ພຣະ​ຄຳ​ພີ
ແອວມາ 10


ບົດ​ທີ 10

ລີໄຮ​ເປັນ​ເຊື້ອ​ສາຍ​ຂອງ​ມານາ​ເຊ—ແອມ​ມິວເລັກ​ທວນ​ຄືນ​ຄຳ​ສັ່ງ​ຂອງ​ທູດ​ທີ່​ສັ່ງ​ໃຫ້​ລາວ​ເບິ່ງ​ແຍງ​ແອວມາ—ຄຳ​ອະ​ທິ​ຖານ​ຂອງ​ຄົນ​ຊອບ​ທຳ​ເປັນ​ເຫດ​ໃຫ້​ຜູ້​ຄົນ​ໄດ້​ຮັບ​ການ​ໄວ້​ຊີ​ວິດ—ທະນາຍ​ຄວາມ ແລະ ຜູ້​ຕັດ​ສິນ​ທີ່​ບໍ່​ຊອບ​ທຳ​ວາງ​ຮາກ​ຖານ​ແຫ່ງ​ການ​ທຳ​ລາຍ​ຕໍ່​ຜູ້​ຄົນ. ປະ​ມານ 82 ປີ ກ່ອນ ຄ.ສ.

1 ບັດ​ນີ້ ນີ້​ແມ່ນ ຄຳ​ເວົ້າ​ຊຶ່ງ ແອມ​ມິວເລັກ​ໄດ້​ສັ່ງ​ສອນ​ຜູ້​ຄົນ​ຜູ້​ຢູ່​ໃນ​ແຜ່ນ​ດິນ​ອຳໂມນ​ໄນ​ຮາ, ມີ​ຄວາມ​ວ່າ:

2 ຂ້າ​ພະ​ເຈົ້າ​ຄື​ແອມ​ມິວເລັກ; ຂ້າ​ພະ​ເຈົ້າ​ເປັນ​ລູກ​ຊາຍ​ຂອງ​ກິດ​ໂດ​ນາ, ຜູ້​ເປັນ​ລູກ​ຊາຍ​ຂອງ​ອິດ​ຊະ​ມາ​ເອນ, ຜູ້​ຊຶ່ງ​ເປັນ​ຜູ້​ສືບ​ເຊື້ອ​ສາຍ​ຂອງ​ອະ​ມີ​ນາ​ໄດ; ແລະ ອະ​ມີ​ນາ​ໄດ​ຜູ້​ດຽວ​ກັນ​ທີ່​ເປັນ​ຜູ້​ແປ​ຄວາມ​ໝາຍ​ຂອງ​ຂໍ້​ຄວາມ​ທີ່​ຢູ່​ໃນ​ກຳ​ແພງ​ພຣະ​ວິຫານ, ຊຶ່ງ​ໄດ້​ຂຽນ​ໄວ້​ໂດຍ​ນິ້ວ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ.

3 ແລະ ອະ​ມີນາ​ໄດ​ເປັນ​ຜູ້​ສືບ​ເຊື້ອ​ສາຍ​ຂອງ​ນີໄຟ, ຜູ້​ເປັນ​ລູກ​ຊາຍ​ຂອງ​ລີໄຮ, ຜູ້​ອອກ​ຈາກ​ແຜ່ນ​ດິນ​ເຢຣູ​ຊາເລັມ, ຊຶ່ງ​ເປັນ​ຜູ້​ສືບ​ເຊື້ອ​ສາຍ​ຂອງ ມາ​ນາ​ເຊ​ຜູ້​ເປັນ​ລູກ​ຊາຍ​ຂອງ ໂຢເຊັບ, ຜູ້​ຖືກ ຂາຍ​ໄປ​ຫາ​ເອຢິບ​ດ້ວຍ​ມື​ຂອງ​ພວກ​ອ້າຍ​ຂອງ​ລາວ.

4 ແລະ ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເອງ​ເປັນ​ຄົນ​ທີ່​ຖືກ​ນັບ​ຖື​ພໍ​ສົມ​ຄວນ​ໃນ​ບັນ​ດາ​ຄົນ​ທັງ​ຫລາຍ​ທີ່​ຮູ້​ຈັກ​ຂ້າ​ພະ​ເຈົ້າ; ແທ້​ຈິງ​ແລ້ວ, ແລະ ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ມີ​ພີ່​ນ້ອງ ແລະ ໝູ່​ເພື່ອນ​ຫລາຍ​ຄົນ, ແລະ ຂ້າພະ​ເຈົ້າ​ມີ​ສິ່ງ​ຂອງ​ອັນ​ມີຄ່າ​ຢ່າງ​ຫລວງ​ຫລາຍ​ດ້ວຍ​ການ​ຫັດ​ຖະ​ກຳ​ຂອງ​ຂ້າ​ພະ​ເຈົ້າ.

