ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ໂກໂລຊາຍ 2


ປຈສ, ໂກໂລຊາຍ 2:21–22. ປຽບ​ທຽບ​ໃສ່​ກັບ ໂກໂລຊາຍ 2:20–23

ບັນ​ຍັດ​ຂອງ​ມະນຸດ ອາດ​ມີ​ຄ່າ​ໃນ​ຄຳ​ສອນ ດັ່ງ​ເຊັ່ນ ການ​ບັງ​ຄັບ​ຕົນ​ເອງ, ແຕ່​ມັນ​ບໍ່​ເປັນ​ການ​ນັບ​ຖື​ພຣະ​ເຈົ້າ ຫລື ຊ່ວຍ​ມະນຸດ​ໃຫ້​ລອດ.

21 ຊຶ່ງ​ເປັນ​ຕາມ​ແບບ​ແຜນ​ຂອງ​ຄຳ​ສອນ ແລະ ບັນ​ຍັດ​ຂອງ​ມະນຸດ, ທີ່​ສອນ​ພວກ​ເຈົ້າ​ວ່າ ຢ່າ​ຈັບ, ຢາ​ຊີມ, ຢ່າ​ແຕະ​ຕ້ອງ; ທັງ​ໝົດ​ນັ້ນ ຕ້ອງ​ເກີດ​ວິບັດ​ເມື່ອ​ໃຊ້​ມັນ.

22 ຈິງ​ຢູ່ ສິ່ງ​ເຫລົ່າ​ນີ້​ເບິ່ງ​ທ່າ​ທີ​ເໝືອນ​ມີ​ປັນ​ຍາ ຄື​ການ​ເຕັມ​ໃຈ​ນະມັດ​ສະການ, ການ​ຖ່ອມ​ຕົວ​ລົງ, ການ​ທໍ​ລະ​ມານ​ຮ່າງ​ກາຍ ຊຶ່ງ​ບໍ່​ມີ​ປະ​ໂຫຍດ​ອັນ​ໃດ ໃນ​ການ​ຕໍ່​ສູ້​ກັບ​ຄວາມ​ປາດ​ຖະ​ໜາ​ຝ່າຍ​ເນື້ອ​ກາຍ, ທັງ​ບໍ່​ເປັນ​ກາບ​ນັບ​ຖືພຣະ​ເຈົ້າແຕ່​ຢ່າງ​ໃດ.