ພຣະ​ຄຳ​ພີ
ແອວມາ 40


ບົດ​ທີ 40

ພຣະ​ຄຣິດ​ນຳ​ເອົາ​ການ​ຟື້ນ​ຄືນ​ຊີ​ວິດ​ມາ​ໃຫ້​ມະນຸດ​ທຸກ​ຄົນ—ຄົນ​ຕາຍ​ທີ່​ຊອບ​ທຳ​ໄປ​ຫາ​ທີ່​ສຸ​ຂະ​ເສີມ ແລະ ຄົນ​ຊົ່ວ​ໄປ​ຫາ​ຄວາມ​ມືດ​ພາຍ​ນອກ​ເພື່ອ​ລໍ​ຖ້າ​ມື້​ແຫ່ງ​ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ພວກ​ເຂົາ—ທຸກ​ສ່ວນ​ຈະ​ຖືກ​ປະກອບ​ເຂົ້າ​ກັນ​ໃນ​ລັກ​ສະ​ນະ​ອັນ​ສົມ​ບູນ​ຂອງ​ມັນ​ໃນ​ວັນ​ແຫ່ງ​ການ​ຟື້ນ​ຄືນ​ຊີ​ວິດ. ປະ​ມານ 74 ປີ ກ່ອນ ຄ.ສ.

1 ບັດ​ນີ້​ລູກ​ຂອງ​ພໍ່, ນີ້​ຄື​ເລື່ອງ​ທີ່​ພໍ່​ຈະ​ເວົ້າ​ເພີ່ມ​ເຕີມ​ກັບ​ລູກ​ອີກ; ເພາະ​ພໍ່​ເຫັນ​ວ່າ​ຈິດ​ໃຈ​ຂອງ​ລູກ​ກັງ​ວົນ​ກ່ຽວ​ກັບ​ເລື່ອງ​ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຄົນ​ຕາຍ.

2 ຈົ່ງ​ເບິ່ງ, ພໍ່​ເວົ້າ​ກັບ​ລູກ​ວ່າ, ບໍ່​ມີ​ການ​ຟື້ນ​ຄືນ​ຊີ​ວິດ—ຫລື, ພໍ່​ຈະ​ເວົ້າ​ອີກ​ຄຳ​ໜຶ່ງ​ວ່າ, ຄວາມ​ເປັນ​ມະຕະ​ບໍ່​ໄດ້​ສວມ​ໃສ່ ຄວາມ​ເປັນ​ອະ​ມະ​ຕະ, ຄວາມ​ເນົ່າ​ເປື່ອຍ​ນີ້​ບໍ່​ໄດ້ ສວມ​ໃສ່​ຄວາມ​ບໍ່​ເນົ່າ​ເປື່ອຍ—ຈົນ​ຮອດ​ພາຍ​ຫລັງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ.

3 ຈົ່ງ​ເບິ່ງ, ພຣະ​ອົງ​ໄດ້​ນຳ ການ​ຟື້ນ​ຄືນ​ຊີ​ວິດ​ມາ​ໃຫ້​ຄົນ​ຕາຍ. ແຕ່​ຈົ່ງ​ເບິ່ງ, ລູກ​ຂອງ​ພໍ່, ມັນ​ຍັງ​ບໍ່​ໄດ້​ເກີດ​ການ​ຟື້ນ​ຄືນ​ຊີ​ວິດ​ເທື່ອ. ບັດ​ນີ້, ພໍ່​ໄດ້​ເປີດ​ເຜີຍ​ຄວາມ​ລຶກ​ລັບ​ໃຫ້​ລູກ​ຟັງ​ກ່ອນ; ປານ​ນັ້ນ, ມັນ​ຍັງ​ມີ ຄວາມ​ລຶກ​ລັບ​ຫລາຍ​ເລື່ອງ ຊຶ່ງ​ຖືກ ເກັບ​ກຳ​ໄວ້, ຊຶ່ງ​ບໍ່​ມີ​ຜູ້​ໃດ​ຮູ້​ຈັກ​ມັນ​ນອກ​ຈາກ​ພຣະ​ເຈົ້າ​ເອງ. ແຕ່​ພໍ່​ຈະ​ເລົ່າ​ໃຫ້​ລູກ​ຟັງ​ເຖິງ​ເລື່ອງ​ໜຶ່ງ ຊຶ່ງ​ພໍ່​ໄດ້​ທູນ​ຖາມ​ພຣະ​ເຈົ້າ​ຢ່າງ​ພາກ​ພຽນ​ເພື່ອ​ພໍ່​ຈະ​ໄດ້​ຮູ້—​ເພາະ​ມັນ​ກ່ຽວ​ກັບ​ການ​ຟື້ນ​ຄືນ​ຊີ​ວິດ.

