ພຣະ​ຄຳ​ພີ
ຢາໂຄບ 6


ບົດ​ທີ 6

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳ​ອິດສະ​ຣາເອນ​ຄືນ​ມາ​ໃນ​ຍຸກ​ສຸດ​ທ້າຍ—ໂລກ​ຈະ​ຖືກ​ເຜົາ​ຜານ​ດ້ວຍ​ໄຟ—ມະນຸດ​ຕ້ອງ​ຕິດ​ຕາມ​ພຣະ​ຄຣິດ​ເພື່ອ​ຫລີກ​ເວັ້ນ​ທະເລ​ໄຟ ແລະ ມາດ. ປະ​ມານ 544–421 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້, ຈົ່ງ​ເບິ່ງ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ເໝືອນ​ດັ່ງ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ພວກ​ທ່ານ​ມາ​ແລ້ວ​ວ່າ ຂ້າ​ພະ​ເຈົ້າ​ຈະ​ທຳ​ນາຍ, ຈົ່ງ​ເບິ່ງ, ນີ້​ຄື​ຄຳ​ທຳ​ນາຍ​ຂອງ​ຂ້າ​ພະ​ເຈົ້າ—ວ່າ​ສິ່ງ​ທີ່​ສາດ​ສະ​ດາ ຊີ​ນັດ​ໄດ້​ເວົ້າ​ກ່ຽວ​ກັບ​ເຊື້ອ​ສາຍ​ອິດສະ​ຣາເອນ, ຊຶ່ງ​ເລື່ອງ​ທີ່​ເພິ່ນ​ໄດ້​ປຽບ​ທຽບ​ພວກ​ເຂົາ​ເໝືອນ​ດັ່ງ​ຕົ້ນ​ໝາກ​ກອກ​ເທດ​ໃນ​ສວນ​ຈະ​ຕ້ອງ​ເກີດ​ຂຶ້ນ​ຢ່າງ​ແນ່​ນອນ.

2 ແລະ ວັນ​ທີ່​ພຣະ​ອົງ​ຈະ​ວາງ​ພຣະ​ຫັດ​ລົງ​ເປັນ​ເທື່ອ​ທີ​ສອງ​ເພື່ອ​ນຳ​ຜູ້​ຄົນຂອງ​ພຣະ​ອົງ ກັບ​ມາ​ໃນ​ວັນ​ນັ້ນ, ແທ້​ຈິງ​ແລ້ວ, ເປັນ​ເທື່ອ​ສຸດ​ທ້າຍ​ທີ່ ພວກ​ຄົນ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ອອກ​ໄປ​ດ້ວຍ ອຳນາດ​ຂອງ​ພຣະ​ອົງ​ເພື່ອ ບຳ​ລຸງ ແລະ ລິ​ງ່າ​ໄມ້​ໃນ​ສວນ ອະງຸ່ນ​ຂອງ​ພຣະ​ອົງ; ແລະ ຫລັງ​ຈາກ​ນັ້ນ ທີ່​ສຸດ​ຍ່ອມ​ມາ​ເຖິງ​ໃນ​ບໍ່​ຊ້າ​ນີ້.

3 ແລະ ຜູ້​ທີ່​ອອກ​ແຮງ​ງານ​ຢ່າງ​ພາກ​ພຽນ​ໃນ​ສວນ​ອະງຸ່ນ​ຂອງ​ເພິ່ນ ຈະ​ມີ​ຄວາມ​ສຸກ​ພຽງ​ໃດ; ແລະ ຜູ້​ທີ່​ຈະ​ຖືກ​ຂັບ​ໄລ່​ໄປ​ຫາ​ບ່ອນ​ຂອງ​ຕົນ​ຈະ​ຖືກ​ສາບ​ແຊ່ງ​ຫລາຍ​ພຽງ​ໃດ! ແລະ ໂລກ​ນີ້​ຈະ​ຖືກ ເຜົາ​ຜານ​ດ້ວຍ​ໄຟ.

