ພຣະ​ຄຳ​ພີ
ແອວມາ 49


ບົດ​ທີ 49

ການ​ຮຸກ​ຮານ​ຂອງ​ຊາວ​ເລມັນ​ບໍ່​ສາ​ມາດ​ທີ່​ຈະ​ຍຶດ​ເອົາ​ເມືອງ​ອຳໂມນ​ໄນ​ຮາ ແລະ ເມືອງ​ໂນອາ​ທີ່​ເປັນ​ດ່ານ​ປ້ອງ​ກັນ​ໄປ​ໄດ້—ອະ​ມາ​ລີ​ໄຄ​ຢາ​ສາບ​ແຊ່ງ​ພຣະ​ເຈົ້າ ແລະ ສາບານ​ວ່າ​ຈະ​ດື່ມ​ເລືອດ​ຂອງ​ໂມ​ໂຣ​ໄນ—ຮີ​ລາ​ມັນ ແລະ ພີ່​ນ້ອງ​ຂອງ​ເພິ່ນ​ຮັກ​ສາ​ສາດ​ສະ​ໜາ​ຈັກ​ໃຫ້​ເຂັ້ມ​ແຂງ​ຕໍ່​ໄປ. ປະ​ມານ 72 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ເດືອນ​ທີ​ສິບ​ເອັດ​ຂອງ​ປີ​ທີ​ສິບ​ເກົ້າ, ໃນ​ວັນທີ​ສິບ​ຂອງ​ເດືອນ​ນີ້ ມີ​ຄົນ​ເຫັນ​ກອງ​ທັບ​ຂອງ​ຊາວ​ເລມັນ​ຍົກ​ໄປ​ທາງ​ແຜ່ນ​ດິນ​ອຳໂມນ​ໄນ​ຮາ.

2 ແລະ ຈົ່ງ​ເບິ່ງ, ເມືອງ​ນີ້​ຖືກ​ສ້າງ​ຂຶ້ນ​ໃໝ່ ແລະ ໂມ​ໂຣ​ໄນ​ໄດ້​ຕັ້ງ​ກອງ​ທັບ​ໄວ້​ໃກ້​ຊາຍ​ແດນ​ຂອງ​ເມືອງ​ນີ້, ແລະ ພວກ​ເຂົາ​ໄດ້​ຄູນ​ດິນ​ຂຶ້ນ​ໂດຍ​ຮອບ​ເພື່ອ​ປ້ອງ​ກັນ​ຕົນ​ເອງ​ຈາກ​ລູກ​ທະ​ນູ ແລະ ກ້ອນ​ຫີນ​ຂອງ​ຊາວ​ເລມັນ; ເພາະ​ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ຕໍ່​ສູ້​ດ້ວຍ​ກ້ອນ​ຫີນ ແລະ ດ້ວຍ​ລູກ​ທະ​ນູ.

3 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ວ່າ ເມືອງ ອຳໂມນ​ໄນ​ຮາ​ໄດ້​ຖືກ​ສ້າງ​ຂຶ້ນ​ໃໝ່​ແລ້ວ. ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ແທ້​ຈິງ​ແລ້ວ, ມັນ​ໄດ້​ສ້າງ​ຂຶ້ນ​ໃໝ່​ເປັນ​ບາງ​ສ່ວນ​ຍ້ອນ​ວ່າ​ເມືອງ​ນີ້​ໄດ້​ຖືກ​ຊາວ​ເລມັນ​ທຳ​ລາຍ​ມາ​ເທື່ອ​ໜຶ່ງ​ແລ້ວ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ຄົນ, ດັ່ງ​ນັ້ນ​ພວກ​ເຂົາ​ຈຶ່ງ​ຄິດ​ວ່າ​ມັນ​ຈະ​ເປັນ​ເຫຍື່ອ​ອັນ​ງ່າຍ​ດາຍ​ສຳ​ລັບ​ພວກ​ເຂົາ​ອີກ.