4 ຈົ່ງ​ເບິ່ງ, ມີ​ເວລາ​ກຳ​ນົດ​ໄວ້​ທີ່​ທຸກ​ຄົນ​ຈະ ອອກ​ມາ​ຈາກ​ຄວາມ​ຕາຍ. ບັດ​ນີ້​ເມື່ອ​ໃດ​ເວລາ​ນີ້​ຈະ​ມາ​ເຖິງ​ກໍ​ບໍ່​ມີ​ຜູ້​ໃດ​ຮູ້; ແຕ່​ພຣະ​ເຈົ້າ​ຮູ້​ເວລາ​ທີ່​ກຳ​ນົດ​ໄວ້.

5 ບັດ​ນີ້, ບໍ່​ວ່າ​ມັນ​ຈະ​ມີ​ຄັ້ງ​ດຽວ, ຫລື ຄັ້ງ ທີ​ສອງ, ຫລື ຄັ້ງ​ທີ​ສາມ, ທີ່​ມະນຸດ​ຈະ​ອອກ​ມາ​ຈາກ​ຄວາມ​ຕາຍ​ນັ້ນ, ມັນ​ບໍ່​ສຳ​ຄັນ ເພາະ​ພຣະ​ເຈົ້າ ຮູ້​ເລື່ອງ​ທັງ​ໝົດ​ນີ້; ແລະ ເປັນ​ການ​ພຽງ​ພໍ​ສຳ​ລັບ​ພໍ່​ທີ່​ພຽງ​ຮູ້​ວ່າ​ມັນ​ເປັນ​ເຊັ່ນ​ນັ້ນ—ຄື​ມີ​ເວລາ​ກຳ​ນົດ​ໄວ້​ທີ່​ທຸກ​ຄົນ​ຈະ​ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ.

6 ບັດ​ນີ້​ມັນ​ຈຳ​ຕ້ອງ​ມີ​ໄລ​ຍະ​ເວລາ​ລະຫວ່າງ​ການ​ຕາຍ​ກັບ​ເວລາ​ຂອງ​ການ​ຟື້ນ​ຄືນ​ຊີ​ວິດ.

7 ແລະ ບັດ​ນີ້​ພໍ່​ຢາກ​ຖາມ​ວ່າ​ມັນ​ຈະ​ເກີດ​ອັນ​ໃດ​ຂຶ້ນ​ກັບ ຈິດ​ວິນ​ຍານ​ຂອງ​ມະນຸດ​ຕັ້ງ​ແຕ່​ເວລາ​ຂອງ​ການ​ຕາຍ​ຈົນ​ເຖິງ​ເວລາ​ທີ່​ກຳ​ນົດ​ໄວ້​ສຳ​ລັບ​ການ​ຟື້ນ​ຄືນ​ຊີ​ວິດ?

