ພຣະ​ຄຳ​ພີ
2 ນີໄຟ 26


ບົດ​ທີ 26

ພຣະ​ຄຣິດ​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ຊາວ​ນີໄຟ—ນີໄຟ​ເຫັນ​ລ່ວງ​ໜ້າ​ເຖິງ​ຄວາມ​ພິນາດ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ—ພວກ​ເຂົາ​ຈະ​ເວົ້າ​ອອກ​ຈາກ​ພື້ນ​ດິນ—ຄົນ​ຕ່າງ​ຊາດ​ຈະ​ສ້າງ​ສາດ​ສະ​ໜາ​ຈັກ​ທີ່​ບໍ່​ຖືກ​ຕ້ອງ ແລະ ການ​ມົ້ວ​ສຸມ​ລັບ​ຂຶ້ນ—ພຣະ​ຜູ້​ເປັນ​ເຈົ້າ​ຫ້າມ​ບໍ່ໃຫ້​ຜູ້​ຄົນທຳ​ການ​ຫລອກ​ລວງ​ຂອງ​ປະ​ໂລ​ຫິດ. ປະ​ມານ 559–545 ປີ ກ່ອນ ຄ.ສ.

1 ແລະ ຫລັງ​ຈາກ​ພຣະ​ຄຣິດ​ໄດ້ ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ​ແລ້ວ ພຣະ​ອົງ​ຈະ ສະແດງ​ຕົວ​ຂອງ​ພຣະ​ອົງ​ເອງ​ແກ່​ພວກ​ທ່ານ, ລູກ​ຫລານ​ຂອງ​ຂ້າ​ພະ​ເຈົ້າ ແລະ ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ; ແລະ ພຣະ​ຄຳ​ຊຶ່ງ​ພຣະ​ອົງ​ຈະ​ຮັບ​ສັ່ງ​ກັບ​ພວກ​ທ່ານ​ຈະ​ເປັນ ກົດ​ທີ່​ພວກ​ທ່ານ​ຈະ​ຕ້ອງ​ປະ​ຕິ​ບັດ.

2 ເພາະ​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ກັບ​ພວກ​ທ່ານ​ວ່າ ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ຄົນ​ຫລາຍ​ລຸ້ນ​ຄົນ​ຈະ​ຜ່ານ​ໄປ ແລະ ຈະ​ມີ​ສົງ​ຄາມ​ໃຫຍ່ ແລະ ການ​ຂັດ​ແຍ້ງ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ.

3 ແລະ ຫລັງ​ຈາກ​ພຣະ​ເມ​ຊີ​ອາ​ຈະ​ສະ​ເດັດ​ມາ ຈະ​ມີ ເຄື່ອງ​ໝາຍ​ໄວ້​ໃຫ້​ກັບ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ການ ກຳເນີດ​ຂອງ​ພຣະ​ອົງ, ແລະ ກ່ຽວ​ກັບ​ການ​ສິ້ນ​ພຣະ​ຊົນ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ​ອີກ, ແລະ ມື້​ນັ້ນ​ຈະ​ຍິ່ງ​ໃຫຍ່ ແລະ ເປັນ​ຕາ​ຢ້ານ​ສຳ​ລັບ​ຄົນ​ຊົ່ວ, ເພາະ​ພວກ​ເຂົາ​ຈະ​ຕາຍ ແລະ ພວກ​ເຂົາ​ຈະ​ຕາຍ​ເພາະ​ພວກ​ເຂົາ​ຂັບ​ໄລ່​ສາດ​ສະ​ດາ ແລະ ໄພ່​ພົນ​ຂອງ​ພຣະ​ເຈົ້າ​ອອກ ແລະ ແກວ່ງ​ກ້ອນ​ຫີນ​ໃສ່​ເຂົາ​ເຈົ້າ ແລະ ເຂັ່ນ​ຂ້າ​ເຂົາ​ເຈົ້າ; ດັ່ງ​ນັ້ນ ເລືອດ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຈະ​ຮ້ອງ​ຂຶ້ນ​ຈາກ​ພື້ນ​ດິນ​ໄປ​ເຖິງ​ພຣະ​ເຈົ້າ​ເພື່ອ​ຟ້ອງ​ພວກ​ເຂົາ.

