ພຣະ​ຄຳ​ພີ
ແອວມາ 51


ບົດ​ທີ 51

ກຸ່ມ​ນິ​ຍົມ​ກະສັດ​ໄດ້​ຊອກ​ຫາ​ວິ​ທີ​ທາງ​ທີ່​ຈະ​ປ່ຽນ​ແປງ​ກົດ​ໝາຍ ແລະ ສະຖາ​ປະນາ​ໃຫ້​ມີ​ກະສັດ​ຂຶ້ນ—ເພ​ໂຮ​ຣັນ ແລະ ກຸ່ມ​ອິດສະ​ລະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ສຽງ​ຂອງ​ຜູ້​ຄົນ—ໂມ​ໂຣ​ໄນ​ບັງ​ຄັບ​ໃຫ້​ກຸ່ມ​ນິ​ຍົມ​ກະສັດ​ປ້ອງ​ກັນ​ເສ​ລີ​ພາບ​ຂອງ​ຕົນ ຖ້າ​ບໍ່​ດັ່ງ​ນັ້ນ​ພວກ​ເຂົາ​ຈະ​ຖືກ​ປະ​ຫານ​ຊີ​ວິດ—ອະ​ມາ​ລີ​ໄຄ​ຢາ ແລະ ຊາວ​ເລມັນ​ໄດ້​ຍຶດ​ເອົາ​ຫລາຍ​ຫົວ​ເມືອງ​ທີ່​ເປັນ​ເຂດ​ດ່ານ​ໄປ—ທີ​ອານ​ຄຳ​ຂັບ​ໄລ່​ຊາວ​ເລມັນ​ຜູ້​ທີ່​ມາ​ຮຸກ​ຮານ​ອອກ​ໄປ ແລະ ໄດ້​ຂ້າ​ອະ​ມາ​ລີ​ໄຄ​ຢາ​ຢູ່​ໃນ​ຜ້າ​ເຕັ້ນ​ຂອງ​ລາວ. ປະ​ມານ 67–66 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ຕົ້ນ​ປີ​ທີ​ຊາວ​ຫ້າ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ, ມັນ​ໄດ້​ມີ​ການ​ສະຖາ​ປະນາ​ສັນ​ຕິ​ພາບ​ລະຫວ່າງ​ຜູ້​ຄົນ​ຂອງ​ລີໄຮ ແລະ ຜູ້​ຄົນ​ຂອງ​ໂມ​ຣິ​ອານ​ທັນ​ກ່ຽວ​ກັບ​ແຜ່ນ​ດິນ​ຂອງ​ພວກ​ເຂົາ, ແລະ ກໍ​ເລີ່ມ​ຕົ້ນ​ປີ​ທີ​ຊາວ​ຫ້າ​ດ້ວຍ​ສັນ​ຕິ​ສຸກ​ດັ່ງ​ນີ້.

2 ເຖິງ​ຢ່າງ​ໃດ​ກໍ​ຕາມ, ສັນ​ຕິ​ສຸກ​ນັ້ນ​ບໍ່​ຍືນ​ຍາວ​ໃນ​ແຜ່ນ​ດິນ​ເລີຍ, ເພາະ​ວ່າ​ມັນ​ເລີ່ມ​ມີ​ການ​ຂັດ​ແຍ້ງ​ກັນ​ຂຶ້ນ​ໃນ​ບັນ​ດາ​ຜູ້​ຄົນ​ກ່ຽວ​ກັບ​ຫົວ​ໜ້າ​ຜູ້​ຕັດ​ສິນ​ເພ​ໂຮ​ຣັນ; ເພາະ​ຈົ່ງ​ເບິ່ງ, ຄົນ​ສ່ວນ​ໜຶ່ງ​ປາດ​ຖະ​ໜາ​ຢາກ​ປ່ຽນ​ແປງ​ຂໍ້​ຄວາມ​ສອງ​ສາມ​ຂໍ້​ຢູ່​ໃນ​ກົດ​ໝາຍ.

3 ແຕ່​ຈົ່ງ​ເບິ່ງ, ເພ​ໂຮ​ຣັນ​ບໍ່​ຍອມ​ປ່ຽນ​ແປງ ຫລື ຍອມ​ໃຫ້​ກົດ​ໝາຍ​ນັ້ນ​ປ່ຽນ​ແປງ​ໄປ; ສະນັ້ນ, ເພິ່ນ​ຈຶ່ງ​ບໍ່​ເຊື່ອ​ຟັງ​ພວກ​ທີ່​ສົ່ງ​ໃບ​ຄຳ​ຮ້ອງ​ມາ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ກົດ​ໝາຍ​ນີ້.

