ພຣະ​ຄຳ​ພີ
1 ນີໄຟ 13


ບົດ​ທີ 13

ນີໄຟ​ເຫັນ​ພາບ​ນິມິດ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ​ຂອງ​ມານ​ຖືກ​ສ້າງ​ຂຶ້ນ​ຢູ່​ໃນ​ບັນ​ດາ​ຄົນ​ຕ່າງ​ຊາດ, ການ​ຄົ້ນ​ພົບ ແລະ ການ​ສ້າງ​ຕັ້ງ​ອາ​ເມ​ຣິ​ກາ, ການ​ສູນ​ເສຍ​ຂໍ້​ຄວາມ​ຫລາຍ​ຕອນ ຊຶ່ງ​ແຈ່ມ​ແຈ້ງ ແລະ ມີ​ຄ່າ​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ, ຜົນ​ຂອງ​ການ​ປະ​ຖິ້ມ​ຄວາມ​ເຊື່ອ​ຂອງ​ຄົນ​ຕ່າງ​ຊາດ, ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ, ການ​ກັບ​ມາ​ຂອງ​ພຣະ​ຄຳ​ພີ​ໃນ​ຍຸກ​ສຸດ​ທ້າຍ, ແລະ ການ​ສ້າງ​ຕັ້ງ​ຂອງ​ຊີໂອນ. ປະ​ມານ 600–592 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ທູດ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ ມີ​ຄວາມ​ວ່າ: ເບິ່ງ​ເຖີດ! ແລະ ຂ້າ​ພະ​ເຈົ້າ​ຫລຽວ​ເບິ່ງ ແລະ ເຫັນ​ຫລາຍ​ປະ​ຊາ​ຊາດ ແລະ ຫລາຍ​ອາ​ນາ​ຈັກ.

2 ແລະ ທູດ​ໄດ້​ຖາມ​ຂ້າ​ພະ​ເຈົ້າ​ວ່າ: ເຈົ້າ​ເຫັນ​ຫຍັງ​ແດ່? ຂ້າ​ພະ​ເຈົ້າ​ຕອບ​ວ່າ: ຂ້າ​ນ້ອຍ​ເຫັນ​ຫລາຍ​ປະ​ຊາ​ຊາດ ແລະ ຫລາຍ​ອາ​ນາ​ຈັກ.

3 ແລະ ເພິ່ນ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ນີ້​ຄື​ປະ​ຊາ​ຊາດ ແລະ ອາ​ນາ​ຈັກ​ຂອງ​ຄົນ​ຕ່າງ​ຊາດ.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຮາກ​ຖານ​ຂອງ ສາດ​ສະ​ໜາ​ຈັກ​ໃຫຍ່​ຢູ່​ໃນ​ບັນ​ດາ​ປະ​ຊາ​ຊາດ​ຕ່າງໆ ແລະ ຄົນ​ຕ່າງ​ຊາດ.

5 ແລະ ທູດ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຈົ່ງ​ເບິ່ງ​ຮາກ​ຖານ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ໜ້າ​ກຽດ​ຊັງ​ທີ່​ສຸດ​ເໜືອ​ກວ່າ​ສາດ​ສະ​ໜາ​ຈັກ​ໃດໆ​ທັງ​ສິ້ນ ຊຶ່ງ ເຂັ່ນ​ຂ້າ​ໄພ່​ພົນ​ຂອງ​ພຣະ​ເຈົ້າ, ແທ້​ຈິງ​ແລ້ວ, ແມ່ນ​ທໍ​ລະ​ມານ​ພວກ​ເຂົາ ແລະ ຜູກ​ມັດ​ພວກ​ເຂົາ, ແລະ ໃສ່​ແອກ​ພວກ​ເຂົາ​ໄວ້​ດ້ວຍ ແອກ​ເຫລັກ, ແລະ ເອົາ​ພວກ​ເຂົາ​ລົງ​ມາ​ຫາ​ການ​ເປັນ​ຊະ​ເລີຍ.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສາດ​ສະ​ໜາ​ຈັກ ໃຫຍ່ ແລະ ໜ້າ​ກຽດ​ຊັງ​ອັນ​ນີ້; ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ ມານ​ທີ່​ປະ​ກາດ​ຕົນ​ເອງ​ວ່າ ເປັນ​ຮາກ​ຖານ​ຂອງ​ມັນ.

7 ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ ຄຳ, ແລະ ເງິນ, ແລະ ຜ້າ​ໄໝ, ແລະ ຜ້າ​ສີ​ແດງ​ສົດ, ແລະ ຜ້າ​ລີ​ນິນ​ຕ່ຳ​ຢ່າງ​ດີ, ແລະ ເຄື່ອງ​ນຸ່ງ​ຫົ່ມ​ທີ່​ມີ​ຄ່າ​ທຸກ​ຊະ​ນິດ, ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຍິງ​ໂສ​ເພ​ນີ​ຈຳນວນ​ຫລວງ​ຫລາຍ.