5 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫລັງ​ຈາກ​ທັງ​ໝົດ​ນີ້, ຂ້າ​ພະ​ເຈົ້າ​ກໍ​ບໍ່​ເຄີຍ​ຮູ້​ຈັກ​ຫຍັງ​ຫລາຍ​ກ່ຽວ​ກັບ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຄວາມ​ລຶກ​ລັບ ແລະ ອຳນາດ​ອັນ​ໜ້າ​ອັດ​ສະ​ຈັນ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ວ່າ ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ຮູ້​ກ່ຽວ​ກັບ​ເລື່ອງ​ເຫລົ່າ​ນີ້​ຫລາຍ; ແຕ່​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຜິດ, ເພາະ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຄວາມ​ລຶກ​ລັບ​ຂອງ​ພຣະ​ອົງ ແລະ ອຳນາດ​ອັນ​ໜ້າ​ອັດ​ສະ​ຈັນ​ຂອງ​ພຣະ​ອົງ​ມາ​ຫລາຍ​ແລ້ວ; ແທ້​ຈິງ​ແລ້ວ, ແມ່ນ​ເປັນ​ການ​ຮັກ​ສາ​ຊີ​ວິດ​ຂອງ​ຜູ້​ຄົນ​ພວກ​ນີ້.

6 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ໃຈ​ແຂງ​ກະ​ດ້າງ, ເພາະ​ວ່າ​ຂ້າ​ພະ​ເຈົ້າ​ຖືກ ຮຽກຮ້ອງ​ຫລາຍ​ເທື່ອ​ແລ້ວ ແລະ ຂ້າ​ພະ​ເຈົ້າ​ບໍ່​ຍອມ ຟັງ; ສະນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ຮູ້​ກ່ຽວ​ກັບ​ເລື່ອງ​ເຫລົ່າ​ນີ້, ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ຍັງ​ບໍ່​ຍອມ​ຮັບ​ຮູ້; ສະນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ກະ​ບົດ​ຕໍ່​ພຣະ​ເຈົ້າ​ໃນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ໃຈ​ຂອງ​ຂ້າ​ພະ​ເຈົ້າ, ຈົນ​ເຖິງ​ວັນທີ​ສີ່​ຂອງ​ເດືອນ​ທີ​ເຈັດ​ນີ້, ຊຶ່ງ​ຢູ່​ໃນ​ປີ​ທີ​ສິບ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ.