4 ສະນັ້ນ, ພວກ​ທີ່​ປາດ​ຖະ​ໜາ​ຢາກ​ປ່ຽນ​ແປງ​ກົດ​ຈຶ່ງ​ຄຽດ​ແຄ້ນ​ໃຫ້​ເພິ່ນ, ແລະ ບໍ່​ຢາກ​ໃຫ້​ເພິ່ນ​ເປັນ​ຫົວ​ໜ້າ​ຜູ້​ຕັດ​ສິນ​ປົກ​ຄອງ​ແຜ່ນ​ດິນ​ອີກ​ຕໍ່​ໄປ; ສະນັ້ນ ມັນ​ຈຶ່ງ​ມີ​ການ​ໂຕ້​ຖຽງ​ກັນ​ຂຶ້ນ​ກ່ຽວ​ກັບ​ເລື່ອງ​ນີ້, ແຕ່​ບໍ່​ເຖິງ​ຂັ້ນ​ມີ​ການ​ນອງ​ເລືອດ​ກັນ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ທີ່​ປາດ​ຖະ​ໜາ​ຈະ​ໃຫ້​ເພ​ໂຮ​ຣັນ​ຖືກ​ປົດ​ອອກ​ຈາກ​ບັນ​ລັງ​ຕັດ​ສິນ​ຖືກ​ເອີ້ນ​ວ່າ​ກຸ່ມ​ນິ​ຍົມ​ກະສັດ, ເພາະ​ວ່າ​ພວກ​ເຂົາ​ຕ້ອງ​ການ​ທີ່​ຈະ​ປ່ຽນ​ແປງ​ກົດ​ໝາຍ​ໃນ​ວິ​ທີ​ທີ່​ຈະ​ໂຄ່ນ​ລົ້ມ​ການ​ປົກ​ຄອງ​ແບບ​ອິດສະ​ລະ ແລະ ເພື່ອ​ຈະ​ໄດ້​ສະຖາ​ປະນາ​ໃຫ້​ມີ​ກະສັດ​ຂຶ້ນ​ປົກ​ຄອງ​ແຜ່ນ​ດິນ.

6 ແລະ ຜູ້​ທີ່​ປາດ​ຖະ​ໜາ​ໃຫ້​ເພ​ໂຮຣັນ​ເປັນ​ຫົວ​ໜ້າ​ຕັດ​ສິນ​ປົກ​ຄອງ​ແຜ່ນ​ດິນ​ຕໍ່​ໄປ​ກໍ​ຮັບ​ເອົາ​ຊື່​ວ່າ ກຸ່ມ​ອິດສະ​ລະ, ແລະ ການ​ແບ່ງ​ແຍກ​ໃນ​ບັນ​ດາ​ພວກ​ເຂົາ​ຈຶ່ງ​ເປັນ​ໄປ​ແບບ​ນີ້, ເພາະ​ກຸ່ມ​ອິດສະ​ລະ​ໄດ້​ສາບານ ຫລື ໃຫ້​ພັນທະ​ສັນ​ຍາ​ວ່າ ພວກ​ເຂົາ​ຈະ​ດຳ​ລົງ​ຮັກ​ສາ​ສິດ​ທິ​ຂອງ​ພວກ​ເຂົາ ແລະ ສິດ​ທິ​ພິ​ເສດ​ຂອງ​ສາດ​ສະ​ໜາ​ຂອງ​ພວກ​ເຂົາ ໂດຍ​ການ​ປົກ​ຄອງ​ແບບ​ອິດສະ​ລະ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເລື່ອງ​ທີ່​ພວກ​ເຂົາ​ຂັດ​ແຍ້ງ​ກັນ​ນັ້ນ​ໄດ້​ມາ​ຕົກ​ລົງ​ກັນ​ໄດ້​ໂດຍ​ສຽງ​ຂອງ​ຜູ້​ຄົນ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ສຽງ​ຂອງ​ຜູ້​ຄົນ​ມາ​ທາງ​ຂ້າງ​ກຸ່ມ​ອິດສະ​ລະ, ແລະ ເພ​ໂຮ​ຣັນ​ຈຶ່ງ​ໄດ້​ຢູ່​ໃນ​ບັນ​ລັງ​ຕັດ​ສິນ​ຕໍ່​ໄປ ຊຶ່ງ​ເຮັດ​ໃຫ້​ຜູ້​ຄົນ​ຊື່ນ​ຊົມ​ຫລາຍ​ໃນ​ບັນ​ດາ​ພີ່​ນ້ອງ​ຂອງ​ເພ​ໂຮ​ຣັນ ແລະ ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ທີ່​ຢູ່​ໃນ​ເສ​ລີ​ພາບ​ກໍ​ຊື່ນ​ຊົມ​ຄື​ກັນ, ຊຶ່ງ​ເຮັດ​ໃຫ້​ກຸ່ມ​ນິ​ຍົມ​ກະສັດ​ມິດ​ງຽບ​ລົງ, ຈົນ​ວ່າ​ພວກ​ເຂົາ​ບໍ່​ກ້າ​ຄັດ​ຄ້ານ​ນອກ​ຈາກ​ຈຳ​ຕ້ອງ​ດຳ​ລົງ​ຮັກ​ສາ​ອຸ​ດົມ​ການ​ແຫ່ງ​ອິດສະ​ລະ​ພາບ​ໄວ້.

