ພຣະ​ຄຳ​ພີ
ແອວມາ 27


ບົດ​ທີ 27

ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ໃຫ້​ອຳໂມນ​ນຳ​ພາ​ຜູ້​ຄົນ​ຂອງ​ອານ​ໄທ-ນີໄຟ​-ລີໄຮ ໄປ​ຫາ​ບ່ອນ​ປອດ​ໄພ—ອຳໂມນ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ຫລາຍ​ເມື່ອ​ໄດ້​ພົບ​ກັບ​ແອວມາ​ຈົນ​ວ່າ​ຮ່າງ​ກາຍ​ຂອງ​ລາວ​ໝົດ​ແຮງ—ຊາວ​ນີໄຟ​ໄດ້​ມອບ​ແຜ່ນ​ດິນ​ເຈີຊອນ​ໃຫ້​ພວກ​ເຂົາ—ພວກ​ເຂົາ​ຖືກ​ເອີ້ນ​ວ່າ​ຜູ້​ຄົນ​ຂອງ​ອຳໂມນ. ປະ​ມານ 90–77 ປີ ກ່ອນ ຄ.ສ.

1 ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ຊາວ​ເລມັນ​ຊຶ່ງ​ໄດ້​ໄປ​ກໍ່​ສົງ​ຄາມ​ກັບ​ຊາວ​ນີໄຟ ໄດ້​ດີ້ນ​ລົນ​ມາ​ຫລາຍ​ເທື່ອ​ແລ້ວ​ທີ່​ຈະ​ທຳ​ລາຍ​ຊາວ​ນີໄຟ, ຈຶ່ງ​ເຫັນ​ວ່າ​ມັນ​ບໍ່​ມີ​ປະ​ໂຫຍດ​ທີ່​ຈະ​ພະ​ຍາ​ຍາມ​ທຳ​ລາຍ​ຊຶ່ງ​ກັນ​ແລະ​ກັນ, ພວກ​ເຂົາ​ຈຶ່ງ​ໄດ້​ກັບ​ຄືນ​ໄປ​ຫາ​ແຜ່ນ​ດິນ​ນີໄຟ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ອາມາ​ລະໄຄ​ມີ​ຄວາມ​ຄຽດ​ແຄ້ນ​ຫລາຍ​ທີ່​ສຸດ​ເພາະ​ການ​ເສຍ​ໄຊ​ຂອງ​ພວກ​ເຂົາ. ແລະ ເມື່ອ​ເຫັນ​ວ່າ​ພວກ​ເຂົາ​ຫາ​ທາງ​ແກ້​ແຄ້ນ​ຊາວ​ນີໄຟ​ບໍ່​ໄດ້, ພວກ​ເຂົາ​ຈຶ່ງ​ເລີ່ມ​ຍຸ​ຍົງ​ຜູ້​ຄົນ​ໃຫ້​ຄຽດ​ແຄ້ນ​ໃຫ້​ຜູ້​ຄົນ​ຂອງ ອານ​ໄທ-ນີໄຟ-ລີໄຮ, ທີ່​ເປັນ ພີ່​ນ້ອງ​ຂອງ​ພວກ​ເຂົາ​ເອງ; ສະນັ້ນ ພວກ​ເຂົາ​ຈຶ່ງ​ເລີ່ມ​ທຳ​ລາຍ​ພວກ​ເຂົາ.

3 ບັດ​ນີ້​ຜູ້​ຄົນ​ພວກ​ນີ້​ບໍ່​ຍອມ​ຈັບ​ອາ​ວຸດ ອີກ, ແຕ່​ພວກ​ເຂົາ​ຍອມ​ຕົວ​ໃຫ້​ຖືກ​ຂ້າ​ຕາຍ​ຕາມ​ຄວາມ​ປະສົງ​ຂອງ​ສັດ​ຕູ​ຂອງ​ພວກ​ເຂົາ.

