ພຣະ​ຄຳ​ພີ
ແອວມາ 4


ບົດ​ທີ 4

ແອວມາ​ໃຫ້​ບັບຕິ​ສະມາ​ແກ່​ຄົນ​ເປັນ​ຈຳນວນ​ຫລາຍ​ພັນ​ຄົນ​ທີ່​ເຫລື້ອມ​ໃສ—ຄວາມ​ຊົ່ວ​ຮ້າຍ​ເຂົ້າ​ມາ​ໃນ​ສາດ​ສະ​ໜາ​ຈັກ, ແລະ ຄວາມ​ກ້າວ​ໜ້າ​ຂອງ​ສາດ​ສະ​ໜາ​ຈັກ​ຖືກ​ຂັດ​ຂວາງ—ນີໄຟ​ຮາ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຫົວ​ໜ້າ​ຜູ້​ຕັດ​ສິນ—ແອວມາ, ຊຶ່ງ​ເປັນ​ມະຫາ​ປະ​ໂລ​ຫິດ, ໄດ້​ອຸ​ທິດ​ຕົນ​ເພື່ອ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ປະ​ມານ 86–83 ປີ ກ່ອນ ຄ.ສ.

1 ບັດ​ນີ້ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ຫົກ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ຜູ້​ຄົນ​ຂອງ​ນີໄຟ, ມັນ​ບໍ່​ມີ​ການ​ຂັດ​ແຍ້ງ ຫລື ສົງ​ຄາມ​ໃນ ແຜ່ນ​ດິນ​ເຊຣາ​ເຮັມລາ​ເລີຍ;

2 ແຕ່​ວ່າ​ຜູ້​ຄົນ​ໄດ້​ຮັບ​ຄວາມ​ເປັນ​ທຸກ, ແທ້​ຈິງ​ແລ້ວ, ແມ່ນ​ເປັນ​ທຸກ​ຢ່າງ​ແສນ​ສາ​ຫັດ ເພາະ​ວ່າ ການ​ລົ້ມ​ຕາຍ​ຂອງ​ພີ່​ນ້ອງ​ຂອງ​ພວກ​ເຂົາ, ແລະ ເພາະ​ການ​ສູນ​ເສຍ​ຝູງ​ສັດ​ລ້ຽງ​ຂອງ​ພວກ​ເຂົາ ແລະ ຝູງ​ສັດ​ໃຊ້​ແຮງ​ງານ​ຂອງ​ພວກ​ເຂົາ​ນຳ​ອີກ, ແລະ ເພາະ​ວ່າ​ການ​ສູນ​ເສຍ​ເຄື່ອງ​ປູກ​ຂອງ​ຝັງ​ໃນ​ທົ່ງ​ຂອງ​ພວກ​ເຂົາ ຊຶ່ງ​ຖືກ​ຊາວ​ເລມັນ​ຢຽບ​ຍ່ຳ​ໄວ້​ໃຕ້​ພື້ນ​ຕີນ ແລະ ທຳ​ລາຍ​ຈົນ​ໝົດ.

3 ແລະ ຄວາມ​ທຸກ​ຂອງ​ພວກ​ເຂົາ​ນັ້ນ​ແສນ​ສາ​ຫັດ​ຈົນ​ວ່າ​ທຸກ​ຄົນ​ຕ້ອງ​ເປັນ​ທຸກ; ແລະ ພວກ​ເຂົາ​ເຊື່ອ​ວ່າ​ມັນ​ເປັນ​ຈາກ​ການ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ ຊຶ່ງ​ສົ່ງ​ມາ​ຫາ​ພວກ​ເຂົາ ເພາະ​ວ່າ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຂົາ; ສະນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ຖືກ​ປຸກ​ໃຫ້​ຕື່ນ​ຂຶ້ນ​ຫາ​ຄວາມ​ຊົງ​ຈຳ​ເຖິງ​ໜ້າ​ທີ່​ຂອງ​ພວກ​ເຂົາ.