8 ບັດ​ນີ້​ກຸ່ມ​ນິ​ຍົມ​ກະສັດ​ເປັ​ນ​ພວກ​ທີ່​ຢູ່​ໃນ ຕະ​ກຸນ​ສູງ, ແລະ ພວກ​ເຂົາ​ພະ​ຍາ​ຍາມ​ທີ່​ຈະ​ຂຶ້ນ​ເປັນ​ກະສັດ; ແລະ ພວກ​ເຂົາ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ໂດຍ​ຜູ້​ທີ່​ສະແຫວງ​ຫາ​ອຳນາດ ແລະ ສິດ​ອຳນາດ​ເພື່ອ​ປົກ​ຄອງ​ຜູ້​ຄົນ.

9 ແຕ່​ຈົ່ງ​ເບິ່ງ, ຕອນ​ນີ້​ເປັນ​ເວລາ​ທີ່​ອັນ​ຕະ​ລາຍ​ຫລາຍ​ທີ່​ຈະ​ມີ​ການ​ຂັດ​ແຍ້ງ​ກັນ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ນີໄຟ; ເພາະ​ຈົ່ງ​ເບິ່ງ, ອະ​ມາ​ລີ​ໄຄ​ຢາ​ໄດ້​ປຸກ​ລະ​ດົມ​ໃຈ​ຂອງ​ຊາວ​ເລມັນ​ໃຫ້​ຕໍ່​ຕ້ານ​ຜູ້​ຄົນ​ຊາວ​ນີໄຟ​ອີກ, ແລະ ລາວ​ໄດ້​ເຕົ້າ​ໂຮມ​ເອົາ​ທະ​ຫານ​ຈາກ​ທຸກ​ແຫ່ງ​ຫົນ​ໃນ​ແຜ່ນ​ດິນ, ເພື່ອ​ໃຫ້​ພວກ​ເຂົາ​ຈັບ​ອາ​ວຸດ, ແລະ ຕຽມ​ເຮັດ​ສົງ​ຄາມ​ດ້ວຍ​ສຸດ​ຄວາມ​ພາກ​ພຽນ; ເພາະ​ວ່າ​ລາວ​ໄດ້ ສາບານ​ໄວ້​ວ່າ ລາວ​ຈະ​ກິນ​ເລືອດ​ຂອງ​ໂມ​ໂຣ​ໄນ​ໃຫ້​ໄດ້.

10 ແຕ່​ຈົ່ງ​ເບິ່ງ, ພວກ​ເຮົາ​ຈະ​ເຫັນ​ວ່າ ຄຳ​ສັນ​ຍາ​ທີ່​ລາວ​ເຮັດ​ໄວ້​ນັ້ນ​ບໍ່​ຮອບ​ຄອບ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ລາວ​ຍັງ​ໄດ້​ຕຽມ​ຕົວ ແລະ ຕຽມ​ກອງ​ທັບ​ຂອງ​ລາວ​ເພື່ອ​ຈະ​ມາ​ຕໍ່​ສູ້​ກັບ​ຊາວ​ນີໄຟ.

11 ບັດ​ນີ້​ກອງ​ທະ​ຫານ​ຂອງ​ລາວ​ບໍ່​ມີ​ກຳ​ລັງ​ຫລາຍ​ດັ່ງ​ທີ່​ເຄີຍ​ມີ​ມາ​ກ່ອນ, ຍ້ອນ​ວ່າ​ຫລາຍ​ພັນ​ຖືກ​ຂ້າ​ຕາຍ​ໄປ​ດ້ວຍ​ມື​ຂອງ​ຊາວ​ນີໄຟ; ເຖິງ​ແມ່ນ​ວ່າ​ພວກ​ເຂົາ​ມີ​ການ​ສູນ​ເສຍ​ຢ່າງ​ໜັກ​ກໍ​ຕາມ, ອະ​ມາ​ລີ​ໄຄ​ຢາ​ຍັງ​ໄດ້​ເຕົ້າ​ໂຮມ​ກອງ​ທັບ​ອັນ​ໃຫຍ່​ໄດ້​ຢ່າງ​ແປກ​ປະ​ຫລາດ​ໃຈ, ເຖິງ​ຂະ​ໜາດ​ທີ່​ລາວ​ບໍ່​ມີ​ຄວາມ​ຢ້ານ​ກົວ​ເລີຍ​ທີ່​ຈະ​ລົງ​ມາ​ຫາ​ແຜ່ນ​ດິນ​ເຊຣາ​ເຮັມລາ.