8 ບັດ​ນີ້​ບໍ່​ວ່າ​ມັນ​ຈະ​ມີ​ຫລາຍ​ກວ່າ​ຄັ້ງ​ດຽວ​ທີ່​ກຳ​ນົດ​ໄວ້​ເພື່ອ​ໃຫ້​ມະນຸດ​ລຸກ​ຂຶ້ນ​ມາ​ຈາກ​ຄວາມ​ຕາຍ​ນັ້ນ ມັນ​ກໍ​ບໍ່​ສຳ​ຄັນ; ເພາະ​ທຸກ​ຄົນ​ບໍ່​ໄດ້​ຕາຍ​ພ້ອມ​ກັນ ແລະ ມັນ​ບໍ່​ສຳ​ຄັນ​ເພາະ​ທັງ​ໝົດ​ນີ້​ເປັນ​ຄື​ກັນ​ກັບ​ໜຶ່ງ​ມື້​ສຳ​ລັບ​ພຣະ​ເຈົ້າ; ແລະ ເປັນ​ພຽງ​ເວລາ​ທີ່​ມະນຸດ​ໃຊ້​ນັບ​ກັນ​ເທົ່າ​ນັ້ນ.

9 ສະນັ້ນ, ມັນ​ຈຶ່ງ​ມີ​ເວລາ​ກຳ​ນົດ​ໃຫ້​ນະ​ມຸດ​ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ ແລະ ມີ​ໄລ​ຍະ​ເວລາ​ລະຫວ່າງ​ການ​ຕາຍ ແລະ ການ​ຟື້ນ​ຄືນ​ຊີ​ວິດ. ແລະ ບັດ​ນີ້, ກ່ຽວ​ກັບ​ໄລ​ຍະ​ເວລາ​ຂອງ​ຕອນ​ນີ້ ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ຈິດ​ວິນ​ຍານ​ຂອງ​ມະນຸດ​ເປັນ​ເລື່ອງ​ທີ່​ພໍ່​ໄດ້​ທູນ​ຖາມ​ມາ​ຢ່າງ​ພາກ​ພຽນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຈະ​ໄດ້​ຮູ້​ຈັກ; ແລະ ນີ້​ຄື​ເລື່ອງ​ທີ່​ພໍ່​ຮູ້​ມາ.

10 ແລະ ເມື່ອ​ເວລາ​ມາ​ເຖິງ ທຸກ​ຄົນ​ຈະ​ລຸກ​ຂຶ້ນ, ແລ້ວ​ພວກ​ເຂົາ​ຈະ​ຮູ້​ວ່າ​ພຣະ​ເຈົ້າ​ຮູ້ ເວລາ​ທັງ​ໝົດ​ທີ່​ກຳ​ນົດ​ໄວ້​ໃຫ້​ມະນຸດ.

11 ບັດ​ນີ້, ກ່ຽວ​ກັບ​ສະພາບ​ຂອງ​ຈິດ​ວິນ​ຍານ​ລະຫວ່າງ ການ​ຕາຍ​ກັບ​ການ​ຟື້ນ​ຄືນ​ຊີ​ວິດ—ຈົ່ງ​ເບິ່ງ, ທູດ​ໄດ້​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ແກ່ພໍ່​ວ່າ ວິນ​ຍານ​ຂອງ​ມະນຸດ​ທຸກ​ຄົນ​ນັ້ນ ທັນ​ທີ​ທີ່​ອອກ​ຈາກ​ຮ່າງ​ກາຍ​ທີ່​ເປັນ​ມະຕະ, ແທ້​ຈິງ​ແລ້ວ, ວິນ​ຍານ​ຂອງ​ມະນຸດ​ທຸກ​ຄົນ, ບໍ່​ວ່າ​ເຂົາ​ດີ ຫລື ຊົ່ວ, ຍ່ອມ​ຖືກ​ນຳ​ກັບ ບ້ານ​ໄປ​ຫາ​ພຣະ​ເຈົ້າ​ຜູ້​ປະທານ​ຊີ​ວິດ​ໃຫ້​ແກ່​ເຂົາ.