4 ແຕ່​ຈົ່ງ​ເບິ່ງ, ພວກ​ເຂົາ​ຜິດ​ຫວັງ​ຫລາຍ​ທີ່​ສຸດ; ເພາະ​ຈົ່ງ​ເບິ່ງ, ຊາວ​ນີໄຟ​ໄດ້​ຂຸດ​ດິນ​ເຮັດ​ເປັນ​ຄັນ​ຄູ​ໄວ້​ໂດຍ​ຮອບ, ຊຶ່ງ​ຄັນ​ຄູ​ນັ້ນ​ສູງ​ສົມ​ຄວນ​ຈົນ​ວ່າ​ຊາວ​ເລມັນ​ແກວ່ງ​ກ້ອນ​ຫີນ ແລະ ຍິງ​ທະ​ນູ​ຂ້າມ​ໄປ​ບໍ່​ໄດ້, ທັງ​ຈະ​ເຂົ້າ​ໂຈມ​ຕີ​ກໍ​ບໍ່​ໄດ້ ນອກ​ຈາກ​ຈະ​ເຂົ້າ​ໄປ​ທາງ​ປະຕູ​ເທົ່າ​ນັ້ນ.

5 ບັດ​ນີ້​ເມື່ອ​ຫົວ​ໜ້າ​ນາຍ​ທະ​ຫານ​ຂອງ​ຊາວ​ເລມັນ​ເຫັນ​ດັ່ງ​ນັ້ນ ກໍ​ແປກ​ໃຈ​ຢ່າງ​ຍິ່ງ​ເພາະ​ປັນ​ຍາ​ຂອງ​ຊາວ​ນີໄຟ​ໃນ​ການ​ຕຽມ​ບ່ອນ​ປ້ອງ​ກັນ​ຕົວ​ຂອງ​ພວກ​ເຂົາ.

6 ບັດ​ນີ້​ພວກ​ຜູ້​ນຳ​ຂອງ​ຊາວ​ເລມັນ​ຄິດ​ວ່າ, ຍ້ອນ​ຄວາມ​ຫລວງ​ຫລາຍ​ຂອງ​ຜູ້​ຄົນ​ຂອງ​ນີໄຟ, ແທ້​ຈິງ​ແລ້ວ, ພວກ​ເຂົາ​ຄິດ​ວ່າ ພວກ​ເຂົາ​ຈະ​ມີ​ຊ່ອງ​ທາງ​ເພື່ອ​ເຂົ້າ​ໂຈມ​ຕີ​ຊາວ​ນີໄຟ​ຄື​ກັນ​ກັບ​ທີ່​ເຄີຍ​ກະ​ທຳ​ມາ​ແລ້ວ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ກໍ​ໄດ້​ຕຽມ​ພ້ອມ​ຄື​ກັນ, ພວກ​ເຂົາ​ມີ​ໂລ່ ແລະ ມີ​ແຜ່ນ​ປົກ​ເອິກ; ແລະ ພວກ​ເຂົາ​ກໍ​ໄດ້​ໃສ່​ເຄື່ອງ​ນຸ່ງ​ທີ່​ເຮັດ​ດ້ວຍ​ໜັງ, ແທ້​ຈິງ​ແລ້ວ, ເປັນ​ເຄື່ອງ​ນຸ່ງ​ທີ່​ໜາ​ເພື່ອ​ປົກ​ປິດ​ຄວາມ​ເປືອຍ​ເປົ່າ​ຂອງ​ພວກ​ເຂົາ.

7 ແລະ ໂດຍ​ທີ່​ຕຽມ​ພ້ອມ​ຮຽບ​ຮ້ອຍ​ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ຄິດ​ວ່າ​ພວກ​ເຂົາ​ຈະ​ເອົາ​ຊະນະ ແລະ ຈະ​ເອົາ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ໄປ​ຫາ​ແອກ​ແຫ່ງ​ຄວາມ​ເປັນ​ທາດ, ຫລື ຂ້າ​ຖິ້ມ​ໄດ້​ຢ່າງ​ງ່າຍ​ດາຍ, ຫລື ຈະ​ທຳ​ລາຍ​ສັດ​ຕູ​ເສຍ​ໃຫ້​ໝົດ​ຕາມ​ຄວາມ​ພໍ​ໃຈ​ຂອງ​ພວກ​ເຂົາ.

