ພຣະ​ຄຳ​ພີ
ແອວມາ 47


ບົດ​ທີ 47

ອະ​ມາ​ລີ​ໄຄ​ຢາ​ໃຊ້​ເລ່​ຫລ່ຽມ, ຄາດ​ຕະ​ກຳ, ແລະ ກົນ​ອຸ​ບາຍ​ເພື່ອ​ຈະ​ໄດ້​ກາຍ​ເປັນ​ກະສັດ​ຂອງ​ຊາວ​ເລມັນ—ຊາວ​ນີໄຟ​ຜູ້​ທີ່​ແຍກ​ອອກ​ໄປ​ນັ້ນ​ເປັນ​ຄົນ​ຊົ່ວ ແລະ ປ່າ​ເຖື່ອນ​ຫລາຍ​ກວ່າ​ຊາວ​ເລມັນ. ປະ​ມານ 72 ປີ ກ່ອນ ຄ.ສ.

1 ບັດ​ນີ້​ພວກ​ເຮົາ​ຈະ​ບັນ​ທຶກ​ເລື່ອງ​ລາວ​ຂອງ​ອະ​ມາ​ລີ​ໄຄ​ຢາ ແລະ ພວກ​ທີ່ ໜີ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ກັບ​ລາວ; ເພາະ​ຈົ່ງ​ເບິ່ງ, ລາວ​ໄດ້​ພາ​ຄົນ​ທີ່​ໄປ​ກັບ​ລາວ​ຂຶ້ນ​ໄປ​ຫາ ແຜ່ນ​ດິນ​ນີໄຟ​ໃນ​ບັນ​ດາ​ຊາວ​ເລມັນ, ແລະ ຍຸ​ຍົງ​ຊາວ​ເລມັນ​ໃຫ້​ຄຽດ​ແຄ້ນ​ໃຫ້​ຜູ້​ຄົນ​ຂອງ​ນີໄຟ, ເຖິງ​ຂະ​ໜາດ​ທີ່​ກະສັດ​ຂອງ​ຊາວ​ເລມັນ​ໄດ້​ສົ່ງ​ຂ່າວ​ສານ​ໄປ​ທົ່ວ​ແຜ່ນ​ດິນ​ຂອງ​ຕົນ ໃນ​ບັນ​ດາ​ຜູ້​ຄົນ​ທັງ​ໝົດ​ຂອງ​ຕົນ ໃຫ້​ພວກ​ເຂົາ​ຮວບ​ຮວມ​ກັນ​ອີກ​ເພື່ອ​ໄປ​ສູ້​ຮົບ​ກັບ​ຊາວ​ນີໄຟ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ຄົນ​ທັງ​ຫລາຍ​ໄດ້​ເຫັນ​ຂ່າວ​ສານ​ນັ້ນ​ແລ້ວ ພວກ​ເຂົາ​ກໍ​ມີ​ຄວາມ​ຢ້ານ​ກົວ​ຫລາຍ​ທີ່​ສຸດ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ຢ້ານ​ວ່າ​ກະສັດ​ຈະ​ບໍ່​ພໍ​ໃຈ, ແລະ ພວກ​ເຂົາ​ມີ​ຄວາມ​ຢ້ານ​ກົວ​ທີ່​ຈະ​ໄປ​ສູ້​ຮົບ​ກັບ​ຊາວ​ນີໄຟ​ນຳ​ອີກ​ເພາະ​ຢ້ານ​ວ່າ​ຕົນ​ເອງ​ຈະ​ຖືກ​ຂ້າ​ຕາຍ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ບໍ່​ຍອມ, ຫລື ວ່າ​ຄົນ​ສ່ວນ​ຫລາຍ​ຂອງ​ພວກ​ເຂົາ​ບໍ່​ຍອມ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ກະສັດ.

3 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກະສັດ​ກໍ​ໂມ​ໂຫ​ຮ້າຍ​ຢ່າງ​ໃຫຍ່​ເພາະ​ຜູ້​ຄົນ​ບໍ່​ເຊື່ອ​ຟັງ​ຕົນ; ສະນັ້ນ ເພິ່ນ​ຈຶ່ງ​ມອບ​ອຳນາດ​ໃຫ້​ອະ​ມາ​ລີ​ໄຄ​ຢາ​ເປັນ​ຜູ້​ບັງ​ຄັບ​ບັນ​ຊາ​ກອງ​ທັບ​ສ່ວນ​ທີ່​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ຕົນ, ແລະ ສັ່ງ​ໃຫ້​ອະ​ມາ​ລີ​ໄຄ​ຢາ​ອອກ​ໄປ​ບັງ​ຄັບ​ຜູ້​ຄົນ​ໃຫ້​ຈັບ​ອາ​ວຸດ.