12 ແລະ ເມື່ອ​ນັ້ນ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ, ຄື​ວິນ​ຍານ​ຂອງ​ຜູ້​ທີ່​ຊອບ​ທຳ​ຈະ​ຖືກ​ຮັບ​ເຂົ້າ​ໃນ​ສະພາບ​ແຫ່ງ ຄວາມ​ສຸກ, ຊຶ່ງ​ເອີ້ນ​ວ່າ ທີ່ ສຸ​ຂະ​ເສີມ, ສະພາບ​ຂອງ ການ​ພັກ​ຜ່ອນ, ສະພາບ​ຂອງ ສັນ​ຕິ​ສຸກ, ຊຶ່ງ​ບ່ອນ​ນັ້ນ​ພວກ​ເຂົາ​ຈະ​ພັກ​ຜ່ອນ​ຈາກ​ຄວາມ​ຫຍຸ້ງ​ຍາກ​ທັງ​ໝົດ​ຂອງ​ພວກ​ເຂົາ ແລະ ຈາກ​ຄວາມ​ກັງ​ວົນ, ແລະ ຄວາມ​ເສົ້າ​ສະ​ຫລົດ​ໃຈ​ທຸກ​ຢ່າງ.

13 ແລະ ເມື່ອ​ນັ້ນ​ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ, ຄື​ວິນ​ຍານ​ຂອງ​ຄົນ​ຊົ່ວ, ແທ້​ຈິງ​ແລ້ວ, ຜູ້​ທີ່​ຊົ່ວ—ເພາະ​ຈົ່ງ​ເບິ່ງ, ພວກ​ເຂົາ​ບໍ່​ມີ​ແມ່ນ​ແຕ່​ສ່ວນ​ໜຶ່ງ​ຂອງ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເລີຍ; ເພາະ​ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ເລືອກ​ເອົາ​ວຽກ​ງານ​ຊົ່ວ​ແທນ​ວຽກ​ງານ​ດີ; ສະນັ້ນ ວິນ​ຍານ​ຂອງ​ມານ​ໄດ້​ເຂົ້າ​ຢູ່​ກັບ​ພວກ​ເຂົາ, ແລະ ເຂົ້າ​ເປັນ​ເຈົ້າ​ຂອງ​ບ້ານ​ຂອງ​ພວກ​ເຂົາ—ແລະ ຄົນ​ເຫລົ່າ​ນີ້​ຈະ​ຖືກ​ຂັບ​ໄລ່​ອອກ​ໄປ​ຫາ ຄວາມ​ມືດ​ພາຍ​ນອກ; ມັນ​ຈະ​ມີ ການ​ຮ້ອງ​ໄຫ້, ແລະ ການ​ຄວນ​ຄາງ, ແລະ ການ​ຂົບ​ແຂ້ວ​ຄ້ຽວ​ຟັນ, ແລະ ນີ້​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຕົນ​ເອງ, ໂດຍ​ທີ່​ພວກ​ເຂົາ​ຖືກ​ນຳ​ໄປ​ເປັນ​ຊະ​ເລີຍ​ດ້ວຍ​ຄວາມ​ປະສົງ​ຂອງ​ມານ.

14 ບັດ​ນີ້, ນີ້​ຄື​ສະພາບ​ຂອງ​ຈິດ​ວິນ​ຍານ​ຂອງ ຄົນ​ຊົ່ວ, ແທ້​ຈິງ​ແລ້ວ, ໃນ​ຄວາມ​ມືດ, ແລະ ໃນ​ສະພາບ​ອັນ ເປັນຕາ​ຢ້ານ​ຫລາຍ, ເຝົ້າ​ຄອຍ​ຄວາມ​ເຄືອງ​ແຄ້ນ​ເໝືອນ​ກັບ​ໄຟ​ອັນ​ໜ້າ​ເກງ​ຂາມ ແລະ ໜ້າ​ຢ້ານ​ກົວ​ຂອງ​ພຣະ​ພິ​ໂລດ​ຂອງ​ພຣະ​ເຈົ້າ​ທີ່​ມີ​ກັບ​ພວກ​ເຂົາ; ເຂົາ​ຈະ​ຄົງ​ຢູ່​ໃນ ສະພາບ​ນີ້​ດັ່ງ​ນັ້ນ, ເຊັ່ນ​ດຽວ​ກັບ​ຄົນ​ຊອບ​ທຳ​ຢູ່​ໃນ​ທີ່​ສຸ​ຂະ​ເສີມ​ຈົນ​ເຖິງ​ເວລາ​ແຫ່ງ​ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ພວກ​ເຂົາ.