8 ແຕ່​ຈົ່ງ​ເບິ່ງ, ພວກ​ເຂົາ​ເກີດ​ມີ​ຄວາມ​ແປກ​ປະ​ຫລາດ​ໃຈ​ຫລາຍ​ທີ່​ສຸດ ເມື່ອ​ພວກ​ເຂົາ​ເຫັນ​ວ່າ​ຊາວ​ນີໄຟ​ໄດ້ ຕຽມ​ຕໍ່ສູ້​ກັບ​ພວກ​ເຂົາ​ໃນ​ວິ​ທີ​ທີ່​ບໍ່​ເຄີຍ​ໄດ້​ຮູ້​ໄດ້​ເຫັນ​ມາ​ກ່ອນ​ໃນ​ບັນ​ດາ​ລູກ​ຫລານ​ຂອງ​ລີໄຮ. ບັດ​ນີ້​ພວກ​ເຂົາ​ຕຽມ​ຕໍ່​ສູ້​ກັບ​ຊາວ​ເລມັນ​ຕາມ​ຄຳ​ແນະນຳ​ຂອງ​ໂມ​ໂຣ​ໄນ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລມັນ ຫລື ຊາວ​ອະ​ມາ​ລີ​ໄຄ​ຢາ​ແປກ​ປະ​ຫລາດ​ໃຈ​ຢ່າງ​ຍິ່ງ​ກັບ​ການ​ຕຽມ​ສົງ​ຄາມ​ຂອງ​ພວກ​ເຂົາ.

10 ບັດ​ນີ້, ຖ້າ​ຫາກ​ກະສັດ​ອະ​ມາ​ລີ​ໄຄ​ຢາ​ໄດ້​ລົງ​ມາ​ຈາກ ແຜ່ນ​ດິນ​ນີໄຟ​ເພື່ອ​ເປັນ​ຜູ້​ນຳ​ກອງ​ທັບ​ຂອງ​ລາວ, ລາວ​ອາດ​ຈະ​ໃຫ້​ຊາວ​ເລມັນ​ໂຈມ​ຕີ​ຊາວ​ນີໄຟ​ໃນ​ເມືອງ​ອຳໂມນ​ໄນ​ຮາ​ທັນ​ທີ; ເພາະ​ວ່າ​ລາວ​ບໍ່​ໄດ້​ຄິດ​ເຖິງ​ເລືອດ​ເນື້ອ​ຂອງ​ຜູ້​ຄົນ​ຂອງ​ລາວ​ເລີຍ.

11 ແຕ່​ຈົ່ງ​ເບິ່ງ, ອະ​ມາ​ລີ​ໄຄ​ຢາ​ບໍ່​ໄດ້​ລົງ​ມາ​ສູ້​ຮົບ. ແລະ ຈົ່ງ​ເບິ່ງ, ຫົວ​ໜ້າ​ນາຍ​ທະ​ຫານ​ຂອງ​ລາວ​ບໍ່​ກ້າ​ເຂົ້າ​ໂຈມ​ຕີ​ຊາວ​ນີໄຟ​ໃນ​ເມືອງ​ອຳໂມນ​ໄນ​ຮາ, ເພາະ​ວ່າ​ໂມ​ໂຣ​ໄນ​ປ່ຽນ​ວິ​ທີ​ດຳ​ເນີນ​ການ​ງານ​ໃນ​ບັນ​ດາ​ຊາວ​ນີໄຟ, ເຖິງ​ຂະ​ໜາດ​ທີ່​ຊາວ​ເລມັນ​ຜິດ​ຫວັງ​ໃນ​ສະຖານ​ທີ່ ຊຶ່ງ​ເຮັດ​ໃຫ້​ພວກ​ເຂົາ​ໄດ້​ຖອຍ​ໜີ​ໄປ​ເພາະ​ພວກ​ເຂົາ​ເຂົ້າ​ໄປ​ໂຈມ​ຕີ​ບໍ່​ໄດ້.

