ພຣະ​ຄຳ​ພີ
ຢາໂຄບ 5


ບົດ​ທີ 5

ຢາໂຄບ​ອ້າງ​ເຖິງ​ຖ້ອຍ​ຄຳ​ຂອງ​ຊີ​ນັດ​ປຽບ​ທຽບ​ຕົ້ນ​ໝາກ​ກອກ​ເທດ ແລະ ຕົ້ນ​ໝາກ​ກອກ​ປ່າ—ພວກ​ເຂົາ​ຄື​ອິດສະ​ຣາເອນ ແລະ ຄົນ​ຕ່າງ​ຊາດ—ການ​ກະ​ຈັດ​ກະ​ຈາຍ ແລະ ການ​ເຕົ້າ​ໂຮມ​ຂອງ​ຊາວ​ອິດສະ​ຣາເອນ ຊຶ່ງ​ໄດ້​ຄາດ​ຄະ​ເນ​ໄວ້​ແລ້ວ—ການ​ກ່າວ​ເຖິງ​ຊາວ​ນີໄຟ​ກັບ​ຊາວ​ເລມັນ ແລະ ເຖິງ​ເຊື້ອ​ສາຍ​ອິດສະ​ຣາເອນ​ທັງ​ໝົດ—ຄົນ​ຕ່າງ​ຊາດ​ຈະ​ຖືກ​ຕໍ່​ເຂົ້າ​ກັບ​ອິດສະ​ຣາເອນ—ໃນ​ທີ່​ສຸດ​ສວນ​ອະງຸ່ນ​ຈະ​ຖືກ​ເຜົາ. ປະ​ມານ 544–421 ປີ ກ່ອນ ຄ.ສ.

1 ຈົ່ງ​ເບິ່ງ, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ເອີຍ, ພວກ​ທ່ານ​ຈຳ​ບໍ່​ໄດ້​ບໍ​ວ່າ ພວກ​ທ່ານ​ເຄີຍ​ອ່ານ​ຂໍ້​ຄວາມ​ຂອງ​ສາດ​ສະ​ດາ ຊີ​ນັດ ຊຶ່ງ​ເພິ່ນ​ໄດ້​ເວົ້າ​ກັບ​ເຊື້ອ​ສາຍ​ອິດສະ​ຣາເອນ, ມີ​ຄວາມ​ວ່າ:

2 ໂອ້ ເຊື້ອ​ສາຍ​ອິດສະ​ຣາເອນ​ເອີຍ, ຈົ່ງ​ຟັງ ແລະ ຈົ່ງ​ເຊື່ອ​ຟັງ​ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ ຜູ້​ເປັນ​ສາດ​ສະ​ດາ​ຄົນ​ໜຶ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

3 ເພາະ​ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ໂອ້ ເຊື້ອ​ສາຍ ອິດສະ​ຣາເອນ​ເອີຍ, ເຮົາ​ຈະ​ປຽບ​ທຽບ​ເຈົ້າ​ໃສ່​ກັບ ຕົ້ນ​ໝາກ​ກອກ​ເທດ​ໃນ​ສວນ, ຊຶ່ງ​ຄົນ​ຜູ້​ໜຶ່ງ​ເອົາ​ມາ​ປູກ ແລະ ບົວ​ລະ​ບັດ​ໃນ ສວນ​ອະງຸ່ນ​ຂອງ​ເພິ່ນ; ແລະ ມັນ​ໃຫຍ່​ຂຶ້ນ, ແລະ ເຖົ້າ​ແກ່​ລົງ, ແລະ ເລີ່ມ ຊຸດ​ໂຊມ​ລົງ.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ໄດ້​ອອກ​ໄປ ແລະ ເພິ່ນ​ເຫັນ​ວ່າ​ຕົ້ນ​ໝາກ​ກອກ​ເທດ​ຂອງ​ເພິ່ນ ເລີ່ມ​ຊຸດ​ໂຊມ​ລົງ; ແລະ ເພິ່ນ​ໄດ້​ກ່າວ​ວ່າ: ເຮົາ​ຈະ​ລິ​ງ່າ​ຂອງ​ມັນ​ອອກ ແລະ ພວນ​ດິນ​ຮອບ​ຕົ້ນ​ມັນ ແລະ ບຳ​ລຸງ​ມັນ​ເພື່ອ​ມັນ​ຈະ​ແຕກ​ງ່າ ແລະ ປົ່ງ​ໃບ​ງາມ​ຂຶ້ນ​ເພື່ອ​ມັນ​ຈະ​ບໍ່​ຕາຍ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ລິ​ງ່າ​ມັນ​ອອກ ແລະ ໄດ້​ພວນ​ດິນ​ຮອບ​ຕົ້ນ​ມັນ, ແລະ ບຳ​ລຸງ​ມັນ​ຕາມ​ຄຳ​ເວົ້າ​ຂອງ​ເພິ່ນ.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ນັ້ນ, ຫລາຍ​ມື້​ຕໍ່​ມາ​ມັນ​ໄດ້​ແຕກ​ງ່າ ແລະ ປົ່ງ​ໃບ​ງາມ​ຂຶ້ນ, ຈົ່ງ​ເບິ່ງ​ຍອດ​ໃຫຍ່​ຂອງ​ມັນ​ເລີ່ມ​ຫ່ຽວ​ແຫ້ງ​ລົງ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ໄດ້​ເຫັນ ແລະ ເວົ້າ​ກັບ​ຄົນ​ໃຊ້​ຂອງ​ເພິ່ນ​ວ່າ: ມັນ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ໂສກ​ເສົ້າ​ຫລາຍ​ທີ່​ຈະ​ສູນ​ເສຍ​ຕົ້ນ​ໄມ້​ນີ້​ໄປ; ດັ່ງ​ນັ້ນ ຈົ່ງ​ໄປ​ຕັດ​ເອົາ​ງ່າ​ຂອງ​ຕົ້ນ​ໝາກ​ກອກ ປ່າ, ແລ້ວ​ເອົາ​ມັນ​ມາ​ໃຫ້​ເຮົາ; ແລະ ພວກ​ເຮົາ​ຈະ​ຫັກ​ງ່າ​ໃຫຍ່ ຊຶ່ງ​ກຳ​ລັງ​ຫ່ຽວ​ແຫ້ງ​ອອກ, ແລະ ພວກ​ເຮົາ​ຈະ​ໂຍນ​ມັນ​ເຂົ້າ​ກອງ​ໄຟ​ໃຫ້​ມັນ​ໄໝ້​ໄປ​ເສຍ.

8 ແລະ ຈົ່ງ​ເບິ່ງ ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ໄດ້​ກ່າວ​ວ່າ, ເຮົາ​ຈະ​ເອົາ​ງ່າ​ອ່ອນ ແລະ ງາມ​ເຫລົ່າ​ນີ້​ຢ່າງ​ຫລວງ​ຫລາຍ​ໄປ, ແລະ ເຮົາ​ຈະ​ຕໍ່​ງ່າ​ມັນ​ເຂົ້າ​ກັບ​ທີ່​ໃດ​ກໍ​ຕາມ​ທີ່​ເຮົາ​ຕ້ອງ​ການ; ເຖິງ​ວ່າ​ຮາກ​ຂອງ​ມັນ​ຈະ​ຕາຍ​ກໍ​ບໍ່​ສຳ​ຄັນ, ເຮົາ​ຈະ​ຮັກ​ສາ​ແນວ​ຂອງ​ມັນ​ໄວ້​ໃຫ້​ຕົວ​ເຮົາ​ເອງ; ດັ່ງ​ນັ້ນ, ເຮົາ​ຈະ​ເອົາ​ກິ່ງ​ອ່ອນ ແລະ ງາມ​ເຫລົ່າ​ນີ້​ໄປ ແລະ ເຮົາ​ຈະ​ຕໍ່​ງ່າ​ມັນ​ເຂົ້າ​ກັບ​ທີ່​ໃດ​ກໍ​ຕາມ​ທີ່​ເຮົາ​ຕ້ອງ​ການ.

9 ເຈົ້າ​ຈົ່ງ​ເອົາ​ງ່າ​ຂອງ​ຕົ້ນ​ໝາກ​ກອກ​ປ່າ​ໄປ ແລະ ຕໍ່​ງ່າ​ມັນ​ເຂົ້າ ແທນ​ທີ່, ແລະ ງ່າ​ເຫລົ່າ​ນີ້​ທີ່​ເຮົາ​ໄດ້​ຫັກ​ອອກ ເຮົາ​ຈະ​ໂຍນ​ມັນ​ເຂົ້າ​ກອງ​ໄຟ ແລະ ຈູດ​ມັນ​ເສຍ ເພື່ອ​ມັນ​ຈະ​ບໍ່​ເປັນ​ສິ່ງ​ກີດ​ຂວາງ​ໃນ​ສວນ​ອະງຸ່ນ​ຂອງ​ເຮົາ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຄົນ​ໃຊ້​ຂອງ​ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ຂອງ​ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ, ແລະ ໄດ້​ຕໍ່​ງ່າ​ຂອງ​ຕົ້ນ​ໝາກ​ກອກ ປ່າ.

