໂຕເນີ້ງໄດ້ຖືກຕື່ມໃສ່ ເພື່ອສະແດງໃຫ້ເຫັນຂໍ້ຄວາມທີ່ແຕກຕ່າງ ຈາກສະບັບກະສັດເຈມສ໌.)
© 2019 by Intellectual Reserve, Inc. All rights reserved. Source: 5/21