ພຣະ​ຄຳ​ພີ
ຢາໂຄບ 2


ບົດ​ທີ 2

ຢາໂຄບ​ກ່າວ​ໂທດ​ການ​ໄຝ່​ຝັນ​ຫາ​ຄວາມ​ຮັ່ງ​ມີ, ຄວາມ​ທະນົງ​ຕົວ, ແລະ ຄວາມ​ມີ​ຈິດ​ໃຈ​ລາ​ມົກ—ມະນຸດ​ຄວນ​ສະແຫວງ​ຫາ​ຄວາມ​ຮັ່ງ​ມີ​ເພື່ອ​ຊ່ວຍ​ເຫລືອ​ເພື່ອນ​ມະນຸດ​ຂອງ​ເຂົາ—ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ບໍ່​ໃຫ້​ຜູ້​ຊາຍ​ໃນ​ບັນ​ດາ​ຊາວ​ນີໄຟ​ມີ​ເມຍ​ຫລາຍ​ກວ່າ​ໜຶ່ງ​ຄົນ—ພຣະ​ຜູ້​ເປັນ​ເຈົ້າ​ຊື່ນ​ຊົມ​ໃນ​ພົມ​ມະ​ຈັນ​ຂອງ​ຜູ້​ຍິງ. ປະ​ມານ 544–421 ປີ ກ່ອນ ຄ.ສ.

1 ນີ້​ຄື​ຂໍ້​ຄວາມ​ຊຶ່ງ​ຢາໂຄບ​ນ້ອງ​ຊາຍ​ຂອງ​ນີໄຟ​ໄດ້​ເວົ້າ​ກັບ​ຜູ້​ຄົນ​ຂອງ​ນີໄຟ​ຫລັງ​ຈາກ​ນີໄຟ​ໄດ້​ສິ້ນ​ຊີ​ວິດ​ໄປ​ແລ້ວ:

2 ບັດ​ນີ້, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຢາໂຄບ​ຕາມ​ຄວາມ​ຮັບ​ຜິດ​ຊອບ​ຊຶ່ງ​ຂ້າ​ພະ​ເຈົ້າ​ມີ​ຢູ່​ພາຍ​ໃຕ້​ພຣະ​ເຈົ້າ, ຂ້າ​ພະ​ເຈົ້າ​ຈະ​ຂະ​ຫຍາຍ​ໜ້າ​ທີ່​ຂອງ​ຂ້າ​ພະ​ເຈົ້າ​ດ້ວຍ​ສະ​ຕິ​ປັນ​ຍາ, ແລະ ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ກຳ​ຈັດ​ບາບ​ຂອງ​ພວກ​ທ່ານ​ອອກ​ຈາກອາພອນ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຈຶ່ງ​ຂຶ້ນ​ມາ​ພຣະ​ວິຫານ​ໃນ​ມື້​ນີ້ ເພື່ອ​ຈະ​ໄດ້​ປະ​ກາດ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ແກ່​ພວກ​ທ່ານ.

3 ແລະ ຕົວ​ພວກ​ທ່ານ​ເອງ​ຮູ້​ຈັກ​ແລ້ວ ຕັ້ງ​ແຕ່​ຕົ້ນ​ມາ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ໜ້າ​ທີ່​ຂອງ​ຂ້າ​ພະ​ເຈົ້າ​ຢ່າງ​ພາກ​ພຽນ​ຕາມ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຖືກ​ຮຽກ​ຮ້ອງ​ໃຫ້​ເຮັດ; ແຕ່​ມື້​ນີ້​ຂ້າ​ພະ​ເຈົ້າ​ຖືກ​ຖ່ວງ​ດຶງ​ດ້ວຍ​ຄວາມ​ປາດ​ຖະ​ໜາ ແລະ ຄວາມ​ກະ​ວົນ​ກະ​ວາຍ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ຈິດ​ວິນ​ຍານ​ຂອງ​ພວກ​ທ່ານ​ຍິ່ງ​ກວ່າ​ຂ້າ​ພະ​ເຈົ້າ​ເຄີຍ​ມີ​ມາ​ກ່ອນ.

4 ເພາະ​ຈົ່ງ​ເບິ່ງ, ຈົນ​ມາ​ເຖິງ​ບັດ​ນີ້​ພວກ​ທ່ານ​ໄດ້​ເຊື່ອ​ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ໄວ້​ກັບ​ພວກ​ທ່ານ.

