ພຣະ​ຄຳ​ພີ
2 ນີໄຟ 9


ບົດ​ທີ 9

ຢາໂຄບ​ອະ​ທິ​ບາຍ​ວ່າ ຊາວ​ຢິວ​ຈະ​ໄດ້​ເຕົ້າ​ໂຮມ​ທົ່ວ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພວກ​ເຂົາ—ການ​ຊົດ​ໃຊ້​ໄຖ່​ມະນຸດ​ຈາກ​ການ​ຕົກ—ຮ່າງ​ກາຍ​ຂອງ​ຄົນ​ຕາຍ​ຈະ​ອອກ​ມາ​ຈາກ​ຫລຸມ​ສົບ, ແລະ ວິນ​ຍານ​ຂອງ​ພວກ​ເຂົາ​ຈະ​ອອກ​ມາ​ຈາກ​ນະລົກ ແລະ ຈາກ​ທີ່​ສຸ​ຂະ​ເສີມ—ພວກ​ເຂົາ​ຈະ​ຖືກ​ພິ​ພາກ​ສາ—ການ​ຊົດ​ໃຊ້​ຊ່ວຍ​ໃຫ້​ລອດ​ຈາກ​ຄວາມ​ຕາຍ, ຈາກ​ນະລົກ, ມານ​ຮ້າຍ, ແລະ ຄວາມ​ທໍ​ລະ​ມານ​ທີ່​ບໍ່​ມີ​ວັນ​ສິ້ນ​ສຸດ—ຄົນ​ທີ່​ຊອບ​ທຳ​ຈະ​ລອດ​ຢູ່​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ—ການ​ທຳ​ໂທດ​ສຳ​ລັບ​ບາບ​ໄດ້​ຕັ້ງ​ຂຶ້ນ—ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ​ເປັນ​ຜູ້​ຮັກ​ສາ​ປະຕູ. ປະ​ມານ 559–545 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ເລື່ອງ​ເຫລົ່າ​ນີ້ ເພື່ອ​ທ່ານ​ຈະ​ຮູ້​ກ່ຽວ​ກັບ ພັນທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ພຣະ​ອົງ​ໄດ້​ເຮັດ​ໄວ້​ກັບ​ເຊື້ອ​ສາຍ​ອິດສະ​ຣາເອນ​ທັງ​ໝົດ—

2 ຊຶ່ງ​ພຣະ​ອົງ​ຮັບ​ສັ່ງ​ໄວ້​ກັບ​ຊາວ​ຢິວ​ດ້ວຍ​ປາກ​ຂອງ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ຂອງ​ພຣະ​ອົງ, ແມ່ນ​ຕັ້ງ​ແຕ່​ຕົ້ນ​ລົງ​ມາ​ຈາກ​ລຸ້ນ​ສູ່​ລຸ້ນ, ຈົນ​ເວລາ​ນັ້ນ​ມາ​ເຖິງ ເມື່ອ​ພວກ​ເຂົາ​ຈະ​ຖືກ ນຳ​ກັບ​ຄືນ​ສູ່​ສາດ​ສະ​ໜາ​ຈັກ ແລະ ຝູງ​ອັນ​ແທ້​ຈິງ​ຂອງ​ພຣະ​ເຈົ້າ; ເມື່ອ​ພວກ​ເຂົາ​ຈະ​ຖືກ ເຕົ້າ​ໂຮມ​ກັບ​ບ້ານ​ໄປ​ຫາ ແຜ່ນ​ດິນ​ຊຶ່ງ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ, ແລະ ຈະ​ຖືກ​ສະຖາ​ປະນາ​ຂຶ້ນ​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ທັງ​ໝົດ​ຂອງ​ພວກ​ເຂົາ.

3 ຈົ່ງ​ເບິ່ງ, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເວົ້າ​ເລື່ອງ​ເຫລົ່າ​ນີ້​ກັບ​ທ່ານ ເພື່ອ​ທ່ານ​ຈະ​ໄດ້​ປິ​ຕິ​ຍິນ​ດີ, ແລະ ເງີຍ​ຫົວ​ຂອງ​ທ່ານ​ຂຶ້ນ​ຕະຫລອດ​ການ, ເພາະ​ພອນ​ຊຶ່ງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ປະທານ​ໃຫ້​ລູກ​ຫລານ​ຂອງ​ທ່ານ.

4 ເພາະ​ຂ້າ​ພະ​ເຈົ້າ​ຮູ້​ວ່າ ທ່ານ​ຫລາຍ​ຄົນ​ສະແຫວງ​ຫາ​ມາ​ຫລາຍ​ແລ້ວ​ທີ່​ຈະ​ໄດ້​ຮູ້​ເຖິງ​ສິ່ງ​ທີ່​ຈະ​ມາ​ເຖິງ; ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ຮູ້​ວ່າ ທ່ານ​ຮູ້​ກ່ຽວ​ກັບ​ເນື້ອ​ໜັງ​ຂອງ​ພວກ​ເຂົາ​ຕ້ອງ​ສູນ​ເສຍ​ໄປ ແລະ ຕາຍ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ ຮ່າງ​ກາຍ​ຂອງ​ພວກ​ເຮົາ, ພວກ​ເຮົາ​ຈະ​ເຫັນ​ພຣະ​ເຈົ້າ.

5 ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ຮູ້​ວ່າ​ທ່ານ​ຮູ້​ວ່າ ພຣະ​ອົງ​ຈະ​ປະກົດ​ຕົວ​ກັບ​ຄົນ​ເຫລົ່າ​ນັ້ນ​ທີ່​ເຢຣູ​ຊາເລັມ ຊຶ່ງ​ພວກ​ເຮົາ​ໄດ້​ຈາກ​ມາ; ເພາະ​ສົມ​ຄວນ​ທີ່​ເລື່ອງ​ນີ້​ຈະ​ເປັນ​ໄປ​ໃນ​ບັນ​ດາ​ພວກ​ເຂົາ; ເພາະ ພຣະ​ຜູ້​ສ້າງ​ຜູ້​ຍິ່ງ​ໃຫຍ່ ເຫັນ​ຄວາມ​ຈຳ​ເປັນ​ທີ່​ຈະ​ຍອມ​ໃຫ້​ພຣະ​ອົງ​ມາ​ຂຶ້ນ​ຢູ່​ກັບ​ມະນຸດ​ໃນ​ເນື້ອ​ໜັງ ແລະ ສິ້ນ​ພຣະ​ຊົນ​ເພື່ອ​ມະນຸດ​ທຸກ​ຄົນ ເພື່ອ​ມະນຸດ ທັງ​ປວງ​ຈະ​ໄດ້​ມາ​ຂຶ້ນ​ຢູ່​ກັບ​ພຣະ​ອົງ.