8 ແລະ ທູດ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ, ມີ​ຄວາມ​ວ່າ: ຈົ່ງ​ເບິ່ງ​ຄຳ, ແລະ ເງິນ, ແລະ ຜ້າ​ໄໝ, ແລະ ຜ້າ​ສີ​ແດງ​ສົດ, ແລະ ຜ້າ​ລີ​ນິນ​ຕ່ຳ​ຢ່າງ​ດີ, ແລະ ເຄື່ອງ​ນຸ່ງ​ຫົ່ມ​ທີ່​ມີ​ຄ່າ, ແລະ ຍິງ​ໂສ​ເພ​ນີ, ຄື ຄວາມ​ປາດ​ຖະ​ໜາ​ຂອງ​ສາດ​ສະ​ໜາ​ຈັກ​ໃຫຍ່ ແລະ ໜ້າ​ກຽດ​ຊັງ​ແຫ່ງ​ນີ້.

9 ແລະ ເປັນ​ການ​ສັນ​ລະ​ເສີນ​ຂອງ​ໂລກ​ທີ່​ພວກ​ເຂົາ​ໄດ້ ທຳ​ລາຍ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ແລະ ເອົາ​ພວກ​ເຂົາ​ລົງ​ໄປ​ຫາ​ການ​ເປັນ​ຊະ​ເລີຍ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ເບິ່ງ ແລະ ເຫັນ​ຜືນ​ນ້ຳ​ອັນ​ກວ້າງ​ໃຫຍ່; ແລະ ມັນ​ໄດ້​ແບ່ງ​ແຍກ​ຄົນ​ຕ່າງ​ຊາດ​ອອກ​ຈາກ​ລູກ​ຫລານ​ຂອງ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ.

11 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ທູດ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຈົ່ງ​ເບິ່ງ​ພຣະ​ພິ​ໂລດ​ຂອງ​ພຣະ​ເຈົ້າ​ທີ່​ມີ​ຕໍ່​ລູກ​ຫລານ​ຂອງ​ພວກ​ອ້າຍ​ຂອງ​ເຈົ້າ.

12 ແລະ ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ເບິ່ງ ແລະ ໄດ້​ເຫັນ​ຊາຍ​ຜູ້​ໜຶ່ງ​ໃນ​ບັນ​ດາ​ຄົນ​ຕ່າງ​ຊາດ ຊຶ່ງ​ຖືກ​ແຍກ​ອອກ​ໄປ​ຈາກ​ລູກ​ຫລານ​ຂອງ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ດ້ວຍ​ຜືນ​ນ້ຳ​ອັນ​ກວ້າງ​ໃຫຍ່; ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ ສະ​ເດັດ​ລົງ​ມາ ແລະ ກະ​ທຳ​ຕໍ່​ຊາຍ​ຜູ້​ນັ້ນ, ແລ້ວ​ເພິ່ນ​ໄດ້​ອອກ​ໄປ​ໃນ​ຜືນ​ນ້ຳ​ອັນ​ກວ້າງ​ໃຫຍ່​ຈົນ​ມາ​ເຖິງ​ລູກ​ຫລານ​ຂອງ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ ຜູ້​ຊຶ່ງ​ຢູ່​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ກະ​ທຳ​ຕໍ່​ຄົນ​ຕ່າງ​ຊາດ​ອື່ນໆ; ແລະ ຄົນ​ເຫລົ່າ​ນັ້ນ​ອອກ​ໄປ​ພົ້ນ​ຈາກ​ການ​ເປັນ​ຊະ​ເລີຍ​ໃນ​ຜືນ​ນ້ຳ​ອັນ​ກວ້າງ​ໃຫຍ່​ນັ້ນ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຄົນ​ຕ່າງ​ຊາດ ເປັນ​ຈຳນວນ​ຫລວງ​ຫລາຍ​ຢູ່​ໃນ ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ; ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ພິ​ໂລດ​ຂອງ​ພຣະ​ເຈົ້າ​ມີ​ຕໍ່​ລູກ​ຫລານ​ຂອງ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ; ແລະ ພວກ​ເຂົາ​ໄດ້ ກະ​ຈັດ​ກະ​ຈາຍ​ໄປ​ຕໍ່​ໜ້າ​ຄົນ​ຕ່າງ​ຊາດ ແລະ ຖືກ​ລົງ​ທັນ.

15 ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ກັບ​ຄົນ​ຕ່າງ​ຊາດ, ແລະ ພວກ​ເຂົາ​ໄດ້​ຮຸ່ງ​ເຮືອງ​ຂຶ້ນ ແລະ ໄດ້​ຮັບ ແຜ່ນ​ດິນ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ; ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ວ່າ ພວກ​ເຂົາ​ຂາວ ແລະ ຈົບ​ງາມ​ທີ່​ສຸດ​ຄື​ກັນ​ກັບ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ກ່ອນ​ພວກ​ເຂົາ​ຖືກ ລົງ​ທັນ.

