ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ຄາລາເຕຍ 3


ປຈສ, ຄາລາເຕຍ 3:19–20. ປຽບ​ທຽບ​ໃສ່​ກັບ ຄາລາເຕຍ 3:19–20

ໂມເຊ​ເປັນ​ຜູ້​ເປັນ​ກາງ​ຂອງ​ພັນທະ​ສັນ​ຍາ​ທຳ​ອິດ, ຫລື ກົດ. ພຣະ​ເຢຊູ​ຄຣິດ​ເປັນ​ຜູ້​ເປັນ​ກາງ​ຂອງ​ພັນທະ​ສັນ​ຍາ​ໃໝ່.

19 ດັ່ງ​ນັ້ນ​ແລ້ວ, ໄດ້​ມີກົດຕື່ມ​ເພາະ​ການ​ລ່ວງ​ລະເມີດ​ທັງ​ຫລາຍ, ຈົນ​ກວ່າ​ເຊື້ອ​ສາຍ​ຈະ​ມາ ຊຶ່ງ​ຜູ້​ຄົນ​ເຫລົ່າ​ນັ້ນ​ໄດ້​ຮັບ​ສັນ​ຍາ ໃນ​ກົດ​ທີ່​ໄດ້​ມອບ​ໃຫ້​ແກ່​ໂມເຊ, ຜູ້ຖືກ​ແຕ່ງ​ຕັ້ງ​ໂດຍມື​ຂອງ​ທູດ ເພື່ອ​ໃຫ້ເປັນ​ຜູ້​ເປັນ​ກາງຂອງ​ພັນທະ​ສັນ​ຍາ​ທຳ​ອິດ​ນີ້, (ກົດ.)

20 ບັດ​ນີ້ ຜູ້​ເປັນ​ກາງຜູ້​ນີ້ ບໍ່​ໄດ້​ເປັນ​ຜູ້​ເປັນ​ກາງ​ຂອງພັນທະ​ສັນ​ຍາ​ໃໝ່; ແຕ່​ມີ​ຜູ້​ເປັນ​ກາງ​ຄົນ​ໜຶ່ງ​ຂອງ​ພັນທະ​ສັນ​ຍາ​ໃໝ່, ຊຶ່ງ​ເປັນ​ພຣະ​ຄຣິດ, ດັ່ງ​ທີ່​ມັນ​ໄດ້​ຖືກ​ຂຽນ​ໄວ້​ໃນ​ກົດ ກ່ຽວ​ກັບ​ຄຳ​ສັນ​ຍາ​ທີ່​ໄດ້​ເຮັດ​ໄວ້ ກັບ​ອັບ​ຣາ​ຮາມ ແລະ ເຊື້ອ​ສາຍ​ຂອງ​ເພິ່ນ. ບັດ​ນີ້ ພຣະ​ຄຣິດ​ເປັນ​ຜູ້​ເປັນ​ກາງ​ຂອງ​ຊີ​ວິດ; ເພາະ​ນີ້​ຄື​ຄຳ​ສັນ​ຍາ​ຊຶ່ງ​ພຣະ​ເຈົ້າ​ໄດ້​ເຮັດ​ໄວ້​ກັບ​ອັບ​ຣາ​ຮາມ.