7 ໃນ​ຂະນະ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຍາດ​ພີ່​ນ້ອງ​ທີ່​ຢູ່​ໃກ້​ຄຽງ​ຜູ້​ໜຶ່ງ, ຈົ່ງ​ເບິ່ງ ທູດ​ອົງ​ໜຶ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ປະກົດ​ຕໍ່​ໜ້າ​ຂ້າ​ພະ​ເຈົ້າ ແລະ ກ່າວ​ວ່າ: ແອມ​ມິວເລັກ, ຈົ່ງ​ກັບ​ຄືນ​ໄປ​ເຮືອນ​ຂອງ​ເຈົ້າ ເພາະ​ວ່າ​ເຈົ້າ​ຈະ​ໄດ້​ບົວ​ລະ​ບັດ​ສາດ​ສະ​ດາ​ຜູ້​ໜຶ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແທ້​ຈິງ​ແລ້ວ, ຄື​ສາດ​ສະ​ດາ​ທີ່​ບໍ​ລິ​ສຸດ​ຜູ້​ຖືກ​ເລືອກ​ຈາກ​ພຣະ​ເຈົ້າ; ເພາະ​ເພິ່ນ​ໄດ້ ຖື​ສິນ​ອົດ​ເຂົ້າ​ມາ​ຫລາຍ​ມື້​ແລ້ວ; ເພາະ​ບາບ​ຂອງ​ຜູ້​ຄົນ​ພວກ​ນີ້ ແລະ ເພິ່ນ​ໄດ້​ອຶດ​ຫິວ, ແລະ ຈົ່ງ​ໃຫ້​ເຈົ້າ ຮັບ​ເອົາ​ເພິ່ນ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ເຈົ້າ ແລະ ບົວ​ລະ​ບັດ​ເພິ່ນ, ແລະ ເພິ່ນ​ຈະ​ໃຫ້​ພອນ​ແກ່​ເຈົ້າ ແລະ ເຮືອນ​ຊານ​ຂອງ​ເຈົ້າ; ແລະ ພອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ຖິດ​ຢູ່​ກັບ​ເຈົ້າ ແລະ ເຮືອນ​ຊານ​ຂອງ​ເຈົ້າ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ຕາມ​ຄຳ​ເວົ້າ​ຂອງ​ທູດ​ອົງ​ນັ້ນ, ແລ້ວ​ໄດ້​ກັບ​ຄືນ​ໄປ​ເຮືອນ​ຂອງ​ຂ້າ​ພະ​ເຈົ້າ. ແລະ ຂະນະ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ເດີນ​ທາງ​ກັບ​ໄປ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ ຄົນ​ຜູ້​ທີ່​ທູດ​ໄດ້​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ເຈົ້າ​ຈົ່ງ​ຮັບ​ເອົາ​ເພິ່ນ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ເຈົ້າ—ແລະ ຈົ່ງ​ເບິ່ງ ເປັນ​ຄົນ​ຜູ້​ດຽວ​ກັນ​ນີ້​ທີ່​ເວົ້າ​ກັບ​ພວກ​ເຈົ້າ​ກ່ຽວ​ກັບ​ເລື່ອງ​ຂອງ​ພຣະ​ເຈົ້າ.

9 ແລະ ທູດ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ ເພິ່ນ​ເປັນ​ຄົນ ບໍ​ລິ​ສຸດ; ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ຮູ້​ວ່າ​ເພິ່ນ​ເປັນ​ຄົນ​ບໍ​ລິ​ສຸດ ເພາະ​ທູດ​ຂອງ​ພຣະ​ເຈົ້າ​ໄດ້​ກ່າວ​ໄວ້.

10 ແລະ ອີກ​ຢ່າງ​ໜຶ່ງ​ຂ້າ​ພະ​ເຈົ້າ​ຮູ້​ວ່າ ເລື່ອງ​ທີ່​ເພິ່ນ​ໃຫ້​ຖ້ອຍ​ຄຳ​ໄປ​ນັ້ນ​ເປັນ​ຄວາມ​ຈິງ; ເພາະ​ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຕາບ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່, ພຣະ​ອົງຈະ​ສົ່ງ ທູດ​ຂອງ​ພຣະ​ອົງ​ລົງ​ມາ ເພື່ອ​ສະແດງ​ເລື່ອງ​ເຫລົ່າ​ນີ້​ໃຫ້​ປະຈັກ​ແກ່​ຂ້າ​ພະ​ເຈົ້າ; ແລະ ສິ່ງ​ນີ້​ພຣະ​ອົງ​ໄດ້​ກະ​ທຳ​ໃນ​ຂະນະ​ທີ່​ແອວມາ​ຜູ້​ນີ້ ຢູ່​ທີ່​ເຮືອນ​ຂອງ​ຂ້າ​ພະ​ເຈົ້າ.

11 ເພາະ​ຈົ່ງ​ເບິ່ງ, ແອວມາ​ໄດ້ ໃຫ້​ພອນ​ແກ່​ເຮືອນ​ຊານ​ຂອງ​ຂ້າ​ພະ​ເຈົ້າ, ແລະ ເພິ່ນ​ໄດ້​ໃຫ້​ພອນ​ແກ່​ຂ້າ​ພະ​ເຈົ້າ​ນຳ​ອີກ, ແລະ ຜູ້​ຍິງ​ຂອງ​ຂ້າ​ພະ​ເຈົ້າ, ແລະ ລູກ​ຂອງ​ຂ້າ​ພະ​ເຈົ້າ, ແລະ ບິດາ​ຂອງ​ຂ້າ​ພະ​ເຈົ້າ ແລະ ຍາດ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ; ແທ້​ຈິງ​ແລ້ວ, ຈົນ​ກະ​ທັ້ງ​ແມ່ນ​ແຕ່​ຍາດ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ທັງ​ໝົດ ເພິ່ນ​ກໍ​ໄດ້​ໃຫ້​ພອນ​ແກ່​ພວກ​ເຂົາ, ແລະ ພອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ກັບ​ພວກ​ເຮົາ​ຕາມ​ຄຳ​ເວົ້າ​ທີ່​ເພິ່ນ​ໄດ້​ເວົ້າ​ໄວ້.

