ພຣະ​ຄຳ​ພີ
2 ນີໄຟ 11


ບົດ​ທີ 11

ຢາໂຄບ​ໄດ້​ເຫັນ​ພຣະ​ຜູ້​ໄຖ່​ຂອງ​ລາວ—ກົດ​ຂອງ​ໂມເຊ​ສະແດງ​ເຖິງ​ພຣະ​ຄຣິດ ແລະ ພິ​ສູດ​ວ່າ ພຣະ​ອົງ​ຈະ​ສະ​ເດັດ​ມາ. ປະ​ມານ 559–545 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້, ຢາໂຄບ​ໄດ້​ເວົ້າ​ອີກ​ຫລາຍ​ເລື່ອງ​ກັບ​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ເວລາ​ນັ້ນ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ໄດ້ ບັນ​ທຶກ​ໄວ້​ພຽງ​ແຕ່​ເລື່ອງ​ເຫລົ່າ​ນີ້, ເພາະ​ເລື່ອງ​ທີ່​ບັນ​ທຶກ​ໄວ້​ພຽງ​ພໍ​ສຳ​ລັບ​ຂ້າ​ພະ​ເຈົ້າ.

2 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ບັນ​ທຶກ​ຄຳ​ເວົ້າ​ຂອງ ເອຊາ​ຢາ​ອີກ, ເພາະ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ພໍ​ໃຈ​ໃນ​ຄຳ​ເວົ້າ​ຂອງ​ເພິ່ນ. ເພາະ​ຂ້າ​ພະ​ເຈົ້າ​ຈະ​ປຽບ​ທຽບ​ຄຳ​ເວົ້າ​ຂອງ​ເພິ່ນ​ກັບ​ຄົນ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ຈະ​ສົ່ງ​ອອກ​ໄປ​ເຖິງ​ລູກ​ຫລານ​ຂອງ​ຂ້າ​ພະ​ເຈົ້າ​ທັງ​ໝົດ, ເພາະ​ເພິ່ນ​ໄດ້​ເຫັນ ພຣະ​ຜູ້​ໄຖ່​ຂອງ​ຂ້າ​ພະ​ເຈົ້າ​ແທ້ໆ ເໝືອນ​ດັ່ງ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ອົງ.

3 ແລະ ນ້ອງ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ​ຢາໂຄບ​ກໍ​ໄດ້ ເຫັນ​ພຣະ​ອົງ​ຄື​ກັນ​ກັບ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ອົງ; ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຈະ​ສົ່ງ​ຄຳ​ເວົ້າ​ຂອງ​ຄົນ​ທັງ​ສອງ​ອອກ​ໄປ​ເຖິງ​ລູກ​ຫລານ​ຂອງ​ຂ້າ​ພະ​ເຈົ້າ ເພື່ອ​ພິ​ສູດ​ກັບ​ພວກ​ເຂົາ​ວ່າ ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ຄວາມ​ຈິງ. ດັ່ງ​ນັ້ນ, ໂດຍ​ຄຳ​ເວົ້າ​ຂອງ​ຄົນ ສາມ​ຄົນ, ພຣະ​ເຈົ້າ​ໄດ້​ກ່າວ​ວ່າ ເຮົາ​ຈະ​ສະຖາ​ປະນາ​ຄຳ​ເວົ້າ​ຂອງ​ເຮົາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ເຈົ້າ​ຍັງ​ໄດ້​ສົ່ງ​ພະຍານ​ມາ​ອີກ, ແລະ ພຣະ​ອົງ​ພິ​ສູດ​ພຣະ​ຄຳ​ຂອງ​ພຣະ​ອົງ​ທັງ​ໝົດ.