16 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ເຫັນ​ຄົນ​ຕ່າງ​ຊາດ ຊຶ່ງ​ອອກ​ໄປ​ຈາກ​ການ​ເປັນ​ຊະ​ເລີຍ ແລະ ຖ່ອມ​ຕົວ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ; ແລະ ລິດ​ເດດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຢູ່​ກັບ ພວກ​ເຂົາ.

17 ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ວ່າ ຄົນ​ຕ່າງ​ຊາດ​ຈາກ​ປະເທດ​ເດີມ​ຂອງ​ພວກ​ເຂົາ​ໄດ້​ເດີນ​ທາງ​ມາ​ເຕົ້າ​ໂຮມ​ກັນ​ໃນ​ນ້ຳ ແລະ ໃນ​ແຜ່ນ​ດິນ​ເພື່ອ​ສູ້​ຮົບ​ກັບ​ພວກ​ເຂົາ.

18 ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ວ່າ ລິດ​ເດດ​ຂອງ​ພຣະ​ເຈົ້າ​ໄດ້​ຢູ່​ກັບ​ພວກ​ເຂົາ ແລະ ພຣະ​ພິ​ໂລດ​ຂອງ​ພຣະ​ເຈົ້າ​ມີ​ຕໍ່​ທຸກ​ຄົນ​ທີ່​ມາ​ເຕົ້າ​ໂຮມ​ກັນ​ເພື່ອ​ສູ້​ຮົບ​ກັບ​ພວກ​ເຂົາ.

19 ແລະ ຂ້າ​ພະ​ເຈົ້າ​ນີໄຟ​ເຫັນ​ວ່າ​ຄົນ​ຕ່າງ​ຊາດ​ທີ່​ອອກ​ຈາກ​ການ​ເປັນ​ຊະ​ເລີຍ​ໄດ້​ຮັບ​ການ ປົດ​ປ່ອຍ​ໂດຍ​ລິດ​ເດດ​ຂອງ​ພຣະ​ເຈົ້າ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ປະ​ຊາ​ຊາດ​ອື່ນໆ​ທັງ​ສິ້ນ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ເຫັນ​ວ່າ​ພວກ​ເຂົາ​ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນ​ດິນ​ນັ້ນ, ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ ໜັງ​ສື​ເຫລັ້ມ​ໜຶ່ງ ແລະ ມັນ​ຖືກ​ນຳ​ອອກ​ໄປ​ໃນ​ບັນ​ດາ​ພວກ​ເຂົາ.

21 ແລະ ທູດ​ໄດ້​ຖາມ​ຂ້າ​ພະ​ເຈົ້າ​ວ່າ: ເຈົ້າ​ຮູ້​ຈັກ​ຄວາມ​ໝາຍ​ຂອງ​ໜັງ​ສື​ເຫລັ້ມ​ນັ້ນ​ບໍ່?

22 ແລະ ຂ້າ​ພະ​ເຈົ້າ​ຕອບ​ເພິ່ນ​ວ່າ: ຂ້າ​ນ້ອຍ​ບໍ່​ຮູ້​ຈັກ​ເລີຍ.

23 ແລະ ພຣະ​ອົງ​ກ່າວ​ວ່າ: ຈົ່ງ​ເບິ່ງ ມັນ​ອອກ​ມາ​ຈາກ​ປາກ​ຂອງ​ຊາວ​ຢິວ. ແລະ ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ເຫັນ​ມັນ; ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ອີກ​ວ່າ: ໜັງ​ສື​ເຫລັ້ມ​ທີ່​ເຈົ້າ​ໄດ້​ເຫັນ​ຄື ບັນ​ທຶກ​ຂອງ ຊາວ​ຢິວ ຊຶ່ງ​ປະກອບ​ດ້ວຍ​ພັນທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ກະ​ທຳ​ໄວ້​ກັບ​ເຊື້ອ​ສາຍ​ອິດສະ​ຣາເອນ; ແລະ ມັນ​ຍັງ​ໄດ້​ບັນ​ຈຸ​ຄຳ​ທຳ​ນາຍ​ຫລາຍ​ຢ່າງ​ຂອງ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ນຳ​ອີກ; ແລະ ເປັນ​ບັນ​ທຶກ​ຄື​ກັນ​ກັບ​ອັກຂະລະ​ທີ່​ຢູ່​ໃນ ແຜ່ນ​ຈາລຶກ​ທອງ​ເຫລືອງ ຊຶ່ງ​ມີ​ຂຽນ​ໄວ້​ບໍ່​ຫລາຍ​ເທົ່າ​ໃດ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ມັນ​ຍັງ​ປະກອບ​ດ້ວຍ​ພັນທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ພຣະ​ອົງ​ໄດ້​ກະ​ທຳ​ໄວ້​ກັບ​ເຊື້ອ​ສາຍ​ອິດສະ​ຣາເອນ; ດັ່ງ​ນັ້ນ, ມັນ​ຈຶ່ງ​ມີ​ຄຸນ​ຄ່າ​ຢ່າງ​ຫລວງ​ຫລາຍ​ສຳ​ລັບ​ຄົນ​ຕ່າງ​ຊາດ.