4 ບັດ​ນີ້​ເມື່ອ​ອຳໂມນ ແລະ ພີ່​ນ້ອງ​ຂອງ​ລາວ​ເຫັນ​ການ​ທຳ​ລາຍ​ໃນ​ບັນ​ດາ​ຜູ້​ຄົນ​ທີ່​ລາວ​ຮັກ​ຫລາຍ​ທີ່​ສຸດ, ແລະ ໃນ​ບັນ​ດາ​ຜູ້​ຄົນ​ທີ່​ຮັກ​ເຂົາ​ເຈົ້າ—​ເພາະ​ວ່າ​ເຂົາ​ເຈົ້າ​ຖືກ​ນັບ​ຖື​ວ່າ​ເປັນ​ເຫລົ່າ​ທູດ​ທີ່​ໄດ້​ຖືກ​ສົ່ງ​ມາ​ຈາກ​ພຣະ​ເຈົ້າ​ເພື່ອ​ຊ່ວຍ​ເຫລືອ​ພວກ​ເຂົາ​ໃຫ້​ລອດ​ຈາກ​ຄວາມ​ພິນາດ​ອັນ​ເປັນ​ນິດ—ສະນັ້ນ, ເມື່ອ​ອຳໂມນ ແລະ ພີ່​ນ້ອງ​ຂອງ​ລາວ​ເຫັນ​ການ​ທຳ​ລາຍ​ອັນ​ຍິ່ງ​ໃຫຍ່​ນີ້​ແລ້ວ, ເຂົາ​ເຈົ້າ​ກໍ​ເກີດ​ຄວາມ​ເມດ​ຕາ​ສົງ​ສານ​ຂຶ້ນ​ມາ, ແລະ ເຂົາ​ເຈົ້າ​ໄດ້ ກ່າວ​ກັບ​ກະສັດ​ວ່າ:

5 ຂໍ​ໃຫ້​ພວກ​ຂ້າ​ນ້ອຍ​ຮວບ​ຮວມ​ເອົາ​ຜູ້​ຄົນ​ພວກ​ນີ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ໃຫ້​ພວກ​ເຮົາ​ລົງ​ໄປ​ຫາ​ແຜ່ນ​ດິນ​ເຊຣາ​ເຮັມລາ​ໄປ​ຫາ​ຊາວ​ນີໄຟ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ເຖີດ, ແລະ ໜີ​ຈາກ​ກຳ​ມື​ຂອງ​ສັດ​ຕູ​ຂອງ​ພວກ​ເຮົາ​ເພື່ອ​ພວກ​ເຮົາ​ຈະ​ບໍ່​ຖືກ​ທຳ​ລາຍ.

6 ແຕ່​ກະສັດ​ໄດ້​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: ຈົ່ງ​ເບິ່ງ, ຊາວ​ນີໄຟ​ຈະ​ທຳ​ລາຍ​ພວກ​ເຮົາ, ເພາະ​ການ​ຄາດ​ຕະ​ກຳ ແລະ ບາບ​ອັນ​ຫລວງ​ຫລາຍ​ທີ່​ພວກ​ເຮົາ​ໄດ້​ກະ​ທຳ​ຕໍ່​ພວກ​ເຂົາ.

7 ແລະ ອຳໂມນ​ເວົ້າ​ວ່າ: ຂ້າ​ນ້ອຍ​ຈະ​ໄປ​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຖ້າ​ຫາກ​ພຣະ​ອົງ​ບອກ​ພວກ​ເຮົາ​ວ່າ ໃຫ້​ລົງ​ໄປ​ຫາ​ພີ່​ນ້ອງ​ຂອງ​ພວກ​ເຮົາ, ແລ້ວ​ທ່ານ​ຈະ​ໄປ​ບໍ່?

8 ແລະ ກະສັດ​ໄດ້​ກ່າວ​ກັບ​ລາວ​ວ່າ: ແທ້​ຈິງ​ແລ້ວ, ຖ້າ​ຫາກ​ພຣະ​ຜູ້​ເປັນ​ເຈົ້າ​ບອກ​ໃຫ້​ພວກ​ເຮົາ​ໄປ, ພວກ​ເຮົາ​ຈະ​ລົງ​ໄປ​ຫາ​ພີ່​ນ້ອງ​ຂອງ​ພວກ​ເຮົາ, ແລະ ພວກ​ເຮົາ​ຈະ​ເປັນ​ຂ້ອຍ​ຂ້າ​ພວກ​ເຂົາ​ໄປ​ຈົນ​ກວ່າ​ພວກ​ເຮົາ​ຈະ​ໃຊ້​ແທນ​ຄືນ​ໃຫ້​ພວກ​ເຂົາ​ໃນ​ການ​ຄາດ​ຕະ​ກຳ ແລະ ບາບ​ຢ່າງ​ຫລວງ​ຫລາຍ ຊຶ່ງ​ພວກ​ເຮົາ​ໄດ້​ກະ​ທຳ​ໄວ້​ກັບ​ພວກ​ເຂົາ.