15 ບັດ​ນີ້, ມີ​ບາງ​ຄົນ​ທີ່​ເຂົ້າ​ໃຈ​ວ່າ ສະພາບ​ແຫ່ງ​ຄວາມ​ສຸກ ແລະ ສະພາບ​ແຫ່ງ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ຈິດ​ວິນ​ຍານ​ນີ້​ກ່ອນ​ການ​ຟື້ນ​ຄືນ​ຊີ​ວິດ​ເປັນ​ການ​ຟື້ນ​ຄືນ​ຊີ​ວິດ​ຄັ້ງ​ທຳ​ອິດ. ແທ້​ຈິງ​ແລ້ວ, ພໍ່​ຍອມ​ຮັບ​ວ່າ​ມັນ​ອາດ​ຈະ​ເປັນ​ຄຳ​ເວົ້າ​ທີ່​ໃຊ້​ເອີ້ນ​ກັນ​ວ່າ ເປັນ​ການ​ຟື້ນ​ຄືນ​ຊີ​ວິດ, ເປັນ​ການ​ຍົກ​ວິນ​ຍານ ຫລື ຈິດ​ວິນ​ຍານ​ຂຶ້ນ ແລະ ເປັນ​ການ​ສົ່ງ​ພວກ​ເຂົາ​ໄປ​ຫາ​ຄວາມ​ສຸກ ຫລື ຄວາມ​ທຸກ​ທໍ​ລະ​ມານ, ຕາມ​ຄຳ​ທີ່​ໄດ້​ເວົ້າ​ໄວ້.

16 ແລະ ຈົ່ງ​ເບິ່ງ, ມັນ​ມີ​ເວົ້າ​ໄວ້​ອີກ​ວ່າ, ການ​ຟື້ນ​ຄືນ​ຊີ​ວິດ ຄັ້ງ​ທຳ​ອິດ​ນີ້, ເປັນ​ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ທຸກ​ຄົນ​ທີ່​ເຄີຍ​ມີ​ຊີ​ວິດ​ມາ​ແລ້ວ, ຫລື ກຳ​ລັງ​ມີ​ຊີ​ວິດ​ຢູ່, ຫລື ທີ່​ຈະ​ມີ​ຊີ​ວິດ, ລົງ​ມາ​ເຖິງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຄຣິດ​ຈາກ​ຄວາມ​ຕາຍ.

17 ບັດ​ນີ້, ພວກ​ເຮົາ​ບໍ່​ຄິດ​ວ່າ​ການ​ຟື້ນ​ຄືນ​ຊີ​ວິດ​ຄັ້ງ​ທຳ​ອິດ​ນີ້, ຊຶ່ງ​ເວົ້າ​ເຖິງ​ຕາມ​ທີ່​ວ່າ​ມາ​ນີ້​ຈະ​ເປັນ​ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຈິດ​ວິນ​ຍານ ແລະ ການ​ສົ່ງ​ພວກ​ເຂົາ​ໄປ​ຫາ​ຄວາມ​ສຸກ ຫລື ໄປ​ຫາ​ຄວາມ​ທຸກ​ທໍ​ລະ​ມານ. ລູກ​ຈະ​ບໍ່​ຄິດ​ວ່າ​ມັນ​ໝາຍ​ຄວາມ​ວ່າ​ແນວ​ນີ້.