4 ແລະ ພວກ​ເຂົາ​ໄດ້​ເລີ່ມ​ຕົ້ນ​ສະຖາ​ປະນາ​ສາດ​ສະ​ໜາ​ຈັກ​ໃຫ້​ສົມ​ບູນ​ຂຶ້ນ; ແທ້​ຈິງ​ແລ້ວ, ຫລາຍ​ຄົນ​ໄດ້​ຮັບ ບັບຕິ​ສະມາ​ໃນ​ແມ່​ນ້ຳຊີໂດນ ແລະ ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ຮັບ​ບັບຕິ​ສະມາ​ໂດຍ​ມື​ຂອງ​ແອວມາ, ຜູ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ ມະຫາ​ປະ​ໂລ​ຫິດ​ດ້ວຍ​ມື​ຂອງ​ແອວມາ​ຜູ້​ເປັນ​ບິດາ​ຂອງ​ເພິ່ນ ເພື່ອ​ເບິ່ງ​ແຍງ​ຜູ້​ຄົນ​ໃນ​ສາດ​ສະ​ໜາ​ຈັກ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ເຈັດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ ໄດ້​ມີ​ຄົນ​ປະ​ມານ​ສາມ​ພັນ​ຫ້າ​ຮ້ອຍ​ຄົນ​ທີ່​ໄດ້​ເຂົ້າ​ຮ່ວມ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ ແລະ ໄດ້​ຮັບ​ບັບຕິ​ສະມາ. ແລະ ປີ​ທີ​ເຈັດ​ແຫ່ງ​ການ​ປົກ​ຄອງ​ຜູ້​ຄົນ​ຂອງ​ນີໄຟ​ຂອງ​ຜູ້​ຕັດ​ສິນ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້; ແລະ ມີ​ສັນ​ຕິ​ສຸກ​ຕິດ​ຕໍ່​ກັນ​ຕະຫລອດ​ເວລາ​ນັ້ນ.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ແປດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ, ຄື​ປະ​ຊາ​ຊົນ​ເລີ່ມ​ອວດ​ດີ​ຂຶ້ນ ເພາະ ຄວາມ​ຮັ່ງ​ມີ​ຂອງ​ພວກ​ເຂົາ, ແລະ ເພາະ​ຜ້າ​ໄໝ ແນວ​ດີ​ຂອງ​ພວກ​ເຂົາ, ແລະ ຜ້າ​ລີ​ນິນ​ຕ່ຳ​ຢ່າງ​ດີ​ຂອງ​ພວກ​ເຂົາ, ແລະ ເພາະ​ຝູງ​ສັດ​ລ້ຽງ ແລະ ຝູງ​ສັດ​ໃຊ້​ແຮງ​ງານ​ຢ່າງ​ຫລວງ​ຫລາຍ​ຂອງ​ພວກ​ເຂົາ, ແລະ ເພາະ​ຄຳ​ຂອງ​ພວກ​ເຂົາ ແລະ ເງິນ​ຂອງ​ພວກ​ເຂົາ, ແລະ ສິ່ງ​ຂອງ​ມີ​ຄ່າ​ນາໆ​ຊະ​ນິດ​ຊຶ່ງ​ພວກ​ເຂົາ​ໄດ້​ມາ​ຈາກ​ການ​ອຸດ​ສາ​ຫະ​ກຳ​ຂອງ​ພວກ​ເຂົາ; ແລະ ດ້ວຍ​ສິ່ງ​ທັງ​ໝົດ​ນີ້ ພວກ​ເຂົາ​ຈຶ່ງ​ລະ​ເມີ​ເພີ້​ຝັນ​ດ້ວຍ​ຄວາມ​ທະນົງ​ຕົວ​ໃນ​ສາຍ​ຕາ​ຂອງ​ຕົນ​ເອງ, ເພາະ​ພວກ​ເຂົາ​ເລີ່ມ​ໃສ່​ເສື້ອ​ຜ້າ​ທີ່​ມີ​ລາ​ຄາ​ແພງ.

7 ບັດ​ນີ້​ມັນ​ເປັນ​ເຫດ​ໃຫ້​ແອວມາ​ມີ​ຄວາມ​ທຸກ​ຫລາຍ, ແທ້​ຈິງ​ແລ້ວ, ແລະ ຕໍ່​ຫລາຍ​ຄົນ​ທີ່​ແອວມາ​ໄດ້ ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ສອນ, ແລະ ເປັນ​ປະ​ໂລ​ຫິດ, ແລະ ເປັນ​ແອວເດີ​ເພື່ອ​ດູ​ແລ​ສາດ​ສະ​ໜາ​ຈັກ; ແທ້​ຈິງ​ແລ້ວ ຄົນ​ຢ່າງ​ຫລວງ​ຫລາຍ​ໃນ​ພວກ​ເຂົາ​ໂສກ​ເສົ້າ​ເພາະ​ຄວາມ​ຊົ່ວ​ຮ້າຍ​ທີ່​ພວກ​ເຂົາ​ເຫັນ ແລະ ມັນ​ກຳ​ລັງ​ເລີ່ມ​ເກີດ​ຂຶ້ນ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ພວກ​ເຂົາ.

