ພຣະ​ຄຳ​ພີ
ຢາໂຄບ 7


ບົດ​ທີ 7

ເຊ​ເຣັມ​ປະ​ຕິ​ເສດ​ພຣະ​ຄຣິດ, ແລ້ວ​ຖົກ​ຖຽງ​ກັບ​ຢາໂຄບ, ຮຽກ​ຮ້ອງ​ຢາກ​ເຫັນ​ເຄື່ອງ​ໝາຍ ແລະ ຖືກ​ພຣະ​ເຈົ້າ​ລົງ​ທັນ—ສາດ​ສະ​ດາ​ທຸກ​ທ່ານ​ໄດ້​ກ່າວ​ເຖິງ​ພຣະ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ—ຊາວ​ນີໄຟ​ດຳ​ລົງ​ຊີ​ວິດ​ເປັນ​ຄົນ​ຊັດ​ເຊ​ພະ​ເນ​ຈອນ, ເກີດ​ຢູ່​ນຳ​ຄວາມ​ທຸກ​ຍາກ​ລຳ​ບາກ, ແລະ ຖືກ​ຊາວ​ເລມັນ​ກຽດ​ຊັງ. ປະ​ມານ 544–421 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ບໍ່​ເທົ່າ​ໃດ​ປີ​ຜ່ານ​ໄປ, ມີ​ຊາຍ​ຜູ້​ໜຶ່ງ​ທີ່​ມີ​ຊື່​ວ່າ ເຊ​ເຣັມ ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ນີໄຟ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ໄດ້​ເລີ່ມ​ສັ່ງ​ສອນ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ ແລະ ປະ​ກາດ​ກັບ​ພວກ​ນັ້ນ​ວ່າ ຈະ​ບໍ່​ມີ​ພຣະ​ຄຣິດ. ແລະ ລາວ​ໄດ້​ສັ່ງ​ສອນ​ອີກ​ຫລາຍ​ເລື່ອງ ຊຶ່ງ​ຍົກ​ຍ້ອງ​ບຸກ​ຄົນ; ແລະ ສິ່ງ​ນີ້​ລາວ​ເຮັດ​ໄປ​ເພື່ອ​ຈະ​ລົ້ມ​ເລີກ​ຄຳ​ສອນ​ຂອງ​ພຣະ​ຄຣິດ.

3 ແລະ ລາວ​ອອກ​ແຮງ​ຢ່າງ​ພາກ​ພຽນ​ເພື່ອ​ຊັກ​ຈູງ​ໃຈ​ຂອງ​ຜູ້​ຄົນ​ໄປ, ເຖິງ​ຂະ​ໜາດ​ທີ່​ລາວ​ໄດ້​ຊັກ​ຈູງ​ໃຈ​ຫລາຍ​ດວງ​ໄປ; ແລະ ໂດຍ​ທີ່​ລາວ​ຮູ້​ຈັກ​ວ່າ​ຂ້າ​ພະ​ເຈົ້າ​ຢາໂຄບ​ມີ​ສັດທາ​ໃນ​ພຣະ​ຄຣິດ​ຜູ້​ຈະ​ສະ​ເດັດ​ມາ, ລາວ​ຈຶ່ງ​ພະ​ຍາ​ຍາມ​ຫາ​ໂອ​ກາດ​ເພື່ອ​ຈະ​ໄດ້​ມາ​ຫາ​ຂ້າ​ພະ​ເຈົ້າ.

4 ແລະ ລາວ​ເປັນ​ຄົນ​ມີ​ການ​ສຶກ​ສາ, ຈົນ​ວ່າ​ມີ​ຄວາມ​ຮູ້​ເລື່ອງ​ພາ​ສາ​ຂອງ​ຜູ້​ຄົນ​ໄດ້​ຢ່າງ​ສົມ​ບູນ; ດັ່ງ​ນັ້ນ, ລາວ​ຈຶ່ງ​ໃຊ້​ຄຳ​ຍົກ​ຍ້ອງ, ແລະ ໃຊ້​ອຳນາດ​ໃນ​ການ​ເວົ້າ​ຕາມ​ອຳນາດ​ຂອງ​ມານ.