6 ເພາະ​ເນື່ອງ​ຈາກ​ວ່າ ຄວາມ​ຕາຍ​ຜ່ານ​ມາ​ຫາ​ມະນຸດ​ທັງ​ປວງ ເພື່ອ​ໃຫ້ ແຜນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ສ້າງ ຜູ້​ຍິ່ງ​ໃຫຍ່​ສຳ​ເລັດ ຈຶ່ງ​ຈຳ​ຕ້ອງ​ມີ​ອຳນາດ​ແຫ່ງ ການ​ຟື້ນ​ຄືນ​ຊີ​ວິດ; ແລະ ການ​ຟື້ນ​ຄືນ​ຊີ​ວິດ​ຈະ​ຕ້ອງ​ມາ​ຫາ​ມະນຸດ​ໂດຍ​ເຫດ​ຂອງ ການ​ຕົກ; ແລະ ການ​ຕົກ​ມາ​ເຖິງ​ໂດຍ​ເຫດ​ຂອງ​ການ​ລ່ວງ​ລະເມີດ ແລະ ເພາະ​ມະນຸດ​ກັບ​ເປັນ​ຄົນ​ຕົກ ຈຶ່ງ​ຖືກ ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

7 ດັ່ງ​ນັ້ນ, ຈຶ່ງ​ຈຳ​ຕ້ອງ​ມີ ການ​ຊົດ​ໃຊ້​ອັນ ບໍ່​ມີ​ຂອບ​ເຂດ—ນອກ​ຈາກ​ຈະ​ເປັນ​ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ​ແລ້ວ, ຄວາມ​ເນົ່າ​ເປື່ອຍ​ນີ້ ຈະ​ສວມ​ໃສ່​ຄວາມ​ບໍ່​ເນົ່າ​ເປື່ອຍ​ບໍ່​ໄດ້. ດັ່ງ​ນັ້ນ, ການ​ພິ​ພາກ​ສາ​ຄັ້ງ ທຳ​ອິດ ຊຶ່ງ​ມາ​ຫາ​ມະນຸດ​ແລ້ວ ຈຶ່ງ​ຈຳ​ເປັນ​ຕ້ອງ ຢູ່​ຕໍ່​ໄປ​ເປັນ​ເວລາ​ບໍ່​ມີ​ຂອບ​ເຂດ. ແລະ ຖ້າ​ຫາກ​ເປັນ​ດັ່ງ​ນັ້ນ, ເນື້ອ​ໜັງ​ນີ້​ຕ້ອງ​ນອນ​ລົງ​ເພື່ອ​ຄວາມ​ເນົ່າ​ເປື່ອຍ ແລະ ເພື່ອ​ສະ​ຫລາຍ​ຕົວ​ຢູ່​ກັບ​ດິນ​ທີ່​ໃຫ້​ກຳເນີດ​ມັນ ຈະ​ບໍ່​ລຸກ​ຂຶ້ນ​ອີກ​ຕໍ່​ໄປ.

8 ໂອ້ ຄວາມ​ສະຫລຽວ​ສະຫລາດ​ຂອງ​ພຣະ​ເຈົ້າ, ພຣະ​ເມດ​ຕາ ແລະ ພຣະ​ຄຸນ​ຂອງ​ພຣະ​ອົງ! ເພາະ​ຈົ່ງ​ເບິ່ງ, ຖ້າ​ຫາກ ເນື້ອ​ໜັງ​ຈະ​ບໍ່​ລຸກ​ຂຶ້ນ​ອີກ​ຕໍ່​ໄປ ວິນ​ຍານ​ຂອງ​ພວກ​ເຮົາ​ຍ່ອມ​ຕ້ອງ​ມາ​ຂຶ້ນ​ຢູ່​ກັບ​ທູດ​ຜູ້​ນັ້ນ ຊຶ່ງ ຕົກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ​ຜູ້​ສະ​ຖິດ​ນິ​ລັນ​ດອນ, ແລະ ກັບ​ເປັນ ມານ​ບໍ່​ລຸກ​ຂຶ້ນ​ອີກ​ຕໍ່​ໄປ.

9 ແລະ ວິນ​ຍານ​ຂອງ​ພວກ​ເຮົາ​ຕ້ອງ​ກັບ​ເປັນ​ຄື​ກັນ​ກັບ​ມັນ, ແລະ ພວກ​ເຮົາ​ຕ້ອງ​ກາຍ​ເປັນ​ມານ, ເປັນ ບໍ​ລິ​ວານ​ຂອງ​ມານ, ທີ່​ຈະ​ຖືກ ກີດ​ກັນ​ໄວ້​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ ແລະ ຈະ​ຄົງ​ຢູ່​ກັບ​ບິດາ​ແຫ່ງ ຄວາມ​ຂີ້​ຕົວະ​ໃນ​ຄວາມ​ທໍ​ລະ​ມານ​ຄື​ກັນ​ກັບ​ຕົວ​ຂອງ​ມັນ; ແທ້​ຈິງ​ແລ້ວ, ສຳ​ລັບ​ຄົນ​ນັ້ນ ຜູ້ ຫລອກ​ລວງ​ບິດາ​ມານດາ​ຜູ້​ທຳ​ອິດ​ຂອງ​ພວກ​ເຂົາ, ຜູ້ ແປງ​ຕົວ​ເກືອບ​ຄື​ກັນ​ກັບ ທູດ​ແຫ່ງ​ຄວາມ​ສະ​ຫວ່າງ ແລະ ຍຸ​ຍົງ​ໃຫ້​ລູກ​ຫລານ​ມະນຸດ​ເຮັດ ການ​ມົ້ວ​ສຸມ​ລັບ​ແຫ່ງ​ການ​ຄາດ​ຕະ​ກອນ ແລະ ວຽກ​ງານ​ລັບ​ແຫ່ງ​ຄວາມ​ມືດ​ທຸກ​ຢ່າງ.

10 ໂອ້ ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ຍິ່ງ​ໃຫຍ່​ພຽງ​ໃດ ຜູ້​ໄດ້​ຕຽມ​ທາງ​ເພື່ອ​ການ​ໜີ​ຂອງ​ພວກ​ເຮົາ ໃຫ້​ພົ້ນ​ຈາກ​ເງື້ອມ​ມື​ຂອງ​ມານ​ຮ້າຍ​ທີ່​ເປັນ​ຕາ​ຢ້ານ​ຜູ້​ນັ້ນ; ແທ້​ຈິງ​ແລ້ວ, ມານ​ຮ້າຍ​ຜູ້​ນັ້ນ​ແມ່ນ ຄວາມ​ຕາຍ ແລະ ນະລົກ ຊຶ່ງ​ຂ້າ​ພະ​ເຈົ້າ​ເອີ້ນ​ວ່າ ຄວາມ​ຕາຍ​ທາງ​ຮ່າງ​ກາຍ ແລະ ຄວາມ​ຕາຍ​ທາງ​ວິນ​ຍານ​ນຳ​ອີກ.

11 ແລະ ເພາະ​ທາງ​ແຫ່ງ ການ​ປົດ​ປ່ອຍ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ, ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ, ຄວາມ​ຕາຍ​ນີ້, ຊຶ່ງ​ຂ້າ​ພະ​ເຈົ້າ​ເວົ້າ​ໄວ້​ທີ່​ເປັນ​ຄວາມ​ຕາຍ​ທາງ​ໂລກ ຈະ​ປ່ອຍ​ຄົນ​ຕາຍ​ຂອງ​ມັນ​ຂຶ້ນ​ມາ ຊຶ່ງ​ຄວາມ​ຕາຍ​ນັ້ນ​ຄື​ຫລຸມ​ສົບ.

