ພຣະ​ຄຳ​ພີ
ແອວມາ 54


ບົດ​ທີ 54

ອາມ​ໂມ​ຣອນ ແລະ ໂມ​ໂຣ​ໄນ​ເຈ​ລະ​ຈາ​ກັນ​ເພື່ອ​ແລກ​ປ່ຽນ​ຊະ​ເລີຍ​ເສິກ—ໂມ​ໂຣ​ໄນ​ສັ່ງ​ໃຫ້​ຊາວ​ເລມັນ​ຖອນ​ອອກ​ໄປ ແລະ ຢຸດ​ຕິ​ການ​ໂຈມ​ຕີ​ອັນ​ປ່າ​ເຖື່ອນ​ລົງ—ອາມ​ໂມ​ຣອນ​ສັ່ງ​ໃຫ້​ຊາວ​ນີໄຟ​ວາງ​ອາ​ວຸດ​ຂອງ​ພວກ​ເຂົາ ແລະ ໃຫ້​ມາ​ຂຶ້ນ​ກັບ​ຊາວ​ເລມັນ. ປະ​ມານ 63 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ຕົ້ນ​ປີ​ທີ​ຊາວ​ເກົ້າ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ, ຄື ອາມ​ໂມ​ຣອນ​ໄດ້​ສົ່ງ​ຄຳ​ຂໍ​ຮ້ອງ​ໄປ​ຫາ​ໂມ​ໂຣ​ໄນ ໂດຍ​ປາດ​ຖະໜາ​ທີ່​ຈະ​ແລກ​ປ່ຽນ​ຊະ​ເລີຍ​ເສິກ​ກັນ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ໂຣ​ໄນ​ຮູ້​ສຶກ​ປິ​ຕິ​ຍິນ​ດີ​ຢ່າງ​ຍິ່ງ​ໃນ​ຄຳ​ຂໍ​ຮ້ອງ​ນີ້ ເພາະ​ວ່າ​ເພິ່ນ​ດີ​ໃຈ​ທີ່​ຈະ​ໄດ້​ສະ​ບຽງ​ອາຫານ​ທີ່​ເອົາ​ໄປ​ລ້ຽງ​ຊະ​ເລີຍ​ເສິກ​ຊາວ​ເລມັນ​ນັ້ນ​ມາ​ລ້ຽງ​ຜູ້​ຄົນ​ຂອງ​ເພິ່ນ​ເອງ; ແລະ ເພິ່ນ​ດີ​ໃຈ​ທີ່​ຈະ​ໄດ້​ຜູ້​ຄົນ​ຂອງ​ເພິ່ນ​ຄືນ​ມາ​ເສີມ​ກຳ​ລັງ​ກອງ​ທັບ​ຂອງ​ເພິ່ນ​ນຳ​ອີກ.

3 ບັດ​ນີ້​ຊາວ​ເລມັນ​ໄດ້​ຈັບ​ເອົາ​ພວກ​ແມ່​ຍິງ ແລະ ເດັກ​ນ້ອຍ​ຫລາຍ​ຄົນ​ໄປ​ເປັນ​ຊະ​ເລີຍ​ເສິກ, ແຕ່​ຊະ​ເລີຍ​ເສິກ​ທັງ​ໝົດ​ຂອງ​ໂມ​ໂຣ​ໄນ, ຫລື ວ່າ​ພວກ​ຊະ​ເລີຍ​ເສິກ​ທີ່​ໂມ​ໂຣ​ໄນ​ຈັບ​ມາ​ບໍ່​ມີ​ພວກ​ແມ່​ຍິງ ຫລື ເດັກ​ນ້ອຍ​ຈັກ​ຄົນ​ເລີຍ; ສະນັ້ນ​ໂມ​ໂຣ​ໄນ​ຈຶ່ງ​ຕົກ​ລົງ​ໃຈ​ໃຊ້​ກົນ​ອຸ​ບາຍ​ເພື່ອ​ຈະ​ໄດ້​ຊະ​ເລີຍ​ເສິກ​ຊາວ​ນີໄຟ​ຈາກ​ຊາວ​ເລມັນ ໃຫ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້.

