ພຣະ​ຄຳ​ພີ
ແອວມາ 14


ບົດ​ທີ 14

ແອວມາ​ກັບ​ແອມ​ມິວເລັກ​ຖືກ​ຄຸມ​ຂັງ ແລະ ຖືກ​ຂ້ຽນ​ຕີ—ຜູ້​ທີ່​ເຊື່ອ​ຖື ແລະ ພຣະ​ຄຳ​ພີ​ອັນ​ສັກ​ສິດ​ຂອງ​ພວກ​ເຂົາ​ຖືກ​ເຜົາ​ດ້ວຍ​ໄຟ—ຄົນ​ທີ່​ຕາຍ​ຍ້ອນ​ຄວາມ​ເຊື່ອ​ເຫລົ່າ​ນັ້ນ​ຖືກ​ພຣະ​ຜູ້​ເປັນ​ເຈົ້າ​ຮັບ​ໄວ້​ໃນ​ລັດ​ສະ​ໝີ​ພາບ—ຝາ​ຄຸກ​ແຍກ​ອອກ ແລະ ພັງ​ລົງ—ແອວມາ​ກັບ​ແອມ​ມິວເລັກ​ຖືກ​ປົດ​ປ່ອຍ, ແລະ ພວກ​ທີ່​ກົດ​ຂີ່​ຂົ່ມ​ເຫັງ​ພວກ​ເພິ່ນ​ໄດ້​ຖືກ​ຂ້າ​ຕາຍ. ປະ​ມານ 82–81 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ ຫລັງ​ຈາກ​ແອວມາ​ເວົ້າ​ກັບ​ຜູ້​ຄົນ​ຈົບ​ລົງ​ແລ້ວ ຫລາຍ​ຄົນ​ໃນ​ພວກ​ເຂົາ​ໄດ້​ເຊື່ອ​ຖື​ໃນ​ຄຳ​ເວົ້າຂອງ​ເພິ່ນ, ແລະ ກັບ​ໃຈ, ແລະ ເລີ່ມ​ຄົ້ນ​ຄວ້າ ພຣະ​ຄຳ​ພີ.

2 ແຕ່​ວ່າ​ຄົນ​ສ່ວນ​ຫລາຍ​ໃນ​ພວກ​ນີ້​ປາດ​ຖະ​ໜາ​ຈະ​ທຳ​ລາຍ​ແອວມາ​ກັບ​ແອມ​ມິວເລັກ; ເພາະ​ວ່າ​ພວກ​ເຂົາ​ຄຽດ​ໃຫ້​ແອວມາ, ເພາະ ຄວາມ​ແຈ່ມ​ແຈ້ງ​ຂອງ​ຄຳ​ເວົ້າ​ຂອງ​ເພິ່ນ​ທີ່​ເວົ້າ​ກັບ​ຊີເອສ​ຣອມ; ແລະ ພວກ​ເຂົາ​ເວົ້າ​ອີກ​ວ່າ ແອມ​ມິວເລັກ ຕົວະ​ພວກ​ເຂົາ ແລະ ໝິ່ນ​ປະ​ໝາດ​ກົດ​ໝາຍ ພ້ອມ​ທັງ​ທະນາຍ​ຄວາມ ແລະ ຜູ້​ຕັດ​ສິນ​ຂອງ​ພວກ​ເຂົາ​ນຳ​ອີກ.

3 ແລະ ພວກ​ເຂົາ​ຄຽດ​ແຄ້ນ​ໃຫ້​ແອວມາ​ກັບ​ແອມ​ມິວເລັກ; ແລະ ເພາະ​ວ່າ​ພວກ​ເພິ່ນ​ໃຫ້​ຖ້ອຍ​ຄຳ​ຢ່າງ​ແຈ່ມ​ແຈ້ງ ຟ້ອງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈຶ່ງ​ພະ​ຍາ​ຍາມ​ກຳ​ຈັດ​ພວກ​ເພິ່ນ​ຢ່າງ​ລັບໆ.

4 ແຕ່​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ບໍ່​ໄດ້​ເຮັດ​ແນວ​ນັ້ນ; ແຕ່​ພວກ​ເຂົາ​ໄດ້​ຈັບ ແລະ ມັດ​ພວກ​ເພິ່ນ​ໄວ້​ດ້ວຍ​ເຊືອກ​ທີ່​ໝັ້ນ, ແລະ ເອົາ​ພວກ​ເພິ່ນ​ໄປ​ຢູ່​ຕໍ່​ໜ້າ​ຜູ້​ຕັດ​ສິນ​ຂອງ​ແຜ່ນ​ດິນ.