5 ແຕ່​ຈົ່ງ​ເບິ່ງ, ພວກ​ທ່ານ​ຈົ່ງ​ເຊື່ອ​ຟັງ​ຂ້າ​ພະ​ເຈົ້າ ແລະ ຈົ່ງ​ຮູ້​ໄວ້​ວ່າ ໂດຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ຜູ້​ສ້າງ​ສະຫວັນ ແລະ ແຜ່ນ​ດິນ​ໂລກ ຜູ້​ມີ​ອຳນາດ​ທັງ​ປວງ, ຂ້າ​ພະ​ເຈົ້າ​ຈະ​ບອກ​ພວກ​ທ່ານ​ໄວ້​ກ່ຽວ​ກັບ ຄວາມ​ນຶກ​ຄິດ​ຂອງ​ພວກ​ທ່ານ​ວ່າ, ພວກ​ທ່ານ​ເລີ່ມ​ຕົ້ນ​ອອກ​ແຮງ​ງານ​ໃນ​ບາບ, ເບິ່ງ​ແລ້ວ​ບາບ​ນັ້ນ​ເປັນ​ໜ້າ​ກຽດ​ຊັງ​ທີ່​ສຸດ​ສຳ​ລັບ​ຂ້າ​ພະ​ເຈົ້າ, ແທ້​ຈິງ​ແລ້ວ, ເປັນ​ໜ້າ​ກຽດ​ຊັງ​ທີ່​ສຸດ​ຕໍ່​ພຣະ​ເຈົ້າ.

6 ແທ້​ຈິງ​ແລ້ວ, ມັນ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ໂສກ​ເສົ້າ ແລະ ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ກົ້ມ​ໜ້າ​ຢູ່​ດ້ວຍ​ຄວາມ​ອັບ​ອາຍ​ຕໍ່​ໜ້າ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ສ້າງ​ຂອງ​ຂ້າ​ພະ​ເຈົ້າ, ເພາະ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ໃຫ້​ຖ້ອຍ​ຄຳ​ແກ່​ພວກ​ທ່ານ​ກ່ຽວ​ກັບ​ຄວາມ​ຊົ່ວ​ຮ້າຍ​ຂອງ​ໃຈ​ພວກ​ທ່ານ.

7 ແລະ ມັນ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ໂສກ​ເສົ້າ​ອີກ​ທີ່​ຈະ​ຕ້ອງ​ໃຊ້​ຄຳ​ເວົ້າ ຮຸນ​ແຮງ​ນຳ​ພວກ​ທ່ານ​ຢູ່​ຕໍ່​ໜ້າ​ເມຍ​ຂອງ​ພວກ​ທ່ານ ແລະ ລູກ​ຂອງ​ພວກ​ທ່ານ ຜູ້​ຊຶ່ງ​ຄວາມ​ຮູ້​ສຶກ​ຂອງ​ພວກ​ເຂົາ​ຫລາຍ​ຄົນ​ອ່ອນ​ນ້ອມ ແລະ ບໍ​ລິ​ສຸດ ແລະ ລະ​ມຸນ​ລະ​ໄມ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ຊຶ່ງ​ເປັນ​ສິ່ງ​ທີ່​ພໍ​ພຣະ​ໄທ​ຕໍ່​ພຣະ​ເຈົ້າ;

8 ແລະ ຂ້າ​ພະ​ເຈົ້າ​ຄິດ​ວ່າ ພວກ​ເຂົາ​ຂຶ້ນ​ມາ​ບ່ອນ​ນີ້ ເພື່ອ​ຈະ​ໄດ້​ຍິນ​ພຣະ​ຄຳ​ທີ່​ໜ້າ​ພໍ​ໃຈ​ຈາກ​ພຣະ​ເຈົ້າ, ແທ້​ຈິງ​ແລ້ວ, ແມ່ນ ພຣະ​ຄຳ​ຂອງ​ພຣະ​ເຈົ້າ ຊຶ່ງ​ປິ່ນ​ປົວ​ຈິດ​ວິນ​ຍານ​ທີ່​ຖືກ​ບາດ​ເຈັບ.

