ພຣະ​ຄຳ​ພີ
ຢາໂຄບ 3


ບົດ​ທີ 3

ຜູ້​ທີ່​ມີ​ໃຈ​ບໍ​ລິ​ສຸດ​ຮັບ​ພຣະ​ຄຳ​ອັນ​ໜ້າ​ພໍ​ໃຈ​ຂອງ​ພຣະ​ເຈົ້າ—ຊາ​ວ​ເລມັນ​ຊອບ​ທຳ​ກວ່າ​ຊາວ​ນີໄຟ—ຢາໂຄບ​ເຕືອນ​ຕໍ່​ຕ້ານ​ການ​ລ່ວງ​ປະ​ເວ​ນີ, ກິ​ເລດ​ຕັນ​ຫາ, ແລະ ບາບ​ທຸກ​ຢ່າງ. ປະ​ມານ 544–421 ປີ ກ່ອນ ຄ.ສ.

1 ແຕ່​ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ຢາໂຄບ​ຈະ​ເວົ້າ​ກັບ​ພວກ​ທ່ານ​ຜູ້​ທີ່​ມີ​ໃຈ​ບໍ​ລິ​ສຸດ. ຈົ່ງ​ຫວັງ​ໃນ​ພຣະ​ເຈົ້າ​ດ້ວຍ​ຈິດ​ໃຈ​ໝັ້ນ​ຄົງ, ແລະ ອະ​ທິ​ຖານ​ເຖິງ​ພຣະ​ອົງ​ດ້ວຍ​ສັດທາ​ຢ່າງ​ຫລວງ​ຫລາຍ, ແລະ ພຣະ​ອົງ​ຈະ​ປອບ​ໂຍນ​ພວກ​ທ່ານ​ໃນ​ຄວາມ​ທຸກ​ຂອງ​ພວກ​ທ່ານ, ແລະ ພຣະ​ອົງ​ຈະ​ວິງ​ວອນ​ແທນ​ພວກ​ທ່ານ, ແລະ ຈະ​ສົ່ງ​ຄວາມ​ຍຸດ​ຕິ​ທຳ​ລົງ​ມາ​ເທິງ​ຄົນ​ທີ່​ສະແຫວງ​ຫາ​ຄວາມ​ພິນາດ​ໃຫ້​ພວກ​ທ່ານ.

2 ໂອ້ ທ່ານ​ທັງ​ຫລາຍ​ຜູ້​ທີ່​ມີ​ໃຈ​ບໍ​ລິ​ສຸດ, ຈົ່ງ​ເງີຍ​ໜ້າ​ຂຶ້ນ ແລະ ຮັບ​ພຣະ​ຄຳ​ອັນ​ໜ້າ​ພໍ​ໃຈ​ຂອງ​ພຣະ​ເຈົ້າ, ແລະ ຈົ່ງ​ຊື່ນ​ຊົມ​ຢູ່​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ອົງ; ພວກ​ທ່ານ​ຈະ​ເຮັດ​ໄດ້​ຖ້າ​ຫາກ​ຈິດ​ໃຈ​ຂອງ​ພວກ​ທ່ານ ແນ່ວ​ແນ່​ຕະຫລອດ​ໄປ.

3 ແຕ່​ວິບັດ, ວິບັດ​ແກ່​ຜູ້​ທີ່​ບໍ່​ມີ​ໃຈ​ບໍ​ລິ​ສຸດ ແລະ ທີ່ ສົກ​ກະ​ປົກ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ​ໃນ​ມື້​ນີ້; ເພາະ​ຖ້າ​ຫາກ​ພວກ​ທ່ານ​ບໍ່​ກັບ​ໃຈ ແຜ່ນ​ດິນ​ຈະ​ຖືກ​ສາບ​ແຊ່ງ​ເພື່ອ​ເຫັນ​ແກ່​ພວກ​ທ່ານ; ແລະ ຊາວ​ເລມັນ​ຊຶ່ງ​ບໍ່​ສົກ​ກະ​ປົກ​ເທົ່າ​ກັບ​ພວກ​ທ່ານ, ແຕ່​ປານ​ນັ້ນ​ພວກ​ເຂົາ​ຍັງ​ຖືກ ສາບ​ແຊ່ງ​ດ້ວຍ​ຄຳ​ສາບ​ແຊ່ງ​ຢ່າງ​ສາ​ຫັດ, ຈະ​ຂ້ຽນ​ຕີ​ພວກ​ທ່ານ​ຈົນ​ເຖິງ​ຄວາມ​ພິນາດ.