12 ສະນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ຖອຍ​ໜີ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ ຍົກ​ຍ້າຍ​ຄ້າຍ​ຂອງ​ພວກ​ເຂົາ ແລະ ເດີນ​ທັບ​ໄປ​ທາງ​ແຜ່ນ​ດິນ​ໂນອາ, ໂດຍ​ຄິດ​ວ່າ​ບ່ອນ​ນັ້ນ​ຈະ​ເປັນ​ບ່ອນ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ພວກ​ເຂົາ​ທີ່​ຈະ​ຕໍ່​ສູ້​ກັບ​ຊາວ​ນີໄຟ.

13 ເພາະ​ພວກ​ເຂົາ​ບໍ່​ຮູ້​ຈັກ​ວ່າ​ໂມ​ໂຣ​ໄນ​ໄດ້​ເສີມ​ກຳ​ລັງ​ໄວ້, ຫລື ສ້າງ ຄ້າຍ​ຍາມ​ໄວ້​ທຸກ​ຫົວ​ເມືອງ​ໂດຍ​ຮອບ; ສະນັ້ນ, ພວກ​ເຂົາ​ຈຶ່ງ​ເດີນ​ທັບ​ໄປ​ຫາ​ແຜ່ນ​ດິນ​ໂນອາ ດ້ວຍ​ມີ​ຄວາມ​ຕັ້ງ​ໃຈ​ອັນ​ແນ່ວ​ແນ່; ແທ້​ຈິງ​ແລ້ວ, ຫົວ​ໜ້າ​ນາຍ​ທະ​ຫານ​ຂອງ​ພວກ​ເຂົາ​ໄດ້​ອອກ​ມາ​ໃຫ້​ຄຳ​ສາບານ​ວ່າ ພວກ​ເຂົາ​ຈະ​ທຳ​ລາຍ​ຜູ້​ຄົນ​ໃນ​ເມືອງ​ນັ້ນ.

14 ແຕ່​ຈົ່ງ​ເບິ່ງ, ມັນ​ເກີດ​ຄວາມ​ແປກ​ປະ​ຫລາດ​ໃຈ​ຫລາຍ​ທີ່​ສຸດ​ແກ່​ພວກ​ເຂົາ, ເພາະ​ວ່າ​ເມືອງ​ໂນອາ ຊຶ່ງ​ແຕ່​ກ່ອນ​ເຄີຍ​ເປັນ​ບ່ອນ​ທີ່​ອ່ອນ​ແອ, ບັດ​ນີ້, ໂດຍ​ໃຊ້​ວິ​ທີ​ຂອງ​ໂມ​ໂຣ​ໄນ, ມັນ​ຈຶ່ງ​ກາຍ​ມາ​ເປັນ​ບ່ອນ​ທີ່​ເຂັ້ມ​ແຂງ, ແທ້​ຈິງ​ແລ້ວ, ມັນ​ມີ​ຄວາມ​ເຂັ້ມ​ແຂງ​ຫລາຍ​ກວ່າ​ເມືອງ​ອຳໂມນ​ໄນ​ຮາ​ອີກ​ຊ້ຳ.

15 ແລະ ບັດ​ນີ້, ຈົ່ງ​ເບິ່ງ​ນີ້​ຄື​ປັນ​ຍາ​ຂອງ​ໂມ​ໂຣ​ໄນ; ເພາະ​ເພິ່ນ​ຄິດ​ວ່າ​ເມືອງ​ອຳໂມນ​ໄນ​ຮາ ຈະ​ເຮັດ​ໃຫ້​ພວກ​ເຂົາ​ຢ້ານ​ກົວ, ແລະ ໂດຍ​ທີ່​ກ່ອນ​ໜ້າ​ນີ້ ເມືອງ​ໂນອາ ເປັນ​ສ່ວນ​ທີ່​ອ່ອນ​ແອ​ທີ່​ສຸດ​ຂອງ​ແຜ່ນ​ດິນ, ສະນັ້ນ​ພວກ​ເຂົາ​ຈະ​ເດີນ​ທັບ​ໄປ​ສູ້​ຮົບ​ທີ່​ນັ້ນ, ແລະ ມັນ​ເປັນ​ໄປ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ເພິ່ນ​ດັ່ງ​ນັ້ນ.