24 ແລະ ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ເຈົ້າ​ເຫັນ​ແລ້ວ​ວ່າ ໜັງ​ສື​ເຫລັ້ມ​ນັ້ນ​ໄດ້​ອອກ​ມາ​ຈາກ​ປາກ​ຂອງ​ຊາວ​ຢິວ; ແລະ ເມື່ອ​ມັນ​ອອກ​ມາ​ຈາກ​ປາກ​ຂອງ​ຊາວ​ຢິວ, ມັນ​ຈຶ່ງ​ປະກອບ​ດ້ວຍ​ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ອັກຄະ​ສາວົກ​ສິບ​ສອງ​ໄດ້​ເປັນ​ພະຍານ​ໄວ້; ແລະ ພວກ​ເພິ່ນ​ໄດ້​ເປັນ​ພະຍານ​ໄວ້​ຕາມ​ຄວາມ​ຈິງ ຊຶ່ງ​ມີ​ຢູ່​ໃນ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ.

25 ດັ່ງ​ນັ້ນ, ສິ່ງ​ເຫລົ່າ​ນີ້​ຈຶ່ງ​ອອກ​ໄປ​ດ້ວຍ​ຄວາມ​ບໍ​ລິ​ສຸດ​ຈາກ ຊາວ​ຢິວ​ໄປ​ຫາ ຄົນ​ຕ່າງ​ຊາດ​ຕາມ​ຄວາມ​ຈິງ ຊຶ່ງ​ມີ​ຢູ່​ໃນ​ພຣະ​ເຈົ້າ.

26 ແລະ ຫລັງ​ຈາກ​ສິ່ງ​ເຫລົ່າ​ນີ້​ອອກ​ໄປ​ຈາກ​ມື​ຂອງ​ອັກຄະ​ສາວົກ​ສິບ​ສອງ​ຂອງ​ພຣະ​ເມສາ​ນ້ອຍ ແລະ ຈາກ​ຊາວ​ຢິວ ໄປ​ຫາ​ຄົນ​ຕ່າງ​ຊາດ​ແລ້ວ, ເຈົ້າ​ຈະ​ເຫັນ​ການ​ຈັດ​ຕັ້ງ​ຂອງ​ສາດ​ສະ​ໜາ​ຈັກ ໃຫຍ່ ແລະ ໜ້າ​ກຽດ​ຊັງ​ກວ່າ ສາດ​ສະ​ໜາ​ຈັກ​ອື່ນ​ໃດ​ທັງ​ສິ້ນ; ເພາະ​ຈົ່ງ​ເບິ່ງ, ເພາະ​ພວກ​ເຂົາ ເອົາ​ຂໍ້​ຄວາມ​ຫລາຍ​ຕອນ​ຊຶ່ງ ແຈ່ມ​ແຈ້ງ ແລະ ມີ​ຄ່າ​ທີ່​ສຸດ​ໄປ​ຈາກ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເມສາ​ນ້ອຍ ແລະ ເອົາ​ພັນທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄປ​ນຳ​ອີກ.

27 ແລະ ພວກ​ເຂົາ​ກະ​ທຳ​ສິ່ງ​ທັງ​ໝົດ​ນີ້​ໄປ ເພື່ອ​ພວກ​ເຂົາ​ຈະ​ໄດ້​ບິດ​ເບືອນ​ທາງ​ທີ່​ຖືກ​ຕ້ອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ເຮັດ​ໃຫ້​ລູກ​ຫລານ​ມະນຸດ​ຕາ​ບອດ ແລະ ມີ​ໃຈ​ແຂງ​ກະ​ດ້າງ.

28 ດັ່ງ​ນັ້ນ, ເຈົ້າ​ເຫັນ​ວ່າ​ຫລັງ​ຈາກ​ໜັງ​ສື​ເຫລັ້ມ​ນັ້ນ​ອອກ​ໄປ​ໂດຍ​ຜ່ານ​ມື​ຂອງ​ສາດ​ສະ​ໜາ​ຈັກ​ໃຫຍ່ ແລະ ໜ້າ​ກຽດ​ຊັງ​ແລ້ວ, ມີ​ຫລາຍ​ຢ່າງ​ທີ່​ແຈ່ມ​ແຈ້ງ ແລະ ມີ​ຄ່າ​ຖືກ​ເອົາ​ໄປ​ຈາກ​ໜັງ​ສື ຊຶ່ງ​ເປັນ​ໜັງ​ສື​ຂອງ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ.