4 ແລະ ເວລາ​ຈະ​ມາ​ເຖິງ​ຢ່າງ​ວ່ອງ​ໄວ ຖ້າ​ຫາກ​ພວກ​ທ່ານ​ບໍ່​ກັບ​ໃຈ ພວກ​ເຂົາ​ຈະ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ຊຶ່ງ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ທ່ານ, ແລະ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ ນຳ​ເອົາ​ຄົນ​ທີ່​ຊອບ​ທຳ​ອອກ​ຈາກ​ບັນ​ດາ​ພວກ​ທ່ານ.

5 ຈົ່ງ​ເບິ່ງ, ຊາວ​ເລມັນ​ພີ່​ນ້ອງ​ຂອງ​ພວກ​ທ່ານ, ຜູ້​ທີ່​ພວກ​ທ່ານ​ກຽດ​ຊັງ ເພາະ​ຄວາມ​ສົກ​ກະ​ປົກ​ຂອງ​ພວກ​ເຂົາ ແລະ ການ​ສາບ​ແຊ່ງ​ຊຶ່ງ​ເກີດ​ຂຶ້ນ​ກັບ​ຜິວ​ໜັງ​ຂອງ​ພວກ​ເຂົາ​ກັບ​ມາ​ເປັນ​ຜູ້​ຊອບ​ທຳ​ກວ່າ​ພວກ​ທ່ານ; ເພາະ​ວ່າ​ພວກ​ເຂົາ ບໍ່​ລືມ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຊຶ່ງ​ໄດ້​ປະທານ​ໃຫ້​ບິດາ​ຂອງ​ພວກ​ເຮົາ​ວ່າ—ພວ​ກ​ເຂົາ​ຈະ​ຕ້ອງ​ມີ​ເມຍ​ແຕ່​ຄົນ​ດຽວ​ເທົ່າ​ນັ້ນ, ແລະ ບໍ່​ໃຫ້​ມີ​ເມຍ​ນ້ອຍ ແລະ ບໍ່​ໃຫ້​ມີ​ການ​ໂສ​ເພ​ນີ​ຢູ່​ໃນ​ບັນ​ດາ​ພວກ​ເຂົາ.

6 ແລະ ບັດ​ນີ້, ພວກ​ເຂົາ​ຍຶດ​ຖື​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ນີ້; ດັ່ງ​ນັ້ນ​ຍ້ອນ​ການ​ຍຶດ​ຖື​ພຣະ​ບັນ​ຍັດ​ນີ້, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ບໍ່​ທຳ​ລາຍ​ພວກ​ເຂົາ, ແຕ່​ພຣະ​ອົງ​ຈະ ເມດ​ຕາ​ພວກ​ເຂົາ; ແລະ ມື້​ໜຶ່ງ​ພວກ​ເຂົາ​ຈະ​ກາຍ​ເປັນ​ຜູ້​ຄົນ​ທີ່​ໄດ້​ຮັບ​ພອນ.

7 ຈົ່ງ​ເບິ່ງ, ຜົວ​ຂອງ​ພວກ​ເຂົາ ຮັກ​ເມຍ​ຂອງ​ພວກ​ເຂົາ, ແລະ ເມຍ​ຂອງ​ພວກ​ເຂົາ​ກໍ​ຮັກ​ຜົວ​ຂອງ​ພວກ​ເຂົາ; ແລະ ຜົວ​ເມຍ​ກໍ​ຮັກ​ລູກໆ; ແລະ ສ່ວນ​ຄວາມ​ບໍ່​ເຊື່ອ​ຖື ແລະ ຄວາມ​ກຽດ​ຊັງ​ຂອງ​ພວກ​ເຂົາ​ທີ່​ມີ​ຕໍ່​ພວກ​ທ່ານ​ກໍ​ເປັນ​ຍ້ອນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ; ດັ່ງ​ນັ້ນ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ສ້າງ​ຍິ່ງ​ໃຫຍ່​ຂອງ​ພວກ​ທ່ານ​ແລ້ວ, ພວກ​ທ່ານ​ດີ​ກວ່າ​ພວກ​ເຂົາ​ຊ່ຳ​ໃດ?