5 ແລະ ຜູ້​ຄົນ​ໄດ້​ອອກ​ໄປ​ເປັນ​ພະຍານ​ຟ້ອງ​ພວກ​ເພິ່ນ—ໃຫ້​ການ​ວ່າ ພວກ​ເພິ່ນ​ໄດ້​ໝິ່ນ​ປະ​ໝາດ​ກົດ​ໝາຍ, ທະນາຍ​ຄວາມ, ແລະ ຜູ້​ຕັດ​ສິນ​ຂອງ​ແຜ່ນ​ດິນ​ຂອງ​ພວກ​ເຂົາ, ແລະ ໃຫ້​ຖ້ອຍ​ຄຳ​ວ່າ​ມີ​ພຣະ​ເຈົ້າ​ແຕ່​ພຽງ​ອົງ​ດຽວ, ແລະ ວ່າ​ພຣະ​ອົງ​ຈະ​ສົ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ​ມາ​ໃນ​ບັນ​ດາ​ຜູ້​ຄົນ, ແຕ່​ວ່າ​ພຣະ​ອົງ​ຈະ​ບໍ່​ຊ່ວຍ​ພວກ​ເຂົາ​ໃຫ້​ລອດ; ແລະ ຜູ້​ຄົນ​ໃຫ້​ຖ້ອຍ​ຄຳ​ກ່າວ​ໂທດ​ແອວມາ​ກັບ​ແອມ​ມິວເລັກ​ຫລາຍ​ແນວ. ບັດ​ນີ້​ເລື່ອງ​ລາວ​ໄດ້​ເກີດ​ຂຶ້ນ​ຢູ່​ຕໍ່​ໜ້າ​ຫົວ​ໜ້າ​ຜູ້​ຕັດ​ສິນ​ຂອງ​ແຜ່ນ​ດິນ.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊີເອສ​ຣອມ​ແປກ​ໃຈ​ໃນ​ຄຳ​ເວົ້າ​ເຫລົ່າ​ນັ້ນ; ແລະ ລາວ​ກໍ​ຮູ້​ຈັກ​ກ່ຽວ​ກັບ​ຄວາມ​ມືດ​ມົວ​ຂອງ​ຈິດ​ໃຈ​ນຳ​ອີກ, ຊຶ່ງ​ລາວ​ພາ​ໃຫ້​ເກີດ​ຂຶ້ນ​ໃນ​ບັນ​ດາ​ຜູ້​ຄົນ​ໂດຍ​ການ​ຕົວະ​ຍົວະ​ຂອງ​ລາວ; ແລະ ຈິດ​ວິນ​ຍານ​ຂອງ​ລາວ​ເລີ່ມ ທໍ​ລະ​ມານ​ພາຍ​ໃຕ້ ການ​ສຳ​ນຶກ​ໃນ​ຄວາມ​ຜິດ​ຂອງ​ຕົນ​ເອງ; ແທ້​ຈິງ​ແລ້ວ, ລາວ​ເລີ່ມ​ຖືກ​ລ້ອມ​ໄວ້​ດ້ວຍ​ຄວາມ​ເຈັບ​ປວດ​ຂອງ​ນະລົກ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ເລີ່ມ​ຮ້ອງ​ຂໍ​ຕໍ່​ຜູ້​ຄົນ, ມີ​ຄວາມ​ວ່າ: ຈົ່ງ​ເບິ່ງ​ຂ້າ​ພະ​ເຈົ້າ​ເປັນ ຄົນ​ຜິດ, ແລະ ພວກ​ເພິ່ນ​ບໍ່​ມີ​ມົນ​ທິນ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ​ເລີຍ. ແລະ ລາວ​ເລີ່ມ​ແກ້​ຄຳ​ເວົ້າ​ແທນ​ພວກ​ເພິ່ນ​ນັບ​ຕັ້ງ​ແຕ່​ເວລາ​ນັ້ນ​ໄປ; ແຕ່​ວ່າ​ຄົນ​ທັງ​ຫລາຍ​ໝິ່ນ​ປະ​ໝາດ​ລາວ, ໂດຍ​ກ່າວ​ວ່າ: ເຈົ້າ​ຖືກ​ຜີ​ເຂົ້າ​ສິງ​ແລ້ວ​ບໍ? ແລະ ພວກ​ເຂົາ​ໄດ້​ຖົ່ມ​ນ້ຳ​ລາຍ​ໃສ່​ລາວ, ແລະ ຂັບ​ໄລ່​ລາວ​ອອກ​ໄປ​ຈາກ​ບັນ​ດາ​ພວກ​ເຂົາ​ພ້ອມ​ທັງ​ທຸກ​ຄົນ​ທີ່​ເຊື່ອ​ໃນ​ຄຳ​ເວົ້າ​ຂອງ​ແອວມາ​ກັບ​ແອມ​ມິວເລັກ; ແລະ ພວກ​ເຂົາ​ໄດ້​ຂັບ​ໄລ່​ຄົນ​ພວກ​ນັ້ນ​ອອກ​ໄປ, ແລະ ໄດ້​ສົ່ງ​ຄົນ​ໄປ​ແກວ່ງ​ກ້ອນ​ຫີນ​ໃສ່​ພວກ​ເຂົາ.