4 ບັດ​ນີ້​ຈົ່ງ​ເບິ່ງ, ນີ້​ເປັນ​ຄວາມ​ປາດ​ຖະ​ໜາ​ຂອງ​ອະ​ມາ​ລີ​ໄຄ​ຢາ; ເພາະ​ລາວ​ເປັນ​ຄົນ​ທີ່​ມີ​ກົນ​ອຸ​ບາຍ​ທີ່​ຈະ​ເຮັດ​ຄວາມ​ຊົ່ວ​ຢູ່​ແລ້ວ ສະນັ້ນ ລາວ​ຈຶ່ງ​ໄດ້​ວາງ​ແຜນ​ຢູ່​ໃນ​ໃຈ​ວ່າ ລາວ​ຈະ​ໂຄ່ນ​ລົ້ມ​ກະສັດ​ຂອງ​ຊາວ​ເລມັນ​ອອກ​ຈາກ​ບັນ​ລັງ.

5 ແລະ ບັດ​ນີ້​ອະ​ມາ​ລີ​ໄຄ​ຢາ​ມີ​ອຳນາດ​ບັງ​ຄັບ​ບັນ​ຊາ​ຊາວ​ເລມັນ​ຜູ້​ທີ່​ສະ​ໜັບ​ສະ​ໜູນ​ກະສັດ; ແລະ ລາວ​ພະ​ຍາ​ຍາມ​ຈະ​ໃຫ້​ຄົນ​ທີ່​ບໍ່​ເຊື່ອ​ຟັງ​ກະສັດ​ນິ​ຍົມ​ຊົມ​ຊອບ​ລາວ​ອີກ; ສະນັ້ນ ລາວ​ຈຶ່ງ​ໄດ້​ອອກ​ໄປ​ຫາ​ແຜ່ນ​ດິນ​ບ່ອນ​ໜຶ່ງ​ທີ່​ມີ​ຊື່​ວ່າ ໂອ​ໄນ​ດາ, ເພາະ​ວ່າ​ແຜ່ນ​ດິນ​ນັ້ນ​ເປັນ​ບ່ອນ​ທີ່​ຊາວ​ເລມັນ​ທັງ​ໝົດ​ໜີ​ໄປ​ຢູ່; ເພາະ​ພວກ​ເຂົາ​ຮູ້​ຈັກ​ວ່າ​ກອງ​ທັບ​ຈະ​ຍົກ​ມາ​ໂດຍ​ຄິດ​ວ່າ​ກອງ​ທັບ​ຈະ​ຍົກ​ມາ​ເພື່ອ​ທຳ​ລາຍ​ພວກ​ຕົນ, ສະນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ອອກ​ໄປ​ຫາ​ແຜ່ນ​ດິນ​ໂອ​ໄນ​ດາ​ເພື່ອ​ໄປ​ຫາ​ສາງ​ອາ​ວຸດ.

6 ແລະ ພວກ​ເຂົາ​ໄດ້​ແຕ່ງ​ຕັ້ງ​ໃຫ້​ຄົນ​ຜູ້​ໜຶ່ງ​ເປັນ​ກະສັດ ແລະ ເປັນ​ຜູ້​ນຳ ແລະ ປົກ​ຄອງ​ພວກ​ເຂົາ, ເພາະ​ພວກ​ເຂົາ​ໄດ້​ຕັ້ງ​ໃຈ​ຢ່າງ​ແນ່ວ​ແນ່​ວ່າ ພວກ​ເຂົາ​ຈະ​ບໍ່​ຍອມ​ໃຫ້​ຖືກ​ບັງ​ຄັບ​ໃຫ້​ໄປ​ສູ້​ຮົບ​ກັບ​ຊາວ​ນີໄຟ​ອີກ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ເທິງ​ຈອມ​ພູ​ທີ່​ເອີ້ນ​ວ່າ ອັນ​ຕິ​ປາ, ເພື່ອ​ຕຽມ​ສູ້​ຮົບ.