11 ແລະ ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ໃຫ້​ພວນ​ດິນ​ຮອບ​ຕົ້ນ, ແລະ ລິ​ງ່າ, ແລະ ບຳ​ລຸງ, ໂດຍ​ກ່າວ​ກັບ​ຄົນ​ໃຊ້​ຂອງ​ເພິ່ນ​ວ່າ: ມັນ​ເຮັດ​ໃຫ້​ເຮົາ​ໂສກ​ເສົ້າ​ທີ່​ເຮົາ​ຈະ​ສູນ​ເສຍ​ຕົ້ນ​ໄມ້​ນີ້​ໄປ; ດັ່ງ​ນັ້ນ​ເພື່ອ​ເຮົາ​ອາດ​ຈະ​ໄດ້​ຮັກ​ສາ​ຮາກ​ຂອງ​ມັນ​ໄວ້​ບໍ່​ໃຫ້​ຕາຍ ເພື່ອ​ເຮົາ​ຈະ​ໄດ້​ຮັກ​ສາ​ມັນ​ໄວ້​ໃຫ້​ຕົວ​ເຮົາ, ເຮົາ​ຈຶ່ງ​ເຮັດ​ດັ່ງ​ນີ້.

12 ດັ່ງ​ນັ້ນ, ເຈົ້າ​ຈົ່ງ​ໄປ​ເຖີດ; ຈົ່ງ​ບົວ​ລະ​ບັດ​ຕົ້ນ​ໄມ້​ນີ້ ແລະ ບຳ​ລຸງ​ມັນ​ຕາມ​ຄຳ​ທີ່​ເຮົາ​ສັ່ງ.

13 ແລະ ເຮົາ​ຈະ ວາງ​ງ່າ​ເຫລົ່າ​ນີ້​ໄວ້​ໃນ​ບ່ອນ​ໄກ​ທີ່​ສຸດ​ຂອງ​ສວນ​ອະງຸ່ນ​ຂອງ​ເຮົາ, ບ່ອນ​ໃດ​ກໍ​ຕາມ​ແລ້ວ​ແຕ່​ເຮົາ​ຕ້ອງ​ການ, ແລະ ບໍ່​ສຳ​ຄັນ​ສຳ​ລັບ​ເຈົ້າ; ແລະ ເຮົາ​ເຮັດ​ສິ່ງ​ນີ້​ເພື່ອ​ເຮົາ​ຈະ​ໄດ້​ຮັກ​ສາ​ງ່າ​ເດີມ​ຂອງ​ຕົ້ນ​ມັນ​ໄວ້; ແລະ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເກັບ​ໝາກ​ຂອງ​ມັນ​ໄວ້ ເພື່ອ​ລະ​ດູ​ການ​ໜ້າ ໃຫ້​ຕົວ​ເຮົາ​ໃຊ້​ນຳ​ອີກ; ເພາະ​ວ່າ​ມັນ​ເຮັດ​ໃຫ້​ເຮົາ​ໂສກ​ເສົ້າ​ທີ່​ເຮົາ​ຈະ​ສູນ​ເສຍ​ຕົ້ນ​ໄມ້​ນີ້ ແລະ ໝາກ​ຂອງ​ມັນ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ໄດ້​ອອກ​ໄປ ແລະ ເຊື່ອງ​ງ່າ​ເດີມ​ຂອງ​ຕົ້ນ​ໝາກ​ກອກ​ເທດ​ໄວ້​ບ່ອນ​ໄກ​ທີ່​ສຸດ​ຂອງ​ສວນ​ອະງຸ່ນ, ບາງ​ງ່າ​ໄວ້​ບ່ອນ​ໜຶ່ງ, ແລະ ບາງ​ງ່າ​ໄວ້​ອີກ​ບ່ອນ​ໜຶ່ງ​ຕາມ​ຄວາມ​ປະສົງ ແລະ ຕາມ​ຄວາມ​ພໍ​ໃຈ​ຂອງ​ເພິ່ນ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລາຍ​ປີ​ຜ່ານ​ໄປ, ແລະ ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ໄດ້​ກ່າວ​ກັບ​ຄົນ​ໃຊ້​ຂອງ​ເພິ່ນ​ວ່າ: ມາ​ເຖີດ, ໃຫ້​ພວກ​ເຮົາ​ລົງ​ໄປ​ໃນ​ສວນ​ອະງຸ່ນ​ເພື່ອ​ເຮັດ​ວຽກ​ງານ​ໃນ​ສວນ​ອະງຸ່ນ.

16 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ກັບ​ຄົນ​ໃຊ້​ຂອງ​ເພິ່ນ​ໄດ້​ລົງ​ໄປ​ໃນ​ສວນ​ອະງຸ່ນ​ເພື່ອ​ເຮັດ​ວຽກ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຄົນ​ໃຊ້​ໄດ້​ເວົ້າ​ກັບ​ເຈົ້າ​ນາຍ​ຂອງ​ຕົນ​ວ່າ: ຈົ່ງ​ເບິ່ງ, ເບິ່ງ​ນີ້​ແມ; ຈົ່ງ​ຫລຽວ​ເບິ່ງ​ຕົ້ນ​ໄມ້​ນີ້.

17 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ໄດ້​ຫລຽວ​ເບິ່ງ ແລະ ໄດ້​ເຫັນ​ຕົ້ນ​ໄມ້ ຕົ້ນ​ທີ່​ກິ່ງ​ໝາກ​ກອກ​ປ່າ​ຖືກ​ຕໍ່​ງ່າ​ໄວ້; ແລະ ມັນ​ງອກ​ງາມ ແລະ ເປັນ ໝາກ​ແລ້ວ. ແລະ ເພິ່ນ​ເຫັນ​ວ່າ ມັນ​ດີ ແລະ ໝາກ​ຂອງ​ມັນ​ຄື​ກັນ​ກັບ​ໝາກ​ຈາກ​ຕົ້ນ​ເດີມ​ຂອງ​ມັນ.

18 ແລະ ເພິ່ນ​ໄດ້​ກ່າວ​ກັບ​ຄົນ​ໃຊ້​ວ່າ: ຈົ່ງ​ເບິ່ງ, ງ່າ​ຂອງ​ຕົ້ນ​ປ່າ​ໄດ້​ຮັບ​ຄວາມ​ຊຸ່ມ​ເຢັນ​ຈາກ​ຮາກ​ຂອງ​ມັນ ຈົນ​ຮາກ​ນັ້ນ​ເຮັດ​ໃຫ້​ເກີດ​ຄວາມ​ແຂງ​ແຮງ​ຂຶ້ນ, ແລະ ຮາກ​ຂອງ​ມັນ​ມີ​ຄວາມ​ແຂງ​ແຮງ​ຫລາຍ; ງ່າ​ປ່າ​ຈຶ່ງ​ເກີດ​ໝາກ​ຫວານ. ບັດ​ນີ້, ຖ້າ​ຫາກ​ພວກ​ເຮົາ​ບໍ່​ເອົາ​ງ່າ​ເຫລົ່າ​ນີ້​ມາ​ຕໍ່​ງ່າ​ເຂົ້າ​ກັບ​ຕົ້ນ​ຂອງ​ມັນ, ມັນ​ກໍ​ອາດ​ຈະ​ຕາຍ ແລະ ບັດ​ນີ້, ຈົ່ງ​ເບິ່ງ​ເຮົາ​ຈະ​ເກັບ​ເອົາ​ໝາກ​ທີ່​ເກີດ​ຈາກ​ຕົ້ນ​ຂອງ​ມັນ​ໄວ້​ໃຫ້​ຫລາຍ; ແລະ ໝາກ​ຂອງ​ມັນ​ເຮົາ​ຈະ​ເກັບ​ມັນ​ໄວ້ ເພື່ອ​ລະ​ດູ​ການ​ໜ້າ ໃຫ້​ຕົວ​ຂອງ​ເຮົາ​ເອງ.

19 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ໄດ້​ກ່າວ​ກັບ​ຄົນ​ໃຊ້​ຂອງ​ເພິ່ນ​ວ່າ: ມາ​ນີ້, ແລ້ວ​ພາ​ກັນ​ໄປ​ບ່ອນ​ໄກ​ທີ່​ສຸດ​ຂອງ​ສວນ​ອະງຸ່ນ, ແລະ ແນມ​ເບິ່ງ​ວ່າ​ງ່າ​ເດີມ​ຂອງ​ຕົ້ນ​ໄມ້​ມີ​ໝາກ​ຫລາຍ​ຄື​ກັນ​ບໍ່, ເພື່ອ​ເຮົາ​ຈະ​ໄດ້​ເກັບ​ໝາກ​ຂອງ​ມັນ​ໄວ້ ເພື່ອ​ລະ​ດູ​ການ​ໜ້າ ໃຫ້​ຕົວ​ເຮົາ​ເອງ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ທັງ​ສອງ​ໄດ້​ອອກ​ໄປ​ຫາ​ບ່ອນ​ທີ່​ເພິ່ນ​ເຊື່ອງ​ງ່າ​ເດີມ​ຂອງ​ຕົ້ນ​ໄມ້​ນັ້ນ​ໄວ້, ແລະ ເພິ່ນ​ໄດ້​ກ່າວ​ກັບ​ຄົນ​ໃຊ້​ວ່າ: ຈົ່ງ​ເບິ່ງ, ສິ່ງ​ເຫລົ່າ​ນີ້; ແລະ ເຂົາ​ເຫັນ ຕົ້ນ​ທຳ​ອິດ​ທີ່​ເປັນ​ໝາກ, ແລະ ເຂົາ​ເຫັນ​ວ່າ​ມັນ​ດີ. ແລະ ເພິ່ນ​ໄດ້​ກ່າວ​ອີກ​ວ່າ: ຈົ່ງ​ເອົາ​ໝາກ​ຂອງ​ມັນ​ໄວ້ ເພື່ອ​ລະ​ດູ​ການ​ໜ້າ, ເພື່ອ​ເຮົາ​ຈະ​ຮັກ​ສາ​ມັນ​ໄວ້​ໃຫ້​ຕົວ​ເຮົາ​ເອງ; ເພາະ​ຈົ່ງ​ເບິ່ງ, ພຣະ​ອົງ​ໄດ້​ກ່າວ​ວ່າ, ເຮົາ​ບຳ​ລຸງ​ຮັກ​ສາ​ມັນ​ເປັນ​ເວລາ​ດົນ​ນານ​ມາ​ແລ້ວ, ແລະ ມັນ​ເປັນ​ໝາກ​ຫລາຍ.