8 ແລະ ພວກ​ເຂົາ​ໄດ້​ນຳ​ເອົາ​ເມຍ ແລະ ລູກໆ​ຂອງ​ພວກ​ເຂົາ​ມາ​ໂຮມ​ກັນ, ແລະ ຜູ້​ໃດ​ກໍ​ຕາມ​ທີ່​ເຊື່ອ​ຖື ຫລື ຖືກ​ສິດ​ສອນ​ໃຫ້​ເຊື່ອ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ພວກ​ເຂົາ​ກໍ​ໃຫ້​ໂຍນ​ຄົນ​ເຫລົ່າ​ນັ້ນ​ເຂົ້າ​ກອງ​ໄຟ; ແລະ ພວກ​ເຂົາ​ໄດ້​ນຳ​ເອົາ​ບັນ​ທຶກ​ຂອງ​ພວກ​ເຂົາ​ມາ, ຊຶ່ງ​ປະກອບ​ດ້ວຍ​ພຣະ​ຄຳ​ພີ​ສັກ​ສິດ ແລະ ໂຍນ​ມັນ​ເຂົ້າ​ໃນ​ກອງ​ໄຟ​ນຳ​ອີກ, ເພື່ອ​ມັນ​ຈະ​ໄດ້​ໄໝ້ ແລະ ພິນາດ​ໄປ​ດ້ວຍ​ໄຟ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ນຳ​ເອົາ​ແອວມາ​ກັບ​ແອມ​ມິວເລັກ​ອອກ​ໄປ​ບ່ອນ​ເຜົາ​ຄົນ​ທີ່​ເຊື່ອ​ຖື, ເພື່ອ​ພວກ​ເພິ່ນ​ຈະ​ໄດ້​ເຫັນ​ຄວາມ​ພິນາດ​ຂອງ​ຄົນ​ພວກ​ນັ້ນ​ທີ່​ຖືກ​ເຜົາ​ດ້ວຍ​ໄຟ.

10 ແລະ ເວລາ​ທີ່​ແອມ​ມິວເລັກ​ເຫັນ​ຄວາມ​ເຈັບ​ປວດ​ຂອງ​ພວກ​ແມ່​ຍິງ ແລະ ເດັກ​ນ້ອຍ​ທີ່​ກຳ​ລັງ​ຖືກ​ໄຟ​ໄໝ້, ລາວ​ກໍ​ມີ​ຄວາມ​ເຈັບ​ປວດ​ຫລາຍ; ແລະ ລາວ​ໄດ້​ເວົ້າ​ກັບ​ແອວມາ​ວ່າ: ພວກ​ເຮົາ​ຈະ​ເບິ່ງ​ພາບ​ອັນ​ເປັນ​ຕາ​ຢ້ານ​ນີ້​ໄດ້​ແນວ​ໃດ? ສະນັ້ນ ຂໍ​ໃຫ້​ພວກ​ເຮົາ​ເດ່​ມື​ອອກ​ໄປ ແລະ ໃຊ້ ອຳນາດ​ຂອງ​ພຣະ​ເຈົ້າ​ທີ່​ຢູ່​ໃນ​ພວກ​ເຮົາ, ແລະ ຊ່ວຍ​ເຫລືອ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ແປວ​ໄຟ​ເສຍ​ເຖີດ.

