ພຣະ​ຄຳ​ພີ
ແອວມາ 62


ບົດ​ທີ 62

ໂມ​ໂຣ​ໄນ​ເດີນ​ທັບ​ໄປ​ຊ່ວຍ​ເພ​ໂຮ​ຣັນ​ໃນ​ແຜ່ນ​ດິນ​ກີເດໂອນ—ກຸ່ມ​ນິ​ຍົມ​ກະສັດ​ຜູ້​ປະ​ຕິ​ເສດ​ບໍ່​ປ້ອງ​ກັນ​ປະເທດ​ຊາດ​ຖືກ​ປະ​ຫານ​ຊີ​ວິດ—ເພ​ໂຮຣັນ ແລະ ໂມ​ໂຣ​ໄນ​ໄດ້​ຍຶດ​ເອົາ​ເມືອງ​ນີໄຟ​ຮາ​ຄືນ​ມາ—ຊາວ​ເລມັນ​ຢ່າງ​ຫລວງ​ຫລາຍ​ເຂົ້າ​ຮ່ວມ​ກັບ​ຜູ້​ຄົນ​ຂອງ​ອຳໂມນ—ທີ​ອານ​ຄຳ​ຂ້າ​ອາມ​ໂມ​ຣອນ ແລະ ລາວ​ກໍ​ຖືກ​ຂ້າ​ຕາຍ​ຄື​ກັນ—ຊາວ​ເລມັນ​ຖືກ​ຂັບ​ໄລ່​ອອກ​ຈາກ​ແຜ່ນ​ດິນ​ໄປ, ແລະ ສັນ​ຕິ​ພາບ​ໄດ້​ຖືກ​ສະຖາ​ປະນາ​ຂຶ້ນ—ຮີ​ລາ​ມັນ​ກັບ​ຄືນ​ມາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຄື​ເກົ່າ ແລະ ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂຶ້ນ. ປະ​ມານ 62–57 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ໂມ​ໂຣ​ໄນ​ໄດ້​ຮັບ​ສານ​ນີ້ ໃຈ​ຂອງ​ເພິ່ນ​ໄດ້​ຮັບ​ພະ​ລັງ​ຂຶ້ນ, ແລະ ເຕັມ​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມ​ຢ່າງ​ລົ້ນ​ເຫລືອ ຍ້ອນ​ຄວາມ​ຊື່​ສັດ​ຂອງ​ເພ​ໂຮ​ຣັນ, ຄື​ເພິ່ນ​ເອງ​ບໍ່​ໄດ້​ເປັນ ຄົນ​ທໍ​ລະ​ຍົດ​ຕໍ່​ອິດສະ​ລະ​ພາບ ແລະ ຕໍ່​ປະເທດ​ຊາດ​ຂອງ​ເພິ່ນ.

2 ແຕ່​ເພິ່ນ​ກໍ​ເປັນ​ທຸກ​ຫລາຍ​ທີ່​ສຸດ​ຄື​ກັນ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ທີ່​ຂັບ​ໄລ່​ເພ​ໂຮ​ຣັນ​ອອກ​ຈາກ​ບັນ​ລັງ​ຕັດ​ສິນ, ແທ້​ຈິງ​ແລ້ວ, ໂດຍ​ສະ​ຫລຸບ ເພາະ​ມັນ​ມີ​ພວກ​ທີ່​ກະ​ບົດ​ຕໍ່​ປະເທດ​ຊາດ ແລະ ຕໍ່​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ນຳ​ອີກ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ໂຣ​ໄນ​ໄດ້​ເອົາ​ຄົນ​ຈຳນວນ​ໜຶ່ງ​ມາ​ນຳ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ເພ​ໂຮຣັນ, ແລະ ມອບ​ອຳນາດ​ໃຫ້​ລີໄຮ ແລະ ທີ​ອານ​ຄຳ​ບັງ​ຄັບ​ບັນ​ຊາ​ກອງ​ທະ​ຫານ​ທີ່​ເຫລືອ​ຢູ່​ຂອງ​ເພິ່ນ, ແລະ ເພິ່ນ​ໄດ້​ເດີນ​ທັບ​ໄປ​ຫາ​ແຜ່ນ​ດິນ​ກີເດໂອນ.

4 ແລະ ເພິ່ນ​ໄດ້​ຍົກ ທຸງ​ແຫ່ງ ເສ​ລີ​ພາບ​ຂຶ້ນ​ໃນ​ທຸກ​ບ່ອນ​ທີ່​ເພິ່ນ​ເຂົ້າ​ໄປ​ເຖິງ, ແລະ ໄດ້​ຮັບ​ກຳ​ລັງ​ເພີ່ມ​ຂຶ້ນ​ເທົ່າ​ທີ່​ຈະ​ຫາ​ໄດ້ ໃນ​ລະຫວ່າງ​ການ​ເດີນ​ທັບ​ຂອງ​ເພິ່ນ​ໄປ​ຫາ​ແຜ່ນ​ດິນ​ກີເດໂອນ​ນັ້ນ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມີ​ຜູ້​ຄົນ​ຫລາຍ​ພັນ​ຄົນ​ທີ່​ໄດ້​ພາ​ກັນ​ມາ​ເຂົ້າ​ຮ່ວມ​ກອງ​ທັບ​ຂອງ​ເພິ່ນ, ແລະ ໄດ້​ຈັບ​ດາບ​ຂຶ້ນ​ເພື່ອ​ປ້ອງ​ກັນ​ອິດສະ​ລະ​ພາບ, ເພື່ອ​ພວກ​ເຂົາ​ຈະ​ບໍ່​ໄດ້​ຕົກ​ໄປ​ສູ່​ຄວາມ​ເປັນ​ທາດ.