8 ໂອ້ ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ເອີຍ, ຖ້າ​ຫາກ​ພວກ​ທ່ານ​ບໍ່​ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ທ່ານ​ແລ້ວ ຂ້າ​ພະ​ເຈົ້າ​ຢ້ານ​ວ່າ​ຜິວ​ໜັງ​ຂອງ​ພວກ​ເຂົາ​ຈະ​ຂາວ​ກວ່າ​ຜິວ​ໜັງ​ຂອງ​ພວກ​ທ່ານ, ເມື່ອ​ພວກ​ທ່ານ​ຖືກ​ນຳ​ໄປ​ຢູ່​ຕໍ່​ໜ້າ​ພຣະ​ທີ່​ນັ່ງ​ຂອງ​ພຣະ​ເຈົ້າ​ພ້ອມ​ກັນ​ກັບ​ພວກ​ເຂົາ.

9 ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຈະ​ໃຫ້​ພຣະ​ບັນ​ຍັດ​ຂໍ້​ໜຶ່ງ ຊຶ່ງ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໄວ້​ກັບ​ພວກ​ທ່ານ​ວ່າ, ຢ່າ​ໄດ້​ໝິ່ນ​ປະ​ໝາດ​ພວກ​ເຂົາ​ອີກ​ຕໍ່​ໄປ​ເພາະ​ຄວາມ​ດຳ​ຂອງ​ຜິວ​ໜັງ​ຂອງ​ພວກ​ເຂົາ; ພ້ອມ​ທັງ​ຢ່າ​ໄດ້​ໝິ່ນ​ປະ​ໝາດ​ເພາະ​ຄວາມ​ສົກ​ກະ​ປົກ​ຂອງ​ພວກ​ເຂົາ; ຈົ່ງ​ຄຳ​ນຶງ​ເຖິງ​ຄວາມ​ສົກ​ກະ​ປົກ​ຂອງ​ຕົນ​ເອງ, ແລະ ຈົ່ງ​ຈຳ​ໄວ້​ວ່າ​ຄວາມ​ສົກ​ກະ​ປົກ​ຂອງ​ພວກ​ເຂົາ​ນັ້ນ​ແມ່ນ​ມາ​ຈາກ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ.

10 ດັ່ງ​ນັ້ນ, ພວກ​ທ່ານ​ຈົ່ງ​ຄິດ​ເຖິງ ລູກ​ຫລານ​ຂອງ​ພວກ​ທ່ານ​ວ່າ, ພວກ​ທ່ານ​ໄດ້​ເຮັດ​ໃຫ້​ໃຈ​ຂອງ​ພວກ​ເຂົາ​ໂສກ​ເສົ້າ​ຊ່ຳ​ໃດ​ເພາະ​ຕົວ​ຢ່າງ​ທີ່​ພວກ​ທ່ານ​ເຮັດ​ໄວ້​ຕໍ່​ໜ້າ​ພວກ​ເຂົາ, ແລະ ຈົ່ງ​ຈຳ​ໄວ້​ອີກ​ວ່າ​ເພາະ​ຄວາມ​ສົກ​ກະ​ປົກ​ຂອງ​ພວກ​ທ່ານ, ພວກ​ທ່ານ​ຈະ​ນຳ​ລູກ​ຫລານ​ຂອງ​ພວກ​ທ່ານ​ໄປ​ສູ່​ຄວາມ​ພິນາດ, ແລະ ບາບ​ຂອງ​ພວກ​ເຂົາ​ຈະ​ກອງ​ຢູ່​ຫົວ​ຂອງ​ພວກ​ທ່ານ​ໃນ​ວັນ​ສຸດ​ທ້າຍ.