12 ແທ້​ຈິງ​ແລ້ວ, ຕົວ​ອະ​ມາ​ລີ​ໄຄ​ຢາ​ເອງ​ທີ່​ເປັນ​ຫົວ​ໜ້າ​ກອງ​ທັບ​ຊາວ​ເລມັນ. ແລະ ມັນ​ເປັນ​ປີ​ທີ​ຊາວ​ຫ້າ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ; ແລະ ເປັນ​ເວລາ​ດຽວ​ກັນ​ກັບ​ຕອນ​ທີ່​ຊາວ​ນີໄຟ​ເລີ່ມ​ຕົກ​ລົງ​ກັນ​ໄດ້​ໃນ​ເລື່ອງ​ການ​ງານ​ຂອງ​ການ​ຂັດ​ແຍ້ງ​ກ່ຽວ​ກັບ​ເພ​ໂຮຣັນ​ຫົວ​ໜ້າ​ຜູ້​ຕັດ​ສິນ​ນັ້ນ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພວກ​ທີ່​ມີ​ຊື່​ວ່າ​ກຸ່ມ​ນິ​ຍົມ​ກະສັດ​ໄດ້​ຍິນ​ວ່າ​ຊາວ​ເລມັນ​ກຳ​ລັງ​ຍົກ​ທັບ​ລົງ​ມາ​ສູ້​ຮົບ​ກັບ​ຕົນ, ພວກ​ເຂົາ​ຈຶ່ງ​ມີ​ຄວາມ​ຊື່ນ​ຊົມ​ຢູ່​ໃນ​ໃຈ; ແລະ ພວກ​ເຂົາ​ບໍ່​ຍອມ​ຈັບ​ອາ​ວຸດ, ເພາະ​ວ່າ​ພວກ​ເຂົາ​ຄຽດ​ແຄ້ນ​ໃຫ້​ຫົວ​ໜ້າ​ຜູ້​ຕັດ​ສິນ ແລະ ຜູ້​ຄົນ​ແຫ່ງ​ເສ​ລີ​ພາບ, ຈົນ​ວ່າ​ພວກ​ເຂົາ​ບໍ່​ຍອມ​ຈັບ​ອາ​ວຸດ​ເພື່ອ​ປ້ອງ​ກັນ​ປະເທດ​ຊາດ​ຂອງ​ຕົນ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ໂມ​ໂຣ​ໄນ​ເຫັນ​ສິ່ງ​ນີ້, ແລະ ເຫັນ​ອີກ​ວ່າ​ຊາວ​ເລມັນ​ກຳ​ລັງ​ມາ​ຮອດ​ຊາຍ​ແດນ​ຂອງ​ແຜ່ນ​ດິນ, ເພິ່ນ​ກໍ​ໃຈ​ຮ້າຍ​ຢ່າງ​ໃຫຍ່, ຍ້ອນ​ວ່າ​ຄວາມ​ດື້​ດ້ານ​ຂອງ​ພວກ​ເຂົາ ຜູ້​ຊຶ່ງ​ເພິ່ນ​ໄດ້​ອອກ​ແຮງ​ຢ່າງ​ພາກ​ພຽນ​ທີ່​ສຸດ​ເພື່ອ​ປ້ອງ​ກັນ​ພວກ​ເຂົາ​ໄວ້; ແທ້​ຈິງ​ແລ້ວ, ເພິ່ນ​ຄຽດ​ແຄ້ນ​ຫລາຍ​ທີ່​ສຸດ ຈົນ​ວ່າ​ຈິດ​ວິນ​ຍານ​ຂອງ​ເພິ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ຄຽດ​ແຄ້ນ​ຕໍ່​ພວກ​ເຂົາ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ສົ່ງ​ໃບ​ຄຳ​ຮ້ອງ​ຕາມ​ສຽງ​ຂອງ​ຜູ້​ຄົນ​ໄປ​ຫາ​ຜູ້​ປົກ​ຄອງ​ແຜ່ນ​ດິນ, ໂດຍ​ປາດ​ຖະ​ໜາ​ໃຫ້​ເພິ່ນ​ອ່ານ​ມັນ ແລະ ມອບ​ອຳນາດ​ໃຫ້​ແກ່​ເພິ່ນ (ໂມ​ໂຣ​ໄນ) ເພື່ອ​ຈະ​ໄດ້​ບັງ​ຄັບ​ຜູ້​ທີ່​ແຍກ​ອອກ​ໄປ​ເຫລົ່າ​ນັ້ນ​ໃຫ້​ປ້ອງ​ກັນ​ປະເທດ​ຊາດ​ຂອງ​ຕົນ ຖ້າ​ບໍ່​ດັ່ງ​ນັ້ນ​ກໍ​ຂໍ​ອະ​ນຸ​ຍາດ​ໃຫ້​ຂ້າ​ພວກ​ເຂົາ​ຖິ້ມ​ເສຍ.

16 ເພາະ​ມັນ​ເປັນ​ຄວາມ​ເອົາ​ໃຈ​ໃສ່​ປະ​ການ​ທຳ​ອິດ​ຂອງ​ເພິ່ນ​ທີ່​ຈະ​ໃຫ້​ການ​ຂັດ​ແຍ້ງ ແລະ ການ​ແຕກ​ແຍກ​ກັນ​ຢຸດ​ຕິ​ລົງ; ເພາະ​ຈົ່ງ​ເບິ່ງ, ເລື່ອງ​ແບບ​ນີ້​ໄດ້​ນຳ​ເອົາ​ຄວາມ​ພິນາດ​ທັງ​ໝົດ​ມາ​ຫາ​ພວກ​ເຂົາ​ມາ​ກ່ອນ​ແລ້ວ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມັນ​ໄດ້​ຮັບ​ອະ​ນຸ​ຍາດ​ຕາມ​ສຽງ​ຂອງ​ຜູ້​ຄົນ.