4 ດັ່ງ​ນັ້ນ, ຄົນ​ທັງ​ໝົດ​ທີ່​ອວດ​ດີ ແລະ ເຮັດ​ຄວາມ​ຊົ່ວ​ຮ້າຍ, ວັນ​ເວລາ​ຈະ​ມາ​ເຖິງ ທີ່​ຈະ ເຜົາ​ຜານ​ພວກ​ເຂົາ​ໝົດ, ຈອມ​ໂຍທາ​ໄດ້​ກ່າວ​ໄວ້, ເພາະ​ພວກ​ເຂົາ​ຈະ​ເປັນ​ຄື​ກັນ​ກັບ​ເຟືອງ​ເຂົ້າ.

5 ແລະ ຄົນ​ທີ່​ຂ້າ​ສາດ​ສະ​ດາ ແລະ ໄພ່​ພົນ​ຂອງ​ພຣະ​ເຈົ້າ, ຄວາມ​ເລິກ​ຂອງ​ແຜ່ນ​ດິນ​ໂລກ​ຈະ ກືນ​ກິນ​ພວກ​ເຂົາ​ໃຫ້​ໝົດ, ຈອມ​ໂຍທາ​ໄດ້​ກ່າວ​ໄວ້; ແລະ ພູ​ເຂົາ​ຈະ​ທັບ​ພວກ​ເຂົາ, ລົມ​ບ້າ​ໝູ​ຈະ​ພັດ​ພວກ​ເຂົາ​ໄປ, ແລະ ອາ​ຄານ​ຈະ​ເພ​ພັງ​ລົງ​ມາ​ທັບ​ພວກ​ເຂົາ, ແລະ ບົດ​ພວກ​ເຂົາ​ໃຫ້​ເປັນ​ຕ່ອນ ແລະ ບົດ​ພວກ​ເຂົາ​ໃຫ້​ລະ​ອຽດ.

6 ແລະ ພວກ​ເຂົາ​ຈະ​ຖືກ​ຢ້ຽມ​ຢາມ​ດ້ວຍ​ຟ້າ​ຮ້ອງ, ດ້ວຍ​ຟ້າ​ແມບ, ແລະ ດ້ວຍ​ແຜ່ນ​ດິນ​ໄຫວ, ແລະ ດ້ວຍ​ຄວາມ​ພິນາດ​ທຸກ​ຢ່າງ, ເພາະ​ໄຟ​ແຫ່ງ​ພຣະ​ພິ​ໂລດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເກີດ​ກັບ​ພວກ​ເຂົາ, ແລະ ພວກ​ເຂົາ​ຈະ​ເປັນ​ຄື​ກັນ​ກັບ​ເຟືອງ​ເຂົ້າ, ແລະ ວັນ​ທີ່​ມາ​ເຖິງ​ຈະ​ກືນ​ກິນ​ພວກ​ເຂົາ, ຈອມ​ໂຍທາ​ໄດ້​ກ່າວ.

7 ໂອ້ ຄວາມ​ເຈັບ​ປວດ ແລະ ຄວາມ​ປວດ​ລ້າວ​ຂອງ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ ເພາະ​ການ​ສູນ​ເສຍ​ຜູ້​ຖືກ​ຂ້າ​ຕາຍ ຊຶ່ງ​ເປັນ​ຄົນ​ຂອງ​ຂ້າ​ພະ​ເຈົ້າ! ເພາະ​ວ່າ​ຂ້າ​ພະ​ເຈົ້າ​ນີໄຟ​ເຫັນ​ມັນ​ແລ້ວ, ແລະ ມັນ​ແທບ​ຈະ​ກິນ​ຂ້າ​ພະ​ເຈົ້າ​ຕໍ່​ໜ້າ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແຕ່​ຂ້າ​ພະ​ເຈົ້າ​ຕ້ອງ​ຮ້ອງ​ທູນ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ວ່າ: ເສັ້ນ​ທາງ​ຂອງ​ພຣະ​ອົງ ທ່ຽງ​ທຳ.