11 ແຕ່​ແອວມາ​ກ່າວ​ກັບ​ແອມ​ມິວເລັກ​ວ່າ: ພຣະ​ວິນ​ຍານ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ ບໍ່​ຕ້ອງ​ເດ່​ມື​ຂອງ​ຂ້າ​ພະ​ເຈົ້າ​ອອກ​ໄປ; ເພາະ​ຈົ່ງ​ເບິ່ງ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັບ​ເອົາ​ພວກ​ເຂົາ​ຂຶ້ນ​ໄປ​ຫາ​ພຣະ​ອົງ​ແລ້ວ​ໃນ ລັດ​ສະ​ໝີ​ພາບ; ແລະ ພຣະ​ອົງ​ໄດ້​ຍອມ​ໃຫ້​ພວກ​ເຂົາ​ເຮັດ​ສິ່ງ​ເຫລົ່າ​ນີ້​ເພື່ອ​ວ່າ​ໃຫ້​ຄົນ​ອື່ນໆ​ເຮັດ​ສິ່ງ​ເຫລົ່າ​ນີ້​ກັບ​ພວກ​ເຂົາ​ຕາມ​ຄວາມ​ແຂງ​ກະ​ດ້າງ​ຂອງ​ໃຈ​ຂອງ​ພວກ​ເຂົາ, ເພື່ອ ການ​ຕັດ​ສິນ​ຊຶ່ງ​ພຣະ​ອົງ​ຈະ​ໃຫ້​ມີ​ກັບ​ພວກ​ເຂົາ​ໃນ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ຈະ​ທ່ຽງ​ທຳ; ແລະ ເລືອດ​ຂອງ ຜູ້​ບໍ​ລິ​ສຸດ​ຈະ​ຢືນ​ເປັນ​ພະຍານ​ຟ້ອງ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ພວກ​ເຂົາ​ຈະ​ຮ້ອງ​ຢ່າງ​ສຸດ​ກຳ​ລັງ​ເພື່ອ​ຟ້ອງ​ພວກ​ເຂົາ​ໃນ​ວັນ​ສຸດ​ທ້າຍ.

12 ແລະ ບັດ​ນີ້​ແອມ​ມິວເລັກ​ເວົ້າ​ກັບ​ແອວມາ​ວ່າ: ຈົ່ງ​ເບິ່ງ, ບາງ​ທີ​ພວກ​ເຂົາ​ອາດ​ຈະ​ເຜົາ​ພວກ​ເຮົາ​ຄື​ກັນ.

13 ແລະ ແອວມາ​ເວົ້າ​ວ່າ: ຂໍ​ໃຫ້​ເປັນ​ໄປ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເຖີດ. ແຕ່​ຈົ່ງ​ເບິ່ງ, ວຽກ​ງານ​ຂອງ​ພວກ​ເຮົາ​ຍັງ​ບໍ່​ທັນ​ສຳ​ເລັດ​ເທື່ອ; ສະນັ້ນ ພວກ​ເຂົາ​ຈະ​ບໍ່​ເຜົາ​ພວກ​ເຮົາ​ດອກ.

14 ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ຮ່າງ​ກາຍ​ຂອງ​ຜູ້​ທີ່​ຖືກ​ໂຍນ​ເຂົ້າ​ໃນ​ໄຟ​ພ້ອມ​ທັງ​ບັນ​ທຶກ ຊຶ່ງ​ຖືກ​ເຂົ້າ​ໄປ​ພ້ອມ​ກັບ​ພວກ​ເຂົາ​ຖືກ​ໄຟ​ໄໝ້​ໝົດ​ແລ້ວ, ຫົວ​ໜ້າ​ຜູ້​ຕັດ​ສິນ​ຂອງ​ແຜ່ນ​ດິນ​ໄດ້​ມາ​ຢືນ​ຢູ່​ຕໍ່​ໜ້າ​ແອວມາ​ກັບ​ແອມ​ມິວເລັກ, ຂະນະ​ທີ່​ພວກ​ເພິ່ນ​ຖືກ​ມັດ​ຢູ່; ແລະ ເພິ່ນ​ໄດ້​ຕົບ​ໜ້າ​ພວກ​ເພິ່ນ​ດ້ວຍ​ມື​ຂອງ​ເພິ່ນ ແລະ ເວົ້າ​ກັບ​ພວກ​ເພິ່ນ​ວ່າ: ຫລັງ​ຈາກ​ພວກ​ເຈົ້າ​ເຫັນ​ສິ່ງ​ນີ້​ແລ້ວ, ພວກ​ເຈົ້າ​ຍັງ​ຈະ​ສັ່ງ​ສອນ​ຜູ້​ຄົນ​ພວກ​ນີ້​ອີກ​ບໍ ຊຶ່ງ​ພວກ​ເຂົາ​ຈະ​ຖືກ​ໂຍນ​ເຂົ້າ​ໄປ​ໃນ ທະເລ​ໄຟ ແລະ ມາດ?