11 ໂອ້ ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ເອີຍ, ຈົ່ງ​ເຊື່ອ​ຟັງ​ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ​ເຖີດ; ຈົ່ງ​ປຸກ​ຄວາມ​ສາ​ມາດ​ຂອງ​ຈິດ​ວິນ​ຍານ​ຂອງ​ພວກ​ທ່ານ​ໃຫ້​ຕື່ນ​ຂຶ້ນ; ຈົ່ງ​ສັ່ນ​ຕົວ​ຂອງ​ພວກ​ທ່ານ​ເພື່ອ​ພວກ​ທ່ານ​ຈະ​ໄດ້ ຕື່ນ​ຈາກ​ການ​ນອນ​ຫລັບ​ແຫ່ງ​ຄວາມ​ຕາຍ, ແລະ ເຮັດ​ໃຫ້​ຕົວ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ເຈັບ​ປວດ​ແຫ່ງ ນະລົກ ເພື່ອ​ພວກ​ທ່ານ​ຈະ​ບໍ່​ກັບ​ມາ​ເປັນ ບໍ​ລິ​ວານ​ຂອງ​ມານ​ທີ່​ຖືກ​ເຂົ້າ​ໄປ​ໃນ​ທະເລ​ໄຟ ແລະ ມາດ ຊຶ່ງ​ເປັນ ຄວາມ​ຕາຍ​ເທື່ອ​ທີ​ສອງ.

12 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຢາໂຄບ​ໄດ້​ເວົ້າ​ກັບ​ຜູ້​ຄົນ​ຂອງ​ນີໄຟ​ຫລາຍ​ເລື່ອງ, ໂດຍ​ຕັກ​ເຕືອນ​ພວກ​ເຂົາ​ບໍ່​ໃຫ້ ລ່ວງ​ປະ​ເວ​ນີ ແລະ ກິ​ເລດ​ຕັນ​ຫາ ແລະ ບາບ​ທຸກ​ຢ່າງ, ໂດຍ​ໄດ້​ບອກ​ພວກ​ເຂົາ​ເຖິງ​ຜົນ​ສະ​ທ້ອນ​ອັນ​ເປັນ​ຕາ​ຢ້ານ​ທີ່​ຈະ​ເກີດ​ຂຶ້ນ​ຈາກ​ມັນ.

13 ແລະ ຂ້າ​ພະ​ເຈົ້າ​ບັນ​ທຶກ​ໄວ້​ພຽງ​ໜຶ່ງ​ສ່ວນ​ຮ້ອຍ​ຂອງ​ການ​ປະ​ຕິ​ບັດ​ຕົວ​ຈິງ​ຂອງ​ຜູ້​ຄົນ​ພວກ​ນີ້, ຊຶ່ງ​ໃນ​ຕອນ​ນີ້ ກຳ​ລັງ​ເລີ່ມ​ຂະ​ຫຍາຍ​ຕົວ​ຂຶ້ນ ຊຶ່ງ​ບໍ່​ສາ​ມາດ​ບັນ​ທຶກ​ໄວ້​ໃນ​ແຜ່ນ​ຈາລຶກ ເຫລົ່າ​ນີ້; ແຕ່​ວ່າ​ການ​ປະ​ຕິ​ບັດ​ຕົວ​ຈິງ​ຫລາຍ​ຢ່າງ, ແລະ ເລື່ອງ​ສົງ​ຄາມ​ຂອງ​ພວກ​ເຂົາ, ແລະ ເລື່ອງ​ການ​ຂັດ​ແຍ້ງ​ຂອງ​ພວກ​ເຂົາ, ແລະ ເລື່ອງ​ການ​ສືບ​ຄອງ​ລາ​ຊາ​ບັນ​ລັງ​ຂອງ​ກະສັດ​ຂອງ​ພວກ​ເຂົາ​ໄດ້​ບັນ​ທຶກ​ໄວ້​ໃນ​ແຜ່ນ​ຈາລຶກ​ອີກ​ເຫລັ້ມ​ໜຶ່ງ​ຊຶ່ງ​ໃຫຍ່​ກວ່າ​ນີ້.

14 ແຜ່ນ​ຈາລຶກ​ເຫລົ່າ​ນີ້​ໄດ້​ຖືກ​ເອີ້ນ​ວ່າ​ແຜ່ນ​ຈາລຶກ​ຂອງ​ຢາໂຄບ, ແລະ ມັນ​ເຮັດ​ຂຶ້ນ​ດ້ວຍ​ມື​ຂອງ​ນີໄຟ. ແລະ ຂ້າ​ພະ​ເຈົ້າ​ຈົບ​ການ​ເວົ້າ​ຂໍ້​ຄວາມ​ເຫລົ່າ​ນີ້.