ພຣະ​ຄຳ​ພີ
1 ນີໄຟ 1


ໜັງ​ສື​ນີໄຟ​ສະບັບ​ທີ​ໜຶ່ງ

ການ​ປົກ​ຄອງ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເພິ່ນ

ເລື່ອງ​ລາວ​ຂອງ​ລີໄຮ ແລະ ຊາ​ໄຣ​ຢາ ພັນ​ລະ​ຍາ​ຂອງ​ເພິ່ນ​ພ້ອມ​ດ້ວຍ​ລູກ​ຊາຍ​ສີ່​ຄົນ ທີ່​ມີ​ຊື່​ວ່າ (ເລີ່ມ​ຕັ້ງ​ແຕ່​ລູກ​ກົກ) ເລມັນ, ເລ​ມູ​ເອນ, ແຊມ, ແລະ ນີໄຟ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຕືອນ​ລີໄຮ​ໃຫ້​ອອກ​ຈາກ​ແຜ່ນ​ດິນ​ເຢຣູ​ຊາເລັມ​ເພາະ​ເພິ່ນ​ທຳ​ນາຍ​ແກ່​ຜູ້​ຄົນ​ກ່ຽວ​ກັບ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ ແລະ ພວກ​ເຂົາ​ພະ​ຍາ​ຍາມ​ທຳ​ລາຍ​ຊີ​ວິດ​ຂອງ​ເພິ່ນ. ເພິ່ນ​ເດີນ​ທາງ​ສາມ​ວັນ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ກັບ​ຄອບ​ຄົວ​ຂອງ​ເພິ່ນ. ນີໄຟ​ພາ​ພວກ​ອ້າຍ​ກັບ​ໄປ​ແຜ່ນ​ດິນ​ເຢຣູ​ຊາເລັມ​ເພື່ອ​ຕາມ​ເອົາ​ບັນ​ທຶກ​ຂອງ​ຊາວ​ຢິວ. ເລື່ອງ​ລາວ​ກ່ຽວ​ກັບ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ໄດ້​ລູກ​ສາວ​ຂອງ​ອິດ​ຊະ​ມາ​ເອນ​ມາ​ເປັນ​ເມຍ. ເຂົາ​ເຈົ້າ​ພາ​ຄອບ​ຄົວ​ອອກ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ. ຄວາມ​ທຸກ​ທໍ​ລະ​ມານ ແລະ ຄວາມ​ທຸກ​ຂອງ​ເຂົາ​ເຈົ້າ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ. ການ​ເດີນ​ທາງ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ມາ​ເຖິງ​ຜືນ​ນ້ຳ​ອັນ​ກວ້າງ​ໃຫຍ່. ພວກ​ອ້າຍ​ຂອງ​ນີໄຟ​ກະ​ບົດ​ຕໍ່​ລາວ. ລາວ​ເຮັດ​ໃຫ້​ພວກ​ເຂົາ​ຍອມ​ຈຳ​ນົນ ແລະ ສ້າງ​ເຮືອ​ລຳ​ໜຶ່ງ. ເຂົາ​ເຈົ້າ​ເອີ້ນ​ບ່ອນ​ນັ້ນ​ວ່າ ອຸ​ດົມ​ສົມ​ບູນ. ເຂົາ​ເຈົ້າ​ຂ້າມ​ຜືນ​ນ້ຳ​ອັນ​ກວ້າງ​ໃຫຍ່​ໄປ​ສູ່​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ ແລະ ອື່ນໆ. ທັງ​ນີ້​ເປັນ​ໄປ​ຕາມ​ເລື່ອງ​ລາວ​ຂອງ​ນີໄຟ ຫລື ອີກ​ຄຳ​ໜຶ່ງ ຂ້າ​ພະ​ເຈົ້າ​ນີໄຟ​ເປັນ​ຜູ້​ຂຽນ​ບັນ​ທຶກ​ນີ້.