8 ບັດ​ນີ້​ມັນ​ບໍ່​ແມ່ນ​ເຈດ​ຕະ​ນາ​ຂອງ​ອະ​ມາ​ລີ​ໄຄ​ຢາ​ທີ່​ຈະ​ໃຫ້​ພວກ​ເຂົາ​ສູ້​ຮົບ​ກັນ​ຕາມ​ຄຳ​ສັ່ງ​ຂອງ​ກະສັດ; ແຕ່​ຈົ່ງ​ເບິ່ງ, ເຈດ​ຕະ​ນາ​ຂອງ​ອະ​ມາ​ລີ​ໄຄ​ຢາ​ນັ້ນ​ແມ່ນ​ຈະ​ພະ​ຍາ​ຍາມ​ໃຫ້​ກອງ​ທັບ​ເລມັນ​ນິ​ຍົມ​ຊົມ​ຊອບ​ລາວ, ເພື່ອ​ວ່າ​ລາວ​ຈະ​ໄດ້​ວາງ​ຕົວ​ເປັນ​ຫົວ​ໜ້າ ແລະ ໂຄ່ນ​ລົ້ມ​ກະສັດ​ອອກ​ຈາກ​ບັນ​ລັງ ແລະ ລາວ​ເອງ​ຈະ​ໄດ້​ຂຶ້ນ​ເປັນ​ກະສັດ ແລະ ຍຶດ​ຄອງ​ອາ​ນາ​ຈັກ.

9 ແລະ ຈົ່ງ​ເບິ່ງ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ໄດ້​ສັ່ງ​ໃຫ້​ກອງ​ທັບ​ຂອງ​ລາວ​ຕັ້ງ​ຜ້າ​ເຕັ້ນ​ຂຶ້ນ​ຢູ່​ໃນ​ຮ່ອມ​ພູ​ໃກ້​ກັບ​ພູ​ອັນ​ຕິ​ປາ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ຕອນ​ກາງ​ຄືນ​ອະ​ມາ​ລີ​ໄຄ​ຢາ​ໄດ້​ສົ່ງ​ຜູ້​ຕາງ​ໜ້າ​ຂຶ້ນ​ໄປ​ເທິງ​ພູ​ອັນ​ຕິ​ປາ​ຢ່າງ​ລັບໆ, ເພື່ອ​ເຊື້ອ​ເຊີນ​ລີ​ຮອນ​ໄທ ຫົວ​ໜ້າ​ຂອງ​ພວກ​ທີ່​ຢູ່​ບ່ອນ​ນັ້ນ​ໃຫ້​ລົງ​ມາ​ຕີນ​ພູ ເພາະ​ວ່າ​ອະ​ມາ​ລີ​ໄຄ​ຢາ​ປາດ​ຖະ​ໜາ​ທີ່​ຈະ​ເວົ້າ​ກັບ​ລາວ.