15 ຈົ່ງ​ເບິ່ງ, ພວກ​ເຈົ້າ​ເຫັນ​ວ່າ​ຕົນ​ເອງ​ບໍ່​ມີ​ອຳນາດ​ທີ່​ຈະ​ຊ່ວຍ​ເຫລືອ​ຜູ້​ທີ່​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ໄຟ​ນັ້ນ; ທັງ​ພຣະ​ເຈົ້າ​ກໍ​ບໍ່​ຊ່ວຍ​ພວກ​ເຂົາ​ທັງໆ​ທີ່​ພວກ​ເຂົາ​ມີ​ສັດທາ​ເໝືອນ​ພວກ​ເຈົ້າ. ແລະ ຜູ້​ຕັດ​ສິນ​ໄດ້​ຕົບ​ໜ້າ​ພວກ​ເພິ່ນ​ອີກ, ແລະ ຖາມ​ວ່າ: ພວກ​ເຈົ້າ​ຈະ​ເວົ້າ​ແນວ​ໃດ​ເພື່ອ​ຕົວ​ເອງ?

16 ແລະ ຜູ້​ຕັດສິນ​ຜູ້​ນີ້​ຢູ່​ໃນ​ລະບຽບ ແລະ ສັດ​ຊື່​ຕໍ່ ນີຮໍ, ຜູ້​ຂ້າ​ກີເດໂອນ​ນັ້ນ.

17 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ແອວມາ​ກັບ​ແອມ​ມິວເລັກ​ບໍ່​ໄດ້​ຕອບ​ເພິ່ນ; ແລະ ເພິ່ນ​ໄດ້​ຕົບ​ໜ້າ​ພວກ​ເພິ່ນ​ອີກ, ແລະ ມອບ​ພວກ​ເພິ່ນ​ໃຫ້​ແກ່​ເຈົ້າ​ໜ້າ​ທີ່​ເພື່ອ​ເອົາ​ໄປ​ເຂົ້າ​ຄຸກ.

18 ແລະ ເມື່ອ​ພວກ​ເພິ່ນ​ໄດ້​ຖືກ​ສົ່ງ​ເຂົ້າ​ຄຸກ​ໄດ້​ສາມ​ມື້, ພວກ​ທະນາຍ​ຄວາມ, ແລະ ພວກ​ຜູ້​ຕັດ​ສິນ, ແລະ ພວກ​ປະ​ໂລ​ຫິດ, ແລະ ພວກ​ຄູ​ສອນ​ຫລາຍ​ຄົນ, ທີ່​ມີ​ວິ​ຊາ​ຊີບ​ດຽວ​ກັນ​ກັບ​ນີຮໍ ໄດ້​ເຂົ້າ​ມາ​ໃນ​ຄຸກ​ເພື່ອ​ເບິ່ງ​ພວກ​ເພິ່ນ; ແລະ ເຂົາ​ເຈົ້າ​ໄດ້​ສອບ​ຖາມ​ພວກ​ເພິ່ນ​ຫລາຍ​ເລື່ອງ​ແຕ່​ພວກ​ເພິ່ນ​ບໍ່​ໄດ້​ຕອບ​ຫຍັງ​ເລີຍ.

19 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຕັດ​ສິນ​ໄດ້​ມາ​ຢືນ​ຢູ່​ຕໍ່​ໜ້າ​ພວກ​ເພິ່ນ, ແລະ ຖາມ​ວ່າ: ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ບໍ່​ຕອບ​ຄຳ​ຖາມ​ຂອງ​ຜູ້​ຄົນ​ພວກ​ນີ້? ພວກ​ເຈົ້າ​ຮູ້​ບໍ​ວ່າ​ຂ້າ​ພະ​ເຈົ້າ​ມີ​ອຳນາດ​ທີ່​ຈະ​ສົ່ງ​ພວກ​ເຈົ້າ​ໃຫ້​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ກອງ​ໄຟ​ໄດ້? ແລະ ເພິ່ນ​ໄດ້​ສັ່ງ​ໃຫ້​ແອວມາ​ກັບ​ແອມ​ມິວເລັກ​ເວົ້າ; ແຕ່​ພວກ​ເພິ່ນ​ກໍ​ບໍ່​ໄດ້​ເວົ້າ​ຫຍັງ​ເລີຍ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຂົາ​ເຈົ້າ​ໄດ້​ອອກ​ໄປ ແລະ ໄປ​ຕາມ​ທາງ​ຂອງ​ເຂົາ​ເຈົ້າ, ແລະ ໄດ້​ກັບ​ຄືນ​ມາ​ອີກ​ໃນ​ມື້​ຕໍ່​ມາ; ແລະ ຜູ້​ຕັດ​ສິນ​ໄດ້​ຕົບ​ໜ້າ​ພວກ​ເພິ່ນ​ອີກ. ແລະ ຫລາຍ​ຄົນ​ໄດ້​ອອກ​ມາ​ຄື​ກັນ, ແລະ ຕົບ​ໜ້າ​ພວກ​ເພິ່ນ, ແລະ ຖາມ​ວ່າ: ພວກ​ເຈົ້າ​ຈະ​ຢືນ​ຕັດ​ສິນ​ຜູ້​ຄົນ​ພວກ​ນີ້ ແລະ ກ່າວ​ໂທດ​ກົດ​ໝາຍ​ຂອງ​ພວກ​ເຮົາ​ອີກ​ບໍ? ຖ້າ​ຫາກ​ພວກ​ເຈົ້າ​ມີ​ອຳນາດ​ອັນ​ຍິ່ງ​ໃຫຍ່​ເຊັ່ນ​ນັ້ນ ແລ້ວ​ເປັນ​ຫຍັງ​ຈຶ່ງ​ບໍ່​ຊ່ວຍ​ຕົນ​ເອງ​ໃຫ້ ຫລຸດ​ພົ້ນ​ໄດ້?