21 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຄົນ​ໃຊ້​ໄດ້​ທູນ​ຖາມ​ເຈົ້າ​ນາຍ​ຂອງ​ຕົນ​ວ່າ: ເປັນ​ຫຍັງ​ທ່ານ​ຈຶ່ງ​ມາ​ປູກ​ຕົ້ນ​ໄມ້​ນີ້, ຫລື ງ່າ​ນີ້​ໄວ້​ບ່ອນ​ນີ້? ເພາະ​ຈົ່ງ​ເບິ່ງ, ມັນ​ເປັນ​ບ່ອນ​ທີ່​ບໍ່​ດີ​ທີ່​ສຸດ​ໃນ​ທີ່​ດິນ​ທັງ​ໝົດ​ຂອງ​ສວນ​ອະງຸ່ນ.

22 ແລະ ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ໄດ້​ກ່າວ​ກັບ​ເຂົາ​ວ່າ: ຢ່າ​ໄດ້​ແນະນຳ​ເຮົາ​ເລີຍ; ເຮົາ​ຮູ້​ແລ້ວ​ວ່າ ບ່ອນ​ນີ້​ເປັນ​ບ່ອນ​ບໍ່​ດີ; ດັ່ງ​ນັ້ນ​ເຮົາ​ກ່າວ​ກັບ​ເຈົ້າ​ວ່າ, ເຮົາ​ໄດ້​ບຳ​ລຸງ​ມັນ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວ, ແລະ ເຈົ້າ​ເອງ​ກໍ​ເຫັນ​ວ່າ​ມັນ​ເປັນ​ໝາກ​ຢ່າງ​ຫລວງ​ຫລາຍ.

23 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ໄດ້​ກ່າວ​ກັບ​ຄົນ​ໃຊ້​ຂອງ​ເພິ່ນ​ວ່າ: ເບິ່ງ​ນີ້​ແມ; ຈົ່ງ​ເບິ່ງ​ວ່າ ເຮົາ​ໄດ້​ປູກ​ອີກ​ງ່າ​ໜຶ່ງ​ຂອງ​ຕົ້ນ​ໄມ້​ອີກ; ແລະ ເຈົ້າ​ຮູ້​ວ່າ​ດິນ​ບ່ອນ​ນີ້​ຂີ້​ຮ້າຍ​ກວ່າ​ບ່ອນ​ທຳ​ອິດ. ແຕ່​ຈົ່ງ​ເບິ່ງ, ເຮົາ​ໄດ້​ບຳ​ລຸງ​ມັນ​ເປັນ​ເວລາ​ດົນ​ນານ, ແລະ ມັນ​ເປັນ​ໝາກ​ຢ່າງ​ຫລວງ​ຫລາຍ; ສະນັ້ນ, ຈົ່ງ​ເຕົ້າ​ໂຮມ​ມັນ ແລະ ມ້ຽນ​ໄວ້ ເພື່ອ​ລະ​ດູ​ການ​ໜ້າ, ເພື່ອ​ເຮົາ​ຈະ​ໄດ້​ຮັກ​ສາ​ມັນ​ໄວ້​ໃຫ້​ຕົວ​ເຮົາ​ເອງ.

24 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ໄດ້​ກ່າວ​ກັບ​ຄົນ​ໃຊ້​ຂອງ​ເພິ່ນ​ອີກ​ວ່າ: ເບິ່ງ​ນີ້​ແມ, ແລະ ຈົ່ງ​ເບິ່ງ​ອີກ ງ່າ​ໜຶ່ງ​ທີ່​ເຮົາ​ໄດ້​ປູກ​ໄວ້​ອີກ; ຈົ່ງ​ເບິ່ງ​ວ່າ ເຮົາ​ໄດ້​ບຳ​ລຸງ​ມັນ​ມາ​ຫລາຍ​ແລ້ວ, ແລະ ມັນ​ກໍ​ເປັນ​ໝາກ​ຢ່າງ​ຫລວງ​ຫລາຍ.

25 ແລະ ເພິ່ນ​ໄດ້​ກ່າວ​ກັບ​ຄົນ​ໃຊ້​ວ່າ: ເບິ່ງ​ນີ້​ແມ ແລະ ຈົ່ງ​ເບິ່ງ​ຕົ້ນ​ສຸດ​ທ້າຍ. ຈົ່ງ​ເບິ່ງ, ຕົ້ນ​ນີ້​ເຮົາ​ປູກ​ໄວ້​ໃນ​ດິນ​ບ່ອນ ດີ; ແລະ ເຮົາ​ໄດ້​ບຳ​ລຸງ​ມັນ​ເປັນ​ເວລາ​ດົນ​ນານ, ແລະ ມີ​ພຽງ​ສ່ວນ​ໜຶ່ງ​ເທົ່າ​ນັ້ນ​ທີ່​ມີ​ໝາກ​ຫວານ, ແລະ ອີກ​ສ່ວນ​ໜຶ່ງ​ກາຍ​ເປັນ​ໝາກ​ຂົມ; ຈົ່ງ​ເບິ່ງ, ເຮົາ​ໄດ້​ບຳ​ລຸງ​ມັນ​ຄື​ກັນ​ກັບ​ຕົ້ນ​ອື່ນໆ.

26 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ໄດ້​ກ່າວ​ກັບ​ຄົນ​ໃຊ້​ຂອງ​ເພິ່ນ​ວ່າ: ຈົ່ງ​ຫັກ​ງ່າ​ທີ່​ບໍ່​ເປັນ ໝາກ​ດີ ແລະ ໂຍນ​ມັນ​ເຂົ້າ​ກອງ​ໄຟ​ເສຍ.

27 ແຕ່​ຈົ່ງ​ເບິ່ງ, ຄົນ​ໃຊ້​ໄດ້​ກ່າວ​ກັບ​ເພິ່ນ​ວ່າ: ໃຫ້​ພວກ​ເຮົາ​ລິ​ງ່າ​ມັນ ແລະ ພວນ​ດິນ​ອ້ອມ​ຕົ້ນ​ມັນ​ເພື່ອ​ບຳ​ລຸງ ຮັກ​ສາ​ມັນ​ຕໍ່​ໄປ​ຈັກ​ໜ້ອຍ​ເຖີດ ເພື່ອ​ວ່າ​ມັນ​ອາດ​ຈະ​ເປັນ​ໝາກ​ດີ​ໃຫ້​ທ່ານ, ເພື່ອ​ທ່ານ​ຈະ​ເກັບ​ມັນ​ໄວ້ ເພື່ອ​ລະ​ດູ​ການ​ໜ້າ​ໄດ້.

28 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ກັບ​ຄົນ​ໃຊ້​ຂອງ​ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ ໄດ້​ບຳ​ລຸງ​ໝາກ​ໄມ້​ທັງ​ໝົດ​ຂອງ​ສວນ​ອະງຸ່ນ​ນັ້ນ.

29 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ດົນ​ນານ​ຜ່ານ​ໄປ, ແລະ ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ໄດ້​ກ່າວ​ກັບ ຄົນ​ໃຊ້​ຂອງ​ເພິ່ນ​ວ່າ: ມາ​ນີ້, ໃຫ້​ພວກ​ເຮົາ​ລົງ​ໄປ​ໃນ​ສວນ​ອະງຸ່ນ​ນຳ​ກັນ​ເທາະ, ເພື່ອ​ພວກ​ເຮົາ​ຈະ​ໄດ້​ເຮັດ​ວຽກ​ໃນ​ສວນ​ອະງຸ່ນ​ອີກ. ເພາະ​ຈົ່ງ​ເບິ່ງ, ເວລາ​ໃກ້​ເຂົ້າ​ມາ​ແລ້ວ ແລະ ທີ່​ສຸດ​ກໍ​ຈະ​ມາ​ເຖິງ​ໃນ​ບໍ່​ຊ້າ​ນີ້; ດັ່ງ​ນັ້ນ, ເຮົາ​ຕ້ອງ​ເກັບ​ໝາກ​ໄມ້​ໄວ້ ເພື່ອ​ລະ​ດູ​ການ​ໜ້າ ໃຫ້​ຕົວ​ເຮົາ​ເອງ.

30 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ກັບ​ຄົນ​ໃຊ້​ໄດ້​ພາ​ກັນ​ລົງ​ໄປ​ໃນ​ສວນ​ອະງຸ່ນ; ແລະ ທັງ​ສອງ​ມາ​ເຖິງ​ຕົ້ນ​ທີ່​ງ່າ​ເດີມ​ຂອງ​ມັນ​ຖືກ​ຫັກ​ອອກ​ໄປ ແລະ ເອົາ​ງ່າ​ປ່າ​ມາ​ຕໍ່​ເຂົ້າ​ໄວ້; ແລະ ຈົ່ງ​ເບິ່ງ, ໝາກ​ຜົນ ຊະ​ນິດ​ຕ່າງໆ​ໄດ້​ກີດ​ຂວາງ​ຕົ້ນ.