17 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ໂຣ​ໄນ​ໄດ້​ສັ່ງ​ໃຫ້​ກອງ​ທັບ​ຂອງ​ເພິ່ນ​ຍົກ​ໄປ​ຕໍ່​ສູ້​ກັບ​ກຸ່ມ​ນິ​ຍົມ​ກະສັດ​ເພື່ອ​ດຶງ​ເອົາ​ຄວາມ​ທະນົງ​ຕົວ, ແລະ ຄວາມ​ມັກ​ໃຫຍ່​ໄຝ່​ສູງ​ຂອງ​ພວກ​ເຂົາ​ລົງ​ມາ, ແລະ ໃຫ້​ພວກ​ເຂົາ​ມາ​ຢູ່​ລະ​ດັບ​ດຽວ​ກັບ​ໂລກ, ຫລື ໃຫ້​ພວກ​ເຂົາ​ຈັບ​ອາ​ວຸດ​ເພື່ອ​ສະ​ໜັບ​ສະ​ໜູນ​ອຸ​ດົມ​ການ​ແຫ່ງ​ເສ​ລີ​ພາບ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກອງ​ທະ​ຫານ​ໄດ້​ອອກ​ເດີນ​ທາງ​ໄປ​ສູ້​ຮົບ​ກັບ​ກຸ່ມ​ນິ​ຍົມ​ກະສັດ; ແລະ ພວກ​ເຂົາ​ໄດ້​ດຶງ​ເອົາ​ຄວາມ​ທະນົງ​ຕົວ ແລະ ຄວາມ​ມັກ​ໃຫຍ່​ໄຝ່​ສູງ​ຂອງ​ພວກ​ເຂົາ​ລົງ​ມາ, ເຖິງ​ຂະ​ໜາດ​ທີ່​ໃນ​ຂະນະ​ທີ່​ພວກ​ເຂົາ​ຍົກ​ອາ​ວຸດ​ແຫ່ງ​ສົງ​ຄາມ​ຂຶ້ນ​ຕໍ່​ສູ້​ກັບ​ຄົນ​ຂອງ​ໂມ​ໂຣ​ໄນ ພວກ​ເຂົາ​ຖືກ​ໂຄ່ນ​ລົງ ແລະ ຖືກ​ໃຫ້​ຢູ່​ໃນ​ລະ​ດັບ​ດຽວ​ກັບ​ໂລກ.

19 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ທີ່​ແຍກ​ອອກ​ໄປ​ຈຳນວນ​ສີ່​ພັນ​ຄົນ​ຖືກ​ໂຄ່ນ​ລົງ​ດ້ວຍ​ດາບ; ແລະ ພວກ​ຜູ້​ນຳ​ຂອງ​ພວກ​ເຂົາ​ທີ່​ບໍ່​ຖືກ​ຂ້າ​ໃນ​ການ​ສູ້​ຮົບ​ນັ້ນ​ກໍ​ໄດ້​ຖືກ​ຈັບ​ເຂົ້າ​ຄຸກ, ເພາະ​ວ່າ​ມັນ​ບໍ່​ມີ​ເວລາ​ທີ່​ຈະ​ພິ​ຈາ​ລະ​ນາ​ຄະ​ດີ​ໃນ​ເວລາ​ນັ້ນ.

20 ແລະ ພວກ​ທີ່​ແຍກ​ອອກ​ໄປ​ທີ່​ເຫລືອ​ຢູ່​ນັ້ນ ຢ້ານ​ວ່າ​ຕົວ​ເອງ​ຈະ​ຖືກ​ຂ້າ​ຖິ້ມ, ຈຶ່ງ​ຍອມ​ຕໍ່​ຄັນ​ປ້າຍ​ແຫ່ງ​ເສ​ລີ​ພາບ, ແລະ ຖືກ​ບັງ​ຄັບ​ໃຫ້​ປັກ ປ້າຍ​ແຫ່ງ​ເສ​ລີ​ພາບ​ໄວ້​ເທິງ​ຫໍ​ສູງ ແລະ ຢູ່​ໃນ​ເມືອງ​ຂອງ​ພວກ​ເຂົາ, ແລະ ໃຫ້​ຈັບ​ອາ​ວຸດ​ປ້ອງ​ກັນ​ປະເທດ​ຊາດ​ຂອງ​ຕົນ.