12 ແລະ ຄວາມ​ຕາຍ​ນີ້ ຊຶ່ງ​ຂ້າ​ພະ​ເຈົ້າ​ເວົ້າ​ໄວ້ ຊຶ່ງ​ເປັນ​ຄວາມ​ຕາຍ​ທາງ​ວິນ​ຍານ​ຈະ​ປ່ອຍ​ຄົນ​ຕາຍ​ຂອງ​ມັນ​ຂຶ້ນ​ມາ; ຊຶ່ງ​ຄວາມ​ຕາຍ​ທາງ​ວິນ​ຍານ​ຄື ນະລົກ; ດັ່ງ​ນັ້ນ, ຄວາມ​ຕາຍ ແລະ ນະລົກ​ຕ້ອງ​ປ່ອຍ​ຄົນ​ຕາຍ​ຂອງ​ມັນ​ຂຶ້ນ​ມາ, ແລະ ນະລົກ​ຕ້ອງ​ປ່ອຍ​ວິນ​ຍານ​ທີ່​ຖືກ​ຈ່ອງ​ຈຳ​ຂອງ​ມັນ​ຂຶ້ນ​ມາ, ແລະ ຫລຸມ​ສົບ​ຕ້ອງ​ປ່ອຍ​ຮ່າງ​ກາຍ​ທີ່​ຖືກ​ຈ່ອງ​ຈຳ​ຂອງ​ມັນ​ຂຶ້ນ​ມາ, ແລະ ຮ່າງ​ກາຍ​ກັບ ວິນ​ຍານ​ຂອງ​ມະນຸດ​ຈະ​ຖືກ ນຳ​ກັບ​ຄືນ​ຫາ​ກັນ ແລະ ຈະ​ເປັນ​ໄປ​ໂດຍ​ອຳນາດ​ແຫ່ງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ.

13 ໂອ້ ແຜນ​ຂອງ​ພຣະ​ເຈົ້າຂອງ​ພວກ​ເຮົາ​ຍິ່ງ​ໃຫຍ່​ພຽງ​ໃດ! ເພາະ​ອີກ​ທາງ​ໜຶ່ງ, ທີ່​ສຸ​ຂະ​ເສີມ​ຂອງ​ພຣະ​ເຈົ້າ​ຕ້ອງ​ປ່ອຍ​ວິນ​ຍານ​ຂອງ​ຄົນ​ຊອບ​ທຳ​ຂຶ້ນ​ມາ, ແລະ ຫລຸມ​ສົບ​ປ່ອຍ​ຮ່າງ​ກາຍ​ຂອງ​ຄົນ​ຊອບ​ທຳ​ຂຶ້ນ​ມາ, ແລະ ວິນ​ຍານ​ກັບ​ຮ່າງ​ກາຍ​ຖືກ ນຳ​ກັບ​ຄືນ​ມາ​ຫາ​ຕົວ​ຂອງ​ມັນ​ເອງ​ອີກ, ແລະ ມະນຸດ​ທັງ​ປວງ​ກັບ​ກາຍ​ບໍ່​ເນົ່າ​ເປື່ອຍ ແລະ ເປັນ ອະ​ມະ​ຕະ, ແລະ ພວກ​ເຂົາ​ເປັນ​ຈິດ​ວິນ​ຍານ​ທີ່​ມີ​ຊີ​ວິດ ໂດຍ​ມີ ຄວາມ​ຮູ້ ອັນ​ສົມ​ບູນ​ຄື​ກັນ​ກັບ​ພວກ​ເຮົາ​ໃນ​ເນື້ອ​ໜັງ, ນອກ​ຈາກ​ຄວາມ​ຮູ້​ຂອງ​ພວກ​ເຮົາ​ຈະ​ສົມ​ບູນ.

14 ດັ່ງນັ້ນ, ພວກ​ເຮົາ​ຈະ​ມີ ຄວາມ​ຮູ້​ອັນ​ສົມ​ບູນ​ກ່ຽວ​ກັບ ຄວາມ​ຜິດ​ທັງ​ໝົດ​ຂອງ​ພວກ​ເຮົາ ແລະ ຄວາມ​ເປິ​ເປື້ອນ​ຂອງ​ພວກ​ເຮົາ, ແລະ ຄວາມ​ເປືອຍ​ເປົ່າ​ຂອງ​ພວກ​ເຮົາ, ແລະ ຄົນ​ຊອບ​ທຳ​ຈະ​ມີ​ຄວາມ​ຮູ້​ອັນ​ສົມ​ບູນ​ກ່ຽວ​ກັບ​ຄວາມ​ສຸກ​ຂອງ​ພວກ​ເຂົາ ແລະ ຄວາມ​ຊອບ​ທຳ​ຂອງ​ພວກ​ເຂົາ​ໂດຍ​ທີ່​ຖືກ ຫຸ້ມ​ຫໍ່​ໄວ້​ດ້ວຍ ຄວາມ​ບໍ​ລິ​ສຸດ, ແທ້​ຈິງ​ແລ້ວ, ແມ່ນ​ດ້ວຍ ເສື້ອ​ຄຸມ​ແຫ່ງ​ຄວາມ​ຊອບ​ທຳ.

15 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ຄົນ​ທັງ​ປວງ​ຈະ​ຜ່ານ​ຈາກ​ຄວາມ​ຕາຍ​ຄັ້ງ​ທຳ​ອິດ​ມາ​ສູ່​ຊີ​ວິດ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ກັບ​ເປັນ​ອະ​ມະ​ຕະ, ພວກ​ເຂົາ​ຕ້ອງ​ປະກົດ​ຢູ່​ຕໍ່​ໜ້າ ບັນ​ລັງ​ພິ​ພາກ​ສາ​ຂອງ​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ; ແລະ ເມື່ອ​ນັ້ນ ການ​ພິ​ພາກ​ສາ​ຍ່ອມ​ມາ​ເຖິງ, ແລະ ເມື່ອ​ນັ້ນ​ພວກ​ເຂົາ​ຕ້ອງ​ຖືກ​ພິ​ພາກ​ສາ​ຕາມ​ການ​ພິ​ພາກ​ສາ​ອັນ​ສັກ​ສິດ​ຂອງ​ພຣະ​ເຈົ້າ.

16 ແລະ ຢ່າງ​ແນ່​ນອນ​ທີ່​ສຸດ, ຕາບ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າຊົງ​ພຣະ​ຊົນ​ຢູ່, ເພາະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັບ​ສັ່ງ​ເລື່ອງ​ນີ້​ໄວ້, ແລະ ເປັນ ພຣະ​ຄຳ​ອັນ​ນິ​ລັນ​ດອນ​ຂອງ​ພຣະ​ອົງ ຊຶ່ງ​ຈະ ຜ່ານ​ໄປ​ບໍ່​ໄດ້ ຄື​ຜູ້​ທີ່​ຊອບ​ທຳ​ຈະ​ຍັງ​ຊອບ​ທຳ​ຢູ່ ແລະ ຜູ້​ທີ່ ສົກ​ກະ​ປົກ​ຈະ​ຍັງ ສົກ​ກະ​ປົກ​ຢູ່; ດັ່ງ​ນັ້ນ, ຜູ້​ທີ່​ສົກ​ກະ​ປົກ​ຄື ມານ ແລະ ບໍ​ລິ​ວານ​ຂອງ​ມັນ; ແລະ ມັນ​ຈະ​ອອກ​ໄປ​ຫາ​ໄຟ ອັນ​ເປັນ​ນິດ ຊຶ່ງ​ຕຽມ​ໄວ້​ສຳ​ລັບ​ມັນ ແລະ ຄວາມ​ທໍ​ລະ​ມານ​ຂອງ​ມັນ​ເປັນ​ຄື ທະເລ​ໄຟ ແລະ ມາດ, ຊຶ່ງ​ແປວ​ໄຟ​ນັ້ນ​ລຸກ​ຢູ່​ຕະຫລອດ​ໄປ​ບໍ່​ມີ​ວັນ​ສິ້ນ​ສຸດ.