8 ແຕ່​ຈົ່ງ​ເບິ່ງ, ຄົນ​ຊອບ​ທຳ​ທີ່​ເຊື່ອ​ຟັງ​ຄຳ​ເວົ້າ​ຂອງ​ສາດ​ສະ​ດາ, ແລະ ບໍ່​ທຳ​ລາຍ​ເພິ່ນ​ແຕ່​ມຸ້ງ​ຫາ​ພຣະ​ຄຣິດ ດ້ວຍ​ຄວາມ​ໝັ້ນ​ຄົງ​ເພື່ອ​ເຄື່ອງ​ໝາຍ​ທີ່​ປະທານ​ໄວ້​ທັງ​ທີ່​ມີ ການ​ຂົ່ມ​ເຫັງ​ທຸກ​ຢ່າງ—ຈົ່ງ​ເບິ່ງ, ພວກ​ເຂົາ​ຄື​ຄົນ​ທີ່​ຈະ ບໍ່​ຕາຍ.

9 ແຕ່​ພຣະ​ບຸດ​ແຫ່ງ​ຄວາມ​ຊອບ​ທຳ​ຈະ ປະກົດ​ແກ່​ພວກ​ເຂົາ; ແລະ ພຣະ​ອົງ​ຈະ ປິ່ນ​ປົວ​ພວກ​ເຂົາ​ໃຫ້​ຫາຍ​ດີ, ແລະ ພວກ​ເຂົາ​ຈະ​ມີ ສັນ​ຕິ​ສຸກ​ກັບ​ພຣະ​ອົງ​ຈົນ​ວ່າ ສາມ​ລຸ້ນ​ຄົນ​ຜ່ານ​ໄປ, ແລະ ຄົນ​ຢ່າງ​ຫລວງ​ຫລາຍ​ຂອງ​ລຸ້ນ ທີ​ສີ່​ຈະ​ຜ່ານ​ໄປ​ໃນ​ຄວາມ​ຊອບ​ທຳ.

10 ແລະ ເມື່ອ​ສິ່ງ​ເຫລົ່າ​ນີ້​ຜ່ານ​ໄປ​ແລ້ວ ຄວາມ​ພິນາດ​ອັນ​ວ່ອງ​ໄວ​ຈະ​ມາ​ຫາ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ; ເພາະ​ທັງ​ທີ່​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ເຈັບ​ປວດ, ຂ້າ​ພະ​ເຈົ້າ​ກໍ​ຍັງ​ເຫັນ​ມັນ; ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ຮູ້​ວ່າ ມັນ​ຈະ​ເກີດ​ຂຶ້ນ; ແລະ ພວກ​ເຂົາ​ຂາຍ​ຕົວ​ເອງ​ໄປ​ລ້າໆ​ເພື່ອ​ລາງ​ວັນ​ຂອງ​ຄວາມ​ຈອງ​ຫອງ​ຂອງ​ພວກ​ເຂົາ ແລະ ຄວາມ​ໂງ່​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈະ​ເກັບ​ກ່ຽວ​ຄວາມ​ພິນາດ; ເພາະ​ພວກ​ເຂົາ​ຍອມ​ຕົວ​ໃຫ້​ກັບ​ມານ ແລະ ເລືອກ​ເອົາ​ວຽກ​ງານ​ແຫ່ງ​ຄວາມ​ມືດ​ແທນ​ຄວາມ​ສະ​ຫວ່າງ, ສະນັ້ນ ພວກ​ເຂົາ​ຈຶ່ງ​ຕ້ອງ​ລົງ​ໄປ​ສູ່ ນະລົກ.

11 ເພາະ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່ ພະ​ຍາ​ຍາມ​ກັບ​ມະນຸດ​ສະເໝີ​ໄປ. ແລະ ເວລາ​ພຣະ​ວິນ​ຍານ​ເຊົາ​ພະ​ຍາ​ຍາມ​ກັບ​ມະນຸດ ເມື່ອ​ນັ້ນ​ຄວາມ​ພິນາດ​ອັນ​ວ່ອງ​ໄວ​ຍ່ອມ​ມາ​ເຖິງ, ແລະ ນີ້​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ໂສກ​ເສົ້າ.