9 ແຕ່​ອຳໂມນ​ໄດ້​ເວົ້າ​ກັບ​ເພິ່ນ​ວ່າ: ມັນ​ເປັນ​ການ​ຜິດ​ກົດ​ໝາຍ​ຂອງ​ພີ່​ນ້ອງ​ຂອງ​ພວກ​ເຮົາ, ຊຶ່ງ​ບິດາ​ຂອງ​ຂ້າ​ນ້ອຍ​ໄດ້​ສະຖາ​ປະນາ​ຂຶ້ນ​ຄື, ບໍ່​ໃຫ້​ມີ ຂ້ອຍ​ຂ້າ​ໃນ​ບັນ​ດາ​ພວກ​ເຂົາ; ສະນັ້ນ ຈົ່ງ​ໃຫ້​ພວກ​ເຮົາ​ລົງ​ໄປ ແລະ ໄວ້​ວາງ​ໃຈ​ໃນ​ຄວາມ​ເມດ​ຕາ​ຂອງ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ເຖີດ.

10 ແຕ່​ກະສັດ​ໄດ້​ກ່າວ​ກັບ​ລາວ​ວ່າ: ຈົ່ງ​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ກ່ອນ, ແລະ ຖ້າ​ຫາກ​ພຣະ​ອົງ​ບອກ​ໃຫ້​ພວກ​ເຮົາ​ໄປ, ພວກ​ເຮົາ​ກໍ​ຈະ​ໄປ; ຖ້າ​ບໍ່​ດັ່ງ​ນັ້ນ ພວກ​ເຮົາ​ກໍ​ຈະ​ຕາຍ​ຢູ່​ໃນ​ແຜ່ນ​ດິນ​ນີ້.

11 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອຳໂມນ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ລາວ​ວ່າ:

12 ຈົ່ງ​ພາ​ຜູ້​ຄົນ​ພວກ​ນີ້​ອອກ​ຈາກ​ແຜ່ນ​ດິນ​ນີ້​ໄປ ເພື່ອ​ພວກ​ເຂົາ​ຈະ​ບໍ່​ຕາຍ; ເພາະ​ວ່າ​ຊາຕານ​ມີ​ອຳນາດ​ອັນ​ໃຫຍ່​ຫລວງ​ທີ່​ເໜືອ​ໃຈ​ຂອງ​ຊາວ​ອາມາ​ລະໄຄ, ຜູ້​ຍຸ​ຍົງ​ຊາວ​ເລມັນ​ໃຫ້​ຄຽດ​ແຄ້ນ​ຕໍ່​ພີ່​ນ້ອງ​ຂອງ​ຕົນ ແລະ ໃຫ້​ຂ້າ​ພວກ​ເຂົາ; ສະນັ້ນ ພວກ​ເຈົ້າ​ຈົ່ງ​ໜີ​ອອກ​ຈາກ​ແຜ່ນ​ດິນ​ນີ້​ໄປ; ແລະ ຜູ້​ຄົນ​ພວກ​ນີ້​ຈະ​ໄດ້​ຮັບ​ພອນ, ເພາະ​ເຮົາ​ຈະ​ຮັກ​ສາ​ພວກ​ເຂົາ​ໄວ້.

13 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອຳໂມນ​ໄດ້​ໄປ​ບອກ​ກະສັດ​ທຸກໆ​ຂໍ້​ຄວາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ລາວ.