4 ແລະ ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ເມດ​ຕາ​ຕໍ່​ພວກ​ເຮົາ​ພຽງ​ໃດ, ເພາະ​ພຣະ​ອົງ​ລະ​ນຶກ​ເຖິງ​ເຊື້ອ​ສາຍ ອິດສະ​ຣາເອນ; ທັງ​ຮາກ ແລະ ງ່າ; ແລະ ພຣະ​ອົງ​ໄດ້​ຍື່ນ ພຣະ​ຫັດ​ຂອງ​ພຣະ​ອົງ​ອອກ​ໄປ​ໃຫ້​ພວກ​ເຂົາ​ຕະຫລອດ​ທັງ​ວັນ; ແລະ ພວກ​ເຂົາ​ເປັນ​ຄົນ​ແຂງ​ຄໍ ແລະ ມັກ ຂັດ​ຄໍ; ແຕ່​ຄົນ​ທັງ​ຫລາຍ​ທີ່​ຈະ​ບໍ່​ເຮັດ​ໃຈ​ແຂງ​ກະ​ດ້າງ​ຈະ​ລອດ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.

5 ດັ່ງ​ນັ້ນ, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ວິງ​ວອນ​ພວກ​ທ່ານ​ດ້ວຍ​ຄຳ​ທີ່​ມີ​ສະ​ຕິ​ສຳ​ປະ​ຊັນ​ຍະ ໃຫ້​ພວກ​ທ່ານ​ກັບ​ໃຈ ແລະ ມາ​ດ້ວຍ​ຈຸດ​ປະສົງ​ເຕັມ​ທີ່​ແຫ່ງ​ໃຈ, ແລະ ໃກ້​ຊິດ​ຕິດ​ແທດ​ກັບ​ພຣະ​ເຈົ້າ​ເໝືອນ​ດັ່ງ​ພຣະ​ອົງ​ໃກ້​ຊິດ​ຕິດ​ແທດ​ກັບ​ພວກ​ທ່ານ. ແລະ ຂະນະ​ທີ່ ພຣະ​ຫັດ​ແຫ່ງ​ພຣະ​ເມດ​ຕາ​ຂອງ​ພຣະ​ອົງ​ຍັງ​ເດ່​ມາ​ຫາ​ພວກ​ທ່ານ​ຢູ່​ໃນ​ຄວາມ​ສະ​ຫວ່າງ​ຂອງ​ກາງ​ເວັນ, ຢ່າ​ເຮັດ​ໃຈ​ແຂງ​ກະ​ດ້າງ​ເລີຍ.

6 ແທ້​ຈິງ​ແລ້ວ, ມື້​ນີ້​ຖ້າ​ຫາກ​ພວກ​ທ່ານ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ແລ້ວ, ກໍ​ຢ່າ​ເຮັດ​ໃຈ​ແຂງ​ກະ​ດ້າງ; ເພາະ​ເຫດ​ໃດ​ພວກ​ທ່ານ​ຈະ ຕາຍ?

7 ​ເພາະ​ຈົ່ງ​ເບິ່ງ, ຫລັງ​ຈາກ​ພວກ​ທ່ານ​ໄດ້​ຮັບ​ການ​ບຳ​ລຸງ​ດ້ວຍ​ພຣະ​ຄຳ​ອັນ​ປະ​ເສີດ​ຂອງ​ພຣະ​ເຈົ້າ​ຕະຫລອດ​ທັງ​ວັນ​ແລ້ວ, ພວກ​ທ່ານ​ຍັງ​ອອກ​ໝາກ​ບໍ່​ດີ​ຈົນ​ວ່າ​ພວກ​ທ່ານ​ຕ້ອງ​ຖືກ ໂຄ່ນ​ລົງ ແລະ ໂຍນ​ເຂົ້າ​ກອງ​ໄຟ​ບໍ?

8 ຈົ່ງ​ເບິ່ງ, ພວກ​ທ່ານ​ຈະ​ປະ​ຕິ​ເສດ​ຄຳ​ເຫລົ່າ​ນີ້​ບໍ? ພວກ​ທ່ານ​ຈະ​ປະ​ຕິ​ເສດ​ຂໍ້​ຄວາມ​ຂອງ​ສາດ​ສະ​ດາ​ບໍ? ແລະ ພວກ​ທ່ານ​ຈະ​ປະ​ຕິ​ເສດ​ຂໍ້​ຄວາມ​ທັງ​ໝົດ ຊຶ່ງ​ໄດ້​ເວົ້າ​ໄວ້​ກ່ຽວ​ກັບ​ພຣະ​ຄຣິດ, ຫລັງ​ຈາກ​ທີ່​ຫລາຍ​ຄົນ​ໄດ້​ເວົ້າ​ກ່ຽວ​ກັບ​ພຣະ​ອົງ; ແລະ ຈະ​ປະ​ຕິ​ເສດ​ພຣະ​ຄຳ​ອັນ​ປະ​ເສີດ​ຂອງ​ພຣະ​ຄຣິດ ແລະ ອຳນາດ​ຂອງ​ພຣະ​ເຈົ້າ ແລະ ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ຂັດ​ຂືນ​ພຣະ​ວິນ​ຍານ​ສັກ​ສິດ, ແລະ ເຍາະ​ເຍີ້ຍ​ແຜນ​ແຫ່ງ​ການ​ໄຖ່​ອັນ​ຍິ່ງ​ໃຫຍ່​ຊຶ່ງ​ກຳ​ນົດ​ໄວ້​ໃຫ້​ພວກ​ທ່ານ​ບໍ?