6 ແລະ ເວລາ​ໂມ​ໂຣ​ໄນ​ໄດ້​ເຕົ້າ​ໂຮມ​ກຳ​ລັງ​ຄົນ​ເທົ່າ​ທີ່​ຈະ​ເຮັດ​ໄດ້​ໃນ​ລະຫວ່າງ​ການ​ເດີນ​ທັບ​ຂອງ​ເພິ່ນ​ແລ້ວ, ເພິ່ນ​ກໍ​ມາ​ຮອດ​ແຜ່ນ​ດິນ​ກີເດໂອນ, ແລະ ໄດ້​ຮ່ວມ​ກຳ​ລັງ​ຂອງ​ເພິ່ນ​ເຂົ້າ​ກັບ​ກຳ​ລັງ​ຂອງ​ເພ​ໂຮ​ຣັນ, ແມ່ນ​ແຕ່​ມີ​ກຳ​ລັງ​ຫລາຍ​ກວ່າ​ກຳ​ລັງ​ຄົນ​ຂອງ​ເພ​ຄັດ, ຜູ້​ທີ່​ເປັນ ກະສັດ​ຂອງ​ພວກ​ທີ່​ແຍກ​ອອກ​ໄປ ຜູ້​ຊຶ່ງ​ໄດ້​ຂັບ​ໄລ່ ກຸ່ມ​ອິດສະ​ລະ​ອອກ​ຈາກ​ແຜ່ນ​ດິນ​ເຊຣາ​ເຮັມລາ​ໄປ ແລະ ໄດ້​ເຂົ້າ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ນັ້ນ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ໂຣ​ໄນ ແລະ ເພ​ໂຮ​ຣັນ​ໄດ້​ລົງ​ໄປ​ພ້ອມ​ດ້ວຍ​ກອງ​ທັບ​ຂອງ​ພວກ​ເພິ່ນ ເພື່ອ​ເຂົ້າ​ໄປ​ໂຈມ​ຕີ​ແຜ່ນ​ດິນ​ເຊຣາ​ເຮັມລາ, ແລະ ພວກ​ເພິ່ນ​ໄດ້​ພົບ​ກັບ​ທະ​ຫານ​ຂອງ​ເພ​ຄັດ, ເຖິງ​ຂະ​ໜາດ​ທີ່​ທັງ​ສອງ​ຝ່າຍ​ໄດ້​ເຂົ້າ​ສູ້​ຮົບ​ກັນ.

8 ແລະ ຈົ່ງ​ເບິ່ງ, ເພ​ຄັດ​ໄດ້​ຖືກ​ຂ້າ​ຕາຍ ແລະ ທະ​ຫານ​ຂອງ​ລາວ​ຖືກ​ຈັບ​ໄປ​ເປັນ​ຊະ​ເລີຍ​ເສິກ, ແລະ ເພ​ໂຮ​ຣັນ​ກໍ​ໄດ້​ກັບ​ຄືນ​ສູ່​ບັນ​ລັງ​ຕັດ​ສິນ​ຂອງ​ເພິ່ນ​ເໝືອນ​ເດີມ.

9 ແລະ ຄົນ​ຂອງ​ເພ​ຄັດ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ​ຄະ​ດີ​ຕາມ​ກົດ​ໝາຍ, ແລະ ກຸ່ມ​ນິ​ຍົມ​ກະສັດ​ກໍ​ໄດ້​ຖືກ​ຈັບ ແລະ ເອົາ​ເຂົ້າ​ຄຸກ; ແລະ ພວກ​ເຂົາ​ຖືກ ຕັດ​ສິນ​ຕາມ​ກົດ​ໝາຍ; ແທ້​ຈິງ​ແລ້ວ, ຖ້າ​ຜູ້​ໃດ​ກໍ​ຕາມ​ທີ່​ເປັນ​ທະ​ຫານ​ຂອງ​ເພ​ຄັດ ແລະ ເປັນ​ກຸ່ມ​ນິ​ຍົມ​ກະສັດ​ທີ່​ຂັດ​ຂວາງ ແລະ ບໍ່​ຍອມ​ຈັບ​ອາ​ວຸດ​ຂຶ້ນ​ເພື່ອ​ປ້ອງ​ກັນ​ປະເທດ​ຊາດ​ຂອງ​ຕົນ, ຜູ້​ນັ້ນ​ກໍ​ຕ້ອງ​ໄດ້​ຖືກ​ປະ​ຫານ​ຊີ​ວິດ.

10 ແລະ ມັນ​ຈຶ່ງ​ເປັນ​ການ​ສົມ​ຄວນ​ທີ່​ກົດ​ໝາຍ​ນີ້​ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ເຄັ່ງ​ຄັດ ເພື່ອ​ຄວາມ​ປອດ​ໄພ​ຂອງ​ປະເທດ​ຊາດ​ຂອງ​ພວກ​ເຂົາ; ແທ້​ຈິງ​ແລ້ວ, ແລະ ຜູ້​ໃດ​ກໍ​ຕາມ​ທີ່​ຖືກ​ພົບ​ວ່າ​ປະ​ຕິ​ເສດ​ອິດສະ​ລະ​ພາບ ຍ່ອມ​ຖືກ​ປະ​ຫານ​ຊີ​ວິດ​ຕາມ​ກົດ​ໝາຍ​ໂດຍ​ທັນ​ທີ.

11 ແລະ ປີ​ທີ​ສາມ​ສິບ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້; ໂມ​ໂຣ​ໄນ​ກັບ​ເພ​ໂຮ​ຣັນ​ໄດ້​ນຳ​ສັນ​ຕິ​ສຸກ​ຄືນ​ມາ​ໃຫ້​ແຜ່ນ​ດິນ​ເຊຣາ​ເຮັມລາ, ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ພວກ​ເພິ່ນ, ໂດຍ​ໄດ້​ປະ​ຫານ​ຊີ​ວິດ​ທຸກ​ຄົນ​ທີ່​ບໍ່​ຊື່​ສັດ​ຕໍ່​ອຸ​ດົມ​ການ​ແຫ່ງ​ອິດສະ​ລະ​ພາບ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ຕົ້ນ​ປີ​ທີ​ສາມ​ສິບ​ເອັດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ, ໂມ​ໂຣ​ໄນ​ໄດ້​ສັ່ງ​ໃຫ້​ສົ່ງ​ສະ​ບຽງ​ອາຫານ ແລະ ກອງ​ທັບ​ທີ່​ມີ​ກຳ​ລັງ​ຄົນ​ຫົກ​ພັນ​ຄົນ​ໄປ​ໃຫ້​ຮີ​ລາ​ມັນ​ໂດຍ​ທັນ​ທີ, ເພື່ອ​ຊ່ວຍ​ເຫລືອ​ເພິ່ນ​ໃນ​ການ​ປ້ອງ​ກັນ​ແຜ່ນ​ດິນ​ພາກ​ນັ້ນ.