14 ແລະ ພວກ​ເຂົາ​ໄດ້​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພວກ​ເຂົາ​ທັງ​ໝົດ​ເຂົ້າ​ກັນ, ແທ້​ຈິງ​ແລ້ວ, ແມ່ນ​ຜູ້​ຄົນ​ທັງ​ໝົດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ໄດ້​ເຕົ້າ​ໂຮມ​ຝູງ​ສັດ​ລ້ຽງ ແລະ ສັດ​ໃຊ້​ແຮງ​ງານ​ທັງ​ໝົດ​ຂອງ​ຕົນ, ແລະ ອອກ​ຈາກ​ແຜ່ນ​ດິນ ແລະ ເດີນ​ທາງ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ຊຶ່ງ​ເປັນ​ບ່ອນ​ທີ່​ແຍກ​ແຜ່ນ​ດິນ​ນີໄຟ​ອອກ​ຈາກ​ແຜ່ນ​ດິນ​ເຊຣາ​ເຮັມລາ, ແລະ ຂ້າມ​ມາ​ໃກ້​ຊາຍ​ແດນ​ຂອງ​ແຜ່ນ​ດິນ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອຳໂມນ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ວ່າ: ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ພ້ອມ​ດ້ວຍ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ເຊຣາ​ເຮັມລາ, ແລະ ໃຫ້​ພວກ​ທ່ານ​ລໍ​ຖ້າ​ພວກ​ເຮົາ​ຢູ່​ບ່ອນ​ນີ້; ຈົນ​ກວ່າ​ວ່າ​ພວກ​ເຮົາ​ຈະ​ກັບ​ມາ ເພາະ​ວ່າ​ພວກ​ເຮົາ​ຈະ​ລອງ​ໃຈ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ວ່າ ພວກ​ເຂົາ​ຈະ​ໃຫ້​ພວກ​ເຮົາ​ເຂົ້າ​ໄປ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ພວກ​ເຂົາ​ຫລື​ບໍ່.

16 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ຂະນະ​ທີ່​ອຳໂມນ​ກຳ​ລັງ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ, ລາວ​ກັບ​ພີ່​ນ້ອງ​ຂອງ​ລາວ​ໄດ້​ພົບ​ກັບ​ແອວມາ​ໃນ ບ່ອນ​ຊຶ່ງ​ໄດ້​ເວົ້າ​ມາ​ແລ້ວ; ແລະ ຈົ່ງ​ເບິ່ງ, ມັນ​ເປັນ​ການ​ພົບ​ພໍ້​ຢ່າງ​ໜ້າ​ປິ​ຕິ​ຍິນ​ດີ.

17 ບັດ​ນີ້ ຄວາມ​ສຸກ​ຂອງ​ອຳໂມນ​ນັ້ນ​ຍິ່ງ​ໃຫຍ່​ທີ່​ສຸດ ເຖິງ​ກັບ​ລາວ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ; ແທ້​ຈິງ​ແລ້ວ, ລາວ​ຖືກ​ກືນ​ເຂົ້າ​ໄປ​ໃນ​ຄວາມ​ສຸກ​ຂອງ​ພຣະ​ເຈົ້າ​ຂອງ​ລາວ, ຈົນ​ເຮັດ​ໃຫ້​ກຳ​ລັງ​ຂອງ​ລາວ ໝົດ​ໄປ; ແລະ ລາວ​ໄດ້​ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ ອີກ.

18 ບັດ​ນີ້​ມັນ​ບໍ່​ແມ່ນ​ຄວາມ​ສຸກ​ແທ້ໆ​ບໍ? ຈົ່ງ​ເບິ່ງ, ນີ້​ເປັນ​ຄວາມ​ສຸກ​ຊຶ່ງ​ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ນອກ​ຈາກ​ຜູ້​ສະແຫວງ​ຫາ​ຄວາມ​ສຸກ​ດ້ວຍ​ການ​ສຳ​ນຶກ​ຜິດ ແລະ ການ​ຖ່ອມ​ຕົວ​ຢ່າງ​ແທ້​ຈິງ​ເທົ່າ​ນັ້ນ.

19 ບັດ​ນີ້​ຄວາມ​ປິ​ຕິ​ຍິນ​ດີ​ຂອງ​ແອວມາ​ໃນ​ການ​ພົບ​ພໍ້​ກັບ​ພີ່​ນ້ອງ​ຂອງ​ເພິ່ນ​ນັ້ນ​ຍິ່ງ​ໃຫຍ່​ແທ້ໆ, ແລະ ອາໂຣນ, ອອມເນີ, ແລະ ຮິມ​ໄນ ກໍ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ຄື​ກັນ; ແຕ່​ຈົ່ງ​ເບິ່ງ ຄວາມ​ປິ​ຕິ​ຍິນ​ດີ​ຂອງ​ຄົນ​ເຫລົ່າ​ນັ້ນ​ບໍ່​ໄດ້​ເກີນ​ກຳ​ລັງ​ຂອງ​ພວກ​ເຂົາ​ເລີຍ.