31 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ໄດ້​ຊີມ​ລົດ​ຊາດ​ຂອງ​ໝາກ​ໄມ້​ທຸກ​ຊະ​ນິດ ຕາມ​ຈຳນວນ​ຂອງ​ມັນ. ແລະ ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ໄດ້​ກ່າວ​ວ່າ: ຈົ່ງ​ເບິ່ງ, ພວກ​ເຮົາ​ບຳ​ລຸງ​ຕົ້ນ​ນີ້​ເປັນ​ເວລາ​ດົນ​ນານ, ແລະ ເຮົາ​ໄດ້​ເກັບ​ເອົາ​ໝາກ​ຂອງ​ມັນ​ໄວ້​ຫລາຍ​ພໍ​ສົມ​ຄວນ ເພື່ອ​ລະ​ດູ​ການ​ໜ້າ ໃຫ້​ຕົວ​ເຮົາ​ເອງ.

32 ແຕ່​ຈົ່ງ​ເບິ່ງ, ເທື່ອ​ນີ້​ມັນ​ເປັນ​ໝາກ​ຫລາຍ​ແຕ່ ບໍ່​ມີ​ໜ່ວຍ​ດີ, ແລະ ຈົ່ງ​ເບິ່ງ ໝາກ​ໄມ້​ທຸກ​ຊະ​ນິດ​ບໍ່​ມີ​ໜ່ວຍ​ດີ​ເລີຍ; ແລະ ມັນ​ບໍ່​ມີ​ປະ​ໂຫຍດ​ແກ່​ເຮົາ​ຈັກ​ດີ້ ເຖິງ​ແມ່ນ​ວ່າ​ພວກ​ເຮົາ​ໄດ້​ລົງ​ແຮງ​ທັງ​ໝົດ; ແລະ ບັດ​ນີ້​ມັນ​ເຮັດ​ໃຫ້​ເຮົາ​ໂສກ​ເສົ້າ​ທີ່​ຈະ​ສູນ​ເສຍ​ຕົ້ນ​ໄມ້​ເຫລົ່າ​ນີ້​ໄປ.

33 ແລະ ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ໄດ້​ກ່າວ​ກັບ​ຄົນ​ໃຊ້​ວ່າ: ພວກ​ເຮົາ​ຈະ​ເຮັດ​ແນວ​ໃດ​ກັບ​ຕົ້ນ​ໄມ້​ນີ້, ເພື່ອ​ເຮົາ​ຈະ​ຮັກ​ສາ​ໝາກ​ໜ່ວຍ​ດີ​ຂອງ​ມັນ​ໄວ້​ໃຫ້​ຕົວ​ເຮົາ​ເອງ?

34 ແລະ ຄົນ​ໃຊ້​ໄດ້​ກ່າວ​ກັບ​ເຈົ້າ​ນາຍ​ວ່າ: ຈົ່ງ​ເບິ່ງ​ເຖີດ ເພາະ​ທ່ານ​ໄດ້​ເອົາ​ງ່າ​ຕົ້ນ​ໝາກ​ກອກ​ປ່າ​ຕໍ່​ງ່າ​ເຂົ້າ​ໄວ້, ມັນ​ຈຶ່ງ​ບຳ​ລຸງ​ຮາກ​ເພື່ອ​ມັນ​ຈະ​ມີ​ຊີ​ວິດ​ຢູ່ ແລະ ບໍ່​ຕາຍ; ດັ່ງ​ນັ້ນ ທ່ານ​ຈຶ່ງ​ເຫັນ​ວ່າ​ມັນ​ຍັງ​ດີ.

35 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ໄດ້​ກ່າວ​ກັບ​ຄົນ​ໃຊ້​ຂອງ​ເພິ່ນ​ວ່າ: ຕົ້ນ​ນີ້​ບໍ່​ມີ​ປະ​ໂຫຍດ​ຫຍັງ​ແກ່​ເຮົາ​ເລີຍ, ແລະ ຮາກ​ຂອງ​ມັນ​ກໍ​ບໍ່​ມີ​ປະ​ໂຫຍດ​ຫຍັງ​ແກ່​ເຮົາ​ເລີຍ​ຕາບ​ໃດ​ທີ່​ມັນ​ຍັງ​ເປັນ​ໝາກ​ບໍ່​ດີ.

36 ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ຍັງ​ຮູ້​ວ່າ​ຮາກ​ຂອງ​ມັນ​ດີ, ແລະ ເພື່ອ​ຈຸດ​ປະສົງ​ຂອງ​ເຮົາ​ເອງ ເຮົາ​ຈຶ່ງ​ຮັກ​ສາ​ມັນ​ໄວ້; ແລະ ເພາະ​ຄວາມ​ແຂງ​ແຮງ​ຂອງ​ມັນ, ມັນ​ຈຶ່ງ​ເປັນ​ໝາກ​ດີ​ຈາກ​ງ່າ​ໄມ້​ປ່າ.

37 ແຕ່​ຈົ່ງ​ເບິ່ງ, ງ່າ​ໄມ້​ປ່າ​ໃຫຍ່​ຂຶ້ນ ແລະ ບຽດ​ຮາກ​ຂອງ​ມັນ ແລະ ງ່າ​ໄມ້​ປ່າ ມີ​ກຳ​ລັງ​ແຮງ​ກວ່າ​ຮາກ​ຂອງ​ມັນ, ມັນ​ຈຶ່ງ​ເປັນ​ໝາກ​ບໍ່​ດີ​ຫລາຍ; ແລະ ເພາະ​ວ່າ​ມັນ​ເປັນ​ໝາກ​ບໍ່​ດີ, ເຈົ້າ​ຈຶ່ງ​ເຫັນ​ວ່າ​ມັນ​ເລີ່ມ​ຕາຍ; ແລະ ໃນ​ທີ່​ສຸດ​ມັນ​ກໍ​ຈະ​ສຸກ​ຈົນ​ວ່າ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ກອງ​ໄຟ ຖ້າ​ຫາກ​ພວກ​ເຮົາ​ບໍ່​ເຮັດ​ແນວ​ໃດ​ແນວ​ໜຶ່ງ​ກັບ​ມັນ​ເພື່ອ​ຮັກ​ສາ​ມັນ​ໄວ້.

38 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ໄດ້​ກ່າວ​ກັບ​ຄົນ​ໃຊ້​ຂອງ​ເພິ່ນ​ວ່າ: ໃຫ້​ພວກ​ເຮົາ​ພາ​ກັນ​ລົງ​ໄປ​ບ່ອນ​ໄກ​ທີ່​ສຸດ​ຂອງ​ສວນ​ອະງຸ່ນ​ເທາະ, ແລະ ແນມ​ເບິ່ງ​ວ່າ​ງ່າ​ເດີມ​ຂອງ​ມັນ​ອອກ​ໝາກ​ບໍ່​ດີ​ຄື​ກັນ​ຫລື​ບໍ່.

39 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ທັງ​ສອງ​ໄດ້​ລົງ​ໄປ​ບ່ອນ​ໄກ​ທີ່​ສຸດ​ຂອງ​ສວນ​ອະງຸ່ນ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ທັງ​ສອງ​ໄດ້​ເຫັນ​ໝາກ​ໄມ້​ຈາກ​ງ່າ​ເດີມ​ກັບ​ມາ​ເສຍ​ຫາຍ​ຄື​ກັນ; ແທ້​ຈິງ​ແລ້ວ, ຕົ້ນ ທຳ​ອິດ ແລະ ຕົ້ນ​ທີ​ສອງ​ເຖິງ​ຕົ້ນ​ສຸດ​ທ້າຍ; ແລະ ທັງ​ໝົດ​ກັບ​ເສຍ​ຫາຍ​ໄປ​ໝົດ.

40 ແລະ ໝາກ​ໄມ້ ປ່າ​ຂອງ​ຕົ້ນ​ສຸດ​ທ້າຍ​ມີ​ກຳ​ລັງ​ເໜືອ​ກວ່າ​ພາກ​ສ່ວນ​ຂອງ​ຕົ້ນ​ທີ່​ອອກ​ໝາກ​ດີ ຈົນ​ວ່າ​ງ່າ​ໄດ້​ຫ່ຽວ​ແຫ້ງ ແລະ ໄດ້​ຕາຍ​ໄປ.

41 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ໄດ້​ຮ້ອງ​ໄຫ້ ແລະ ກ່າວ​ກັບ​ຄົນ​ໃຊ້​ວ່າ: ເຮົາ​ຈະ​ເຮັດ ແນວ​ໃດ​ອີກ​ກັບ​ສວນ​ອະງຸ່ນ​ຂອງ​ເຮົາ?

42 ຈົ່ງ​ເບິ່ງ, ເຮົາ​ຮູ້​ວ່າ​ໝາກ​ໄມ້​ທັງ​ໝົດ​ໃນ​ສວນ​ອະງຸ່ນ​ເສຍ​ຫາຍ​ໄປ​ໝົດ, ຍົກ​ເວັ້ນ​ແຕ່​ໝາກ​ໄມ້​ເຫລົ່າ​ນີ້. ແລະ ແຕ່​ກ່ອນ​ມັນ​ເຄີຍ​ເປັນ​ໝາກ​ດີ ແລ້ວ​ບັດ​ນີ້​ມັນ​ກັບ​ກາຍ​ມາ​ເສຍ​ຫາຍ​ໄປ​ນຳ​ກັນ​ໝົດ; ແລະ ບັດ​ນີ້​ຕົ້ນ​ໄມ້​ທຸກ​ຕົ້ນ​ໃນ​ສວນ​ອະງຸ່ນ ບໍ່​ເປັນ​ປະ​ໂຫຍດ​ຫຍັງ​ໝົດ ນອກ​ຈາກ​ຈະ​ຖືກ​ໂຄ່ນ​ລົງ ແລະ ໂຍນ​ເຂົ້າ​ກອງ​ໄຟ.

