ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, 1 ຊາ​ມູ​ເອນ 16


ປຈສ, 1 ຊາ​ມູ​ເອນ 16:14–16, 23. ປຽບ​ທຽບ​ໃສ່​ກັບ 1 ຊາ​ມູ​ເອນ 16:14–16, 23; ມີ​ການ​ປ່ຽນ​ທີ່​ຄ້າຍຄື​ກັນ ໃນ 1 ຊາ​ມູ​ເອນ 18:10 ແລະ 19:9

ວິນ​ຍານ​ຊົ່ວ​ຮ້າຍ​ທີ່​ເຂົ້າ​ສິງ​ຢູ່​ໃນ​ໂຊນ ບໍ່​ແມ່ນ​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ.

14 ແຕ່​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໄປ​ຈາກ​ໂຊນ, ແລະ ວິນ​ຍານ​ຊົ່ວ​ຮ້າຍ ຊຶ່ງ​ບໍ່​ແມ່ນ​ມາ​ຈາກພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ທໍ​ລະ​ມານ​ເພິ່ນ.

15 ແລະ ພວກ​ຄົນ​ໃຊ້​ຂອງ​ໂຊນ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ, ຈົ່ງ​ເບິ່ງ ບັດ​ນີ້, ວິນ​ຍານ​ຊົ່ວ​ຮ້າຍ ຊຶ່ງ​ບໍ່​ແມ່ນ​ມາ​ຈາກ​ພຣະ​ເຈົ້າ ໄດ້​ມາ​ທໍ​ລະ​ມານ​ທ່ານ.

16 ຈົ່ງ​ໃຫ້​ທ່ານ​ອອກ​ຄຳ​ສັ່ງ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ມາ​ເທີ້ນ, ຊຶ່ງ​ຢູ່​ຕໍ່​ໜ້າ​ທ່ານ, ໃຫ້​ໄປ​ຊອກ​ຫາ​ຊາຍ​ຄົນ​ໜຶ່ງ, ຜູ້​ມີ​ຝີ​ມື​ໃນ​ການ​ດີດ​ພິນ; ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ, ເມື່ອ​ວິນ​ຍານ​ຊົ່ວ​ຮ້າຍ, ຊຶ່ງ​ບໍ່​ແມ່ນ​ມາ​ຈາກພຣະ​ເຈົ້າ, ມາ​ເຂົ້າ​ສິງ​ທ່ານ, ຊາຍ​ຄົນ​ນັ້ນ​ຈະ​ດີດ​ພິນ​ຂອງ​ລາວ, ແລະ ທ່ານ​ກໍ​ຈະ​ເປັນ​ປົກ​ກະ​ຕິ.

23 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ, ເມື່ອ​ວິນ​ຍານ​ຊົ່ວ​ຮ້າຍ, ຊຶ່ງ​ບໍ່​ແມ່ນ​ມາ​ຈາກພຣະ​ເຈົ້າ, ໄດ້​ເຂົ້າ​ສິງ​ໂຊນ, ດາວິດ​ກໍ​ໄດ້​ຍົກ​ພິນ​ຂຶ້ນ, ແລະ ໄດ້​ດີດ​ດ້ວຍ​ມື​ຂອງ​ລາວ; ສະນັ້ນ​ໂຊນ​ຈຶ່ງ​ຮູ້​ສຶກ​ສະ​ບາຍ​ຂຶ້ນ, ແລະ ເປັນ​ປົກ​ກະຕິ, ແລະ ວິນ​ຍານ​ຊົ່ວ​ຮ້າຍ​ໄດ້​ອອກ​ໄປ​ຈາກ​ເພິ່ນ.