20 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ແອວມາ​ໄດ້​ພາ​ພີ່​ນ້ອງ​ຂອງ​ເພິ່ນ​ກັບ​ຄືນ​ໄປ​ຫາ​ແຜ່ນ​ດິນ​ເຊຣາ​ເຮັມລາ; ແມ່ນ​ແຕ່​ໄປ​ຫາ​ເຮືອນ​ຂອງ​ເພິ່ນ​ເອງ. ແລະ ເຂົາ​ເຈົ້າ​ໄດ້​ບອກ ຫົວ​ໜ້າ​ຜູ້​ຕັດ​ສິນ​ເຖິງ​ເລື່ອງ​ທັງ​ໝົດ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ເຂົາ​ເຈົ້າ​ໃນ​ແຜ່ນ​ດິນ​ນີໄຟ, ໃນ​ບັນ​ດາ​ຊາວ​ເລມັນ​ພີ່​ນ້ອງ​ຂອງ​ເຂົາ​ເຈົ້າ.

21 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫົວ​ໜ້າ​ຜູ້​ຕັດ​ສິນ​ໄດ້​ສົ່ງ​ຂ່າວ​ສານ​ໄປ​ທົ່ວ​ແຜ່ນ​ດິນ​ໂດຍ​ປາດ​ຖະ​ໜາ​ຢາກ​ຮູ້​ຈັກ​ສຽງ​ຂອງ​ຜູ້​ຄົນ​ກ່ຽວ​ກັບ​ການ​ຮັບ​ເອົາ​ພີ່​ນ້ອງ​ຂອງ​ພວກ​ເຂົາ, ຊຶ່ງ​ເປັນ​ຜູ້​ຄົນ​ຂອງ​ອານ​ໄທ​-​ນີໄຟ-ລີໄຮ.

22 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ໃຫ້​ສຽງ​ວ່າ: ຈົ່ງ​ເບິ່ງ, ພວກ​ເຮົາ​ຈະ​ຍົກ​ແຜ່ນ​ດິນ​ເຈີຊອນ​ໃຫ້​ພວກ​ເຂົາ, ຊຶ່ງ​ມັນ​ຢູ່​ທາງ​ຕາ​ເວັນ​ອອກ​ໃກ້​ກັບ​ທະເລ, ຊຶ່ງ​ຕິດ​ຕໍ່​ກັບ​ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ ຊຶ່ງ​ຢູ່​ທາງ​ໃຕ້​ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ; ແລະ ແຜ່ນ​ດິນ​ເຈີຊອນ​ນີ້​ເປັນ​ແຜ່ນ​ດິນ​ທີ່​ພວກ​ເຮົາ​ຈະ​ມອບ​ໃຫ້​ແກ່​ພີ່​ນ້ອງ​ຂອງ​ພວກ​ເຮົາ ເປັນ​ມູນ​ມໍ​ລະ​ດົກ.

23 ແລະ ຈົ່ງ​ເບິ່ງ, ພວກ​ເຮົາ​ຈະ​ຕັ້ງ​ກອງ​ທັບ​ຂອງ​ພວກ​ເຮົາ​ໄວ້​ລະຫວ່າງ​ແຜ່ນ​ດິນ​ເຈີຊອນ ແລະ ແຜ່ນ​ດິນ​ນີໄຟ, ເພື່ອ​ພວກ​ເຮົາ​ຈະ​ໄດ້​ປົກ​ປັກ​ຮັກ​ສາ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ໃນ​ແຜ່ນ​ດິນ​ເຈີຊອນ; ແລະ ພວກ​ເຮົາ​ເຮັດ​ສິ່ງ​ນີ້​ເພື່ອ​ພີ່​ນ້ອງ​ຂອງ​ພວກ​ເຮົາ, ເນື່ອງ​ດ້ວຍ​ວ່າ​ຄວາມ​ຢ້ານ​ກົວ​ຂອງ​ພວກ​ເຂົາ​ທີ່​ຈະ​ຈັບ​ອາ​ວຸດ​ຂຶ້ນ​ຕໍ່​ສູ້​ກັບ​ພີ່​ນ້ອງ​ຂອງ​ພວກ​ເຂົາ, ໂດຍ​ຢ້ານ​ວ່າ​ພວກ​ເຂົາ​ຈະ​ເຮັດ​ບາບ​ອີກ, ແລະ ຄວາມ​ຢ້ານ​ກົວ​ອັນ​ໃຫຍ່​ຫລວງ​ນີ້​ເກີດ​ຂຶ້ນ​ເພາະ​ການ​ກັບ​ໃຈ​ອັນ​ປວດ​ລ້າວ​ຂອງ​ພວກ​ເຂົາ, ເນື່ອງ​ຈາກ​ຄາດ​ຕະ​ກຳ​ຢ່າງ​ຫລວງ​ຫລາຍ ແລະ ຄວາມ​ຊົ່ວ​ຮ້າຍ​ອັນ​ເປັນ​ຕາ​ຢ້ານ​ຂອງ​ພວກ​ເຂົາ.