11 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ລີ​ຮອນ​ໄທ​ໄດ້​ຮັບ​ຂ່າວ​ນີ້ ລາວ​ກໍ​ບໍ່​ກ້າ​ລົງ​ມາ​ຫາ​ຕີນ​ພູ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອະ​ມາ​ລີ​ໄຄ​ຢາ​ໄດ້​ສົ່ງ​ຄົນ​ໄປ​ອີກ​ເປັນ​ເທື່ອ​ທີ​ສອງ ເພື່ອ​ເຊື້ອ​ເຊີນ​ໃຫ້​ລາວ​ລົງ​ມາ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລີ​ຮອນ​ໄທ​ບໍ່​ຍອມ​ລົງ​ມາ​ອີກ ແລະ ອະ​ມາ​ລີ​ໄຄ​ຢາ​ໄດ້​ສົ່ງ​ຄົນ​ໄປ​ອີກ​ເປັນ​ເທື່ອ​ທີ​ສາມ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ອະ​ມາ​ລີ​ໄຄ​ຢາ​ເຫັນ​ວ່າ​ລາວ​ບໍ່​ສາ​ມາດ​ເຮັດ​ໃຫ້​ລີ​ຮອນ​ໄທ​ລົງ​ມາ​ຈາກ​ຈອມ​ພູ, ລາວ​ເອງ​ຈຶ່ງ​ໄດ້​ຂຶ້ນ​ໄປ​ເທິງ​ຈອມ​ພູ​ເກືອບ​ຮອດ​ຄ້າຍ​ຂອງ​ລີ​ຮອນ​ໄທ, ແລະ ລາວ​ກໍ​ໄດ້​ສົ່ງ​ຂ່າວ​ໄປ​ໃຫ້​ລີ​ຮອນ​ໄທ​ອີກ​ເປັນ​ເທື່ອ​ທີ​ສີ່​ໂດຍ​ປາດ​ຖະ​ໜາ​ໃຫ້​ລາວ​ລົງ​ມາ, ແລະ ໃຫ້​ນຳ​ເອົາ​ທະ​ຫານ​ອາ​ລັກ​ຂາ​ມາ​ນຳ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ທີ່​ລີ​ຮອນ​ໄທ​ລົງ​ມາ​ຫາ​ອະ​ມາ​ລີ​ໄຄ​ຢາ​ພ້ອມ​ດ້ວຍ​ທະ​ຫານ​ອາ​ລັກ​ຂາ​ຂອງ​ລາວ, ອະ​ມາ​ລີ​ໄຄ​ຢາ​ຢາກ​ໃຫ້​ລາວ​ກັບ​ຄືນ​ມາ​ອີກ​ກັບ​ກອງ​ທັບ​ຂອງ​ລາວ​ໃນ​ຕອນ​ກາງ​ຄືນ, ແລະ ມາ​ລ້ອມ​ຄົນ​ທີ່​ຢູ່​ໃນ​ຄ້າຍ​ຂອງ​ອະ​ມາ​ລີ​ໄຄ​ຢາ ຊຶ່ງ​ກະສັດ​ໄດ້​ໃຫ້​ລາວ​ມີ​ອຳນາດ​ບັງ​ຄັບ​ບັນ​ຊາ​ພວກ​ທະ​ຫານ​ເຫລົ່າ​ນັ້ນ, ແລະ ວ່າ​ລາວ​ຈະ​ມອບ​ທະ​ຫານ​ເຫລົ່າ​ນັ້ນ​ໃຫ້​ຢູ່​ໃນ​ກຳ​ມື​ຂອງ​ລີ​ຮອນ​ໄທ, ຖ້າ​ຫາກ​ລາວ​ຈະ​ໃຫ້​ລາວ (ອະ​ມາ​ລີ​ໄຄ​ຢາ) ເປັນ​ຜູ້​ລອງ​ຫົວ​ໜ້າ​ຄວບ​ຄຸມ​ກອງ​ທັບ​ທັງ​ໝົດ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລີ​ຮອນ​ໄທ​ໄດ້​ລົງ​ມາ​ພ້ອມ​ດ້ວຍ​ຄົນ​ຂອງ​ລາວ ແລະ ລ້ອມ​ຄົນ​ຂອງ​ອະ​ມາ​ລີ​ໄຄ​ຢາ​ໄວ້, ດັ່ງ​ນັ້ນ​ກ່ອນ​ພວກ​ເຂົາ​ຈະ​ຕື່ນ​ນອນ ພວກ​ເຂົາ​ກໍ​ຖືກ​ກອງ​ທັບ​ຂອງ​ລີ​ຮອນ​ໄທ​ອ້ອມ​ໄວ້​ກ່ອນ​ແລ້ວ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ຄົນ​ຂອງ​ອະ​ມາ​ລີ​ໄຄ​ຢາ​ເຫັນ​ວ່າ​ພວກ​ຕົນ​ຖືກ​ປິດ​ລ້ອມ​ໄວ້, ພວກ​ເຂົາ​ຈຶ່ງ​ໄດ້​ອ້ອນ​ວອນ​ໃຫ້​ອະ​ມາ​ລີ​ໄຄ​ຢາ​ຍອມ​ຕົວ​ເຂົ້າ​ຮ່ວມ​ກັບ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ເສຍ, ເພື່ອ​ພວກ​ເຂົາ​ຈະ​ບໍ່​ໄດ້​ຖືກ​ທຳ​ລາຍ. ບັດ​ນີ້ ນີ້​ແຫລະ ຄື​ສິ່ງ​ທີ່​ອະ​ມາ​ລີ​ໄຄ​ຢາ​ປາດ​ຖະ​ໜາ.

16 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອະ​ມາ​ລີ​ໄຄ​ຢາ​ໄດ້​ມອບ​ຄົນ​ຂອງ​ລາວ, ຊຶ່ງ​ມັນ​ເປັນ ປໍ​ລະ​ປັກ​ຕໍ່​ຄຳ​ສັ່ງ​ຂອງ​ກະສັດ. ນີ້​ເປັນ​ສິ່ງ​ທີ່​ອະ​ມາ​ລີ​ໄຄ​ຢາ​ປາດ​ຖະ​ໜາ, ເພື່ອ​ລາວ​ຈະ​ໄດ້​ສຳ​ເລັດ​ໃນ​ແຜນ​ການ​ຂອງ​ຕົນ​ໃນ​ການ​ໂຄ່ນ​ລົ້ມ​ກະສັດ​ອອກ​ຈາກ​ບັນ​ລັງ.