29 ແລະ ຫລັງ​ຈາກ​ສິ່ງ​ທີ່​ແຈ່ມ​ແຈ້ງ ແລະ ມີ​ຄ່າ​ຖືກ​ເອົາ​ອອກ​ແລ້ວ, ມັນ​ຈະ​ອອກ​ໄປ​ຫາ​ທຸກ​ປະ​ຊາ​ຊາດ​ຂອງ​ຄົນ​ຕ່າງ​ຊາດ; ແລະ ຫລັງ​ຈາກ​ມັນ​ອອກ​ໄປ​ຫາ​ທຸກ​ປະ​ຊາ​ຊາດ​ຂອງ​ຄົນ​ຕ່າງ​ຊາດ​ແລ້ວ, ແທ້​ຈິງ​ແລ້ວ, ມັນ​ໄດ້​ຂ້າມ​ຜືນ​ນ້ຳ​ອັນ​ກວ້າງ​ໃຫຍ່​ທີ່​ເຈົ້າ​ເຫັນ​ໄປ​ກັບ​ຄົນ​ຕ່າງ​ຊາດ ຊຶ່ງ​ອອກ​ໄປ​ຈາກ​ການ​ເປັນ​ຊະ​ເລີຍ​ແລ້ວ—​ເພາະ​ຫລາຍ​ຢ່າງ​ທີ່​ແຈ່ມ​ແຈ້ງ ແລະ ມີ​ຄ່າ​ຖືກ​ເອົາ​ອອກ​ຈາກ​ໜັງ​ສື ຊຶ່ງ​ເປັນ​ທີ່​ແຈ່ມ​ແຈ້ງ​ແກ່​ຄວາມ​ເຂົ້າ​ໃຈ​ຂອງ​ລູກ​ຫລານ​ມະນຸດ ຕາມ​ຄວາມ​ແຈ່ມ​ແຈ້ງ​ຊຶ່ງ​ມີ​ຢູ່​ໃນ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ—ເພາະ​ສິ່ງ​ເຫລົ່າ​ນີ້​ທີ່​ຖືກ​ເອົາ​ອອກ​ໄປ​ຈາກ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເມສາ​ນ້ອຍ, ຜູ້​ຄົນ​ຈຳນວນ​ຫລວງ​ຫລາຍ​ຈຶ່ງ​ມີ​ການ​ຜິດ​ພາດ, ແທ້​ຈິງ​ແລ້ວ, ເຖິງ​ຂະ​ໜາດ​ທີ່​ຊາຕານ​ມີ​ອຳນາດ​ເໜືອ​ພວກ​ເຂົາ.

30 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຈົ້າ​ຍັງ​ເຫັນ​ວ່າ ຄົນ​ຕ່າງ​ຊາດ​ຜູ້​ທີ່​ອອກ​ໄປ​ຈາກ​ການ​ເປັນ​ຊະ​ເລີຍ​ນັ້ນ​ຖືກ​ຍົກ​ຂຶ້ນ​ໂດຍ​ອຳນາດ​ຂອງ​ພຣະ​ເຈົ້າ​ເໜືອ​ປະ​ຊາ​ຊາດ​ອື່ນ​ໃດ​ທັງ​ສິ້ນ, ໃນ​ແຜ່ນ​ດິນ​ທີ່​ປະ​ເສີດ​ເລີດ​ລ້ຳ​ກວ່າ​ແຜ່ນ​ດິນ​ອື່ນ​ໃດ​ທັງ​ສິ້ນ, ອັນ​ເປັນ​ແຜ່ນ​ດິນ​ຊຶ່ງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ພັນທະ​ສັນ​ຍາ​ກັບ​ບິດາ​ຂອງ​ເຈົ້າ​ວ່າ ລູກ​ຫລານ​ຂອງ​ເຈົ້າ​ຈະ​ໄດ້​ຮັບ ແຜ່ນ​ດິນ​ຊຶ່ງ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ; ດັ່ງ​ນັ້ນ, ເຈົ້າ​ຈຶ່ງ​ເຫັນ​ວ່າ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ຍອມ​ໃຫ້​ຄົນ​ຕ່າງ​ຊາດ​ທຳ​ລາຍ​ລູກ​ຫລານ​ຂອງ​ເຈົ້າ ຊຶ່ງ​ເປັນ​ຊາດ ປະ​ສົມ​ໃນ​ບັນ​ດາ​ລູກ​ຫລານ​ຂອງ​ພວກ​ອ້າຍ​ຂອງ​ເຈົ້າ.

31 ກັບ​ທັງ​ພຣະ​ອົງ​ຈະ​ບໍ່​ຍອມ​ໃຫ້​ຄົນ​ຕ່າງ​ຊາດ ທຳ​ລາຍ​ລູກ​ຫລານ​ຂອງ​ພວກ​ອ້າຍ​ຂອງ​ເຈົ້າ.

32 ທັງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ຍອມ​ໃຫ້​ຄົນ​ຕ່າງ​ຊາດ​ຄົງ​ຢູ່​ໃນ​ສະພາບ​ຕາ​ບອດ​ອັນ​ເປັນ​ຕາ​ຢ້ານ​ຕະຫລອດ​ໄປ ຊຶ່ງ​ເຈົ້າ​ໄດ້​ເຫັນ​ຄວາມ​ເປັນ​ຢູ່​ຂອງ​ພວກ​ເຂົາ ເພາະ​ຂໍ້​ຄວາມ​ທີ່​ແຈ່ມ​ແຈ້ງ ແລະ ມີ​ຄ່າ​ທີ່​ສຸດ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເມສາ​ນ້ອຍ​ຖືກ​ກັກ​ໄວ້​ໂດຍ​ສາດ​ສະ​ໜາ​ຈັກ​ທີ່ ໜ້າ​ກຽດ​ຊັງ ຊຶ່ງ​ຈັດ​ຕັ້ງ​ຂອງ​ມັນ​ເຈົ້າ​ກໍ​ເຫັນ​ຢູ່​ແລ້ວ.