9 ດັ່ງ​ນັ້ນ, ມັນ​ຈຶ່ງ​ເປັນ​ພາ​ລະ​ແບກ​ຫາບ​ຕໍ່​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ ຊຶ່ງ​ຂ້າ​ພະ​ເຈົ້າ​ຖືກ​ບັງ​ຄັບ ເພາະ​ພຣະ​ບັນ​ຍັດ​ອັນ​ເຄັ່ງ​ຄັດ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ມາ​ຈາກ​ພຣະ​ເຈົ້າ ໃຫ້​ຕັກ​ເຕືອນ​ພວກ​ທ່ານ​ຕາມ​ຄວາມ​ຜິດ​ຂອງ​ພວກ​ທ່ານ ແລະ ເຮັດ​ໃຫ້​ບາດ​ແຜ​ຂອງ​ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ​ກວ້າງ​ອອກ​ແທນ​ທີ່​ຈະ​ປອບ​ໂຍນ ແລະ ປິ່ນ​ປົວ​ບາດ​ແຜ​ໃຫ້​ພວກ​ເຂົາ; ແລະ ຄົນ​ທີ່​ບໍ່​ໄດ້​ຮັບ​ບາດ​ເຈັບ​ນັ້ນ, ແທນ​ທີ່​ຈະ​ຊື່ນ​ຊົມ​ຢູ່​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ທີ່​ໜ້າ​ພໍ​ໃຈ ກໍ​ມີ​ດາບ​ສອງ​ຄົມ​ມາ​ວາງ​ໄວ້​ເພື່ອ​ສຽບ​ແທງ​ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ ແລະ ເຮັດ​ໃຫ້​ຈິດ​ໃຈ​ອັນ​ອ່ອນ​ນ້ອມ​ຂອງ​ພວກ​ເຂົາ​ໄດ້​ຮັບ​ບາດ​ເຈັບ.

10 ແຕ່​ທັງ​ທີ່​ເປັນ​ວຽກ​ງານ​ໜັກ​ຢ່າງ​ໃຫຍ່​ຫລວງ, ຂ້າ​ພະ​ເຈົ້າ​ກໍ​ຕ້ອງ​ເຮັດ​ຕາມ ຄຳ​ສັ່ງ​ອັນ​ເຄັ່ງ​ຄັດ​ຂອງ​ພຣະ​ເຈົ້າ, ແລະ ບອກ​ພວກ​ທ່ານ​ໃຫ້​ຮູ້​ກ່ຽວ​ກັບ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ທ່ານ​ຕໍ່​ໜ້າ​ຜູ້​ທີ່​ມີ​ໃຈ​ບໍ​ລິ​ສຸດ, ແລະ ຄົນ​ທີ່​ມີ​ໃຈ​ທີ່​ຊອກ​ຊ້ຳ​ພາຍ​ໃຕ້​ການ​ເຫລືອດ​ພຣະ​ເນດ​ອັນ ແຫລມ​ຄົມ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່.

11 ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ເວົ້າ​ກັບ​ພວກ​ທ່ານ​ດ້ວຍ​ຄວາມ​ຈິງ ແຈ່ມ​ແຈ້ງ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ເພາະ​ຈົ່ງ​ເບິ່ງ, ໃນ​ຂະນະ​ທີ່​ຂ້າ​ພະ​ເຈົ້າ​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ນັ້ນ, ພຣະ​ຄຳ​ຂອງ​ພຣະ​ອົງ​ໄດ້​ມາ​ຫາ​ຂ້າ​ພະ​ເຈົ້າ, ມີ​ຄວາມ​ວ່າ: ຢາໂຄບ​ເຈົ້າ​ຈົ່ງ​ໄປ​ຍັງ​ພຣະ​ວິຫານ​ໃນ​ມື້​ອື່ນ​ນີ້, ແລະ ປະ​ກາດ​ພຣະ​ຄຳ​ຊຶ່ງ​ເຮົາ​ຈະ​ມອບ​ໃຫ້​ແກ່​ເຈົ້າ ເພື່ອ​ເຈົ້າ​ຈະ​ໄດ້​ກ່າວ​ຕໍ່​ຜູ້​ຄົນ​ພວກ​ນີ້.