12 ແລະ ບັດ​ນີ້, ເມື່ອ​ແອມ​ມິວເລັກ​ເວົ້າ​ຂໍ້​ຄວາມ​ນີ້​ແລ້ວ ຜູ້​ຄົນ​ເລີ່ມ​ແປກ​ໃຈ​ໂດຍ​ທີ່​ເຫັນ​ວ່າ​ມີ​ພະຍານ ຫລາຍ​ກວ່າ​ໜຶ່ງ​ຄົນ​ທີ່​ໃຫ້​ຂໍ້​ຄວາມ​ກ່ຽວ​ກັບ​ເລື່ອງ​ທີ່​ພວກ​ເຂົາ​ຖືກ​ກ່າວ​ຫາ, ແລະ ກ່ຽວ​ກັບ​ເລື່ອງ​ທີ່​ຈະ​ມາ​ເຖິງ​ນຳ​ອີກ, ອັນ​ເປັນ​ໄປ​ຕາມ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ​ຊຶ່ງ​ມີ​ຢູ່​ກັບ​ພວກ​ເພິ່ນ.

13 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍັງ​ມີ​ບາງ​ຄົນ​ໃນ​ບັນດາ​ພວກ​ນັ້ນ​ທີ່​ຄິດ​ຈະ​ຖາມ​ພວກ​ເພິ່ນ, ຄື​ໂດຍ ເລ່​ຫລ່ຽມ​ຂອງ​ພວກ​ເຂົາ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ຈັບ​ຜິດ​ໃນ​ຄຳ​ຂອງ​ພວກ​ເພິ່ນ, ເພື່ອ​ຈະ​ໄດ້​ມີ​ພະຍານ​ປັກ​ປຳ​ພວກ​ເພິ່ນ, ເພື່ອ​ຈະ​ໄດ້​ສົ່ງ​ພວກ​ເພິ່ນ​ໄປ​ໃຫ້​ຜູ້​ຕັດ​ສິນ​ຂອງ​ພວກ​ເຂົາ ເພື່ອ​ພວກ​ເພິ່ນ​ຈະ​ໄດ້​ຖືກ​ຕັດ​ສິນ​ຕາມ​ກົດ​ໝາຍ, ແລະ ເພື່ອ​ພວກ​ເພິ່ນ​ຈະ​ໄດ້​ຖືກ​ຂ້າ ຫລື ຖືກ​ເອົາ​ເຂົ້າ​ຄຸກ, ຕາມ​ຄວາມ​ຜິດ​ຊຶ່ງ​ພວກ​ເຂົາ​ຈະ​ເຮັດ​ໃຫ້​ເຫັນ ຫລື ເປັນ​ພະຍານ​ປັກ​ປຳ​ພວກ​ເພິ່ນ​ໄດ້.

14 ບັດ​ນີ້​ຄົນ​ເຫລົ່າ​ນັ້ນ​ທີ່​ພະ​ຍາ​ຍາມ​ທຳ​ລາຍ​ແອວມາ​ກັບ​ແອມ​ມິວເລັກ​ເປັນ​ພວກ ທະນາຍ​ຄວາມ​ທີ່​ຖືກ​ຈ້າງ ຫລື ຖືກ​ກຳ​ນົດ​ໂດຍ​ຜູ້​ຄົນ​ທີ່​ດຳ​ເນີນ​ກົດ​ໝາຍ​ໃນ​ເວລາ​ທີ່​ພວກ​ເຂົາ​ມີ​ການ​ພິ​ຈາ​ລະ​ນາ​ຄະ​ດີ, ຫລື ໃນ​ການ​ພິ​ຈາ​ລະ​ນາ​ຄວາມ​ຜິດ​ຂອງ​ຜູ້​ຄົນ​ຕໍ່​ໜ້າ​ຜູ້​ຕັດ​ສິນ.