43 ແລະ ຈົ່ງ​ເບິ່ງ ຕົ້ນ​ສຸດ​ທ້າຍ​ນີ້​ງ່າ​ຂອງ​ມັນ​ໄດ້​ຫ່ຽວ​ແຫ້ງ, ເຮົາ​ໄດ້​ປູກ​ມັນ​ໄວ້​ໃນ​ດິນ​ບ່ອນ ດີ; ແທ້​ຈິງ​ແລ້ວ, ເປັນ​ບ່ອນ​ທີ່​ເຮົາ​ເລືອກ​ໄວ້​ກ່ອນ​ບ່ອນ​ອື່ນໆ​ທັງ​ໝົດ​ໃນ​ສວນ​ອະງຸ່ນ​ຂອງ​ເຮົາ.

44 ແລະ ເຈົ້າ​ກໍ​ເຫັນ​ວ່າ​ເຮົາ​ໄດ້​ຕັດ​ຕົ້ນ​ຊຶ່ງ ກີດ​ຂວາງ​ທີ່​ດິນ​ບ່ອນ​ນີ້​ລົງ​ອີກ ເພື່ອ​ເຮົາ​ຈະ​ໄດ້​ປູກ​ຕົ້ນ​ນີ້​ລົງ​ແທນ.

45 ແລະ ເຈົ້າ​ກໍ​ເຫັນ​ແລ້ວ​ວ່າ ສ່ວນ​ໜຶ່ງ​ຂອງ​ມັນ​ເປັນ​ໝາກ​ດີ, ແລະ ອີກ​ສ່ວນ​ໜຶ່ງ​ເກີດ​ເປັນ​ໝາກ​ປ່າ; ແລະ ເພາະ​ວ່າ​ເຮົາ​ບໍ່​ໄດ້​ຫັກ​ງ່າ​ຂອງ​ມັນ​ໂຍນ​ເຂົ້າ​ກອງ​ໄຟ, ຈົ່ງ​ເບິ່ງ, ມັນ​ຈຶ່ງ​ມີ​ກຳ​ລັງ​ເໜືອ​ກວ່າ​ງ່າ​ດີ ຈົນ​ວ່າ​ງ່າ​ດີ​ໄດ້​ຫ່ຽວ​ແຫ້ງ​ໄປ​ນຳ.

46 ແລະ ບັດ​ນີ້, ຈົ່ງ​ເບິ່ງ​ທັງໆ​ທີ່​ພວກ​ເຮົາ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ເປັນ​ຢ່າງ​ດີ​ກັບ​ສວນ​ອະງຸ່ນ​ຂອງ​ເຮົາ, ຕົ້ນ​ໄມ້​ໃນ​ສວນ​ຍັງ​ເສຍ​ຫາຍ​ຈົນ​ວ່າ​ບໍ່​ເປັນ​ໝາກ​ດີ, ແລະ ເຮົາ​ຫວັງ​ວ່າ​ຈະ​ຮັກ​ສາ​ຕົ້ນ​ເຫລົ່າ​ນີ້​ໄວ້​ເພື່ອ​ເກັບ​ໝາກ​ຂອງ​ມັນ​ໄວ້ ເພື່ອ​ລະ​ດູ​ການ​ໜ້າ ໃຫ້​ຕົວ​ເຮົາ​ເອງ. ແຕ່​ຈົ່ງ​ເບິ່ງ, ມັນ​ກັບ​ເປັນ​ເໝືອນ​ຕົ້ນ​ໝາກ​ກອກ​ປ່າ​ໄປ​ໝົດ ແລະ ມັນ​ບໍ່​ມີ​ຄຸນ​ຄ່າ​ເລີຍ​ເວັ້ນ​ເສຍ​ແຕ່​ຈະ​ຖືກ ໂຄ່ນ​ລົງ ແລະ ໂຍນ​ເຂົ້າ​ກອງ​ໄຟ; ແລະ ມັນ​ເຮັດ​ໃຫ້​ເຮົາ​ໂສກ​ເສົ້າ​ທີ່​ຈະ​ສູນ​ເສຍ​ຕົ້ນ​ໄມ້​ເຫລົ່າ​ນີ້.

47 ເຮົາ​ຈະ​ເຮັດ​ແນວ​ໃດ​ຕື່ມ​ອີກ​ໃນ​ສວນ​ອະງຸ່ນ​ຂອງ​ເຮົາ? ເຮົາ​ບໍ່​ເຄີຍ​ວາງ​ມື​ຂອງ​ເຮົາ​ລົງ​ທີ່​ບໍ່​ໄດ້​ບຳ​ລຸງ​ມັນ​ບໍ? ບໍ່​ເລີຍ, ເຮົາ​ໄດ້​ບຳ​ລຸງ​ມັນ ແລະ ພວນ​ດິນ​ອ້ອມ​ຕົ້ນ​ມັນ, ແລະ ເຮົາ​ລິ​ງ່າ​ມັນ, ແລະ ເຮົາ​ໃສ່​ປຸຍ​ມັນ, ແລະ ເຮົາ​ໄດ້ ເດ່​ມື​ຂອງ​ເຮົາ​ອອກ​ໄປ​ເກືອບ​ຕະຫລອດ​ທັງ​ວັນ, ແລະ ທີ່​ສຸດ​ເລື່ອນ​ເຂົ້າ​ມາ​ໃກ້​ແລ້ວ, ແລະ ເປັນ​ການ​ໂສກ​ເສົ້າ​ທີ່​ເຮົາ​ຈະ​ໄດ້​ໂຄ່ນ​ຕົ້ນ​ໄມ້​ທຸກ​ຕົ້ນ​ລົງ ໃນ​ສວນ​ອະງຸ່ນ​ຂອງ​ເຮົາ, ແລະ ໂຍນ​ມັນ​ເຂົ້າ​ກອງ​ໄຟ​ເພື່ອ​ໃຫ້​ມັນ​ໄໝ້​ເສຍ. ແມ່ນ​ຜູ້​ໃດ​ເຮັດ​ໃຫ້​ສວນ​ອະງຸ່ນ​ຂອງ​ເຮົາ​ເສຍ​ຫາຍ?

48 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຄົນ​ໃຊ້​ໄດ້​ກ່າວ​ກັບ​ເຈົ້າ​ນາຍ​ຂອງ​ຕົນ​ວ່າ: ບໍ່​ແມ່ນ​ຄວາມ​ທະ​ເຍີ​ທະ​ຍານ​ຂອງ​ສວນ​ອະງຸ່ນ​ຂອງ​ທ່ານ​ບໍ—ງ່າ​ຂອງ​ມັນ​ແຂງ​ແຮງ​ກວ່າ​ຮາກ​ຂອງ​ມັນ​ບໍ? ແລະ ເພາະ​ວ່າ​ງ່າ​ຂອງ​ມັນ​ແຂງ​ແຮງ​ກວ່າ​ຮາກ​ຂອງ​ມັນ; ຈົ່ງ​ເບິ່ງ ມັນ​ຈຶ່ງ​ໃຫຍ່​ໄວ​ກວ່າ​ຄວາມ​ແຂງ​ແຮງ​ຂອງ​ຮາກ​ມັນ ຈຶ່ງ​ເລີ່ມ​ແຂງ​ແຮງ​ເອງ. ຈົ່ງ​ເບິ່ງ, ຂ້າ​ນ້ອຍ​ເວົ້າ​ວ່າ ນີ້​ບໍ່​ແມ່ນ​ສາ​ເຫດ​ໃຫ້​ຕົ້ນ​ໄມ້​ໃນ​ສວນ​ອະງຸ່ນ​ຂອງ​ທ່ານ​ເສຍ​ຫາຍ​ໄປ​ບໍ?

49 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ໄດ້​ກ່າວ​ກັບ​ຄົນ​ໃຊ້​ຂອງ​ເພິ່ນ​ວ່າ: ໃຫ້​ພວກ​ເຮົາ​ລົງ​ໄປ​ໃນ​ສວນ​ອະງຸ່ນ​ເທາະ ແລ້ວ​ໂຄ່ນ​ຕົ້ນ​ໄມ້​ລົງ ແລະ ໂຍນ​ມັນ​ເຂົ້າ​ກອງ​ໄຟ​ເສຍ ເພື່ອ​ມັນ​ຈະ​ບໍ່​ໄດ້​ກີດ​ຂວາງ​ທີ່​ດິນ​ໃນ​ສວນ​ອະງຸ່ນ​ຂອງ​ເຮົາ, ເພາະ​ເຮົາ​ໄດ້​ເຮັດ​ກັບ​ມັນ​ໝົດ​ທຸກ​ຢ່າງ​ແລ້ວ. ເຮົາ​ຈະ​ເຮັດ​ແນວ​ໃດ​ອີກ​ກັບ​ສວນ​ອະງຸ່ນ​ຂອງ​ເຮົາ​ໄດ້?

50 ແຕ່​ຈົ່ງ​ເບິ່ງ, ຄົນ​ໃຊ້​ໄດ້​ກ່າວ​ກັບ​ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ວ່າ: ຂໍ​ໃຫ້​ທ່ານ​ຈົ່ງ​ປ່ອຍ​ປະ​ມັນ​ໄວ້​ຈັກ ຊົ່ວ​ໄລ​ຍະ​ໜຶ່ງ​ກ່ອນ​ເຖີດ.

51 ແລະ ເຈົ້າ​ນາຍ​ໄດ້​ກ່າວ​ວ່າ: ແທ້​ຈິງ​ແລ້ວ, ເຮົາ​ຈະ​ປະ​ມັນ​ໄວ້​ຊົ່ວ​ໄລ​ຍະ​ໜຶ່ງ, ເພາະ​ມັນ​ຈະ​ເຮັດ​ໃຫ້​ເຮົາ​ໂສກ​ເສົ້າ​ໃນ​ການ​ສູນ​ເສຍ​ຕົ້ນ​ໄມ້​ໃນ​ສວນ​ອະງຸ່ນ​ຂອງ​ເຮົາ.