17 ບັດ​ນີ້​ມັນ​ເປັນ​ທຳ​ນຽມ​ໃນ​ບັນ​ດາ​ຊາວ​ເລມັນ​ທີ່​ວ່າ, ຖ້າ​ຫາກ​ຜູ້​ນຳ​ຫົວ​ໜ້າ​ຂອງ​ພວກ​ເຂົາ​ຖືກ​ຂ້າ​ຕາຍ, ພວກ​ເຂົາ​ກໍ​ຕ້ອງ​ແຕ່ງ​ຕັ້ງ​ໃຫ້​ຜູ້​ລອງ​ຂຶ້ນ​ເປັນ​ຫົວ​ໜ້າ​ແທນ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອະ​ມາ​ລີ​ໄຄ​ຢາ​ໄດ້​ໃຫ້​ຂ້າ​ໃຊ້​ຜູ້​ໜຶ່ງ​ຂອງ​ລາວ​ວາງ​ຢາ​ພິດ​ລີ​ຮອນ​ໄທ ເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ​ຈົນ​ວ່າ​ລີ​ຮອນ​ໄທ​ຕາຍ​ໄປ.

19 ບັດ​ນີ້, ເມື່ອ​ລີ​ຮອນ​ໄທ​ຕາຍ​ໄປ​ແລ້ວ, ຊາວ​ເລມັນ​ກໍ​ໄດ້​ແຕ່ງ​ຕັ້ງ​ໃຫ້​ອະ​ມາ​ລີ​ໄຄ​ຢາ​ເປັນ​ຜູ້​ນຳ​ຂອງ​ພວກ​ເຂົາ ແລະ ເປັນ​ຫົວ​ໜ້າ​ບັງ​ຄັບ​ບັນ​ຊາ​ຂອງ​ພວກ​ເຂົາ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອະ​ມາ​ລີ​ໄຄ​ຢາ​ໄດ້​ອອກ​ເດີນ​ທາງ​ໄປ​ພ້ອມ​ດ້ວຍ​ກອງ​ທັບ​ຂອງ​ລາວ (ເພາະ​ວ່າ​ລາວ​ໄດ້​ຮັບ​ຄວາມ​ສຳ​ເລັດ​ທຸກ​ຢ່າງ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ລາວ​ແລ້ວ) ຫາ​ແຜ່ນ​ດິນ​ນີໄຟ, ໂດຍ​ມຸ້ງ​ໜ້າ​ເຂົ້າ​ໄປ​ຫາ​ເມືອງ​ນີໄຟ, ຊຶ່ງ​ເປັນ​ເມືອງ​ຫລວງ​ຂອງ​ແຜ່ນ​ດິນ.

21 ແລະ ກະສັດ​ກໍ​ໄດ້​ອອກ​ມາ​ພົບ​ອະ​ມາ​ລີ​ໄຄ​ຢາ ພ້ອມ​ດ້ວຍ​ອາ​ລັກ​ຂາ​ຂອງ​ເພິ່ນ, ເພາະ​ຄິດ​ວ່າ​ອະ​ມາ​ລີ​ໄຄ​ຢາ​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ, ແລະ ວ່າ​ອະ​ມາ​ລີ​ໄຄ​ຢາ​ໄດ້​ເຕົ້າ​ໂຮມ​ກອງ​ທັບ​ໃຫຍ່​ເພື່ອ​ໄປ​ສູ້​ຮົບ​ກັບ​ຊາວ​ນີໄຟ.

22 ແຕ່​ຈົ່ງ​ເບິ່ງ, ເວລາ​ທີ່​ກະສັດ​ອອກ​ມາ​ພົບ​ອະ​ມາ​ລີ​ໄຄ​ຢາ ລາວ​ກໍ​ໃຫ້​ຂ້າ​ໃຊ້​ຂອງ​ຕົນ​ອອກ​ໄປ​ຕ້ອນ​ຮັບ​ກະສັດ. ແລະ ພວກ​ເຂົາ​ໄດ້​ອອກ​ໄປ ແລະ ກົ້ມ​ຂາບ​ລົງ​ຢູ່​ຕໍ່​ໜ້າ​ກະສັດ, ຄື​ກັບ​ວ່າ​ພວກ​ເຂົາ​ສະແດງ​ຄວາມ​ຄາ​ລະ​ວະ​ເພາະ​ຄວາມ​ຍິ່ງ​ໃຫຍ່​ຂອງ​ເພິ່ນ.

23 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກະສັດ​ກໍ​ໄດ້​ເດ່​ມື​ອອກ​ໄປ ເພື່ອ​ໃຫ້​ພວກ​ເຂົາ​ລຸກ​ຂຶ້ນ, ຕາມ​ທຳ​ນຽມ​ຂອງ​ຊາວ​ເລມັນ, ດັ່ງ​ທີ່​ເປັນ​ເຄື່ອງ​ໝາຍ​ແຫ່ງ​ສັນ​ຕິ​ພາບ, ຊຶ່ງ​ພວກ​ເຂົາ​ໄດ້​ເອົາ​ມາ​ຈາກ​ຊາວ​ນີໄຟ.