15 ບັດ​ນີ້​ພວກ​ທະນາຍ​ຄວາມ​ເຫລົ່າ​ນີ້​ເປັນ​ຜູ້​ຮູ້​ວິ​ທີ ແລະ ເລ່​ຫລ່ຽມ​ທັງ​ຫລາຍ​ຂອງ​ຜູ້​ຄົນ; ແລະ ນີ້​ກໍ​ເພື່ອ​ເຮັດ​ໃຫ້​ພວກ​ເຂົາ​ຊຳ​ນານ​ໃນ​ອາ​ຊີບ​ຂອງ​ຕົນ​ໄດ້.

16 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ເລີ່ມ​ຖາມ​ແອມ​ມິວເລັກ, ໂດຍ​ການ​ກະ​ທຳ​ເຊັ່ນ​ນັ້ນ​ພວກ​ເຂົາ​ຈະ​ໄດ້​ເຮັດ​ໃຫ້​ລາວ​ປ່ຽນ​ແປງ​ຄຳ​ເວົ້າ​ຂອງ​ລາວ, ຫລື ໃຫ້​ແອມ​ມິວເລັກ​ມີ​ຄວາມ​ບໍ່​ແນ່​ໃຈ​ໃນ​ສິ່ງ​ທີ່​ລາວ​ຈະ​ເວົ້າ.

17 ແລະ ບັດ​ນີ້​ພວກ​ເຂົາ​ບໍ່​ຮູ້​ຈັກ​ວ່າ ແອມ​ມິວເລັກ​ຮູ້​ຈັກ​ເຖິງ​ແຜນ​ການ​ຂອງ​ພວກ​ເຂົາ​ແລ້ວ. ແຕ່​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ ໃນ​ຂະນະ​ທີ່​ພວກ​ເຂົາ​ເລີ່ມ​ສອບ​ຖາມ​ລາວ​ນັ້ນ, ລາວ​ໄດ້ ຮູ້ຈັກ​ຄວາມ​ນຶກ​ຄິດ​ຂອງ​ພວກ​ເຂົາ​ແລ້ວ, ແລະ ລາວ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ໂອ້ ພວກ​ເຈົ້າ ລຸ້ນ​ທີ່​ຊົ່ວ ແລະ ເສຍ​ຄົນ​ເອີຍ, ພວກ​ທະນາຍ​ຄວາມ​ທີ່​ໜ້າ​ຊື່​ໃຈ​ຄົດ, ເພາະ​ພວກ​ເຈົ້າ​ກຳລັງ​ວາງ​ຮາກ​ຖານ​ຂອງ​ມານ; ເພາະ​ພວກ​ເຈົ້າ​ກຳ​ລັງ​ວາງ ກັບ​ດັກ ແລະ ບ້ວງ ເພື່ອ​ຈະ​ຈັບ​ເອົາ​ຄົນ​ບໍ​ລິ​ສຸດ​ຂອງ​ພຣະ​ເຈົ້າ.

18 ພວກ​ເຈົ້າ​ກຳ​ລັງ​ວາງ​ແຜນ ບິດ​ເບືອນ​ເສັ້ນ​ທາງ​ຂອງ​ຄົນ​ຊອບ​ທຳ, ແລະ ເພື່ອ​ນຳ​ເອົາ​ພຣະ​ພິ​ໂລດ​ຂອງ​ພຣະ​ເຈົ້າ​ລົງ​ມາ​ເທິງ​ຫົວ​ຂອງ​ພວກ​ເຈົ້າ, ຈົນ​ວ່າ​ຜູ້​ຄົນ​ພວກ​ນີ້​ໄດ້​ຮັບ​ຄວາມ​ພິນາດ.