8 ເພາະ​ວ່າ​ພວກ​ເຂົາ​ໄດ້​ເຫັນ ແລະ ໄດ້​ເບິ່ງ​ດ້ວຍ​ຄວາມ​ເສົ້າ​ສະ​ຫລົດ​ໃຈ ວ່າ​ຜູ້​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ເລີ່ມ​ລະ​ເມີ​ເພີ້​ຝັນ​ດ້ວຍ ຄວາມ​ທະນົງ​ຕົວ​ໃນ​ສາຍ​ຕາ​ຂອງ​ຕົນ​ເອງ, ແລະ ໝົກ​ໝຸ້ນ​ຢູ່​ກັບ​ຂອງ​ມີ​ຄ່າ ແລະ ກັບ​ສິ່ງ​ທີ່​ບໍ່​ມີ​ປະ​ໂຫຍດ​ຂອງ​ໂລກ, ຈົນ​ວ່າ​ພວກ​ເຂົາ​ໄດ້​ໝິ່ນ​ປະ​ໝາດ​ຊຶ່ງ​ກັນ​ແລະ​ກັນ, ແລະ ພວກ​ເຂົາ​ເລີ່ມ​ກົດ​ຂີ່​ຂົ່ມ​ເຫັງ​ຜູ້​ທີ່ ບໍ່​ເຊື່ອ​ໃນ​ຄວາມ​ປາດ​ຖະ​ໜາ ຫລື ຄວາມ​ພໍ​ໃຈ​ຂອງ​ພວກ​ເຂົາ.

9 ແລະ ໃນ​ປີ​ທີ​ແປດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ, ມັນ​ເລີ່ມ​ມີ ການ​ຂັດ​ແຍ້ງ​ກັນ​ຢ່າງ​ໃຫຍ່​ຫລວງ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ດັ່ງ​ນີ້; ແທ້​ຈິງ​ແລ້ວ, ມີ ການ​ອິດ​ສາ​ບັງ​ບຽດ, ແລະ ການ​ຜິດ​ຖຽງ​ກັນ, ແລະ ເຈດ​ຕະ​ນາ​ຮ້າຍ, ແລະ ຂົ່ມ​ເຫັງ, ແລະ ຄວາມ​ທະນົງ​ຕົວ, ເຖິງ​ຂະ​ໜາດ​ທີ່​ກັບ​ມາ​ຫລາຍ​ກວ່າ​ຄວາມ​ທະນົງ​ຕົວ​ຂອງ​ຜູ້​ທີ່​ບໍ່​ໄດ້​ເປັນ​ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ​ຊ້ຳ​ອີກ.

10 ແລະ ປີ​ທີ​ແປດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້; ແລະ ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ສະ​ດຸດ​ອັນ​ໃຫຍ່​ຫລວງ​ແກ່​ຜູ້​ທີ່​ບໍ່​ເປັນ​ຂອງ​ສາດ​ສະ​ໜາ​ຈັກ; ແລະ ສາດ​ສະ​ໜາ​ຈັກ​ເລີ່ມ​ເສື່ອມ​ໂຊມ​ລົງ​ຕາມ​ຄວາມ​ກ້າວ​ໜ້າ​ຂອງ​ສິ່ງ​ທີ່​ບໍ່​ດີ​ດັ່ງ​ນີ້.

11 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ຕົ້ນ​ປີ​ທີ​ເກົ້າ, ແອວມາ​ໄດ້​ເຫັນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ສາດ​ສະ​ໜາ​ຈັກ ແລະ ເພິ່ນ​ເຫັນ​ອີກ​ວ່າ ຕົວ​ຢ່າງ​ຂອງ​ສາດ​ສະ​ໜາ​ຈັກ​ເລີ່ມ​ພາ​ຜູ້​ຄົນ​ທີ່​ບໍ່​ເຊື່ອ​ເຮັດ​ຄວາມ​ຊົ່ວ​ຮ້າຍ​ຈາກ​ຢ່າງ​ໜຶ່ງ​ຫາ​ອີກ​ຢ່າງ​ໜຶ່ງ, ນັ້ນ​ເປັນ​ການ​ນຳ​ຄວາມ​ພິນາດ​ມາ​ສູ່​ຜູ້​ຄົນ.