ບົດ​ທີ 1

ນີໄຟ​ເລີ່ມ​ບັນ​ທຶກ​ກ່ຽວ​ກັບ​ຜູ້​ຄົນ​ຂອງ​ລາວ—ລີໄຮ​ເຫັນ​ພາບ​ນິມິດ​ທີ່​ເປັນ​ເລົາ​ໄຟ ແລະ ອ່ານ​ຈາກ​ໜັງ​ສື​ຄຳ​ທຳ​ນາຍ—ເພິ່ນ​ສັນ​ລະ​ເສີນ​ພຣະ​ເຈົ້າ, ບອກ​ລ່ວງ​ໜ້າ​ເຖິງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ເມ​ຊີ​ອາ ແລະ ທຳ​ນາຍ​ເຖິງ​ຄວາມ​ພິນາດ​ທີ່​ຈະ​ມາ​ເຖິງ​ເມືອງ​ເຢຣູ​ຊາເລັມ—ເພິ່ນ​ຖືກ​ຊາວ​ຢິວ​ຂົ່ມ​ເຫັງ. ປະ​ມານ 600 ປີ ກ່ອນ ຄ.ສ.

1 ຂ້າ​ພະ​ເຈົ້າ ນີໄຟ​ທີ່​ໄດ້​ເກີດ​ຈາກ ບິດາ​ມານດາ ຜູ້​ປະ​ເສີດ, ສະນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ຮັບ​ການ ສິດ​ສອນ​ມາ​ແດ່​ແລ້ວ ໃນ​ສິ່ງ​ທີ່​ຮຽນ​ຮູ້​ທັງ​ໝົດ​ຂອງ​ບິດາ​ຂອງ​ຂ້າ​ພະ​ເຈົ້າ ແລະ ໂດຍ​ທີ່​ເຫັນ ຄວາມ​ທຸກ​ຫລາຍ​ຢ່າງ​ໃນ​ວັນ​ເວລາ​ຂອງ​ຂ້າ​ພະ​ເຈົ້າ ເຖິງ​ຢ່າງ​ໃດ​ກໍ​ຕາມ ໂດຍ​ເປັນ​ທີ່​ໂປດ​ປານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕະຫລອດ​ວັນ​ເວລາ​ຂອງ​ຂ້າ​ພະ​ເຈົ້າ, ແທ້​ຈິງ​ແລ້ວ, ໂດຍ​ທີ່​ມີ​ຄວາມ​ຮູ້​ຢ່າງ​ໃຫຍ່​ຫລວງ​ເຖິງ​ພຣະ​ກະ​ລຸ​ນາ​ທິ​ຄຸນ ແລະ ຄວາມ​ລຶກ​ລັບ​ຂອງ​ພຣະ​ເຈົ້າ, ສະນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ເຮັດ ບັນ​ທຶກ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ງານ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ວັນ​ເວລາ​ຂອງ​ຂ້າ​ພະ​ເຈົ້າ.

2 ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ເຮັດ​ບັນ​ທຶກ​ເປັນ ພາ​ສາ​ຂອງ​ບິດາ​ຂອງ​ຂ້າ​ພະ​ເຈົ້າ ຊຶ່ງ​ປະກອບ​ດ້ວຍ​ສິ່ງ​ທີ່​ຮຽນ​ຮູ້​ຂອງ​ຊາວ​ຢິວ ແລະ ພາ​ສາ​ຂອງ​ຊາວ​ເອຢິບ.

3 ແລະ ຂ້າ​ພະ​ເຈົ້າ​ຮູ້​ດີ​ວ່າ ບັນ​ທຶກ​ທີ່​ຂ້າ​ພະ​ເຈົ້າ​ກະ​ທຳ​ນັ້ນ​ເປັນ ຄວາມ​ຈິງ ເພາະ​ຂ້າ​ພະ​ເຈົ້າ​ເຮັດ​ມັນ​ດ້ວຍ​ມື​ຂອງ​ຂ້າ​ພະ​ເຈົ້າ ແລະ ເຮັດ​ຕາມ​ຄວາມ​ຮູ້​ຂອງ​ຂ້າ​ພະ​ເຈົ້າ​ເອງ.

4 ເພາະ​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ໄລ​ຍະ​ເລີ່ມ​ຕົ້ນ​ປີ ທຳ​ອິດ​ຂອງ​ການ​ປົກ​ຄອງ​ຂອງ ເຊ​ເດ​ກີ​ຢາ ກະສັດ​ແຫ່ງ​ຢູ​ດາ (ລີໄຮ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ຢູ່​ໃນ ເຢຣູ​ຊາເລັມ​ຕະຫລອດ​ວັນ​ເວລາ​ຂອງ​ເພິ່ນ) ແລະ ໃນ​ປີ​ດຽວ​ກັນ​ນັ້ນ ໄດ້​ມີ ສາດ​ສະ​ດາ​ຫລາຍ​ທ່ານ​ມາ​ທຳ​ນາຍ​ຕໍ່​ຜູ້​ຄົນ​ວ່າ ພວກ​ເຂົາ​ຕ້ອງ​ກັບ​ໃຈ ຖ້າ​ບໍ່​ດັ່ງ​ນັ້ນ ມະຫາ​ນະຄອນ ເຢຣູ​ຊາເລັມ​ຈະ​ຕ້ອງ​ຖືກ​ທຳ​ລາຍ.

5 ດັ່ງ​ນັ້ນ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລີໄຮ​ບິດາ​ຂອງ​ຂ້າ​ພະ​ເຈົ້າ ເມື່ອ​ເພິ່ນ​ອອກ​ໄປ​ອະ​ທິ​ຖານ​ຫາ​ພຣະ​ຜູ້​ເປັນ​ເຈົ້າ, ແທ້​ຈິງ​ແລ້ວ, ແມ່ນ​ອ້ອນ​ວອນ​ດ້ວຍ​ສຸດ ໃຈ ເພື່ອ​ຜູ້​ຄົນ​ຂອງ​ເພິ່ນ.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ເມື່ອ​ເພິ່ນ​ອະ​ທິ​ຖານ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ນັ້ນ, ມີ ເລົາ​ໄຟ​ມາ​ສະ​ຖິດ​ຢູ່​ເທິງ​ກ້ອນ​ຫີນ​ຊື່​ໜ້າ​ຂອງ​ເພິ່ນ; ແລະ ເພິ່ນ​ກໍ​ໄດ້​ເຫັນ ແລະ ໄດ້​ຍິນ​ຫລາຍ​ເລື່ອງ; ເພາະ​ສິ່ງ​ທີ່​ເພິ່ນ​ເຫັນ ແລະ ໄດ້​ຍິນ​ມາ​ນັ້ນ ຈຶ່ງ​ເຮັດ​ໃຫ້​ຕົວ​ຂອງ​ເພິ່ນ​ມີ​ຄວາມ​ສະ​ທ້ານ​ຫວັ່ນ​ໄຫວ ແລະ ສັ່ນ​ຢ່າງ​ຍິ່ງ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ກັບ​ມາ​ບ້ານ​ຂອງ​ເພິ່ນ​ເອງ ທີ່​ເມືອງ​ເຢຣູ​ຊາເລັມ; ແລະ ໄດ້​ລົ້ມ​ຕົວ​ລົງ​ເທິງ​ຕຽງ​ນອນ​ຂອງ​ເພິ່ນ​ຢ່າງ ໝົດ​ກຳ​ລັງ​ດ້ວຍ​ພຣະ​ວິນ​ຍານ ແລະ ສິ່ງ​ທີ່​ເພິ່ນ​ໄດ້​ເຫັນ​ມາ.

8 ແລະ ໂດຍ​ໝົດ​ກຳ​ລັງ​ດ້ວຍ​ພຣະ​ວິນ​ຍານ, ເພິ່ນ​ຈຶ່ງ​ຖືກ​ນຳ​ໄປ​ໃນ ພາບ​ນິມິດ, ຈົນ​ວ່າ​ເພິ່ນ​ເຫັນ ຟ້າ​ສະຫວັນ​ເປີດ, ແລະ ເພິ່ນ​ຄິດ​ວ່າ​ເພິ່ນ​ເຫັນ​ພຣະ​ເຈົ້າ​ປະ​ທັບ​ຢູ່​ທີ່​ພຣະ​ທີ່​ນັ່ງ, ຫຸ້ມ​ລ້ອມ​ໄປ​ດ້ວຍ​ເຫລົ່າ​ທູດ​ທັງ​ຫລາຍ​ຈົນ​ນັບ​ບໍ່​ຖ້ວນ ຢູ່​ໃນ​ທ່າ​ທາງ​ກຳ​ລັງ​ຮ້ອງ​ເພງ ແລະ ສັນ​ລະ​ເສີນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ຢູ່.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ເຫັນ​ຄົນ​ຜູ້​ໜຶ່ງ​ລົງ​ມາ​ຈາກ​ທ່າມ​ກາງ​ສະຫວັນ, ແລະ ເພິ່ນ​ເຫັນ​ວ່າ ລັດ​ສະ​ໝີ​ພາບ​ຂອງ​ຄົນ​ຜູ້​ນັ້ນ​ເໜືອ​ກວ່າ​ລັດ​ສະ​ໝີ​ພາບ​ຂອງ​ດວງ​ອາ​ທິດ​ໃນ​ຕອນ​ທ່ຽງ​ວັນ.

10 ແລະ ເພິ່ນ​ເຫັນ​ຄົນ​ອີກ ສິບ​ສອງ​ຄົນ​ຕິດ​ຕາມ​ຜູ້​ນັ້ນ​ລົງ​ມາ​ນຳ​ກັນ, ແລະ ຄວາມ​ສະ​ຫວ່າງ​ຂອງ​ພວກ​ເຂົາ ເໜືອ​ກວ່າ​ແສງ​ສະ​ຫວ່າງ​ຂອງ​ດວງ​ດາວ​ໃນ​ທ້ອງ​ນະ​ພາ.

11 ແລະ ຄົນ​ເຫລົ່າ​ນັ້ນ​ລົງ​ມາ ແລະ ອອກ​ໄປ​ໃນ​ຜືນ​ແຜ່ນ​ດິນ​ໂລກ; ແລະ ຜູ້​ທຳ​ອິດ​ໄດ້​ມາ​ຢືນ​ຢູ່​ຕໍ່​ໜ້າ​ບິດາ​ຂອງ​ຂ້າ​ພະ​ເຈົ້າ, ແລະ ມອບ ໜັງ​ສື​ໃຫ້​ແກ່​ເພິ່ນ​ເຫລັ້ມ​ໜຶ່ງ, ແລະ ຂໍ​ໃຫ້​ເພິ່ນ​ອ່ານ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ເພິ່ນ​ອ່ານ​ໜັງ​ສື​ແລ້ວ, ເພິ່ນ​ກໍ​ເຕັມ​ໄປ​ດ້ວຍ ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

13 ແລະ ເພິ່ນ​ອ່ານ, ມີ​ຄວາມ​ວ່າ: ວິບັດ, ວິບັດ​ແກ່​ເຢຣູ​ຊາເລັມ, ເພາະ​ເຮົາ​ເຫັນ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ເຈົ້າ! ແທ້​ຈິງ​ແລ້ວ, ແລະ ຫລາຍ​ຢ່າງ​ທີ່​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ມາ​ຫລາຍ​ເລື່ອງ​ກ່ຽວ​ກັບ ເຢຣູ​ຊາເລັມ—ວ່າ​ມັນ​ຈະ​ຖືກ​ທຳ​ລາຍ​ພ້ອມ​ກັບ​ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ; ຄົນ​ຈຳນວນ​ຫລວງ​ຫລາຍ​ກໍ​ຈະ​ຕາຍ​ດ້ວຍ​ດາບ, ແລະ ຈຳນວນ​ໜຶ່ງ​ກໍ​ຈະ​ຖືກ ເອົາ​ໄປ​ເປັນ​ຊະ​ເລີຍ​ໃນ​ບາ​ບີ​ໂລນ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ອ່ານ ແລະ ໄດ້​ເຫັນ​ສິ່ງ​ທີ່​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ຫລາຍ​ຢ່າງ​ແລ້ວ, ເພິ່ນ​ກໍ​ໄດ້​ທູນ​ຂໍ​ຫລາຍ​ຢ່າງ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ເຊັ່ນ: ໂອ້ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່​ເອີຍ ວຽກ​ງານ​ຂອງ​ພຣະ​ອົງ​ຊົງ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ແທ້ໆ! ພຣະ​ທີ່​ນັ່ງ​ຂອງ​ພຣະ​ອົງ​ຢູ່​ສູງ​ໃນ​ຟ້າ​ສະຫວັນ, ອຳນາດ ແລະ ພຣະ​ກະ​ລຸ​ນາ​ທິ​ຄຸນ ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ມີ​ຢູ່​ເໜືອ​ຜູ້​ອາ​ໄສ​ທັງ​ປວງ​ຂອງ​ແຜ່ນ​ດິນ​ໂລກ; ແລະ ເພາະ​ພຣະ​ອົງ​ມີ​ຄວາມ​ເມດ​ຕາ, ພຣະ​ອົງ​ຈະ​ບໍ່​ຍອມ​ໃຫ້​ຜູ້​ທີ່ ມາ​ຫາ​ພຣະ​ອົງ​ຖືກ​ທຳ​ລາຍ!

15 ແລະ ຕາມ​ນີ້​ຄື​ພາ​ສາ​ຂອງ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ການ​ສັນ​ລະ​ເສີນ​ພຣະ​ເຈົ້າ​ຂອງ​ເພິ່ນ; ເພາະ​ຈິດ​ວິນ​ຍານ​ຂອງ​ເພິ່ນ​ປິ​ຕິ​ຍິນ​ດີ, ແລະ ສຸດ​ໃຈ​ຂອງ​ເພິ່ນ​ອີ່ມ​ເອີບ​ເພາະ​ສິ່ງ​ທີ່​ເພິ່ນ​ໄດ້​ເຫັນ, ແທ້​ຈິງ​ແລ້ວ, ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ສະແດງ​ຕໍ່​ເພິ່ນ.

16 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ, ນີໄຟ, ບໍ່​ໄດ້​ເຮັດ​ເລື່ອງ​ລາວ​ຄົບ​ຖ້ວນ​ເຖິງ​ເລື່ອງ​ທີ່​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ບັນ​ທຶກ​ໄວ້, ເພາະ​ເພິ່ນ​ໄດ້​ບັນ​ທຶກ​ໄວ້​ຫລາຍ​ເລື່ອງ​ທີ່​ເພິ່ນ​ໄດ້​ເຫັນ​ໃນ​ພາບ​ນິມິດ ແລະ ໃນ​ຄວາມ​ຝັນ; ແລະ ເພິ່ນ​ໄດ້​ຂຽນ​ໄວ້​ຫລາຍ​ເລື່ອງ​ທີ່​ເພິ່ນ ໄດ້​ທຳ​ນາຍ ແລະ ໄດ້​ເວົ້າ​ກັບ​ລູກ​ຫລານ​ຂອງ​ເພິ່ນ​ນຳ​ອີກ, ຊຶ່ງ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ບັນ​ທຶກ​ເລື່ອງ​ລາວ​ໄວ້​ຄົບ​ຖ້ວນ.

17 ແຕ່​ຂ້າ​ພະ​ເຈົ້າ​ຈະ​ຂຽນ​ເລື່ອງ​ລາວ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ວັນ​ເວລາ​ຂອງ​ຂ້າ​ພະ​ເຈົ້າ. ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ໄດ້ ຫຍໍ້​ຂໍ້​ຄວາມ​ຈາກ ບັນ​ທຶກ​ຂອງ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄວ້​ໃນ​ແຜ່ນ​ຈາລຶກ ຊຶ່ງ​ເຮັດ​ດ້ວຍ​ມື​ຂອງ​ຂ້າ​ພະ​ເຈົ້າ​ເອງ. ດັ່ງ​ນັ້ນ ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ຫຍໍ້​ບັນ​ທຶກ​ຂອງ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ, ຂ້າ​ພະ​ເຈົ້າ​ຈຶ່ງ​ຈະ​ຂຽນ​ເລື່ອງ​ລາວ​ກ່ຽວ​ກັບ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ເອງ.

18 ສະນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ປາດ​ຖະ​ໜາ​ຈະ​ໃຫ້​ທ່ານ​ຮູ້​ວ່າ ຫລັງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະແດງ​ສິ່ງ​ທີ່​ໜ້າ​ອັດ​ສະ​ຈັນ​ຫລາຍ​ຢ່າງ​ຕໍ່​ລີໄຮ, ບິດາ​ຂອງ​ຂ້າ​ພະ​ເຈົ້າ, ແທ້​ຈິງ​ແລ້ວ, ກ່ຽວ​ກັບ ຄວາມ​ພິນາດ​ຂອງ​ເຢຣູ​ຊາເລັມ, ຈົ່ງ​ເບິ່ງ, ເພິ່ນ​ໄດ້​ອອກ​ໄປ​ໃນ​ບັນ​ດາ​ຜູ້​ຄົນ ແລະ ເລີ່ມ​ຕົ້ນ ທຳ​ນາຍ ແລະ ປະ​ກາດ​ກັບ​ພວກ​ເຂົາ​ເຖິງ​ເລື່ອງ​ທີ່​ເພິ່ນ​ໄດ້​ເຫັນ ແລະ ໄດ້​ຍິນ​ມາ.

19 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ຢິວ​ໄດ້ ເຍາະ​ເຍີ້ຍ​ເພິ່ນ ເພາະ​ເລື່ອງ​ທີ່​ເພິ່ນ​ໃຫ້​ຖ້ອຍ​ຄຳ​ກ່ຽວ​ກັບ​ພວກ​ເຂົາ; ເພາະ​ເພິ່ນ​ໃຫ້​ຖ້ອຍ​ຄຳ​ອັນ​ແທ້​ຈິງ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຂົາ; ແລະ ເພິ່ນ​ໃຫ້​ຖ້ອຍ​ຄຳ​ວ່າ​ເລື່ອງ​ທີ່​ເພິ່ນ​ໄດ້​ເຫັນ ແລະ ໄດ້​ຍິນ, ແລະ ທັງ​ເລື່ອງ​ທີ່​ເພິ່ນ​ອ່ານ​ຈາກ​ໜັງ​ສື​ເຫລັ້ມ​ນັ້ນ ຊຶ່ງ​ສະແດງ​ໃຫ້​ປະຈັກ​ຢ່າງ​ແຈ່ມ​ແຈ້ງ​ເຖິງ​ການ​ສະ​ເດັດ​ມາ​ຂອງ ພຣະ​ເມ​ຊີ​ອາ​ອົງ​ໜຶ່ງ, ແລະ ການ​ໄຖ່​ຂອງ​ໂລກ​ນຳ​ອີກ.

20 ແລະ ເມື່ອ​ຊາວ​ຢິວ​ໄດ້​ຍິນ​ເຖິງ​ເລື່ອງ​ເຫລົ່າ​ນີ້ ພວກ​ເຂົາ​ກໍ​ຄຽດ​ແຄ້ນ​ໃຫ້​ເພິ່ນ; ແທ້​ຈິງ​ແລ້ວ, ເໝືອນ​ກັນ​ກັບ​ຄຽດ​ແຄ້ນ​ໃຫ້​ສາດ​ສະ​ດາ​ໃນ​ສະ​ໄໝ​ກ່ອນ, ຜູ້​ທີ່​ພວກ​ເຂົາ​ໄດ້ ຂັບ​ໄລ່, ແລະ ແກວ່ງ​ກ້ອນ​ຫີນ​ໃສ່, ແລະ ເຂັ່ນ​ຂ້າ, ແລະ ຄົນ​ເຫລົ່າ​ນັ້ນ​ກໍ​ພະ​ຍາ​ຍາມ​ຊອກ​ຫາ​ຊີ​ວິດ​ຂອງ​ເພິ່ນ​ເໝືອນ​ກັນ, ເພື່ອ​ຈະ​ເອົາ​ມັນ​ໄປ​ເສຍ. ແຕ່​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ນີໄຟ​ຂໍ​ສະແດງ​ຕໍ່​ທ່ານ​ວ່າ ຄວາມ​ເມດ​ຕາ​ອັນ​ລະ​ອຽດ​ອ່ອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ຢູ່​ເໜືອ​ທຸກ​ຄົນ​ທີ່​ພຣະ​ອົງ​ເລືອກ​ໄວ້, ເປັນ​ເພາະ​ສັດທາ​ຂອງ​ພວກ​ເຂົາ, ມັນ​ຈຶ່ງ​ເຮັດ​ໃຫ້​ພວກ​ເຂົາ​ເຂັ້ມ​ແຂງ​ຈົນ​ເຖິງ​ອຳນາດ​ການ​ປົດ​ປ່ອຍ.