52 ດັ່ງ​ນັ້ນ, ໃຫ້​ພວກ​ເຮົາ​ເອົາ ງ່າ​ຂອງ​ຕົ້ນ​ເຫລົ່າ​ນີ້ ທີ່​ພວກ​ເຮົາ​ປູກ​ໄວ້​ບ່ອນ​ໄກ​ທີ່​ສຸດ​ຂອງ​ສວນ​ອະງຸ່ນ​ຂອງ​ເຮົາ ແລະ ໃຫ້​ຕໍ່​ງ່າ​ມັນ​ເຂົ້າ​ກັບ​ຕົ້ນ​ເກົ່າ​ຂອງ​ມັນ; ແລະ ໃຫ້​ພວກ​ເຮົາ​ຫັກ​ເອົາ​ງ່າ​ເຫລົ່າ​ນັ້ນ​ອອກ​ຈາກ​ຕົ້ນ​ຊຶ່ງ​ໝາກ​ຂອງ​ມັນ​ຂົມ​ທີ່​ສຸດ ແລະ ເອົາ​ກິ່ງ​ເດີມ​ຂອງ​ຕົ້ນ​ຕໍ່​ງ່າ​ເຂົ້າ​ແທນ.

53 ແລະ ເຮົາ​ຈະ​ເຮັດ​ແນວ​ນີ້​ເພື່ອ​ຕົ້ນ​ມັນ​ຈະ​ບໍ່​ຕາຍ, ຊຶ່ງ​ເຮົາ​ອາດ​ຈະ​ຮັກ​ສາ​ຮາກ​ຂອງ​ມັນ​ໄວ້​ໃຫ້​ເຮົາ​ໄດ້ ເພື່ອ​ຈຸດ​ປະສົງ​ຂອງ​ເຮົາ​ເອງ.

54 ເພາະ​ຈົ່ງ​ເບິ່ງ, ຮາກ​ຂອງ​ງ່າ​ເດີມ​ຂອງ​ມັນ​ທີ່​ເຮົາ​ປູກ​ໄວ້​ບ່ອນ​ໃດ​ກໍ​ຕາມ​ແລ້ວ​ແຕ່​ເຮົາ​ຕ້ອງ​ການ​ຍັງ​ມີ​ຊີ​ວິດ​ຢູ່; ດັ່ງ​ນັ້ນ, ເພື່ອ​ເຮົາ​ຈະ​ຮັກ​ສາ​ມັນ​ໄວ້​ເພື່ອ​ຈຸດ​ປະສົງ​ຂອງ​ເຮົາ​ເອງ, ເຮົາ​ຈະ​ເອົາ​ງ່າ​ຂອງ​ຕົ້ນ​ໄມ້​ນີ້​ມາ, ແລະ ເຮົາ​ຈະ ຕໍ່​ງ່າ​ເຂົ້າ​ກັບ​ງ່າ​ເດີມ​ຂອງ​ມັນ. ແທ້​ຈິງ​ແລ້ວ, ເຮົາ​ຈະ​ຕໍ່​ງ່າ​ຂອງ​ຕົ້ນ​ແມ່​ຂອງ​ມັນ​ເຂົ້າ​ກັບ​ມັນ ເພື່ອ​ເຮົາ​ຈະ​ຮັກ​ສາ​ຮາກ​ມັນ​ໄວ້​ໃຫ້​ເຮົາ​ເອງ ເພື່ອ​ວ່າ ເມື່ອ​ມັນ​ຈະ​ແຂງ​ແຮງ​ພໍ ມັນ​ອາດ​ຈະ​ເປັນ​ໝາກ​ດີ​ໃຫ້​ເຮົາ, ແລະ ເຮົາ​ຍັງ​ຈະ​ມີ​ລັດ​ສະ​ໝີ​ພາບ​ດ້ວຍ​ໝາກ​ໃນ​ສວນ​ອະງຸ່ນ​ຂອງ​ເຮົາ.

55 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ທັງ​ສອງ​ໄດ້​ເອົາ​ງ່າ​ຈາກ​ຕົ້ນ​ເດີມ ຊຶ່ງ​ກັບ​ກາຍ​ເປັນ​ຕົ້ນ​ປ່າ​ໄປ, ແລະ ຕໍ່​ງ່າ​ເຂົ້າ​ກັບ​ຕົ້ນ​ເດີມ​ທັງ​ຫລາຍ, ຊຶ່ງ​ກັບ​ກາຍ​ເປັນ​ຕົ້ນ​ປ່າ​ໄປ​ແລ້ວ​ນຳ​ກັນ.

56 ແລະ ທັງ​ສອງ​ເອົາ​ງ່າ​ຈາກ​ຕົ້ນ​ເດີມ ຊຶ່ງ​ກັບ​ເປັນ​ຕົ້ນ​ປ່າ​ໄປ​ແລ້ວ ແລະ ຕໍ່​ງ່າ​ເຂົ້າ​ກັບ​ຕົ້ນ​ແມ່​ຂອງ​ມັນ.

57 ແລະ ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ໄດ້​ກ່າວ​ກັບ​ຄົນ​ໃຊ້​ວ່າ: ຢ່າ​ໄດ້​ຫັກ​ງ່າ​ປ່າ​ອອກ​ຈາກ​ຕົ້ນ​ມັນ​ເລີຍ, ນອກ​ຈາກ​ວ່າ​ງ່າ​ໃດ​ທີ່​ເປັນ​ໝາກ​ຂົມ​ທີ່​ສຸດ; ແລະ ເຈົ້າ​ຈົ່ງ​ຕໍ່​ງ່າ​ເຂົ້າ​ກັບ​ມັນ​ຕາມ​ທີ່​ເຮົາ​ກ່າວ​ໄວ້.

58 ແລະ ພວກ​ເຮົາ​ຈະ​ບຳ​ລຸງ​ຕົ້ນ​ໄມ້​ໃນ​ສວນ​ອະງຸ່ນ​ອີກ, ແລະ ພວກ​ເຮົາ​ຈະ​ຕັດ​ແປງ​ງ່າ​ຂອງ​ມັນ; ແລະ ພວກ​ເຮົາ​ຈະ​ຫັກ​ງ່າ​ສຸກ​ເຫລົ່າ​ນັ້ນ ຊຶ່ງ​ຕ້ອງ​ຕາຍ​ອອກ​ຈາກ​ຕົ້ນ ແລະ ໂຍນ​ມັນ​ເຂົ້າ​ໃນ​ກອງ​ໄຟ.

59 ແລະ ເຮົາ​ເຮັດ​ແນວ​ນີ້ ເພື່ອ​ຮາກ​ຂອງ​ມັນ​ອາດ​ຈະ​ມີ​ກຳ​ລັງ​ເພາະ​ຄວາມ​ດີ​ຂອງ​ມັນ; ແລະ ເພາະ​ການ​ປ່ຽນ​ງ່າ​ຂອງ​ມັນ, ເພື່ອ​ຄວາມ​ດີ​ຈະ​ຊະນະ​ຄວາມ​ຊົ່ວ.

60 ແລະ ເພາະ​ວ່າ​ເຮົາ​ຮັກ​ສາ​ງ່າ​ເດີມ ແລະ ຮາກ​ຂອງ​ມັນ​ໄວ້ ແລະ ວ່າ​ເຮົາ​ໄດ້​ເອົາ​ງ່າ​ເດີມ​ຕໍ່​ງ່າ​ເຂົ້າ​ກັບ​ຕົ້ນ​ແມ່​ອີກ ແລະ ຮັກ​ສາ​ຮາກ​ຕົ້ນ​ແມ່​ຂອງ​ມັນ​ເພື່ອ​ຕົ້ນ​ໃນ​ສວນ​ອະງຸ່ນ​ຂອງ​ເຮົາ​ອາດ​ຈະ​ເປັນ ໝາກ​ດີ​ອີກ; ແລະ ເພື່ອ​ເຮົາ​ຈະ​ໄດ້​ມີ​ຄວາມ​ສຸກ​ອີກ​ດ້ວຍ​ໝາກ​ໄມ້​ໃນ​ສວນ​ອະງຸ່ນ​ຂອງ​ເຮົາ ແລະ ເພື່ອ​ເຮົາ​ອາດ​ຈະ​ປິ​ຕິ​ຍິນ​ດີ​ຢ່າງ​ຍິ່ງ​ທີ່​ເຮົາ​ໄດ້​ຮັກ​ສາ​ຮາກ ແລະ ງ່າ​ຂອງ​ໝາກ​ທຳ​ອິດ​ໄວ້—

61 ດັ່ງ​ນັ້ນ, ຈົ່ງ​ໄປ​ເຖີດ, ແລະ ຮ້ອງ ພວກ​ຄົນ​ໃຊ້​ມາ ເພື່ອ​ພວກ​ເຮົາ​ຈະ​ໄດ້ ເຮັດ​ວຽກ​ງານ​ຢ່າງ​ພາກ​ພຽນ​ໃນ​ສວນ​ອະງຸ່ນ​ດ້ວຍ​ກຳ​ລັງ​ເພື່ອ​ພວກ​ເຮົາ​ຈະ​ໄດ້​ຕຽມ​ທາງ​ໄວ້ ເພື່ອ​ເຮົາ​ຈະ​ໄດ້​ນຳ​ເອົາ​ໝາກ​ເດີມ​ອອກ​ມາ​ອີກ ຊຶ່ງ​ໝາກ​ເດີມ​ນັ້ນ​ດີ ແລະ ມີ​ຄຸນ​ຄ່າ​ຫລາຍ​ກວ່າ​ໜ່ວຍ​ອື່ນໆ​ທັງ​ໝົດ.