12 ແທ້​ຈິງ​ແລ້ວ, ເພິ່ນ​ໄດ້​ເຫັນ​ຄວາມ​ບໍ່​ສະເໝີ​ພາບ​ຫລາຍ​ຢ່າງ​ໃນ​ບັນດາ​ຜູ້​ຄົນ, ບາງ​ຄົນ​ເພີ້​ຝັນ​ດ້ວຍ​ຄວາມ​ທະນົງ​ຕົວ, ໝິ່ນ​ປະ​ໝາດ​ຄົນ​ອື່ນ, ຫັນ​ຫລັງ​ໃສ່ ຄົນ​ຂັດ​ສົນ ແລະ ຄົນ​ທີ່​ເປືອຍ​ເປົ່າ ແລະ ຄົນ​ຫິວ​ໂຫຍ, ແລະ ຄົນ​ທີ່​ກະ​ຫາຍ, ແລະ ຄົນ​ເຈັບ​ປ່ວຍ ແລະ ເປັນ​ທຸກ.

13 ບັດນີ້​ມັນ​ເປັນ​ຕົ້ນ​ເຫດ ແລະ ສ້າງ​ການ​ຄ່ຳ​ຄວນ​ໃນ​ບັນ​ດາ​ຜູ້​ຄົນ, ຂະນະ​ທີ່​ຄົນ​ອື່ນໆ​ກຳ​ລັງ​ຖ່ອມ​ຕົວ, ກຳ​ລັງ​ຊ່ວຍ​ເຫລືອ​ຄົນ​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ, ເປັນ​ຕົ້ນ ການ​ໃຫ້​ເຂົ້າ​ຂອງ​ແກ່​ຄົນ​ຍາກ​ຈົນ ແລະ ຄົນ​ຂັດ​ສົນ, ໃຫ້​ອາຫານ​ແກ່​ຄົນ​ທີ່​ຫິວ​ໂຫຍ, ແລະ ທົນ​ຕໍ່ ຄວາມ​ທຸກ​ນາໆ​ປະ​ການ ເພື່ອ​ເຫັນ​ແກ່​ພຣະ​ຄຣິດ​ຜູ້​ຈະ​ສະ​ເດັດ​ມາ​ຕາມ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ;

14 ໂດຍ​ການ​ຄອຍ​ຫາ​ມື້​ນັ້ນ, ໂດຍ ການ​ຮັກ​ສາ​ການ​ປົດ​ບາບ​ຂອງ​ພວກ​ເຂົາ​ໄວ້, ໂດຍ​ເຕັມ​ໄປ​ດ້ວຍ ຄວາມ​ຊື່ນ​ຊົມ​ອັນ​ຍິ່ງ​ໃຫຍ່ ເພາະ​ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຄົນ​ຕາຍ​ຕາມ​ພຣະ​ປະສົງ ແລະ ອຳນາດ ແລະ ການ​ປົດ​ປ່ອຍ​ຂອງ​ພຣະ​ເຢຊູ​ຄຣິດ​ຈາກ​ສາຍ​ຮັດ​ແຫ່ງ​ຄວາມ​ຕາຍ.

15 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ແອວມາ, ໂດຍ​ທີ່​ໄດ້​ເຫັນ​ຄວາມ​ທຸກ​ຂອງ​ຜູ້​ຕິດ​ຕາມ​ທີ່​ຖ່ອມ​ຕົວ​ຂອງ​ພຣະ​ເຈົ້າ, ແລະ ການ​ຂົ່ມ​ເຫັງ​ຊຶ່ງ​ກອງ​ຂຶ້ນ​ກັບ​ຄົນ​ເຫລົ່າ​ນັ້ນ​ໂດຍ​ຜູ້​ຄົນ​ຂອງ​ເພິ່ນ​ທີ່​ເຫລືອ​ຢູ່, ແລະ ຄວາມ​ບໍ່​ສະເໝີ​ພາບ​ທຸກ​ຢ່າງ​ຂອງ​ພວກ​ເຂົາ, ຈຶ່ງ​ເລີ່ມ​ມີ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ທີ່​ສຸດ; ເຖິງ​ຢ່າງ​ໃດ​ກໍ​ຕາມ ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ເຮັດ​ໃຫ້​ເພິ່ນ​ຜິດ​ຫວັງ​ເລີຍ.

16 ແລະ ເພິ່ນ​ໄດ້​ເລືອກ​ເອົາ​ຄົນ​ທີ່​ສະຫລາດ​ຜູ້​ໜຶ່ງ​ໃນ​ບັນ​ດາ​ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ໃຫ້​ອຳນາດ​ແກ່​ເພິ່ນ​ຕາມ ສຽງ​ຂອງ​ຜູ້​ຄົນ, ເພື່ອ​ເພິ່ນ​ຈະ​ໄດ້​ມີ​ອຳນາດ​ອອກ ກົດ​ຕາມ​ກົດ​ໝາຍ​ທີ່​ມີ​ໄວ້, ແລະ ໃຊ້​ບັງ​ຄັບ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ຜິດ​ຂອງ​ຜູ້​ຄົນ.