17 ໂອ້ ຄວາມ​ຍິ່ງ​ໃຫຍ່ ແລະ ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ! ເພາະ​ພຣະ​ອົງ​ໄດ້​ປະ​ຕິ​ບັດ​ຕາມ​ພຣະ​ຄຳ​ຂອງ​ພຣະ​ອົງ​ທັງ​ໝົດ ແລະ ພຣະ​ຄຳ​ທີ່​ອອກ​ຈາກ​ພຣະ​ໂອດ​ແລ້ວ, ແລະ ກົດ​ຂອງ​ພຣະ​ອົງ​ຕ້ອງ​ສຳ​ເລັດ.

18 ແຕ່, ຈົ່ງ​ເບິ່ງ, ຄົນ​ຊອບ​ທຳ, ໄພ່​ພົນ​ຂອງ​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ, ຄົນ​ທີ່​ເຊື່ອ​ແລ້ວ​ໃນ ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ, ຄົນ​ທີ່​ອົດ​ທົນ​ຕໍ່ ກາງ​ແຂນ​ຂອງ​ໂລກ​ມາ​ແລ້ວ, ແລະ ກຽດ​ຊັງ​ຄວາມ​ອັບ​ອາຍ​ຂອງ​ມັນ, ພວກ​ເຂົາ​ຈະ​ໄດ້​ຮັບ ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ມາ​ເປັນ ມູນ​ມໍ​ລະ​ດົກ ຊຶ່ງ​ມີ​ຕຽມ​ໄວ້​ສຳ​ລັບ​ພວກ​ເຂົາ ຕັ້ງ​ແຕ່​ການ​ວາງ​ຮາກ​ຖານ​ຂອງ​ໂລກ, ແລະ ຄວາມ​ສຸກ​ຂອງ​ພວກ​ເຂົາ​ຈະ​ບໍ​ລິ​ບູນ ຕະຫລອດ​ໄປ.

19 ໂອ້ ຄວາມ​ຍິ່ງ​ໃຫຍ່​ແຫ່ງ​ພຣະ​ເມດ​ຕາ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ, ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ! ເພາະ​ພຣະ​ອົງ​ໄດ້ ປົດ​ປ່ອຍ​ໄພ່​ພົນ​ຂອງ​ພຣະ​ອົງ​ໃຫ້​ພົ້ນ​ຈາກ​ມານ​ຮ້າຍ​ທີ່ ເປັນ​ຕາ​ຢ້ານ​ຜູ້​ນັ້ນ ແລະ ຄວາມ​ຕາຍ ແລະ ນະລົກ, ແລະ ທະເລ​ໄຟ ແລະ ມາດ​ແຫ່ງ​ນັ້ນ, ຊຶ່ງ​ເປັນ​ຄວາມ​ທໍ​ລະ​ມານ​ທີ່​ບໍ່​ມີ​ວັນ​ສິ້ນ​ສຸດ.

20 ໂອ້ ຄວາມ​ສັກ​ສິດ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ຍິ່ງ​ໃຫຍ່​ພຽງ​ໃດ! ເພາະ​ພຣະ​ອົງ ຮູ້​ທຸກໆ​ເລື່ອງ, ແລະ ບໍ່​ມີ​ເລື່ອງ​ໃດ​ທີ່​ພຣະ​ອົງ​ບໍ່​ຮູ້.

21 ແລະ ພຣະ​ອົງ​ໄດ້​ສະ​ເດັດ​ມາ​ຍັງ​ໂລກ​ເພື່ອ​ຈະ​ໄດ້ ຊ່ວຍ​ມະນຸດ​ທັງ​ປວງ​ໃຫ້​ລອດ​ພົ້ນ ຖ້າ​ຫາກ​ເຂົາ​ຈະ​ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ; ເພາະ​ຈົ່ງ​ເບິ່ງ, ພຣະ​ອົງ​ໄດ້​ທົນ​ຮັບ​ຄວາມ​ເຈັບ​ປວດ​ຂອງ​ມະນຸດ​ທັງ​ປວງ, ແທ້​ຈິງ​ແລ້ວ, ຄວາມ​ເຈັບ​ປວດ​ຂອງ​ສິ່ງ​ທີ່​ມີ​ຊີ​ວິດ​ທີ່​ຖືກ​ສ້າງ​ຂຶ້ນ​ທຸກ​ຢ່າງ​ທັງ​ຊາຍ​ຍິງ ແລະ ເດັກ​ນ້ອຍ​ທີ່​ເປັນ​ຄອບ​ຄົວ​ຂອງ ອາດາມ.

22 ແລະ ພຣະ​ອົງ​ໄດ້​ທົນ​ຮັບ​ສິ່ງ​ນີ້ ເພາະ​ການ​ຟື້ນ​ຄືນ​ຊີ​ວິດ​ຈະ​ໄດ້​ເກີດ​ກັບ​ມະນຸດ​ທຸກ​ຄົນ ເພື່ອ​ຄົນ​ທັງ​ປວງ​ຈະ​ໄດ້​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ​ໃນ​ວັນ​ຍິ່ງ​ໃຫຍ່ ແລະ ວັນ​ພິ​ພາກ​ສາ.

23 ແລະ ພຣະ​ອົງ​ໄດ້​ບັນ​ຊາ​ຄົນ​ທັງ​ປວງ​ວ່າ ພວກ​ເຂົາ​ຕ້ອງ ກັບ​ໃຈ ແລະ ຮັບ ບັບຕິ​ສະມາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ, ໂດຍ​ມີ​ສັດທາ​ທີ່​ສົມ​ບູນ​ໃນ​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ, ຖ້າ​ບໍ່​ດັ່ງ​ນັ້ນ ພວກ​ເຂົາ​ຈະ​ລອດ​ບໍ່​ໄດ້​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.

24 ແລະ ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ ແລະ ເຊື່ອ​ໃນ ພຣະ​ນາມ​ຂອງ​ພຣະ​ອົງ ແລະ ຮັບ​ບັບຕິ​ສະມາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ແລ້ວ ພວກ​ເຂົາ​ຕ້ອງ ອັບ​ປະ​ໂຫຍດ​ເພາະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ​ໄດ້​ຮັບ​ສັ່ງ​ໄວ້.