16 ແລະ ຈົ່ງ​ເບິ່ງ, ໂມ​ໂຣ​ໄນ​ໄດ້​ແຕ່ງ​ຕັ້ງ​ລີໄຮ​ໃຫ້​ເປັນ​ຫົວ​ໜ້າ​ນາຍ​ທະ​ຫານ​ເພື່ອ​ບັງ​ຄັບ​ບັນ​ຊາ​ຜູ້​ຄົນ​ຢູ່​ໃນ​ເມືອງ​ນັ້ນ; ແລະ ແມ່ນ​ລີໄຮ ຜູ້​ດຽວ​ກັນ​ນີ້​ທີ່​ໄດ້​ຕໍ່​ສູ້​ກັບ​ຊາວ​ເລມັນ​ຢູ່​ໃນ​ຮ່ອມ​ພູ​ທາງ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຊີໂດນ.

17 ແລະ ບັດ​ນີ້​ຈົ່ງ​ເບິ່ງ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ, ຄື​ເວລາ​ຊາວ​ເລມັນ​ຮູ້​ຈັກ​ວ່າ​ລີໄຮ​ເປັນ​ຜູ້​ບັງ​ຄັບ​ບັນ​ຊາ​ເມືອງ​ນີ້ ພວກ​ເຂົາ​ກໍ​ຜິດ​ຫວັງ​ອີກ, ເພາະ​ວ່າ​ພວກ​ເຂົາ​ຢ້ານ​ກົວ​ລີໄຮ​ຫລາຍ​ທີ່​ສຸດ; ເຖິງ​ຢ່າງ​ໃດ​ກໍ​ຕາມ​ຫົວ​ໜ້າ​ນາຍ​ທະ​ຫານ​ຂອງ​ພວກ​ເຂົາ​ໄດ້​ໃຫ້​ຄຳ​ສາບານ​ໄວ້​ແລ້ວ​ວ່າ ພວກ​ເຂົາ​ຈະ​ເຂົ້າ​ໂຈມ​ຕີ​ເມືອງ​ນີ້; ສະນັ້ນ, ພວກ​ເຂົາ​ຈຶ່ງ​ໄດ້​ຍົກ​ກອງ​ທັບ​ຂອງ​ພວກ​ເຂົາ​ເຂົ້າ​ມາ.

18 ບັດ​ນີ້ ຈົ່ງ​ເບິ່ງ, ຊາວ​ເລມັນ​ບໍ່​ສາ​ມາດ​ເຂົ້າ​ໄປ​ໃນ​ຄ້າຍ​ຍາມ​ຂອງ​ຊາວ​ນີໄຟ​ບໍ່​ວ່າ​ຈະ​ເປັນ​ທາງ​ໃດ​ກໍ​ຕາມ, ນອກ​ຈາກ​ຈະ​ເປັນ​ທາງ​ປະຕູ​ເທົ່າ​ນັ້ນ ຍ້ອນ​ວ່າ​ຄວາມ​ສູງ​ຂອງ​ຄັນ​ຄູ ຊຶ່ງ​ຄູນ​ຂຶ້ນ​ໄວ້ ແລະ ຄວາມ​ເລິກ​ຂອງ​ຕະ​ຄອງ ຊຶ່ງ​ຂຸດ​ໄວ້​ໂດຍ​ຮອບ ນອກ​ຈາກ​ແຕ່​ທາງ​ປະຕູ​ເທົ່າ​ນັ້ນ.