4 ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ຂຽນ​ສານ​ສະບັບ​ໜຶ່ງ, ແລະ ສົ່ງ​ໄປ​ນຳ​ຂ້າ​ໃຊ້​ຂອງ​ອາມ​ໂມ​ຣອນ, ຊຶ່ງ​ເປັນ​ຜູ້​ດຽວ​ກັນ​ກັບ​ຜູ້​ທີ່​ຖື​ສານ​ມາ​ໃຫ້​ໂມ​ໂຣ​ໄນ. ບັດ​ນີ້ ນີ້​ຄື​ຂໍ້​ຄວາມ​ຊຶ່ງ​ເພິ່ນ​ໄດ້​ຂຽນ​ເຖິງ​ອາມ​ໂມ​ຣອນ, ມີ​ຄວາມ​ວ່າ:

5 ຈົ່ງ​ເບິ່ງ ອາມ​ໂມ​ຣອນ, ຂ້າ​ພະ​ເຈົ້າ​ຂຽນ​ຫາ​ທ່ານ​ກ່ຽວ​ກັບ​ສົງ​ຄາມ​ເທື່ອ​ນີ້ ຊຶ່ງ​ທ່ານ​ເປັນ​ຜູ້​ສ້າງ​ຂຶ້ນ​ຕໍ່​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ, ຫລື ວ່າ​ແທ້​ຈິງ​ແລ້ວ ອ້າຍ​ຂອງ​ທ່ານ​ເປັນ​ຜູ້​ສ້າງ​ຂຶ້ນ​ມາ, ແລະ ຊຶ່ງ​ທ່ານ​ຍັງ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຢູ່​ຕໍ່​ໄປ ເຖິງ​ແມ່ນ​ວ່າ​ອ້າຍ​ຂອງ​ທ່ານ​ໄດ້​ຕາຍ​ໄປ​ແລ້ວ.

6 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຈະ​ບອກ​ທ່ານ​ບາງ​ຢ່າງ​ກ່ຽວ​ກັບ ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ, ແລະ ດາບ​ແຫ່ງ​ພຣະ​ພິ​ໂລດ​ທີ່​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ, ຊຶ່ງ​ແຂວນ​ຢູ່​ເທິງ​ຫົວ​ຂອງ​ທ່ານ ຖ້າ​ຫາກ​ທ່ານ​ບໍ່​ກັບ​ໃຈ ແລະ ຖອນ​ກອງ​ທັບ​ຂອງ​ທ່ານ​ກັບ​ຄືນ​ໄປ​ແຜ່ນ​ດິນ​ຂອງ​ທ່ານ​ເອງ, ຫລື​ວ່າ​ແຜ່ນ​ດິນ​ທີ່​ທ່ານ​ເປັນ​ເຈົ້າ​ຂອງ, ຄື​ແຜ່ນ​ດິນ​ນີໄຟ​ນັ້ນ.

7 ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ຈະ​ບອກ​ທ່ານ​ເຖິງ​ເລື່ອງ​ນີ້ ຖ້າ​ຫາກ​ທ່ານ​ສາ​ມາດ​ທີ່​ຈະ​ເຊື່ອ​ຟັງ​ມັນ; ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ຈະ​ບອກ​ທ່ານ​ກ່ຽວ​ກັບ ນະລົກ​ອັນ​ເປັນ​ຕາ​ຢ້ານ​ທີ່​ຄອຍ​ຮັບ ຄາດ​ຕະ​ກອນ​ຄື​ກັນ​ກັບ​ຕົວ​ທ່ານ​ເອງ ຊຶ່ງ​ອ້າຍ​ຂອງ​ທ່ານ​ໄດ້​ຮັບ​ຢູ່​ໃນ​ຂະນະ​ນີ້, ຖ້າ​ຫາກ​ທ່ານ​ບໍ່​ກັບ​ໃຈ ແລະ ລົ້ມ​ເລີກ​ຈຸດ​ປະສົງ​ອັນ​ເປັນ​ຄາດ​ຕະ​ກຳ​ນັ້ນ​ເສຍ, ແລະ ກັບ​ຄືນ​ໄປ​ຫາ​ແຜ່ນ​ດິນ​ຂອງ​ທ່ານ​ເອງ​ພ້ອມ​ດ້ວຍ​ກອງ​ທັບ​ຂອງ​ທ່ານ.

8 ແຕ່​ຖ້າ​ຫາກ​ທ່ານ​ເຄີຍ​ປະ​ຕິ​ເສດ​ສິ່ງ​ເຫລົ່າ​ນີ້​ມາ​ກ່ອນ​ແລ້ວ, ແລະ ເຄີຍ​ໄດ້​ຕໍ່​ສູ້​ກັບ​ຜູ້​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ກ່ອນ​ແລ້ວ, ຂ້າ​ພະ​ເຈົ້າ​ຮູ້​ວ່າ ທ່ານ​ກໍ​ຈະ​ເຮັດ​ສິ່ງ​ນີ້​ອີກ.