25 ດັ່ງ​ນັ້ນ, ພຣະ​ອົງ​ຈຶ່ງ​ປະທານ ກົດ​ໃຫ້ ແລະ ບ່ອນ​ໃດ ບໍ່​ມີ​ກົດ​ໄວ້​ໃຫ້​ຍ່ອມ​ບໍ່​ມີ​ໂທດ ແລະ ບ່ອນ​ໃດ​ບໍ່​ມີ​ໂທດ​ຍ່ອມ​ບໍ່​ມີ​ການ​ກ່າວ​ໂທດ, ແລະ ບ່ອນ​ໃດ​ບໍ່​ມີ​ການ​ກ່າວ​ໂທດ ພຣະ​ເມດ​ຕາ​ຂອງ​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ​ຍ່ອມ​ມີ​ສິດ​ກັບ​ພວກ​ເຂົາ, ເພາະ​ການ​ຊົດ​ໃຊ້, ເພາະ​ພວກ​ເຂົາ​ຖືກ​ປົດ​ປ່ອຍ​ດ້ວຍ​ອຳນາດ​ຂອງ​ພຣະ​ອົງ.

26 ເພາະ ການ​ຊົດ​ໃຊ້​ເປັນ​ການ​ພຽງ​ພໍ​ກັບ​ຂໍ້​ຮຽກ​ຮ້ອງ​ຂອງ ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ອົງ​ທີ່​ມີ​ກັບ​ຄົນ​ທັງ​ປວງ​ຜູ້​ບໍ່ ມີ ກົດ​ໃຫ້​ໄວ້ ຈົນ​ວ່າ​ພວກ​ເຂົາ​ຖືກ​ປົດ​ປ່ອຍ​ໃຫ້​ພົ້ນ​ຈາກ​ມານ​ຮ້າຍ​ທີ່​ເປັນ​ຕາ​ຢ້ານ​ຜູ້​ນັ້ນ, ຄວາມ​ຕາຍ ແລະ ນະລົກ ແລະ ມານ, ແລະ ທະເລ​ໄຟ ແລະ ມາດ, ຊຶ່ງ​ເປັນ​ຄວາມ​ທໍ​ລະ​ມານ​ທີ່​ບໍ່​ມີ​ວັນ​ສິ້ນ​ສຸດ ແລະ ພວກ​ເຂົາ​ຈະ​ຖືກ​ນຳ​ກັບ​ຄືນ​ມາ​ຫາ​ພຣະ​ເຈົ້າ​ພຣະ​ອົງ​ຜູ້​ນັ້ນ ຜູ້​ປະທານ ລົມ​ຫາຍ​ໃຈ​ໃຫ້​ພວກ​ເຂົາ ຊຶ່ງ​ເປັນ​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ.

27 ແຕ່​ວິບັດ​ແກ່​ຜູ້​ທີ່​ມີ ກົດ​ໃຫ້​ໄວ້, ແທ້​ຈິງ​ແລ້ວ, ທີ່​ມີ​ພຣະ​ບັນ​ຍັດ​ທັງ​ໝົດ​ຂອງ​ພຣະ​ເຈົ້າ ຄື​ກັນ​ກັບ​ພວກ​ເຮົາ ແລະ ທີ່​ໄດ້​ລ່ວງ​ລະເມີດ​ນັ້ນ, ແລະ ທີ່​ໄດ້​ໃຊ້​ວັນ​ເວລາ​ແຫ່ງ​ການ​ທົດ​ລອງ​ຂອງ​ເຂົາ​ໄປ​ລ້າໆ, ເພາະ​ສະພາບ​ຂອງ​ເຂົາ​ອັນ​ເປັນ​ຕາ​ຢ້ານ!

28 ໂອ້ ແຜນ​ທີ່​ມີ​ເລ່​ຫລ່ຽມ​ຂອງ​ມານ​ຮ້າຍ​ນັ້ນ! ໂອ້ ຄວາມ​ຖື​ຕົວ ແລະ ຄວາມ​ອ່ອນ​ແອ ແລະ ຄວາມ​ໂງ່​ຂອງ​ມະນຸດ! ເມື່ອ​ເຂົາ ມີ​ການ​ສຶກ​ສາ ແລະ ຄິດ​ວ່າ​ຕົນ ສະຫລຽວ​ສະຫລາດ, ແລະ ເຂົາ​ບໍ່​ເຊື່ອ​ຟັງ ຄຳ​ແນະນຳ​ຂອງ​ພຣະ​ເຈົ້າ ເພາະ​ເຂົາ​ບໍ່​ຮັບ​ໂດຍ​ຄິດ​ວ່າ​ເຂົາ​ຮູ້​ດ້ວຍ​ຕົນ​ເອງ, ດັ່ງ​ນັ້ນ​ປັນ​ຍາ​ຂອງ​ເຂົາ​ຄື​ຄວາມ​ໂງ່ ແລະ ບໍ່​ມີ​ປະ​ໂຫຍດ​ສຳ​ລັບ​ເຂົາ. ແລະ ເຂົາ​ຈະ​ຕ້ອງ​ຕາຍ.

29 ແຕ່​ມີ​ການ​ສຶກ​ສາ​ເປັນ​ສິ່ງ​ດີ ຖ້າ​ຫາກ​ເຂົາ ຍອມ​ເຊື່ອ​ຟັງ ຄຳ​ແນະນຳ​ຂອງ​ພຣະ​ເຈົ້າ.

30 ແຕ່​ວິບັດ​ແກ່ ຄົນ​ຮັ່ງ​ມີ, ທີ່​ຮັ່ງ​ມີ​ດ້ວຍ​ສິ່ງ​ຂອງ​ຂອງ​ໂລກ. ເພາະ​ວ່າ​ເຂົາ​ຮັ່ງ​ມີ ເຂົາ​ຈຶ່ງ​ດູ​ຖູກ ຄົນ​ທຸກ​ຍາກ, ແລະ ເຂົາ​ຂົ່ມ​ເຫັງ​ຄົນ​ອ່ອນ​ໂຍນ, ແລະ ໃຈ​ຂອງ​ເຂົາ​ຢູ່​ກັບ​ຊັບ​ສົມ​ບັດ​ຂອງ​ເຂົາ; ດັ່ງ​ນັ້ນ, ຊັບ​ສົມ​ບັດ​ຂອງ​ເຂົາ​ຈຶ່ງ​ເປັນ​ພຣະ​ເຈົ້າ​ຂອງ​ເຂົາ. ແລະ ຈົ່ງ​ເບິ່ງ, ຊັບ​ສົມ​ບັດ​ຂອງ​ເຂົາ​ຈະ​ຖືກ​ທຳ​ລາຍ​ພ້ອມ​ກັບ​ເຂົາ​ຄື​ກັນ.

31 ແລະ ວິບັດ​ແກ່​ຄົນ​ຫູ​ໜວກ​ທີ່​ຈະ​ບໍ່ ຟັງ; ເພາະ​ເຂົາ​ຈະ​ຕ້ອງ​ຕາຍ.

32 ວິບັດ​ແກ່​ຄົນ​ຕາ​ບອດ​ທີ່​ຈະ​ບໍ່​ເບິ່ງ; ເພາະ​ເຂົາ​ຈະ​ຕ້ອງ​ຕາຍ​ຄື​ກັນ.

33 ວິບັດ​ແກ່​ໃຈ​ທີ່​ສົກ​ກະ​ປົກ, ເພາະ​ຄວາມ​ຮູ້​ເລື່ອງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ເຂົາ​ຈະ​ລົງ​ໂທດ​ເຂົາ​ໃນ​ວັນ​ສຸດ​ທ້າຍ.