24 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ເພິ່ນ​ບອກ​ໃຫ້​ຂ້າ​ໃຊ້​ຂອງ​ອະ​ມາ​ລີ​ໄຄ​ຢາ​ຄົນ​ທຳ​ອິດ​ລຸກ​ຂຶ້ນ​ຈາກ​ພື້ນ​ດິນ, ຈົ່ງ​ເບິ່ງ ຄົນ​ນັ້ນ​ໄດ້​ແທງ​ກະສັດ​ທະ​ລຸ​ຫົວ​ໃຈ; ແລະ ເພິ່ນ​ໄດ້​ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ.

25 ບັດ​ນີ້​ຂ້າ​ໃຊ້​ຂອງ​ກະສັດ​ໄດ້​ແລ່ນ​ໜີ​ໄປ; ແລະ ຂ້າ​ໃຊ້​ຂອງ​ອະ​ມາ​ລີ​ໄຄ​ຢາ​ກໍ​ສົ່ງ​ສຽງ​ຮ້ອງ​ຂຶ້ນ​ວ່າ:

26 ຈົ່ງ​ເບິ່ງ, ຂ້າ​ໃຊ້​ຂອງ​ກະສັດ​ເອງ​ແທງ​ເພິ່ນ​ຈົນ​ທະ​ລຸ​ຫົວ​ໃຈ, ແລະ ເພິ່ນ​ໄດ້​ລົ້ມ​ລົງ ແລະ ພວກ​ເຂົາ​ໄດ້​ໜີ​ໄປ​ແລ້ວ; ຈົ່ງ​ເບິ່ງ, ໃຫ້​ມາ​ເບິ່ງ​ໄວໆ.

27 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອະ​ມາ​ລີ​ໄຄ​ຢາ​ໄດ້​ສັ່ງ​ໃຫ້​ກອງ​ທັບ​ຂອງ​ລາວ​ເຂົ້າ​ມາ​ເບິ່ງ​ວ່າ ມັນ​ມີ​ອັນ​ໃດ​ເກີດ​ຂຶ້ນ​ກັບ​ກະສັດ; ແລະ ເວລາ​ພວກ​ເຂົາ​ມາ​ເຖິງ​ສະຖານ​ທີ່​ເກີດ​ເຫດ ແລະ ເຫັນ​ກະສັດ​ນອນ​ຈົມ​ເລືອດ​ຢູ່, ອະ​ມາ​ລີ​ໄຄ​ຢາ​ກໍ​ທຳ​ທ່າ​ໂມ​ໂຫ​ຮ້າຍ​ຂຶ້ນ, ແລະ ກ່າວ​ວ່າ: ຜູ້​ໃດ​ກໍ​ຕາມ​ທີ່​ມີ​ຄວາມ​ຈົງ​ຮັກ​ພັກ​ດີ​ຕໍ່​ກະສັດ ຈົ່ງ​ອອກ​ມາ, ແລະ ໄລ່​ຕາມ​ຂ້າ​ໃຊ້​ຂອງ​ເພິ່ນ​ໄປ ເພື່ອ​ຈະ​ໄດ້​ຂ້າ​ພວກ​ເຂົາ​ຖິ້ມ​ເສຍ.

28 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ຜູ້​ທີ່​ມີ​ຄວາມ​ຈົງ​ຮັກ​ພັກ​ດີ​ຕໍ່​ກະສັດ​ໄດ້​ຍິນ​ຂໍ້​ຄວາມ​ນີ້​ແລ້ວ, ກໍ​ໄດ້​ອອກ​ມາ ແລະ ໄລ່​ຕາມ​ຂ້າ​ໃຊ້​ຂອງ​ກະສັດ​ໄປ.

29 ບັດ​ນີ້​ເວລາ​ຂ້າ​ໃຊ້​ຂອງ​ກະສັດ​ເຫັນ​ກອງ​ທັບ​ໄລ່​ຕາມ​ຕົນ​ມາ, ພວກ​ເຂົາ​ກໍ​ຕົກ​ໃຈ ແລະ ໜີ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ ຂ້າມ​ໄປ​ຫາ​ແຜ່ນ​ດິນ​ເຊຣາ​ເຮັມລາ ແລະ ເຂົ້າ​ຮ່ວມ​ກັບ ຜູ້​ຄົນ​ຂອງ​ອຳໂມນ.