12 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ນີ້​ແມ່ນ​ພຣະ​ຄຳ​ຊຶ່ງ​ຂ້າ​ພະ​ເຈົ້າ​ຈະ​ປະ​ກາດ​ແກ່​ພວກ​ທ່ານ, ຊຶ່ງ​ພວກ​ທ່ານ​ຫລາຍ​ຄົນ​ກຳ​ລັງ​ຄົ້ນ​ຫາ​ຄຳ, ແລະ ເງິນ, ແລະ ວັດ​ຖຸ​ນາໆ​ຊະ​ນິດ, ຊຶ່ງ​ມີ​ຢ່າງ​ຫລວງ​ຫລາຍ​ເຕັມ​ໄປ​ດ້ວຍ​ຄວາມ​ອຸ​ດົມ​ສົມ​ບູນ​ທົ່ວ​ແຜ່ນ​ດິນ, ອັນ​ເປັນ ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ສຳ​ລັບ​ພວກ​ທ່ານ ແລະ ລູກ​ຫລານ​ຂອງ​ພວກ​ທ່ານ.

13 ແລະ ພຣະ​ຫັດ​ແຫ່ງ​ອາ​ລັກ​ຂາ​ໄດ້​ຍິ້ມ​ຢູ່​ເທິງ​ພວກ​ທ່ານ​ຢ່າງ​ພໍ​ພຣະ​ໄທ​ທີ່​ສຸດ, ຈົນ​ວ່າ​ພວກ​ທ່ານ​ໄດ້​ຂອງ​ມີ​ຄ່າ​ຫລວງ​ຫລາຍ; ແລະ ເພາະ​ວ່າ​ບາງ​ຄົນ​ໃນ​ບັນ​ດາ​ພວກ​ທ່ານ​ໄດ້​ຮັບ​ຫລາຍ​ກວ່າ​ພີ່​ນ້ອງ​ຂອງ​ພວກ​ທ່ານ ແລ້ວ​ພວກ​ທ່ານ​ຈຶ່ງ​ຄິດ ລະ​ເມີ​ເພີ້​ຝັນ​ດ້ວຍ​ຄວາມ​ທະນົງ​ໃຈ​ຫລາຍ ແລະ ເຮັດ​ຄໍ​ແຂງ ແລະ ອວດ​ອ້າງ ຍ້ອນ​ວ່າ​ເຄື່ອງ​ນຸ່ງ​ລາ​ຄາ​ແພງ​ຂອງ​ພວກ​ທ່ານ, ແລະ ໄດ້​ຂົ່ມ​ເຫັງ​ພີ່​ນ້ອງ​ຂອງ​ພວກ​ທ່ານ ເພາະ​ພວກ​ທ່ານ​ຄິດ​ວ່າ​ພວກ​ທ່ານ​ດີ​ກວ່າ​ພວກ​ເຂົາ.

14 ແລະ ບັດ​ນີ້​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ພວກ​ທ່ານ​ຄິດ​ວ່າ​ພຣະ​ເຈົ້າ​ຮັບ​ຮອງ​ສິ່ງ​ນີ້​ເພື່ອ​ພວກ​ທ່ານ​ບໍ? ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ວ່າ, ບໍ່​ເລີຍ. ແຕ່​ພຣະ​ອົງ​ຈະ​ກ່າວ​ໂທດ​ພວກ​ທ່ານ, ແລະ ຖ້າ​ຫາກ​ພວກ​ທ່ານ​ຍັງ​ສືບ​ຕໍ່​ເຮັດ​ສິ່ງ​ເຫລົ່າ​ນີ້​ຢູ່ ການ​ພິ​ພາກ​ສາ​ຂອງ​ພຣະ​ອົງ​ຈະ​ຕ້ອງ​ມາ​ສູ່​ພວກ​ທ່ານ​ຢ່າງ​ວ່ອງ​ໄວ.

15 ໂອ້ ຂໍ​ໃຫ້​ພຣະ​ອົງ​ສະແດງ​ແກ່​ພວກ​ທ່ານ​ວ່າ ພຣະ​ອົງ​ສາ​ມາດ​ສຽບ​ແທງ​ພວກ​ທ່ານ​ໄດ້ ແລະ ໂດຍ​ການ​ເຫລືອດ​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ​ຂ້າງ​ດຽວ ພຣະ​ອົງ​ກໍ​ລົງ​ທັນ​ພວກ​ທ່ານ​ໃຫ້​ເປັນ​ຝຸ່ນ​ໄດ້!