21 ແລະ ເຂົາ​ເຈົ້າ​ໄດ້​ເວົ້າ​ຫລາຍ​ເລື່ອງ​ໃນ​ທຳ​ນອງ​ນີ້, ໂດຍ​ທີ່​ກັດ​ແຂ້ວ, ແລະ ຖົ່ມ​ນ້ຳ​ລາຍ​ໃສ່​ພວກ​ເພິ່ນ, ແລະ ຖາມ​ວ່າ: ພວກ​ເຮົາ​ຈະ​ເປັນ​ແນວ​ໃດ​ເວລາ​ພວກ​ເຮົາ​ອັບ​ປະ​ໂຫຍດ?

22 ແລະ ເຂົາ​ເຈົ້າ​ໄດ້​ເວົ້າ​ຫລາຍ​ເລື່ອງ​ໃນ​ທຳ​ນອງ​ນີ້, ແທ້​ຈິງ​ແລ້ວ, ເຂົາ​ເຈົ້າ​ໄດ້​ເວົ້າ​ກັບ​ພວກ​ເພິ່ນ​ຕ່າງໆ​ນາໆ; ແລະ ໄດ້​ເຍາະ​ເຍີ້ຍ​ພວກ​ເພິ່ນ​ຢູ່​ແນວ​ນັ້ນ​ຕັ້ງ​ຫລາຍ​ມື້, ແລະ ເຂົາ​ເຈົ້າ​ບໍ່​ເອົາ​ເຂົ້າ​ເອົາ​ນ້ຳ​ໃຫ້​ພວກ​ເພິ່ນ​ກິນ ເພື່ອ​ພວກ​ເພິ່ນ​ຈະ​ໄດ້​ຫິວ​ເຂົ້າ​ຫິວ​ນ້ຳ; ແລະ ເຂົາ​ເຈົ້າ​ໄດ້​ແກ້​ເສື້ອ​ຜ້າ​ຂອງ​ພວກ​ເພິ່ນ​ອອກ​ນຳ​ອີກ ເພື່ອ​ພວກ​ເພິ່ນ​ຈະ​ໄດ້​ເປືອຍ​ເປົ່າ; ແລະ ພວກ​ເພິ່ນ​ຖືກ​ມັດ​ໄວ້​ດ້ວຍ​ເຊືອກ​ທີ່​ໝັ້ນ ແລະ ຖືກ​ຂັງ​ຢູ່​ໃນ​ຄຸກ.

23 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ພວກ​ເພິ່ນ​ໄດ້​ທົນ​ທຸກ​ທໍ​ລະ​ມານ​ຢູ່​ຫລາຍ​ມື້​ແນວ​ນັ້ນ, (ໃນ​ວັນທີ​ສິບ​ສອງ​ຂອງ​ເດືອນ​ສິບ, ໃນ​ປີ​ທີ​ສິບ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ) ຄື​ຫົວ​ໜ້າ​ຜູ້​ຕັດ​ສິນ​ດູ​ແລ​ແຜ່ນ​ດິນ​ອຳໂມນ​ໄນ​ຮາ ແລະ ຜູ້​ສອນ ແລະ ທະນາຍ​ຄວາມ​ຂອງ​ພວກ​ເຂົາ​ຫລາຍ​ຄົນ​ໄດ້​ເຂົ້າ​ໄປ​ໃນ​ຄຸກ ຊຶ່ງ​ແອວມາ​ກັບ​ແອມ​ມິວເລັກ​ໄດ້​ຖືກ​ມັດ​ໄວ້​ດ້ວຍ​ເຊືອກ.