12 ແລະ ຄື​ກັນ​ກັບ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ແລ້ວ​ກ່ຽວ​ກັບ​ການ​ເຮັດ​ໃຫ້ ຊາວ​ຢິວ ຮັບ​ຮູ້​ວ່າ ພຣະ​ເຢຊູ​ຄື ພຣະ​ຄຣິດ​ອົງ​ແທ້​ຈິງ, ມັນ​ຈຶ່ງ​ຈຳ​ເປັນ​ທີ່​ຄົນ​ຕ່າງ​ຊາດ​ຕ້ອງ​ຮັບ​ຮູ້​ຄື​ກັນ​ວ່າ ພຣະ​ເຢຊູ​ຄື​ພຣະ​ຄຣິດ​ພຣະ​ເຈົ້າ​ຜູ້​ສະ​ຖິດ​ນິ​ລັນ​ດອນ;

13 ແລະ ວ່າ​ພຣະ​ອົງ​ຈະ​ສະແດງ​ພຣະ​ອົງ​ເອງ​ໃຫ້​ປະຈັກ​ແກ່​ຄົນ​ທັງ​ໝົດ​ທີ່​ເຊື່ອ​ໃນ​ພຣະ​ອົງ​ໂດຍ​ອຳນາດ​ຂອງ ພຣະ​ວິນ​ຍານ​ບໍ​ລິ​ສຸດ; ແທ້​ຈິງ​ແລ້ວ, ແກ່​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ​ໂດຍ​ການ​ເຮັດ​ສິ່ງ​ມະຫັດ​ສະຈັນ, ເຄື່ອງ​ໝາຍ, ແລະ ການ​ແປກ​ປະ​ຫລາດ​ອັນ​ຍິ່ງ​ໃຫຍ່​ໃນ​ບັນ​ດາ​ລູກ​ຫລານ​ມະນຸດ​ຕາມ​ສັດທາ​ແຂອງ​ພວກ​ເຂົາ.

14 ແຕ່​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ທຳ​ນາຍ​ຕໍ່​ພວກ​ທ່ານ​ກ່ຽວ​ກັບ ຍຸກ​ສຸດ​ທ້າຍ​ກ່ຽວ​ກັບ​ວັນ​ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ ນຳ​ສິ່ງ​ເຫລົ່າ​ນີ້​ອອກ​ມາ​ໃຫ້​ລູກ​ຫລານ​ມະນຸດ.

15 ແລະ ຫລັງ​ຈາກ​ນີ້​ລູກ​ຫລານ​ຂອງ​ຂ້າ​ພະ​ເຈົ້າ ແລະ ລູກ​ຫລານ​ຂອງ​ອ້າຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ເສື່ອມ​ໂຊມ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຖື, ແລະ ຈະ​ຖືກ​ຄົນ​ຕ່າງ​ຊາດ​ລົງ​ທັນ; ແທ້​ຈິງ​ແລ້ວ, ຫລັງ​ຈາກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຕັ້ງ​ຄ້າຍ​ໂດຍ​ອ້ອມ​ຮອບ​ເພື່ອ​ຕໍ່​ຕ້ານ​ພວກ​ເຂົາ ແລະ ຈະ​ອ້ອມ​ຮອບ​ພວກ​ເຂົາ​ດ້ວຍ​ພູ ແລະ ສ້າງ​ປ້ອມ​ຕໍ່​ຕ້ານ​ພວກ​ເຂົາ, ແລະ ຫລັງ​ຈາກ​ພວກ​ເຂົາ​ຈະ​ຖືກ​ເອົາ​ລົງ​ໄປ​ຢູ່​ໃນ​ພື້ນ​ດິນ​ຈົນ​ວ່າ ພວກ​ເຂົາ​ຢູ່​ບໍ່​ໄດ້, ເຖິງ​ຢ່າງ​ໃດ​ກໍ​ຕາມ ຄຳ​ເວົ້າ​ຂອງ​ຄົນ​ຊອບ​ທຳ​ຈະ​ຖືກ​ບັນ​ທຶກ​ໄວ້ ແລະ ຄຳ​ອະ​ທິ​ຖານ​ຂອງ​ຄົນ​ທີ່​ຊື່​ສັດ​ຈະ​ຖືກ​ໄດ້​ຍິນ, ແລະ ຄົນ​ທັງ​ຫລາຍ​ທີ່​ເສື່ອມ​ໂຊມ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຖື ຈະ​ບໍ່​ຖືກ​ລືມ.