9 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ພວກ​ເຮົາ​ໄດ້​ຕຽມ​ພ້ອມ​ແລ້ວ​ທີ່​ຈະ​ຮັບ​ມື​ກັບ​ທ່ານ; ແທ້​ຈິງ​ແລ້ວ, ຖ້າ​ຫາກ​ທ່ານ​ບໍ່​ລົ້ມ​ເລີກ​ຈຸດ​ປະສົງ​ຂອງ​ທ່ານ​ເສຍ, ຈົ່ງ​ເບິ່ງ, ທ່ານ​ຈະ​ດຶງ​ເອົາ​ພຣະ​ພິ​ໂລດ​ຂອງ​ພຣະ​ເຈົ້າ​ລົງ​ມາ​ເທິງ​ທ່ານ ຊຶ່ງ​ເປັນ​ອົງ​ທີ່​ທ່ານ​ບໍ່​ຍອມ​ຮັບ, ຈົນ​ວ່າ​ທ່ານ​ໄປ​ສູ່​ຄວາມ​ພິນາດ.

10 ແຕ່​ວ່າ, ຕາບ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່, ກອງ​ທັບ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ຍົກ​ມາ​ຕີ​ທ່ານ ຖ້າ​ຫາກ​ທ່ານ​ບໍ່​ຖອຍ​ກັບ​ໄປ​ເສຍ​ກ່ອນ, ແລະ ໃນ​ບໍ່​ຊ້າ​ນີ້ ຄວາມ​ຕາຍ​ຈະ​ມາ​ຢ້ຽມ​ຢາມ​ທ່ານ ເພາະ​ພວກ​ເຮົາ​ຈະ​ຮັກ​ສາ​ເມືອງ ແລະ ແຜ່ນ​ດິນ​ຂອງ​ພວກ​ເຮົາ​ໄວ້​ໃຫ້​ໝັ້ນ​ຄົງ; ແທ້​ຈິງ​ແລ້ວ, ແລະ ພວກ​ເຮົາ​ຈະ​ຮັກ​ສາ​ສາດ​ສະ​ໜາ​ຂອງ​ພວກ​ເຮົາ ແລະ ອຸ​ດົມ​ການ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ຕໍ່​ໄປ.

11 ແຕ່​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຄິດ​ວ່າ ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ທ່ານ​ກ່ຽວ​ກັບ​ເລື່ອງ​ເຫລົ່າ​ນີ້​ໂດຍ​ບໍ່​ມີ​ປະ​ໂຫຍດ; ເພາະ​ທ່ານເປັນ ລູກ​ຂອງ​ນະລົກ; ສະນັ້ນ ຂ້າ​ພະ​ເຈົ້າ​ຂໍ​ຈົບ​ສານ​ຂອງ​ຂ້າ​ພະ​ເຈົ້າ​ໂດຍ​ບອກ​ທ່ານ​ວ່າ ຂ້າ​ພະ​ເຈົ້າ​ຈະ​ບໍ່​ແລກ​ປ່ຽນ​ຊະ​ເລີຍ​ເສິກ, ນອກ​ຈາກ​ໂດຍ​ມີ​ເງື່ອນ​ໄຂ​ວ່າ ທ່ານ​ຈະ​ສົ່ງ​ມອບ​ຊາຍ​ຜູ້​ໜຶ່ງ​ພ້ອມ​ທັງ​ເມຍ​ຂອງ​ລາວ ແລະ ລູກ​ຂອງ​ລາວ ມາ​ແລກ​ກັບ​ຊະ​ເລີຍ​ເສິກ​ຜູ້​ໜຶ່ງ​ຂອງ​ທ່ານ; ຖ້າ​ຫາກ​ທ່ານ​ເຮັດ​ໄດ້, ຂ້າ​ພະ​ເຈົ້າ​ກໍ​ຈະ​ແລກ​ປ່ຽນ.

12 ແລະ ຈົ່ງ​ເບິ່ງ, ຖ້າ​ຫາກ​ທ່ານ​ບໍ່​ເຮັດ​ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຈະ​ມາ​ສູ້​ຮົບ​ກັບ​ທ່ານ ພ້ອມ​ດ້ວຍ​ກອງ​ທັບ​ຂອງ​ຂ້າ​ພະ​ເຈົ້າ; ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ຈະ​ມອບ​ອາ​ວຸດ​ໃຫ້​ແກ່​ພວກ​ຜູ້​ຍິງ​ຂອງ​ຂ້າ​ພະ​ເຈົ້າ ແລະ ເດັກ​ນ້ອຍ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ຈະ​ມາ​ສູ້​ຮົບ​ກັບ​ທ່ານ ແລະ ຂ້າ​ພະ​ເຈົ້າ​ຈະ​ຕິດ​ຕາມ​ທ່ານ​ໄປ​ຈົນ​ເຖິງ​ແຜ່ນ​ດິນ​ຂອງ​ທ່ານ, ຊຶ່ງ​ເປັນ​ແຜ່ນ​ດິນ​ມູນ​ມໍ​ລະ​ດົກ​ບ່ອນ​ທຳ​ອິດ ຂອງ​ພວກ​ເຮົາ; ແທ້​ຈິງ​ແລ້ວ, ມັນ​ຈະ​ເປັນ​ເລືອດ​ຕໍ່​ເລືອດ, ແທ້​ຈິງ​ແລ້ວ, ຊີ​ວິດ​ຕໍ່​ຊີ​ວິດ; ແລະ ຂ້າ​ພະ​ເຈົ້າ​ຈະ​ສູ້​ຮົບ​ກັບ​ທ່ານ ຈົນ​ວ່າ​ທ່ານ​ຈະ​ຖືກ​ທຳ​ລາຍ​ໃຫ້​ສິ້ນ​ໄປ​ຈາກ​ຜືນ​ແຜ່ນ​ດິນ​ໂລກ.

13 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກຳ​ລັງ​ຄຽດ​ແຄ້ນ​ຢູ່, ແລະ ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຄື​ກັນ; ທ່ານ​ພະ​ຍາ​ຍາມ​ຈະ​ຂ້າ​ພວກ​ເຮົາ, ແຕ່​ພວກ​ເຮົາ​ພຽງ​ແຕ່​ຕໍ່​ຕ້ານ​ເພື່ອ​ປ້ອງ​ກັນ​ຕົວ​ເທົ່າ​ນັ້ນ. ແຕ່​ຈົ່ງ​ເບິ່ງ, ຖ້າ​ຫາກ​ທ່ານ​ຍັງ​ພະ​ຍາ​ຍາມ​ທຳ​ລາຍ​ພວກ​ເຮົາ​ອີກ ພວກ​ເຮົາ​ກໍ​ຈະ​ພະ​ຍາ​ຍາມ​ທຳ​ລາຍ​ທ່ານ​ຄື​ກັນ; ແທ້​ຈິງ​ແລ້ວ, ພວກ​ເຮົາ​ຈະ​ພະ​ຍາ​ຍາມ​ເອົາ​ແຜ່ນ​ດິນ​ຂອງ​ພວກ​ເຮົາ​ຄືນ​ມາ, ຊຶ່ງ​ເປັນ​ແຜ່ນ​ດິນ​ມູນ​ມໍ​ລະ​ດົກ​ບ່ອນ​ທຳ​ອິດ​ຂອງ​ພວກ​ເຮົາ.

14 ບັດ​ນີ້​ຂ້າ​ພະ​ເຈົ້າ​ຂໍ​ຈົບ​ສານ​ຂອງ​ຂ້າ​ພະ​ເຈົ້າ​ພຽງ​ເທົ່າ​ນີ້. ຂ້າ​ພະ​ເຈົ້າ​ຄື​ໂມ​ໂຣ​ໄນ; ຊຶ່ງ​ເປັນ​ຜູ້​ນຳ​ຂອງ​ຊາວ​ນີໄຟ.

15 ບັດ​ນີ້ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອາມ​ໂມ​ຣອນ, ເມື່ອ​ລາວ​ໄດ້​ຮັບ​ສານ​ສະບັບ​ນີ້​ແລ້ວ, ລາວ​ກໍ​ມີ​ຄວາມ​ຄຽດ​ແຄ້ນ​ຫລາຍ; ແລະ ລາວ​ໄດ້​ຂຽນ​ສານ​ສະບັບ​ໜຶ່ງ​ຕອບ​ໂມ​ໂຣ​ໄນ, ແລະ ນີ້​ຄື​ຂໍ້​ຄວາມ​ທີ່​ລາວ​ຂຽນ, ມີ​ຄວາມ​ວ່າ:

16 ຂ້າ​ພະ​ເຈົ້າ​ຄື​ອາມ​ໂມ​ຣອນ, ກະສັດ​ຂອງ​ຊາວ​ເລມັນ; ຂ້າ​ພະ​ເຈົ້າ​ເປັນ​ນ້ອງ​ຊາຍ​ຂອງ​ອະ​ມາ​ລີ​ໄຄ​ຢາ ຜູ້​ທີ່​ທ່ານ ລອບ​ຂ້າ​ນັ້ນ. ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຈະ​ແກ້​ແຄ້ນ​ແທນ​ເພິ່ນ, ແທ້​ຈິງ​ແລ້ວ, ແລະ ຂ້າ​ພະ​ເຈົ້າ​ຈະ​ຍົກ​ທັບ​ມາ​ຕີ​ທ່ານ​ພ້ອມ​ດ້ວຍ​ກອງ​ທັບ​ຂອງ​ຂ້າ​ພະ​ເຈົ້າ ເພາະ​ວ່າ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຢ້ານ​ຄຳ​ຂູ່​ຂອງ​ທ່ານ​ເລີຍ.

17 ເພາະ​ຈົ່ງ​ເບິ່ງ, ບັນ​ພະ​ບຸ​ລຸດ​ຂອງ​ທ່ານ​ເຮັດ​ຜິດ​ຕໍ່​ພີ່​ນ້ອງ​ຂອງ​ພວກ​ເຂົາ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ລັກ​ເອົາ ສິດ​ທິ​ໃນ​ການ​ປົກ​ຄອງ​ຂອງ​ພວກ​ເຂົາ​ໄປ ໃນ​ເມື່ອ​ສິດ​ທິ​ນັ້ນ​ເປັນ​ຂອງ​ພວກ​ເຂົາ​ແລ້ວ​ໂດຍ​ແທ້​ຈິງ.

18 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຖ້າ​ຫາກ​ທ່ານ​ຈະ​ຍອມ​ວາງ​ອາ​ວຸດ​ຂອງ​ທ່ານ, ແລະ ຍອມ​ຕົວ​ໃຫ້​ຜູ້​ທີ່​ເປັນ​ເຈົ້າ​ຂອງ​ສິດ​ທິ​ໂດຍ​ແທ້​ຈິງ​ມາ​ປົກ​ຄອງ, ເວລາ​ນັ້ນ​ຂ້າ​ພະ​ເຈົ້າ​ຈະ​ໃຫ້​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ວາງ​ອາ​ວຸດ ແລະ ຈະ​ບໍ່​ກໍ່​ສົງ​ຄາມ​ອີກ​ຕໍ່​ໄປ.

19 ຈົ່ງ​ເບິ່ງ, ທ່ານ​ເວົ້າ​ຂູ່​ຂ້າ​ພະ​ເຈົ້າ ແລະ ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ຕັ້ງ​ຫລາຍ​ເທື່ອ; ແຕ່​ຈົ່ງ​ເບິ່ງ, ພວກ​ເຮົາ​ບໍ່​ຢ້ານ​ຄຳ​ຂູ່​ຂອງ​ທ່ານ​ເລີຍ.

20 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ຈະ​ອະ​ນຸ​ຍາດ​ໃຫ້​ແລກ​ປ່ຽນ​ຊະ​ເລີຍ​ເສິກ​ກັນ​ຕາມ​ຄຳ​ຂໍ​ຮ້ອງ​ຂອງ​ທ່ານ​ດ້ວຍ​ຄວາມ​ຍິນ​ດີ ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ເກັບ​ອາຫານ​ຂອງ​ຂ້າ​ພະ​ເຈົ້າ​ໄວ້​ສຳ​ລັບ​ພວກ​ທະ​ຫານ​ຂອງ​ຂ້າ​ພະ​ເຈົ້າ​ເອງ; ແລະ ພວກ​ເຮົາ​ຈະ​ໄດ້​ເຮັດ​ເສິກ​ກັນ​ຕໍ່​ໄປ, ເພື່ອ​ພວກ​ເຮົາ​ຈະ​ໄດ້​ເອົາ​ຊາວ​ນີໄຟ​ມາ​ຢູ່​ໃຕ້​ສິດ​ອຳນາດ​ຂອງ​ພວກ​ເຮົາ ຫລື ເພື່ອ​ການ​ສູນ​ສິ້ນ​ນິ​ລັນ​ດອນ​ຂອງ​ພວກ​ເຂົາ.

21 ແລະ ຄື​ສິ່ງ​ທີ່​ກ່ຽວ​ກັບ​ພຣະ​ເຈົ້າ​ອົງ​ນັ້ນ ຜູ້​ຊຶ່ງ​ທ່ານ​ກ່າວ​ວ່າ ພວກ​ເຮົາ​ບໍ່​ຍອມ​ຮັບ, ຈົ່ງ​ເບິ່ງ, ພວກ​ເຮົາ​ບໍ່​ຮູ້​ຈັກ​ເລື່ອງ​ນີ້​ເລີຍ; ທັງ​ທ່ານ​ເອງ​ກໍ​ບໍ່​ຮູ້​ຈັກ​ຄື​ກັນ; ແຕ່​ຖ້າ​ຫາກ​ຈະ​ເປັນ​ໄປ​ວ່າ​ສິ່ງ​ນີ້​ມີ​ຈິງ, ພວກ​ເຮົາ​ກໍ​ບໍ່​ຮູ້​ຈັກ ເຖິງ​ຢ່າງ​ໃດ​ກໍ​ຕາມ ພຣະ​ອົງ​ໄດ້​ສ້າງ​ພວກ​ເຮົາ​ຂຶ້ນ​ມາ​ຄື​ກັນ​ກັບ​ທ່ານ.

22 ແລະ ຖ້າ​ຫາກ​ເປັນ​ໄປ​ວ່າ​ມັນ​ມີ​ມານ ແລະ ນະລົກ​ແທ້, ຈົ່ງ​ເບິ່ງ ພຣະ​ອົງ​ຈະ​ບໍ່​ສົ່ງ​ທ່ານ​ໄປ​ບ່ອນ​ນັ້ນ​ບໍ ເພື່ອ​ວ່າ​ທ່ານ​ຈະ​ໄດ້​ຢູ່​ກັບ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ ຜູ້​ທີ່​ທ່ານ​ໄດ້​ລອບ​ຂ້າ, ຜູ້​ທີ່​ທ່ານ​ເວົ້າ​ວ່າ​ເພິ່ນ​ໄດ້​ໄປ​ຫາ​ບ່ອນ​ນັ້ນ? ແຕ່​ຈົ່ງ​ເບິ່ງ, ເລື່ອງ​ເຫລົ່າ​ນີ້​ບໍ່​ສຳ​ຄັນ​ເລີຍ.

23 ຂ້າ​ພະ​ເຈົ້າ​ຄື​ອາມ​ໂມ​ຣອນ, ແລະ ເປັນ​ຜູ້​ສືບ​ເຊື້ອ​ສາຍ​ຂອງ ໂຊຣຳ, ຜູ້​ທີ່​ຖືກ​ບັນ​ພະ​ບຸ​ລຸດ​ຂອງ​ທ່ານ​ບີບ​ບັງ​ຄັບ ແລະ ພາ​ໜີ​ມາ​ຈາກ​ເຢຣູ​ຊາເລັມ.

24 ແລະ ຈົ່ງ​ເບິ່ງ​ບັດ​ນີ້, ຂ້າ​ພະ​ເຈົ້າ​ເປັນ​ຊາວ​ເລມັນ​ຜູ້​ອາດ​ຫານ; ຈົ່ງ​ເບິ່ງ, ສົງ​ຄາມ​ນີ້​ມີ​ຂຶ້ນ​ກໍ​ເພື່ອ​ຈະ​ໄດ້​ແກ້​ແຄ້ນ​ຄວາມ​ຜິດ​ຂອງ​ພວກ​ເຂົາ​ເຫລົ່າ​ນັ້ນ, ແລະ ເພື່ອ​ຈະ​ໄດ້​ຮັກ​ສາ​ສິດ​ທິ​ຂອງ​ພວກ​ເຂົາ​ໃນ​ການ​ປົກ​ຄອງ; ແລະ ຂ້າ​ພະ​ເຈົ້າ​ຂໍ​ຈົບ​ສານ​ຂອງ​ຂ້າ​ພະ​ເຈົ້າ​ຫາ​ໂມ​ໂຣ​ໄນ​ພຽງ​ເທົ່າ​ນີ້.