4 ຈົ່ງ​ເບິ່ງ, ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ພໍ​ໃຈ​ໃນ ການ​ພິ​ສູດ​ຄວາມ​ຈິງ​ຂອງ ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ​ຕໍ່​ຄົນ​ຂອງ​ຂ້າ​ພະ​ເຈົ້າ ເພື່ອ​ຈຸດ​ມຸ້ງ​ໝາຍ​ນີ້​ຈຶ່ງ​ມີ ກົດ​ຂອງ​ໂມເຊ​ໃຫ້​ໄວ້; ແລະ ທຸກ​ຢ່າງ​ທີ່​ພຣະ​ເຈົ້າ​ປະທານ​ໃຫ້​ມະນຸດ​ນັບ​ຕັ້ງ​ແຕ່​ການ​ເລີ່ມ​ຕົ້ນ​ຂອງ​ໂລກ​ມາ​ເປັນ​ການ​ສະແດງ​ເຖິງ​ພຣະ​ອົງ.

5 ແລະ ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ພໍ​ໃຈ​ໃນ ພັນທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອີກ ຊຶ່ງ​ພຣະ​ອົງ​ໄດ້​ເຮັດ​ໄວ້​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ; ແທ້​ຈິງ​ແລ້ວ, ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ພໍ​ໃຈ​ໃນ​ພຣະ​ຄຸນ​ຂອງ​ພຣະ​ອົງ, ແລະ ໃນ​ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ອົງ, ແລະ ພຣະ​ອຳນາດ ແລະ ພຣະ​ເມດ​ຕາ​ໃນ​ແຜນ​ອັນ​ຍິ່ງ​ໃຫຍ່ ແລະ ນິ​ລັນ​ດອນ​ແຫ່ງ​ການ​ປົດ​ປ່ອຍ​ຈາກ​ຄວາມ​ຕາຍ.

6 ແລະ ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ພໍ​ໃຈ​ໃນ​ການ​ພິ​ສູດ​ຕໍ່​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ຖ້າ​ຫາກ​ພຣະ​ຄຣິດ​ບໍ່​ສະ​ເດັດ​ມາ ມະນຸດ​ທຸກ​ຄົນ​ຈະ​ຕ້ອງ​ຕາຍ.

7 ເພາະ​ຖ້າ​ຫາກ ບໍ່​ມີ​ພຣະ​ຄຣິດ​ແລ້ວ ກໍ​ບໍ່​ມີ​ພຣະ​ເຈົ້າ; ແລະ ຖ້າ​ຫາກ​ບໍ່​ມີ​ພຣະ​ເຈົ້າ, ພວກ​ເຮົາ​ກໍ​ບໍ່​ເປັນ​ຢູ່​ເພາະ ການ​ສ້າງ​ຈະ​ມີ​ບໍ່​ໄດ້. ແຕ່​ມີ​ພຣະ​ເຈົ້າ ແລະ ພຣະ​ອົງ​ຄື​ພຣະ​ຄຣິດ ແລະ ພຣະ​ອົງ​ຈະ​ສະ​ເດັດ​ມາ​ໃນ​ຄວາມ​ສົມ​ບູນ​ແຫ່ງ​ວັນ​ເວລາ​ຂອງ​ພຣະ​ອົງ.

8 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຂຽນ​ຄຳ​ເວົ້າ​ຂອງ​ເອຊາ​ຢາ​ໄວ້​ບາງ​ຄຳ​ສຳ​ລັບ​ຜູ້​ໃດ​ຜູ້​ໜຶ່ງ​ໃນ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ ຈະ​ເຫັນ​ຄຳ​ເວົ້າ​ເຫລົ່າ​ນີ້ ຈະ​ໄດ້​ມີ​ກຳ​ລັງ​ໃຈ ແລະ ປິ​ຕິ​ຍິນ​ດີ​ເພື່ອ​ມະນຸດ​ທຸກ​ຄົນ. ແລ້ວ​ນີ້​ຄື​ຂໍ້​ຄວາມ ແລະ ທ່ານ​ຈະ​ໄດ້​ປຽບ​ທຽບ​ມັນ​ກັບ​ຕົວ​ທ່ານ​ເອງ ແລະ ກັບ​ມະນຸດ​ທັງ​ປວງ.