17 ບັດ​ນີ້​ຊື່​ຂອງ​ຊາຍ​ຄົນ​ນັ້ນ​ແມ່ນ ນີໄຟ​ຮາ, ແລະ ເພິ່ນ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ ຫົວ​ໜ້າ​ຜູ້​ຕັດ​ສິນ; ແລະ ເພິ່ນ​ໄດ້​ນັ່ງ​ຢູ່​ເທິງ​ບັນ​ລັງ​ຕັດ​ສິນ​ເພື່ອ​ຕັດ​ສິນ ແລະ ເພື່ອ​ປົກ​ຄອງ​ຜູ້​ຄົນ.

18 ບັດ​ນີ້​ແອວມາ​ບໍ່​ໄດ້​ມອບ​ຕຳ​ແໜ່ງ​ມະຫາ​ປະ​ໂລ​ຫິດ​ເພື່ອ​ດູ​ແລ​ສາດ​ສະ​ໜາ​ຈັກ​ໃຫ້​ແກ່​ເພິ່ນ, ແຕ່​ເພິ່ນ​ໄດ້​ຮັກ​ສາ​ຕຳ​ແໜ່ງ​ມະຫາ​ປະ​ໂລ​ຫິດ​ໄວ້​ໃຫ້​ຕົນ​ເອງ; ເພິ່ນ​ພຽງ​ແຕ່​ມອບ​ບັນ​ລັງ​ຕັດ​ສິນ​ໃຫ້​ແກ່​ນີໄຟ​ຮາ ເທົ່າ​ນັ້ນ.

19 ແລະ ເພິ່ນ​ເຮັດ​ສິ່ງ​ນີ້​ເພື່ອ​ວ່າ ຕົນ​ເອງ​ຈະ​ໄດ້​ອອກ​ໄປ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ເພິ່ນ ຫລື ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ນີໄຟ, ເພື່ອ​ເພິ່ນ​ຈະ​ໄດ້​ສັ່ງ​ສອນ ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ແກ່​ພວກ​ເຂົາ​ເພື່ອ ກະ​ຕຸ້ນ​ພວກ​ເຂົາ​ໃຫ້ ສຳນຶກ​ເຖິງ​ໜ້າ​ທີ່​ຂອງ​ພວກ​ເຂົາ, ແລະ ໂດຍ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ເພິ່ນ​ຈະ​ໄດ້​ດຶງ​ເອົາ​ຄວາມ​ທະນົງ​ຕົວ ແລະ ກົນ​ອຸ​ບາຍ​ທັງ​ໝົດ ແລະ ການ​ຂັດ​ແຍ້ງ​ທັງ​ໝົດ ຊຶ່ງມີ​ຢູ່​ໃນ​ບັນດາ​ຜູ້​ຄົນ​ຂອງ​ເພິ່ນ​ລົງ​ມາ, ໂດຍ​ບໍ່​ເຫັນ​ທາງ​ອື່ນ​ແລ້ວ​ທີ່​ເພິ່ນ​ຈະ​ກູ້​ພວກ​ເຂົາ​ກັບ​ຄືນ ນອກ​ຈາກ​ເພິ່ນ​ຈະ​ພະ​ຍາ​ຍາມ​ຢ່າງ​ເຕັມ​ທີ່​ດ້ວຍ ປະຈັກ​ພະຍານ​ອັນ​ບໍ​ລິ​ສຸດ​ເພື່ອ​ຕຳ​ນິ​ພວກ​ເຂົາ.

20 ແລະ ດັ່ງ​ນີ້ ໃນ​ຕົ້ນ​ປີ​ທີ​ເກົ້າ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ, ແອວມາ​ຈຶ່ງ​ໄດ້​ມອບ​ບັນ​ລັງ​ຕັດ​ສິນ​ໃຫ້ ນີໄຟ​ຮາ, ແລະ ເພິ່ນ​ຈະ​ປະ​ຕິ​ບັດ​ຕົນ​ສະ​ເພາະ​ແຕ່​ໃນ ຖານະ​ປະ​ໂລ​ຫິດ​ສູງ​ເທົ່າ​ນັ້ນ ແຫ່ງ​ລະບຽບ​ອັນ​ສັກ​ສິດ​ຂອງ​ພຣະ​ເຈົ້າ, ໃນ​ການ​ເປັນ​ພະຍານ​ເຖິງ​ພຣະ​ຄຳ​ຕາມ​ພຣະ​ວິນ​ຍານ​ແຫ່ງ​ການ​ເປີດ​ເຜີຍ ແລະ ການ​ທຳ​ນາຍ.