16 ໂອ້ ຂໍ​ໃຫ້​ພຣະ​ອົງ​ຈົ່ງ​ເອົາ​ພວກ​ທ່ານ​ອອກ​ຈາກ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ອັນ​ນີ້​ເຖີດ ແລະ ຂໍ​ໃຫ້​ພວກ​ທ່ານ​ຈົ່ງ​ຟັງ​ພຣະ​ບັນ​ຊາ​ຂອງ​ພຣະ​ອົງ ແລະ ຢ່າ​ໄດ້​ໃຫ້ ຄວາມ​ທະນົງ​ໃຈ​ອັນ​ນີ້​ມາ​ທຳ​ລາຍ​ຈິດ​ວິນ​ຍານ​ຂອງ​ພວກ​ທ່ານ​ເລີຍ!

17 ຈົ່ງ​ຄິດ​ວ່າ ພີ່​ນ້ອງ​ຂອງ​ພວກ​ທ່ານ​ກໍ​ເໝືອນ​ກັນ​ກັບ​ຕົວ​ຂອງ​ພວກ​ທ່ານ​ເອງ, ແລະ ຄຸ້ນ​ເຄີຍ​ກັບ​ທຸກ​ຄົນ ແລະ ແຈກ​ຢາຍ ເຂົ້າ​ຂອງ ຂອງ​ພວກ​ທ່ານ, ເພື່ອ ພວກ​ເຂົາ​ຈະ​ໄດ້​ຮັ່ງ​ມີ​ເໝືອນ​ດັ່ງ​ພວກ​ທ່ານ.

18 ແຕ່​ວ່າ​ກ່ອນ​ທີ່​ພວກ​ທ່ານ​ຈະ​ຊອກ​ຫາ ຄວາມ​ຮັ່ງ​ມີ​ນັ້ນ, ໃຫ້​ພວກ​ທ່ານ​ຊອກ​ຫາ ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ກ່ອນ.

19 ແລະ ຫລັງ​ຈາກ​ພວກ​ທ່ານ​ໄດ້​ຮັບ​ຄວາມ​ຫວັງ​ໃນ​ພຣະ​ຄຣິດ​ແລ້ວ ພວກ​ທ່ານ​ຈະ​ໄດ້​ຮັບ​ຄວາມ​ຮັ່ງ​ມີ, ຖ້າ​ຫາກ​ພວກ​ທ່ານ​ສະແຫວງ​ຫາ​ມັນ, ແລະ ພວກ​ທ່ານ​ຊອກ​ຫາ​ມັນ​ດ້ວຍ​ເຈດ​ຕະ​ນາ​ເພື່ອ ສ້າງ​ຄວາມ​ດີ—ເພື່ອ​ມີ​ເຄື່ອງ​ນຸ່ງ​ຫົ່ມ​ໃຫ້​ແກ່​ຄົນ​ທີ່​ເປືອຍ​ເປົ່າ, ແລະ ລ້ຽງ​ຄົນ​ອຶດ​ຫິວ, ແລະ ປົດ​ປ່ອຍ​ຊະ​ເລີຍ​ໃຫ້​ເປັນ​ອິດສະ​ລະ ແລະ ຊ່ວຍ​ບັນ​ເທົາ​ທຸກ​ໃຫ້​ຄົນ​ເຈັບ​ປ່ວຍ ແລະ ຄົນ​ທີ່​ເປັນ​ທຸກ.

20 ແລະ ບັດ​ນີ້​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ພວກ​ທ່ານ​ແລ້ວ​ກ່ຽວ​ກັບ​ຄວາມ​ທະນົງ​ໃຈ​ນັ້ນ; ແລະ ຄົນ​ໃນ​ຈຳນວນ​ພວກ​ທ່ານ​ທີ່​ເຮັດ​ໃຫ້​ເພື່ອນ​ບ້ານ​ຂອງ​ພວກ​ທ່ານ​ເປັນ​ທຸກ ແລະ ຂົ່ມ​ເຫັງ​ເຂົາ ເພາະ​ຄວາມ​ອວດ​ດີ​ໃນ​ໃຈ​ຂອງ​ພວກ​ທ່ານ, ດ້ວຍ​ສິ່ງ​ທີ່​ພຣະ​ເຈົ້າ​ປະທານ​ໃຫ້​ແກ່​ພວກ​ທ່ານ, ແລ້ວ​ພວກ​ທ່ານ​ຈະ​ເວົ້າ​ວ່າ​ແນວ​ໃດ?