24 ແລະ ຫົວ​ໜ້າ​ຜູ້​ຕັດ​ສິນ​ໄດ້​ມາ​ຢືນ​ຢູ່​ຕໍ່​ໜ້າ​ພວກ​ເພິ່ນ ແລະ ຕົບ​ໜ້າ​ພວກ​ເພິ່ນ​ອີກ, ແລະ ເວົ້າ​ກັບ​ພວກ​ເພິ່ນ​ວ່າ: ຖ້າ​ຫາກ​ພວກ​ເຈົ້າ​ມີ​ອຳນາດ​ຂອງ​ພຣະ​ເຈົ້າ, ພວກ​ເຈົ້າ​ກໍ​ຄວນ​ຊ່ວຍ​ຕົນ​ເອງ​ໃຫ້​ຫລຸດ​ພົ້ນ​ອອກ​ຈາກ​ເຊືອກ​ມັດ​ເຫລົ່າ​ນີ້​ແມ, ເມື່ອ​ນັ້ນ​ພວກ​ເຮົາ​ຈຶ່ງ​ຈະ​ເຊື່ອ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ທຳ​ລາຍ​ຜູ້​ຄົນ​ພວກ​ນີ້​ຕາມ​ຄຳ​ເວົ້າ​ຂອງ​ພວກ​ເຈົ້າ.

25 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຂົາ​ເຈົ້າ​ທັງ​ໝົດ​ໄດ້​ເຂົ້າ​ໄປ​ຕົບ​ໜ້າ​ພວກ​ເພິ່ນ, ໂດຍ​ເວົ້າ​ຄວາມ​ດຽວ​ກັນ​ຈົນ​ກະ​ທັ້ງ​ຜູ້​ສຸດ​ທ້າຍ; ແລະ ເມື່ອ​ຜູ້​ສຸດ​ທ້າຍ​ໄດ້​ເວົ້າ​ກັບ​ພວກ​ເພິ່ນ​ແລ້ວ ອຳນາດ​ຂອງ​ພຣະ​ເຈົ້າ​ໄດ້​ມາ​ສະ​ຖິດ​ຢູ່​ກັບ​ແອວມາ​ກັບ​ແອມ​ມິວເລັກ, ແລະ ທັງ​ສອງ​ໄດ້​ລຸກ​ຢືນ​ຂຶ້ນ.

26 ແລະ ແອວມາ​ໄດ້​ຮ້ອງ​ຂຶ້ນ, ກ່າວ​ວ່າ: ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ຈະ​ໃຫ້​ພວກ​ຂ້າ​ນ້ອຍ​ທົນ​ຕໍ່ ຄວາມ​ທຸກ​ທີ່​ສາ​ຫັດ​ນີ້​ໄປ​ອີກ​ດົນ​ປານ​ໃດ? ໂອ້ ພຣະຜູ້ເປັນເຈົ້າ, ຈົ່ງ​ໂຜດ​ປະທານ​ກຳ​ລັງ​ໃຫ້​ພວກ​ຂ້າ​ນ້ອຍ​ຕາມ​ສັດທາ​ຂອງ​ພວກ​ຂ້າ​ນ້ອຍ ອັນ​ມີ​ຢູ່​ໃນ​ພຣະ​ຄຣິດ ຈົນ​ເຖິງ​ການ​ປົດ​ປ່ອຍ​ດ້ວຍ​ເທີ້ນ. ແລະ ພວກ​ເພິ່ນ​ໄດ້​ເຮັດ​ໃຫ້​ເຊືອກ​ທີ່​ມັດ​ຢູ່​ນັ້ນ​ຂາດ​ອອກ; ແລະ ເວລາ​ຜູ້​ຄົນ​ເຫັນ​ເຊັ່ນ​ນັ້ນ, ກໍ​ເລີ່ມ​ປົບ​ໜີ​ເພາະ​ຄວາມ​ຢ້ານ​ກົວ​ວ່າ​ຄວາມ​ພິນາດ​ຈະ​ເກີດ​ຂຶ້ນ​ກັບ​ພວກ​ເຂົາ.