19 ແທ້​ຈິງ​ແລ້ວ, ໂມ​ໄຊ​ຢາ​ຜູ້​ເປັນ​ກະສັດ​ຄົນ​ສຸດ​ທ້າຍ​ຂອງ​ພວກ​ເຮົາ​ໄດ້​ກ່າວ​ໄວ້​ດີ​ແລ້ວ​ຕອນ​ເພິ່ນ​ກຳ​ລັງ​ຈະ​ມອບ​ລາ​ຊາ​ອາ​ນາ​ຈັກ, ໂດຍ​ທີ່​ບໍ່​ມີ​ໃຜ​ຈະ​ຮັບ​ເລີຍ, ອັນ​ເປັນ​ເຫດ​ໃຫ້​ຜູ້​ຄົນ​ພວກ​ນີ້​ໄດ້​ຮັບ​ການ​ປົກ​ຄອງ​ໂດຍ​ສຽງ​ຂອງ​ຕົນ​ເອງ—ແທ້​ຈິງ​ແລ້ວ, ເພິ່ນ​ໄດ້​ເວົ້າ​ໄວ້​ດີ​ແລ້ວ​ວ່າ ຖ້າ​ຫາກ​ເວລາ​ມາ​ເຖິງ ເມື່ອ​ສຽງ​ຂອງ​ຜູ້​ຄົນ​ພວ​ກ​ນີ້​ຈະ ເລືອກ​ເອົາ​ຄວາມ​ຊົ່ວ​ຮ້າຍ ນັ້ນ​ຄື​ຖ້າ​ຫາກ​ເວລາ​ຈະ​ມາ​ເຖິງ​ເມື່ອ​ຜູ້​ຄົນ​ພວກ​ນີ້​ຈະ​ຕົກ​ໄປ​ສູ່​ການ​ລ່ວງ​ລະເມີດ, ແລ້ວ​ພວກ​ເຂົາ​ຈະ​ສຸກ​ເພື່ອ​ຄວາມ​ພິນາດ.

20 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ພິ​ພາກ​ສາ​ເລື່ອງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຈົ້າ​ດີ​ແລ້ວ; ພຣະ​ອົງ​ຮຽກ​ຮ້ອງ​ຜູ້​ຄົນ​ພວກ​ນີ້​ໂດຍ​ສຽງ​ຂອງ ທູດ​ຂອງ​ພຣະ​ອົງ​ດີ​ແລ້ວ​ວ່າ: ເຈົ້າ​ຈົ່ງ​ກັບ​ໃຈ, ກັບ​ໃຈ​ເຖີດ, ເພາະ​ວ່າ​ອາ​ນາ​ຈັກ​ແຫ່ງ​ສະຫວັນ​ໃກ້​ເຂົ້າ​ມາ​ເຖິງ​ແລ້ວ.

21 ແທ້​ຈິງ​ແລ້ວ, ພຣະ​ອົງ​ຮຽກ​ຮ້ອງ​ດີ​ແລ້ວ​ໂດຍ​ສຽງ​ຂອງ​ທູດ​ຂອງ​ພຣະ​ອົງ​ວ່າ: ເຮົາ​ຈະ​ລົງ​ມາ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ເຮົາ, ພ້ອມ​ດ້ວຍ​ຄວາມ​ທ່ຽງ​ທຳ ແລະ ຄວາມ​ຍຸດ​ຕິ​ທຳ​ໃນ​ພຣະ​ຫັດ​ຂອງ​ເຮົາ.

22 ແທ້​ຈິງ​ແລ້ວ, ແລະ ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຖ້າ​ຫາກ​ບໍ່​ແມ່ນ​ຍ້ອນ ຄຳ​ອະ​ທິ​ຖານ​ຂອງ​ຄົນ​ທີ່​ຊອບ​ທຳ​ຊຶ່ງ​ຢູ່​ໃນ​ແຜ່ນ​ດິນ​ນີ້​ແລ້ວ, ວ່າ​ແມ່ນ​ແຕ່​ຂະນະ​ນີ້​ພວກ​ເຈົ້າ​ກໍ​ຈະ​ຖືກ​ຢ້ຽມ​ຢາມ​ດ້ວຍ​ຄວາມ​ພິນາດ​ໝົດ; ບໍ່​ແມ່ນ​ແຕ່​ຈະ​ເປັນ​ດ້ວຍ ນ້ຳ​ຖ້ວມ​ດັ່ງ​ທີ່​ເປັນ​ມາ​ແລ້ວ​ກັບ​ຜູ້​ຄົນ​ໃນ​ວັນ​ເວລາ​ຂອງ​ໂນອາ, ແຕ່​ຈະ​ເປັນ​ດ້ວຍ​ຄວາມ​ອຶດ​ຢາກ, ແລະ ດ້ວຍ​ພະ​ຍາດ​ໂລ​ຄາ, ແລະ ດ້ວຍ​ດາບ.