21 ພວກ​ທ່ານ​ບໍ່​ຄິດ​ບໍ​ວ່າ ເລື່ອງ​ເຫລົ່າ​ນີ້​ເປັນ​ໜ້າ​ກຽດ​ຊັງ​ສຳ​ລັບ​ພຣະ​ອົງ​ຜູ້​ສ້າງ​ເນື້ອ​ໜັງ​ທັງ​ປວງ? ແລະ ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ​ແລ້ວ ຄົນ​ຜູ້​ໜຶ່ງ​ກໍ​ມີ​ຄຸນ​ຄ່າ​ຊ່ຳ​ກັບ​ຄົນ​ອີກ​ຜູ້​ໜຶ່ງ. ແລະ ເນື້ອ​ໜັງ​ທັງ​ໝົດ​ນັ້ນ​ມາ​ຈາກ​ຂີ້​ຝຸ່ນ; ແລະ ພຣະ​ອົງ​ໄດ້​ສ້າງ​ພວກ​ເຂົາ​ເພື່ອ​ຈຸດ​ມຸ້ງ​ໝາຍ​ອັນ​ດຽວ​ກັນ, ວ່າ​ພວກ​ເຂົາ​ຄວນ​ຮັກ​ສາ ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ແລະ ຖວາຍ​ບາ​ລະ​ມີ​ແດ່​ພຣະ​ອົງ​ຕະຫລອດ​ໄປ.

22 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຂໍ​ຈົບ​ການ​ເວົ້າ​ກັບ​ພວກ​ທ່ານ​ກ່ຽວ​ກັບ​ຄວາມ​ທະນົງ​ໃຈ​ນີ້. ແລະ ຖ້າ​ວ່າ​ຂ້າ​ພະ​ເຈົ້າ​ບໍ່​ຈຳ​ເປັນ​ຈະ​ເວົ້າ​ກ່ຽວ​ກັບ​ຄວາມ​ຜິດ​ອັນ​ຫຍາບ​ຄາຍ​ນີ້, ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຄົງ​ປິ​ຕິ​ຍິນ​ດີ​ຢ່າງ​ຍິ່ງ​ເພາະ​ພວກ​ທ່ານ.

23 ແຕ່​ວ່າ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຕ້ອງ​ໜັກ​ໃຈ​ເພາະ​ຄວາມ​ຜິດ​ອັນ​ຫຍາບ​ຊ້າ​ຂອງ​ພວກ​ທ່ານ. ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: ຜູ້​ຄົນ​ພວກ​ນີ້​ເລີ່ມ​ສ້າງ​ຄວາມ​ຊົ່ວ​ຮ້າຍ; ພວກ​ເຂົາ​ບໍ່​ເຂົ້າ​ໃຈ​ພຣະ​ຄຳ​ພີ, ແລະ ພະ​ຍາ​ຍາມ​ຊອກ​ຫາ​ຂໍ້​ແກ້​ຕົວ​ໃນ​ການ​ທຳ​ການ​ໂສ​ເພ​ນີ, ເພາະ​ເລື່ອງ​ນີ້​ໄດ້​ບັນ​ທຶກ​ໄວ້​ກ່ຽວ​ກັບ​ກະສັດ​ດາວິດ ແລະ ໂຊ​ໂລ​ໂມນ​ລູກ​ຊາຍ​ຂອງ​ເຂົາ.

24 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, ຈົ່ງ​ເບິ່ງ, ດາວິດ ແລະ ໂຊ​ໂລ​ໂມນ​ມີ ເມຍ​ກັບ​ສາວ​ໃຊ້​ຢ່າງ​ຫລວງ​ຫລາຍ, ຊຶ່ງ​ເລື່ອງ​ນີ້​ເປັນ​ໜ້າ​ກຽດ​ຊັງ​ຕໍ່​ໜ້າ​ເຮົາ.

25 ດັ່ງ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ເຮົາ​ພາ​ຜູ້​ຄົນ​ພວກ​ນີ້​ອອກ​ຈາກ​ແຜ່ນ​ດິນ​ເຢຣູ​ຊາເລັມ​ດ້ວຍ​ອຳນາດ​ຂອງ​ແຂນ​ເຮົາ​ເອງ, ເພື່ອ​ເຮົາ​ຈະ​ໄດ້​ຍົກ​ກິ່ງ​ງ່າ ອັນ​ຊອບ​ທຳ​ຂຶ້ນ​ຈາກ​ໜໍ່​ແໜງ​ຂອງ​ໂຢເຊັບ​ໄວ້​ໃຫ້​ເຮົາ.