19 ແລະ ຊາວ​ນີໄຟ​ໄດ້​ຕຽມ​ພ້ອມ​ຢູ່​ສະເໝີ​ດັ່ງ​ນີ້​ທີ່​ຈະ​ທຳ​ລາຍ​ທຸກ​ຄົນ​ທີ່​ພະ​ຍາ​ຍາມ​ປີນ​ຂຶ້ນ​ປ້ອມ​ຍາມ​ທາງ​ອື່ນ​ໂດຍ​ການ​ແກວ່ງ​ກ້ອນ​ຫີນ ແລະ ຍິງ​ລູກ​ທະ​ນູ​ໃສ່.

20 ແລະ ນາຍ​ຍາມ​ໄດ້​ຕຽມ​ພ້ອມ​ຢູ່​ແບບ​ນີ້, ແທ້​ຈິງ​ແລ້ວ, ພວກ​ເຂົາ​ເປັນ​ຄົນ​ແຂງ​ແຮງ​ຫລາຍ​ທີ່​ສຸດ, ຊຶ່ງ​ຕຽມ​ພ້ອມ​ດ້ວຍ​ດາບ ແລະ ກະ​ຖຸນ, ເພື່ອ​ຈະ​ໄດ້​ຟັນ​ທຸກ​ຄົນ​ທີ່​ພະ​ຍາ​ຍາມ​ບຸກ​ເຂົ້າ​ມາ​ໃນ​ຄ້າຍ​ຍາມ​ທາງ​ປະຕູ​ຂອງ​ພວກ​ເຂົາ; ແລະ ພວກ​ເຂົາ​ໄດ້​ຕຽມ​ພ້ອມ​ທີ່​ຈະ​ສູ້​ຮົບ​ກັບ​ຊາວ​ເລມັນ​ດັ່ງ​ນີ້.

21 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນາຍ​ທະ​ຫານ​ຂອງ​ຊາວ​ເລມັນ​ໄດ້​ຍົກ​ກອງ​ທັບ​ມາ​ຢູ່​ໜ້າ​ທາງ​ເຂົ້າ ແລະ ເລີ່ມ​ຕໍ່​ສູ້​ກັບ​ຊາວ​ນີໄຟ, ເພື່ອ​ຈະ​ໄດ້​ເຂົ້າ​ໄປ​ໃນ​ຄ້າຍ​ຍາມ​ຂອງ​ພວກ​ເຂົາ; ແຕ່​ຈົ່ງ​ເບິ່ງ, ພວກ​ເຂົາ​ຖືກ​ໄລ່​ອອກ​ໄປ​ເປັນ​ບາງ​ຄັ້ງ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ຖືກ​ຂ້າ​ຕາຍ​ເປັນ​ຈຳນວນ​ຫລວງ​ຫລາຍ.

22 ບັດ​ນີ້​ເວລາ​ພວກ​ເຂົາ​ເຫັນ​ວ່າ​ພວກ​ເຂົາ​ບໍ່​ສາ​ມາດ​ເອົາ​ຊະນະ​ຊາວ​ນີໄຟ​ທາງ​ປະຕູ​ເຂົ້າ, ພວກ​ເຂົາ​ຈຶ່ງ​ເລີ່ມ​ຂຸດ​ຄັນ​ຄູ​ຂອງ​ຊາວ​ນີໄຟ​ລົງ ເພື່ອ​ຈະ​ໄດ້​ມີ​ຫົນ​ທາງ​ເຂົ້າ​ໄປ​ຫາ​ກອງ​ທັບ​ຂອງ​ພວກ​ຊາວ​ນີໄຟ, ເພື່ອ​ຈະ​ໄດ້​ມີ​ໂອ​ກາດ​ຕໍ່​ສູ້​ຢ່າງ​ເທົ່າ​ທຽມ​ກັນ; ແຕ່​ຈົ່ງ​ເບິ່ງ, ໃນ​ຄວາມ​ພະ​ຍາ​ຍາມ​ເຫລົ່າ​ນີ້ ພວກ​ເຂົາ​ຖືກ​ກວາດ​ອອກ​ໄປ​ໂດຍ​ກ້ອນ​ຫີນ ແລະ ລູກ​ທະ​ນູ ຊຶ່ງ​ຖືກ​ຍິງ​ມາ​ໃສ່​ພວກ​ເຂົາ; ແລະ ແທນ​ທີ່​ພວກ​ເຂົາ​ຈະ​ຖົມ​ຮ່ອງ​ພວກ​ນັ້ນ​ໂດຍ​ການ​ພັງ​ດິນ​ລົງ​ມາ ມັນ​ກັບ​ເຕັມ​ຂຶ້ນ​ສ່ວນ​ໜຶ່ງ​ດ້ວຍ​ຄົນ​ຕາຍ ແລະ ຄົນ​ບາດ​ເຈັບ​ຂອງ​ພວກ​ເຂົາ.

23 ແລະ ຊາວ​ນີໄຟ​ຈຶ່ງ​ມີ​ອຳນາດ​ທັງ​ໝົດ​ເໜືອ​ກວ່າ​ສັດ​ຕູ​ຂອງ​ພວກ​ເຂົາ​ແບບ​ນີ້; ແລະ ຊາວ​ເລມັນ​ໄດ້​ພະ​ຍາ​ຍາມ​ຢູ່​ສະເໝີ​ທີ່​ຈະ​ທຳ​ລາຍ​ຊາວ​ນີໄຟ​ຈົນ​ວ່າ​ຫົວ​ໜ້າ​ນາຍ​ທະ​ຫານ​ຂອງ​ພວກ​ເຂົາ​ຖືກ​ຂ້າ​ຕາຍ​ຈົນ​ໝົດ; ແທ້​ຈິງ​ແລ້ວ, ຊາວ​ເລມັນ​ຫລາຍ​ກວ່າ​ພັນ​ຄົນ​ຖືກ​ຂ້າ​ຕາຍ, ກົງ​ກັນ​ຂ້າມ, ທາງ​ຝ່າຍ​ຊາວ​ນີໄຟ​ບໍ່​ມີ​ຈັກ​ຄົນ​ເລີຍ​ຖືກ​ຂ້າ​ຕາຍ.

24 ມີ​ຢູ່​ປະ​ມານ​ຫ້າ​ສິບ​ຄົນ​ເທົ່າ​ນັ້ນ​ໄດ້​ຮັບ​ບາດ​ເຈັບ, ຜູ້​ຊຶ່ງ​ເປີດ​ຮັບ​ລູກ​ທະ​ນູ​ຂອງ​ຊາວ​ເລມັນ​ທີ່​ທາງ​ເຂົ້າ, ແຕ່​ພວກ​ເຂົາ​ຖືກ​ປ້ອງ​ກັນ​ໄວ້​ດ້ວຍ​ໂລ່​ຂອງ​ພວກ​ເຂົາ, ແລະ ແຜ່ນ​ປົກ​ເອິກ​ຂອງ​ພວກ​ເຂົາ, ແລະ ເຄື່ອງ​ປ້ອງ​ກັນ​ຫົວ​ຂອງ​ພວກ​ເຂົາ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ຮັບ​ບາດ​ເຈັບ​ຢູ່​ທີ່​ຂາ, ຊຶ່ງ​ຫລາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ​ສາ​ຫັດ.

25 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ, ຄື​ເວລາ​ຊາວ​ເລມັນ​ເຫັນ​ວ່າ​ຫົວ​ໜ້າ​ນາຍ​ທະ​ຫານ​ຂອງ​ຕົນ​ຖືກ​ຂ້າ​ຕາຍ​ໝົດ​ແລ້ວ ພວກ​ເຂົາ​ຈຶ່ງ​ໄດ້​ປົບ​ໜີ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ກັບ​ຄືນ​ໄປ​ຫາ​ແຜ່ນ​ດິນ​ນີໄຟ ເພື່ອ​ແຈ້ງ​ຄວາມ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ອັນ​ໃຫຍ່​ຫລວງ​ຂອງ​ຕົນ ຕໍ່​ອະ​ມາ​ລີ​ໄຄ​ຢາ​ຜູ້​ເປັນ​ກະສັດ​ຂອງ​ພວກ​ເຂົາ, ຊຶ່ງ​ເປັນ​ຄົນ​ຂອງ​ນີໄຟ​ໂດຍ​ກຳເນີດ.