30 ແລະ ກອງ​ທັບ​ທີ່​ໄລ່​ຕາມ​ພວກ​ນັ້ນ​ໄປ​ໄດ້​ກັບ​ຄືນ​ມາ, ເມື່ອ​ບໍ່​ໄດ້​ຮັບ​ຜົນ​ໃນ​ການ​ໄລ່​ຕາມ; ແລະ ດ້ວຍ​ວ່າ​ກົນ​ອຸ​ບາຍ​ຂອງ​ອະ​ມາ​ລີ​ໄຄ​ຢາ, ລາວ​ຈຶ່ງ​ຊະນະ​ໃຈ​ຂອງ​ຜູ້​ຄົນ​ເຫລົ່າ​ນັ້ນ.

31 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ມື້​ຕໍ່​ມາ ລາວ​ໄດ້​ຍົກ​ເຂົ້າ​ເມືອງ​ນີໄຟ​ພ້ອມ​ດ້ວຍ​ກອງ​ທັບ​ຂອງ​ລາວ, ແລະ ເຂົ້າ​ເປັນ​ເຈົ້າ​ຂອງ​ເມືອງ.

32 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາຊີ​ນີ​ໄດ້​ຍິນ​ວ່າ​ກະສັດ​ຖືກ​ຂ້າ​ຕາຍ—​ເພາະ​ວ່າ​ອະ​ມາ​ລີ​ໄຄ​ຢາ​ໄດ້​ສົ່ງ​ນາຍ​ທູດ​ໄປ​ຫາ​ລາຊີ​ນີ​ແຈ້ງ​ບອກ​ວ່າ ກະສັດ​ຖືກ​ຂ້າ​ໃຊ້​ຂອງ​ຕົນ​ຂ້າ​ຕາຍ​ແລ້ວ, ແລະ ລາວ​ໄດ້​ໄລ່​ຕາມ​ພວກ​ເຂົາ​ໄປ​ພ້ອມ​ດ້ວຍ​ກອງ​ທັບ, ແຕ່​ບໍ່​ໄດ້​ຮັບ​ຜົນ, ແລະ ພວກ​ເຂົາ​ໄດ້​ປົບ​ໜີ​ໄປ​ໄດ້—

33 ສະນັ້ນ, ເມື່ອ​ລາຊີ​ນີ​ໄດ້​ຮັບ​ຂ່າວ​ນີ້ ນາງ​ຈຶ່ງ​ໄດ້​ສົ່ງ​ຄົນ​ໄປ​ຫາ​ອະ​ມາ​ລີ​ໄຄ​ຢາ, ບໍ່​ໃຫ້​ລາວ​ທຳ​ຮ້າຍ​ຜູ້​ຄົນ​ຜູ້​ຢູ່​ໃນ​ເມືອງ​ນີ້; ແລະ ນາງ​ປາດ​ຖະ​ໜາ​ໃຫ້​ລາວ​ເຂົ້າ​ມາ​ພົບ​ນາງ; ແລະ ນາງ​ປາດ​ຖະ​ໜາ​ໃຫ້​ລາວ​ພາ​ພະຍານ​ມາ​ນຳ ເພື່ອ​ຈະ​ໄດ້​ໃຫ້​ຖ້ອຍ​ຄຳ​ກ່ຽວ​ກັບ​ການ​ສິ້ນ​ຊີ​ວິດ​ຂອງ​ກະສັດ.

34 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອະ​ມາ​ລີ​ໄຄ​ຢາ​ໄດ້​ນຳ​ເອົາ​ຂ້າ​ໃຊ້​ຜູ້​ທີ່​ຂ້າ​ກະສັດ ແລະ ຄົນ​ທັງ​ໝົດ​ທີ່​ຢູ່​ນຳ​ລາວ​ເຂົ້າ​ໄປ​ພົບ​ກັບ​ລາຊີ​ນີ​ໃນ​ບ່ອນ​ທີ່​ນາງ​ນັ່ງ​ຢູ່; ແລະ ພວກ​ເຂົາ​ທຸກ​ຄົນ​ໄດ້​ໃຫ້​ຖ້ອຍ​ຄຳ​ແກ່​ນາງ​ວ່າ​ກະສັດ​ຖືກ​ຂ້າ​ໃຊ້​ຂອງ​ເພິ່ນ​ເອງ​ຂ້າ​ຕາຍ; ແລະ ພວກ​ເຂົາ​ເວົ້າ​ອີກ​ວ່າ: ການ​ທີ່​ພວກ​ເຂົາ​ໜີ​ໄປ​ນີ້ ຍັງ​ບໍ່​ເປັນ​ຫລັກ​ຖານ​ພຽງ​ພໍ​ທີ່​ຈະ​ກ່າວ​ໂທດ​ພວກ​ເຂົາ​ບໍ? ແລະ ພວກ​ເຂົາ​ເຮັດ​ໃຫ້​ລາຊີ​ນີ​ພໍ​ໃຈ​ໃນ​ເຫດ​ຜົນ​ຂອງ​ການ​ຕາຍ​ຂອງ​ກະສັດ​ດັ່ງ​ນີ້.