9 ພວກ​ທ່ານ​ຮູ້​ບໍ​ວ່າ ຖ້າ​ຫາກ​ພວກ​ທ່ານ​ເຮັດ​ສິ່ງ​ເຫລົ່າ​ນີ້ ອຳນາດ​ແຫ່ງ​ການ​ໄຖ່ ແລະ ການ​ຟື້ນ​ຄືນ​ຊີ​ວິດ​ຊຶ່ງ​ມີ​ຢູ່​ໃນ​ພຣະ​ຄຣິດ​ຈະ​ນຳ​ເອົາ​ຕົວ​ພວກ​ທ່ານ​ມາ​ຢືນ​ຢູ່​ດ້ວຍ​ຄວາມ​ອັບ​ອາຍ ແລະ ຄວາມ​ຮູ້​ສຶກ​ຜິດ​ອັນ​ເປັນ​ຕາ​ຢ້ານ​ຕໍ່​ໜ້າ ບ່ອນ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ?

10 ແລະ ຕາມ​ອຳນາດ​ແຫ່ງ ຄວາມ​ຍຸດ​ຕິ​ທຳ, ເພາະ​ວ່າ​ຄວາມ​ຍຸດ​ຕິ​ທຳ​ຈະ​ຖືກ​ປະ​ຕິ​ເສດ​ບໍ່​ໄດ້, ພວກ​ທ່ານ​ຈະ​ຕ້ອງ​ອອກ​ໄປ​ສູ່ ທະເລ​ໄຟ ແລະ ມາດ, ຊຶ່ງ​ແປວ​ຂອງ​ມັນ​ບໍ່​ຮູ້​ຈັກ​ມອດ, ແລະ ຄວັນ​ຂອງ​ມັນ​ຈະ​ລອຍ​ຂຶ້ນ ຕະຫລອດ​ການ ແລະ ຕະຫລອດ​ໄປ, ຊຶ່ງ​ທະເລ​ໄຟ ແລະ ມາດ ຄື ຄວາມ​ທໍ​ລະ​ມານ ທີ່​ບໍ່​ມີ​ວັນ​ສິ້ນ​ສຸດ.

11 ໂອ້ ຕໍ່​ໄປ​ນີ້, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ພວກ​ທ່ານ​ຈົ່ງ​ກັບ​ໃຈ, ແລະ ເຂົ້າ​ມາ​ໃນ ປະຕູ​ທີ່​ຄັບ ແລະ ດຳ​ເນີນ​ໄປ​ຕາມ​ເສັ້ນ​ທາງ​ທີ່​ແຄບ, ຈົນ​ກະ​ທັ້ງ​ພວກ​ທ່ານ​ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ.

12 ໂອ້ ຈົ່ງ​ເປັນ ຄົນ​ສະຫລາດ, ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ຫຍັງ​ໄດ້​ຕື່ມ​ອີກ?

13 ສຸດ​ທ້າຍ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ຄຳ​ອຳ​ລາ​ພວກ​ທ່ານ ຈົນ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ພົບ​ພວກ​ທ່ານ​ອີກ​ຕໍ່​ໜ້າ​ບ່ອນ​ພິ​ພາກ​ສາ​ອັນ​ໜ້າ​ພໍ​ພຣະ​ໄທ​ຂອງ​ພຣະ​ເຈົ້າ, ຊຶ່ງ​ບ່ອນ​ພິ​ພາກ​ສາ​ນັ້ນ​ຈະ​ສຽບ​ແທງ​ຄົນ​ຊົ່ວ​ດ້ວຍ​ຄວາມ​ສະ​ທ້ານ ຢ້ານ​ກົວ​ອັນ ເປັນ​ຕາ​ຢ້ານ. ອາ​ແມນ.