33 ດັ່ງ​ນັ້ນ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ຈຶ່ງ​ໄດ້​ກ່າວ​ວ່າ: ເຮົາ​ຈະ​ມີ​ຄວາມ​ເມດ​ຕາ​ຕໍ່​ຄົນ​ຕ່າງ​ຊາດ​ຈົນ​ເຖິງ​ວ່າ​ໄປ​ຢ້ຽມ​ຢາມ​ຜູ້​ທີ່​ເຫລືອ​ຢູ່​ຂອງ​ເຊື້ອ​ສາຍ​ອິດສະ​ຣາເອນ​ໃນ​ການ​ພິ​ພາກ​ສາ​ອັນ​ຍິ່ງ​ໃຫຍ່.

34 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ, ມີ​ຄວາມ​ວ່າ: ຈົ່ງ​ເບິ່ງ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ໄດ້​ກ່າວ​ໄວ້​ວ່າ, ຫລັງ​ຈາກ​ເຮົາ​ໄປ​ຢ້ຽມ​ຢາມ ຜູ້​ທີ່​ເຫລືອ​ຢູ່​ຂອງ​ເຊື້ອ​ສາຍ​ອິດສະ​ຣາເອນ​ແລ້ວ—​ແລະ ຜູ້​ທີ່​ເຫລືອ​ຢູ່​ທີ່​ເຮົາ​ເວົ້າ​ເຖິງ​ນີ້​ຄື​ລູກ​ຫລານ​ຂອງ​ບິດາ​ຂອງ​ເຈົ້າ—ດັ່ງ​ນັ້ນ, ຫລັງ​ຈາກ​ທີ່​ເຮົາ​ໄປ​ຢ້ຽມ​ຢາມ​ພວກ​ເຂົາ​ໃນ​ການ​ພິ​ພາກ​ສາ ແລະ ລົງ​ທັນ​ພວກ​ເຂົາ​ດ້ວຍ​ມື​ຂອງ​ຄົນ​ຕ່າງ​ຊາດ​ແລ້ວ, ແລະ ຫລັງ​ຈາກ​ຄົນ​ຕ່າງ​ຊາດ​ເຮັດ​ການ ຜິດ​ພາດ​ໄປ​ຢ່າງ​ຫລວງ​ຫລາຍ​ແລ້ວ, ເພາະ​ຂໍ້​ຄວາມ​ທີ່​ແຈ່ມ​ແຈ້ງ ແລະ ມີ​ຄ່າ​ທີ່​ສຸດ​ຂອງ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເມສາ​ນ້ອຍ​ຖືກ​ກັກ​ໄວ້​ໂດຍ​ສາດ​ສະ​ໜາ​ຈັກ​ອັນ​ໜ້າ​ກຽດ​ຊັງ​ນັ້ນ ຊຶ່ງ​ເປັນ​ຜູ້​ໃຫ້​ກຳເນີດ​ຍິງ​ໂສ​ເພ​ນີ, ພຣະ​ເມສາ​ນ້ອຍ​ໄດ້​ກ່າວ​ວ່າ—​ເຮົາ​ຈະ​ມີ​ຄວາມ​ເມດ​ຕາ​ຕໍ່​ຄົນ​ຕ່າງ​ຊາດ​ໃນ​ມື້​ນັ້ນ​ດ້ວຍ​ອຳນາດ​ຂອງ​ເຮົາ​ເຖິງ​ຂະ​ໜາດ​ທີ່​ເຮົາ​ຈະ ນຳ​ເອົາ​ສ່ວນ​ຫລາຍ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ທີ່​ແຈ່ມ​ແຈ້ງ ແລະ ມີ​ຄ່າ​ມາ​ໃຫ້​ພວກ​ເຂົາ, ພຣະ​ເມສາ​ນ້ອຍ​ໄດ້​ກ່າວ.