13 ແລະ ເພິ່ນ​ກໍ​ໄດ້​ສົ່ງ​ກອງ​ທັບ​ທີ່​ມີ​ກຳ​ລັງ​ຄົນ​ຫົກ​ພັນ​ຄົນ​ພ້ອມ​ດ້ວຍ​ອາຫານ​ເປັນ​ຈຳນວນ​ພຽງ​ພໍ​ໄປ​ໃຫ້​ກອງ​ທັບ​ຂອງ​ລີໄຮ ແລະ ທີ​ອານ​ຄຳ​ນຳ​ອີກ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ສິ່ງ​ນີ້​ກະ​ທຳ​ໄປ​ເພື່ອ​ເສີມ​ກຳ​ລັງ​ແຜ່ນ​ດິນ ເພື່ອ​ຈະ​ໄດ້​ຕ້ານ​ທານ​ຊາວ​ເລມັນ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ໂຣ​ໄນ​ກັບ​ເພ​ໂຮ​ຣັນ ໂດຍ​ທີ່​ໄດ້​ປະ​ກອງ​ທະ​ຫານ​ໄວ້​ໃນ​ແຜ່ນ​ດິນ​ເຊຣາ​ເຮັມລາ​ເປັນ​ຈຳນວນ​ຫລວງ​ຫລາຍ, ແລ້ວ​ທັງ​ສອງ​ກໍ​ໄດ້​ອອກ​ເດີນ​ທັບ​ໄປ​ພ້ອມ​ດ້ວຍ​ທະ​ຫານ​ຈຳນວນ​ຫລວງ​ຫລາຍ ມຸ້ງ​ໜ້າ​ໄປ​ຫາ​ແຜ່ນ​ດິນ​ນີໄຟ​ຮາ, ໂດຍ​ຕັ້ງ​ໃຈ​ຈະ​ເອົາ​ຊະນະ​ຊາວ​ເລມັນ​ຜູ້​ທີ່​ຢູ່​ໃນ​ເມືອງ​ນັ້ນ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ຂະນະ​ທີ່​ພວກ​ເພິ່ນ​ເດີນ​ທັບ​ມຸ້ງ​ໜ້າ​ໄປ​ຫາ​ແຜ່ນ​ດິນ​ນັ້ນ, ເຂົາ​ເຈົ້າ​ໄດ້​ພົບ​ກັບ​ຊາວ​ເລມັນ​ຈຳນວນ​ຫລວງ​ຫລາຍ, ແລະ ໄດ້​ຂ້າ​ພວກ​ເຂົາ​ຢ່າງ​ຫລວງ​ຫລາຍ, ແລະ ໄດ້​ຍຶດ​ເອົາ​ສະ​ບຽງ​ອາຫານ ແລະ ອາ​ວຸດ​ແຫ່ງ​ສົງ​ຄາມ​ຂອງ​ພວກ​ເຂົາ.

16 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຫລັງ​ຈາກ​ພວກ​ເພິ່ນ​ໄດ້​ຈັບ​ພວກ​ເຂົາ​ໄວ້​ແລ້ວ, ພວກ​ເພິ່ນ​ໄດ້​ໃຫ້​ພວກ​ເຂົາ​ເຂົ້າ​ເຮັດ​ພັນທະ​ສັນ​ຍາ​ວ່າ ພວກ​ເຂົາ​ຈະ​ບໍ່​ຈັບ​ອາ​ວຸດ​ແຫ່ງ​ສົງ​ຄາມ​ຂຶ້ນ​ສູ້​ຮົບ​ກັບ​ຊາວ​ນີໄຟ​ອີກ​ຕໍ່​ໄປ.

17 ແລະ ເມື່ອ​ພວກ​ເຂົາ​ໄດ້​ເຮັດ​ພັນທະ​ສັນ​ຍາ​ນີ້​ແລ້ວ ພວກ​ເພິ່ນ​ຈຶ່ງ​ໄດ້​ສົ່ງ​ພວກ​ເຂົາ​ໄປ​ຢູ່​ກັບ​ຜູ້​ຄົນ​ຂອງ​ອຳໂມນ, ແລະ ພວກ​ເຂົາ​ເຫລົ່າ​ນັ້ນ​ມີ​ຈຳນວນ​ປະ​ມານ​ສີ່​ພັນ​ຄົນ​ທີ່​ບໍ່​ໄດ້​ຖືກ​ຂ້າ​ຕາຍ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພວກ​ເພິ່ນ​ໄດ້​ສົ່ງ​ພວກ​ເຂົາ​ໄປ​ແລ້ວ ພວກ​ເພິ່ນ​ກໍ​ໄດ້​ເດີນ​ທັບ​ໄປ​ຫາ​ແຜ່ນ​ດິນ​ນີໄຟ​ຮາ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ພວກ​ເພິ່ນ​ໄປ​ຮອດ​ເມືອງ​ນີໄຟ​ຮາ​ແລ້ວ, ພວກ​ເພິ່ນ​ໄດ້​ຕັ້ງ​ຄ້າຍ​ຂຶ້ນ​ໃນ​ທົ່ງ​ພຽງ​ທີ່​ຢູ່​ໃກ້​ກັບ​ເມືອງ​ນີໄຟ​ຮາ.

19 ບັດ​ນີ້​ໂມ​ໂຣ​ໄນ​ປາດ​ຖະ​ໜາ​ຈະ​ໃຫ້​ຊາວ​ເລມັນ​ອອກ​ມາ​ສູ້​ຮົບ​ກັບ​ພວກ​ຕົນ​ໃນ​ທົ່ງ​ພຽງ; ແຕ່​ຊາວ​ເລມັນ​ຮູ້​ຈັກ​ເຖິງ​ຄວາມ​ເກັ່ງ​ກ້າ​ທີ່​ສຸດ​ຂອງ​ພວກ​ເພິ່ນ, ແລະ ໂດຍ​ທີ່​ເຫັນ​ຈຳນວນ​ຄົນ​ຢ່າງ​ຫລວງ​ຫລາຍ, ສະນັ້ນ ພວກ​ເຂົາ​ຈຶ່ງ​ບໍ່​ກ້າ​ອອກ​ມາ​ຕໍ່​ສູ້​ກັບ​ພວກ​ເພິ່ນ; ສະນັ້ນ​ພວກ​ເຂົາ​ຈຶ່ງ​ບໍ່​ອອກ​ມາ​ຕໍ່​ສູ້​ໃນ​ມື້​ນັ້ນ.

