ພຣະ​ຄຳ​ພີ
2 ນີໄຟ 21


ບົດ​ທີ 21

ຍາດ​ວົງ​ຂອງ​ເຢ​ຊີ (ພຣະ​ຄຣິດ) ຈະ​ຕັດ​ສິນ​ດ້ວຍ​ຄວາມ​ຊອບ​ທຳ—ຄວາມ​ຮູ້​ຂອງ​ພຣະ​ເຈົ້າ​ຈະ​ປົກ​ຄຸມ​ແຜ່ນ​ດິນ​ໂລກ​ພາຍ​ໃນ​ພັນ​ປີ—ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຍົກ​ຫລັກ​ສັນ​ຍານ​ຂຶ້ນ ແລະ ເຕົ້າ​ໂຮມ​ອິດສະ​ຣາເອນ—ປຽບ​ທຽບ​ກັບ​ເອຊາ​ຢາ 11. ປະ​ມານ 559–545 ປີ ກ່ອນ ຄ.ສ.

1 ແລະ ຈະ​ມີ ກິ່ງ​ໄມ້​ອອກ​ມາ​ຈາກ ຍາດ​ວົງ​ຂອງ ເຢ​ຊີ, ແລະ ຮຸ່ນ​ໄມ້​ຈະ​ເກີດ​ອອກ​ມາ​ຈາກ​ຮາກ​ຂອງ​ເພິ່ນ.

2 ແລະ ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ຖິດ​ຢູ່​ເທິງ​ເພິ່ນ, ວິນ​ຍານ​ແຫ່ງ​ປັນ​ຍາ ແລະ ຄວາມ​ເຂົ້າ​ໃຈ, ວິນ​ຍານ​ແຫ່ງ​ການ​ແນະນຳ ແລະ ພະ​ລັງ, ວິນ​ຍານ​ແຫ່ງ​ຄວາມ​ຮູ້ ແລະ ແຫ່ງ​ຄວາມ​ຢຳເກງ​ພຣະ​ຜູ້​ເປັນ​ເຈົ້າ;

3 ແລະ ຈະ​ເຮັດ​ໃຫ້​ເພິ່ນ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ວ່ອງ​ໄວ​ໃນ​ຄວາມ​ຢ້ານ​ກົວ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ເພິ່ນ​ຈະ​ບໍ່ ຕັດ​ສິນ​ຕາມ​ສາຍ​ຕາ​ຂອງ​ເພິ່ນ, ທັງ​ຈະ​ບໍ່​ຕຳ​ນິ​ຕາມ​ທີ່​ຫູ​ຂອງ​ເພິ່ນ ໄດ້​ຍິນ.

4 ແຕ່​ເພິ່ນ​ຈະ​ຕັດ​ສິນ​ຄົນ​ທຸກ​ຍາກ​ດ້ວຍ ຄວາມ​ຊອບ​ທຳ, ແລະ ຕຳ​ນິ​ດ້ວຍ​ຄວາມ​ທ່ຽງ​ທຳ ເພື່ອ ຄົນ​ໃຈ​ອ່ອນ​ໂຍນ​ຂອງ​ແຜ່ນ​ດິນ​ໂລກ; ແລະ ປ້ອງ​ກັນ​ສິດ​ທິ​ຂອງ​ຜູ້​ທີ່​ຕ່ຳ​ຕ້ອຍ, ແຜ່ນ​ດິນ​ໂລກ​ຈະ​ຖືກ​ຕີ​ດ້ວຍ​ຄຳ​ສັ່ງ​ຂອງ​ເພິ່ນ, ແລະ ຄົນ​ຊົ່ວ​ກໍ​ຈະ​ຕາຍ​ດ້ວຍ​ຄຳ​ຕັດ​ສິນ​ຂອງ​ເພິ່ນ.

5 ແລະ ຄວາມ​ຊອບ​ທຳ​ຈະ​ເປັນ​ຜ້າ​ຄຽນ​ແອວ​ຂອງ​ເພິ່ນ, ແລະ ຄວາມ​ຊື່​ສັດ​ຈະ​ເປັນ​ຜ້າ​ຄຽນ ບັ້ນ​ແອວ​ຂອງ​ເພິ່ນ.

6 ໝາ​ປ່າ​ຈະ​ຢູ່​ກັບ​ລູກ​ແກະ, ເສືອ​ດາວ​ຈະ​ນອນ​ຢູ່​ນຳ​ລູກ​ແບ້, ແລະ ລູກ​ງົວ​ກັບ​ສິງ​ໜຸ່ມ ແລະ ລູກ​ສັດ​ອ້ວນ ຈະ​ຢູ່​ດ້ວຍ​ກັນ; ແລະ ເດັກ​ນ້ອຍ​ຄົນ​ໜຶ່ງ​ຈະ​ນຳ​ພວກ​ມັນ​ໄປ.

7 ແລະ ງົວ​ແມ່​ກັບ​ໝີ​ຈະ​ກິນ​ນຳ​ກັນ; ລູກ​ຂອງ​ພວກ​ມັນ​ກໍ​ຈະ​ນອນ​ຢູ່​ນຳ​ກັນ; ແລະ ສິງ​ຈະ​ກິນ​ເຟືອງ​ເຂົ້າ​ຄື​ກັນ​ກັບ​ງົວ​ເຖິກ.

8 ແລະ ເດັກ​ນ້ອຍ​ກິນ​ນົມ​ຈະ​ຫລິ້ນ​ໃນ​ຮູ​ຂອງ ງູ​ພິດ, ແລະ ເດັກ​ນ້ອຍ​ທີ່​ເຊົາ​ນົມ ຈະ​ວາງ​ມື​ຂອງ​ເຂົາ​ໃນ​ກົງ ງູ​ຮ້າຍ.

9 ພວກ​ມັນ​ຈະ ບໍ່​ທຳ​ຮ້າຍ ຫລື ທຳ​ລາຍ​ໄປ​ທົ່ວ​ພູ​ເຂົາ​ອັນ​ສັກ​ສິດ​ຂອງ​ເຮົາ ເພາະ​ແຜ່ນ​ດິນ​ໂລກ​ຈະ​ເຕັມ​ໄປ ດ້ວຍ​ຄວາມ​ຮູ້​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ເໝືອນ​ດັ່ງ​ທະເລ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ.

10 ແລະ ໃນ ມື້​ນັ້ນ​ກະສັດ​ອົງ​ໃໝ່​ຈາກ ຍາດ​ວົງ​ຂອງ​ເຢ​ຊີ​ຈະ​ເປັນ​ສັນ​ຍາ​ລັກ​ຂອງ​ຊົນ​ຊາດ​ທັງ​ຫລາຍ; ຄົນ​ຕ່າງ​ຊາດ​ຈະ​ສະແຫວງ​ຫາ ມັນ; ແລະ ການ​ພັກ​ຜ່ອນ​ຂອງ​ເພິ່ນ​ຈະ​ມີ​ລັດ​ສະ​ໝີ​ພາບ.

11 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ໃນ​ມື້​ນັ້ນ​ຄື ພຣະ​ເຈົ້າ​ຈະ​ວາງ​ພຣະ​ຫັດ​ລົງ​ອີກ​ເປັນ​ເທື່ອ ທີ​ສອງ ເພື່ອ​ນຳ​ເອົາ​ຜູ້​ຄົນ​ຂອງ​ພຣະ​ອົງ​ທີ່​ຍັງ​ເຫລືອ​ຢູ່​ກັບ​ມາ​ຈາກ​ອັດ​ຊີ​ເຣຍ, ແລະ ຈາກ​ເອຢິບ, ແລະ ຈາກ​ປັດ​ໂຣ, ແລະ ຈາກ​ກູ​ເຊ, ແລະ ຈາກ​ເອ​ລາມ, ແລະ ຈາກ​ຊີ​ນາ, ແລະ ຈາກ​ຮາ​ມັດ, ແລະ ຈາກ​ເກາະ​ໃນ​ທະເລ.

12 ແລະ ພຣະ​ອົງ​ຈະ​ຕັ້ງ ຫລັກ​ສັນ​ຍານ​ຂຶ້ນ​ໃຫ້​ແກ່​ປະ​ຊາ​ຊາດ ແລະ ຈະ​ຊຸມ​ນຸມ​ອິດສະ​ຣາເອນ​ທີ່ ຖືກ​ຂັບ​ໄລ່​ອອກ​ໄປ ແລະ ເຕົ້າ​ໂຮມ​ຄົນ​ຂອງ​ຢູ​ດາ​ທີ່​ກະ​ຈັດ​ກະ​ຈາຍ​ໄປ​ເພື່ອ​ເຂົ້າ​ມາ​ຈາກ​ສີ່​ທິດ​ຂອງ​ແຜ່ນ​ດິນ​ໂລກ.

13 ແລະ ຄວາມ​ອິດ​ສາ​ຂອງ​ເອຟະ​ຣາອີມ​ຈະ​ໝົດ​ໄປ, ແລະ ຜູ້​ປໍ​ລະ​ປັກ​ຂອງ​ຢູ​ດາ​ຈະ​ຖືກ​ຕັດ​ອອກ; ເອຟະ​ຣາອີມ​ຈະ​ບໍ່​ອິດ​ສາ ຢູ​ດາ, ແລະ ຢູ​ດາ​ຈະ​ບໍ່​ລົບ​ກວນ​ເອຟະ​ຣາອີມ.

14 ແຕ່​ພວກ​ເຂົາ​ຈະ ບິນ​ລົງ​ທີ່​ບ່າ​ຂອງ​ຟີລິດ​ສະຕິນ​ທາງ​ຕາ​ເວັນ​ຕົກ; ພວກ​ເຂົາ​ຈະ​ຮ່ວມ​ກັນ​ປຸ້ນ​ທາງ​ຕາ​ເວັນ​ອອກ; ພວກ​ເຂົາ​ຈະ​ຍຶດ​ເອົາ​ເອ​ໂດມ ແລະ​ໂມ​ອາບ; ແລະ ລູກ​ຫລານ​ຂອງ​ອຳໂມນ​ຈະ​ເຊື່ອ​ຟັງ​ພວກ​ເຂົາ.

15 ແລະ ພຣະ​ຜູ້​ເປັນ​ເຈົ້າ​ຈະ ທຳ​ລາຍ​ລີ້ນ​ຂອງ​ທະເລ​ເອຢິບ​ໃຫ້​ໝົດ​ສິ້ນ; ແລະ ດ້ວຍ​ລົມ​ອັນ​ມີ​ລິດ​ເດດ​ຂອງ​ພຣະ​ອົງ, ພຣະ​ອົງ​ຈະ​ຍົກ​ພຣະ​ຫັດ​ເທິງ​ແມ່​ນ້ຳ ແລະ ຈະ​ຕີ​ມັນ​ໃຫ້​ເປັນ​ຮ່ອງ​ນ້ຳ​ເຈັດ​ສາຍ ແລະ ໃຫ້​ຄົນ​ຂ້າມ​ໄປ​ໄດ້​ໂດຍ​ຕີນ​ບໍ່​ປຽກ.

16 ແລະ ຈະ​ມີ ທາງ​ຫລວງ​ຈາກ​ອັດ​ຊີ​ເຣຍ​ສຳ​ລັບ​ຜູ້​ຄົນ​ຂອງ​ພຣະ​ອົງ​ທີ່​ຍັງ​ເຫລືອ​ຢູ່​ດັ່ງ​ທີ່​ມີ​ຢູ່​ສຳ​ລັບ​ອິດສະ​ຣາເອນ​ໃນ​ວັນ​ທີ່​ພວກ​ເຂົາ​ຂຶ້ນ​ມາ​ຈາກ​ແຜ່ນ​ດິນ​ເອຢິບ.