21 ແລະ ໂມ​ໂຣ​ໄນ​ໄດ້​ເຮັດ​ໃຫ້​ກຸ່ມ​ນິ​ຍົມ​ກະສັດ​ສິ້ນ​ສຸດ​ລົງ​ດັ່ງ​ນີ້, ຈົນ​ວ່າ​ບໍ່​ມີ​ຜູ້​ໃດ​ຮູ້​ຈັກ​ກັນ​ອີກ​ເລີຍ​ໃນ​ຊື່​ວ່າ​ກຸ່ມ​ນິ​ຍົມ​ກະສັດ; ແລະ ເພິ່ນ​ໄດ້​ເຮັດ​ໃຫ້​ຄວາມ​ດື້​ດ້ານ ແລະ ຄວາມ​ທະນົງ​ຕົວ​ຂອງ​ພວກ​ທີ່​ອ້າງ​ວ່າ​ຕົນ​ມາ​ຈາກ​ສາຍ​ເລືອດ​ຂອງ​ຂຸນ​ນາງ​ຜູ້​ໃຫຍ່​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້; ແລ້ວ​ພວກ​ເຂົາ​ຖືກ​ນຳ​ລົງ​ມາ​ໃຫ້​ຖ່ອມ​ຕົວ​ຄື​ກັນ​ກັບ​ພີ່​ນ້ອງ​ຂອງ​ພວກ​ເຂົາ, ແລະ ຍິນ​ດີ​ທີ່​ຈະ​ຕໍ່​ສູ້​ຢ່າງ​ກ້າ​ຫານ​ເພື່ອ​ອິດສະ​ລະ​ພາບ ແລະ ເພື່ອ​ອິດສະ​ລະ​ພາບ​ຂອງ​ພວກ​ເຂົາ​ຈາກ​ຄວາມ​ເປັນ​ທາດ.

22 ຈົ່ງ​ເບິ່ງ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂະນະ​ທີ່ ໂມ​ໂຣ​ໄນ​ກຳ​ລັງ​ເຮັດ​ໃຫ້​ເສິກ​ເສືອ ແລະ ການ​ຂັດ​ແຍ້ງ​ໃນ​ບັນ​ດາ​ຜູ້​ຄົນ​ສິ້ນ​ສຸດ​ລົງ ແລະ ໃຫ້​ພວກ​ເຂົາ​ຫັນ​ມາ​ຫາ​ສັນ​ຕິ​ພາບ ແລະ ມາ​ຫາ​ຄວາມ​ສີ​ວິ​ໄລ, ແລະ ຕັ້ງ​ຂໍ້​ບັງ​ຄັບ​ເພື່ອ​ຕຽມ​ສົງ​ຄາມ​ຕໍ່​ສູ້​ກັບ​ຊາວ​ເລມັນ​ນັ້ນ, ຈົ່ງ​ເບິ່ງ, ຊາວ​ເລມັນ​ໄດ້​ເຂົ້າ​ມາ​ໃນ​ແຜ່ນ​ດິນ​ໂມ​ໂຣ​ໄນ​ກ່ອນ​ແລ້ວ, ຊຶ່ງ​ຢູ່​ໃນ​ຊາຍ​ແດນ​ໃກ້​ຝັ່ງ​ທະເລ.

23 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ນີໄຟ​ທີ່​ຢູ່​ໃນ​ເມືອງ​ໂມ​ໂຣ​ໄນ​ບໍ່​ມີ​ກຳ​ລັງ​ແຂງ​ແຮງ​ພຽງ​ພໍ; ສະນັ້ນ ອະ​ມາ​ລີ​ໄຄ​ຢາ​ຈຶ່ງ​ໄດ້​ຂັບ​ໄລ່ ແລະ ຂ້າ​ຜູ້​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອະ​ມາ​ລີ​ໄຄ​ຢາ​ໄດ້​ຍຶດ​ເອົາ​ເມືອງ​ນັ້ນ, ແທ້​ຈິງ​ແລ້ວ, ເມືອງ​ນີ້​ເປັນ​ສູນ​ກາງ​ໃຫຍ່​ຂອງ​ຄ້າຍ​ຍາມ​ທັງ​ໝົດ​ຂອງ​ຊາວ​ນີໄຟ.

24 ແລະ ຜູ້​ຄົນ​ຂອງ​ເມືອງ​ໂມ​ໂຣ​ໄນ​ກໍ​ໄດ້​ໜີ​ມາ​ຫາ​ເມືອງ​ນີໄຟ​ຮາ; ແລະ ຜູ້​ຄົນ​ຂອງ​ເມືອງ​ລີໄຮ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ເພື່ອ​ຕຽມ​ຕໍ່​ສູ້ ແລະ ພ້ອມ​ທີ່​ຈະ​ຮັບ​ມື​ກັບ​ຊາວ​ເລມັນ​ຄື​ກັນ.

25 ແຕ່​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອະ​ມາ​ລີ​ໄຄ​ຢາ​ບໍ່​ຍອມ​ໃຫ້​ຊາວ​ເລມັນ​ຍົກ​ທັບ​ໄປ​ສູ້​ຮົບ​ກັບ​ເມືອງ​ນີໄຟ​ຮາ, ແຕ່​ໃຫ້​ຕັ້ງ​ທັບ​ຢູ່​ໃກ້​ຝັ່ງ​ທະເລ, ໂດຍ​ຈັດ​ໃຫ້​ມີ​ທະ​ຫານ​ຍາມ​ເພື່ອ​ປ້ອງ​ກັນ ແລະ ຮັກ​ສາ​ເມືອງ​ນັ້ນ​ໄວ້.

26 ແລະ ລາວ​ໄດ້​ຍຶດ​ເອົາ​ຫລາຍ​ຫົວ​ເມືອງ​ເຊັ່ນ ເມືອງ​ນີໄຟ​ຮາ, ເມືອງ​ລີໄຮ, ແລະ ເມືອງ​ໂມ​ຣິ​ອານ​ທັນ, ແລະ ເມືອງ​ອອມເນີ, ແລະ ເມືອງ​ກິດ, ແລະ ເມືອງ​ມິວ​ເລັກ, ຊຶ່ງ​ທັງ​ໝົດ​ນີ້​ຕັ້ງ​ຢູ່​ຕາມ​ຊາຍ​ແດນ​ໃກ້​ຝັ່ງ​ທະເລ​ທາງ​ຕາ​ເວັນ​ອອກ.

27 ຊາວ​ເລມັນ​ໄດ້​ຍຶດ​ເອົາ​ຫລາຍ​ຫົວ​ເມືອງ​ມາ​ໄດ້​ດັ່ງ​ນີ້, ຕາມ​ເລ່​ຫລ່ຽມ​ຂອງ​ອະ​ມາ​ລີ​ໄຄ​ຢາ, ແລະ ດ້ວຍ​ກຳ​ລັງ​ທະ​ຫານ​ອັນ​ນັບ​ບໍ່​ຖ້ວນ​ຂອງ​ລາວ ຊຶ່ງ​ຫົວ​ເມືອງ​ເຫລົ່າ​ນີ້​ໄດ້​ຮັບ ການ​ເສີມ​ສ້າງ​ໃຫ້​ແໜ້ນ​ໜາ​ຂຶ້ນ​ດ້ວຍ​ຄວາມ​ສາ​ມາດ​ຂອງ​ໂມ​ໂຣ​ໄນ; ແລະ ມັນ​ຈຶ່ງ​ເຮັດ​ໃຫ້​ຊາວ​ເລມັນ​ມີ​ທີ່​ໝັ້ນ​ຂອງ​ຕົນ.

28 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ເດີນ​ທາງ​ໄປ​ຫາ​ຊາຍ​ແດນ​ຂອງ​ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ ແລະ ໄດ້​ຕ້ອນ​ເອົາ​ຊາວ​ນີໄຟ​ໄປ​ທາງ​ໜ້າ​ພວກ​ເຂົາ ແລະ ໄດ້​ຂ້າ​ຫລາຍ​ຄົນ.

29 ແຕ່​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ພົບ​ກັບ​ທີ​ອານ​ຄຳ, ຜູ້​ທີ່ ຂ້າ​ໂມ​ຣິ​ອານ​ທັນ​ນັ້ນ ຜູ້​ທີ່​ສະ​ກັດ​ຜູ້​ຄົນ​ຂອງ​ລາວ​ຕອນ​ທີ່​ພວກ​ເຂົາ​ແຕກ​ໜີ​ໄປ.

30 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ໄດ້​ສະ​ກັດ​ອະ​ມາ​ລີ​ໄຄ​ຢາ​ໄວ້, ຂະນະ​ທີ່​ລາວ​ກຳ​ລັງ​ເດີນ​ທັບ​ມາ​ພ້ອມ​ດ້ວຍ​ກຳ​ລັງ​ທະ​ຫານ​ອັນ​ຫລວງ​ຫລາຍ​ຂອງ​ລາວ ເພື່ອ​ຈະ​ໄດ້​ເຂົ້າ​ຍຶດ​ເອົາ​ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ, ແລະ ແຜ່ນ​ດິນ​ທາງ​ເໜືອ​ເປັນ​ຫົວ​ເມືອງ​ຂຶ້ນ​ນຳ​ອີກ.

31 ແຕ່​ຈົ່ງ​ເບິ່ງ ອະ​ມາ​ລີ​ໄຄ​ຢາ​ຕ້ອງ​ຜິດ​ຫວັງ​ໂດຍ​ຖືກ​ທີ​ອານ​ຄຳ​ພ້ອມ​ດ້ວຍ​ທະ​ຫານ​ຂອງ​ລາວ​ຕີ​ໂຕ້​ຕອບ, ເພາະ​ວ່າ​ພວກ​ເຂົາ​ເຫລົ່າ​ນັ້ນ​ເປັນ​ນັກ​ຮົບ​ທີ່​ຍິ່ງ​ໃຫຍ່; ເພາະ​ວ່າ​ທະ​ຫານ​ຂອງ​ທີ​ອານ​ຄຳ​ທຸກ​ຄົນ​ແຂງ​ແຮງ​ກວ່າ​ຊາວ​ເລມັນ​ໃນ​ດ້ານ​ກຳ​ລັງ ແລະ ມີ​ຄວາມ​ຊຳ​ນານ​ໃນ​ດ້ານ​ການ​ສູ້​ຮົບ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ຊະນະ​ຊາວ​ເລມັນ.

32 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ຮາວີ​ພວກ​ນັ້ນ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ຂ້າ​ຟັນ​ພວກ​ນັ້ນ​ຈົນ​ຄ່ຳ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ທີ​ອານ​ຄຳ ແລະ ທະ​ຫານ​ຂອງ​ລາວ​ໄດ້​ຕັ້ງ​ຜ້າ​ເຕັ້ນ​ພັກ​ຢູ່​ໃນ​ຊາຍ​ແດນ​ຂອງ​ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ; ແລະ ອະ​ມາ​ລີ​ໄຄ​ຢາ​ໄດ້​ຕັ້ງ​ຜ້າ​ເຕັ້ນ​ຂອງ​ລາວ​ຂຶ້ນ​ທີ່​ຊາຍ​ແດນ​ໃນ​ຫາດ​ຊາຍ​ແຄມ​ຝັ່ງ​ທະເລ, ແລະ ພວກ​ນັ້ນ​ຖືກ​ຕ້ອນ​ມາ​ດັ່ງ​ນີ້.

33 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ຕອນ​ກາງ​ຄືນ, ທີ​ອານ​ຄຳ ແລະ ຂ້າ​ໃຊ້​ຂອງ​ລາວ​ໄດ້​ລັກ​ອອກ​ໄປ​ທາງ​ນອກ ແລະ ເຂົ້າ​ໄປ​ໃນ​ຄ້າຍ​ຂອງ​ອະ​ມາ​ລີ​ໄຄ​ຢາ; ແລະ ຈົ່ງ​ເບິ່ງ, ພວກ​ເຂົາ​ນອນ​ຫລັບ​ສະ​ໜິດ​ຍ້ອນ​ວ່າ ຄວາມ​ອ່ອນ​ເພຍ​ທີ່​ໄດ້​ຕໍ່​ສູ້​ກັນ​ໝົດ​ມື້ ແລະ ຄວາມ​ຮ້ອນ​ໃນ​ຕອນ​ກາງ​ເວັນ.

34 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ທີ​ອານ​ຄຳ​ໄດ້​ລັກ​ເຂົ້າ​ໄປ​ໃນ​ຜ້າ​ເຕັ້ນ​ຂອງ​ກະສັດ​ຢ່າງ​ລັບໆ, ແລະ ຊັດ​ຫອກ​ເຂົ້າ​ໃສ່​ກາງ​ຫົວ​ໃຈ​ຂອງ​ກະສັດ; ແລະ ລາວ​ໄດ້​ເຮັດ​ໃຫ້​ກະສັດ​ຕາຍ​ຄາ​ທີ່​ໂດຍ​ບໍ່​ໄດ້​ເຮັດ​ໃຫ້​ຂ້າ​ໃຊ້​ຂອງ​ກະສັດ​ຮູ້​ເມື່ອ​ຄີງ​ເລີຍ.

35 ແລະ ລາວ​ໄດ້​ກັບ​ຄືນ​ໄປ​ຫາ​ຄ້າຍ​ຂອງ​ລາວ​ຢ່າງ​ລັບໆ, ແລະ ຈົ່ງ​ເບິ່ງ, ທະ​ຫານ​ຂອງ​ລາວ​ກຳ​ລັງ​ນອນ​ຫລັບ​ຢູ່, ແລະ ລາວ​ໄດ້​ປຸກ​ພວກ​ເຂົາ​ໃຫ້​ຕື່ນ​ຂຶ້ນ ແລະ ໄດ້​ເລົ່າ​ເຫດ​ການ​ໃຫ້​ພວກ​ເຂົາ​ຟັງ​ເຖິງ​ເລື່ອງ​ທັງ​ໝົດ​ທີ່​ລາວ​ໄດ້​ເຮັດ​ໄປ​ນັ້ນ.

36 ແລະ ລາວ​ໄດ້​ໃຫ້​ກອງ​ທັບ​ທະ​ຫານ​ຂອງ​ລາວ​ຕຽມ​ພ້ອມ​ໄວ້, ຍ້ອນ​ວ່າ​ຊາວ​ເລມັນ​ຈະ​ຕື່ນ​ຂຶ້ນ ແລະ ຈະ​ຍົກ​ທັບ​ມາ​ໂຈມ​ຕີ​ພວກ​ເຂົາ.

37 ແລະ ປີ​ທີ​ຊາວ​ຫ້າ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້; ແລະ ວັນ​ເວລາ​ຂອງ​ອະ​ມາ​ລີ​ໄຄ​ຢາ​ເອງ​ກໍ​ໄດ້​ສິ້ນ​ສຸດ​ລົງ​ໄປ​ເຊັ່ນ​ດຽວ​ກັນ.