62 ດັ່ງ​ນັ້ນ, ໃຫ້​ພວກ​ເຮົາ​ພາ​ກັນ​ໄປ​ເຖີດ ເພື່ອ​ຈະ​ໄດ້​ອອກ​ແຮງ​ດ້ວຍ​ກຳ​ລັງ​ຂອງ​ພວກ​ເຮົາ​ເປັນ​ເທື່ອ​ສຸດ​ທ້າຍ, ເພາະ​ຈົ່ງ​ເບິ່ງ​ທີ່​ສຸດ​ໃກ້​ເຂົ້າ​ມາ​ແລ້ວ, ແລະ ນີ້​ເປັນ​ເທື່ອ​ສຸດ​ທ້າຍ​ທີ່​ເຮົາ​ຈະ​ລິ​ງ່າ​ໃນ​ສວນ​ອະງຸ່ນ​ຂອງ​ເຮົາ.

63 ຈົ່ງ​ຕໍ່​ງ່າ​ໄມ້​ເຂົ້າ​ກັນ; ຈົ່ງ​ເລີ່ມ​ຈາກ​ຕົ້ນ ສຸດ​ທ້າຍ​ເພື່ອ​ມັນ​ຈະ​ໄດ້​ເປັນ​ຕົ້ນ​ທຳ​ອິດ, ແລະ ຕົ້ນ​ທຳ​ອິດ​ຈະ​ໄດ້​ເປັນ​ຕົ້ນ​ສຸດ​ທ້າຍ, ແລະ ຈົ່ງ​ພວນ​ດິນ​ຮອບ ທັງ​ຕົ້ນ​ແກ່ ແລະ ຕົ້ນ​ອ່ອນ, ທັງ​ຕົ້ນ​ທຳ​ອິດ​ແລະ ຕົ້ນ​ສຸດ​ທ້າຍ; ແລະ ທັງ​ຕົ້ນ​ສຸດ​ທ້າຍ ແລະ ຕົ້ນ​ທຳ​ອິດ, ເພື່ອ​ທຸກ​ຕົ້ນ​ຈະ​ໄດ້​ຮັບ​ການ​ບຳ​ລຸງ​ຮັກ​ສາ​ອີກ​ເປັນ​ເທື່ອ​ສຸດ​ທ້າຍ.

64 ດັ່ງ​ນັ້ນ, ຈົ່ງ​ພວນ​ດິນ​ຮອບ​ຕົ້ນ​ມັນ, ແລະ ລິ​ງ່າ​ມັນ, ແລະ ໃສ່​ປຸຍ​ອີກ​ເປັນ​ເທື່ອ​ສຸດ​ທ້າຍ, ເພາະ​ວ່າ​ທີ່​ສຸດ​ໃກ້​ເຂົ້າ​ມາ​ແລ້ວ. ແລະ ຖ້າ​ຫາກ​ເປັນ​ໄປ​ວ່າ ງ່າ​ໄມ້​ເຫລົ່າ​ນີ້​ທີ່​ເຮົາ​ຫາ​ກໍ​ຕໍ່​ງ່າ​ເຂົ້າ​ກັນ​ຈະ​ເຕີບ​ໂຕ​ຂຶ້ນ, ແລະ ອອກ​ໝາກ​ເດີມ, ເມື່ອ​ນັ້ນ​ເຈົ້າ​ຈົ່ງ​ຕຽມ​ທາງ​ໄວ້​ໃຫ້​ມັນ​ເພື່ອ​ມັນ​ຈະ​ໄດ້​ເຕີບ​ໂຕ​ຂຶ້ນ.

65 ແລະ ຂະນະ​ທີ່​ມັນ​ເລີ່ມ​ເຕີບ​ໂຕ​ຂຶ້ນ ເຈົ້າ​ຈົ່ງ​ຕັດ​ງ່າ​ທີ່​ເປັນ​ໝາກ​ຂົມ​ອອກ​ຕາມ​ຄວາມ​ແຂງ​ແຮງ​ຂອງ​ງ່າ​ດີ ແລະ ຂະ​ໜາດ​ຂອງ​ມັນ; ແລະ ເຈົ້າ​ຢ່າ​ໄດ້​ຕັດ​ງ່າ​ບໍ່​ດີ ອອກ​ໝົດ​ບາດ​ດຽວ, ຢ້ານ​ວ່າ​ຮາກ​ຂອງ​ມັນ​ຈະ​ແຂງ​ແຮງ​ເກີນ​ໄປ​ສຳ​ລັບ​ງ່າ​ທີ່​ຫາ​ກໍ​ຕໍ່​ໃສ່, ແລະ ງ່າ​ທີ່​ຫາ​ກໍ​ຕໍ່​ໃສ່​ນັ້ນ​ຈະ​ຕາຍ, ແລະ ເຮົາ​ຈະ​ສູນ​ເສຍ​ຕົ້ນ​ຂອງ​ສວນ​ອະງຸ່ນ​ຂອງ​ເຮົາ.

66 ເພາະ​ມັນ​ເຮັດ​ໃຫ້​ເຮົາ​ໂສກ​ເສົ້າ​ທີ່​ຈະ​ສູນ​ເສຍ​ຕົ້ນ​ຂອງ​ສວນ​ອະງຸ່ນ​ຂອງ​ເຮົາ; ດັ່ງ​ນັ້ນ, ຈົ່ງ​ຕັດ​ງ່າ​ບໍ່​ດີ​ອອກ ຕາບ​ໃດ​ທີ່​ງ່າ​ດີ​ໃຫຍ່​ຂຶ້ນ ເພື່ອ​ຮາກ​ກັບ​ຍອດ​ຈະ​ໄດ້​ມີ​ກຳ​ລັງ​ເທົ່າ​ກັນ, ຈົນ​ງ່າ​ດີ​ຈະ​ມີ​ກຳ​ລັງ​ເໜືອ​ກວ່າ​ງ່າ​ບໍ່​ດີ, ແລະ ງ່າ​ບໍ່​ດີ​ຈະ​ຖືກ​ໂຄ່ນ​ລົງ ແລະ ໂຍນ​ເຂົ້າ​ກອງ​ໄຟ, ເພື່ອ​ຈະ​ບໍ່​ໄດ້​ເປັນ​ສິ່ງ​ກີດ​ຂວາງ​ທີ່​ດິນ​ຂອງ​ສວນ​ອະງຸ່ນ​ຂອງ​ເຮົາ; ແລະ ໂດຍ​ວິ​ທີ​ນີ້ ເຮົາ​ຈະ​ກວາດ​ງ່າ​ບໍ່​ດີ​ອອກ​ຈາກ​ສວນ​ອະງຸ່ນ​ຂອງ​ເຮົາ.

67 ສ່ວນ​ງ່າ​ຂອງ​ຕົ້ນ​ເດີມ​ນັ້ນ ເຮົາ​ຈະ​ຕໍ່​ງ່າ​ເຂົ້າ​ກັບ​ຕົ້ນ​ເດີມ​ຄືນ​ຄື​ເກົ່າ;

68 ແລະ ງ່າ​ຂອງ​ຕົ້ນ​ເດີມ ເຮົາ​ຈະ​ຕໍ່​ງ່າ​ເຂົ້າ​ກັບ​ງ່າ​ເດີມ​ຂອງ​ຕົ້ນ​ມັນ; ແລະ ໂດຍ​ວິ​ທີ​ນີ້ ເຮົາ​ຈະ​ເອົາ​ມັນ​ມາ​ລວມ​ກັນ​ອີກ; ເພື່ອ​ວ່າ ມັນ​ຈະ​ອອກ​ໝາກ​ເດີມ ແລະ ມັນ​ຈະ​ເປັນ​ອັນ​ໜຶ່ງ​ດຽວ​ກັນ.

69 ແລະ ໝາກ​ບໍ່​ດີ​ຈະ​ຖືກ ໂຍນ​ຖິ້ມ, ແທ້​ຈິງ​ແລ້ວ, ໃຫ້​ມັນ​ອອກ​ຈາກ​ທີ່​ດິນ​ທັງ​ໝົດ​ໃນ​ສວນ​ອະງຸ່ນ​ຂອງ​ເຮົາ; ເພາະ​ຈົ່ງ​ເບິ່ງ, ເຮົາ​ຈະ​ລິ​ງ່າ​ໃນ​ສວນ​ອະງຸ່ນ​ຂອງ​ເຮົາ​ພຽງ​ເທື່ອ​ດຽວ​ເທົ່າ​ນັ້ນ.

70 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ສວນ​ອະງຸ່ນ​ໄດ້​ສົ່ງ ຄົນ​ໃຊ້​ຂອງ​ພຣະ​ອົງ​ໃຫ້​ອອກ​ໄປ; ແລະ ຄົນ​ໃຊ້​ໄດ້​ປະ​ຕິ​ບັດ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ເຂົາ, ແລະ ນຳ​ຄົນ​ໃຊ້​ຜູ້​ອື່ນ​ມາ; ແລະ ພວກ​ເຂົາ​ມີ​ຈຳນວນ​ພຽງ ເລັກ​ໜ້ອຍ.