35 ເພາະ​ຈົ່ງ​ເບິ່ງ, ພຣະ​ເມສາ​ນ້ອຍ​ໄດ້​ກ່າວ​ວ່າ: ເຮົາ​ຈະ​ສະແດງ​ຕົນ​ໃຫ້​ປະຈັກ​ແກ່​ລູກ​ຫລານ​ຂອງ​ເຈົ້າ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ຂຽນ​ຂໍ້​ຄວາມ​ຫລາຍ​ຢ່າງ ຊຶ່ງ​ເຮົາ​ຈະ​ສິດ​ສອນ​ໃຫ້​ແກ່​ພວກ​ເຂົາ ຊຶ່ງ​ຈະ​ແຈ່ມ​ແຈ້ງ ແລະ ມີ​ຄ່າ; ແລະ ຫລັງ​ຈາກ​ນັ້ນ​ລູກ​ຫລານ​ຂອງ​ເຈົ້າ​ຈະ​ຖືກ​ທຳ​ລາຍ ແລະ ເສື່ອມ​ໂຊມ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຖື, ແລະ ລູກ​ຫລານ​ຂອງ​ພວກ​ອ້າຍ​ຂອງ​ເຈົ້າ​ກໍ​ເໝືອນ​ກັນ, ຈົ່ງ​ເບິ່ງ, ຂໍ້​ຄວາມ​ເຫລົ່າ​ນີ້​ຈະ​ຖືກ​ເຊື່ອງ​ໄວ້​ເພື່ອ​ຈະ​ໄດ້​ເອົາ​ອອກ​ມາ​ຫາ​ຄົນ​ຕ່າງ​ຊາດ​ໂດຍ​ຂອງ​ປະທານ ແລະ ອຳນາດ​ຂອງ​ພຣະ​ເມສາ​ນ້ອຍ.

36 ແລະ ໃນ​ນັ້ນ​ຈະ​ບັນ​ທຶກ ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ແລະ ຫີນ​ຂອງ​ເຮົາ, ແລະ ຄວາມ​ລອດ​ຂອງ​ເຮົາ, ພຣະ​ເມສາ​ນ້ອຍ​ໄດ້​ກ່າວ.

37 ແລະ ຄົນ​ທີ່​ພະ​ຍາ​ຍາມ​ນຳ ຊີໂອນ​ຂອງ​ເຮົາ​ມາ​ໃນ​ມື້​ນັ້ນຈະ ເປັນ​ສຸກ, ເພາະ​ພວກ​ເຂົາ​ຈະ​ມີ ຂອງ​ປະທານ ແລະ ອຳນາດ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ; ແລະ ຖ້າ​ຫາກ​ພວກ​ເຂົາ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ ພວກ​ເຂົາ​ຈະ​ຖືກ​ຍົກ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ, ແລະ ຈະ​ລອດ​ໃນ ອາ​ນາ​ຈັກ​ອັນ​ເປັນ​ນິດ​ຂອງ​ພຣະ​ເມສາ​ນ້ອຍ; ແລະ ຜູ້​ໃດ​ກໍ​ຕາມທີ່ ປະ​ກາດ​ສັນ​ຕິ​ສຸກ, ແທ້​ຈິງ​ແລ້ວ, ຂ່າວ​ແຫ່ງ​ຄວາມ​ປິ​ຕິ​ຍິນ​ດີ​ອັນ​ຍິ່ງ​ໃຫຍ່, ພວກ​ເຂົາ​ກໍ​ຈະ​ມີ​ຄວາມ​ສວຍ​ງາມ​ພຽງ​ໃດ​ຢູ່​ເທິງ​ພູ.

38 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຜູ້​ທີ່​ເຫລືອ​ຢູ່​ຂອງ​ລູກ​ຫລານ​ຂອງ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ, ແລະ ເຫັນ ໜັງ​ສື​ຂອງ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ນຳ​ອີກ ຊຶ່ງ​ອອກ​ມາ​ຈາກ​ປາກ​ຂອງ​ຊາວ​ຢິວ ອອກ​ມາ​ຈາກ​ຄົນ​ຕ່າງ​ຊາດ ໄປ​ຫາ​ຜູ້​ທີ່​ເຫລືອ​ຢູ່​ຂອງ​ລູກ​ຫລານ​ຂອງ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ.

39 ຫລັງ​ຈາກ​ມັນ​ມາ​ຫາ​ພວກ​ເຂົາ​ແລ້ວ ຂ້າ​ພະ​ເຈົ້າ​ໄດ້​ເຫັນ ໜັງ​ສື​ເຫລັ້ມ​ອື່ນ ຊຶ່ງ​ອອກ​ມາ​ໂດຍ​ອຳນາດ​ຂອງ​ພຣະ​ເມສາ​ນ້ອຍ​ຈາກ​ຄົນ​ຕ່າງ​ຊາດ​ໄປ​ຫາ​ພວກ​ເຂົາ​ເພື່ອ​ໃຫ້​ຄົນ​ຕ່າງ​ຊາດ ແລະ ຜູ້​ທີ່​ເຫລືອ​ຢູ່​ຂອງ​ລູກ​ຫລານ​ຂອງ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ, ແລະ ພ້ອມ​ທັງ​ຊາວ​ຢິວ​ທີ່​ກະ​ຈັດ​ກະ​ຈາຍ​ໄປ​ທົ່ວ​ຜືນ​ແຜ່ນ​ດິນ​ໂລກ ຍອມ​ຮັບ​ວ່າ ບັນ​ທຶກ​ຂອງ​ສາດ​ສະ​ດາ ແລະ ຂອງ​ອັກຄະ​ສາວົກ​ສິບ​ສອງ​ຂອງ​ພຣະ​ເມສາ​ນ້ອຍ​ເປັນ ຄວາມ​ຈິງ.