20 ແລະ ເມື່ອ​ເຖິງ​ຕອນ​ກາງ​ຄືນ, ໂມ​ໂຣ​ໄນ​ໄດ້​ອອກ​ໄປ​ໃນ​ຄວາມ​ມືດ, ແລະ ຂຶ້ນ​ໄປ​ເທິງ​ກຳ​ແພງ​ເພື່ອ​ສອດ​ແນມ​ເບິ່ງ​ວ່າ​ຊາວ​ເລມັນ​ຕັ້ງ​ຄ້າຍ​ຢູ່​ກັບ​ກອງ​ທັບ​ຂອງ​ພວກ​ເຂົາ​ຢູ່​ບ່ອນ​ໃດ​ຂອງ​ເມືອງ.

21 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ຕັ້ງ​ຄ້າຍ​ຢູ່​ທາງ​ຕາ​ເວັນ​ອອກ​ໃກ້​ທາງ​ເຂົ້າ; ແລະ ພວກ​ເຂົາ​ທັງ​ໝົດ​ກຳ​ລັງ​ນອນ​ຫລັບ​ຢູ່. ແລະ ບັດ​ນີ້​ໂມ​ໂຣ​ໄນ​ໄດ້​ກັບ​ຄືນ​ໄປ​ຫາ​ກອງ​ທັບ​ຂອງ​ເພິ່ນ ແລະ ໃຫ້​ພວກ​ເຂົາ​ຕຽມ​ເຊືອກ​ກັບ​ຂັ້ນ​ໄດ​ໂດຍ​ດ່ວນ, ເພື່ອ​ຈະ​ໄດ້​ຢ່ອນ​ລົງ​ໄປ​ຈາກ​ສັນ​ກຳ​ແພງ ແລະ ເຂົ້າ​ໄປ​ຫາ​ຂ້າງ​ໃນ.

22 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ໂຣ​ໄນ​ໄດ້​ໃຫ້​ທະ​ຫານ​ຂອງ​ເພິ່ນ​ຍົກ​ທັບ​ອອກ​ໄປ ແລະ ຂຶ້ນ​ໄປ​ເທິງ​ກຳ​ແພງ, ແລະ ຢ່ອນ​ຕົວ​ລົງ​ໄປ​ຫາ​ສ່ວນ​ໜຶ່ງ​ຂອງ​ຕົວ​ເມືອງ, ແທ້​ຈິງ​ແລ້ວ, ລົງ​ໄປ​ທາງ​ຕາ​ເວັນ​ຕົກ, ບ່ອນ​ທີ່​ຊາວ​ເລມັນ​ບໍ່​ໄດ້​ຕັ້ງ​ຄ້າຍ​ຢູ່​ກັບ​ກອງ​ທັບ​ຂອງ​ພວກ​ເຂົາ.

23 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຂົາ​ເຈົ້າ​ທັງ​ໝົດ​ໄດ້​ຢ່ອນ​ຕົວ​ລົງ​ໄປ​ໃນ​ເມືອງ​ຕອນ​ກາງ​ຄືນ​ໂດຍ​ໃຊ້​ເຊືອກ​ທີ່​ໝັ້ນ​ໜຽວ ແລະ ຂັ້ນ​ໄດ; ເມື່ອ​ຮອດ​ຕອນ​ເຊົ້າ​ມາ ເຂົາ​ເຈົ້າ​ທຸກ​ຄົນ​ໄດ້​ເຂົ້າ​ມາ​ຢູ່​ພາຍ​ໃນ​ກຳ​ແພງ​ເມືອງ​ແລ້ວ​ດັ່ງ​ນັ້ນ.

24 ແລະ ບັດ​ນີ້, ເວລາ​ຊາວ​ເລມັນ​ຕື່ນ​ຂຶ້ນ ແລະ ເຫັນ​ວ່າ​ກອງ​ທັບ​ຂອງ​ໂມ​ໂຣ​ໄນ​ຢູ່​ພາຍ​ໃນ​ກຳ​ແພງ​ເມືອງ​ແລ້ວ, ພວກ​ເຂົາ​ກໍ​ຕົກ​ໃຈ​ຢ້ານ​ທີ່​ສຸດ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ພາ​ກັນ​ແລ່ນ​ໜີ​ອອກ​ໄປ​ຕາມ​ທາງ​ເຂົ້າ​ເມືອງ​ນັ້ນ.

25 ແລະ ບັດ​ນີ້​ເມື່ອ​ໂມ​ໂຣ​ໄນ​ເຫັນ​ວ່າ​ພວກ​ເຂົາ​ກຳ​ລັງ​ໜີ​ໄປ​ຕໍ່​ໜ້າ​ເພິ່ນ, ເພິ່ນ​ກໍ​ໄດ້​ສັ່ງ​ໃຫ້​ທະ​ຫານ​ຂອງ​ເພິ່ນ​ຍົກ​ອອກ​ໄປ​ຕໍ່​ສູ້​ກັບ​ພວກ​ເຂົາ, ແລະ ໄດ້​ຂ້າ​ພວກ​ເຂົາ​ຖິ້ມ​ຢ່າງ​ຫລວງ​ຫລາຍ, ແລະ ອ້ອມ​ໄວ້​ອີກ​ຢ່າງ​ຫລວງ​ຫລາຍ, ແລະ ຈັບ​ເອົາ​ພວກ​ເຂົາ​ໄປ​ເປັນ​ຊະ​ເລີຍ​ເສິກ; ແລະ ສ່ວນ​ທີ່​ເຫລືອ​ຢູ່​ນັ້ນ​ກໍ​ໜີ​ເຂົ້າ​ໄປ​ຫາ​ແຜ່ນ​ດິນ​ໂມ​ໂຣ​ໄນ ຊຶ່ງ​ຢູ່​ຕິດ​ຊາຍ​ແດນ​ໃກ້​ຝັ່ງ​ທະເລ.

26 ໂມ​ໂຣ​ໄນ​ກັບ​ເພ​ໂຮຣັນ​ໄດ້​ຄອບ​ຄອງ​ເມືອງ​ນີໄຟ​ຮາ​ດັ່ງ​ນີ້ ໂດຍ​ບໍ່​ໄດ້​ສູນ​ເສຍ​ຈັກ​ຄົນ​ເລີຍ; ແລະ ມີ​ຊາວ​ເລມັນ​ເປັນ​ຈຳນວນ​ຫລວງ​ຫລາຍ​ຖືກ​ຂ້າ​ຕາຍ.