16 ເພາະ​ຄົນ​ທີ່​ຈະ​ຖືກ​ທຳ​ລາຍ​ຈະ ເວົ້າ​ກັບ​ພວກ​ເຂົາ​ຈາກ​ພື້ນ​ດິນ, ແລະ ຄຳ​ເວົ້າ​ຂອງ​ຄົນ​ເຫລົ່າ​ນັ້ນ​ຈະ​ຄ່ອຍ​ດັງ​ຂຶ້ນ​ມາ​ຈາກ​ຂີ້​ຝຸ່ນ, ແລະ ສຽງ​ຂອງ​ພວກ​ເຂົາ​ຈະ​ເປັນ​ຄື​ກັບ​ຄົນ​ທີ່​ມີ​ວິນ​ຍານ​ອັນ​ຄຸ້ນ​ເຄີຍ; ເພາະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປະທານ​ອຳນາດ​ໃຫ້​ເຂົາ​ເພື່ອ​ເຂົາ​ຈະ​ໄດ້​ສື່ມ​ໃສ່​ຫູ​ກ່ຽວ​ກັບ​ພວກ​ເຂົາ ຄື​ກັບ​ວ່າ ມັນ​ຂຶ້ນ​ມາ​ຈາກ​ພື້ນ​ດິນ; ແລະ ຄຳ​ເວົ້າ​ຂອງ​ຄົນ​ເຫລົ່າ​ນັ້ນ​ຈະ​ສື່ມ​ຈາກ​ຂີ້​ຝຸ່ນ.

17 ເພາະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: ພວກ​ເຂົາ​ຈະ ບັນ​ທຶກ​ເລື່ອງ​ທີ່​ຈະ​ຖືກ​ເຮັດ​ຂຶ້ນ​ໃນ​ບັນ​ດາ​ພວກ​ເຂົາ ແລະ ມັນ​ຈະ​ຖືກ​ບັນ​ທຶກ ແລະ ຜະ​ນຶກ​ໄວ້​ໃນ​ໜັງ​ສື​ເຫລັ້ມ​ໜຶ່ງ, ແລະ ຄົນ​ທີ່​ເສື່ອມ​ໂຊມ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຖື ຈະ​ບໍ່​ໄດ້​ມັນ, ເພາະ​ພວກ​ເຂົາ ພະ​ຍາ​ຍາມ​ທຳ​ລາຍ​ສິ່ງ​ຂອງ​ຂອງ​ພຣະ​ເຈົ້າ.

18 ດັ່ງ​ນັ້ນ, ຄື​ກັນ​ກັບ​ຄົນ​ທີ່​ຖືກ​ທຳ​ລາຍ​ຍ່ອມ​ຖືກ​ທຳ​ລາຍ​ຢ່າງ​ວ່ອງ​ໄວ ແລະ ຝູງ​ຊົນ​ທີ່​ເປັນ​ຕາ​ໜ້າ​ຢ້ານ​ຂອງ​ພວກ​ເຂົາ ຈະ​ເປັນ​ຄື​ກັນ​ກັບ ຂີ້​ແກບ​ທີ່​ໝົດ​ໄປ—​ແທ້​ຈິງ​ແລ້ວ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: ມັນ​ຈະ​ໄປ​ໃນ​ທັນ​ໃດ​ຢ່າງ​ວ່ອງ​ໄວ—

19 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື, ຄົນ​ທີ່​ເສື່ອມ​ໂຊມ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຖື ຈະ​ຖືກ​ມື​ຂອງ​ຄົນ​ຕ່າງ​ຊາດ ລົງ​ທັນ.

20 ແລະ ຄົນ​ຕ່າງ​ຊາດ​ເປັ່ງ​ສຽງ​ດ້ວຍ ຄວາມ​ທະນົງ​ຕົວ​ໃນ​ສາຍ​ຕາ​ຂອງ​ພວກ​ເຂົາ, ແລະ ເຕະ​ສະ​ດຸດ ເພາະ​ຄວາມ​ຍິ່ງ​ໃຫຍ່​ຂອງ​ສິ່ງ​ທີ່​ເຮັດ​ໃຫ້​ພວກ​ເຂົາ​ເຕະ ສະ​ດຸດ, ຄື​ພວກ​ເຂົາ​ສ້າງ ສາດ​ສະ​ໜາ​ຈັກ​ຂຶ້ນ​ຢ່າງ​ຫລວງ​ຫລາຍ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຂົາ​ຍັງ​ບໍ່​ຫົວ​ຊາ​ຕໍ່​ອຳນາດ ແລະ ສິ່ງ​ມະຫັດ​ສະຈັນ​ຂອງ​ພຣະ​ເຈົ້າ, ແລະ ສິດ​ສອນ​ເຖິງ ປັນ​ຍາ​ຂອງ​ຕົນ​ເອງ, ເພື່ອ​ພວກ​ເຂົາ​ຈະ​ຫາ​ຜົນ​ປະ​ໂຫຍດ ແລະ ບົດ​ຢ່ຳ​ຢີ ໜ້າ​ຂອງ​ຄົນ​ຍາກ​ຈົນ.