35 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອະ​ມາ​ລີ​ໄຄ​ຢາ​ພະ​ຍາ​ຍາມ​ສ້າງ​ຕົນ​ໃຫ້​ເປັນ​ທີ່​ພໍ​ໃຈ​ຂອງ​ລາຊີ​ນີ ແລະ ເອົາ​ນາງ​ມາ​ເປັນ​ພັນ​ລະ​ຍາ​ຂອງ​ຕົນ; ແລະ ດ້ວຍ​ການ​ຫລອກ​ລວງ, ແລະ ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ຂ້າ​ໃຊ້​ທີ່​ມີ​ເລ່​ຫລ່ຽມ​ຂອງ​ລາວ, ລາວ​ຈຶ່ງ​ໄດ້​ອາ​ນາ​ຈັກ​ມາ​ປົກ​ຄອງ; ແທ້​ຈິງ​ແລ້ວ, ເປັນ​ທີ່​ຍອມ​ຮັບ​ວ່າ​ລາວ​ໄດ້​ເປັນ​ກະສັດ​ປົກ​ຄອງ​ຕະຫລອດ​ທົ່ວ​ແຜ່ນ​ດິນ​ໃນ​ບັນ​ດາ​ຜູ້​ຄົນ​ທັງ​ໝົດ​ຂອງ​ຊາວ​ເລມັນ, ຊຶ່ງ ປະກອບ​ດ້ວຍ​ຊາວ​ເລມັນ ແລະ ຊາວ​ເລ​ມູ​ເອນ ແລະ ຊາວ​ອິດ​ຊະ​ມາ​ເອນ, ແລະ ຊາວ​ນີໄຟ​ທີ່​ແຍກ​ອອກ​ໄປ​ທັງ​ໝົດ, ນັບ​ຕັ້ງ​ແຕ່​ການ​ປົກ​ຄອງ​ຂອງ​ນີໄຟ​ຈົນ​ເຖິງ​ປະ​ຈຸ​ບັນ​ນີ້.

36 ບັດ​ນີ້ ພວກ​ທີ່​ແຍກ​ອອກ​ໄປ​ນັ້ນ​ເຄີຍ​ໄດ້​ຮັບ​ການ​ແນະນຳ​ມາ ແລະ ມີ​ຄວາມ​ຮູ້​ແບບ​ດຽວ​ກັນ​ກັບ​ຊາວ​ນີໄຟ, ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ຮັບ​ການ​ແນະນຳ​ມາ​ໃນ ຄວາມ​ຮູ້​ແບບ​ດຽວ​ກັນ ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ, ເຖິງ​ຢ່າງ​ໃດ​ກໍ​ຕາມ, ມັນ​ເປັນ​ເລື່ອງ​ແປກ​ປະ​ຫລາດ​ທີ່​ຈະ​ເວົ້າ​ວ່າ ຫລັງ​ຈາກ​ພວກ​ເຂົາ​ໄດ້​ແຍກ​ອອກ​ໄປ​ບໍ່​ດົນ​ເທົ່າ​ໃດ, ພວກ​ເຂົາ​ກໍ​ກາຍ​ມາ​ເປັນ​ຄົນ​ແຂງ​ກະ​ດ້າງ​ຫລາຍ​ຂຶ້ນ ແລະ ບໍ່​ສຳ​ນຶກ​ຜິດ, ປ່າ​ເຖື່ອນ, ຊົ່ວ​ຮ້າຍ, ແລະ ໂຫດ​ຮ້າຍ​ຫລາຍ​ກວ່າ​ຊາວ​ເລມັນ​ອີກ​ຊ້ຳ—ກິນ​ດື່ມ​ຢູ່​ຕາມ​ປະ​ເພ​ນີ​ຂອງ​ຊາວ​ເລມັນ; ປ່ອຍ​ຕົວ​ໃຫ້​ເປັນ​ຄົນ​ຂີ້​ຄ້ານ​ມັກ​ງ່າຍ, ແລະ ມີ​ກິ​ເລດ​ຕັນ​ຫາ​ນາໆ​ປະ​ການ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ລືມ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ໝົດ​ແລ້ວ.