34 ວິບັດ​ແກ່ ຄົນ​ຂີ້​ຕົວະ, ເພາະ​ເຂົາ​ຈະ​ຖືກ​ໂຍນ​ລົງ ນະລົກ.

35 ວິບັດ​ແກ່​ຄາດ​ຕະ​ກອນ​ທີ່ ຂ້າ​ຄົນ​ໂດຍ​ເຈດ​ຕະ​ນາ, ເພາະ​ເຂົາ​ຈະ​ຕ້ອງ ຕາຍ.

36 ວິບັດ​ແກ່​ຄົນ​ທີ່​ທຳ ການ​ໂສ​ເພ​ນີ, ເພາະ​ຈະ​ຖືກ​ໂຍນ​ລົງ​ນະລົກ.

37 ແທ້​ຈິງ​ແລ້ວ, ວິບັດ​ແກ່​ຄົນ​ເຫລົ່າ​ນັ້ນ​ທີ່ ນະມັດ​ສະການ​ຮູບ​ບູຊາ, ເພາະ​ມານ​ຂອງ​ມານ​ທັງ​ປວງ​ເບີກ​ບານ​ໃນ​ການ​ກະ​ທຳ​ຂອງ​ເຂົາ.

38 ແລະ, ໂດຍ​ສະ​ຫລຸບ, ວິບັດ​ແກ່​ຄົນ​ທັງ​ປວງ​ທີ່​ຕາຍ​ໃນ​ບາບ​ຂອງ​ຕົນ, ເພາະ​ເຂົາ​ຈະ ກັບ​ໄປ​ຫາ​ພຣະ​ເຈົ້າ, ແລະ ເຫັນ​ພຣະ​ພັກ​ຂອງ​ພຣະ​ອົງ, ແລະ ຈະ​ຄົງ​ຢູ່​ໃນ​ບາບ​ຂອງ​ເຂົາ.

39 ໂອ້, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຈົ່ງ​ຈື່​ຈຳ, ຄວາມ​ເປັນ​ຕາ​ຢ້ານ​ໃນ​ການ​ລ່ວງ​ລະເມີດ​ຕໍ່​ພຣະ​ເຈົ້າ​ຜູ້​ບໍ​ລິ​ສຸດ​ອົງ​ນັ້ນ, ແລະ ຄວາມ​ເປັນ​ຕາ​ຢ້ານ​ຂອງ​ການ​ຜ່າຍ​ແພ້​ຕໍ່​ການ​ຊັກ​ຈູງ​ຂອງ​ຄົນ ເລ່​ຫລ່ຽມ​ຜູ້​ນັ້ນ, ຈົ່ງ​ຈຳ​ໄວ້​ວ່າ ການ​ມີ ຈິດ​ໃຈ​ທີ່​ເຕັມ​ໄປ​ດ້ວຍ​ຕັນ​ຫາ​ຄື ຄວາມ​ຕາຍ, ແລະ ການ​ມີ​ຈິດ​ໃຈ​ທີ່​ສະແຫວງ​ຫາ​ສິນ​ທຳ​ຄື ຊີ​ວິດ ນິລັນ​ດອນ.

40 ໂອ້ ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຈົ່ງ​ງ່ຽງ​ຫູ​ຟັງ​ຖ້ອຍ​ຄຳ​ຂອງ​ຂ້າ​ພະ​ເຈົ້າ​ເຖີດ. ຈົ່ງ​ຈື່​ຈຳ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ. ຢ່າ​ໄດ້​ເວົ້າ​ວ່າ​ຂ້າ​ພະ​ເຈົ້າ​ເວົ້າ​ເລື່ອງ​ຮຸນ​ແຮງ​ຕໍ່​ຕ້ານ​ທ່ານ ເພາະ​ຖ້າ​ຫາກ​ທ່ານ​ເວົ້າ, ທ່ານ​ຈະ​ໝິ່ນ​ປະ​ໝາດ ຄວາມ​ຈິງ; ເພາະ​ຂ້າ​ພະ​ເຈົ້າ​ເວົ້າ​ພຣະ​ຄຳ​ຂອງ​ພຣະ​ຜູ້​ສ້າງ​ຂອງ​ທ່ານ. ຂ້າ​ພະ​ເຈົ້າ​ຮູ້​ວ່າ​ຖ້ອຍ​ຄຳ​ແຫ່ງ​ຄວາມ​ຈິງ​ເປັນ ເລື່ອງ​ຮຸນ​ແຮງ​ສຳ​ລັບ​ຄວາມ​ເປິ​ເປື້ອນ​ທັງ​ສິ້ນ; ແຕ່​ວ່າ​ຄົນ​ຊອບ​ທຳ​ບໍ່​ຢ້ານ​ກົວ​ຄຳ​ເວົ້າ​ເຫລົ່າ​ນັ້ນ ເພາະ​ພວກ​ເຂົາ​ຮັກ​ຄວາມ​ຈິງ ແລະ ບໍ່​ຫວັ່ນ​ໄຫວ.

41 ໂອ້ ສະນັ້ນ, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຈົ່ງ ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ຜູ້​ບໍ​ລິ​ສຸດ. ຈົ່ງ​ຈື່​ຈຳ​ວ່າ ທາງ​ຂອງ​ພຣະ​ອົງ​ນັ້ນ​ຊອບ​ທຳ. ຈົ່ງ​ເບິ່ງ, ທາງ​ຂອງ​ມະນຸດ ແຄບ​ແຕ່​ວາງ​ຢູ່​ໃນ​ເສັ້ນ​ທາງ​ຊື່​ຕົງ​ຕໍ່​ໜ້າ​ເຂົາ, ແລະ ຜູ້​ຮັກ​ສາ ປະຕູ​ຄື​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ, ແລະ ພຣະ​ອົງ​ບໍ່​ຈ້າງ​ຜູ້​ຮັບ​ໃຊ້​ໃຫ້​ຢູ່​ບ່ອນ​ນັ້ນ, ແລະ ບໍ່​ມີ​ຊ່ອງ​ທາງ​ໃດ​ນອກ​ຈາກ​ປະຕູ​ນັ້ນ, ເພາະ​ຈະ​ຫລອກ​ລວງ​ພຣະ​ອົງ​ບໍ່​ໄດ້, ເພາະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຄື​ພຣະ​ນາມ​ຂອງ​ພຣະ​ອົງ.

42 ແລະ ຜູ້​ໃດ​ໝັ່ນ​ເຄາະ, ພຣະ​ອົງ​ຈະ​ເປີດ​ໃຫ້​ເຂົາ, ແລະ ຄົນ​ມີ​ປັນ​ຍາ ແລະ ຄົນ​ມີ​ການ​ສຶກ​ສາ​ຄື​ຄົນ​ທີ່​ຮັ່ງ​ມີ ຊຶ່ງ ອວດ​ອົ່ງ​ເພາະ​ການ​ສຶກ​ສາ​ຂອງ​ເຂົາ, ແລະ ປັນ​ຍາ​ຂອງ​ເຂົາ, ແລະ ຄວາມ​ຮັ່ງ​ມີ​ຂອງ​ເຂົາ—​ແທ້​ຈິງ​ແລ້ວ, ເຂົາ​ຄື​ຜູ້​ທີ່​ພຣະ​ອົງ​ກຽດ​ຊັງ, ພຣະ​ອົງ​ຈະ​ບໍ່​ເປີດ​ປະຕູ​ໃຫ້​ເຂົາ​ເວັ້ນ​ເສຍ​ແຕ່​ເຂົາ​ຈະ​ປະ​ຖິ້ມ​ສິ່ງ​ເຫລົ່າ​ນີ້, ແລະ ພິ​ຈາ​ລະ​ນາ​ຕົນ​ເອງ​ເປັນ ຄົນ​ໂງ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ ແລະ ລົງ​ມາ​ສູ່​ສ່ວນ​ເລິກ​ແຫ່ງ​ຄວາມ ຖ່ອມ​ຕົວ​ທີ່​ສຸດ.

43 ແຕ່​ເລື່ອງ​ຂອງ​ຄົນ​ທີ່​ມີ​ປັນ​ຍາ ແລະ ຄົນ​ຮອບ​ຄອບ​ຈະ​ຖືກ ປິດ​ບັງ​ຈາກ​ເຂົາ​ຕະຫລອດ​ການ—​ແທ້​ຈິງ​ແລ້ວ, ຄວາມ​ສຸກ​ນັ້ນ ຊຶ່ງ​ຕຽມ​ໄວ້​ໃຫ້​ໄພ່​ພົນ​ຂອງ​ພຣະ​ເຈົ້າ.

44 ໂອ້, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຈົ່ງ​ຈື່​ຈຳ​ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ​ໄວ້. ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຖອດອາພອນ​ຂອງ​ຂ້າ​ພະ​ເຈົ້າ​ອອກ ແລະ ສັ່ນ​ມັນ​ຕໍ່​ໜ້າ​ທ່ານ, ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ຕໍ່​ພຣະ​ເຈົ້າ​ແຫ່ງ​ຄວາມ​ລອດ​ຂອງ​ຂ້າ​ພະ​ເຈົ້າ ໃຫ້​ພຣະ​ອົງ​ທອດ​ພຣະ​ເນດ​ເບິ່ງ​ຂ້າ​ພະ​ເຈົ້າ​ດ້ວຍ​ສາຍ​ພຣະ​ເນດ ອັນ​ຖີ່​ຖ້ວນ; ດັ່ງ​ນັ້ນ, ທ່ານ​ຈຶ່ງ​ຈະ​ຮູ້​ໃນ​ວັນ​ສຸດ​ທ້າຍ​ເມື່ອ​ຄົນ​ທັງ​ປວງ​ຈະ​ຖືກ​ພິ​ພາກ​ສາ​ຕາມ​ການ​ກະ​ທຳ​ຂອງ​ເຂົາ, ວ່າ​ພຣະ​ເຈົ້າ​ຂອງ​ອິດສະ​ຣາເອນ​ເຫັນ​ວ່າ ຂ້າ​ພະ​ເຈົ້າ ສັ່ນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ທ່ານ​ຈາກ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ, ແລະ ວ່າ​ຂ້າ​ພະ​ເຈົ້າ​ຢືນ​ຢູ່​ດ້ວຍ​ຄວາມ​ສົດ​ໃສ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ ແລະ ປາດ​ສະ​ຈາກ​ເລືອດ​ຂອງ​ທ່ານ.

45 ໂອ້, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຈົ່ງ​ຫັນ​ໜ້າ​ໜີ​ຈາກ​ບາບ​ຂອງ​ທ່ານ, ຈົ່ງ​ສັ່ນ ສາຍ​ໂສ້​ຂອງ​ມັນ​ທີ່​ຢາກ​ມັດ​ທ່ານ​ໃຫ້​ແໜ້ນ; ຈົ່ງ​ມາ​ເຝົ້າ​ພຣະ​ເຈົ້າ ພຣະ​ອົງ​ນັ້ນ​ຜູ້​ເປັນ ດານ​ຫີນ​ແຫ່ງ​ຄວາມ​ລອດ​ຂອງ​ທ່ານ.

46 ຈົ່ງ​ຕຽມ​ຈິດ​ວິນ​ຍານ​ຂອງ​ທ່ານ​ໄວ້​ສຳ​ລັບ​ວັນ​ອັນ​ຮຸ່ງ​ເຮືອງ​ເຫລືອງ​ເຫລື້ອມ​ນັ້ນ ເມື່ອ​ຈະ​ຈັດ ຄວາມ​ຍຸດ​ຕິ​ທຳ​ໃຫ້​ແກ່​ຄົນ​ຊອບ​ທຳ, ແມ່ນ​ວັນ​ແຫ່ງ ການ​ພິ​ພາກ​ສາ​ເພື່ອ​ທ່ານ​ຈະ​ບໍ່​ໄດ້​ຫົດ​ຢູ່​ໃນ​ຄວາມ​ຢ້ານ​ກົວ​ອັນ​ເປັນ​ຕາ​ຢ້ານ ເພື່ອ​ທ່ານ​ຈະ​ບໍ່​ໄດ້​ຈົດ​ຈຳ ຄວາມ​ຜິດ​ອັນ​ເປັນ​ຕາ​ຢ້ານ​ຂອງ​ທ່ານ​ໃນ​ຄວາມ​ສົມ​ບູນ ແລະ ຖືກ​ບັງ​ຄັບ​ໃຫ້​ຮ້ອງ​ວ່າ: ສັກ​ສິດ, ການ​ພິ​ພາກ​ສາ​ຂອງ​ພຣະ​ອົງ​ສັກ​ສິດ, ໂອ້ ອົງ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່—​ແຕ່​ຂ້າ​ນ້ອຍ​ຮູ້​ຄວາມ​ຜິດ​ຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ລ່ວງ​ລະເມີດ​ກົດ​ຂອງ​ພຣະ​ອົງ, ແລະ ການ​ລ່ວງ​ລະເມີດ​ຂອງ​ຂ້າ​ນ້ອຍ​ເປັນ​ຂອງ​ຂ້າ​ນ້ອຍ; ແລະ ມານ​ໄດ້​ຮັບ​ຂ້າ​ນ້ອຍ​ແລ້ວ, ຈົນ​ຂ້າ​ນ້ອຍ​ເປັນ​ເຫຍື່ອ​ຂອງ​ຄວາມ​ທຸກ​ທໍ​ລະ​ມານ​ອັນ​ເປັນ​ຕາ​ຢ້ານ​ຂອງ​ມັນ.

47 ແຕ່​ຈົ່ງ​ເບິ່ງ, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ສົມ​ຄວນ​ບໍ​ທີ່​ຂ້າ​ພະ​ເຈົ້າ​ຈະ​ປຸກ​ໃຫ້​ທ່ານ​ຕື່ນ​ຂຶ້ນ​ຫາ​ຄວາມ​ເປັນ​ຈິງ​ອັນ​ເປັນ​ຕາ​ຢ້ານ​ຂອງ​ເລື່ອງ​ເຫລົ່າ​ນີ້? ຂ້າ​ພະ​ເຈົ້າ​ຈະ​ທໍ​ລະ​ມານ​ຈິດ​ວິນ​ຍານ​ຂອງ​ທ່ານ ຫລື ຖ້າ​ຫາກ​ຈິດ​ໃຈ​ຂອງ​ທ່ານ​ບໍ​ລິ​ສຸດ? ຂ້າ​ພະ​ເຈົ້າ​ຈະ​ໃຫ້​ຄວາມ​ແຈ່ມ​ແຈ້ງ​ກັບ​ທ່ານ​ຕາມ​ຄວາມ​ແຈ່ມ​ແຈ້ງ​ຂອງ​ຄວາມ​ຈິງ​ບໍ ຖ້າ​ຫາກ​ທ່ານ​ພົ້ນ​ຈາກ​ບາບ?

48 ຈົ່ງ​ເບິ່ງ, ຖ້າ​ຫາກ​ທ່ານ​ບໍ​ລິ​ສຸດ ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ກັບ​ທ່ານ​ເຖິງ​ຄວາມ​ບໍ​ລິ​ສຸດ, ແຕ່​ເນື່ອງ​ຈາກ​ທ່ານ​ບໍ່​ບໍ​ລິ​ສຸດ, ແລະ ທ່ານ​ນັບ​ຖື​ຂ້າ​ພະ​ເຈົ້າ​ເປັນ​ຜູ້​ສອນ ຈຶ່ງ​ສົມ​ຄວນ​ທີ່​ຂ້າ​ພະ​ເຈົ້າ​ຈຳ​ເປັນ​ຕ້ອງ ສິດ​ສອນ​ທ່ານ​ເລື່ອງ​ຜົນ​ຈາກ ບາບ.

49 ຈົ່ງ​ເບິ່ງ, ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ກຽດ​ຊັງ​ບາບ, ແລະ ໃຈ​ຂອງ​ຂ້າ​ພະ​ເຈົ້າ​ເບີກ​ບານ​ໃນ​ຄວາມ​ຊອບ​ທຳ, ແລະ ຂ້າ​ພະ​ເຈົ້າ​ຈະ ສັນ​ລະ​ເສີນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ.

50 ມາ​ເຖີດ, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ທຸກ​ຄົນ​ທີ່​ຫິວ​ນ້ຳ, ຈົ່ງ​ມາ​ຫາ ນ້ຳ, ແລະ ຜູ້​ທີ່​ບໍ່​ມີ​ເງິນ​ຈົ່ງ​ມາ​ຊື້​ກິນ​ເຖີດ; ແທ້​ຈິງ​ແລ້ວ, ຈົ່ງ​ມາ​ຊື້​ເຫລົ້າ​ອະງຸ່ນ ແລະ ນ້ຳ​ນົມ​ໂດຍ​ບໍ່​ຕ້ອງ​ເສຍ ເງິນ ແລະ ບໍ່​ຄິດ​ລາ​ຄາ.

51 ດັ່ງ​ນັ້ນ, ຢ່າ​ໄດ້​ໃຊ້​ເງິນ​ເພື່ອ​ສິ່ງ​ທີ່​ບໍ່​ມີ​ຄຸນ​ຄ່າ ຫລື ໃຊ້ ແຮງ​ງານ​ຂອງ​ທ່ານ ເພື່ອ​ສິ່ງ​ທີ່​ໃຫ້​ຄວາມ​ພໍ​ໃຈ​ບໍ່​ໄດ້. ຈົ່ງ​ເຊື່ອ​ຟັງ​ຂ້າ​ພະ​ເຈົ້າ​ຢ່າງ​ພາກ​ພຽນ ແລະ ຈື່​ຈຳ​ຖ້ອຍ​ຄຳ​ທີ່​ຂ້າ​ພະ​ເຈົ້າ​ເວົ້າ​ໄວ້ ແລະ ຈົ່ງ​ມາ​ເຝົ້າ​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ ແລະ ຢູ່​ກັບ​ສິ່ງ​ທີ່​ບໍ່​ຕາຍ ແລະ ເນົ່າ​ເປື່ອຍ​ບໍ່​ໄດ້ ແລະ ຈົ່ງ​ໃຫ້​ຈິດ​ວິນ​ຍານ​ຂອງ​ທ່ານ​ເບີກ​ບານ​ໃນ​ຄວາມ​ສົມ​ບູນ.

52 ຈົ່ງ​ເບິ່ງ, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຈົ່ງ​ຈື່​ຈຳ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຂອງ​ທ່ານ; ຈົ່ງ​ອະ​ທິ​ຖານ​ຫາ​ພຣະ​ອົງ​ໃນ​ຕອນ​ກາງ​ເວັນ, ແລະ ຖວາຍ ຄວາມ​ຂອບ​ພຣະ​ຄຸນ​ແດ່​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ​ໃນ​ຕອນ​ກາງ​ຄືນ​ຢູ່​ສະເໝີ. ຈົ່ງ​ໃຫ້​ໃຈ​ຂອງ​ທ່ານ​ປິ​ຕິ​ຍິນ​ດີ​ເຖີດ.

53 ແລະ ຈົ່ງ​ເບິ່ງ, ພັນທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຍິ່ງ​ໃຫຍ່​ພຽງ​ໃດ, ແລະ ການ​ຖ່ອມ​ຕົວ​ຂອງ​ພຣະ​ອົງ​ໃຫ້​ລູກ​ຫລານ​ມະນຸດ​ຍິ່ງ​ໃຫຍ່​ພຽງ​ໃດ; ແລະ ເພາະ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ ແລະ ພຣະ​ຄຸນ ແລະ ພຣະ​ເມດ​ຕາ​ຂອງ​ພຣະ​ອົງ, ພຣະ​ອົງ​ຈຶ່ງ​ສັນ​ຍາ​ກັບ​ພວກ​ເຮົາ​ວ່າ ລູກ​ຫລານ​ຂອງ​ພວກ​ເຮົາ​ຈະ​ບໍ່​ຖືກ​ທຳ​ລາຍ​ຈົນ​ໝົດ​ສິ້ນ​ຕາມ​ທາງ​ຂອງ​ເນື້ອ​ໜັງ, ແຕ່​ວ່າ​ພຣະ​ອົງ​ຈະ​ຮັກ​ສາ​ພວກ​ເຂົາ; ແລະ ໃນ​ຄົນ​ລຸ້ນ​ຕໍ່ໆ​ໄປ, ພວກ​ເຂົາ​ຈະ​ກັບ​ເປັນ ກິ່ງ​ກ້ານ​ອັນ​ຊອບ​ທຳ​ຂອງ​ເຊື້ອ​ສາຍ​ອິດສະ​ຣາເອນ.

54 ແລະ ບັດ​ນີ້, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຢາກ​ເວົ້າ​ກັບ​ທ່ານ​ອີກ, ແຕ່​ໃນ​ມື້​ອື່ນ​ຂ້າ​ພະ​ເຈົ້າ​ຈະ​ປະ​ກາດ​ກັບ​ທ່ານ​ເຖິງ​ຂໍ້​ຄວາມ​ທີ່​ຍັງ​ເຫລືອ​ຢູ່​ຂອງ​ຂ້າ​ພະ​ເຈົ້າ. ອາ​ແມນ.