21 ແລະ ມີ​ສາດ​ສະ​ໜາ​ຈັກ​ອັນ​ຫລວງ​ຫລາຍ​ຖືກ​ສ້າງ​ຂຶ້ນ ຊຶ່ງ​ເຮັດ​ໃຫ້​ເກີດ ການ​ອິດ​ສາ​ບັງ​ບຽດ, ການ​ຜິດ​ຖຽງ​ກັນ ແລະ ເຈດ​ຕະ​ນາ​ຮ້າຍ.

22 ແລະ ມີ ການ​ມົ້ວ​ສຸມ​ລັບ​ອີກ, ເຖິງ​ແມ່ນ​ຄື​ກັນ​ກັບ​ໃນ​ສະ​ໄໝ​ບູຮານ​ຕາມ​ການ​ມົ້ວ​ສຸມ​ຂອງ​ມານ ເພາະ​ມັນ​ເປັນ​ຜູ້​ສ້າງ​ສິ່ງ​ທັງ​ໝົດ​ນີ້; ແທ້​ຈິງ​ແລ້ວ, ເປັນ​ຜູ້​ສ້າງ​ການ​ຄາດ​ຕະ​ກຳ ແລະ ວຽກ​ງານ​ແຫ່ງ​ຄວາມ​ມືດ; ແທ້​ຈິງ​ແລ້ວ, ແລະ ມັນ​ຈະ​ລາກ​ຄໍ​ພວກ​ນັ້ນ​ໄປ​ດ້ວຍ​ເຊືອກ​ປ່ານ​ຈົນ​ວ່າ​ຜູກ​ພວກ​ນັ້ນ​ໄວ້​ດ້ວຍ​ເຊືອກ​ອັນ​ໝັ້ນ​ຂອງ​ມັນ​ຕະຫລອດ​ໄປ.

23 ເພາະ​ຈົ່ງ​ເບິ່ງ, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ກັບ​ພວກ​ທ່ານ​ວ່າ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ທຳ​ງານ​ໃນ​ຄວາມ​ມືດ.

24 ພຣະ​ອົງ​ຍ່ອມ​ຈະ​ບໍ່​ກະ​ທຳ​ສິ່ງ​ໃດ​ນອກ​ຈາກ​ມັນ​ຈະ​ເປັນ​ຜົນ​ປະ​ໂຫຍດ​ແກ່​ໂລກ; ເພາະ​ພຣະ​ອົງ ຮັກ​ໂລກ​ຈົນ​ຍອມ​ສະລະ​ຊີ​ວິດ​ຂອງ​ພຣະ​ອົງ ເພື່ອ​ຈະ​ໄດ້​ພາ​ມະນຸດ ທັງ​ປວງ​ມາ​ຫາ​ພຣະ​ອົງ. ດັ່ງ​ນັ້ນ, ພຣະ​ອົງ​ຈຶ່ງ​ບໍ່​ບັນ​ຊາ​ຜູ້​ໃດ​ວ່າ ພວກ​ເຂົາ​ຈະ​ບໍ່​ໄດ້​ຮັບ​ສ່ວນ​ຄວາມ​ລອດ​ຈາກ​ພຣະ​ອົງ.

25 ຈົ່ງ​ເບິ່ງ, ພຣະ​ອົງ​ໄດ້​ຮ້ອງ​ບອກ​ຜູ້​ໃດ​ບໍ​ວ່າ: ຈົ່ງ​ໄປ​ຈາກ​ເຮົາ? ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ ບໍ່​ເລີຍ; ແຕ່​ພຣະ​ອົງ​ກ່າວ​ວ່າ: ເຈົ້າ​ທັງ​ຫລາຍ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ​ຈົ່ງ ມາ​ຫາ​ເຮົາ​ເຖີດ, ຈົ່ງ ຊື້​ນົມ ແລະ ນ້ຳ​ເຜິ້ງ​ໂດຍ​ປາດ​ສະ​ຈາກ​ເງິນ ແລະ ປາດ​ສະ​ຈາກ​ລາ​ຄາ.

26 ຈົ່ງ​ເບິ່ງ, ພຣະ​ອົງ​ບັນ​ຊາ​ໃຫ້​ຜູ້​ໃດ​ບໍ​ວ່າ ພວກ​ເຂົາ​ຄວນ​ອອກ​ຈາກ​ທຳ​ມະ​ສາ​ລາ ຫລື ອອກ​ຈາກ​ສະຖານ​ທີ່​ນະມັດ​ສະການ? ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ, ບໍ່​ເລີຍ.

27 ພຣະ​ອົງ​ໄດ້​ບັນ​ຊາ​ໃຫ້​ຜູ້​ໃດ​ບໍ​ວ່າ ພວກ​ເຂົາ​ບໍ່​ຄວນ​ຮັບ​ສ່ວນ ຄວາມ​ລອດ​ຈາກ​ພຣະ​ອົງ? ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ, ບໍ່​ເລີຍ; ແຕ່​ພຣະ​ອົງ ປະທານ​ໃຫ້​ມະນຸດ​ທັງ​ປວງ​ລ້າໆ; ແລະ ພຣະ​ອົງ​ບັນ​ຊາ​ຜູ້​ຄົນ​ຂອງ​ພຣະ​ອົງ​ວ່າ ພວກ​ເຂົາ​ຄວນ​ຊັກ​ຊວນ​ມະນຸດ​ທັງ​ປວງ​ໃຫ້​ມາ​ເຖິງ ການ​ກັບ​ໃຈ.

28 ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ຜູ້​ໃດ​ບໍ​ວ່າ ພວກ​ເຂົາ​ບໍ່​ຄວນ​ຮັບ​ສ່ວນ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ອົງ? ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ, ບໍ່​ເລີຍ; ແຕ່​ມະນຸດ ທັງ​ປວງ​ມີ​ສິດ​ເທົ່າ​ທຽມ​ກັນ ແລະ ບໍ່​ມີ​ໃຜ​ຖືກ​ຫ້າມ.

29 ພຣະ​ອົງ​ໄດ້​ບັນ​ຊາ​ວ່າ ຈະ​ບໍ່​ມີ ການ​ຫລອກ​ລວງ​ຂອງ​ປະ​ໂລ​ຫິດ, ເພາະ​ຈົ່ງ​ເບິ່ງ, ການ​ຫລອກ​ລວງ​ຂອງ​ປະ​ໂລ​ຫິດ​ຄື ມະນຸດ​ສັ່ງ​ສອນ ແລະ ຕັ້ງ​ຕົນ​ເອງ​ຂຶ້ນ​ເປັນ​ແສງ​ສະ​ຫວ່າງ​ໃຫ້​ໂລກ ເພື່ອ​ພວກ​ເຂົາ​ຈະ​ໄດ້​ຫາ​ຜົນ​ປະ​ໂຫຍດ ແລະ ສັນ​ລະ​ເສີນ​ຂອງ​ທາງ​ໂລກ; ແຕ່​ພວກ​ເຂົາ​ບໍ່​ໄດ້​ພະ​ຍາ​ຍາມ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ຊີໂອນ.

30 ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ຫ້າມ​ສິ່ງ​ນີ້; ດັ່ງ​ນັ້ນ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ປະທານ​ພຣະ​ບັນ​ຍັດ​ໄວ້​ຂໍ້​ໜຶ່ງ​ວ່າ ມະນຸດ​ທັງ​ປວງ​ຄວນ​ມີ ຄວາມ​ໃຈ​ບຸນ ຊຶ່ງ​ຄວາມ​ໃຈ​ບຸນ​ຄື ຄວາມ​ຮັກ. ແລະ ຖ້າ​ຫາກ​ພວກ​ເຂົາ​ບໍ່​ມີ​ຄວາມ​ໃຈ​ບຸນ ພວກ​ເຂົາ​ກໍ​ບໍ່​ເປັນ​ອັນ​ໃດ​ເລີຍ. ດັ່ງ​ນັ້ນ, ຖ້າ​ຫາກ​ພວກ​ເຂົາ​ມີ​ຄວາມ​ໃຈ​ບຸນ ພວກ​ເຂົາ​ຈະ​ບໍ່​ຍອມ​ໃຫ້​ຄົນ​ງານ​ໃນ​ຊີໂອນ​ຕາຍ.