24 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ພວກ​ເຮົາ​ເຮັດ​ສິ່ງ​ນີ້​ໄປ​ເພື່ອ​ພີ່​ນ້ອງ​ຂອງ​ພວກ​ເຮົາ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ແຜ່ນ​ດິນ​ເຈີຊອນ​ເປັນ​ມູນ​ມໍ​ລະ​ດົກ; ແລະ ພວກ​ເຮົາ​ຈະ​ຄຸ້ມ​ຄອງ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ສັດ​ຕູ​ຂອງ​ພວກ​ເຂົາ, ດ້ວຍ​ກຳ​ລັງ​ຂອງ​ກອງ​ທັບ​ຂອງ​ພວກ​ເຮົາ, ໂດຍ​ມີ​ເງື່ອນ​ໄຂ​ວ່າ ພວກ​ເຂົາ​ຈະ​ຕ້ອງ​ມອບ​ເຂົ້າ​ຂອງ​ສ່ວນ​ໜຶ່ງ​ຂອງ​ພວກ​ເຂົາ​ໃຫ້​ແກ່​ພວກ​ເຮົາ​ເພື່ອ​ຈະ​ໄດ້​ບຳ​ລຸງ​ລ້ຽງ​ກອງ​ທັບ.

25 ບັດ​ນີ້, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ອຳໂມນ​ໄດ້​ຍິນ​ເລື່ອງ​ເຫລົ່າ​ນີ້​ແລ້ວ, ລາວ​ກໍ​ໄດ້​ກັບ​ຄືນ​ໄປ​ຫາ​ຜູ້​ຄົນ​ຂອງ​ອານ​ໄທ-ນີໄຟ​-ລີໄຮ, ແລະ ແອວມາ​ກໍ​ໄປ​ກັບ​ລາວ​ຄື​ກັນ, ແລະ ໄດ້​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເພື່ອ​ໄປ​ຫາ​ບ່ອນ​ທີ່​ພວກ​ເຂົາ​ພັກ​ເຊົາ​ຢູ່, ແລະ ໄດ້​ແຈ້ງ​ເລື່ອງ​ລາວ​ທັງ​ໝົດ​ແກ່​ພວກ​ເຂົາ. ແລະ ແອວມາ​ໄດ້​ເລົ່າ​ໃຫ້​ພວກ​ເຂົາ​ຟັງ​ເຖິງ​ເລື່ອງ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເພິ່ນ, ພ້ອມ​ທັງ​ເລື່ອງ​ລາວ​ຂອງ​ອຳໂມນ, ແລະ ອາໂຣນ, ແລະ ພີ່​ນ້ອງ​ຂອງ​ລາວ​ນຳ​ອີກ.

26 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມັນ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ມີ​ຄວາມ​ສຸກ​ຫລາຍ. ແລະ ພວກ​ເຂົາ​ໄດ້​ລົງ​ໄປ​ຫາ​ແຜ່ນ​ດິນ​ເຈີຊອນ ແລະ ເຂົ້າ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ເຈີຊອນ; ແລະ ຊາວ​ນີໄຟ​ເອີ້ນ​ພວກ​ເຂົາ​ວ່າ ຜູ້​ຄົນ​ຂອງ​ອຳໂມນ; ສະນັ້ນ​ພວກ​ເຂົາ​ຈຶ່ງ​ແຕກ​ຕ່າງ​ອອກ​ໄປ​ຕາມ​ຊື່​ນັ້ນ​ນັບ​ແຕ່​ເວລາ​ນັ້ນ​ມາ.