5 ແລະ ລາວ​ຫວັງ​ໄວ້​ວ່າ ຈະ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຫວັ່ນ​ໄຫວ​ຈາກ​ສັດທາ, ທັງ​ທີ່​ມີ ການ​ເປີດ​ເຜີຍ​ຫລາຍ​ຢ່າງ ແລະ ຫລາຍ​ເລື່ອງ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ມາ​ແລ້ວ​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້; ເພາະ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ເຫລົ່າ​ທູດ​ມາ​ແລ້ວ​ແທ້ໆ, ແລະ ພຣະ​ອົງ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ຂ້າ​ພະ​ເຈົ້າ. ແລະ ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຮັບ​ສັ່ງ​ກັບ​ຂ້າ​ພະ​ເຈົ້າ​ເປັນ​ຄຳ​ເວົ້າ​ເປັນ​ບາງ​ຄັ້ງ; ດັ່ງ​ນັ້ນ, ສິ່ງ​ເຫລົ່າ​ນີ້​ຈະ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຫວັ່ນ​ໄຫວ​ບໍ່​ໄດ້.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ໄດ້​ມາ​ຫາ​ຂ້າ​ພະ​ເຈົ້າ ແລະ ໄດ້​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ອ້າຍ​ຢາໂຄບ​ເອີຍ ເຮົາ​ຫາ​ໂອ​ກາດ​ມາ​ຫລາຍ​ເທື່ອ​ແລ້ວ ທີ່​ຈະ​ເວົ້າ​ກັບ​ເຈົ້າ ເພາະ​ວ່າ​ເຮົາ​ໄດ້​ຍິນ ແລະ ຮູ້​ຈັກ​ວ່າ​ເຈົ້າ​ເປັນ​ຄົນ​ໄປ​ມາ​ເລື້ອຍໆ ເພື່ອ​ສັ່ງ​ສອນ​ເລື່ອງ​ທີ່​ເຈົ້າ​ເອີ້ນ​ວ່າ ພຣະ​ກິດ​ຕິ​ຄຸນ ຫລື ຄຳ​ສອນ​ຂອງ​ພຣະ​ຄຣິດ.

7 ແລະ ເຈົ້າ​ໄດ້​ພາ​ຜູ້​ຄົນ​ພວກ​ນີ້​ໄປ ບິດ​ເບືອນ​ຈາກ​ເສັ້ນ​ທາງ​ອັນ​ຖືກ​ຕ້ອງ​ຂອງ​ພຣະ​ເຈົ້າ, ແລະ ບໍ່ ຮັກ​ສາ​ກົດ​ຂອງ​ໂມເຊ ຊຶ່ງ​ເປັນ​ທາງ​ທີ່​ຖືກ​ຕ້ອງ; ແລະ ເຈົ້າ​ໄດ້​ປ່ຽນ​ແປງ​ກົດ​ຂອງ​ໂມເຊ​ໃຫ້​ເປັນ​ການ​ນະມັດ​ສະການ​ຄົນ​ຜູ້​ໜຶ່ງ ຊຶ່ງ​ເຈົ້າ​ກ່າວ​ວ່າ​ຈະ​ມາ​ພາຍ​ໃນ​ຫລາຍ​ຮ້ອຍ​ປີ​ນັບ​ແຕ່​ນີ້​ໄປ. ແລະ ບັດ​ນີ້​ຈົ່ງ​ເບິ່ງ, ເຮົາ​ເຊ​ເຣັມ​ຂໍ​ເວົ້າ​ກັບ​ເຈົ້າ​ວ່າ ມັນ​ເປັນ​ການ​ໝິ່ນ​ປະ​ໝາດ; ເພາະ​ວ່າ​ບໍ່​ມີ​ຜູ້​ໃດ​ຮູ້​ເລື່ອງ​ນີ້​ເລີຍ; ເພາະ​ເຂົາ ບໍ່​ສາ​ມາດ​ບອກ​ໄດ້​ວ່າ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ. ແລະ ເຊ​ເຣັມ​ໄດ້​ເວົ້າ​ຂັດ​ແຍ້ງ​ກັບ​ຂ້າ​ພະ​ເຈົ້າ​ແບບ​ນີ້.