26 ດັ່ງ​ນັ້ນ, ເຮົາ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ຍອມ​ໃຫ້​ຜູ້​ຄົນ​ພວກ​ນີ້​ໄດ້​ຮັບ​ຄວາມ​ທຸກ​ທໍ​ລະ​ມານ​ເໝືອນ​ດັ່ງ​ຄົນ​ໃນ​ສະ​ໄໝ​ກ່ອນ.

27 ດັ່ງ​ນັ້ນ, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຈົ່ງ​ຟັງ, ແລະ ຈົ່ງ​ເຊື່ອ​ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ: ຈະ​ບໍ່​ມີ​ຜູ້​ຊາຍ​ຄົນ​ໃດ​ໃນ​ບັນ​ດາ​ພວກ​ທ່ານ​ມີ​ເມຍ​ຫລາຍ​ກວ່າ ໜຶ່ງ​ຄົນ; ແລະ ມີ​ເມຍ​ນ້ອຍ​ອີກ​ບໍ່​ໄດ້;

28 ເພາະ​ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ຊື່ນ​ຊົມ​ໃນ ພົມ​ມະ​ຈັນ​ຂອງ​ຜູ້​ຍິງ. ແລະ ສ່ວນ​ການ​ໂສ​ເພ​ນີ​ນັ້ນ ເປັນ​ສິ່ງ​ທີ່​ໜ້າ​ກຽດ​ຊັງ​ຕໍ່​ໜ້າ​ເຮົາ; ຈອມ​ໂຍທາ​ໄດ້​ກ່າວ​ດັ່ງ​ນີ້.

29 ດັ່ງ​ນັ້ນ, ຜູ້​ຄົນ​ພວກ​ນີ້​ຈະ​ຕ້ອງ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ຈອມ​ໂຍທາ​ໄດ້​ກ່າວ​ດັ່ງ​ນີ້, ຖ້າ​ບໍ່​ດັ່ງ​ນັ້ນ​ແຜ່ນ​ດິນ​ຈະ​ຖືກ ສາບ​ແຊ່ງ​ສຳ​ລັບ​ພວກ​ເຂົາ.

30 ຈອມ​ໂຍທາ​ໄດ້​ກ່າວ​ວ່າ, ຖ້າ​ເຮົາ​ຢາກ​ຈະ​ລ້ຽງ​ດູ ລູກ​ຫລານ​ໄວ້​ເພື່ອ​ເຮົາ ແລ້ວ​ເຮົາ​ຈະ​ບັນ​ຊາ​ຜູ້​ຄົນ​ຂອງ​ເຮົາ​ເອງ; ບໍ່​ດັ່ງ​ນັ້ນ​ພວກ​ເຂົາ​ຈະ​ເຊື່ອ​ຟັງ​ເລື່ອງ​ເຫລົ່າ​ນີ້.

31 ເພາະ​ຈົ່ງ​ເບິ່ງ, ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຫັນ​ຄວາມ​ເສົ້າ​ສະ​ຫລົດ​ໃຈ, ແລະ ໄດ້​ຍິນ​ສຽງ​ທຸກ​ໂສກ​ຂອງ​ລູກ​ສາວ​ຂອງ​ຜູ້​ຄົນ​ຂອງ​ເຮົາ​ໃນ​ແຜ່ນ​ດິນ​ເຢຣູ​ຊາເລັມ, ແທ້​ຈິງ​ແລ້ວ, ໃນ​ທົ່ວ​ແຜ່ນ​ດິນ​ຂອງ​ຜູ້​ຄົນ​ຂອງ​ເຮົາ, ເພາະ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ຜົວ​ຂອງ​ພວກ​ເຂົາ.

32 ແລະ ຈອມ​ໂຍທາ​ໄດ້​ກ່າວ​ໄວ້​ວ່າ ເຮົາ​ຈະ​ບໍ່​ຍອມ​ໃຫ້​ສຽງ​ຮ້ອງ​ໄຫ້​ຂອງ​ລູກ​ສາວ​ທີ່​ດີ​ຂອງ​ຜູ້​ຄົນ​ພວກ​ນີ້​ຊຶ່ງ​ເຮົາ​ໄດ້​ນຳ​ອອກ​ມາ​ຈາກ​ແຜ່ນ​ດິນ​ເຢຣູ​ຊາເລັມ​ຂຶ້ນ​ມາ​ເຖິງ​ເຮົາ​ເພື່ອ​ຟ້ອງ​ຜົວ​ຂອງ​ພວກ​ເຂົາ, ຈອມ​ໂຍທາ​ໄດ້​ກ່າວ.

33 ເພາະ​ພວກ​ເຂົາ​ຈະ​ບໍ່​ນຳ​ເອົາ​ລູກ​ສາວ​ຂອງ​ຜູ້​ຄົນ​ຂອງ​ເຮົາ​ໄປ​ເປັນ​ຊະ​ເລີຍ ເພາະ​ຄວາມ​ອ່ອນ​ໂຍນ​ຂອງ​ນາງ ຖ້າ​ຫາກ​ເປັນ​ດັ່ງ​ນັ້ນ, ເຮົາ​ຈະ​ມາ​ຢ້ຽມ​ຢາມ​ພວກ​ເຂົາ​ດ້ວຍ​ການ​ສາບ​ແຊ່ງ​ຢ່າງ​ສາ​ຫັດ, ຈົນ​ເຖິງ​ການ​ທຳ​ລາຍ; ເພື່ອ​ພວກ​ເຂົາ​ຈະ​ບໍ່​ທຳ ການ​ໂສ​ເພ​ນີ​ເໝືອນ​ດັ່ງ​ຄົນ​ໃນ​ສະ​ໄໝ​ກ່ອນ, ຈອມ​ໂຍທາ​ໄດ້​ກ່າວ.

34 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ພວກ​ທ່ານ​ຮູ້​ແລ້ວ​ວ່າ ພຣະ​ບັນ​ຍັດ​ເຫລົ່າ​ນີ້​ໄດ້​ປະທານ​ໃຫ້​ບິດາ​ຂອງ​ພວກ​ເຮົາ​ລີໄຮ; ດັ່ງ​ນັ້ນ​ພວກ​ທ່ານ​ໄດ້​ຮູ້​ມາ​ແລ້ວ; ແລະ ພວກ​ທ່ານ​ໄດ້​ເຂົ້າ​ມາ​ສູ່​ການ​ກ່າວ​ໂທດ​ອັນ​ໃຫຍ່​ຫລວງ​ເພາະ​ສິ່ງ​ເຫລົ່າ​ນີ້​ທີ່​ພວກ​ທ່ານ​ບໍ່​ຄວນ​ເຮັດ​ເລີຍ.

35 ຈົ່ງ​ເບິ່ງ, ພວກ​ທ່ານ​ເຮັດ​ຄວາມ​ຊົ່ວ​ຮ້າຍ ອັນ​ໃຫຍ່​ຫລວງ​ກວ່າ​ຊາວ​ເລມັນ​ພີ່​ນ້ອງ​ຂອງ​ພວກ​ເຮົາ. ພວກ​ທ່ານ​ໄດ້​ເຮັດ​ໃຫ້​ໃຈ​ອັນ​ອ່ອນ​ໂຍນ​ຂອງ​ເມຍ​ຂອງ​ພວກ​ທ່ານ​ເຈັບ​ຊ້ຳ, ແລະ ເຮັດ​ໃຫ້​ລູກ​ຫລານ​ຂອງ​ພວກ​ທ່ານ​ໝົດ​ຄວາມ​ໝັ້ນ​ໃຈ​ໃນ​ພວກ​ທ່ານ​ຍ້ອນ​ຕົວ​ຢ່າງ​ອັນ​ຊົ່ວ​ຮ້າຍ​ທີ່​ພວກ​ທ່ານ​ໄດ້​ເຮັດ​ຕໍ່​ໜ້າ​ພວກ​ເຂົາ. ແລະ ສຽງ​ສະ​ອື້ນ​ຂອງ​ໃຈ​ຂອງ​ພວກ​ເຂົາ​ຂຶ້ນ​ໄປ​ເຖິງ​ພຣະ​ເຈົ້າ​ເພື່ອ​ຟ້ອງ​ພວກ​ທ່ານ. ແລະ ເພາະ​ຄວາມ​ເຄັ່ງ​ຄັດ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຊຶ່ງ​ມາ​ລົງ​ທັນ​ພວກ​ທ່ານ, ໃຈ​ຫລາຍ​ດວງ​ຈຶ່ງ​ຕາຍ​ໂດຍ​ການ​ຖືກ​ສຽບ​ແທງ​ເປັນ​ແຜ​ເລິກ.