27 ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລມັນ​ຜູ້​ທີ່​ຖືກ​ຈັບ​ເປັນ​ຊະ​ເລີຍ​ຢ່າງ​ຫລວງ​ຫລາຍ​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ເຂົ້າ​ຮ່ວມ​ກັບ ຜູ້​ຄົນ​ຂອງ​ອຳໂມນ ແລະ ກາຍ​ເປັນ​ຄົນ​ທີ່​ມີ​ອິດສະ​ລະ​ພາບ.

28 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ປາດ​ຖະ​ໜາ​ຢາກ​ເຂົ້າ​ຮ່ວມ​ກໍ​ໄດ້​ຮັບ​ອະ​ນຸ​ຍາດ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ພວກ​ເຂົາ.

29 ສະນັ້ນ, ຊະ​ເລີຍ​ເສິກ​ທັງ​ໝົດ​ທີ່​ເປັນ​ຊາວ​ເລມັນ​ຈຶ່ງ​ໄດ້​ເຂົ້າ​ຮ່ວມ​ກັບ​ຜູ້​ຄົນ​ຂອງ​ອຳໂມນ ແລະ ໄດ້​ເລີ່ມ​ອອກ​ແຮງ​ຢ່າງ​ດຸ​ໝັ່ນ, ໄດ້​ໄຖ​ດິນ, ປູກ​ພືດ​ພັນ​ນາໆ​ຊະ​ນິດ, ແລະ ລ້ຽງ​ສັດ ລວມ​ທັງ​ຝູງ​ສັດ​ໃຊ້​ແຮງ​ງານ​ທຸກ​ຊະ​ນິດ; ດັ່ງ​ນັ້ນ ຊາວ​ນີໄຟ​ຈຶ່ງ​ໄດ້​ພົ້ນ​ຈາກ​ພາ​ລະ​ອັນ​ໜັກ​ໜ່ວງ​ໂດຍ​ວິ​ທີ​ນີ້; ແທ້​ຈິງ​ແລ້ວ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ພົ້ນ​ຈາກ​ພາ​ລະ​ທີ່​ບໍ່​ຕ້ອງ​ເຝົ້າ​ຍາມ​ຊະ​ເລີຍ​ເສິກ​ທີ່​ເປັນ​ຊາວ​ເລມັນ​ອີກ​ຕໍ່​ໄປ.

30 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ໂຣ​ໄນ, ຫລັງ​ຈາກ​ທີ່​ເພິ່ນ​ໄດ້​ຄອບ​ຄອງ​ເມືອງ​ນີໄຟ​ຮາ, ໄດ້​ຈັບ​ຊະ​ເລີຍ​ເສິກ​ເປັນ​ຈຳນວນ​ຫລວງ​ຫລາຍ​ໄວ້, ຊຶ່ງ​ໄດ້​ເຮັດ​ໃຫ້​ກອງ​ທັບ​ຂອງ​ຊາວ​ເລມັນ​ລົດ​ກຳ​ລັງ​ລົງ​ຫລາຍ, ແລະ ໄດ້​ຮັບ​ຊາວ​ນີໄຟ​ຫລາຍ​ຄົນ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະ​ເລີຍ​ກັບ​ຄືນ​ມາ, ຊຶ່ງ​ເຮັດ​ໃຫ້​ກອງ​ທັບ​ຂອງ​ໂມ​ໂຣ​ໄນ​ມີ​ກຳ​ລັງ​ຫລາຍ​ຂຶ້ນ​ເລື້ອຍໆ; ສະນັ້ນ ໂມ​ໂຣ​ໄນ​ຈຶ່ງ​ໄດ້​ນຳ​ກອງ​ທັບ​ຈາກ​ແຜ່ນ​ດິນ​ນີໄຟ​ຮາ​ໄປ​ຫາ​ແຜ່ນ​ດິນ​ລີໄຮ.

31 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ຊາວ​ເລມັນ​ເຫັນ​ວ່າ​ໂມ​ໂຣ​ໄນ​ກຳ​ລັງ​ຈະ​ມາ​ໂຈມ​ຕີ​ພວກ​ເຂົາ, ພວກ​ເຂົາ​ຈຶ່ງ​ຕື່ນ​ຕົກ​ໃຈ ແລະ ໄດ້​ປົບ​ໜີ​ໄປ​ຕໍ່​ໜ້າ​ກອງ​ທັບ​ຂອງ​ໂມ​ໂຣ​ໄນ.

32 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ໂຣ​ໄນ​ກັບ​ກອງ​ທັບ​ຂອງ​ເພິ່ນ​ໄດ້​ໄລ່​ຕາມ​ພວກ​ເຂົາ​ຈາກ​ເມືອງ​ໜຶ່ງ​ໄປ​ຫາ​ອີກ​ເມືອງ​ໜຶ່ງ ຈົນ​ວ່າ​ພວກ​ເຂົາ​ໄດ້​ພົບ​ກັບ​ລີໄຮ ແລະ ທີ​ອານ​ຄຳ; ແລະ ຊາວ​ເລມັນ​ໄດ້​ປົບ​ໜີ​ຈາກ​ລີໄຮ ແລະ ທີ​ອານ​ຄຳ​ໄປ, ຈົນ​ລົງ​ໄປ​ຮອດ​ແຜ່ນ​ດິນ​ໂມ​ໂຣ​ໄນ ຊຶ່ງ​ຢູ່​ໃນ​ຊາຍ​ແດນ​ໃກ້​ຝັ່ງ​ທະເລ.

33 ແລະ ກອງ​ທັບ​ຂອງ​ຊາວ​ເລມັນ​ໄດ້​ພາ​ກັນ​ມາ​ເຕົ້າ​ໂຮມ​ກັນ​ຢູ່, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ທັງ​ໝົດ​ເປັນ​ກອງ​ດຽວ​ໃນ​ແຜ່ນ​ດິນ​ໂມ​ໂຣ​ໄນ. ບັດ​ນີ້​ອາມ​ໂມ​ຣອນ​ຜູ້​ເປັນ​ກະສັດ​ຂອງ​ຊາວ​ເລມັນ​ກໍ​ຢູ່​ໃນ​ທີ່​ນັ້ນ​ຄື​ກັນ.