26 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ໄດ້​ໂມ​ໂຫ​ຮ້າຍ​ໃຫ້​ຜູ້​ຄົນ​ຂອງ​ຕົນ​ຫລາຍ​ທີ່​ສຸດ, ຍ້ອນ​ວ່າ​ລາວ​ບໍ່​ໄດ້​ບັນ​ລຸ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ລາວ​ທີ່​ມີ​ກັບ​ຊາວ​ນີໄຟ; ເພາະ​ລາວ​ບໍ່​ໄດ້​ເອົາ​ພວກ​ເຂົາ​ມາ​ສູ່​ແອກ​ແຫ່ງ​ຄວາມ​ເປັນ​ທາດ.

27 ແທ້​ຈິງ​ແລ້ວ, ລາວ​ມີ​ຄວາມ​ຄຽດ​ແຄ້ນ​ຫລາຍ​ທີ່​ສຸດ, ແລະ ລາວ​ໄດ້ ສາບ​ແຊ່ງ​ພຣະ​ເຈົ້າ ແລະ ໂມ​ໂຣ​ໄນ​ນຳ​ອີກ, ໂດຍ​ກ່າວ ຄຳ​ສາບານ​ວ່າ ລາວ​ຈະ​ກິນ​ເລືອດ​ຂອງ​ເພິ່ນ; ແລະ ນີ້​ຍ້ອນ​ວ່າ​ໂມ​ໂຣ​ໄນ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ໃນ​ການ​ຕຽມ​ພ້ອມ​ເພື່ອ​ຄວາມ​ປອດ​ໄພ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ.

28 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອີກ​ທາງ​ໜຶ່ງ​ຜູ້​ຄົນ​ຂອງ​ນີໄຟ​ໄດ້​ຖວາຍ​ຄວາມ ຂອບ​ພຣະ​ໄທ​ແດ່​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ເພາະ​ອຳນາດ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະ​ອົງ​ໃນ​ການ​ປົດ​ປ່ອຍ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ສັດ​ຕູ​ຂອງ​ພວກ​ເຂົາ.

29 ແລະ ປີ​ທີ​ສິບ​ເກົ້າ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.

30 ແທ້​ຈິງ​ແລ້ວ, ແລະ ມັນ​ມີ​ສັນ​ຕິ​ສຸກ​ຕໍ່​ເນື່ອງ​ກັນ​ໄປ​ໃນ​ບັນ​ດາ​ປະ​ຊາ​ຊົນ​ຂອງ​ນີໄຟ, ແລະ ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ຍິ່ງ​ຢູ່​ໃນ​ສາດ​ສະ​ໜາ​ຈັກ ເພາະ​ວ່າ​ຄວາມ​ເອົາ​ໃຈ​ໃສ່ ແລະ ຄວາມ​ພາກ​ພຽນ​ຂອງ​ພວກ​ເຂົາ​ຊຶ່ງ​ມີ​ຕໍ່​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ຊຶ່ງ​ຮີ​ລາ​ມັນ, ຊິບ​ລັນ, ແລະ ໂຄ​ຣິ​ອານ​ທັນ, ແລະ ອຳໂມນ ແລະ ພີ່​ນ້ອງ​ຂອງ​ເພິ່ນ​ໄດ້​ປະ​ກາດ​ກັບ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ແລະ ໂດຍ​ຄົນ​ທັງ​ໝົດ​ຜູ້​ທີ່​ໄດ້​ຮັບ​ແຕ່ງ​ຕັ້ງ​ໃຫ້​ມີ ລະບຽບ​ອັນ​ສັກ​ສິດ​ຂອງ​ພຣະ​ເຈົ້າ, ໂດຍ​ການ​ຮັບ​ບັບຕິ​ສະມາ​ໄວ້​ກັບ​ການ​ກັບ​ໃຈ, ແລະ ໄດ້​ອອກ​ໄປ​ສັ່ງ​ສອນ​ໃນ​ບັນ​ດາ​ຜູ້​ຄົນ.