27 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຄວາມ​ຢ້ານ​ກົວ​ຂອງ​ພວກ​ເຂົາ​ນັ້ນ​ໃຫຍ່​ຫລວງ​ທີ່​ສຸດ ຈົນ​ວ່າ​ພວກ​ເຂົາ​ໄດ້​ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ, ແລະ ອອກ​ໄປ​ບໍ່​ຮອດ​ປະຕູ​ນອກ ຄຸກ​ຊ້ຳ; ແລະ ເກີດ​ແຜ່ນ​ດິນ​ໄຫວ​ຢ່າງ​ໜັກ ແລະ ກຳ​ແພງ​ຄຸກ​ໄດ້​ແຍກ​ອອກ​ເປັນ​ສອງ, ເຮັດ​ໃຫ້​ມັນ​ພັງ​ລົງ​ຢູ່​ກັບ​ພື້ນ​ດິນ; ແລະ ຫົວ​ໜ້າ​ຕັດ​ສິນ, ພວກ​ທະນາຍ​ຄວາມ, ພວກ​ປະ​ໂລ​ຫິດ, ແລະ ພວກ​ຄູ​ສອນ​ທີ່​ຕົບ​ໜ້າ​ແອວມາ​ກັບ​ແອມ​ມິວເລັກ​ໄດ້​ຕາຍ​ໄປ​ເພາະ​ຖືກ​ຫີນ​ທັບ.

28 ແລະ ແອວມາ​ກັບ​ແອມ​ມິວເລັກ​ໄດ້​ອອກ​ມາ​ຈາກ​ຄຸກ, ແລະ ພວກ​ເພິ່ນ​ບໍ່​ໄດ້​ຮັບ​ບາດ​ເຈັບ​ຫຍັງ​ເລີຍ; ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະທານ​ອຳນາດ​ໃຫ້​ແກ່​ພວກ​ເພິ່ນ, ຕາມ​ສັດທາ​ຂອງ​ພວກ​ເພິ່ນ​ທີ່​ມີ​ຢູ່​ໃນ​ພຣະ​ຄຣິດ. ແລະ ພວກ​ເພິ່ນ​ໄດ້​ຍ່າງ​ອອກ​ຈາກ​ຄຸກ​ຢ່າງ​ສະ​ບາຍ; ແລະ ເຊືອກ​ມັດ​ໄດ້ ຫລຸດ​ອອກ​ຈາກ​ພວກ​ເພິ່ນ; ແລະ ຄຸກ​ໄດ້​ຍຸບ​ລົງ​ກັບ​ພື້ນ​ດິນ, ແລະ ທຸກ​ຄົນ​ຢູ່​ພາຍ​ໃນ​ກຳ​ແພງ​ຄຸກ​ໄດ້​ຖືກ​ຂ້າ​ຕາຍ​ໝົດ, ນອກ​ຈາກ​ແອວມາ​ກັບ​ແອມ​ມິວເລັກ​ເທົ່າ​ນັ້ນ; ແລະ ພວກ​ເພິ່ນ​ໄດ້​ຍ່າງ​ມຸ້ງ​ໜ້າ​ເຂົ້າ​ໄປ​ໃນ​ເມືອງ.

29 ບັດ​ນີ້​ຝູງ​ຊົນ​ໂດຍ​ທີ່​ໄດ້​ຍິນ​ສຽງ​ກຶກ​ກ້ອງ​ອັນ​ໃຫຍ່​ຫລວງ​ກໍ​ຟ້າວ​ແລ່ນ​ມາ​ເຕົ້າ​ໂຮມ​ກັນ​ເພື່ອ​ຢາກ​ຮູ້​ຈັກ​ສາ​ເຫດ​ຂອງ​ມັນ; ແລະ ເວລາ​ພວກ​ເຂົາ​ເຫັນ​ແອວມາ​ກັບ​ແອມ​ມິວເລັກ​ຍ່າງ​ອອກ​ຈາກ​ຄຸກ ແລະ ກຳ​ແພງ​ຄຸກ​ພັງ​ລົງ​ຢູ່​ກັບ​ພື້ນ​ດິນ, ພວກ​ເຂົາ​ກໍ​ຖືກ​ຄອບ​ງຳ​ດ້ວຍ​ຄວາມ​ຢ້ານ​ກົວ​ຢ່າງ​ໃຫຍ່​ຫລວງ ແລະ ປົບ​ໜີ​ໄປ​ຕໍ່​ໜ້າ​ແອວມາ​ກັບ​ແອມ​ມິວເລັກ ຄື​ກັນ​ກັບ​ແມ່​ແບ້​ກັບ​ລູກ​ອ່ອນ​ຂອງ​ມັນ ຫລົບ​ໜີ​ຈາກ​ສິງ​ສອງ​ໂຕ; ແລະ ພວກ​ເຂົາ​ໄດ້​ໜີ​ໄປ​ຕໍ່​ໜ້າ​ແອວມາ​ກັບ​ແອມ​ມິວເລັກ​ແນວ​ນັ້ນ.