40 ແລະ ທູດ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ, ມີ​ຄວາມ​ວ່າ : ບັນ​ທຶກ​ສະບັບ​ຫລັງ ຊຶ່ງ​ເຈົ້າ​ເຫັນ​ຢູ່​ໃນ​ບັນ​ດາ​ຄົນ​ຕ່າງ​ຊາດ​ນັ້ນ ຈະ ສະຖາ​ປະນາ​ຄວາມ​ຈິງ​ຂອງ ສະບັບ​ທຳ​ອິດ ຊຶ່ງ​ເປັນ​ຂອງ​ອັກຄະ​ສາວົກ​ສິບ​ສອງ​ຂອງ​ພຣະ​ເມສາ​ນ້ອຍ ແລະ ຈະ​ເຮັດ​ໃຫ້​ຮູ້​ສິ່ງ​ທີ່​ແຈ່ມ​ແຈ້ງ ແລະ ມີ​ຄ່າ ຊຶ່ງ​ຖືກ​ເອົາ​ໄປ​ຈາກ​ໜັງ​ສື​ເຫລົ່າ​ນີ້, ແລະ ຈະ​ເຮັດ​ໃຫ້​ຮູ້​ກັນ​ໃນ​ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ, ວ່າ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ຄື​ພຣະ​ບຸດ​ຂອງ​ພຣະ​ບິດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ, ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ, ແລະ ວ່າ​ຄົນ​ທັງ​ປວງ​ຕ້ອງ​ມາ​ຫາ​ພຣະ​ອົງ​ຖ້າ​ບໍ່​ດັ່ງ​ນັ້ນ​ເຂົາ​ຈະ​ລອດ​ບໍ່​ໄດ້.

41 ແລະ ເຂົາ​ຕ້ອງ​ມາ​ຕາມ​ຄຳ​ຊຶ່ງ​ຈະ​ສະຖາ​ປະນາ​ຂຶ້ນ​ໂດຍ​ພຣະ​ໂອດ​ຂອງ​ພຣະ​ເມສາ​ນ້ອຍ ແລະ ພຣະ​ຄຳ​ຂອງ​ພຣະ​ເມສາ​ນ້ອຍ​ຈະ​ເປັນ​ທີ່​ຮູ້​ຈັກ ໃນ​ບັນ​ທຶກ​ຂອງ​ລູກ​ຫລານ​ຂອງ​ເຈົ້າ​ເຊັ່ນ​ດຽວ​ກັບ​ໃນ​ບັນ​ທຶກ​ຂອງ​ອັກຄະ​ສາວົກ​ສິບ​ສອງ​ຂອງ​ພຣະ​ເມສາ​ນ້ອຍ; ດັ່ງ​ນັ້ນ​ບັນ​ທຶກ​ທັງ​ສອງ​ເຫລັ້ມ​ນີ້​ຈະ​ຖືກ​ສະຖາ​ປະນາ​ໄວ້​ເປັນ ເຫລັ້ມ​ດຽວ; ເພາະ​ມີ ພຣະ​ເຈົ້າ​ອົງ​ດຽວ ແລະ ມີ​ຜູ້​ລ້ຽງ ຜູ້​ດຽວ​ທົ່ວ​ຜືນ​ແຜ່ນ​ດິນ​ໂລກ.

42 ແລະ ເມື່ອ​ເວລາ​ມາ​ເຖິງ ພຣະ​ອົງ​ຈະ​ສະແດງ​ພຣະ​ອົງ​ເອງ​ໃຫ້​ປະຈັກ​ແກ່​ທຸກ​ປະ​ຊາ​ຊາດ, ທັງ ຊາວ​ຢິວ ແລະ ຄົນ​ຕ່າງ​ຊາດ​ນຳ​ອີກ; ແລະ ຫລັງ​ຈາກ​ທີ່​ພຣະ​ອົງ​ສະແດງ​ພຣະ​ອົງ​ເອງ​ໃຫ້​ປະຈັກ​ແກ່​ຊາວ​ຢິວ ແລະ ຕໍ່​ຄົນ​ຕ່າງ​ຊາດ​ແລ້ວ, ເມື່ອ​ນັ້ນ​ພຣະ​ອົງ​ຈະ​ສະແດງ​ພຣະ​ອົງ​ເອງ​ໃຫ້​ປະຈັກ​ແກ່​ຄົນ​ຕ່າງ​ຊາດ ແລະ ຕໍ່​ຊາວ​ຢິວ​ນຳ​ອີກ, ແລະ ຜູ້ ສຸດ​ທ້າຍ​ຈະ​ເປັນ​ຜູ້​ທຳ​ອິດ ແລະ ຜູ້ ທຳ​ອິດ​ຈະ​ເປັນ​ຜູ້​ສຸດ​ທ້າຍ.