34 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ໂຣ​ໄນ ແລະ ລີໄຮ ແລະ ທີ​ອານ​ຄຳ ໄດ້​ຕັ້ງ​ຄ້າຍ​ຂຶ້ນ​ອ້ອມ​ຮອບ​ຊາຍ​ແດນ​ແຜ່ນ​ດິນ​ໂມ​ໂຣ​ໄນ, ເຖິງ​ຂະ​ໜາດ​ທີ່​ຊາວ​ເລມັນ​ໄດ້​ຖືກ​ລ້ອມ​ໄວ້​ຢູ່​ທີ່​ຊາຍ​ແດນ​ໃກ້​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ທາງ​ໃຕ້, ແລະ ປິດ​ລ້ອມ​ຊາຍ​ແດນ​ໃກ້​ກັບ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ທາງ​ຕາ​ເວັນ​ອອກ.

35 ແລະ ເຂົາ​ເຈົ້າ​ໄດ້​ຕັ້ງ​ຄ້າຍ​ຂຶ້ນ​ໃນ​ຕອນ​ຄ່ຳ​ດັ່ງ​ນີ້. ເພາະ​ຈົ່ງ​ເບິ່ງ, ທັງ​ຊາວ​ນີໄຟ ແລະ ຊາວ​ເລມັນ​ມີ​ຄວາມ​ອິດ​ເມື່ອຍ​ຫລາຍ ຍ້ອນ​ການ​ເດີນ​ທັບ​ມາ​ເປັນ​ເວລາ​ນານ​ແລ້ວ; ສະນັ້ນ ພວກ​ເຂົາ​ຈຶ່ງ​ບໍ່​ໄດ້​ວາງ​ກົນ​ອຸ​ບາຍ​ແນວ​ໃດ​ໃນ​ຕອນ​ກາງ​ຄືນ, ນອກ​ຈາກ​ທີ​ອານ​ຄຳ​ຄົນ​ດຽວ ເພາະ​ວ່າ​ລາວ​ໄດ້​ຄຽດ​ແຄ້ນ​ໃຫ້​ອາມ​ໂມ​ຣອນ​ຫລາຍ​ທີ່​ສຸດ, ເຖິງ​ຂະ​ໜາດ​ທີ່​ລາວ​ເຈາະ​ຈົງ​ໃສ່​ວ່າ​ອາມ​ໂມ​ຣອນ ແລະ ອະ​ມາ​ລີ​ໄຄ​ຢາ​ອ້າຍ​ຂອງ​ລາວ​ເປັນ ສາ​ເຫດ​ຂອງ​ສົງ​ຄາມ​ທີ່​ຍືດ​ເຍື້ອ​ຍາວ​ນານ​ລະຫວ່າງ​ເຂົາ​ເຈົ້າ​ກັບ​ຊາວ​ເລມັນ, ຊຶ່ງ​ເປັນ​ສາ​ເຫດ​ຂອງ​ສົງ​ຄາມ ແລະ ການ​ນອງ​ເລືອດ​ຢ່າງ​ຫລວງ​ຫລາຍ, ແທ້​ຈິງ​ແລ້ວ, ແລະ ການ​ອຶດ​ຢາກ​ຢ່າງ​ຫລວງ​ຫລາຍ​ເຊັ່ນ​ນີ້.

36 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ທີ​ອານ​ຄຳ​ມີ​ຄວາມ​ຄຽດ​ແຄ້ນ​ຫລາຍ ຈຶ່ງ​ໄດ້​ລອບ​ເຂົ້າ​ໄປ​ໃນ​ຄ້າຍ​ຂອງ​ຊາວ​ເລມັນ, ແລະ ຢ່ອນ​ຕົວ​ລົງ​ຈາກ​ສັນ​ກຳ​ແພງ​ເມືອງ. ແລະ ລາວ​ໄດ້​ເຂົ້າ​ໄປ​ພ້ອມ​ດ້ວຍ​ເຊືອກ​ຈາກ​ບ່ອນ​ນັ້ນ ຫາ​ບ່ອນ​ນີ້, ຈົນ​ວ່າ​ລາວ​ພົບ​ກະສັດ ແລະ ລາວ​ໄດ້ ຊັດ​ຫອກ​ໃສ່​ກະສັດ​ຖືກ​ໃກ້​ຫົວ​ໃຈ. ແຕ່​ຈົ່ງ​ເບິ່ງ, ກະສັດ​ໄດ້​ປຸກ​ຂ້າ​ໃຊ້​ຂອງ​ຕົນ​ຂຶ້ນ​ກ່ອນ​ຕົວ​ເອງ​ຈະ​ຂາດ​ໃຈ​ຕາຍ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ໄລ່​ຕາມ​ທີ​ອານ​ຄຳ ແລະ ຂ້າ​ລາວ.

37 ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ລີໄຮ ແລະ ໂມ​ໂຣ​ໄນ​ຮູ້​ເຖິງ​ການ​ຕາຍ​ຂອງ​ທີ​ອານ​ຄຳ, ພວກ​ເພິ່ນ​ກໍ​ເສົ້າ​ສະ​ຫລົດ​ໃຈ​ຫລາຍ​ທີ່​ສຸດ; ຍ້ອນ​ວ່າ​ທີ​ອານ​ຄຳ​ເປັນ​ຄົນ​ທີ່​ໄດ້​ຕໍ່​ສູ້​ຢ່າງ​ກ້າ​ຫານ​ເພື່ອ​ປະເທດ​ຊາດ​ຂອງ​ລາວ, ແທ້​ຈິງ​ແລ້ວ, ເປັນ​ເພື່ອນ​ແທ້ໆ​ຂອງ​ເສ​ລີ​ພາບ; ແລະ ລາວ​ໄດ້​ທົນ​ຕໍ່​ຄວາມ​ທຸກ​ຢ່າງ​ແສນ​ສາ​ຫັດ ຢ່າງ​ຫລວງ​ຫລາຍ​ມາ​ແລ້ວ. ແຕ່​ຈົ່ງ​ເບິ່ງ, ລາວ​ໄດ້​ຕາຍ​ໄປ​ເສຍ​ແລ້ວ​ຕາມ​ທາງ​ຂອງ​ໂລກ.

38 ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ໂຣ​ໄນ​ໄດ້​ອອກ​ເດີນ​ທັບ​ໃນ​ມື້​ຕໍ່​ມາ, ແລະ ໄດ້​ເຂົ້າ​ໂຈມ​ຕີ​ຊາວ​ເລມັນ, ເຖິງ​ຂະ​ໜາດ​ທີ່​ເຂົາ​ເຈົ້າ​ໄດ້​ຂ້າ​ພວກ​ເຂົາ​ລົງ​ຢ່າງ​ຫລວງ​ຫລາຍ; ແລະ ເຂົາ​ເຈົ້າ​ໄດ້​ຂັບ​ໄລ່​ພວກ​ເຂົາ​ອອກ​ຈາກ​ແຜ່ນ​ດິນ​ໄປ; ແລະ ພວກ​ເຂົາ​ໄດ້​ໜີ​ໄປ​ຈົນ​ວ່າ​ບໍ່​ໄດ້​ກັບ​ຄືນ​ມາ​ຕໍ່​ສູ້​ກັບ​ຊາວ​ນີໄຟ​ອີກ​ເລີຍ​ໃນ​ເວລາ​ນັ້ນ.

39 ແລະ ປີ​ທີ​ສາມ​ສິບ​ເອັດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້; ຊຶ່ງ​ພວກ​ເຂົາ​ໄດ້​ມີ​ສົງ​ຄາມ, ແລະ ມີ​ການ​ນອງ​ເລືອດ, ແລະ ມີ​ຄວາມ​ອຶດ​ຢາກ, ແລະ ມີ​ຄວາມ​ທຸກ​ຢູ່​ດັ່ງ​ນັ້ນ​ເປັນ​ເວລາ​ຫລາຍ​ປີ.

40 ແລະ ມັນ​ໄດ້​ມີ​ການ​ຄາດ​ຕະ​ກຳ, ແລະ ມີ​ການ​ຂັດ​ແຍ້ງ, ແລະ ມີ​ການ​ແຕກ​ແຍກ, ແລະ ມີ​ຄວາມ​ຊົ່ວ​ຮ້າຍ​ນາໆ​ປະ​ການ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ນີໄຟ; ເຖິງ​ຢ່າງ​ໃດ​ກໍ​ຕາມ ເພື່ອ​ເຫັນ​ແກ່ ຄົນ​ຊອບ​ທຳ, ແທ້​ຈິງ​ແລ້ວ, ເປັນ​ຍ້ອນ​ຄຳ​ອະ​ທິ​ຖານ​ຂອງ​ຄົນ​ທີ່​ຊອບ​ທຳ, ພວກ​ເຂົາ​ຈຶ່ງ​ໄດ້​ຮັບ​ການ​ໄວ້​ຊີ​ວິດ.

41 ແຕ່​ຈົ່ງ​ເບິ່ງ, ຍ້ອນ​ວ່າ​ໄລ​ຍະ​ເວລາ​ຂອງ​ສົງ​ຄາມ​ນັ້ນ​ຍາວ​ນານ​ຫລາຍ​ລະຫວ່າງ​ຊາວ​ນີໄຟ ແລະ ຊາວ​ເລມັນ ຄົນ​ຈຳນວນ​ຫລວງ​ຫລາຍ​ຈຶ່ງ​ແຂງ​ກະ​ດ້າງ​ຂຶ້ນ, ເພາະ​ໄລ​ຍະ​ເວລາ​ອັນ​ຍາວ​ນານ​ຂອງ​ສົງ​ຄາມ; ແລະ ຄົນ​ຈຳນວນ​ຫລວງ​ຫລາຍ​ຈຶ່ງ​ອ່ອນ​ໂຍນ​ລົງ​ເພາະ ຄວາມ​ທຸກ​ຂອງ​ພວກ​ເຂົາ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ຖ່ອມ​ຕົວ​ລົງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ຈົນ​ເຖິງ​ສ່ວນ​ເລິກ​ແຫ່ງ​ຄວາມ​ຖ່ອມ​ຕົວ.

42 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ໂມ​ໂຣ​ໄນ​ໄດ້​ເສີມ​ກຳ​ລັງ​ໃຫ້​ພາກ​ຕ່າງໆ​ທີ່​ຢູ່​ໃກ້​ກັບ​ແຜ່ນ​ດິນ​ຂອງ​ຊາວ​ເລມັນ​ຈົນ​ວ່າ​ມີ​ກຳ​ລັງ​ພຽງ​ພໍ​ແລ້ວ, ເພິ່ນ​ຈຶ່ງ​ໄດ້​ກັບ​ຄືນ​ໄປ​ເມືອງ​ເຊຣາ​ເຮັມລາ; ແລະ ຮີ​ລາ​ມັນ​ກໍ​ໄດ້​ກັບ​ໄປ​ຫາ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ເພິ່ນ​ຄື​ກັນ; ແລະ ມັນ​ກໍ​ມີ​ການ​ສະຖາ​ປະນາ​ສັນ​ຕິ​ສຸກ​ຂຶ້ນ​ອີກ​ເທື່ອ​ໜຶ່ງ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ນີໄຟ.

43 ແລະ ໂມ​ໂຣ​ໄນ​ໄດ້​ມອບ​ອຳນາດ​ຂອງ​ຜູ້​ບັງ​ຄັບ​ບັນ​ຊາ​ກອງ​ທັບ​ຂອງ​ເພິ່ນ​ໃຫ້​ຢູ່​ໃນ​ການ​ບັນ​ຊາ​ຂອງ​ລູກ​ຊາຍ​ຂອງ​ເພິ່ນ ຜູ້​ມີ​ຊື່​ວ່າ ໂມ​ໂຣ​ໄນ​ຮາ; ແລະ ເພິ່ນ​ກໍ​ໄດ້​ກັບ​ໄປ​ຢູ່​ນຳ​ຄອບ​ຄົວ​ຂອງ​ເພິ່ນ ເພື່ອ​ຈະ​ໄດ້​ໃຊ້​ເວລາ​ທີ່​ເຫລືອ​ຢູ່​ນັ້ນ​ຂອງ​ເພິ່ນ​ກັບ​ຄວາມ​ສະຫງົບ​ສຸກ.