23 ແຕ່​ເປັນ​ຍ້ອນ ຄຳ​ອະທິຖານ​ຂອງຄົນ​ຊອບ​ທຳ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ການ​ໄວ້​ຊີ​ວິດ; ສະນັ້ນ​ຖ້າ​ຫາກ​ພວກ​ເຈົ້າ​ຈະ​ຂັບ​ໄລ່​ຄົນ​ທີ່​ຊອບ​ທຳ​ອອກ​ໄປ​ຈາກ​ບັນ​ດາ​ພວກ​ເຈົ້າ ແລ້ວ​ເມື່ອ​ນັ້ນ​ພຣະ​ເຈົ້າ​ຈະ​ບໍ່​ຫ້າມ​ພຣະ​ຫັດ​ຂອງ​ພຣະ​ອົງ; ແຕ່​ໃນ​ຄວາມ​ຄຽດ​ແຄ້ນ​ອັນ​ຮ້າຍ​ແຮງ​ຂອງ​ພຣະ​ອົງ, ພຣະ​ອົງ​ຈະ​ສະ​ເດັດ​ມາ​ລົງ​ໂທດ​ພວກ​ເຈົ້າ; ເມື່ອ​ນັ້ນ​ພວກ​ເຈົ້າ​ຈະ​ຖືກ​ລົງ​ໂທດ​ດ້ວຍ​ຄວາມ​ອຶດ​ຢາກ, ດ້ວຍ​ພະ​ຍາດ​ໂລ​ຄາ, ແລະ ດ້ວຍ​ດາບ; ແລະ ເວລາ​ນັ້ນຈະ​ມາ​ຮອດ​ໃນ​ບໍ່​ຊ້າ​ນີ້​ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ກັບ​ໃຈ.

24 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ໄດ້​ຄຽດ​ແຄ້ນ​ໃຫ້​ແອມ​ມິວເລັກ​ຫລາຍ​ຂຶ້ນ, ແລະ ພວກ​ເຂົາ​ຮ້ອງ​ອອກ​ມາ, ມີ​ຄວາມ​ວ່າ: ຊາຍ​ຄົນ​ນີ້​ໝິ່ນ​ປະ​ໝາດ​ກົດ​ອັນ​ທ່ຽງ​ທຳ​ຂອງ​ພວກ​ເຮົາ ແລະ ທະນາຍ​ຄວາມ​ຜູ້​ສະຫລາດ​ຂອງ​ພວກ​ເຮົາ ຊຶ່ງ​ພວກ​ເຮົາ​ໄດ້​ເລືອກ​ໄວ້.

25 ແຕ່​ແອມ​ມິວເລັກ​ໄດ້​ເດ່​ມື​ອອກ​ໄປ ແລະ ຮ້ອງ​ດ້ວຍ​ສຸດ​ກຳ​ລັງ​ຕໍ່​ພວກ​ເຂົາ, ມີ​ຄວາມ​ວ່າ: ໂອ້ ພວກ​ເຈົ້າ​ລຸ້ນ​ທີ່​ຊົ່ວ ແລະ ເສຍ​ຄົນ​ເອີຍ, ເປັນ​ດ້ວຍ​ເຫດ​ໃດ​ຊາຕານ​ຈຶ່ງ​ມີ​ອຳນາດ​ເໜືອ​ໃຈ​ຂອງ​ພວກ​ເຈົ້າ? ເປັນ​ດ້ວຍ​ເຫດ​ໃດ​ພວກ​ເຈົ້າ​ຈຶ່ງ​ຍອມ​ຕົວ​ໃຫ້​ມັນ ຈົນ​ວ່າ​ມັນ​ມີ​ອຳນາດ​ເໜືອ​ກວ່າ​ພວກ​ເຈົ້າ, ຈົນ​ເຮັດ​ໃຫ້​ຕາ​ຂອງ​ພວກ​ເຈົ້າ ບອດ, ເພື່ອ​ພວກ​ເຈົ້າ​ຈະ​ບໍ່​ເຂົ້າ​ໃຈ​ຄຳ​ເວົ້າ​ຊຶ່ງ​ເວົ້າ​ໄປ​ຕາມ​ຄວາມ​ຈິງ​ແທ້ໆ?

26 ເພາະ​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ຖ້ອຍ​ຄຳ​ທີ່​ຕໍ່​ຕ້ານ​ກັບ​ກົດ​ໝາຍ​ຂອງ​ພວກ​ເຈົ້າ​ບໍ? ພວກ​ເຈົ້າ​ບໍ່​ເຂົ້າ​ໃຈ; ພວກ​ເຈົ້າ​ເວົ້າ​ວ່າ ຂ້າ​ພະ​ເຈົ້າ​ເວົ້າ​ຕໍ່​ຕ້ານ​ກົດ​ໝາຍ​ຂອງ​ພວກ​ເຈົ້າ; ແຕ່​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຮັດ​ຢ່າງ​ນັ້ນ, ຂ້າ​ພະ​ເຈົ້າ​ເວົ້າ​ສະ​ໜັບ​ສະ​ໜູນ​ກົດ​ໝາຍ​ຂອງ​ພວກ​ເຈົ້າ, ເພື່ອ​ກ່າວ​ໂທດ​ພວກ​ເຈົ້າ.