18 ຈົ່ງ​ເບິ່ງ, ພໍ່​ເວົ້າ​ກັບ​ລູກ​ວ່າ, ບໍ່​ເລີຍ; ແຕ່​ມັນ​ໝາຍ​ເຖິງ​ການ​ກັບ​ມາ​ຮ່ວມ​ເຂົ້າ​ກັນ​ຂອງ​ຈິດ​ວິນ​ຍານ ແລະ ຮ່າງ​ກາຍ, ຂອງ​ຄົນ​ເຫລົ່າ​ນີ້​ນັບ​ແຕ່​ວັນ​ເວລາ​ຂອງ​ອາດາມ​ລົງ​ມາ​ຈົນ​ເຖິງ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຄຣິດ.

19 ບັດ​ນີ້, ບໍ່​ວ່າ​ຈິດ​ວິນ​ຍານ ແລະ ຮ່າງ​ກາຍ​ຂອງ​ຄົນ​ຊົ່ວ ແລະ ຄົນ​ຊອບ​ທຳ​ຈະ​ຮ່ວມ​ເຂົ້າ​ກັນ​ໃນ​ເວລາ​ດຽວ​ກັນ, ພໍ່​ຈະ​ບໍ່​ເວົ້າ​ເຖິງ; ຂໍ​ໃຫ້​ມັນ​ພຽງ​ພໍ​ເທົ່າ​ນີ້, ພໍ່​ມີ​ແຕ່​ຈະ​ເວົ້າ​ວ່າ​ພວກ​ເຂົາ​ທຸກ​ຄົນ​ຈະ​ອອກ​ມາ ຫລື ອີກ​ຄຳ​ໜຶ່ງ, ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ພວກ​ເຂົາ​ຈະ​ເກີດ​ຂຶ້ນ ກ່ອນ​ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຄົນ​ທີ່​ຕາຍ​ພາຍ​ຫລັງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຄຣິດ.

20 ບັດ​ນີ້, ລູກ​ຂອງ​ພໍ່, ພໍ່​ບໍ່​ໄດ້​ເວົ້າ​ວ່າ​ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ພວກ​ເຂົາ​ມາ​ພ້ອມ​ກັບ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຄຣິດ; ແຕ່​ຈົ່ງ​ເບິ່ງ, ພໍ່​ໃຫ້​ຄວາມ​ເຫັນ​ວ່າ ຈິດ​ວິນ​ຍານ ແລະ ຮ່າງ​ກາຍ​ຂອງ​ຄົນ​ທີ່​ຊອບ​ທຳ​ຈະ​ກັບ​ມາ​ຮ່ວມ​ກັນ​ໃນ​ເວລາ​ດຽວ​ກັບ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຄຣິດ, ແລະ ການ​ສະ​ເດັດ​ຂຶ້ນ​ສະຫວັນ​ຂອງ​ພຣະ​ອົງ.

21 ແຕ່​ບໍ່​ວ່າ​ຈະ​ເປັນ​ໄປ​ໃນ​ເວລາ​ຂອງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ ຫລື ພາຍ​ຫລັງ, ພໍ່​ຈະ​ບໍ່​ກ່າວ​ເຖິງ; ແຕ່​ຂໍ​ກ່າວ​ພຽງ​ເທົ່າ​ນີ້, ວ່າ​ມັນ​ມີ​ໄລ​ຍະ ເວລາ​ລະຫວ່າງ​ການ​ຕາຍ​ກັບ​ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຮ່າງ​ກາຍ, ແລະ ມີ​ສະພາບ​ຂອງ​ຈິດ​ວິນ​ຍານ​ຢູ່​ໃນ ຄວາມ​ສຸກ ຫລື ຢູ່​ໃນ ຄວາມ​ທຸກ​ທໍ​ລະ​ມານ ຈົນ​ເຖິງ​ເວລາ​ທີ່​ພຣະ​ເຈົ້າ​ກຳ​ນົດ​ວ່າ​ຄົນ​ຕາຍ​ຈະ​ອອກ​ມາ, ແລະ ທັງ​ຈິດ​ວິນ​ຍານ ແລະ ຮ່າງ​ກາຍ​ຈະ​ເຂົ້າ​ຮ່ວມ​ກັນ, ແລະ ຖືກ ນຳ​ມາ​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ແລະ ຈະ​ຖືກ​ພິ​ພາກ​ສາ​ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ.

22 ແທ້​ຈິງ​ແລ້ວ, ສິ່ງ​ນີ້​ຈະ​ນຳ​ສິ່ງ​ເຫລົ່າ​ນັ້ນ​ຄືນ​ມາ​ຊຶ່ງ​ກ່າວ​ໄວ້​ໂດຍ​ປາກ​ຂອງ​ສາດ​ສະ​ດາ.

23 ຈິດ​ວິນ​ຍານ​ຈະ ກັບ​ຄືນ​ເຂົ້າ​ຫາ ຮ່າງ​ກາຍ, ແລະ ຮ່າງ​ກາຍ​ເຂົ້າ​ຫາ​ຈິດ​ວິນ​ຍານ; ແທ້​ຈິງ​ແລ້ວ, ທຸກ​ແຂນ​ຂາ ແລະ ຂໍ້​ຕໍ່​ຈະ​ກັບ​ຄືນ​ເຂົ້າ​ຫາ​ຮ່າງ​ກາຍ​ຂອງ​ມັນ; ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ຜົມ​ເສັ້ນ​ໜຶ່ງ​ໃນ​ຫົວ​ກໍ​ຈະ​ບໍ່​ເສຍ​ໄປ; ແຕ່​ທຸກ​ຢ່າງ​ຈະ​ຖືກ​ນຳ​ກັບ​ຄືນ​ຫາ​ໂຄງ​ຮ່າງ​ອັນ​ຖືກ​ຕ້ອງ ແລະ ສົມ​ບູນ​ຂອງ​ມັນ.

24 ແລະ ບັດ​ນີ້, ລູກ​ຂອງ​ພໍ່, ນີ້​ຄື​ການ​ກັບ​ຄືນ​ຊຶ່ງ​ໄດ້ ເວົ້າ​ໄວ້​ດ້ວຍ​ປາກ​ຂອງ​ສາດ​ສະ​ດາ—

25 ແລະ ເມື່ອ​ນັ້ນ​ຄົນ​ຊອບ​ທຳ​ຈະ​ສ່ອງ​ແສງ​ສະ​ຫວ່າງ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.

26 ແຕ່​ຈົ່ງ​ເບິ່ງ, ຄວາມ​ຕາຍ​ອັນ​ເປັນ​ຕາ​ຢ້ານ​ຈະ​ມາ​ຫາ​ຄົນ​ຊົ່ວ; ເພາະ​ພວກ​ເຂົາ​ຕາຍ​ໃນ​ເລື່ອງ​ທີ່​ກ່ຽວ​ກັບ​ຄວາມ​ຊອບ​ທຳ; ເພາະ​ພວກ​ເຂົາ​ບໍ່​ສະອາດ, ແລະ ຈະ​ບໍ່​ມີ ສິ່ງ​ທີ່​ບໍ່​ສະອາດ​ຈະ​ສາ​ມາດ​ຮັບ​ເອົາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ເປັນ​ມູນ​ມໍ​ລະ​ດົກ​ໄດ້; ແຕ່​ພວກ​ເຂົາ​ຈະ​ຖືກ​ຂັບ​ໄລ່​ອອກ​ໄປ, ແລະ ຖືກ​ສົ່ງ​ໄປ​ຮັບ​ສ່ວນ​ທີ່​ໄດ້​ກະ​ທຳ​ໄວ້, ຫລື ວຽກ​ງານ​ຊົ່ວ​ຂອງ​ພວກ​ເຂົາ; ແລະ ພວກ​ເຂົາ​ຈະ​ດື່ມ​ສິ່ງ​ທີ່​ສົກ​ກະ​ປົກ​ຈາກ​ຈອກ​ທີ່​ຂົມ​ຂື່ນ​ນັ້ນ.