8 ແຕ່​ຈົ່ງ​ເບິ່ງ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເທ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ເຂົ້າ​ສູ່ ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ, ເຖິງ​ຂະ​ໜາດ​ທີ່​ຂ້າ​ພະ​ເຈົ້າ​ເຮັດ​ໃຫ້​ເຊ​ເຣັມ​ຍອມ​ຈຳ​ນົນ​ໃນ​ຄຳ​ເວົ້າ​ທັງ​ໝົດ​ຂອງ​ລາວ.

9 ແລະ ຂ້າ​ພະ​ເຈົ້າ​ໄດ້​ຖາມ​ລາວ​ວ່າ: ເຈົ້າ​ປະ​ຕິ​ເສດ​ພຣະ​ຄຣິດ​ຜູ້​ຈະ​ສະ​ເດັດ​ມາ​ບໍ? ແລະ ລາວ​ໄດ້​ຕອບ​ວ່າ: ຖ້າ​ຫາກ​ຈະ​ເປັນ​ພຣະ​ຄຣິດ​ແລ້ວ, ເຮົາ​ຈະ​ບໍ່​ປະ​ຕິ​ເສດ​ພຣະ​ອົງ; ແຕ່​ເຮົາ​ຮູ້​ວ່າ​ບໍ່​ມີ​ພຣະ​ຄຣິດ, ທັງ​ບໍ່​ເຄີຍ​ມີ, ແລະ ຈະ​ບໍ່​ມີ​ເລີຍ.

10 ແລະ ຂ້າ​ພະ​ເຈົ້າ​ໄດ້​ຖາມ​ລາວ​ວ່າ: ເຈົ້າ​ເຊື່ອ​ພຣະ​ຄຳ​ພີ​ບໍ? ແລະ ລາວ​ຕອບ​ວ່າ, ເຊື່ອ.

11 ແລະ ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ລາວ​ວ່າ: ຖ້າ​ເປັນ​ແນວ​ນັ້ນ ເຈົ້າ​ກໍ​ບໍ່​ເຂົ້າ​ໃຈ; ເພາະ​ມັນ​ໄດ້​ໃຫ້​ຖ້ອຍ​ຄຳ​ໄວ້​ແທ້ໆ ເຖິງ​ພຣະ​ຄຣິດ. ຈົ່ງ​ເບິ່ງ, ເຮົາ​ເວົ້າ​ກັບ​ເຈົ້າ​ວ່າ ບໍ່​ມີ​ສາດ​ສະ​ດາ​ຄົນ​ໃດ​ທີ່​ບັນ​ທຶກ​ໄວ້ ຫລື ທຳ​ນາຍ​ໄວ້​ນອກ​ຈາກ​ເພິ່ນ​ເຫລົ່າ​ນັ້ນ​ໄດ້​ເວົ້າ​ກ່ຽວ​ກັບ​ພຣະ​ຄຣິດ​ອົງ​ນີ້.

12 ແລະ ນີ້​ຍັງ​ບໍ່​ໝົດ—ສິ່ງ​ທີ່​ປະກົດ​ຕໍ່​ເຮົາ, ເພາະ​ວ່າ​ເຮົາ​ໄດ້​ຍິນ; ແລະ ໄດ້​ເຫັນ​ສິ່ງ​ນີ້​ທີ່​ສະແດງ​ໃຫ້​ປະຈັກ​ແກ່​ເຮົາ​ໂດຍ ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ; ດັ່ງ​ນັ້ນ, ເຮົາ​ຈຶ່ງ​ຮູ້​ວ່າ ຖ້າ​ຫາກ​ຈະ​ບໍ່​ມີ​ການ​ຊົດ​ໃຊ້​ເກີດ​ຂຶ້ນ​ແລ້ວ ມະນຸດ​ທັງ​ປວງ​ຍ່ອມ​ຕ້ອງ ຫາຍ​ຍະ​ນະ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ໄດ້​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຈົ່ງ​ສະແດງ ເຄື່ອງ​ໝາຍ​ໃຫ້​ເຮົາ​ເຫັນ​ເບິ່ງ​ດູ​ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຊຶ່ງ​ເຈົ້າ​ຮູ້​ຈັກ​ມາ​ຫລາຍ​ແລ້ວ.

14 ແລະ ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ລາວ​ວ່າ: ເຮົາ​ເປັນ​ຄົນ​ແນວ​ໃດ ເຮົາ​ບໍ່​ຈຳ​ເປັນ​ທີ່​ຈະ​ທົດ​ລອງ​ພຣະ​ເຈົ້າ​ອີກ​ໃຫ້​ສະແດງ​ເຄື່ອງ​ໝາຍ​ໃນ​ເລື່ອງ​ທີ່​ເຈົ້າ​ກໍ​ຮູ້​ຢູ່​ດີ​ວ່າ​ມັນ​ເປັນ ຄວາມ​ຈິງ? ເຈົ້າ​ຍັງ​ປະ​ຕິ​ເສດ​ເພາະ​ເຈົ້າ​ເປັນ​ຂອງ ມານ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ກໍ​ບໍ່​ແມ່ນ​ຄວາມ​ປະສົງ​ຂອງ​ເຮົາ; ແຕ່​ຖ້າ​ຫາກ​ວ່າ​ພຣະ​ເຈົ້າ​ລົງ​ໂທດ​ເຈົ້າ, ກໍ​ຂໍ​ໃຫ້​ສິ່ງ​ນັ້ນ​ເປັນ​ເຄື່ອງ​ໝາຍ​ແກ່​ເຈົ້າ​ວ່າ ພຣະ​ອົງ​ມີ​ອຳນາດ​ທັງ​ໃນ​ສະຫວັນ ແລະ ໃນ​ແຜ່ນ​ດິນ​ໂລກ; ແລະ ວ່າ​ພຣະ​ຄຣິດ​ຈະ​ສະ​ເດັດ​ມາ​ອີກ. ແລະ ໂອ້ ພຣະຜູ້ເປັນເຈົ້າ, ຂໍ​ໃຫ້​ເປັນ​ໄປ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ອົງ​ເຖີດ, ແລະ ບໍ່​ແມ່ນ​ຂອງ​ຂ້າ​ນ້ອຍ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ຂ້າ​ພະ​ເຈົ້າ​ຢາໂຄບ​ໄດ້​ເວົ້າ​ຂໍ້​ຄວາມ​ນີ້​ແລ້ວ, ອຳນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ສູ່​ລາວ, ເຖິງ​ຂະ​ໜາດ​ທີ່​ລາວ​ຕ້ອງ​ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ໄດ້​ຮັບ​ການ​ບຳ​ລຸງ​ເປັນ​ເວລາ​ຫລາຍ​ມື້.

16 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ໄດ້​ເວົ້າ​ກັບ​ຜູ້​ຄົນ​ວ່າ ຈົ່ງ​ມາ​ທ້ອນ​ໂຮມ​ກັນ​ໃນ​ມື້​ອື່ນ ເພາະ​ວ່າ​ເຮົາ​ຈະ​ຕາຍ​ແລ້ວ; ດັ່ງ​ນັ້ນ, ເຮົາ​ປາດ​ຖະ​ໜາ​ຈະ​ກ່າວ​ກັບ​ຜູ້​ຄົນ​ກ່ອນ​ເຮົາ​ຈະ​ຕາຍ.

17 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ມື້​ຕໍ່​ມາ ຝູງ​ຊົນ​ໄດ້​ມາ​ທ້ອນ​ໂຮມ​ກັນ ແລະ ລາວ​ໄດ້​ເວົ້າ​ກັບ​ຄົນ​ເຫລົ່າ​ນັ້ນ​ຢ່າງ​ແຈ່ມ​ແຈ້ງ ແລະ ປະ​ຕິ​ເສດ​ເລື່ອງ​ທີ່​ລາວ​ໄດ້​ສິດ​ສອນ​ນັ້ນ ແລະ ສາ​ລະ​ພາບ​ວ່າ​ມີ​ພຣະ​ຄຣິດ ແລະ ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຫລົ່າ​ທູດ.

18 ແລະ ລາວ​ໄດ້​ເວົ້າ​ກັບ​ຄົນ​ເຫລົ່າ​ນັ້ນ​ຢ່າງ​ແຈ່ມ​ແຈ້ງ​ວ່າ, ລາວ​ຖືກ​ອຳນາດ​ຂອງ ມານ​ມາ ຫລອກ​ລວງ. ແລະ ລາວ​ໄດ້​ເວົ້າ​ເຖິງ​ນະລົກ, ແລະ ເຖິງ​ຊົ່ວ​ນິ​ລັນ​ດອນ, ແລະ ເຖິງ​ໂທດ​ນິ​ລັນ​ດອນ.

19 ແລະ ລາວ​ໄດ້​ເວົ້າ​ອີກ​ວ່າ: ເຮົາ​ຢ້ານ​ກົວ​ວ່າ ເຮົາ​ກະ​ທຳ ບາບ​ທີ່ອະໄພ​ໃຫ້​ບໍ່​ໄດ້​ເສຍ​ແລ້ວ, ເພາະ​ເຮົາ​ໄດ້​ຕົວະ​ພຣະ​ເຈົ້າ; ແລະ ເພາະ​ເຮົາ​ໄດ້​ປະ​ຕິ​ເສດ​ພຣະ​ຄຣິດ ແລະ ກ່າວ​ວ່າ​ເຮົາ​ເຊື່ອ​ພຣະ​ຄຳ​ພີ; ແລະ ພຣະ​ຄຳ​ພີ​ໃຫ້​ຖ້ອຍ​ຄຳ​ແທ້ໆ​ເຖິງ​ພຣະ​ອົງ. ແລະ ເພາະ​ວ່າ​ເຮົາ​ເວົ້າ​ຕົວະ​ພຣະ​ເຈົ້າ ດັ່ງ​ນັ້ນ​ເຮົາ​ຈຶ່ງ​ຢ້ານ​ກົວ​ທີ່​ສຸດ​ວ່າ ກໍ​ລະ​ນີ​ຂອງ​ເຮົາ​ຈະ ໜ້າ​ຢ້ານ​ກົວ​ຫລາຍ​ທີ່​ສຸດ; ແຕ່​ເຮົາ​ກໍ​ສາ​ລະ​ພາບ​ຕໍ່​ພຣະ​ເຈົ້າ​ແລ້ວ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ລາວ​ໄດ້​ກ່າວ​ຂໍ້​ຄວາມ​ນີ້​ແລ້ວ ລາວ​ເວົ້າ​ຫຍັງ​ບໍ່​ໄດ້ ແລະ ລາວ​ກໍ ໝົດ​ວິນ​ຍານ​ໄປ.

21 ແລະ ເມື່ອ​ຝູງ​ຊົນ​ເຫັນ​ວ່າ ລາວ​ໄດ້​ເວົ້າ​ເລື່ອງ​ເຫລົ່າ​ນີ້​ໃນ​ຂະນະ​ທີ່​ກຳ​ລັງ​ຈະ​ໝົດ​ວິນ​ຍານ, ພວກ​ເຂົາ​ກໍ​ແປກ​ໃຈ​ຢ່າງ​ຍິ່ງ; ເຖິງ​ຂະ​ໜາດ​ທີ່​ອຳນາດ​ຂອງ​ພຣະ​ເຈົ້າ​ໄດ້​ສະ​ເດັດ​ລົງ​ມາ​ເທິງ​ພວກ​ເຂົາ, ແລະ ພວກ​ເຂົາ​ໄດ້ ໝົດ​ກຳ​ລັງ​ຈົນ​ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ.

22 ບັດ​ນີ້, ສິ່ງ​ເຫລົ່າ​ນີ້​ເປັນ​ສິ່ງ​ທີ່​ພໍ​ໃຈ​ຕໍ່​ຂ້າ​ພະ​ເຈົ້າ​ຢາໂຄບ​ເພາະ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ທູນ​ຂໍ​ຈາກ​ພຣະ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ຜູ້​ປະ​ທັບ​ຢູ່​ສະຫວັນ; ເພາະ​ພຣະ​ອົງ​ໄດ້​ຍິນ​ສຽງ​ຮ້ອງ​ຂໍ​ຂອງ​ຂ້າ​ພະ​ເຈົ້າ ແລະ ໄດ້​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ.

23 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ສັນ​ຕິ​ສຸກ ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ໄດ້​ກັບ​ຄືນ​ມາ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ອີກ; ແລະ ພວກ​ເຂົາ​ໄດ້ ຄົ້ນ​ຄວ້າ​ພຣະ​ຄຳ​ພີ ແລະ ບໍ່​ເຊື່ອ​ຟັງ​ຄຳ​ເວົ້າ​ຂອງ​ຄົນ​ຊົ່ວ​ຜູ້​ນີ້​ອີກ​ຕໍ່​ໄປ.

24 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ວິ​ທີ​ການ​ຫລາຍ​ຢ່າງ​ໄດ້​ຖືກ​ຄິດ​ຄົ້ນ​ຂຶ້ນ​ເພື່ອ ກູ້ ແລະ ນຳ​ພາ​ຊາວ​ເລມັນ​ກັບ​ຄືນ​ມາ​ສູ່​ເລື່ອງ​ຄວາມ​ຈິງ; ແຕ່​ທັງ​ໝົດ​ນີ້ ບໍ່​ມີ​ປະ​ໂຫຍດ, ເພາະ​ພວກ​ເຂົາ​ເບີກ​ບານ​ໃນ​ການ​ເຮັດ ສົງ​ຄາມ ແລະ ການ​ນອງ​ເລືອດ, ແລະ ພວກ​ເຂົາ​ມີ ຄວາມ​ກຽດ​ຊັງ​ພວກ​ເຮົາ, ພີ່​ນ້ອງ​ຂອງ​ພວກ​ເຂົາ​ຢ່າງ​ບໍ່​ສິ້ນ​ສຸດ. ແລະ ພວກ​ເຂົາ​ພະ​ຍາ​ຍາມ​ທຳ​ລາຍ​ພວກ​ເຮົາ​ເລື້ອຍ​ໄປ​ດ້ວຍ​ອຳນາດ​ອາ​ວຸດ​ຂອງ​ພວກ​ເຂົາ.

25 ດັ່ງ​ນັ້ນ, ຜູ້​ຄົນ​ຂອງ​ນີໄຟ​ຈຶ່ງ​ໄດ້​ເສີມ​ກຳ​ລັງ​ຕໍ່​ຕ້ານ​ພວກ​ນັ້ນ​ດ້ວຍ​ກຳ​ລັງ​ທັບ​ຂອງ​ພວກ​ເຂົາ ແລະ ດ້ວຍ​ສຸດ​ຄວາມ​ສາ​ມາດ​ຂອງ​ພວກ​ເຂົາ​ໂດຍ​ວາງ​ໃຈ​ໃນ​ພຣະ​ເຈົ້າ ແລະ ຫີນ​ແຫ່ງ​ຄວາມ​ລອດ​ຂອງ​ພວກ​ເຂົາ; ດັ່ງ​ນັ້ນ, ເຖິງ​ບັດ​ນີ້​ພວກ​ເຂົາ​ກໍ​ຍັງ​ເປັນ​ຜູ້​ຊະນະ​ສັດ​ຕູ​ຂອງ​ພວກ​ເຂົາ.

26 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ຢາໂຄບ​ກໍ​ໄດ້​ເຖົ້າ​ແກ່​ລົງ ແລະ ບັນ​ທຶກ​ຂອງ​ຜູ້​ຄົນ​ພວກ​ນີ້​ໄດ້​ຮັກ​ສາ​ໄວ້​ໃນ ແຜ່ນ​ຈາລຶກ​ອື່ນໆ​ຂອງ​ນີໄຟ, ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ເຮັດ​ບັນ​ທຶກ​ຕາມ​ຄວາມ​ຮູ້​ທີ່​ດີ​ທີ່​ສຸດ​ຂອງ​ຂ້າ​ພະ​ເຈົ້າ, ມີ​ຄວາມ​ວ່າ ເວລາ​ຜ່ານ​ໄປ​ພ້ອມ​ກັບ​ພວກ​ເຮົາ, ແລະ ຊີ​ວິດ​ຂອງ​ພວກ​ເຮົາ​ຜ່ານ​ໄປ ຄື​ກັບ​ວ່າ ເໝືອນ​ເປັນ​ຄວາມ​ຝັນ​ຂອງ​ພວກ​ເຮົາ, ພວກ​ເຮົາ​ເປັນ​ຄົນ​ໂດດ​ດ່ຽວ ແລະ ເຂັ່ງ​ຂຶມ, ຊັດ​ເຊ​ພະ​ເນ​ຈອນ, ຖືກ​ຂັບ​ໄລ່​ອອກ​ຈາກ​ເຢຣູ​ຊາເລັມ, ເກີດ​ຢູ່​ກັບ​ຄວາມ​ທຸກ​ຍາກ​ລຳ​ບາກ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ ຖືກ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ກຽດ​ຊັງ, ເປັນ​ເຫດ​ໃຫ້​ເກີດ​ສົງ​ຄາມ ແລະ ການ​ຂັດ​ແຍ້ງ​ກັນ; ດັ່ງ​ນັ້ນ ວັນ​ເວລາ​ຂອງ​ພວກ​ເຮົາ​ຈຶ່ງ​ມີ​ແຕ່​ຄວາມ​ເປັນ​ທຸກ.

27 ແລະ ຂ້າ​ພະ​ເຈົ້າ​ຢາໂຄບ​ເຫັນ​ວ່າ​ໃນ​ບໍ່​ຊ້າ​ນີ້ ຂ້າ​ພະ​ເຈົ້າ​ກໍ​ຈະ​ຕ້ອງ​ລົງ​ໄປ​ສູ່​ຫລຸມ​ສົບ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ; ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ເວົ້າ​ກັບ ເອໂນດ ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ​ວ່າ: ຈົ່ງ​ຮັບ​ເອົາ​ແຜ່ນ​ຈາລຶກ​ເຫລົ່າ​ນີ້​ໄວ້ ແລະ ຂ້າ​ພະ​ເຈົ້າ​ໄດ້​ບອກ​ເຖິງ​ເລື່ອງ​ຕ່າງໆ ຊຶ່ງ​ນີໄຟ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ໄດ້ ສັ່ງ ແລະ ລາວ​ສັນ​ຍາ​ວ່າ​ຈະ​ເຊື່ອ​ຟັງ​ຄຳ​ສັ່ງ. ແລະ ຂ້າ​ພະ​ເຈົ້າ​ຂໍ​ຢຸດ​ການ​ບັນ​ທຶກ​ຂອງ​ຂ້າ​ພະ​ເຈົ້າ​ໄວ້​ໃນ​ແຜ່ນ​ຈາລຶກ​ເຫລົ່າ​ນີ້, ຊຶ່ງ​ການ​ຂຽນ​ມີ​ຢູ່​ເລັກ​ໜ້ອຍ​ເທົ່າ​ນັ້ນ; ແລະ ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ອຳ​ລາ​ຜູ້​ອ່ານ​ໂດຍ​ຫວັງ​ວ່າ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ ຊຶ່ງ​ເປັນ​ຈຳນວນ​ຫລວງ​ຫລາຍ​ຈະ​ອ່ານ​ຂໍ້​ຄວາມ​ຂອງ​ຂ້າ​ພະ​ເຈົ້າ. ພີ່​ນ້ອງ​ເອີຍ, ຂໍ​ພຣະ​ເຈົ້າ​ອວຍ​ພອນ.