27 ແລະ ພວກ​ເຂົາ​ໄດ້​ຢູ່​ຮ່ວມ​ກັບ​ບັນ​ດາ​ຜູ້​ຄົນ​ຂອງ​ນີໄຟ, ແລະ ຖືກ​ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ຊຶ່ງ​ເປັນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ​ນຳ​ອີກ. ແລະ ພວກ​ເຂົາ​ດີ​ເດັ່ນ​ຂຶ້ນ ຍ້ອນ​ວ່າ​ຄວາມ​ກະ​ຕື​ລື​ລົ້ນ​ຂອງ​ພວກ​ເຂົາ​ທີ່​ມີ​ຕໍ່​ພຣະ​ເຈົ້າ ແລະ ຕໍ່​ມະນຸດ​ຊາດ; ເພາະ​ພວກ​ເຂົາ ຊື່​ສັດ ແລະ ຊື່​ຕົງ​ຢ່າງ​ສົມ​ບູນ ໃນ​ທຸກ​ສິ່ງ; ແລະ ພວກ​ເຂົາ​ມີ​ສັດທາ​ຢ່າງ ໝັ້ນ​ຄົງ​ໃນ​ພຣະ​ຄຣິດ​ຈົນ​ເຖິງ​ວັນ​ຕາຍ.

28 ແລະ ພວກ​ເຂົາ​ໄດ້​ຫລຽວ​ເບິ່ງ​ການ​ນອງ​ເລືອດ​ຂອງ​ພີ່​ນ້ອງ​ຂອງ​ຕົນ​ດ້ວຍ​ຄວາມ​ກຽດ​ຊັງ​ທີ່​ສຸດ; ແລະ ພວກ​ເຂົາ​ຈະ​ບໍ່​ຍອມ​ຈັບ​ອາ​ວຸດ​ຂຶ້ນ​ມາ​ຕໍ່​ສູ້​ກັບ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ອີກ​ເລີຍ; ແລະ ພວກ​ເຂົາ​ບໍ່​ເຄີຍ​ຫລຽວ​ເບິ່ງ​ຄວາມ​ຕາຍ​ດ້ວຍ​ຄວາມ​ສະ​ທ້ານ​ຢ້ານ​ກົວ ບໍ່​ວ່າ​ຈະ​ຫລາຍ​ໜ້ອຍ​ພຽງ​ໃດ​ກໍ​ຕາມ, ເພາະ​ຄວາມ​ຫວັງ ແລະ ຈຸດ​ທີ່​ໝັ້ນ​ຂອງ​ພວກ​ເຂົາ​ມີ​ຢູ່​ທີ່​ພຣະ​ຄຣິດ ແລະ ການ​ຟື້ນ​ຄືນ​ຊີ​ວິດ; ສະນັ້ນ, ຄວາມ​ຕາຍ​ຈຶ່ງ​ຖືກ​ກືນ​ໄປ​ຈາກ​ພວກ​ເຂົາ​ໂດຍ​ເອົາ​ໄຊ​ຊະນະ​ຂອງ​ພຣະ​ຄຣິດ​ເໜືອ​ມັນ.

29 ສະນັ້ນ, ພວກ​ເຂົາ​ຈຶ່ງ​ຍອມ​ຮັບ ຄວາມ​ຕາຍ​ໃນ​ວິ​ທີ​ທີ່​ທຸກ​ທໍ​ລະ​ມານ ແລະ ເຈັບ​ປວດ​ທີ່​ສຸດ ຊຶ່ງ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ໄດ້​ກະ​ທຳ​ກັບ​ພວກ​ເຂົາ, ແທນ​ທີ່​ພວກ​ເຂົາ​ຈະ​ຈັບ​ດາບ​ຂຶ້ນ​ມາ​ຟັນ​ພວກ​ເຂົາ.

30 ແລະ ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ເປັນ​ຜູ້​ຄົນ​ທີ່​ກະ​ຕື​ລື​ລົ້ນ ແລະ ເປັນ​ທີ່​ຮັກ​ຫອມ, ແລະ ເປັນ​ຜູ້​ຄົນ​ທີ່​ໂປດ​ປານ​ຫລາຍ​ທີ່​ສຸດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.