31 ແຕ່​ຄົນ​ງານ​ໃນ ຊີໂອນ​ຈະ​ເຮັດ​ການ​ເພື່ອ​ຊີໂອນ; ເພາະ​ຖ້າ​ຫາກ​ພວກ​ເຂົາ​ເຮັດ​ການ​ເພື່ອ ເງິນ ພວກ​ເຂົາ​ຈະ​ຕ້ອງ​ຕາຍ.

32 ແລະ ອີກ​ຢ່າງ​ໜຶ່ງ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້ ບັນ​ຊາ​ວ່າ ມະນຸດ​ຈະ​ບໍ່​ເຮັດ​ການ​ຄາດ​ຕະ​ກຳ; ວ່າ​ພວກ​ເຂົາ​ຈະ​ບໍ່​ຕົວະ; ວ່າ​ພວກ​ເຂົາ​ຈະ​ບໍ່​ລັກ; ວ່າ​ພວກ​ເຂົາ​ຈະ​ບໍ່​ກ່າວ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ ໄປ​ໃນ​ທາງ​ທີ່​ຜິດ; ວ່າ​ພວກ​ເຂົາ​ຈະ​ບໍ່​ອິດ​ສາ; ວ່າ​ພວກ​ເຂົາ​ຈະ​ບໍ່​ມີ​ເຈດ​ຕະ​ນາ​ຮ້າຍ; ວ່າ​ພວກ​ເຂົາ​ຈະ​ບໍ່​ມີ​ການ​ຂັດ​ແຍ້ງ​ກັນ; ວ່າ​ພວກ​ເຂົາ​ຈະ​ບໍ່​ທຳ​ການ​ໂສ​ເພ​ນີ; ແລະ ວ່າ​ພວກ​ເຂົາ​ຈະ​ບໍ່​ເຮັດ​ສິ່ງ​ເຫລົ່າ​ນີ້​ເລີຍ; ເພາະ​ວ່າ​ຜູ້​ໃດ​ທີ່​ເຮັດ​ຈະ​ຕ້ອງ​ຕາຍ.

33 ເພາະ​ວ່າ​ຄວາມ​ອະທຳ​ເຫລົ່າ​ນີ້​ບໍ່​ໄດ້​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ເລີຍ; ເພາະ​ພຣະ​ອົງ​ກະ​ທຳ​ແຕ່​ສິ່ງ​ທີ່​ດີ​ໃນ​ບັນ​ດາ​ລູກ​ຫລານ​ມະນຸດ; ແລະ ພຣະ​ອົງ​ບໍ່​ກະ​ທຳ​ສິ່ງ​ໃດ​ເລີຍ​ນອກ​ຈາກ​ມັນ​ຈະ​ແຈ່ມ​ແຈ້ງ​ຕໍ່​ລູກ​ຫລານ​ມະນຸດ; ແລະ ພຣະ​ອົງ​ຈະ​ເຊື້ອ​ເຊີນ​ເຂົາ​ທັງ​ໝົດ​ໃຫ້​ເຂົ້າ​ມາ​ຫາ​ພຣະ​ອົງ; ແລະ ຮັບ​ສ່ວນ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ອົງ; ແລະ ພຣະ​ອົງ​ບໍ່ ປະ​ຕິ​ເສດ​ຜູ້​ໃດ​ທີ່​ມາ​ຫາ​ພຣະ​ອົງ​ເລີຍ, ບໍ່​ວ່າ​ດຳ ແລະ ຂາວ, ຂ້າ​ທາດ ແລະ ຜູ້​ເປັນ​ອິດສະ​ລະ, ຊາຍ ແລະ ຍິງ; ແລະ ພຣະ​ອົງ​ລະ​ນຶກ​ເຖິງ ຄົນ​ທີ່​ບໍ່​ມີ​ສາດ​ສະ​ໜາ​ນຳ​ອີກ; ແລະ ທຸກ​ຄົນ​ເທົ່າ​ທຽມ​ກັນ​ໝົດ​ສຳ​ລັບ​ພຣະ​ເຈົ້າ, ທັງ​ຊາວ​ຢິວ ແລະ ຄົນ​ຕ່າງ​ຊາດ.