71 ແລະ ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ໄດ້​ກ່າວ​ກັບ​ພວກ​ຄົນ​ໃຊ້​ວ່າ: ຈົ່ງ​ໄປ ແລະ ອອກ ແຮງ​ງານ​ໃນ​ສວນ​ອະງຸ່ນ​ດ້ວຍ​ກຳ​ລັງ​ຂອງ​ພວກ​ເຈົ້າ. ເພາະ​ຈົ່ງ​ເບິ່ງ, ນີ້​ເປັນ ເທື່ອ​ສຸດ​ທ້າຍ​ທີ່​ເຮົາ​ຈະ​ບຳ​ລຸງ​ສວນ​ອະງຸ່ນ​ຂອງ​ເຮົາ; ເພາະ​ທີ່​ສຸດ​ໃກ້​ຈະ​ມາ​ເຖິງ​ແລ້ວ; ແລະ ລະ​ດູ​ການ​ຈະ​ມາ​ເຖິງ​ຢ່າງ​ວ່ອງ​ໄວ; ແລະ ຖ້າ​ຫາກ ພວກ​ເຈົ້າ​ອອກ​ແຮງ​ດ້ວຍ​ກຳ​ລັງ​ຂອງ​ພວກ​ເຈົ້າ​ຮ່ວມ​ກັບ​ເຮົາ​ແລ້ວ ພວກ​ເຈົ້າ​ຈະ​ມີ ຄວາມ​ສຸກ ໃນ​ໝາກ​ໄມ້ ຊຶ່ງ​ເຮົາ​ຈະ​ເກັບ​ໄວ້ ເພື່ອ​ລະ​ດູ​ການ​ໜ້າ ໃຫ້​ຕົວ​ເຮົາ​ເອງ ຊຶ່ງ​ຈະ​ມາ​ເຖິງ​ໃນ​ບໍ່​ຊ້າ​ນີ້.

72 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ຄົນ​ໃຊ້​ໄດ້​ອອກ​ໄປ ແລະ ອອກ​ແຮງ​ງານ​ດ້ວຍ​ກຳ​ລັງ​ຂອງ​ຕົນ; ແລະ ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ໄດ້​ອອກ​ແຮງ​ງານ​ຮ່ວມ​ກັບ​ພວກ​ເຂົາ; ແລະ ພວກ​ເຂົາ​ໄດ້​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ທຸກ​ປະ​ການ.

73 ແລະ ໝາກ​ເດີມ​ເລີ່ມ​ເກີດ​ຂຶ້ນ​ໃນ​ສວນ​ອະງຸ່ນ​ອີກ; ແລະ ງ່າ​ເດີມ​ກໍ​ເລີ່ມ​ເຕີບ​ໂຕ ແລະ ງອກ​ງາມ​ຢ່າງ​ຍິ່ງ; ແລະ ງ່າ​ປ່າ​ເລີ່ມ​ຖືກ​ຫັກ​ອອກ ແລະ ໂຍນ​ຖິ້ມ; ແລະ ພວກ​ເຂົາ​ໄດ້​ຮັກ​ສາ​ຮາກ ແລະ ຍອດ​ຂອງ​ມັນ​ໄວ້​ສະເໝີ​ກັນ, ຕາມ​ຄວາມ​ແຂງ​ແຮງ​ຂອງ​ມັນ.

74 ແລະ ພວກ​ເຂົາ​ໄດ້​ອອກ​ແຮງ​ດ້ວຍ​ສຸດ​ຄວາມ​ພາກ​ພຽນ​ຕາມ​ຄຳ​ບັນຊາ​ຂອງ​ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ ຈົນ​ວ່າ​ອັນ​ບໍ່​ດີ​ຖືກ​ໂຍນ​ຖິ້ມ​ອອກ​ນອກ​ສວນ​ອະງຸ່ນ, ແລະ ເຈົ້າ​ນາຍ​ໄດ້​ຮັກ​ສາ​ໄວ້​ໃຫ້​ເພິ່ນ​ເອງ​ຈົນ​ວ່າ​ຕົ້ນ​ກັບ​ເປັນ​ໝາກ​ເດີມ​ອີກ; ແລະ ມັນ​ກັບ​ເປັນ​ເໝືອນ​ຕົ້ນ ດຽວ​ກັນ ແລະ ມີ​ໝາກ​ເທົ່າ​ກັນ; ແລະ ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ໄດ້​ຮັກ​ສາ​ໝາກ​ເດີມ, ຊຶ່ງ​ມີ​ຄ່າ​ທີ່​ສຸດ​ຕໍ່​ເພິ່ນ​ມາ​ຕັ້ງ​ແຕ່​ຕົ້ນ​ໄວ້​ໃຫ້​ເພິ່ນ​ເອງ.

75 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ເຈົ້າ​ນາຍ​ຂອງ​ສວນ​ອະງຸ່ນ​ເຫັນ​ວ່າ​ໝາກ​ໄມ້​ຂອງ​ເພິ່ນ​ດີ, ແລະ ເຫັນ​ວ່າ​ສວນ​ອະງຸ່ນ​ຂອງ​ເພິ່ນ​ບໍ່​ເສຍ​ຫາຍ​ອີກ​ຕໍ່​ໄປ​ແລ້ວ, ເພິ່ນ​ໄດ້​ເອີ້ນ​ຄົນ​ໃຊ້​ຂອງ​ເພິ່ນ​ມາ​ຫາ ແລະ ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ຈົ່ງ​ເບິ່ງ, ພວກ​ເຮົາ​ໄດ້​ບຳ​ລຸງ​ສວນ​ອະງຸ່ນ​ຂອງ​ເຮົາ​ເປັນ​ເທື່ອ​ສຸດ​ທ້າຍ; ແລະ ພວກ​ເຈົ້າ​ເຫັນ​ວ່າ​ເຮົາ​ເຮັດ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ເຮົາ; ແລະ ເຮົາ​ໄດ້​ຮັກ​ສາ​ໝາກ​ເດີມ​ຂອງ​ມັນ​ໄວ້​ຈົນ​ມັນ​ດີ ເໝືອນ​ດັ່ງ​ແຕ່​ກ່ອນ. ແລະ ພວກ​ເຈົ້າ ເປັນ​ສຸກ​ແລ້ວ; ເພາະ​ເນື່ອງ​ດ້ວຍ​ວ່າ​ພວກ​ເຈົ້າ​ອອກ​ແຮງ​ງານ​ຢ່າງ​ພາກ​ພຽນ​ກັບ​ເຮົາ​ໃນ​ສວນ​ອະງຸ່ນ​ຂອງ​ເຮົາ, ແລະ ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ​ເປັນ​ຢ່າງ​ດີ, ແລະ ນຳ​ເອົາ ໝາກ​ເດີມ​ມາ​ໃຫ້​ເຮົາ​ອີກ, ຈົນ​ສວນ​ອະງຸ່ນ​ຂອງ​ເຮົາ​ບໍ່​ເສຍ​ຫາຍ​ອີກ​ຕໍ່​ໄປ, ແລະ ງ່າ​ໃດ​ທີ່​ບໍ່​ດີ​ກໍ​ຖືກ​ໂຍນ​ຖິ້ມ​ໝົດ, ຈົ່ງ​ເບິ່ງ ພວກ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ກັບ​ເຮົາ​ແລ້ວ​ເພາະ​ໝາກ​ໄມ້​ໃນ​ສວນ​ອະງຸ່ນ​ຂອງ​ເຮົາ.

76 ເພາະ​ຈົ່ງ​ເບິ່ງ, ເຮົາ​ຈະ​ເກັບ​ໝາກ​ໄມ້​ໃນ​ສວນ​ອະງຸ່ນ​ໄວ້​ໃຫ້​ຕົວ​ເຮົາ​ເອງ​ເປັນ​ເວລາ ຍາວ​ນານ​ເພື່ອ​ລະ​ດູ​ການ​ໜ້າ, ຊຶ່ງ​ຈະ​ມາ​ເຖິງ​ຢ່າງ​ວ່ອງ​ໄວ; ແລະ ເຮົາ​ໄດ້​ບຳ​ລຸງ​ສວນ​ອະງຸ່ນ​ຂອງ​ເຮົາ​ເປັນ​ເທື່ອ​ສຸດ​ທ້າຍ, ແລະ ລິ​ງ່າ, ແລະ ພວນ​ດິນ​ຮອບ​ຕົ້ນ​ໄມ້, ແລະ ໃສ່​ປຸຍ; ດັ່ງ​ນັ້ນ, ເຮົາ​ຈະ​ເກັບ​ໝາກ​ໄມ້​ໄວ້​ໃຫ້​ເຮົາ​ເປັນ​ເວລາ​ຍາວ​ນານ​ຕາມ​ທີ່​ເຮົາ​ໄດ້​ເວົ້າ​ໄວ້.

77 ແລະ ເມື່ອ​ເວລາ​ມາ​ເຖິງ ໝາກ​ບໍ່​ດີ​ຈະ​ເກີດ​ໃນ​ສວນ​ອະງຸ່ນ​ຂອງ​ເຮົາ​ອີກ, ເມື່ອ​ນັ້ນ​ເຮົາ​ຈະ​ເອົາ​ໝາກ​ດີ ແລະ ໝາກ​ບໍ່​ດີ​ມາ​ໂຮມ​ກັນ; ແລະ ເຮົາ​ຈະ​ຮັກ​ສາ​ໝາກ​ດີ​ໄວ້​ໃຫ້​ຕົວ​ເຮົາ​ເອງ, ແລະ ເຮົາ​ຈະ​ໂຍນ​ໝາກ​ທີ່​ບໍ່​ດີ​ຖິ້ມ​ໄວ້​ໃນ​ບ່ອນ​ຂອງ​ມັນ​ເອງ. ແລະ ເມື່ອ​ນັ້ນ ລະ​ດູ​ການ ແລະ ທີ່​ສຸດ​ຍ່ອມ​ມາ​ເຖິງ; ແລະ ເຮົາ​ຈະ​ເຮັດ​ໃຫ້​ສວນ​ອະງຸ່ນ​ຂອງ​ເຮົາ ໄໝ້​ດ້ວຍ​ໄຟ.