27 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ເຈົ້າ​ວ່າ, ຮາກ​ຖານ​ຂອງ​ຄວາມ​ພິນາດ​ຂອງ​ຜູ້​ຄົນ​ພວກ​ນີ້​ກຳ​ລັງ​ຈະ​ຖືກ​ວາງ​ໄວ້ ໂດຍ​ຄວາມ​ບໍ່​ຊອບ​ທຳ​ຂອງ ພວກ​ທະນາຍ​ຄວາມ ແລະ ຜູ້​ຕັດ​ສິນ​ຂອງ​ພວກ​ເຈົ້າ.

28 ແລະ ບັດນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ແອມ​ມິວເລັກ​ເວົ້າ​ຂໍ້​ຄວາມ​ນີ້​ແລ້ວ ຜູ້​ຄົນ​ໄດ້​ຮ້ອງ​ຕໍ່​ຕ້ານ​ລາວ, ມີ​ຄວາມ​ວ່າ: ບັດ​ນີ້​ພວກ​ເຮົາ​ຮູ້​ຈັກ​ແລ້ວ​ວ່າ ຊາຍ​ຄົນ​ນີ້​ເປັນ​ລູກ​ຂອງ​ມານ ເພາະ​ວ່າ​ລາວ ເວົ້າ​ຕົວະ​ພວກ​ເຮົາ; ເພາະ​ວ່າ​ລາວ​ໄດ້​ເວົ້າ​ຕໍ່​ຕ້ານ​ກົດ​ໝາຍ​ຂອງ​ພວກ​ເຮົາ. ແລະ ບັດ​ນີ້​ລາວ​ກ່າວ​ວ່າ ລາວ​ບໍ່​ໄດ້​ເວົ້າ​ຕໍ່​ຕ້ານ.

29 ແລະ ອີກ​ຢ່າງ​ໜຶ່ງ, ລາວ​ໝິ່ນ​ປະ​ໝາດ​ພວກ​ທະນາຍ​ຄວາມ ແລະ ຜູ້​ຕັດ​ສິນ​ຂອງ​ພວກ​ເຮົາ.

30 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ທະນາຍ​ຄວາມ​ໄດ້​ເກັບ​ໃສ່​ໃຈ​ຂອງ​ພວກ​ເຂົາ​ໄວ້ ເພື່ອ​ພວກ​ເຂົາ​ຈະ​ໄດ້​ຈົດ​ຈຳ​ສິ່ງ​ເຫລົ່າ​ນີ້​ໄວ້​ເພື່ອ​ຟ້ອງ​ລາວ.

31 ແລະ ມີ​ຄົນ​ໜຶ່ງ​ໃນ​ບັນ​ດາ​ຜູ້​ຄົນ​ນັ້ນ​ຜູ້​ມີ​ຊື່​ວ່າ ຊີເອສ​ຣອມ. ບັດ​ນີ້​ລາວ​ເປັນ​ຄົນ​ທີ່​ໄດ້ ກ່າວ​ໂທດ​ແອມ​ມິວເລັກ ແລະ ແອວມາ​ຫລາຍ​ກວ່າ​ຄົນ​ອື່ນ, ເພາະ​ລາວ​ເປັນ​ຜູ້​ມີ​ຄວາມ​ຊຳ​ນານ​ທີ່​ສຸດ​ຜູ້​ໜຶ່ງ ໂດຍ​ທີ່​ມີ​ທຸ​ລະ​ກິດ​ຫລາຍ​ຢ່າງ​ໃນ​ບັນ​ດາ​ຜູ້​ຄົນ.

32 ບັດ​ນີ້​ຈຸດ​ປະສົງ​ຂອງ​ພວກ​ທະນາຍ​ຄວາມ​ເຫລົ່າ​ນີ້​ຄື ເພື່ອ​ຫາ​ຜົນ​ປະ​ໂຫຍດ; ແລະ ພວກ​ເຂົາ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ.