ພຣະ​ຄຳ​ພີ
ແອວມາ 44


ບົດ​ທີ 44

ໂມ​ໂຣ​ໄນ​ອອກ​ຄຳ​ສັ່ງ​ໃຫ້​ຊາວ​ເລມັນ​ເຮັດ​ຄຳ​ໝັ້ນ​ສັນ​ຍາ​ແຫ່ງ​ສັນ​ຕິ​ພາບ ຖ້າ​ບໍ່​ດັ່ງ​ນັ້ນ​ພວກ​ເຂົາ​ຈະ​ຖືກ​ທຳ​ລາຍ—ເຊຣາ​ເຮັມນາ​ປະ​ຕິ​ເສດ​ຂໍ້​ສະ​ເໜີ​ນັ້ນ, ແລະ ການ​ສູ້​ຮົບ​ເລີ່ມ​ຕົ້ນ​ອີກ—ກອງ​ທັບ​ຂອງ​ໂມ​ໂຣ​ໄນ​ຊະນະ​ຊາວ​ເລມັນ. ປະ​ມານ 74–73 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ຢຸດ ແລະ ຖອຍ​ອອກ​ຫ່າງ​ຈາກ​ພວກ​ເຂົາ. ແລະ ໂມ​ໂຣ​ໄນ​ໄດ້​ເວົ້າ​ກັບ​ເຊຣາ​ເຮັມນາ​ວ່າ: ຈົ່ງ​ເບິ່ງ, ເຊຣາ​ເຮັມນາ, ຂ້າ​ພະ​ເຈົ້າ ບໍ່​ແມ່ນ​ຄົນ​ກະ​ຫາຍ​ເລືອດ. ທ່ານ​ຢູ່​ໃນ​ກຳ​ມື​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ, ແຕ່​ວ່າ​ຂ້າ​ພະ​ເຈົ້າ​ບໍ່​ປາດ​ຖະ​ໜາ​ທີ່​ຈະ​ຂ້າ​ທ່ານ.

2 ຈົ່ງ​ເບິ່ງ, ພວກ​ເຮົາ​ບໍ່​ໄດ້​ອອກ​ມາ​ສູ້​ຮົບ​ກັບ​ທ່ານ ເພື່ອ​ຈະ​ເຮັດ​ໃຫ້​ທ່ານ​ເລືອດ​ຕົກ​ຢາງ​ອອກ​ໂດຍ​ຫວັງ​ອຳນາດ; ທັງ​ພວກ​ເຮົາ​ບໍ່​ປາດ​ຖະ​ໜາ​ຈະ​ເອົາ​ໃຜ​ມາ​ສູ່​ແອກ​ແຫ່ງ​ຄວາມ​ເປັນ​ທາດ. ແຕ່​ນີ້​ຄື​ສາ​ເຫດ​ອັນ​ແທ້​ຈິງ​ທີ່​ທ່ານ​ມາ​ສູ້​ຮົບ​ກັບ​ພວກ​ເຮົາ; ແທ້​ຈິງ​ແລ້ວ, ທ່ານ​ຄຽດ​ແຄ້ນ​ໃຫ້​ພວກ​ເຮົາ​ເພາະ​ສາດ​ສະ​ໜາ​ຂອງ​ພວກ​ເຮົາ.

3 ແຕ່​ບັດ​ນີ້, ທ່ານ​ເຫັນ​ແລ້ວ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ກັບ​ພວກ​ເຮົາ ແລະ ທ່ານ​ເຫັນ​ແລ້ວ​ວ່າ​ພຣະ​ອົງ​ສົ່ງ​ຕົວ​ທ່ານ​ມາ​ຢູ່​ໃນ​ກຳ​ມື​ຂອງ​ພວກ​ເຮົາ. ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ທ່ານ​ເຂົ້າ​ໃຈ​ວ່າ ມັນ​ເປັນ​ໄປ​ແນວ​ນີ້​ກັບ​ພວກ​ເຮົາ ເພາະ​ສາດ​ສະ​ໜາ ແລະ ສັດທາ​ຂອງ​ພວກ​ເຮົາ​ໃນ​ພຣະ​ຄຣິດ. ແລະ ບັດ​ນີ້​ທ່ານ​ເຫັນ​ແລ້ວ​ວ່າ ທ່ານ​ທຳ​ລາຍ​ສັດທາ​ຂອງ​ພວກ​ເຮົາ​ບໍ່​ໄດ້.

4 ບັດ​ນີ້​ທ່ານ​ເຫັນ​ແລ້ວ​ວ່າ ນີ້​ຄື​ສັດທາ​ທີ່​ແທ້​ຈິງ​ຂອງ​ພວກ​ເຮົາ​ທີ່​ມີ​ຕໍ່​ພຣະ​ເຈົ້າ; ແທ້​ຈິງ​ແລ້ວ, ທ່ານ​ເຫັນ​ວ່າ​ພຣະ​ເຈົ້າ​ອູ້ມ​ຊູ ແລະ ປົກ​ປັກ​ຮັກ​ສາ ແລະ ປ້ອງ​ກັນ​ພວກ​ເຮົາ, ຕາບ​ໃດ​ທີ່​ພວກ​ເຮົາ​ຊື່​ສັດ​ຕໍ່​ພຣະ​ອົງ, ຕໍ່​ສັດທາ​ຂອງ​ພວກ​ເຮົາ, ແລະ ຕໍ່​ສາດ​ສະ​ໜາ​ຂອງ​ພວກ​ເຮົາ; ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ຍອມ​ໃຫ້​ພວກ​ເຮົາ​ຖືກ​ທຳ​ລາຍ​ເລີຍ ຖ້າ​ຫາກ​ພວກ​ເຮົາ​ບໍ່​ໄດ້​ຕົກ​ໄປ​ສູ່​ການ​ລ່ວງ​ລະເມີດ ແລະ ປະ​ຕິ​ເສດ​ສັດທາ​ຂອງ​ພວກ​ເຮົາ.

5 ແລະ ບັດ​ນີ້, ເຊຣາ​ເຮັມນາ, ຂ້າ​ພະ​ເຈົ້າ​ບັນ​ຊາ​ທ່ານ, ໃນ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ຜູ້​ມີ​ອຳນາດ​ທັງ​ປວງ​ອົງ​ນັ້ນ, ຜູ້​ໃຫ້​ກຳ​ລັງ​ແກ່​ແຂນ​ຂອງ​ພວກ​ເຮົາ ຈົນ​ວ່າ​ພວກ​ເຮົາ​ມີ​ອຳນາດ​ເກີນ​ກວ່າ​ທ່ານ, ດ້ວຍ​ສັດທາ​ຂອງ​ພວກ​ເຮົາ, ດ້ວຍ​ສາດ​ສະ​ໜາ​ຂອງ​ພວກ​ເຮົາ, ແລະ ດ້ວຍ ພິ​ທີ​ການ​ແຫ່ງ​ການ​ນະມັດ​ສະການ​ຂອງ​ພວກ​ເຮົາ, ແລະ ດ້ວຍ​ສາດ​ສະ​ໜາ​ຈັກ​ຂອງ​ພວກ​ເຮົາ, ແລະ ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ອັນ​ສັກ​ສິດ​ທີ່​ພວກ​ເຮົາ​ໄດ້​ເປັນ​ໜີ້​ເມຍ​ຂອງ​ພວກ​ເຮົາ ແລະ ລູກ​ຂອງ​ພວກ​ເຮົາ, ດ້ວຍ ເສ​ລີ​ພາບ ຊຶ່ງ​ຜູກ​ມັດ​ພວກ​ເຮົາ​ໄວ້​ກັບ​ແຜ່ນ​ດິນ​ຂອງ​ພວກ​ເຮົາ ແລະ ປະເທດ​ຊາດ​ຂອງ​ພວກ​ເຮົາ; ແທ້​ຈິງ​ແລ້ວ, ແລະ ດ້ວຍ​ການ​ຮັກ​ສາ​ພຣະ​ຄຳ​ອັນ​ສັກ​ສິດ​ຂອງ​ພຣະ​ເຈົ້າ, ຊຶ່ງ​ພວກ​ເຮົາ​ໄດ້​ເປັນ​ໜີ້​ຢູ່​ສຳ​ລັບ​ຄວາມ​ຜາ​ສຸກ​ຂອງ​ພວກ​ເຮົາ​ນີ້; ແລະ ທຸກ​ສິ່ງ​ທຸກ​ຢ່າງ​ເປັນ​ທີ່​ຮັກ​ຫອມ​ທີ່​ສຸດ​ຂອງ​ພວກ​ເຮົາ—

6 ແທ້​ຈິງ​ແລ້ວ, ນີ້​ຍັງ​ບໍ່​ໝົດ; ເພື່ອ​ເຫັນ​ແກ່​ຊີ​ວິດ​ຂອງ​ທ່ານ, ຂ້າ​ພະ​ເຈົ້າ​ຈຶ່ງ​ບັນ​ຊາ​ທ່ານ​ໃຫ້​ມອບ​ອາ​ວຸດ​ແຫ່ງ​ສົງ​ຄາມ​ຂອງ​ທ່ານ​ທັງ​ໝົດ​ໃຫ້​ຂ້າ​ພະ​ເຈົ້າ​ເສຍ, ແລ້ວ​ຂ້າ​ພະ​ເຈົ້າ​ຈະ​ບໍ່​ພະ​ຍາ​ຍາມ​ເອົາ​ຊີ​ວິດ​ຂອງ​ທ່ານ, ແຕ່​ຈະ​ໄວ້​ຊີ​ວິດ​ຂອງ​ທ່ານ, ຖ້າ​ຫາກ​ທ່ານ​ຈະ​ໄປ​ຕາມ​ເສັ້ນ​ທາງ​ຂອງ​ທ່ານ ແລະ ບໍ່​ກັບ​ມາ​ເຮັດ​ສົງ​ຄາມ​ກັບ​ພວກ​ເຮົາ​ອີກ.

7 ແລະ ບັດ​ນີ້, ຖ້າ​ທ່ານ​ບໍ່​ເຮັດ​ຕາມ, ຈົ່ງ​ເບິ່ງ, ທ່ານ​ຢູ່​ໃນ​ກຳ​ມື​ຂອງ​ພວກ​ເຮົາ, ແລະ ຂ້າ​ພະ​ເຈົ້າ​ຈະ​ສັ່ງ​ໃຫ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ເຂົ້າ​ໂຈມ​ຕີ​ທ່ານ, ແລະ ເຮັດ​ໃຫ້​ຮ່າງ​ກາຍ​ຂອງ​ທ່ານ​ໄດ້​ຮັບ​ບາດ​ເຈັບ​ຢ່າງ​ສາ​ຫັດ, ເພື່ອ​ທ່ານ​ຈະ​ໄດ້​ໝົດ​ສິ້ນ​ໄປ; ແລະ ເວລາ​ນັ້ນ ພວກ​ເຮົາ​ຈະ​ໄດ້​ເຫັນ​ວ່າ​ຜູ້​ໃດ​ມີ​ອຳນາດ​ເໜືອ​ກວ່າ​ຜູ້​ຄົນ​ພວກ​ນີ້; ແທ້​ຈິງ​ແລ້ວ, ພວກ​ເຮົາ​ຈະ​ໄດ້​ເຫັນ​ວ່າ​ຜູ້​ໃດ​ຖືກ​ນຳ​ເອົາ​ໄປ​ສູ່​ຄວາມ​ເປັນ​ທາດ.

8 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ເຊຣາ​ເຮັມນາ​ໄດ້​ຍິນ​ຂໍ້​ຄວາມ​ນີ້​ແລ້ວ ລາວ​ໄດ້​ອອກ​ມາ ແລະ ໄດ້​ມອບ​ຫອກ ແລະ ດາບ, ແລະ ຄັນ​ທະ​ນູ​ໃສ່​ມື​ໂມ​ໂຣ​ໄນ, ແລະ ເວົ້າ​ກັບ​ເພິ່ນ​ວ່າ: ຈົ່ງ​ເບິ່ງ, ນີ້​ຄື​ອາ​ວຸດ​ແຫ່ງ​ສົງ​ຄາມ​ຂອງ​ພວກ​ເຮົາ, ແລະ ພວກ​ເຮົາ​ຈະ​ມອບ​ມັນ​ໃຫ້​ແກ່​ທ່ານ, ແຕ່​ວ່າ​ພວກ​ເຮົາ​ຈະ​ບໍ່​ຍອມ​ຕົວ​ເຮັດ ຄຳ​ສາບານ​ຕໍ່​ທ່ານ, ເພາະ​ພວກ​ເຮົາ​ຮູ້​ຈັກ​ວ່າ​ພວກ​ເຮົາ ແລະ ລູກ​ຫລານ​ຂອງ​ພວກ​ເຮົາ​ຈະ​ລ່ວງ​ລະເມີດ​ມັນ; ແຕ່​ຈົ່ງ​ຮັບ​ເອົາ​ອາ​ວຸດ​ແຫ່ງ​ສົງ​ຄາມ​ຂອງ​ພວກ​ເຮົາ​ໄວ້​ສາ, ແລະ ປ່ອຍ​ໃຫ້​ພວກ​ເຮົາ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເສຍ; ຖ້າ​ບໍ່​ດັ່ງ​ນັ້ນ ພວກ​ເຮົາ​ຈະ​ຮັກ​ສາ​ອາ​ວຸດ​ຂອງ​ພວກ​ເຮົາ​ໄວ້, ເຖິງ​ແມ່ນ​ວ່າ​ພວກ​ເຮົາ​ຈະ​ຕາຍ ຫລື ຊະນະ​ກໍ​ຕາມ.

9 ຈົ່ງ​ເບິ່ງ, ພວກ​ເຮົາ​ບໍ່​ໄດ້​ຢູ່​ໃນ​ສັດທາ​ອັນ​ດຽວ​ກັນ​ກັບ​ທ່ານ; ພວກ​ເຮົາ​ບໍ່​ເຊື່ອ​ວ່າ​ພຣະ​ເຈົ້າ​ໄດ້​ສົ່ງ​ພວກ​ເຮົາ​ໃຫ້​ມາ​ຢູ່​ໃນ​ກຳ​ມື​ຂອງ​ທ່ານ; ແຕ່​ພວກ​ເຮົາ​ເຊື່ອ​ວ່າ​ມັນ​ເປັນ​ຍ້ອນ​ເລ່​ຫລ່ຽມ​ຂອງ​ທ່ານ​ທີ່​ໄດ້​ປົກ​ປ້ອງ​ຕົວ​ເອງ​ໃຫ້​ພົ້ນ​ຈາກ​ດາບ​ຂອງ​ພວກ​ເຮົາ. ຈົ່ງ​ເບິ່ງ, ມັນ​ເປັນ​ຍ້ອນ ແຜ່ນ​ປົກ​ເອິກ ແລະ ໂລ່​ທີ່​ປົກ​ປ້ອງ​ທ່ານ​ໄວ້.

10 ແລະ ບັດ​ນີ້​ເວລາ​ເຊຣາ​ເຮັມນາ​ໄດ້​ເວົ້າ​ຈົບ​ແລ້ວ, ໂມ​ໂຣ​ໄນ​ກໍ​ສົ່ງ​ດາບ ແລະ ອາ​ວຸດ​ແຫ່ງ​ສົງ​ຄາມ​ຄືນ​ໃຫ້​ເຊຣາ​ເຮັມນາ, ຊຶ່ງ​ລາວ​ໄດ້​ຮັບ​ເອົາ​ຄືນ, ກ່າວ​ວ່າ: ຈົ່ງ​ເບິ່ງ ພວກ​ເຮົາ​ຈະ​ຢຸດ​ການ​ຕໍ່​ສູ້.

11 ບັດ​ນີ້​ຂ້າ​ພະ​ເຈົ້າ​ຈະ​ເອົາ​ຄວາມ​ເວົ້າ​ທີ່​ເວົ້າ​ໄປ​ແລ້ວ​ຄືນ​ບໍ່​ໄດ້, ສະນັ້ນ ຕາບ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່, ທ່ານ​ຈະ​ອອກ​ໄປ​ບໍ່​ໄດ້ ເວັ້ນ​ເສຍ​ແຕ່​ທ່ານ​ຈະ​ອອກ​ໄປ​ພ້ອມ​ກັບ​ຄຳ​ສາບານ​ວ່າ ທ່ານ​ຈະ​ບໍ່​ກັບ​ມາ​ກໍ່​ສົງ​ຄາມ​ກັບ​ພວກ​ເຮົາ​ອີກ. ບັດ​ນີ້​ທ່ານ​ຢູ່​ໃນ​ກຳ​ມື​ຂອງ​ພວກ​ເຮົາ​ແລ້ວ ແລະ ພວກ​ເຮົາ​ຈະ​ເຮັດ​ໃຫ້​ເລືອດ​ຂອງ​ທ່ານ​ຕົກ​ລົງ​ສູ່​ພື້ນ​ດິນ​ເວລາ​ໃດ​ກໍ​ໄດ້, ບໍ່​ດັ່ງ​ນັ້ນ​ທ່ານ​ຈົ່ງ​ຍອມ​ຮັບ​ເອົາ​ເງື່ອນ​ໄຂ​ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ສະ​ເໜີ​ມາ​ນັ້ນ.

12 ແລະ ບັດ​ນີ້​ເມື່ອ​ໂມ​ໂຣ​ໄນ​ກ່າວ​ຂໍ້​ຄວາມ​ນີ້​ແລ້ວ, ເຊຣາ​ເຮັມນາ​ກໍ​ຈັບ​ເອົາ​ດາບ​ຂອງ​ລາວ​ໄວ້, ຍ້ອນ​ຄວາມ​ຄຽດ​ແຄ້ນ​ໃຫ້​ໂມ​ໂຣ​ໄນ​ຫລາຍ, ແລະ ລາວ​ໄດ້​ແລ່ນ​ມາ​ໃສ່​ເພື່ອ​ຈະ​ໄດ້​ຂ້າ​ໂມ​ໂຣ​ໄນ; ແຕ່​ເວລາ​ລາວ​ກຳ​ລັງ​ຍົກ​ດາບ​ຂຶ້ນ​ນັ້ນ, ຈົ່ງ​ເບິ່ງ, ທະ​ຫານ​ຜູ້​ໜຶ່ງ​ຂອງ​ໂມ​ໂຣ​ໄນ​ໄດ້​ຟັນ​ມັນ​ຈົນ​ຕົກ​ລົງ​ຢູ່​ພື້ນ​ດິນ ແລະ ມັນ​ຫັກ​ຢູ່​ໃກ້​ດ້າມ; ແລະ ລາວ​ໄດ້​ຟັນ​ເຊຣາ​ເຮັມນາ​ອີກ ຄື​ລາວ​ໄດ້​ຕັດ​ໜັງ​ຫົວ​ຂອງ​ລາວ ແລະ ມັນ​ໄດ້​ຕົກ​ລົງ​ຢູ່​ພື້ນ​ດິນ. ແລະ ເຊຣາ​ເຮັມນາ​ຈຶ່ງ​ຖອຍ​ໜີ​ໄປ​ຕໍ່​ໜ້າ​ພວກ​ເຂົາ​ເຂົ້າ​ໄປ​ຢູ່​ໃນ​ທ່າມ​ກາງ​ກອງ​ທະ​ຫານ​ຂອງ​ຕົນ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ທະ​ຫານ​ຜູ້​ທີ່​ຢືນ​ຢູ່​ຂ້າງ, ຊຶ່ງ​ເປັນ​ຜູ້​ຕັດ​ໜັງ​ຫົວ​ຂອງ​ເຊຣາ​ເຮັມນາ​ອອກ, ໄດ້​ຈັບ​ເອົາ​ໜັງ​ຫົວ​ຂຶ້ນ​ຈາກ​ພື້ນ​ດິນ​ໂດຍ​ຈັບ​ເສັ້ນ​ຜົມ, ແລະ ສຽບ​ມັນ​ໄວ້​ທີ່​ປາຍ​ດາບ ແລະ ເດ່​ມັນ​ອອກ​ໄປ​ຫາ​ພວກ​ເລມັນ, ແລະ ຮ້ອງ​ໃສ່​ພວກ​ເຂົາ​ດ້ວຍ​ສຽງ​ອັນ​ດັງ​ວ່າ:

14 ໜັງ​ຫົວ​ຂອງ​ຫົວ​ໜ້າ​ຂອງ​ພວກ​ທ່ານ​ຕົກ​ລົງ​ພື້ນ​ດິນ​ແບບ​ໃດ, ພວກ​ທ່ານ​ກໍ​ຈະ​ລົ້ມ​ລົງ​ກັບ​ພື້ນ​ດິນ​ແບບ​ນັ້ນ, ເວັ້ນ​ເສຍ​ແຕ່​ພວກ​ທ່ານ​ຈະ​ມອບ​ອາ​ວຸດ​ແຫ່ງ​ສົງ​ຄາມ​ຂອງ​ພວກ​ທ່ານ​ໃຫ້​ພວກ​ເຮົາ​ເສຍ​ກ່ອນ ແລ້ວ​ອອກ​ໄປ​ພ້ອມ​ດ້ວຍ​ພັນທະ​ສັນ​ຍາ​ແຫ່ງ​ສັນ​ຕິ​ພາບ.

15 ບັດ​ນີ້​ເມື່ອ​ຊາວ​ເລມັນ​ໄດ້​ຍິນ​ຂໍ້​ຄວາມ​ນີ້​ແລ້ວ ແລະ ໄດ້​ເຫັນ​ໜັງ​ຫົວ​ຢູ່​ປາຍ​ດາບ, ພວກ​ເຂົາ​ຫລາຍ​ຄົນ​ເກີດ​ມີ​ຄວາມ​ຢ້ານ​ກົວ​ຂຶ້ນ; ແລະ ພວກ​ເຂົາ​ໄດ້​ອອກ​ມາ ແລະ ໂຍນ​ອາ​ວຸດ​ແຫ່ງ​ສົງ​ຄາມ​ໄວ້​ທີ່​ຕີນ​ຂອງ​ໂມ​ໂຣ​ໄນ, ແລະ ເຂົ້າ​ມາ​ເຮັດ ພັນທະ​ສັນ​ຍາ​ແຫ່ງ​ສັນ​ຕິ​ພາບ. ແລະ ຫລາຍ​ຕໍ່​ຫລາຍ​ຄົນ​ໄດ້​ເຂົ້າ​ມາ​ເຮັດ​ພັນທະ​ສັນ​ຍາ ແລະ ໄດ້​ໜີ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

16 ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຊຣາ​ເຮັມນາ​ກໍ​ມີ​ຄວາມ​ຄຽດ​ແຄ້ນ​ຂຶ້ນ​ຫລາຍ​ກວ່າ​ເກົ່າ, ແລະ ລາວ​ໄດ້​ຍຸ​ຍົງ​ໃຫ້​ພວກ​ທະ​ຫານ​ສ່ວນ​ທີ່​ເຫລືອ​ຢູ່​ຂອງ​ລາວ​ໃຫ້​ມີ​ຄວາມ​ຄຽດ​ແຄ້ນ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ຕໍ່​ສູ້​ຢ່າງ​ຮຸນ​ແຮງ​ກັບ​ຊາວ​ນີໄຟ​ອີກ.

17 ແລະ ບັດ​ນີ້​ໂມ​ໂຣ​ໄນ​ມີ​ຄວາມ​ຄຽດ​ແຄ້ນ​ຫລາຍ​ຂຶ້ນ​ຍ້ອນ​ຄວາມ​ດື້​ດ້ານ​ຂອງ​ຊາວ​ເລມັນ; ສະນັ້ນ​ເພິ່ນ​ຈຶ່ງ​ໄດ້​ສັ່ງ​ໃຫ້​ກອງ​ທັບ​ຂອງ​ເພິ່ນ​ເຂົ້າ​ໂຈມ​ຕີ ແລະ ຂ້າ​ພວກ​ເຂົາ​ເຫລົ່າ​ນັ້ນ​ຖິ້ມ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ທະ​ຫານ​ຂອງ​ໂມ​ໂຣ​ໄນ​ໄດ້​ເລີ່ມ​ຂ້າ​ພວກ​ເຂົາ; ແທ້​ຈິງ​ແລ້ວ, ຊາວ​ເລມັນ​ກໍ​ໄດ້​ຕໍ່​ສູ້​ດ້ວຍ​ດາບ​ຢ່າງ​ສຸດ​ກຳ​ລັງ​ຂອງ​ຕົນ.

18 ແຕ່​ຈົ່ງ​ເບິ່ງ, ເນື້ອ​ໜັງ​ຂອງ​ພວກ​ເຂົາ​ເປືອຍ​ເປົ່າ ແລະ ຫົວ​ກໍ​ບໍ່​ມີ​ສິ່ງ​ປິດ​ບັງ ຈຶ່ງ​ໄດ້​ເປີດ​ປ່ອງ​ໃຫ້​ດາບ​ອັນ​ແຫລມ​ຄົມ​ຂອງ​ຊາວ​ນີໄຟ; ແທ້​ຈິງ​ແລ້ວ, ຈົ່ງ​ເບິ່ງ ພວກ​ເຂົາ​ຖືກ​ແທງ ແລະ ຖືກ​ຟັນ, ແລະ ໄດ້​ລົ້ມ​ຕາຍ​ຢ່າງ​ວ່ອງ​ໄວ​ດ້ວຍ​ດາບ​ຂອງ​ຊາວ​ນີໄຟ ແລະ ພວກ​ເຂົາ​ເລີ່ມ​ຖືກ​ກວາດ​ລົງ​ດັ່ງ​ທີ່​ທະ​ຫານ​ຂອງ​ໂມ​ໂຣ​ໄນ​ທຳ​ນາຍ​ໄວ້.

19 ບັດ​ນີ້​ເມື່ອ​ເຊຣາ​ເຮັມນາ​ເຫັນ​ວ່າ​ພວກ​ຕົນ​ເກືອບ​ຈະ​ຖືກ​ຂ້າ​ຕາຍ​ໝົດ​ແລ້ວ, ຈຶ່ງ​ໄດ້​ຮ້ອງ​ອອກ​ມາ​ຢ່າງ​ສຸດ​ກຳ​ລັງ​ຕໍ່​ໂມ​ໂຣ​ໄນ, ສັນ​ຍາ​ວ່າ​ລາວ ແລະ ຜູ້​ຄົນ​ຂອງ​ລາວ​ຈະ​ເຮັດ​ພັນທະ​ສັນ​ຍາ, ຖ້າ​ຫາກ​ທາງ​ຝ່າຍ​ນີໄຟ​ຈະ​ໄວ້​ຊີ​ວິດ​ຊາວ​ເລມັນ​ຜູ້​ທີ່​ຍັງ​ເຫລືອ​ຢູ່, ວ່າ​ພວກ​ເຂົາ​ຈະ​ບໍ່​ມາ​ກໍ່​ສົງ​ຄາມ​ກັບ​ຊາວ​ນີໄຟ ອີກ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ໂຣ​ໄນ​ໄດ້​ສັ່ງ​ໃຫ້​ການ​ຂ້າ​ຟັນ​ຢຸດ​ລົງ. ແລະ ເພິ່ນ​ໄດ້​ຮັບ​ເອົາ​ອາ​ວຸດ​ແຫ່ງ​ສົງ​ຄາມ​ຈາກ​ຊາວ​ເລມັນ; ແລະ ຫລັງ​ຈາກ​ພວກ​ເຂົາ​ເຂົ້າ​ມາ​ເຮັດ ພັນທະ​ສັນ​ຍາ​ແຫ່ງ​ສັນ​ຕິ​ພາບ​ກັບ​ເພິ່ນ​ແລ້ວ ພວກ​ເຂົາ​ຈຶ່ງ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ໜີ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

21 ບັດ​ນີ້​ພວກ​ເຮົາ​ບໍ່​ໄດ້​ນັບ​ຈຳນວນ​ຄົນ​ທີ່​ຕາຍ​ໄປ ຍ້ອນ​ວ່າ​ຄວາມ​ຫລວງ​ຫລາຍ​ຂອງ​ມັນ; ແທ້​ຈິງ​ແລ້ວ, ຈຳນວນ​ຄົນ​ຕາຍ​ນັ້ນ​ມີ​ຫລາຍ​ທີ່​ສຸດ, ທັງ​ຊາວ​ນີໄຟ ແລະ ຊາວ​ເລມັນ.

22 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ນີໄຟ​ໄດ້​ໂຍນ​ຄົນ​ຕາຍ​ລົງ​ໄປ​ໃນ​ນ້ຳ​ຊີໂດນ, ແລະ ມັນ​ໄດ້​ໄຫລ​ໄປ ແລະ ຖືກ​ຝັງ​ຢູ່​ໃນ​ຄວາມ​ເລິກ​ຂອງ​ທະເລ.

23 ແລະ ກອງ​ທັບ​ຂອງ​ຊາວ​ນີໄຟ ຫລື ຂອງ​ໂມ​ໂຣ​ໄນ, ໄດ້​ກັບ​ຄືນ​ໄປ​ຫາ​ເຮືອນ​ຊານ​ຂອງ​ພວກ​ເຂົາ ແລະ ແຜ່ນ​ດິນ​ຂອງ​ພວກ​ເຂົາ.

24 ແລະ ປີ​ທີ​ສິບ​ແປດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້. ແລະ ບັນ​ທຶກ​ຂອງ​ແອວມາ​ຊຶ່ງ​ມີ​ຂຽນ​ໄວ້​ໃນ​ແຜ່ນ​ຈາລຶກ​ຂອງ​ນີໄຟ​ກໍ​ໄດ້​ຈົບ​ລົງ​ດັ່ງ​ນີ້.