44 ແລະ ເພ​ໂຮ​ຣັນ​ກໍ​ໄດ້​ກັບ​ຄືນ​ໄປ​ຫາ​ບັນ​ລັງ​ຕັດ​ສິນ​ຂອງ​ເພິ່ນ​ເໝືອນ​ເດີມ; ແລະ ຮີ​ລາ​ມັນ​ໄດ້​ຮັບ​ໜ້າ​ທີ່​ສັ່ງ​ສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໃຫ້​ຜູ້​ຄົນ​ຄືນ​ອີກ; ຍ້ອນ​ວ່າ​ມັນ​ມີ​ສົງ​ຄາມ ແລະ ການ​ຂັດ​ແຍ້ງ​ກັນ​ຢ່າງ​ຫລວງ​ຫລາຍ​ເຊັ່ນ​ນັ້ນ ມັນ​ຈຶ່ງ​ສົມ​ຄວນ​ທີ່​ຈະ​ຕັ້ງ​ຂໍ້​ບັງ​ຄັບ​ຂຶ້ນ​ອີກ​ໃນ​ສາດ​ສະ​ໜາ​ຈັກ.

45 ສະນັ້ນ, ຮີ​ລາ​ມັນ ແລະ ພີ່​ນ້ອງ​ຂອງ​ເພິ່ນ​ຈຶ່ງ​ອອກ​ໄປ ແລະ ໄດ້​ປະ​ກາດ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ດ້ວຍ​ພະ​ລັງ​ອັນ​ມະຫາ​ສານ​ໃຫ້​ຜູ້​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ ສຳ​ນຶກ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຕົນ, ຊຶ່ງ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ເຂົາ ແລະ ຮັບ​ບັບຕິ​ສະມາ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ.

46 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ສະຖາ​ປະນາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ​ຂຶ້ນ​ອີກ​ຕະຫລອດ​ທົ່ວ​ແຜ່ນ​ດິນ.

47 ແທ້​ຈິງ​ແລ້ວ, ແລະ ພວກ​ເຂົາ​ໄດ້​ຕັ້ງ​ຂໍ້​ບັງ​ຄັບ​ຂຶ້ນ​ຊຶ່ງ​ກ່ຽວ​ກັບ​ກົດ​ໝາຍ. ແລະ ມີ​ການ​ເລືອກ​ຕັ້ງ ຜູ້​ຕັດ​ສິນ ແລະ ຫົວ​ໜ້າ​ຂອງ​ຜູ້​ຕັດ​ສິນ​ຂຶ້ນ​ອີກ.

48 ແລະ ຜູ້​ຄົນ​ຂອງ​ນີໄຟ​ກໍ​ເລີ່ມ ຈະ​ເລີນ​ຮຸ່ງ​ເຮືອງ​ຂຶ້ນ​ຢ່າງ​ຍິ່ງ​ໃນ​ແຜ່ນ​ດິນ​ອີກ, ແລະ ເລີ່ມ​ມີ​ຜູ້​ຄົນ​ເພີ່ມ​ທະ​ວີ​ຂຶ້ນ ແລະ ເຂັ້ມ​ແຂງ​ຫລາຍ​ຂຶ້ນ​ໃນ​ແຜ່ນ​ດິນ. ແລະ ພວກ​ເຂົາ​ເລີ່ມ​ຮັ່ງ​ມີ​ເປັນ​ດີ​ຢ່າງ​ຍິ່ງ.

49 ເຖິງ​ແມ່ນ​ວ່າ​ພວກ​ເຂົາ​ຈະ​ມີ​ເຄື່ອງ​ຂອງ​ທີ່​ມີ​ຄຸນ​ຄ່າ, ຫລື ພະ​ລັງ, ຫລື ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຕ່າງໆ, ແຕ່​ພວກ​ເຂົາ​ບໍ່​ໄດ້​ລະ​ເມີ​ເພີ້​ຝັນ​ດ້ວຍ​ຄວາມ​ທະນົງ​ຕົວ​ໃນ​ສາຍ​ຕາ​ຂອງ​ຕົນ​ເອງ​ເລີຍ; ທັງ​ພວກ​ເຂົາ​ບໍ່​ໄດ້​ຊັກ​ຊ້າ​ທີ່​ຈະ​ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ; ແຕ່​ພວກ​ເຂົາ​ໄດ້​ຖ່ອມ​ຕົວ​ທີ່​ສຸດ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ.

50 ແທ້​ຈິງ​ແລ້ວ, ພວກ​ເຂົາ​ຈື່​ຈຳ​ສະເໝີ​ເຖິງ​ສິ່ງ​ທີ່​ຍິ່ງ​ໃຫຍ່​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ທຳ​ເພື່ອ​ພວກ​ເຂົາ, ວ່າ​ພຣະ​ອົງ​ໄດ້​ປົດ​ປ່ອຍ​ພວກ​ເຂົາ​ອອກ​ຈາກ​ຄວາມ​ຕາຍ, ແລະ ອອກ​ຈາກ​ພັນທະ​ການ, ແລະ ອອກ​ຈາກ​ຄຸກ, ແລະ ພົ້ນ​ຈາກ​ຄວາມ​ທຸກ​ນາໆ​ປະ​ການ, ແລະ ພຣະ​ອົງ​ໄດ້​ປົດ​ປ່ອຍ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ສັດ​ຕູ​ຂອງ​ພວກ​ເຂົາ.

51 ແລະ ພວກ​ເຂົາ​ໄດ້​ອະ​ທິ​ຖານ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ຢູ່​ສະເໝີ, ເຖິງ​ຂະ​ໜາດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະທານ​ພອນ​ໃຫ້​ແກ່​ພວກ​ເຂົາ​ຕາມ​ພຣະ​ຄຳ​ຂອງ​ພຣະ​ອົງ, ຈົນ​ວ່າ​ພວກ​ເຂົາ​ໄດ້​ໝັ້ນ​ຄົງ ແລະ ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນ​ດິນ​ດັ່ງ​ນີ້.

52 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຫດ​ການ​ທັງ​ໝົດ​ນີ້​ເປັນ​ໄປ. ແລະ ຮີ​ລາ​ມັນ​ໄດ້​ສິ້ນ​ຊີ​ວິດ​ໄປ, ໃນ​ປີ​ທີ​ສາມ​ສິບ​ຫ້າ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ.